ບົດຖະແຫລງການຂອງ ສະຖານທູດ ສ. ອາເມລິກາ ຕໍ່ສະພາບການຂອງປະເທດອູແກຣນ

ທີ່ນະຄອນຫລວງວຽງຈັນ, ສປປ ລາວ – ກ່ອນອື່ນ ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງກະຊວງການຕ່າງປະເທດ ທີ່ໄດ້ອຳນວຍຄວາມສະດວກໃນການເຂົ້າຮ່ວມຂອງສື່ມວນຊົນໃນມື້ນີ້,  ແລະ ພວກຂ້າພະເຈົ້າກໍ່ຂໍຂອບໃຈບັນດາຜູ້ຕາງໜ້າຈາກສຳນັກງານຂ່າວສານຕ່າງທີ່ໄດ້ມາເຕົ້າໂຮມກັນໃນມື້ນີ້.

ໃນອາທິດທີ່ຜ່ານມາ, ຜູ້ຕາງໜ້າຈາກສະຖານທູດຣັດເຊຍ ໄດ້ເຮັດໃຫ້ປະຊາຊົນລາວຕົກຢູ່ໃນກະແສຖືກຕົວະຍົວະຫລອກຫລວງ ແລະ ມີການບິດເບືອນຂໍ້ມູນກ່ຽວກັບການຮຸກຮານທີ່ຜິດກົດໝາຍຕໍ່ປະເທດອູແກຣນ.

ໃນມື້ນິ້, ສະຖານທູດສະຫະລັດອາເມລິກາ ຕ້ອງການໃຫ້ຂໍ້ມູນທີ່ເປັນຄວາມຈິງກ່ຽວກັບການເລືອກເຮັດສົງຄາມຂອງປະທານາທິບໍດີ ປູຕິນ.

ແລະ ນີ້ແມ່ນຄວາມຈິງພື້ນຖານ: ຣັດເຊຍ ແມ່ນກຳລັງດຳເນີນການໂຈມຕີທີ່ຕົນເອງໄດ້ຕຶກຕອງໄວ້ກ່ອນລ່ວງໜ້າແລ້ວ, ເປັນການໂຈມຕີທີ່ບໍ່ມີເຫດຜົນ ແລະ ບໍ່ຍຸດຕິທຳ ຕໍ່ອູແກຣນ, ເຊິ່ງເປັນການລະເມີດຕໍ່ກົດໝາຍລະຫວ່າງປະເທດ ແລະ ໄດ້ກໍ່ໃຫ້ເກີດວິກິດດ້ານສິດທິມະນຸດ ແລະ ມະນຸດສະທຳ.

ສົງຄາມທີ່ເກີດຂື້ນໃນ ອູແກຣນ ແມ່ນສົງຄາມທີ່ຣັດເຊຍໄດ້ເລືອກທີ່ຈະເຮັດ, ໂດຍໄດ້ປະຕິເສດຄວາມພະຍາຍາມໃນການເຈລະຈາທາງການທູດແບບສັນຕິວິທີ ຫລາຍຕໍ່ຫລາຍຄັ້ງ.

ທາງເລືອກໃນການເຮັດສົງຄາມຂອງປະທານາທິບໍດີ ປູຕິນ ໄດ້ບີບບັງຄັບໃຫ້ປະຊາຊົນອູແກຣນຈຳນວນຫລາຍລ້ານຄົນຕ້ອງໄດ້ປົບໜີ, ພົນລະເຮືອນຫລາຍພັນຄົນທີ່ບໍ່ມີຄວາມຜິດ, ລວມທັງເດັກນ້ອຍຈຳນວນຫລວງຫລາຍໄດ້ເສຍຊີວິດ ແລະ ຈຳນວນເພີ່ມຂື້ນໃນທຸກໆມື້ ທີ່ສົງຄາມນີ້ຍັງຄົງດຳເນີນຕໍ່ໄປ.

ຣັດເຊຍ ພາຍໃຕ້ການຊີ້ນຳຂອງປະທານາທິບໍດີ ປູຕິນ ວາລາດີເມຍ ຈະສ້າງເລື່ອງທີ່ບໍ່ມີມູນຄວາມຈິງ ອັນຈຳເປັນໃນທຸກຮູບແບບ ເພື່ອຫັນຄວາມສົນໃຈຈາກການເລືອກເຮັດສົງຄາມທີ່ລົ້ມເຫລວຂອງຕົນ.

ຂ້າພະເຈົ້າຂໍເນັ້ນໃຫ້ເຫັນເຖິງການອ້າງທີ່ບໍ່ມີມູນຄວາມຈິງ ໜຶ່ງຢ່າງ ໂດຍສະເພາະແມ່ນ: ການກ່າວຫາທີ່ບໍ່ຖືກຕ້ອງ ແລະ ບໍ່ມີມູນຄວາມຈິງ ຂອງສະຖານທູດຣັດເຊຍໃນອາທິດທີ່ຜ່ານມາ ກ່ຽວກັບຫ້ອງທົດລອງອາວຸດຊີວະພາບ ແລະ ອາວຸດເຄມີ ຂອງ ສະຫະລັດອາເມລິກາ ທີ່ໄດ້ທຳການພັດທະນາຢູ່ໃນອູແກຣນນັ້ນ, ແມ່ນການກ່າວຫາທີ່ບໍ່ມີຫລັກຖານອ້າງອີງ.

ຂໍ້ກ່າວຫາຂອງຣັດເຊຍແມ່ນເລື່ອງຫລອກຫລວງ.

ສະຫະລັດອາເມລິກາແມ່ນປະຕິບັດຕາມພັນທະຂອງຕົນຢ່າງຄົບຖ້ວນ ພາຍໃຕ້ສົນທິສັນຍາກ່ຽວກັບການຫ້າມອາວຸດຊີວະພາບ ແລະ ອາວຸດເຄມີ  ແລະ ຍັງຕໍ່ຕ້ານການພັດທະນາ ລວມເຖິງ ການຄອບຄອງອາວຸດເຄມີ ຫລື ອາວຸດຊີວະພາບໃນທຸກໆບ່ອນ.

ເຊິ່ງຣັດເຊຍເອງ ເປັນຜູ້ທີ່ມີປະຫວັດອັນຍາວນານໃນການນຳໃຊ້ອາວຸດເຄມີ, ລວມເຖິງການລອບສັງຫານ ແລະ ການວາງສານພິດຕ່າງໆ.  ແມ່ນປະເທດຣັດເຊຍ ທີ່ໄດ້ດຳເນີນໂຄງການອາວຸດຊີວະພາບ ມາເປັນເວລາດົນນານ ເຊິ່ງເປັນການລ່ວງລະເມີດຕໍ່ກົດໝາຍລະຫວ່າງປະເທດ.

ຣັດເຊຍຍັງມີປະຫວັດທີ່ຍາວນານ ໃນການກ່າວຫາຜູ້ອື່ນວ່າເປັນຜູ້ລ່ວງລະເມີດ ທັງໆທີ່ຣັດເຊຍເອງ ທີ່ເປັນຜູ້ກະທຳຄວາມຜິດ.

ດັ່ງທີ່ທ່ານໄດ້ເຫັນການເຕົ້າໂຮມກັນໃນມື້ນີ້ ຂອງບັນດາຜູ້ຕາງໜ້າຕ່າງໆ, ແລະ ຈາກຄະແນນສຽງລ່າສຸດຈາກສະຫະປະຊາຊາດ, ການຕອບໂຕ້ກັບສົງຄາມຣັດເຊຍ ແມ່ນເປັນອັນໜຶ່ງອັນດຽວກັນລະຫວ່າງບັນດາຜູ້ນຳຕ່າງໆຂອງໂລກ.

ໂລກແມ່ນກຳລັງຈັບຕາເບິ່ງວ່າ ປະເທດໃດທີ່ຈະຢືນຢັດເພື່ອຫລັກການພື້ນຖານຂອງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ແລະ ຜູ້ໃດທີ່ໃຫ້ການສະໜັບສະໜຸນ ຫລື ບໍ່ຕໍ່້ຕ້ານ ກັບການເລືອກເຮັດສົງຄາມຂອງປູຕິນ.

ແຜນການທາງການທະຫານຂອງປູຕິນ ທີ່ຈະຍຶດເອົາອູແກຣນໄດ້ຢ່າງໄວວານັ້ນໄດ້ລົ້ມເຫລວ.  ເຊິ່ງໃນທີ່ສຸດ, ຣັດເຊຍຈະອ່ອນແອລົງ, ບໍ່ໄດ້ເຂັ້ມແຂງຂື້ນ, ສຳລັບການເປີດສົງຄາມນີ້.

ປະຊາຄົມສາກົນໂລກໄດ້ເຫັນພ້ອມເປັນສຽງດຽວກັນ ແລະ ໄດ້ໃຫ້ຄວາມສຳຄັນແກ່ບັນຫານີ້ຫລາຍກວ່າທີ່ເຄີຍໃນໄລຍະຜ່ານມາ.  ພວກຂ້າພະເຈົ້າຍັງຄົງເປັນນໍ້າໜຶ່ງໃຈດຽວກັບປະເທດອູແກຣນ ກໍຄືປະຊາຊົນອູແກຣນ.

###