ສ. ອາເມລິກາ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມຈັດງານວິຊາການເນື່ອງໃນໂອກາດວັນຊັບສິນທາງປັນຍາໂລກ

26 ເດືອນເມສາ, 2023 | ບົດຂ່າວ

ໃນວັນທີ 25 ເມສາ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຖານທູດສະຫະລັດອາເມລິກາ ປະຈໍານະຄອນຫຼວງວຽງຈັນ ແລະ ກະຊວງການຕ່າງປະເທດ ແຫ່ງສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜຸນຈັດກອງປະຊຸມທາງດ້ານວິຊາການ ກ່ຽວກັບແມ່ຍິງ ແລະ ຊັບສິນທາງປັນຍາ (IP) ພາຍໃຕ້ຫົວຂໍ້ ການສະເຫຼີມສະຫຼອງນະວັດຕະກຳ ແລະ ຫົວຄິດປະດິດສ້າງເພື່ອສົ່ງເສີມການປົກປ້ອງຄວາມເປັນມືອາຊີບທາງດ້ານຄວາມຄິດສ້າງສັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງຜູ້ທີ່ມີຄວາມຄິດສ້າງສັນ ຢູ່ ສປປ…

ສ.ອາເມລິກາ ແລະ ສປປ ລາວ ແລກປ່ຽນບົດຮຽນກ່ຽວກັບວຽກງານຕ້ານການຄ້າມະນຸດ

20 ເດືອນມີນາ, 2023 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານຮອງທູດ ແຊ່ເນິນ ແຟໂຣ ຈາກສະຖານທູດສະຫະລັດ ປະຈໍາ ສປປ ລາວ ແລະ ທ່ານ ພັນເອກ ລັດສະໝີ ໄຊຍະຄໍາ, ຫົວໜ້າກົມຕໍາຫຼວດສະກັ້ດກັ້ນ ແລະ ຕ້ານການຄ້າມະນຸດ ທັງເປັນຫົວໜ້າຫ້ອງການກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເປັນປະທານຮ່ວມ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ໃນວັນທີ 17,…

Great Seal of the United States

ຖະແຫລງການ ອູແກຣນ

24 ເດືອນກຸມພາ, 2023 | ນະໂຍບາຍ, ບົດຂ່າວ

ເປັນເວລາຄົບໜື່ງປີນັບຕັ້ງແຕ່ການເລີ້ມການບຸກໂຈມຕີຢູເຄຣນຢ່າງເຕັມຮູບແບບຂອງລັດເຊຍ ໜື່ງປີກ່ອນ, ຄວາມໜັ້ນຄົງໃນທົ່ວໂລກຖືກສັ່ນສະເທືອນຢ່າງໝັກ ເມື່ອລັດເຊຍເລີ່ມເຮັດສົງຄາມຢ່າງເຕັມຮູບແບບກັບຢູເຄຣນ. ການບຸກລຸກຢູເຄຣນຂອງລັດເຊຍເຮັດໃຫ້ພວກເຮົາທຸກຄົນຕັ້ງຄໍາຖາມວ່າ: ໂລກຈະກັບໄປສູ່ການປົກຄອງທີ່ໂຫດຮ້າຍຫຼືບໍ່, ຫຼື ສະມາຊິກຂອງອົງການສະຫະປະຊາຊາດສາມາດປົກປ້ອງຫຼັກການກົດບັດຂອງຕົນຫຼືບໍ່, ແລະ ນໍາເອົາລະບຽບກົດໝາຍກັບຄືນມາສູ່ການພົວພັນສາກົນ? ການຮັບປະກັນຄວາມໝັ້ນຄົງສໍາລັບປະເທດທີ່ຕ້ອງການສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຫຼາຍກວ່າຄວາມໂຫດຮ້າຍ ແລະ ສົງຄາມ ຍັງຈະມີຢູ່ບໍ່? ໃນຕອນເຊົ້າຂອງວັນທີ 24 ກຸມພາ 2022, ມີກຳລັງພົນຂອງທະຫານປະມານ 150,000 ຄົນ, ສະຫະພັນລັດເຊຍບຸກຢູເຄຣນ,…

ປະເທດສະຫະລັດອາເມລິກາຊ່ວຍສົ່ງເສີມວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຢູ່ໃນ ສປປ ລາວ

7 ເດືອນກຸມພາ, 2023 | ບົດຂ່າວ

ນະຄອນຫຼວງວຽງຈັນ, ວັນທີ 3 ກຸມພາ 2023 – ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໄດ້ເປີດຕົວໂຄງການໃໝ່ທີ່ມີໄລຍະເວລາ 5 ປີ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດໂດຍສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເຈເອສໄອ (JSI) ຮ່ວມກັບ ກະຊວງສາທາລະນະສຸກ ແລະ…

ເອກອັກຄະລັດຖະທູດ ສ. ອາເມລິກາ ແລະ ລັດຖະມົນຕີ ລົງນາມຕໍ່ສັນຍາ ໂຄງການຄູສອນພາສາອັງກິດ

6 ເດືອນມັງກອນ, 2023 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 28 ທັນວາ 2022 ທີ່ນະຄອນຫຼວງວຽງຈັນ, ສະຖານທູດສະຫະລັດອາເມລິກາ ປະຈຳລາວ ແລະ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ຮ່ວມລົງນາມ ເຊັນສັນຍາຮ່ວມມືໂຄງການຄູສອນພາສາອັງກິດ ໃນໄລຍະເວລາ3ປີ (2022 – 2025) ເພື່ອນຳເອົາຜູ້ຊ່ວຍຄູສອນພາສາອັງກິດ ຈຳນວນ…

ສ. ອາເມລິກາ ມອບມຸ້ງເຄືອບຢາ ແລະ ອຸປະກອນມູນຄ່າ160486 ໂດລາ ໃຫ້ແກ່ ສປປ ລາວ ເພື່ອປ້ອງກັນພະຍາດໄຂ້ມາລາເລຍ

5 ເດືອນມັງກອນ, 2023 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ — ປະເທດສະຫະລັດອາເມລິກາ ສືບຕໍ່ການສະໜັບສະໜູນ ໃຫ້ແກ່ ສປປ ລາວ ໃນການຕໍ່ສູ້ກັບ ມາລາເລຍ. ໃນວັນທີ 5 ມັງກອນ 2023, ທ່ານ ດຣ. ເຄວິນ ສະມິດ, ຮັກສາການ ຜູ້ຕ່າງໜ້າອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ ຫຼື…

ອົງການ USAID ແລະ WHO ມອບອຸປະກອນການແພດ ມູນຄ່າ 2 ລ້ານໂດລາສະຫະລັດ ເພື່ອຮັບມືກັບພະຍາດໂຄວິດ-19

16 ເດືອນພະຈິກ, 2022 | ບົດຂ່າວ

ວັນທີ 15 ພະຈິກ 2022, ນະຄອນຫຼວງວຽງຈັນ, ສປປ ລາວ: ມື້ນີ້ ທີ່ນະຄອນຫຼວງວຽງຈັນ, ດຣ. ປີເຕີ ເອັມ. ເຮມ໋ອນ,  ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ດຣ. ຢູ ລີ ປາກ, ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມອບອຸປະກອນການແພດ…

ສ.ອາເມລິກາ ແລະ ສປປ ລາວ ຫາລືການພົວພັນຮ່ວມມືແບບກວມລວມສອງຝ່າຍ ຄັ້ງທີ 10

17 ເດືອນຕຸລາ, 2022 | ບົດຂ່າວ

ໃນວັນທີ 14 ຕຸລາ 2022, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມມືສອງຝ່າຍແບບກວມລວມ ທີ່ ນະຄອນຫຼວງວຽງຈັນ ໂດຍໄດ້ປຶກສາຫາລືເຖິງທິດທາງໃນການຂະຫຍາຍຂອບການຮ່ວມມືຂອງສອງຝ່າຍ. ຄະນະຜູ້ແທນຝ່າຍ ສປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນຂະນະທີ່ ຄະນະຜູ້ແທນຝ່າຍ ສະຫະລັດ ແມ່ນນຳພາໂດຍ ທ່ານ…

ສປປ ລາວ ຊົມເຊີຍຜົນສຳເລັດ ຂອງນັກສຶກສາລະບາດວິທະຍາພາກສະໜາມ 8 ທ່ານ

6 ເດືອນກໍລະກົດ, 2022 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສ.ປ.ປ. ລາວ — ທ່ານອຸປະທູດ ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ຈອຍ ຊາກຸໄລ ໄດ້ເຂົ້າຮ່ວມເປັນປະທານຮ່ວມ ກັບ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບໃບຢັ້ງຢືນຈົບຫຼັກສູດອົບຮົມລະບາດວິທະຍາພາກສະໜາມ ລຸ້ນທີ 13. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມ ຄຣາວພາຊາ ເປັນກຽດເຂົ້າຮ່ວມໂດຍ…

ອົງການ USAID ສະໜັບສະໜູນ ກະຊວງສາທາລະນະສຸກ ໃນການຜັນຂະຫຍາຍການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ

29 ເດືອນມີນາ, 2022 | ບົດຂ່າວ

ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2022 – ໃນມື້ນີ້, ອົງການພັດທະນາສາກົນຂອງ ສະຫະລັດອາເມລິກາ (USAID) ໄດ້ມອບອຸປະກອນລະບົບຄວາມເຢັນເກັບຮັກສາວັກຊີນ ເເລະ ອຸປະກອນໄອທີ ມູນຄ່າປະມານ 150,000 ໂດລາສະຫະລັດ ໃຫ້ເເກ່ ກະຊວງສາທາລະນະສຸກ ຢ່າງເປັນທາງການ ເພື່ອຊ່ວຍຜັນຂະຫຍາຍວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍສະເພາະໃນຊຸມຊົນຫ່າງໄກສອກຫຼີກ.…

ສະຫະລັດອາ​ເມ​ລິ​ກາ ແລະ ສປປ ລາວ ສືບຕໍ່ຄໍາໝັ້ນສັນຍາຊອກຫາທະຫານອາເມລິກາທີ່ຫາຍສາບສູນ

21 ເດືອນມີນາ, 2022 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ— ໃນວັນ​ທີ 14 ມິຖຸນາ​, ທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມ​ລິ​ກາ ປະຈຳ ສປປ ລາວ ທ່ານ ປອ.​ ປີເຕີ ​ເອັມ ​ເຮ​ມ໋ອນ ​ໄດ້​ເຂົ້າ​ຮ່ວມກັບ​ຜູ້ອຳນວຍການໃຫຍ່ຂອງອົງການ​ຮັບຜິດຊອບຊະເລີຍເສິກ ແລະ ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ຂອງກະຊວງປ້ອງກັນປະເທດສະຫະລັດອາເມລິກາ ຫຼື ເອີ້ນຫຍໍ້ວ່າ (DPAA), ທ່ານ ແຄລລີ່ ເຄ.…

ອົງການ USAID ເສີມຂະຫຍາຍການຮ່ວມມືກັບ ສປປ ລາວ

17 ເດືອນພຶດສະພາ, 2022 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ອິໂຊເບວ ໂຄນແມ່ນ, ຮອງຜູ້ບໍລິຫານດ້ານນະໂຍບາຍແລະແຜນໂຄງການຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ ຫຼື USAID, ໄດ້ຢ້ຽມຢາມ ສປປ ລາວ ໃນຄັ້ງວັນທີ 13-14 ພຶດສະພາ 2022. ການຢ້ຽມຢາມຄັ້ງນີ້ແມ່ນເນັ້ນໃຫ້ເຫັນຄວາມມຸ່ງໝັ້ນຂອງອົງການ USAID ພາຍໃຕ້ ກອບການຮ່ວມມືແບບກວມລວມ ລາວ-ອາເມລິກາ ເຊິ່ງລິເລີ່ມໂດຍປະທານາທິບໍດີ ບາລັກ ໂອບາມາ…

USAID ສະໜັບສະໜູນໂຄງການໃໝ່ເພື່ອຮັບມືກັບຜົນກະທົບຂອງພະຍາດໂຄວິດຕໍ່ເສດຖະກິດ ແລະ ສຶກສາ ມູນໃນລາວ ຄ່າລວມ 5.6...

13 ເດືອນພຶດສະພາ, 2022 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ດຣ. ອິສໂຊເບວ ໂຄແມນ, ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະກາດທຶນຊ່ວຍເຫຼືອມູນຄ່າ 5.6 ລ້ານໂດລາສະຫະລັດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ລະບົບການສຶກສາ ແລະ ເສດຖະກິດ ໃນວັນທີ 13 ພຶດສະພາ 2022. ທ່ານນາງ ອິໂຊເບວ…

ສະຫະລັດອາເມລິກາສະໜັບສະໜູນບຸກຄະລາກອນດ້ານການແພດຟື້ນຟູໜ້າທີ່ການຢູ່ ສປປ ລາວ

22 ເດືອນເມສາ, 2022 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ —  ວັນທີ 20 ເມສາ 2022, ທ່ານ ປ.ອ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະ​ຈຳ   ສ​ປ​ປ ລາວ, ພ້ອມດ້ວຍ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເພື່ອເປີດຫ້ອງຝຶກອົບຮົມ​ຍົກ​ລະ​ດັບ​ວິ​ຊາ​ການດ້ານການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ ​ທີ່ສູນການແພດຟື້ນຟູໜ້າທີ່ການ…

ສະຖານທູດສະຫະລັດອາເມລິກາ ໄດ້ຈັດຝຶກອົບຮົມທັກສະວິຊາການກວດກາເອກະສານເດີນທາງເຂົ້າ-ອອກ ດ່ານໃຫ້ມີຄວາມປອດໄພ

18 ເດືອນມີນາ, 2022 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 16-18 ເດືອນ ມີນາ 2022, ສະຖານທູດສະຫະລັດ ອາເມລິກາ ໄດ້ຈັດຝຶກອົບຮົມ ຢູ່ທີ່ນະຄອນຫຼວງພະບາງ ເປັນເວລາ ສາມວັນ ໃນຫົວຂໍ້ ທັກສະວິຊາການໃນການກວດກາເອກະສານເດີນທາງເຂົ້າ-ອອກເມືອງໃຫ້ມີຄວາມປອດໄພ ໃຫ້ແກ່ເຈົ້າໜ້າທີ່ພາສີ ຈາກບັນດາແຂວງພາກເໜືອ ແລະ ພະນັກງານປ້ອງກັນຄວາມປອດໄພກົມການບິນພົນລະເຮືອນ. ງານຝຶກອົບຮົມໄດ້ມີການເຂົ້າຮ່ວມເປັນປະທານຂອງ ທ່ານ ອຽນ ນໍຣີສ,…

Great Seal of the United States

ບົດຖະແຫລງການຂອງ ສະຖານທູດ ສ. ອາເມລິກາ ຕໍ່ສະພາບການຂອງປະເທດອູແກຣນ

15 ເດືອນມີນາ, 2022 | ບົດຂ່າວ

ທີ່ນະຄອນຫລວງວຽງຈັນ, ສປປ ລາວ – ກ່ອນອື່ນ ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງກະຊວງການຕ່າງປະເທດ ທີ່ໄດ້ອຳນວຍຄວາມສະດວກໃນການເຂົ້າຮ່ວມຂອງສື່ມວນຊົນໃນມື້ນີ້,  ແລະ ພວກຂ້າພະເຈົ້າກໍ່ຂໍຂອບໃຈບັນດາຜູ້ຕາງໜ້າຈາກສຳນັກງານຂ່າວສານຕ່າງທີ່ໄດ້ມາເຕົ້າໂຮມກັນໃນມື້ນີ້. ໃນອາທິດທີ່ຜ່ານມາ, ຜູ້ຕາງໜ້າຈາກສະຖານທູດຣັດເຊຍ ໄດ້ເຮັດໃຫ້ປະຊາຊົນລາວຕົກຢູ່ໃນກະແສຖືກຕົວະຍົວະຫລອກຫລວງ ແລະ ມີການບິດເບືອນຂໍ້ມູນກ່ຽວກັບການຮຸກຮານທີ່ຜິດກົດໝາຍຕໍ່ປະເທດອູແກຣນ. ໃນມື້ນິ້, ສະຖານທູດສະຫະລັດອາເມລິກາ ຕ້ອງການໃຫ້ຂໍ້ມູນທີ່ເປັນຄວາມຈິງກ່ຽວກັບການເລືອກເຮັດສົງຄາມຂອງປະທານາທິບໍດີ ປູຕິນ. ແລະ ນີ້ແມ່ນຄວາມຈິງພື້ນຖານ: ຣັດເຊຍ ແມ່ນກຳລັງດຳເນີນການໂຈມຕີທີ່ຕົນເອງໄດ້ຕຶກຕອງໄວ້ກ່ອນລ່ວງໜ້າແລ້ວ, ເປັນການໂຈມຕີທີ່ບໍ່ມີເຫດຜົນ ແລະ ບໍ່ຍຸດຕິທຳ…

ທຸກໆຊາດຈະໄດ້ຮັບຄວາມເສຍຫາຍຈາກການຮຸກຮານຂອງຣັດເຊຍຕໍ່ຢູເຄຣນ

4 ເດືອນມີນາ, 2022 | ບົດຂ່າວ

ໂດຍ ທ່ານ ນາງ ອີນາ ມາຈູລິໂອນີແຕແລະ ປອ. ປີເຕີ ເຮມ໋ອນ ໃນວັນທີ 24 ເດືອນກຸມພາ ທີ່ຜ່ານມາ, ປະທານາທິບໍດີ ປູຕິນ ວາລາດີເມຍ ຂອງປະເທດຣັດເຊຍ ໄດ້ມີຄຳສັ່ງໃຫ້ໂຈມຕີ ປະເທດຢູເຄຣນ ຢ່າງບໍ່ຍຸຕິທຳ  ແລະ ບໍ່ມີເຫດຜົນ ດ້ວຍກອງກຳລັງທະຫານຂອງຣັດເຊຍ.   ການເລືອກເຮັດສົງຄາມທີ່ໄດ້ຕຶກຕອງໄວ້ລ່ວງໜ້າໃນຄັ້ງນີ້ ຈະນຳໄປສູ່ການສູນເສຍທາງຊີວິດ ແລະ…

ສ. ອາເມລິກາ ມອບມຸ້ງເຄືອບຢາ 220,314 ດາງ ໃຫ້ແກ່ ສປປ ລາວ ໃນການປ້ອງກັນພະຍາດໄຂ້ມາລາເລຍ ຊ່ວງວິກິດການ ໂຄວິດ...

25 ເດືອນກຸມພາ, 2022 | ບົດຂ່າວ

ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານ ໄມໂຄ ຣອນນິ້ງ, ຜູ້ຕ່າງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID, ໄດ້ມອບມຸ້ງເຄືອບຢາຍາວນານ ຈໍານວນ 220,314 ດາງ, ມູນຄ່າ 416,393 ໂດລາສະຫະລັດ ໃຫ້ແກ່ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດທະມົນຕີກະຊວງສາທາລະນະສຸກ, ໃນພິທີມອບຮັບ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນ…