ຢູເຄຣນ ຕໍ່ສູ້ກັບຜູ້ກັບຮຸກຮານລັດເຊຍມາເປັນເວລາເກືອບ 80 ມື້ແລ້ວ

ລັດເຊີຍ ສືບຕໍ່ຍິງລູກສອນໄຟ ແລະ ລູກລະເບີດໃສ່ ຖານທັບທະຫານ ແລະ ເຮືອນຂອງປະຊາຊົນທົ່ວຢູເຄຣນ. ບໍ່ມີສັນຍານວ່າລັດເຊຍພ້ອມທີ່ຈະຢຸດຕິສົງຄາມ. ຝ່າຍລັດເຊຍປະເຊີນໜ້າກັບຄວາມພ່າຍແພ້ຢູ່ບາງເຂດຂອງຢູເຄຣນ ແຕ່ກອງທັບທະຫານຂອງລັດເຊຍ ກໍ່ຈັດຕັ້ງຄືນໃໝ່ ແລະ ເພີ່ມທະວີການຍັບກ້າວເຂົ້າສູ່ດິນແດນຂອງຢູເຄຣນ.

ໃນເວລານີ້, ເຮືອຮົບຂອງລັດເຊຍຢູ່ໃນທະເລດຳ ແລະ ທະເລອາຊອບ ໄດ້ປິດລ້ອມຊາຍຝັ່ງຂອງ ຢູເຄຣນ ເພື່ອ ຍິງສະໜັບສະໜູນ ກອງທັບບົກຂອງລັດເຊຍ. ຢ່າງໜ້ອຍມີກຳປັ່ນ ຈຳນວນ 6 ລຳ ແລະ ເຮືອດຳນ້ຳ ອີກຈຳນວນ 2 ລຳ ໄດ້ຖືກສົ່ງໄປທະເລດຳ, ພ້ອມດ້ວຍລູກສອນໄຟນຳວິຖີ ຈະນວນເຖິງ 50 ລຳ ທີ່ກຽມພ້ອມສຳລັບການໂຈມຕີ. ລະເບີດຝັງດິນທີີ່ເລື່ອນໄປມາໄດ້ ທີ່ຖືກລັດເຊຍຍືດໄດ້ ຢູ່ໄຄຣເມຍ ໃນປີ 2014 ຖືກປ່ອຍອອກມາ ໃນປີ 2022, ພວມເປັນໄພຂົ່ມຂູ້ທີ່ຮ້າຍແຮງທີ່ສຸດ ຕໍ່ຄວາມປອດໄພຂອງເຮືອທັງໝົດເຫຼົ່ານີ້.

ບໍ່ມີໃຜຊົມເຊີຍລັດເຊຍໃນຢູເຄຣນ. ຄວາມໂຫດຮ້າຍທີ່ກອງກຳລັງທະຫານລັດເຊຍໄດ້ກະທຳມີແຕ່ຈະເຮັດໃຫ້ຄວາມຮູ້ສືກຂອງຄົນທີ່ສະໜັບສະໜູນລັດເຊຍລຸດລົງ ໃຫ້ເຫຼືອໜ້ອຍລົງຮອດສູນເທົ່ານັ້ນ. ຢູ່ໃນບັນດາຕົວເມືອງທີ່ຢູ່ພາຍໃຕ້ການຄວບຄຸມຂອງທະຫານລັດເຊຍຊົ່ວຄາວນັ້ນ, ປະຊາຊົນຢູເຄຣນ ກຳລັງປະທ້ວງພວກເຂົາຢ່າງໜັກ ເຖິງວ່າຈະມີການຂົ່ມຂູ່ ແລະ ການຊອກຫາໂດຍຜູ້ຍືດຄອງລັດເຊຍ ເຊັ່ນ ນັກເຄື່ອນໄຫວ, ນັກຂ່າວ ແລະ ອຳນາດການປົກຄອງທ້ອງຖິ່ນ.

“ບໍ່ມີສິ່ງໃດອັນຕະລາຍຫຼາຍກວ່າສັດຕູທີ່ຮ້າຍກາດ, ແຕ່ບໍ່ມີສິ່ງໃດທີ່ເປັນພິດໄພຫຼາຍກວ່າໝູ່ທີ່ຂີ້ຕວະ”. ນີ້ແມ່ນຄຳເວົ້າ ຂອງນັກປັດສະຍາຜູ້ຍິ່ງໃຫ່ຍຂອງຢູເຄຣນ ທ່ານ Hryhorii Skovoroda. ວັນທີ 24 ກຸມພາ, ພວກເຮົາໄດ້ຮັບຮູ້ຄວາມຈິງນີ້ ເມື່ອໝູ່ທີ່ຫຼອກລວງ ໄດ້ເລີ່ມເຮັດສົງຄາມຕໍ່ຕ້ານຢູເຄຣນ.

ນີ້ບໍ່ແມ່ນສົງຄາມຂອງສອງກອງທັບ. ນີ້ແມ່ນສົງຄາມຂອງສອງທັດສະນະຂອງໂລກ. ສົງຄາມຕໍ່ສູ້ໂດຍຄົນປ່າເຖື່ອນທີ່ທຳລາຍພິພິທະພັນ Skovoroda ແລະ ເຊື່ອວ່າລູກສອນໄຟຂອງເຂົາເຈົ້າ ສາມາດທໍາລາຍປັດຊະຍາຂອງພວກເຮົາ. ມັນເປັນສິ່ງຈຳເປັນທີ່ພວກເຮົາເປັນຄົນອິດສະລະ ທີ່ມີເສັ້ນທາງຂອງຕົນເອງ. ມື້ນີ້ ພວກເຮົາກຳລັງເຮັດສົງຄາມຢູ່ໃນເສັ້ນທາງນີ້ ແລະ ພວກເຮົາຈະບໍ່ໃຫ້ຜູ້ໃດມາຍາດເອົາປ່ຽງໃດໜື່ງຂອງຜືນແຜ່ນດິນ ແລະ ປະຫວັດສາດຂອງພວກເຮົາໄປ.

ວັນທີ 24 ກຸມພານີ້, ລັດເຊຍໄດ້ດຳເນີນການໂຈມຕີ. ໂຈມຕີແບບໃດຈະໄດ້ຮັບຜົນຂອງການໂຈມຕີຄືນ. ຄື ຜູ້ຍືດຄອງທຸກຄົນທີ່ມາເຖິງທີ່ດິນຂອງພວກເຮົາ. ພວກເຮົາໄດ້ຜ່ານຜ່າສົງຄາມທີ່ແຕກຕ່າງກັນ ແຕ່ເຂົາເຈົ້າທັງໝົດມີຈຸດຈົບສຸດທ້າຍອັນດຽວກັນ.

ແຜ່ນດິນຂອງພວກເຮົາຖືກຫວ່ານດ້ວຍລູກປືນ ແລະປອກກະສຸນ, ແຕ່ບໍ່ມີສັດຕູໃດສາມາດຖອກຮາກເຫງົ້າຂອງພວກເຮົາໄດ້. ລົດຖັງ ຂອງສັດຕູໄດ້ຂັບຜ່ານທົ່ງນາຂອງພວກເຮົາ ແຕ່ມັນບໍ່ເກີດຜົນຫຍັງ. ລູກສອນໄຟ ແລະ ລູກສອນຂອງສັດຕູ ບິນຜ່ານໃນທ້ອງຟ້າຂອງພວກເຮົາ, ແຕ່ບໍ່ມີໃຜຈະສາມາດບົດບັງທ້ອງຟ້າຂອງພວກເຮົາໄດ້.

ບໍ່ມີໂສ້ອັນໃດ ທີ່ຈະສາມາດຜູກມັດຈິດໃຈທີ່ອິດສະລະຂອງພວກເຮົາໄດ້. ບໍ່ມີຜູ້ຄອບຄອງໃດທີ່ສາມາດຖອນຮາກເຫງົ້າໃນແຜນດິນທີ່ເປັນອິດສະລະຂອງພວກເຮົາໄດ້. ບໍ່ມີຜູ້ຮຸກຮານໃດສາມາດປົກຄອງຄວາມເປັນອິດສະລະຂອງພວກເຮົາໄດ້. ຊ້າຫຼືໄວ ພວກເຮົາຈະຊະນະ. ເຖິງວ່າຈະມີ horde, ເຖິງວ່າຈະມີ Nazism, ເຖິງວ່າຈະມີການປະປົນກັນຄັ້ງທຳອິດ ແລະ ຄັ້ງທີສອງກໍ່ຕາມ, ເຊິ່ງເປັນສັດຕູກັນໃນປະຈຸບັນ, ພວກເຮົາຈະຊະນະ, ເພາະນີ້ແມ່ນຜືນແຜນດິນຂອງພວກເຮົາ.

ວັນທີ 8 ພືດສະພາ 2022, ວັນແຫ່ງການລະນືກເຖິງ ແລະ ວັນແຫ່ງຄວາມປອງດອງ, ຢູເຄຣນ ແລະ ໂລກໄດ້ລະນືກເຖິງຜູ້ປະສົບເຄາະຮ້າຍ ຈາກສົງຄາມໂລກຄັ້ງທີ 2. ປະຊາຄົມໂລກໄດ້ອ້າງວ່າ: “ບໍ່ມີສົງຄາມອີກແລ້ວ”, ແຕ່ປະຈຸບັນຄວາມໂສກເສົ້າ ໄດ້ເກີດຂື້ນອີກ.

ເປັນເວລາຫຼາຍທົດສະວັດແລ້ວ ທີ່ ລັດເຊຍໄດ້ອ້າງ “ໄຊຊະນະອັນຍິ່ງໃຫ່ຍ” ຂອງຕົນພຽງຝ່າຍດຽວ ຕໍ່ລັດທິ ນາຊີ ໂດຍບໍ່ໄດ້ເວົ້າເຖິງຄວາມກ້າຫານຂອງຄົນອື່ນ, ແລະ ອ້າງຄວາມທະເຍີທະຍານແບບຈັກກະພັດ.

ປະຈຸບັນມັນແມ່ນ ສະຫະພັນລັດເຊຍ ທີ່ໄດ້ຕໍ່ສູ້ກັບການຮຸກຮານຕໍ່ບັນດາປະເທດ ທີ່ມີອະທິປະໄຕໃນເອີລົບ. ທະຫານລັດເຊຍກຳລັງໃຊ້ສັນຍາລັກຂອງນາຊີ ໃນຂະນະທີ່ກໍ່ອາດຊະຍາກຳສົງຄົມ ຢູ່ໃນຢູເຄຣນ.

ໂດຍຄວາມໂຫດຮ້າຍຂອງ ລະບອບ ປູຕິນ ແມ່ນລື່ນ ລະບອບ Reich ທີ 3 ຂອງ ຮີດເລີ ແລ້ວ ໂດຍມີ: ການລັກເອົາດິນແດນ, ການຂ້າລ້າງ, ການຂົ່ມຂືນ, ການລັກຂະໂມຍ, ການທໍລະມານ ແລະ ການບັງຄົບໃຊ້ແຮງງານ.

ສະພາບການດ້ານມະນຸດສະທຳຢູ່ ຢູເຄຣນ ນັບມື້ນັບຊຸດໂຊມລົງ. ໃນທັດສະນະວ່າຖ້າສົງຄາມຍັງຕໍ່ເນື່ອງ, ໜ້າເສຍດາຍ, ບັນຫາດ້ານມະນຸດສະທຳກໍ່ເພີ່ມຂື້ນທຸກມື້. ສະຖານະການທີ່ຮ້າຍແຮງທີ່ສຸດແມ່ນຍັງດຳເນີນຢູ່ ເມືອງ ມາລິຢູໂພ, ມາຮອດປະຈຸບັນ ຖືກທຳລາຍເຖິງ 95 ເປີເຊັນ.

ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ ລັດຖະບານ ແຫ່ງ ສປປລາວ ສະໜັບສະໜູນຄວາມພະຍາຍາມຂອງ ປະຊາຄົມສາກົນ ເພື່ອເປີດແລວທາງດ້ານມະນຸດສະທຳ ແລະ ຊ່ວຍເຫຼືອປະຊາຊົນຢູເຄຣນຜູ້ບໍລິສຸດ ຢູ່ ເມືອງມາລີຢູໂພ ແລະ ບັນດາເມືອງອື່ນໆ ລວມທັງ ຕົວເມືອງ ທາງພາກຕາເວັນອອກຂອງປະເທດ.

ວັນທີ 9 ພຶດສະພາ 2022, ກົງກັບວັນໄຊຊະໂຄ່ນລົ້ມນາຊີ ໃນສົງຄາມໂລກຄັ້ງທີ 2, ຊຶ່ງກອງທະຫານລັດເຊຍໄດ້ເລີ່ມການໂຈມຕີ ໂຮງງານອາໂຊຟຕາລ ທັນທີ ທີ່ຂະບວນລົດ ສະຫະປະຊາຊາດ ເດີນທາງອອກຈາກເຂດດອນແນັດ. ສະຖານະການ ຢູ່ ໂຮງງານອາໂຊຟຕາລ ແມ່ນໄພພິບັດດ້ານມະນຸດສະທຳທີ່ແທ້ຈິງ.

ທະຫານລັດເຊຍຖືເປັນອາສະຍາກອນສົງຄາມ ຜູ້ທີ່ບໍ່ມີຄວາມຄິດກ່ຽວກັບກຽດສັກສີ. ພວກເຂົາຂົ່ມຂືນ ແລະຂ້າ ແມ່ຍິງ, ຜູ້ຊາຍ ແລະ ເດັກນ້ອຍ. ກອງທັບຂອງຜູ້ຮຸກຮານ ໄດ້ຍິງລູກສອນໄຟໃສ່ເຂດທີ່ຢູ່ອາໃສ, ໂຮງຫມໍ ແລະ ໂຮງຫມໍປະສູດ, ໂຮງລະຄອນ ແລະ ຫ້ອງສະມຸດ. ທະຫານລັດເຊຍ ໄດ້ປຸ້ນສະດົມ ແລະ ທຳລາຍບັນດາຕົວເມືອງ ແລະ ຫມູ່ບ້ານ ຢູ່ ຢູເຄຣນ ທີ່ພວກເຂົາຄອບຄອງຊົ່ວຄາວ. ໂລກ ຈະບໍ່ມີວັນລືມ ອາດສະຍາກຳ ຂອງລັດເຊຍຄັ້ງນີ້.

ລັດເຊຍ ສົມຄວນຕ້ອງໄດ້ຮັບໂທດ. ຍ້ອນອາດສະຍາກຳສົງຄາມຂອງລັດເຊຍຕໍ່ ຢູເຄຣນ, ມີ 42 ປະເທດ ທີ່ໄດ້ສະເຫນີ ໃຫ້ສານໂລກ ຢູ່ ນະຄອນແຮກ ເປີດການສືບສວນ. ຖ້າສານໂລກຕີຄວາມວ່າ ລັດເຊຍເປັນຝ່າຍຜິດ, ຜູ້ກະທຳຜິດ ສາມາດຖືກຈັບກຸມ ຢູ່ ປະເທດໃດກະໄດ້ທີ່ຮັບຮູ້ອຳນາດຂອງສານດັ່ງກ່າວ.

ມີຄວາມຈຳເປັນໃນການໄຊ້ມາດຕະການຄ້ວມບາດ ທີ່ສຳຄັນຍິ່ງ, ໂດຍສະເພາະການໂດດດ່ຽວລັດເຊຍດ້ານເສດຖະກິດຂອງລັດເຊຍ ທັງ ຈຳກັດຄວາມອາດສາມາດດ້ານເສດຖະກິດ ແລະ ການເງິນ ໃນການສືບຕໍ່ການເຮັດສົງຄາມ. ຄວາມໂຫດຮ້າຍທີ່ລັດເຊຍສືບຕໍ່ປະຕິບັດຢູ່ ຢູແຄຣນ ບົ່ງບອກເຖິງຄວາມຈຳເປັນທີ່ຈະຕ້ອງເພີ່ມທະວີ ແລະ ຂະຫຍາຍມາດຕະການ ຄ້ວມບາດຕື່ມ, ລວມທັງມາດຕະການທີ່ບັນດາປະເທດດັ່ງກ່າວຍັງບໍ່ທັນໄດ້ນຳມາໄຊ້ຈົນເຖິງປະຈຸບັນ. ໂລກຕ້ອງຢຸດເຊົາການຈັດຊື້ວັດຖຸດິບຈາກລັດເຊຍ ຊຶ່ງລາຍໄດ້ດ່ັງກ່າວຖືກນຳໄຊ້ເພື່ອໃຊ້ຈ່າຍໃນສົງຄາມຂອງ ເຄຣັມລິນ ກັບ ຢູເຄຣນ.

ພວກເຮົາຮຽກຮ້ອງມາຍັງບັນດາປະເທດ ໃນທົ່ວໂລກ ຈົ່ງອອກມາດຕະການ ຫລືເພີ່ມທະວີມາດຕະການຄ້ວມບາດຕໍ່ ຜູ້ຮຸກຮານ, ໂດຍສະເພາະການຕັດລະບົບ SWIFT ຈາກທຸກທະນາຄານຂອງລັດເຊຍ, ສັ່ງຫ້າມການຄ້າ ແລະ ຄົມມະນາຄົມຂົນສົ່ງ ກັບລັດເຊຍ, ລວມທັງຂະແຫນງນ້ຳມັນ ແລະ ອາຍແກັສ, ການຂາຍຄຳ ແລະ ແຮ່ທາດອື່ນໆ, ພ້ອມທັງຊຸກຍູ້ພາກທຸລະກິດເອກະຊົນບໍ່ໃຫ້ນຳໄຊ້ ສັບສິນ ແລະ ເງິນຕາຂອງລັດເຊຍ.

ຢູເຄຣນພວມໃຊ້ທຸກຄວາມສາມາດເພື່ອຢຸດຕິສົງຄາມ. ແຕ່ ໃນຄວາມເປັນຈິງ ຍ້ອນການທາລຸນ ແລະ ອາສະຍາກຳສົງຄາມໂດຍທະຫານລັດເຊັຍ ຢູ່ ຢູແຄຣນ ເຮັດໃຫ້ຄວາມເປັນໄປໄດ້ໃນການເຈລະຈາແມ່ນມີໜ້ອຍຫຼາຍ. ການຄາດຕະກຳຜູ້ປົກປ້ອງເມືອງ ມາລີຢູໂພ ຫລືການຈັດ “ປະຊາມະຕິແບບຈອມປອມ” ຢູ່ເຂດທີ່ຖືກຄອບຄອງ ອາດເຮັດໃຫ້ຂະບວນການເຈລະຈາຢຸດຕິລົງ.

ການຮຸກຮານຢູເຄຣນ ຂອງທະຫານລັດເຊຍ ໄດ້ສົ່ງຜົນກະທົບ ຕໍ່ເສດຖະກິດໂລກ ຢ່າງໃຫຍ່ຫຼວງແລ້ວ, ແຕ່ອາດມີຄວາມຮຸນແຮງໃນລະດັບທີ່ແຕກຕ່າງກັນໃນຫຼາຍຂົງເຂດຂອງໂລກ. ຢູເຄຣນສະໜອງອາຫານໃຫ້ແກ່ 400 ລ້ານກວ່າຄົນໃນທົ່ວໂລກ; ລາຄາຜະລິດຕະພັນກະສິກຳໃນປະຈຸບັນ ໄດ້ສະແດງໃຫ້ພວກເຮົາເຫັນວ່າ ການຮຸກຮານດ້ານການທະຫານຂອງລັດເຊຍໃນຄັ້ງນີ້ ສືບຕໍ່ສ້າງຜົນກະທົບໃຫ້ເກືອບກັບທຸກຄົນໃນໂລກ.

ຂະແຫນງກະສິກຳ ເປັນຂະແຫນງການທີ່ສຳຄັນຂອງ ຢູເຄຣນ ໂດຍກວມເອົາ 41% ຂອງສິນຄ້າ, ຊຶ່ງກວມເອົາ 19% ຂອງແຮງງານທັງຫມົດ. ໃນປະຈຸບັນ 30% ຂອງເນື້ອທີ່ທັງຫມົດຂອງປະເທດ ແມ່ນບໍ່ປອດໄພ ຫລື ຖືກຄອບຄອງ. ເນື້ອທີ່ການຜະລິດກະສິກຳ ບາງສ່ວນ ແມ່ນຖືກທຳລາຍ ແລະ ມີລະເບີດ, ດ້ານ ໂຄງລ່າງກະສິກຳ, ສາງ, ການຂົນສົ່ງ ແລະ ອຸດສະຫະກຳພະລັງງານໄດ້ຖືກທຳລາຍ. ທ່າເຮືອ ຖືກປິດກັ້ນ, ແລະ ລະບົບຂົນສິ່ງ ແລະ ເສດຖະກິດ ຖືກຕັດຂາດ. ຊາວກະສິກອນ ຂອງຢູເຄຣນພົບກັບບັນຫາຄາດແຄນນ້ຳມັນ, ເມັດພັນພືດ, ປຸຍ, ຜະລິດຕະພັນປ້ອງກັນພືດ, ອະໄລ່ ຢ່າງຫນັກຫນ່ວງ. ແຮງງານ ຈາກພາກທຸລະກິດຂອງຂະແຫນງການກະສິກຳ ໄດ້ເຂົ້າຮ່ວມກຳລັງປະກອບອະວຸດ, ເພື່ອປ້ອງກັນດິນແດນ ແລະ ໂດຍສະມັກໃຈ. ສິ່ງທັງຫມົດທີ່ໄດ້ກ່າວມານີ້ ໄດ້ສົ່ງຜົນກະທົບຕໍ່ການຜະລິດ ຕໍ່ ຢູເຄຣນ ແລະ ໂລກ. ອີງໃສ່ ເລຂາທິການໃຫຍ່ ສະຫະປະຊາຊາດ, ສົງຄາມຢູ່ ຢູເຄຣນ ຈະສ້າງຄວາມອຶດຢາກ ແລະ ຄວາມທຸກຍາກ ແກ່ປະຊາຊົນຫຼາຍກວ່າ 1.7 ຕື້ຄົນ ທົ່ວໂລກ ຫລື 20% ຂອງປະຊະກອນໂລກ.

ສົ່ງຄາມຂອງລັດເຊ້ຍ ກັບ ຢູເຄຣນ ໄດ້ກະທົບລະບົບຕະຫຼາດຜະລິດຕະພັນອາຫານ ເພາະທັງສອງປະເທດຮວມກັນ ກວມເອົາ 30% ຂອງການສົ່ງອອກເຂົ້່າສາລີ ແລະເຂົ້າບາເລ, 18% ຂອງ ສາລີ ແລະ ປະມານ 80% ຂອງນ້ຳມັນ ແລະ ຜະລິດຕະພັນນ້ຳມັນ. ໃນປີ 2021 ຢູເຄຣນໄດ້ຕອບສະໜອງຜະລິດຕະພັນກະສິກຳໃຫ້ແກ່ 180 ປະເທດ ທົ່ວໂລກ. ການສົ່ງອອກ ເຂົ້າສາລີ ຂອງຢູເຄຣນກວມເອົາ 10% ຂອງການບໍລິໂພກໃນ 15 ປະເທດ.

ສົງຄາມຢູ່ເອີຣົບ ໄດ້ສົ່ງຜົນກະທົບຕໍ່ການຄ້າ ທັນຍະພຶດ ຂອງໂລກ ຫຼາຍກວ່າ 25% ແລະ ໄດ້ເຮັດໃຫ້ລາຄາໃນຕະຫຼາດໂລກເພີ່ມຂຶ້ນ, ສຳລັບປະເທດທີ່ນຳເຂົ້າອາຫານ ຈາກ ຢູເຄຣນ ແລະ ລັດເຊຍ ແມ່ນປະສົບກັບລາຄາອາຫານເຟີ້ ແລະ ການເຂົ້າເຖິງອາຫານ ມີຄວາມຈຳກັດ. ສຳລັບລາວເຂົ້າສາລີ, ນ້ຳມັນດອກຕະເວັນ, ຊີ້ນສັດປີກ ສ່ວນໃຫຍ່ແມ່ນຖືກນຳເຂົ້າ.

ເຮົາບໍ່ຄວນຄຶດວ່າ ສປປ ລາວ ແລະ ຢູເຄຣນ ຢູ່ຫ່າງໄກຈາກກັນຫຼາຍ. ຜົນກະທົບຂອງສົງຄາມ ຈະສົ່ງຜົນກະທົບໂດຍກົງ ຕໍ່ເສດຖະກິດໂລກ ກໍຄືຕໍ່ເສດຖະກິດ ຂອງ ສປປ ລາວ.

ພວກເຮົາຈະດີໃຈຫຼາຍ ຖ້າ ລັດຖະບານຂອງ ສປປ ລາວ ຮ່ວມກັບປະຊາຄົມສາກົນ ໃຫ້ການສະຫນັບສະຫນູນ ຢູເຄຣນ ແລະ ພິຈາລະນາໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳ.

ພວກເຮົາຮຽກຮ້ອງມາຍັງປະຊາຊົນລາວ ຈົ່ງສືບຕໍ່ບໍລິຈາກ ເພື່ອສັນຕິພາບ

ຢືນຂ້າງຢູເຄຣນ!