ນະຄອນຫລວງວຽງຈັນ, ສປປ ລາວ— ໃນວັນທີ 26 ມັງກອນນີ້ ທ່ານເອກອັກຄະລັດຖະທູດສະຫະລັດ ອາເມລິກາ ປະຈຳ ສປປລາວ ດຣ. ປີເຕີ້ ເຮມ໋ອນ ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ແຂວງສາລະວັນ ພ້ອມດ້ວຍທ່ານ ອາຄົມ ລຳວິຈິດ ຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ໄດ້ເປັນກຽດເຂົ້າຮ່ວມພິທີວາງສີລາລືກ ເພື່ອການບູລະນະແບບຮອບດ້ານຂອງໂຮງໝໍເມືອງຄົງເຊໂດນ, ແຂວງສາລະວັນ. ໃນພິທີດັ່ງກ່າວໄດ້ມີການເຊັນບົດບັນທືກຄວາມເຂົ້າໃຈຢ່າງເປັນທາງການເພື່ອບໍລິຫານ ປະສານງານຂອງການບູລະນະໂຮງໝໍ ລະຫວ່າງ ກະຊວງປ້ອງກັນປະເທດສະຫະລັດ ອາເມລິກາ ແລະ ພະແນກສາທາລະນະສຸກແຂວງສາລະວັນ.
ປີ2021 ນີ້ແມ່ນເປັນສັນຍາລັກອັນສຳຄັນໃນການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປລາວ ຄົບຮອບ 5 ປີ. ວຽກງານນີ້ກໍ່ແມ່ນເປັນສ່ວນຫນື່ງຂອງການຮ່ວມມືທີ່ທາງສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອເຮັດໃຫ້ບັນລຸໜື່ງໃນເປົ້າໝາຍການພັດທະນາແບບຍືນຍົງເຊີ່ງໃນນັ້ນແມ່ນລວມເອົາເປົ້າຫມາຍທີ3 ເພື່ອສຸຂະພາບທີດີ ແລະ ຊີວິດການເປັນຢູ່ທີ່ດີ. ການບູລະນະໂຮງໝໍເມືອງຄົງເຊໂດນແຫ່ງນີ້ຈະຊ່ວຍປັບປຸງການເຂົ້າເຖິງການປິ່ນປົວສຸຂະພາບໃຫ້ແກ່ປະຊາຊົນເມືອງ ຄົງເຊໂດນ ແລະ ແຂວງສາລະວັນ.
ທ່ານທູດ ເຮມ໋ອນໄດ້ກ່າວວ່າ: “ໂຮງໝໍເມືອງຄົງເຊໂດນເປັນອີກໜື່ງໃນຄວາມໜາຍທີ່ສຳຄັນໃນຄວາມມຸ້ງໝາຍຂອງສະຫະລັດອາເມລິກາ ທີ່ມີຕໍ່ດ້ານສຸຂະພາບ ແລະ ສະຫວັດດີການຂອງປະຊາຊົນໃນ ສປປລາວ, ແລະ ຕໍ່ມິດຕະພາບອັນຍິ່ງໃຫ່ຍ ລະຫວ່າງ ປະຊົນຊົນຂອງສອງຊາດກໍ່ຄື ສະຫະລັດອາເມລິກາ ແລະ ສປປລາວ. ນີ້ແມ່ນເປັນນິມິດໝາຍທີ່ດີ ເຊີ່ງສະແດງໃຫ້ເຫັນວ່າໂຮງໝໍແຫ່ງນີ້ຈະສືບຕໍ່ສະໜອງການຊ່ວຍເຫລືອແກ່ປະຊາຊົນແຂວງສາລະວັນ ເປັນເວລາອີກຫຼາຍໆປີຕໍ່ໄປ.”
ເປັນເວລາຫຼາຍກວ່າ 20 ປີແລ້ວ, ສະຫະລັດອາເມລິກາ, ໂດຍຜ່ານກະຊວງປ້ອງກັນປະເທດ ແລະ ໜ່ວຍ ງານວິສະກອນກອງທັບບົກຂອງສະຫະລັດອາເມລິກາ; ໄດ້ສະໜອງການຊ່ວຍເຫຼືອເປັນມູນຄ່າຫຼາຍກວ່າ 4,5 ລ້ານໂດລາສະຫະລັດ ໃຫ້ແກ່ແຂວງສາລະວັນ ສໍາລັບໂຄງການປຸກສ້າງ ເພື່ອວຽກງານຊ່ວຍເຫຼືອ ດ້ານມະນຸດສະທຳ ເຊີ່ງໃນນັ້ນມີມູນຄ່າເກືອບ 800,000 ໂດລາສະຫະລັດ ໄດ້ຖືກນຳໃຊ້ເຂົ້າໃນການບູລະນະໂຮງໝໍເມືອງຄົງເຊໂດນ. ໂຮງໝໍແຫ່ງນີ້ແມ່ນໄດ້ມີການປຸກສ້າງຂື້ນທຳອິດໂດຍໜ່ວຍງານວິສະ ກອນກອງທັບບົກຂອງສະຫະລັດອາເມລິກາໃນປີ 2003 ແລະ ໄດ້ຕອບສະໜອງການຊ່ວຍເຫຼືອທາງດ້ານ ສາທາລະນະສຸກໃຫ້ແກ່ ປະຊາຊົນແຂງສາລະວັນນັບຕັ້ງແຕ່ນັ້ນມາ. ໂດຍຜ່ານການຮ່ວມມືຂອງກະຊວງປ້ອງກັນປະເທດສະຫະລັດອາເມລິກາ ແລະ ລັດຖະບານຂອງ ສປປລາວ , ມາຮອດປະຈຸບັນນີ້ ແມ່ນໄດ້ໃຫ້ທຶນການປຸກສ້າງໂຄງການ 4 ແຫ່ງ ເປັນຕົ້ນແມ່ນ: ສຸກສາລາເລົ່າຄ່າ ແລະ ໂຮງຮຽນຫ້ວຍເຂົ້າໝິ້ນ ຢູ່ໃນແຂວງຄຳມ່ວນ (ປຸກສ້າງສໍາເລັດເດືອນພຶດສະພາ 2020); ການບູລະນະໂຮງໝໍເມືອງຄົງ ເຊໂດນ; ແລະ ໂຮງຮຽນສີວິໄລ ຢູ່ໃນແຂວງຄຳມ່ວນ (ຄາດໝາຍວ່າຈະເລີ້ມການປຸກສ້າງໃນ ພາຍປີ 2021 ນີ້). ບັນດາໂຄງການເຫຼົ່ານີ້ເປັນພຽງສ່ວນໜື່ງຂອງການຂະຫຍາຍວຽກງານຂອງສະຫະລັດອາເມລິກາ ຢູ່ໃນ ສປປລາວໃນຫຼາຍໆຂົງເຂດເຊັ່ນວ່າ ດ້ານສາທາລະນະສຸກ , ການສຶກສາ, ໂພສະນາການ, ການເກັບກູ້ ລະເບີດທີ່ຕົກຄ້າງບໍ່ທັນແຕກ, ການບັງຄັບໃຊ້ກົດໝາຍ, ແລະ ດ້ານອື່ນໆ.