Flag

An official website of the United States government

ກະຊວງສາທາລະນະສຸກ, USAID ແລະ ອົງການຊ່ວຍເຫຼືອເດັກ ສະເຫລີມ ສະຫລອງຜົນສໍາເລັດຂອງໂຄງການຢູເສດເນີເຈີ
2 ບົດອ່ານໜຶ່ງນາທີ
ເດືອນກັນຍາ 8, 2021

ນະຄອນຫລວງວຽງຈັນສປປ ລາວ — ວັນທີ 7 ເດືອນກັນຍາ ປີ 2021, ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (United States Agency for International Development, USAID) ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ໄດ້ສະເຫຼີມສະຫຼອງຜົນສໍາເລັດຂອງໂຄງການເຊື່ອມສານ ວຽກງານດ້ານໂພຊະນາການ, ນໍ້າ ແລະ ສຸຂານາໄມ – ພາຍໃຕ້ ໂຄງການຢູເສດເນີເຈີ (USAID Nurture).  ພິທິດັ່ງກວ່າກ່າວໄດ້ຖືກດໍາເນີນພາຍໃຕ້ການເປັນປະທານຂອງ ພະນະທ່ານ ລັດທະມົນຕີກະຊວງສາທາລະນະສຸກ ທ່ານ ປອ ດຣ ບຸນແຝງ ພົມມະໄລສິດ ແລະ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສ.ປ.ປ.ລາວ ທ່ານ ດຣ ປີເຕີ ເອັມ ເຮມ໋ອນ ແລະ ມີການເຂົ້າຮ່ວມຈາກຕາງໜ້າ ຂອງລັດຖະບານແຫ່ງ ສ.ປ.ປ.ລາວ, ອົງການ USAID, ອົງການຊ່ວຍເຫຼືອເດັກ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ.

ເຖິງແມ່ນວ່າອັດຕາການຂາດສານອາຫານໄດ້ຮັບການປັບປຸງໃຫ້ດີຂື້ນ, ແຕ່ວ່າ ເດັກນ້ອຍຈໍານວນ 33 ສ່ວນຮ້ອຍໃນ ສ.ປ.ປ.ລາວ ຍັງມີສະພາວະການຂາດສານອາຫານ ແລະ ເດັກນ້ອຍຈໍານວນ 21 ສ່ວນຮ້ອຍມີນໍ້າໜັກຫລຸດມາດຕະຖານ ເມື່ອທຽບໃສ່ເກນອາຍຸ. ໂຄງການ USAID Nurture ໄດ້ສະໜັບສະໜູນ ລັດຖະບານ ແຫ່ງ ສ.ປ.ປ.ລາວ ໃນການປັບປຸງດ້ານໂພຊະນາການ ສໍາລັບເດັກນ້ອຍລຸ່ມ 2 ປີ ໃນແຂວງ ຄໍາມ່ວນ ແລະ ສະຫວັນນະເຂດ. ນັບຕັ້ງແຕ່ມີການລິເລີ້ມໂຄງການໃນເດືອນ ກຸມພາ ປີ 2017, ໂຄງການ USAID Nurture ໄດ້ເຂົ້າເຖິງປະຊາຊົນ ຫລາຍກວ່າ 200.000ຄົນ ທີ່ອາໄສຢູ່ໃນພື້ນທີເກືອບ 500 ບ້ານ ພາຍໃຕ້ກິດຈະກໍາການປັບປຸງ ສົ່ງເສີມ ທາງໂພຊະນາການ.

ໃນການເຮັດວຽກເປັນຄູ່ຮ່ວມງານກັບ ສູນຂໍ້ມູນຂ່າວສານການແພດ ແລະ ສຸຂະສຶກສາ (CCEH, ໂຄງການ USAID Nurture ໄດ້ພັດທະນາ ແລະ ແຈກຍ້າຍ ຄູ່ມືໃຫ້ຄໍາປຶກສາດ້ານໂພຊະນາການສະບັບທໍາອິດ ແລະ ສະໜອງການຝຶກອົບຮົມໃຫ້ແກ່ ພະນັກງານສາທາ ຫລາຍກວ່າ 300 ຄົນ ແລະ ຝຶກຜູ້ອໍານວຍຄວາມສະດວກ ຂັ້ນຊຸມຊົນ ຈໍານວນ 1,900 ຄົນ ໃນຫົວຂໍ້ ການສື່ສານເພື່ອປ່ຽນແປງພຶດຕິກໍາ ເພື່ອ ການປັບປຸງດ້ານໂພຊະນາການ ແລະ ສຸຂານາໄມ. ຜູ້ອໍານວຍຄວາມສະດວກຂັ້ນຊຸມຊົນໃນ ໂຄງການ USAID Nurture ໄດ້ຊ່ວຍໃຫ້ເກີດມີການປ່ຽນແປງໃນທາງບວກ ໃນຫລາຍກວ່າ 14,000 ຄົວເຮືອນ ໃນຂົງເຂດດ້ານໂພຊະນາການ ຂອງແມ່, ເດັກອ່ອນ, ເດັກນ້ອຍ ແລະ ໄວໝຸ່ມຍີງ ແລະ ການຈັດ ຕັ້ງປະຕິບັດວຽກງານ ສຸຂານາໄມ. ລວມແລ້ວ ມີຄອບຄົວ 1,000 ວັນ ຫລາຍກວ່າ 800 ຄົວເຮືອນ ສາມາດປະຕິບັດຂໍ້ແນະນຳໃນການການປ່ຽນແປງພຶດຕິກຳດ້ານໂພຊະນາການ ແລະ ສຸຂານາໄມ ໄດ້ຕາມມາດຖານທີ່ກຳນົດ ໄດ້ຖືກຄັດເລືອກເປັນຄອບຄົວຕົວແບບໃນບ້ານຂອງພວກເຂົາ.

ໂຄງການ ຢູເສດເນີເຈີ ໄດ້ປະກອບສ່ວນເຂົ້າສູ່ ການພັດທະນາ ແລະ ການເຜີຍແຜ່ ຄູ່ມື ການຈັດຕັ້ງປະຕິບັດ ຊຸມຊົນເປັນເຈົ້າການວຽກງານສຸຂານາໄມ (ຊຈສ), ເພື່ອສົ່ງເສີ່ມວຽກງານ ສຸຂານາໄມ ແລະ ສຸຂະພິບານ ແຫ່ງຊາດ. ໃນນີ້, ມີພາກສ່ວນເອກະຊົນເຂົ້າຮ່ວມໃນໂຄງການ USAID Nurture ຈໍານວນ 24 ບໍລິສັດ.

ການເຂົ້າຮ່ວມດັ່ງກ່າວ ເປັນການສະໜັບສະໜູນ ດ້ານການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ທີ່ມີເປົ້າໝາຍສະໜອງ ແລະ ເຮັດໃຫ້ມີຄວາມສະດວກໃນການເຂົ້າເຖິງຜະລິດຕະພັນສຸຂານາໄມມີຄຸນນະພາບ ງ່າຍ ແລະ ດີຂື້ນ. ເຊິ່ງຜົນໄດ້ຮັບມີເຖີງ 140 ບ້ານ ໃນຊຸມຊົນເປົ້າໝາຍ ທີ່ເຂົ້າຮ່ວມກິດຈະກໍາຂອງ ໂຄງການ USAID Nurture ໄດ້ບັນລຸກາຍເປັນບ້ານຢຸດຕິການຖ່າຍສະຊາຍ (ODF) ເຮັດໃຫ້ຊຸມຊົນຂອງພວກເຂົ້າ ມີຄວາມປອດໄພ ແລະ ມີສຸຂະພາບທີ່ດີຂື້ນ.

ດຣ. ບຸນແຝງ ໄດ້ກ່າວວ່າ: ຈາກການປະເມີນຂອງໂຄງການທີ່ຂ້າພະເຈົ້າໄດ້ຮັບລາຍງານ ກໍເຫັນວ່າໄດ້ມີປະສິດທິພາບ ແລະ ມີປະສິດທິຜົນດີ ຊຶ່ງໂຄງການດັ່ງກ່າວນີ້ກໍໄດ້ມີຄວາມສອດຄ່ອງກັບນະໂຍບາຍທາງດ້ານສາທາລະນະສຸກ ກໍຄືນະໂຍບາຍຂອງລັດຖະບານ ແລະ ກໍຍັງໄດ້ຮັບການຮ່ວມໄມ້ຮ່ວມມືຈາກຊຸມຊົນ, ຄອບຄົວ ໂດຍສະເພາະແມ່ນຄອບຄົວ 1000 ວັນ ແລະ ອຳນາດການປົກຄອງທ້ອງຖິ່ນເປັນຢ່າງດີ ແລະ ເຮັດໃຫ້ໂຄງການມີຜົນສຳເລັດໃນໄລຍະການຈັດຕັ້ງປະຕິບັດ. ຂໍສະແດງຄວາມຂອບໃຈ ອົງການ USAID ແລະ ອົງການຊ່ວຍເຫຼືອເດັກສາກົນ ສຳລັບການຮ່ວມມື ປະກອບສ່ວນເຂົ້າໃນການປັບປຸງວຽກງານສາທາລະນະສຸກ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

ທ່ານເອກະອັກຄະລັດຖະທູດ ເຮມ໋ອນ ໄດ້ກ່າວວ່າ: ໂຄງການ USAID Nurture ໄດ້ສ້າງຄວາມປ່ຽນແປງໃນທາງ ບວກ ໃຫ້ແກ່ຊີວິດຂອງປະຊາຊົນ ແລະ ໄດ້ສະໜັບສະໜູນ ລັດຖະບານແຫ່ງ ສ.ປ.ປ.ລາວ ໃນການປັບປຸງດ້ານ ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂື້ນ. ພວກເຮົາມຄວາມພາກພູມໃຈຫຼາຍ ຕໍ່ກັບ ໂຄງການ USAID Nurture ເຊິ່ງໄດ້ ເປັນແບບຢ່າງ ການຮ່ວມມືລາວອາເມລິກາແບບກວມລວມ ແລະ ໃນປີນີ້ ກໍ່ແມ່ນປີທີ່ພວກເຮົາສະເຫລີມສະຫລອງການເປັນຄູ່ຮ່ວມມື ຄົບຮອບ 5 ປີ. ໂຄງການ USAID Nurture  ແມ່ນການຢັ້ງຢືນຜົນສໍາເລັດ ຂອງຄວາມມຸ່ງໝັ້ນໝັ້ນຮ່ວມກັນຂອງພວກເຮົາ ຕໍ່ການບັນລຸເປົ້າໝາຍ ດ້ານໂພຊະນາການ ແລະ ສາທາລະນະສຸກ.

USAID ໄດ້ຮ່ວມກັບ ສ.ປ.ປ.ລາວ ໃນການປັບປຸງດ້ານສາທາລະນະສຸກ, ໂພຊະນາການ, ນໍ້າ, ສຸຂານາໄມ ແລະ ສຸກຂະພິບານ, ອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບຽບກົດໝາຍ, ການສຶກສາ, ການຄ້າມະນຸດ, ແລະ ໃຫ້ການຊ່ວຍເຫລືອເພື່ອຍຸດການແຜ່ລະບາດຂອງພະຍາດ  COVID-19 ໃນ ສ.ປ.ປ.ລາວ