ຖະແຫຼງການໂດຍທ່ານມໍ່ແກນ ອໍທາກັສ, ໂຄສົກ 9 ເມສາ 2020 ເນື້ອງໃນໂອກາດ ປີໃໝ່ລາວ

ໃນນາມຕາງໜ້າລັດຖະບານສະຫະລັດອາເມລິກາ, ຂ້າພະເຈົ້າຂໍອວຍໄຊໃຫ້ພອນແດ່ບັນດາປະຊາຊົນ ລາວເນື່ອງໃນໂອກາດບຸນປີໃໝ່ລາວ ວັນທີ 13 ເມສາທີ່ຈະມາເຖິງນີ້.

ສອງປະເທດຂອງພວກເຮົາໄດ້ເປັນມິດທີ່ດີຕໍ່ກັນ ແລະ ຮ່ວມມືກັນແບບກວມລວມມາເປັນເວລາຫຼາຍປີແລ້ວ. ໃນຂະນະນີ້, ພວກເຮົາກຳລັງປະເຊີນໜ້າກັບຄວາມທ້າທາຍອັນໃໝ່, ໃນຂະນະທີ່ປະເທດ ຂອງພວກເຮົາ ແລະ ນານາປະເທດກຳລັງຮັບມືກັບການແຜ່ລະບາດໃນປະຈຸບັນ. ການຮ່ວມມືຂອງພວກເຮົາໄດ້ເຮັດໃຫ້ພວກເຮົາມີຄວາມຍືດຍຸ່ນໃນການຈັດການກັບວິກິດທາງສາທາລະນະສຸກທີ່ເກີດ ຈາກ COVID-19. ພວກເຮົາຮູ້ສຶກພາກພູມໃຈທີ່ໄດ້ມອບການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນ ຄວາມພະຍາຍາມທີ່ຈະຢຸດການລະບາດຂອງ COVID-19 ແລະ ພວກເຮົາຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຄວາມພະຍາຍາມນີ້. ການຮ່ວມມືຂອງພວກເຮົາຕໍ່ກັບບັນຫາຂອງ COVID-19 ນີ້ ແມ່ນສືບເນື່ອງມາຈາກການຮ່ວມມືທາງດ້ານສາທາລະນະສຸກຂອງພວກເຮົານັບເປັນເວລາຫຼາຍປີ ແລະ ບັນດາຊ່ຽວຊານຂອງພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັນທຸກໆມື້. ການຮ່ວມມືຄັ້ງນີ້ແມ່ນສ່ວນນຶ່ງໃນ ການຮ່ວມມືແບບກວມລວມຂອງພວກເຮົາເຊິ່ງລວມທັງດ້ານການບັງຄັບໃຊ້ກົດໝາຍ, ເສດຖະກິດ ແລະ ການຄ້າ, ການສຶກສາ, ໂພຊະນາການ ແລະ ອື່ນໆອີກ.

ພວກເຮົາຂໍຢືນຢັນອີກຄັ້ງໃນຄວາມມຸ່ງໝັນຂອງພວກເຮົາຕໍ່ສາຍພົວພັນ ແບບກວມລວມ ຂອງສອງຊາດ ແລະ ເຮັດວຽກຮ່ວມກັນເພື່ອເສີມຂະຫຍາຍສາຍພົວພັນສອງຝ່າຍ ແລະ ຄວາມຈະເລີນຮຸ່ງເຮືອງ ແລະ ການເປັນຢູ່ທີ່ດີຂອງປະຊາຊົນສອງຊາດຂອງພວກເຮົາ ແລະ ໃນຂົງເຂດອາຊີ-ປາຊີຟິກ.

ພວກເຮົາຂໍອວຍໄຊໃຫ້ພອນແກ່ສປປລາວ ຈົ່ງມີຄວາມສຸກ, ສຸຂະພາບແຂງແຮງ ແລະ ໂຊກດີປີໃໝ່.