An official website of the United States government
Official websites use .gov
A .gov website belongs to an official government organization in the United States.
Secure .gov websites use HTTPS
A lock (
) or https:// means you’ve safely connected to the .gov website. Share sensitive information only on official, secure websites.
ພວກເຮົາຄໍານຶງເຖິງຄວາມເປັນສ່ວນຕົວຂອງຜູ້ທີ່ເຂົ້າມາຢ້ຽມຊົມເວັບໄຊຂອງພວກເຮົາ. ພວກເຮົາຈະບໍ່ເກັບຂໍ້ມູນສ່ວນຕົວຂອງທ່ານໃນເວລາທີ່ທ່ານເຂົ້າຊົມໜ້າເວັບໄຊ ເວັ້ນເສຍແຕ່ວ່າທ່ານຈະເປັນຜູ້ສະໜອງຂໍ້ມູນດັ່ງກ່າວໃຫ້ກັບພວກເຮົາເອງ.
ນີ້ແມ່ນວິທີທີ່ພວກເຮົາຈັດການຂໍ້ມູນການເຂົ້າຢ້ຽມຊົມຂອງທ່ານ: ຖ້າທ່ານເຂົ້າມາໃນເວັບໄຊແຕ່ບໍ່ໄດ້ເຮັດຫຍັງ ແຕ່ວ່າໄດ້ເຮັດການຄົ້ນຫາ, ອ່ານຂໍ້ມູນ ຫຼື ດາວໂຫຼດຂໍ້ມູນ, ພວກເຮົາຈະຮວບຮວມ ແລະ ເກັບເອົາສະເພາະຂໍ້ມູນໃນການຢ້ຽມຊົມເວັບໄຊຂອງທ່ານໂດຍອັດຕະໂນມັດ ເພື່ອນໍາໃຊ້ໃນການຄຸ້ມຄອງເວັບໄຊ ແລະ ເພື່ອຈຸດປະສົງທາງດ້ານຄວາມປອດໄພ. ພວກເຮົານໍາໃຊ້ຊອບແວ Google Analytics ໃນການເກັບກໍາ ແລະ ວິເຄາະຂໍ້ມູນທີ່ໄດ້ຮັບ ເພື່ອເປັນການອໍານວຍຄວາມສະດວກໃນເລື່ອງການອອກແບບເວັບໄຊຂອງພວກເຮົາໃຫ້ມີຄວາມເໝາະສົມກັບຄວາມຕ້ອງການຂອງທ່ານຫຼາຍຂຶ້ນ. ນອກຈາກນີ້, ພວກເຮົາອາດຈະເກັບກຳຂໍ້ມູນກ່ຽວກັບເນື້ອຫາທີ່ທ່ານເຂົ້າເບິ່ງເທິງໜ້າເວັບໄຊໂດຍອັດຕະໂນມັດ ເພື່ອໄວ້ໃຊ້ໃນກໍລະນີທີ່ກ່ຽວຂ້ອງກັບຄວາມປອດໄພ ຫຼື ໄວຣັດ; ແຕ່ຂໍ້ມູນດັ່ງກ່າວຈະບໍ່ໄດ້ລະບຸຕົວຕົນຂອງທ່ານ.
ພວກເຮົາຈະເກັບກໍາຂໍ້ມູນ ແລະ ບັນທຶກຂອງທ່ານໂດຍອັດຕະໂນມັດ ຖ້າຫາກວ່າການເຂົ້າຊົມເວັບໄຊຂອງທ່ານນອນຢູ່ໃນກໍລະນີຕໍ່ໄປນີ້:
ໂດເມນອິນເຕີເນັດ (ຕົວຢ່າງ, “xcompany.com” ຖ້າທ່ານໃຊ້ບັນຊີການເຂົ້າເຖິງອິນເຕີເນັດສ່ວນຕົວ, ຫຼື “youschool.edu” ຖ້າທ່ານເຊື່ອມຕໍ່ຈາກໂດເມນຂອງມະຫາວິທະຍາໄລ);
ທີ່ຢູ່ IP ຂອງທ່ານໃນເວລາທີ່ເຂົ້າເຖິງເວັບໄຊຂອງພວກເຮົາ. (ທີ່ຢູ່ IP ແມ່ນຕົວເລກທີ່ຖືກລະບຸໃນເຄື່ອງຄອມພິວເຕີຂອງທ່ານໂດຍອັດຕະໂນມັດທຸກໆຄັ້ງທີ່ທ່ານທໍາການທ່ອງເວັບໄຊ)
ປະເພດຂອງ browser ແລະ ລະບົບປະຕິບັດການທີ່ທ່ານໃຊ້ໃນການເຂົ້າເຖິງເວັບໄຊຂອງພວກເຮົາ;
ວັນທີ ແລະ ເວລາທີ່ທ່ານເຂົ້າເຖິງເວັບໄຊຂອງພວກເຮົາ;
ຫນ້າເວັບທີ່ທ່ານເຂົ້າຢ້ຽມຊົມ;
ຊື່ຜູ້ໃຊ້ຂອງທ່ານ ຖ້າທ່ານໃຊ້ເຂົ້າສູ່ລະບົບເທິງເວັບໄຊ; ແລະ ຖ້າທ່ານເຊື່ອມຕໍ່ກັບເວັບໄຊຂອງພວກເຮົາຜ່ານທາງເວັບໄຊອື່ນ, ພວກເຮົາກໍຈະເກັບກໍາເອົາທີ່ຢູ່ຂອງເວັບໄຊນັ້ນເຊັ່ນດຽວກັນ.
ພວກເຮົານໍາໃຊ້ຂໍ້ມູນເຫຼົ່ານີ້ເພື່ອຊ່ວຍໃນການພັດທະນາເວັບໄຊຂອງພວກເຮົາເປັນປະໂຫຍດຫຼາຍຂຶ້ນຕໍ່ຜູ້ເຂົ້າຢ້ຽມຊົມ — ເພື່ອຮຽນຮູ້ເພີ່ມຕື່ມກ່ຽວກັບຈໍານວນຜູ້ເຂົ້າຊົມເວັບໄຊ ແລະ ປະເພດຂອງເຕັກໂນໂລຊີທີ່ຜູ້ຊົມຂອງພວກເຮົານໍາໃຊ້ຢູ່.
ພວກເຮົາໃຊ້ຄວາມລະມັດລະວັງຢ່າງເຕັມທີ່ເພື່ອຮັກສາຄວາມປອດໄພ, ເກັບຮັກສາຄວາມລັບ, ແລະ ຄວາມໝັ້ນຄົງຂອງຂໍ້ມູນທີ່ພວກເຮົາໄດ້ເກັບກໍາໄວ້ ພາຍໃຕ້ກົດໝາຍ the Privacy Act of 1974, the E-Government Act of 2002 ແລະ the Federal Records Act. ມາດຕະການດັ່ງກ່າວ ຍັງຄວບຄຸມເຖິງການຄວບຄຸມການເຂົ້າເຖິງ ທີ່ຖືກອອກແບບມາເພື່ອຈໍາກັດການເຂົ້າເຖິງຂໍ້ມູນໃຫ້ກັບຜູ້ທີ່ຕ້ອງການ. ນອກຈາກນີ້, ພວກເຮົາຍັງນໍາໃຊ້ເຕັກໂນໂລຊີຄວາມປອດໄພຕ່າງໆເພື່ອປົກປ້ອງຂໍ້ມູນທີ່ຖືກເກັບກໍາໄວ້ໃນລະບົບຂອງພວກເຮົາ ແລະ ມີການທົດສອບມາດຕະການຄວາມປອດໄພຢູ່ສະເໝີ ເພື່ອເປັນການຮັບປະກັນວ່າມາດຕະການດັ່ງກ່າວຍັງດຳເນີນປົກກະຕິ ແລະ ມີປະສິດຕິພາບຢູ່.
ພວກເຮົາຍັງສະຫງວນໃຫ້ບັນດາຄູ່ສັນຍາຂອງພວກເຮົາ ແລະ ຜູ້ໃຫ້ບໍລິການທີ່ເປັນບຸກຄົນທີສາມອື່ນໆ ຍຶດຖືເອົາມາດຕະຖານດຽວກັນທີ່ພວກເຮົານໍາໃຊ້ ເພື່ອເປັນການຮັບປະກັນຄວາມປອດໄພ, ຄວາມລັບ, ແລະ ຄວາມໝັ້ນຄົງຂອງຂໍ້ມູນສ່ວນບຸກຄົນ ທີ່ພວກເຂົາສາມາດເຂົ້າເຖິງໄດ້ໃນຂອບເຂດວຽກງານຂອງເຂົາເຈົ້າໃນນາມຂອງພະແນກ.
ພວກເຮົາຈະບໍ່ເກັບກໍາຂໍ້ມູນທີ່ລະບຸຕົວຕົນສ່ວນບຸກຄົນ ເວັ້ນເສຍແຕ່ວ່າທ່ານເລືອກທີ່ຈະສະໜອງໃຫ້ແກ່ພວກເຮົາ. ຖ້າຫາກທ່ານໃຫ້ຂໍ້ມູນທີ່ສາມາດລະບຸຕົວຕົນໄດ້ (ເຊັ່ນ: ຜ່ານການສົ່ງອີເມວ ຫຼື ການຕື່ມແບບຟອມ ແລະ ສົ່ງມັນຜ່ານເວັບໄຊຂອງພວກເຮົາ), ພວກເຮົາຈະໃຊ້ຂໍ້ມູນນັ້ນເພື່ອຕອບຂໍ້ຄວາມຂອງທ່ານເທົ່ານັ້ນ ແລະ ເພື່ອຊ່ວຍໃຫ້ເຮົາສະໜອງຂໍ້ມູນ ແລະ ການບໍລິການໄດ້ຕາມທີ່ທ່ານຮ້ອງຂໍ. ການສົ່ງຂໍ້ມູນແບບສະໝັກໃຈ ແມ່ນຖືວ່າເປັນການຍິນຍອມໃຫ້ມີການນຳໃຊ້ຂໍ້ມູນຂອງທ່ານເພື່ອຈຸດປະສົງທີ່ລະບຸໄວ້. ຖ້າທ່ານເລືອກທີ່ຈະບໍ່ສະຫນອງຂໍ້ມູນດັ່ງກ່າວ ພວກເຮົາກໍອາດຈະບໍ່ສາມາດໃຫ້ບໍລິການຕາມການຄໍາຮ້ອງຂໍຂອງທ່ານໄດ້. ເມື່ອພວກເຮົາຮ້ອງຂໍຂໍ້ມູນຈາກທ່ານ, ພວກເຮົາຈະອະທິບາຍເຫດຜົນ ແລະ ວິທີການທີ່ເຮົາຈະນໍາໃຊ້ຂໍ້ມູນຂອງທ່ານ ຢູ່ໃນໜ້າ “ແຈ້ງການຄວາມເປັນສ່ວນຕົວ.” ພວກເຮົາຈະບໍ່ເກັບກໍາ ຫຼື ນໍາໃຊ້ຂໍ້ມູນຂອງທ່ານເພື່ອຜົນປະໂຫຍດດ້ານການຕະຫຼາດແຕ່ຢ່າງໃດ.
ພວກເຮົາມີຫຼາຍໂຄງການ ແລະ ເວັບໄຊ ອະນຸຍາດໃຫ້ທ່ານສົ່ງອີເມວຫາພວກເຮົາໄດ້. ພວກເຮົາຈະນໍາໃຊ້ຂໍ້ມູນທີ່ທ່ານສະໜອງໃຫ້ ເພື່ອຕອບກັບການສອບຖາມຂອງທ່ານເທົ່ານັ້ນ. ພວກເຮົາຈະສົ່ງສະເພາະຂໍ້ມູນທົ່ວໄປໃຫ້ທ່ານຜ່ານທາງອີເມວ. ທ່ານຄວນຮັບຊາບໄວ້ວ່າ ອີເມວອາດຈະບໍ່ມີຄວາມປອດໄພພຽງພໍໃນການສະກັດກັ້ນການຮົ່ວໄຫຼຂອງຂໍ້ມູນ. ສະນັ້ນ, ພວກເຮົາຂໍແນະນຳໃຫ້ທ່ານ ຢ່າສົ່ງຂໍ້ມູນສ່ວນຕົວທີ່ລະອຽດອ່ອນ (ເຊັ່ນ: ໝາຍເລກປະກັນສັງຄົມຂອງທ່ານ) ໃຫ້ພວກເຮົາຜ່ານທາງອີເມວ. ຖ້າການສື່ສານທາງອີເມວຂອງທ່ານມີຄວາມລະອຽດອ່ອນ ຫຼື ປະກອບມີຂໍ້ມູນສໍາຄັນເຊັ່ນ: ບັນຊີທະນາຄານຂອງທ່ານ, ບັດເຄຣດິດ ຫຼື ເລກປະກັນສັງຄົມ; ທ່ານຄວນຈະສົ່ງຂໍ້ມູນດັ່ງກ່າວເປັນເອກະສານຜ່ານທາງໄປສະນີສະຫະລັດອາເມລິກາ. ອີກໜຶ່ງທາງເລືອກທີ່ເປັນໄປໄດ້ກໍຄື ການສົ່ງຂໍ້ມູນຜ່ານຫນ້າເວັບໄຊທີ່ປອດໄພ, ຖ້າຫາກມີ.
ຂໍ້ຄວາມທາງອີເລັກໂຕຣນິກ ອາດຈະຖືກພິຈາລະນາເປັນບັນທຶກຂອງລັດຖະບານກາງ ຖ້າຂໍ້ຄວາມດັ່ງກ່າວກົງກັບຄໍານິຍາມທີ່ຖືກບັນຍັດໄວ້ໃນ Federal Records Act (44 U.S.C. 3101 et seq.). ກໍລະນີນີ້ໝາຍຄວາມວ່າ ອີເມວທີ່ທ່ານສົ່ງໃຫ້ພວກເຮົາຈະຖືກເກັບຮັກສາໄວ້ໃນໄລຍະເວລາທີ່ແຕກຕ່າງກັນ ຖ້າຫາກອີເມວເຫຼົ່ານັ້ນນອນຢູ່ໃນຄໍານິຍາມຂອງບັນທຶກລັດຖະບານກາງ. ສໍາລັບຂໍ້ຄວາມອີເລັກໂຕຣນິກທີ່ບໍ່ໄດ້ຖືກເກັບ ກໍາໄວ້ໃນບັນທຶກດັ່ງກ່າວ ແມ່ນຈະຖືກລຶບເມື່ອບໍ່ມີຄວາມຈໍາເປັນຕ້ອງໃຊ້ງານອີກຕໍ່ໄປ.
ຂໍ້ມູນຕ່າງໆທີ່ພວກເຮົາເກັບກໍາໄວ້ ຈະຖືກນໍາໃຊ້ເພື່ອຈຸດປະສົງທີ່ແຕກຕ່າງກັນ. ພວກເຮົາຈະພະຍາຍາມຢ່າງສຸດ ຄວາມສາມາດໃນການຊີ້ແຈງໃຫ້ຈະແຈ້ງວ່າ ຂໍ້ມູນຂອງທ່ານຈະຖືກນຳໃຊ້ແນວໃດພາຍຫຼັງທີ່ຖືກເກັບກຳມາແລ້ວ, ເພື່ອໃຫ້ບັນດາຜູ້ໃຊ້ຂອງພວກເຮົາສາມາດກໍານົດ ຫຼື ຕັດສິນໃຈເອງວ່າ ພວກເຂົາຕ້ອງການສະໜອງຂໍ້ມູນດັ່ງກ່າວຫຼືບໍ່.
ພວກເຮົາອາດຈະແບ່ງປັນຂໍ້ມູນທີ່ທ່ານສະໜອງໃຫ້ແກ່ພວກເຮົາຕໍ່ກັບໜ່ວຍງານຂອງລັດຖະບານອື່ນໆ ຖ້າຫາກວ່າການສອບຖາມຂອງທ່ານມີຄວາມກ່ຽວຂ້ອງກັບໜ່ວຍງານນັ້ນ. ໃນສະຖານະການສະເພາະອື່ນໆເຊັ່ນ: ການຕອບກັບຄໍາຮ້ອງຂໍຂອງລັດຖະສະພາ ແລະ ພາກສ່ວນເອກະຊົນ, ພວກເຮົາອາດຈະຖືກຮ້ອງຂໍດ້ວຍຂໍ້ບັງຄັບທາງກົດໝາຍໃຫ້ມີການເປີດເຜີຍຂໍ້ມູນຂອງທ່ານ. ເມື່ອເປັນເຊັ່ນນີ້, ກ່ອນໜ້າທີ່ທ່ານຈະສົ່ງຂໍ້ມູນທີ່ສາມາດລະບຸຕົວຕົນສ່ວນບຸກຄົນ (ຢ່າງເຊັ່ນ: ການຕື່ມຂໍ້ມູນໃນຟອມທາງອອນລາຍ) ທ່ານຈະໄດ້ຮັບຄໍາແນະນໍາເພື່ອໃຫ້ເຂົ້າໃຈເຖິງຈຸດປະສົງ ແລະ ວິທີການທີ່ຂໍ້ມູນຂອງທ່ານຈະຖືກນໍາໃຊ້.
ທ່ານສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບວິທີທີ່ພວກເຮົາແບ່ງປັນຂໍ້ມູນຂອງທ່ານ ຢູ່ໃນໜ້າແຈ້ງການລະບົບບັນທຶກຂໍ້ມູນສ່ວນຕົວ (Privacy Act Systems of Records Notices) ຂອງພວກເຮົາ.
ພວກເຮົາຈະທໍາລາຍຂໍ້ມູນທີ່ພວກເຮົາເກັບກໍາໄວ້ພາຍຫຼັງທີ່ຂໍ້ມູນດັ່ງກ່າວໄດ້ຖືກນໍາໃຊ້ຕາມຈຸດປະສົງທີ່ກໍານົດໄວ້ ເວັ້ນເສຍແຕ່ວ່າ ພວກເຮົາຈໍາເປັນຕ້ອງເກັບຮັກສາຂໍ້ມູນດັ່ງກ່າວຕໍ່ໄປຕາມຂໍ້ບັງຄັບທາງດ້ານກົດໝາຍ ຫຼື ນະໂຍບາຍທາງການ. ຂໍ້ມູນທີ່ຖືກສົ່ງຜ່ານທາງອີເລັກໂຕຣນິກ ຈະຖືກຮັກສາໄວ້ ແລະ ຖືກທຳລາຍຕາມຫຼັກການຂອງກົດໝາຍວ່າດ້ວຍການບັນທຶກຂອງລັດຖະບານກາງ (the Federal Records Act), ຕາມລະບຽບການ ແລະ ຕາຕະລາງການບັນທຶກທີ່ໄດ້ຮັບການອະນຸມັດຈາກອົງການຄຸ້ມຄອງຄັງເກັບມ້ຽນ ແລະ ບັນທຶກແຫ່ງຊາດ (the National Archives and Records Administration). ໃນບາງກໍລະນີ, ຂໍ້ມູນທີ່ຖືກສົ່ງມາຫາພວກເຮົາອາດຈະກາຍເປັນບັນທຶກທາງກົດໝາຍ. ເມື່ອເປັນແນວນັ້ນ, ຂໍ້ມູນດັ່ງກ່າວຈະຖືກສັງກັດພາຍໃຕ້ຄໍາຮ້ອງຂໍຂອງກົດໝາຍວ່າດ້ວຍ ເສລີພາບຂອງຂໍ້ມູນຂ່າວສານ Freedom of Information Act (FOIA).
ທີມງານຂອງເຮົານໍາໃຊ້ການວິເຄາະຂໍ້ມູນຕາມວິທະຍາສາດແຫ່ງການວິເຄາະຂໍ້ມູນດິບ ເພື່ອປັບປຸງເວັບໄຊຂອງພວກເຮົາໂດຍອີງໃສ່ການໃຊ້ງານຕົວຈິງຂອງຜູ້ຊົມໃຊ້.
ໂປຣແກຣມການວິເຄາະຂໍ້ມູນຕົ້ນຕໍທີ່ພວກເຮົາໃຊ້ ແມ່ນໂປຣແກຣມການວິເຄາະດິຈິຕອນ (Digital Analytics Program (DAP)) ເຊິ່ງເປັນບັນຊີ Google Analytics ທີ່ຖືກສ້າງຂຶ້ນສະເພາະສໍາລັບການໃຊ້ງານຂອງລັດຖະບານກາງ. ໂປຣແກຣມນີ້ມີຈຸດປະສົງເພື່ອປັບປຸງປະສົບການຂອງຜູ້ໃຊ້ ແລະ ຊ່ວຍໃຫ້ໜ່ວຍງານຂອງລັດຖະບານເຂົ້າໃຈວິທີທີ່ຄົນທົ່ວໄປຄົ້ນຫາ, ເຂົ້າເຖິງ ແລະ ໃຊ້ບໍລິການຂອງລັດຖະບານຜ່ານທາງອອນລາຍ. ພວກເຮົາ ຫຼື ທີມງານ Google ແມ່ນບໍ່ສາມາດເຂົ້າເຖິງຂໍ້ມູນສະເພາະເຈາະຈົງໃນການເຂົ້າເຖິງເວັບໄຊຂອງທ່ານໄດ້. ພະນັກງານຂອງພວກເຮົາຈະມີພຽງແຕ່ສາມາດເບິ່ງຂໍ້ມູນໂດຍລວມຂອງຜູ້ໃຊ້ງານເທິງເວັບໄຊທັງຫມົດ ໃນຊ່ວງໄລຍະເວລາສະເພາະໃດຫນຶ່ງເທົ່ານັ້ນ. ພວກເຮົາອາດຈະແບ່ງປັນຂໍ້ມູນພາບລວມດັ່ງກ່າວໃຫ້ກັບທາງຫຸ້ນສ່ວນ ແລະ ຄູ່ສັນຍາຂອງເຮົາ ເພື່ອຈຸດປະສົງໃນການພັດທະນາປະສົບການຂອງຜູ້ເຂົ້າຊົມເວັບໄຊ. ແຕ່ເຖິງຈະເປັນແນວນັ້ນ, ຂໍ້ມູນການຕິດຕາມຂອງລັດຖະບານກາງທີ່ຢູ່ໃນໂປຣແກຣມການວິເຄາະດິຈິຕອນ ຈະບໍ່ຖືກແບ່ງປັນກັບຫຸ້ນສ່ວນທາງດ້ານການໂຄສະນາຂອງບໍລິສັດ Google ແຕ່ຢ່າງໃດ. ໂປຣແກຣມດັ່ງກ່າວ ຈະບໍ່ມີຂະບວນການເກັບກໍາຂໍ້ມູນສ່ວນບຸກຄົນ ແລະ ໜ່ວຍງານຕ່າງໆຈະບໍ່ສາມາດສົ່ງຕໍ່ຂໍ້ມູນສ່ວນບຸກຄົນໃດໆເຂົ້າໄປໃນບັນຊີຂອງໂປຣແກຣມດັ່ງກ່າວ. ນອກຈາກນັ້ນ, ລະຫັດຂອງໂປຣແກຣມຈະປິດບັງເລກທີ່ຢູ່ IP ໄວ້ທັນທີໃນຈຸດທີ່ສາມາດເຮັດໄດ້ ແລະ ທີ່ຢູ່ IP ຕົ້ນສະບັບຈະບໍ່ໄດ້ຖືກບັນທຶກໄວ້ແຕ່ຢ່າງໃດ.
ໃນວັນທີ 8 ພະຈິກ 2016, ຫ້ອງການບໍລິຫານ ແລະ ງົບປະມານ (Office of Management and Budget (OMB)) ໄດ້ເຜີຍແຜ່ບົດບັນທຶກຄວາມເຂົ້າໃຈກ່ຽວກັບນະໂຍບາຍສໍາລັບເວັບໄຊສາທາລະນະຂອງລັດຖະບານກາງ ແລະ ການບໍລິການດ້ານດິຈິຕອນ Policies for Federal Agency Public Websites and Digital Services, ເຊິ່ງໄດ້ຮຽກຮ້ອງໃຫ້ອົງການບໍລິຫານຂອງລັດຖະບານກາງນໍາໃຊ້ລະຫັດ JavaScript Program Analytics ຢູ່ໃນທຸກເວັບໄຊຂອງລັດຖະບານກາງທີ່ເປີດເປັນສາທາລະນະ. ສໍາລັບຜູ້ທີ່ເຂົ້າຊົມເວັບໄຊຂອງພວກເຮົາ ແມ່ນໃຫ້ຮັບຊາບກັນໄວ້ລ່ວງໜ້າເລີຍວ່າ ພວກເຮົາຈະເກັບກໍາຂໍ້ມູນການເຂົ້າຊົມເວັບໄຊຂອງທ່ານ ແລະ ນໍາໃຊ້ເພື່ອປັບປຸງ ແລະ ພັດທະນາປະສົບການຂອງຜູ້ຊົມໃຊ້ເທົ່ານັ້ນ.
ສໍາລັບລາຍລະອຽດເພີ່ມເຕີມກ່ຽວກັບໂປຣແກຣມການວິເຄາະດິຈິຕອນ, ກະລຸນາຕິດຕໍ່ dap@support.digitalgov.gov.
ພະແນກຂອງພວກເຮົາ ມີໜ້າທີ່ຮັບຜິດຊອບຈັດການໜ້າ page ຫຼື ບັນຊີທາງການຂອງພວກເຮົາທີ່ຢູ່ໃນເວັບໄຊພາຍນອກ, ລວມທັງຊ່ອງທາງສື່ສັງຄົມອອນລາຍອື່ນໆອີກຫຼາກຫຼາຍ ເພື່ອອໍານວຍຄວາມສະດວກໃຫ້ກັບຜູ້ທີ່ມີຄວາມສົນໃຈທີ່ຢູ່ພາຍໃນ ແລະ ຕ່າງປະເທດຂອງສະຫະລັດອາເມລິກາ ໃນການເຜີຍແຜ່ຄວາມຮັບຮູ້ກ່ຽວກັບກິດຈະກໍາ, ເຫດການ, ຂ່າວ, ແລະ ຂໍ້ມູນຂ່າວສານຕ່າງໆ.
ການເຄື່ອນໄຫວຂອງທ່ານຢູ່ໃນເວັບໄຊພາຍນອກເຫຼົ່ານີ້ ຈະຖືກຄຸ້ມຄອງພາຍໃຕ້ນະໂຍບາຍຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງເວັບໄຊພາຍນອກ. ພວກເຮົາຈະບໍ່ນໍາໃຊ້ເວັບໄຊພາຍນອກເພື່ອເກັບກໍາຂໍ້ມູນສ່ວນຕົວຂອງທ່ານ. ໂດຍທົ່ວໄປ, ຂໍ້ມູນຂອງຜູ້ຊົມໃຊ້ເວັບໄຊພາຍນອກຈະມັກຖືກກັບບຸກຄົນອື່ນໆ, ອາດຈະເປັນໃນກຸ່ມຜູ້ໃຊ້ ຫຼື ບຸກຄົນທີສາມທີ່ເປັນຜູ້ຮັບຜິດຊອບຈັດການເວັບໄຊນັ້ນໆ. ສະນັ້ນ, ທ່ານຄວນທໍາຄວາມເຂົ້າໃຈຕໍ່ກັບນະໂຍບາຍຄວາມເປັນສ່ວນຕົວໃນການນໍາໃຊ້ເວັບໄຊພາຍນອກໃຫ້ລະອຽດຖີ່ຖ້ວນ ເພື່ອຮັບປະກັນວ່າ ທ່ານມີຄວາມເຂົ້າໃຈໃນວິທີການທີ່ຂໍ້ມູນຂອງທ່ານຈະຖືກນໍາໄປໃຊ້. ພ້ອມດຽວກັນນັ້ນ, ທ່ານຄວນປັບການຕັ້ງຄ່າຄວາມເປັນສ່ວນຕົວໃນບັນຊີຂອງທ່ານຢູ່ໃນເວັບໄຊພາຍນອກໃຫ້ກົງກັບຄວາມຕ້ອງການຂອງທ່ານ.
ພວກເຮົານໍາໃຊ້ຜົນການປະເມີນຄວາມເພິ່ງພໍໃຈຂອງລູກຄ້າ American Customer Satisfaction Index (ACSI) ທີ່ເປັນການສໍາຫຼວດຜ່ານທາງອອນລາຍແບບຕໍ່ເນື່ອງ ເພື່ອເກັບກໍາຄໍາຕິຊົມ ແລະ ຂໍ້ມູນກ່ຽວກັບຄວາມພຶງພໍໃຈຂອງຜູ້ເຂົ້າຊົມເວັບໄຊ state.gov. ການສໍາຫຼວດນີ້ ບໍ່ແມ່ນຂໍ້ບັງຄັບ ແລະ ບໍ່ໄດ້ເກັບກໍາຂໍ້ມູນສ່ວນບຸກຄົນແຕ່ຢ່າງໃດ. ນອກຈາກນີ້, ພວກເຮົາອາດຈະນໍາໃຊ້ແບບສອບຖາມແບບຈໍາກັດອື່ນໆ ເພື່ອຈຸດປະສົງໃນການໃຊ້ງານຢ່າງອື່ນອີກ ແຕ່ພວກເຮົາຈະອະທິບາຍລາຍລະອຽດຕ່າງໆໃຫ້ທ່ານຊາບ ໃນເວລາທີ່ມີການເປີດໃຊ້ແບບສອບຖາມດັ່ງກ່າວ.
ພະແນກຂໍ້ມູນຂ່າວສານ Department’s Bureau of Global Public Affairs (GPA) ນຳໃຊ້ບໍລິການ GovDelivery ເພື່ອສົ່ງຂໍ້ຄວາມທາງອີເມວໃຫ້ກັບຜູ້ໃຊ້ທີ່ລົງທະບຽນຮັບອີເມວ. ຫ້ອງການຂອງ GPA ທີ່ເປັນຖານເວັບໄຊທົ່ວໂລກ ເຮັດໜ້າທີ່ເປັນຕົວແທນຜູ້ບໍລິຫານຂອງສໍານັກງານໃຫ້ບໍລິການ GovDelivery ແລະ ຄວບຄຸມບຸກຄົນຢູ່ໃນພະແນກທີ່ສາມາດເຂົ້າເຖິງການສົ່ງອີເມວ, ສ້າງ ຫຼື ລຶບຫົວຂໍ້ຕ່າງໆ.
GovDelivery ເປັນລະບົບການຈັດການຂອງການສະໝັກສະມາຊິກເພື່ອຮັບອີເມວ ທີ່ອະນຸຍາດໃຫ້ບຸກຄົນທົ່ວໄປ (ຜູ້ໃຊ້) ສະໝັກຮັບຂ່າວສານ ແລະ ຂໍ້ມູນໃນເວັບໄຊ www.state.gov. ຜູ້ໃຊ້ GovDelivery ສາມາດ ເລືອກຫົວຂໍ້ສະເພາະທີ່ພວກເຂົາສົນໃຈ. ໃນເວລາທີ່ມີຂໍ້ມູນຂ່າວສານກ່ຽວກັບຫົວຂໍ້ນັ້ນໆ ຖືກເຜີຍແຜ່ໂດຍທາງພະແນກ, ຜູ້ໃຊ້ທີ່ລົງທະບຽນກໍຈະໄດ້ຮັບອີເມວ. ບັນຊີການສະໝັກຂອງຜູ້ໃຊ້ ຈະປະກອບດ້ວຍທີ່ຢູ່ອີເມວ ແລະ ຫົວຂໍ້ທີ່ພວກເຂົາຕ້ອງການໄດ້ຮັບການອັບເດດທາງອີເມວ. ຜູ້ໃຊ້ອາດຈະປັບແຕ່ງ ແລະ ຈັດການຂໍ້ມູນການສະໝັກຂອງເຂົາເຈົ້າເພື່ອໃຫ້ໄດ້ຮັບປະເພດຂອງຂໍ້ມູນຕາມຕ້ອງການ ແລະ ສາມາດຍົກເລີກການສະໝັກຂອງພວກເຂົາໄດ້ທຸກເມື່ອ.
ຜູ້ໃຊ້ທີ່ມີສ່ວນຮ່ວມກັບລະບົບ GovDelivery ຂອງພະແນກຈະໄດ້ຮັບການປົກປ້ອງຄວາມເປັນສ່ວນຕົວໃນເວລາທີ່ມີການພົວພັນກັບພະແນກ. ພວກເຮົາຈະນໍາໃຊ້ທີ່ຢູ່ອີເມວທີ່ໄດ້ຮັບຈາກຜູ້ໃຊ້ ເພື່ອສົ່ງຂໍ້ຄວາມທີ່ກ່ຽວຂ້ອງກັບຫົວຂໍ້ທີ່ຖືກເລືອກໂດຍຜູ້ໃຊ້ໃນລະບົບ GovDelivery. ພວກເຮົາຈະບໍ່ໃຊ້ບໍລິການ GovDelivery ເພື່ອ: 1) ສົ່ງອີເມວທີ່ບໍ່ກ່ຽວຂ້ອງກັບຫົວຂໍ້ທີ່ຜູ້ໃຊ້ເລືອກ; 2) ເຄື່ອນໄຫວຊອກຫາຂໍ້ມູນທີ່ສາມາດລະບຸຕົວຕົນໄດ້; ແລະ 3) ຄົ້ນຫາຂໍ້ມູນສ່ວນຕົວທີ່ສາມາດລະບຸຕົວຕົນໄດ້ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການຍົກເວັ້ນຈາກໜ່ວຍງານຄວາມເປັນສ່ວນຕົວຂອງພວກເຮົາ. ໃນກໍລະນີທີ່ຜູ້ໃຊ້ເຜີຍແຜ່ ຫຼື ສົ່ງຂໍ້ມູນສ່ວນຕົວທີ່ສາມາດລະບຸຕົວຕົນໄດ້ໃຫ້ກັບລະບົບ GovDelivery, ພວກເຮົາຈະນໍາໃຊ້ຂໍ້ມູນດັ່ງກ່າວເທົ່າທີ່ຈໍາເປັນ ເພື່ອຕອບສະໜອງຈຸດປະສົງທີ່ໄດ້ຮັບການອະນຸຍາດພາຍໃຕ້ລັດຖະບັນຍັດ, ຄໍາສັ່ງບໍລິຫານ, ຫຼື ລະບຽບການທາງກົດໝາຍ.
ທັງພະແນກ ຫຼື GovDelivery ຈະບໍ່ແບ່ງປັນຂໍ້ມູນກ່ຽວກັບບັນຊີການສະໝັກສະມາຊິກ (ລວມເຖິງທີ່ຢູ່ອີເມວ) ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ການຍົກເວັ້ນຈາກໜ່ວຍງານຄວາມເປັນສ່ວນຕົວ.
“ຄຸກກີ້” ແມ່ນເປັນຂໍ້ຄວາມນ້ອຍໆທີ່ຖືກນໍາໃຊ້ສໍາລັບໄລຍະການດໍາເນີນການ (session cookies) ຫຼື ບັນທຶກໄວ້ໃນຮາດໄດຣ໌ (hard drive) ຂອງຜູ້ໃຊ້ເພື່ອລະບຸຜູ້ໃຊ້ງານ ຫຼື ຂໍ້ມູນກ່ຽວກັບຜູ້ໃຊ້ງານດັ່ງກ່າວ ໃນຄັ້ງຕໍ່ໄປທີ່ລາວເຂົ້າສູ່ລະບົບເວັບໄຊ (persistent cookies). ຖ້າຫາກວ່າທ່ານບໍ່ຕ້ອງການທີ່ຈະມີ session cookies ຫຼື persistent cookies ເກັບບັນທຶກໄວ້ໃນເຄື່ອງຂອງທ່ານ, ທ່ານສາມາດປິດລະບົບ cookies ໃນຕົວທ່ອງເວັບ (browser) ໄວ້ໄດ້. ທ່ານຍັງສາມາດເຂົ້າເຖິງຂໍ້ມູນ ແລະ ຊັບພະຍາກອນຕ່າງໆທັງໝົດຢູ່ໃນເວັບໄຊຂອງພວກເຮົາ, ແຕ່ການປິດລະບົບ cookies ອາດຈະສົ່ງຜົນກະທົບຕໍ່ການເຮັດວຽກຂອງບາງເວັບໄຊ. ໃຫ້ທ່ານຮັບຊາບໄວ້ວ່າ ການປິດການນຳໃຊ້ຄຸກກີ້ໃນຕົວທ່ອງເວັບ (browser) ຈະສົ່ງຜົນກະທົບຕໍ່ການນໍາໃຊ້ຄຸກກີ້ຢູ່ໃນເວັບໄຊອື່ນໆ ທີ່ທ່ານເຂົ້າເບິ່ງເຊັ່ນດຽວກັນ.
ເວັບໄຊນີ້ ອາດຈະນໍາສະເໜີເນື້ອໃນດ້ານການສຶກສາໃຫ້ແກ່ເດັກນ້ອຍອາຍຸທີ່ມີອາຍຸຕ່ຳກວ່າ 13 ປີ. ຖ້າເວັບໄຊຂອງທາງພະແນກເຮົາ ມີຄວາມຕ້ອງການທີ່ຈະເກັບກຳຂໍ້ມູນກ່ຽວກັບເດັກນ້ອຍອາຍຸຕ່ຳກວ່າ 13 ປີ, ພວກເຮົາຈະໃຫ້ຂໍ້ມູນ ແລະ ຄຳແນະນຳທີ່ສອດຄ່ອງກັບກົດໝາຍວ່າດ້ວຍການປົກປ້ອງຄວາມເປັນສ່ວນຕົວທາງ ອອນລາຍຂອງເດັກນ້ອຍ (the Children’s Online Privacy Protection Act). ຫນ້າເວັບຈະລະບຸຢ່າງຊັດເຈນ ວ່າຂໍ້ມູນດັ່ງກວ່າຈະຖືກນໍາໃຊ້ສໍາລັບບຸກຄົນໃດ, ຜູ້ໃດທີ່ຈະເຫັນຂໍ້ມູນດັ່ງກ່າວ ແລະ ມັນຈະຖືກເກັບຮັກສາໄວ້ດົນປານ ໃດ.
ເວັບໄຊນີ້ ອາດມີລິ້ງທີ່ເຊື່ອມຕໍ່ກັບເວັບໄຊຂອງອົງການລັດຖະບານກາງອື່ນໆ, ອົງການສາກົນ, ອົງການຈັດຕັ້ງເອກະຊົນ, ແລະ ບາງຫົວໜ່ວຍທາງການຄ້າ. ເມື່ອທ່ານເຂົ້າໄປຢ້ຽມຊົມເວັບໄຊອື່ນນອກເໜືອຈາກເວັບໄຊຂອງພວກເຮົາ, ການໃຊ້ງານຂອງທ່ານ ຈະນອນຢູ່ໃນນະໂຍບາຍຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງເວັບໄຊນັ້ນໆ. ພວກເຮົາຂໍແນະນໍາໃຫ້ທ່ານອ່ານນະໂຍບາຍຄວາມເປັນສ່ວນຕົວຂອງເວັບໄຊແຕ່ລະອັນທີ່ທ່ານເຂົ້າໄປຮັບຊົມ. ພວກເຮົາບໍ່ໄດ້ຄວບຄຸມ ຫຼື ຮັບປະກັນຄວາມຖືກຕ້ອງ, ຄວາມກ່ຽວຂ້ອງ, ເວລາ ຫຼື ຄວາມຄົບຖ້ວນຂອງຂໍ້ມູນທີ່ມີຢູ່ໃນເວັບໄຊຕ່າງໆທີ່ຖືກເຊື່ອມໂຍງ. ພວກເຮົາບໍ່ໄດ້ຮັບຮອງອົງການ ຫຼື ບຸກຄົນທີ່ມີໜ້າທີ່ຈັດການເວັບໄຊທີ່ພວກເຮົາເຊື່ອມຕໍ່ຫາ ຕະຫຼອດຮອດແນວຄິດທັດສະນະ, ຜະລິດຕະພັນ ຫຼື ການບໍລິການທີ່ພວກເຂົານໍາສະເໜີ.
ພວກເຮົາຍິນດີຮັບເອົາທຸກຄໍາຄິດເຫັນຖ້າຫາກທ່ານມີຄໍາຖາມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ ຫຼື ການນໍາໃຊ້ຂໍ້ມູນຂອງທ່ານ. ທ່ານສາມາດອ່ານເອກະສານການປະຕິບັດຄວາມເປັນສ່ວນຕົວ, ການປະເມີນຜົນກະທົບຕໍ່ຄວາມເປັນສ່ວນຕົວ Privacy Impact Assessments (PIA) ແລະ ລະບົບການແຈ້ງການບັນທຶກຂໍ້ມູນ Systems of Records Notices (SORN) ຢູ່ທີ່ໜ້າເວັບໄຊ www.state.gov/privacy. ສໍາລັບຂໍ້ມູນເພີ່ມຕື່ມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ, ກະລຸນາຕິດຕໍ່ຫາໜ່ວຍງານຄວາມເປັນສ່ວນຕົວທີ່ privacy@state.gov ຫຼື ສົ່ງໄປສະນີມາຫາພວກເຮົາທີ່:
Office of Global Information Services
Privacy Office – A/GIS/PRV
State Annex 9
U.S. Department of State
Washington, DC 20006
ຂໍ້ມູນຖືກອັບເດດໃນເດືອນມິຖຸນາ 2020
Please call: +856-21-487-600 or +1 301 985-8789 ext. 7600
Outside of Office Hours, contact: +856-21-487-000
Outside of Laos: +1 301 985-8789
Emergency Contact – All Locations Get Travel Alerts International Parental Child Abduction Arrest of a U.S. Citizen Death of a U.S. Citizen Victims of Crime Emergency Financial Assistance