Flag

An official website of the United States government

ສະຖານທູດສະຫະລັດອາເມລິກາ ຊົມເຊີຍຜົນສຳເລັດ ຂອງຫຼັກສູດການຝຶກອົບຮົມລະບາດວິທະຍາພາກສະໜາມ
5 ບົດອ່ານໜຶ່ງນາທີ
ເດືອນມີນາ 14, 2021

ນະຄອນຫລວງວຽງຈັນສປປ ລາວ — ພິທີມອບຮັບໃບຢັ້ງຢືນຈົບການຝຶກອົບຮົມ ໄດ້ຈັດຂຶ້ນ ໃນວັນທີ 18 ເດືອນມິຖຸນາ 2021 ໃຫ້ແກ່ຜູ້ສຳເລັດການຝຶກອົບຮົມລະບາດວິທະຍາພາກສະໜາມ ຈຳນວນ 8 ທ່ານເຊິ່ງແມ່ນການຝຶກອົບຮົມທີ່ມີບົດບາດສຳຄັນ ທີ່ໄດ້ຮັບການສະໜັບສະໜູນຈາກ ກະຊວງສາທາລະນະສຸກອົງການປ້ອງກັນ ຫຼຸດຜ່ອນໄພຂົ່ມຂູ່ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ໃນການກຽມພ້ອມສືບຕໍ່ໍຊ່ວຍເຫຼືອ ສປປ ລາວ ຕໍ່ສູ້ກັບພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆໃນພິທີ ໄດ້ມີທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ດຣປີເຕີ ເຮມ໋ອນ ໄດ້ເປັນກຽດເຂົ້າຮ່ວມ ໂດຍການເປັນປະທານຂອງທ່ານ ປອດຣບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ທ່ານທູດ ປີເຕີ ເຮມ໋ອນໄດ້ກ່າວວ່າແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມມີບົດບາດສໍາຄັນໃນການພັດທະນາຄວາມອາດສາມາດໃນການເຝົ້້າລະວັງ ແລະ ໂຕ້ຕອບກັບພະຍາດຊຶມເຊື້ອຕ່າງໆຢູ່ໃນ ສປປ ລາວການຝຶກອົບຮົມນີ້ໄດ້ເຮັດໃຫ້ຜູ້ທີ່ສໍາເລັດການສຶກສາໄດ້ຮັບຄວາມຮູ້ ທີ່ເຕັມໄປດ້ວຍທັກສະການປະຕິບັດຕົວຈິງ ທີ່ກ່ຽວຂ້ອງກັບວຽກແຕ່ລະວັນຂອງເຂົາເຈົ້າ ໃນການຄົ້ນຫາການລະບາດຂໍສະແດງຄວາມຊົມເຊີຍ ນັກລະບາດວິທະຍາ ແລະ ພະນັກງານສາທາລະນະສຸກ ຂອງ ສປປ ລາວ ທີ່ໄດ້ສຳເລັດການຝຶກອົບຮົມປີນີ້ ສະຫະລັດອາເລິກາ ແລະ ສປປ ລາວ ໄດ້ສະເຫຼີມສະຫຼອງຄົບຮອບ 5ປີ ການຮ່ວມມືແບບກວມລວມຂອງສະຫະລັດອາເມລິກາ ແລະ ສປປ ລາວສະຫະລັດອາເມລິກາມີຄວາມຍິນດີໃນການສືບຕໍ່ສະໜັບສະໜຸນພວກທ່ານ ແລະ ກະຊວງສາທາລະນະສຸກໃນການປົກປ້ອງປະຊາຊົນລາວ ຈາກພະຍາດຊຶມເຊື້ອຕ່າງໆ ລວມທັງພະຍາດໂຄວິດ-19”. 

ກະຊວງສາທາລະນະສຸກ ຂອງ ສປປ ລາວກົມຄວບຄຸມພະຍາດຕິດຕໍ່ ແລະ ສູນວິເຄາະ ແລະ ລະບາດວິທະຍາ ໄດ້ຄຸ້ມຄອງບໍລິຫານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມ ຫຼັກສູດ 1ປີ ເລີ່ມແຕ່ປີ 2009 ເປັນຕົ້ນມາມາຮອດປັດຈຸບັນ ໄດ້ສຳເລັດການຝຶກອົບຮົມໃຫ້ແກ່ ນັກລະບາດວິທະຍາຈຳນວນ 94 ທ່ານ ແລະ ໄດ້ປະຕິບັດຫນ້າທີ່ກວມເອົາ 18 ແຂວງທົ່ວປະເທດຫຼັກສູດນີ້ໄດ້ຝຶກເຈົ້າໜ້າທີ່ສາທາລະນະສຸກລາວ ໃນການນຳພາການເຝົ້າລະວັງການສອບສວນກໍລະນີຄົ້ນຫາກໍລະນີສຳຜັດ ແລະ ເກັບຕົວຢ່າງຂອງພະຍາດຊຶມເຊື້ອຕ່າງໆສ້າງຄວາມເຂັ້ມແຂງຄວາມອາດສາມາດໃຫ້ແກ່ສູນປະຕິບັດການສຸກເສີນ ໃນລາວ.

ພິທີດັ່ງກ່າວໄດ້ເນັ້ນໃຫ້ເຫັນຄວາມພະຍາຍາມທີ່ຍືນຍົງຂອງ ສະຫະລັດອາເມລິກາ ໃນການສະໜັບສະໜຸນ ສ..ລາວ ທີ່ປະເຊີນໜ້າກັບສິ່ງທ້າທາຍຈາກພະຍາດໂຄວິດ 19 ແລະ ການໃຫ້ຄຳໝັ້ນສັນຍາທີ່ຍືນຍົງຂອງ ກະຊວງປ້ອງກັນປະເທດ ສະຫະລັດ ເພື່ອສ້າງຄວາມອາດສາມາດໃນໄລຍະຍາວທາງດ້ານສາທາລະນະສຸກໃນປີທີ່ຜ່ານມາ ກະຊວງປ້ອງກັນປະເທດ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ແລະ ກົມເສນາຮັກ ກະຊວງປ້ອງກັນປະເທດ ເພື່ອຊ່ວຍຕອບສະໜອງຄວາມຕ້ອງການດ້ານສາທາລະນະສຸກຂອງປະຊາຊົນລາວ ໂດຍການປະກອບສ່ວນຫຼາຍກວ່າ 2.4ລ້ານໂດລາສະຫະລັດ ເຂົ້າໃນຂົງເຂດສະຖານທີ່ບໍລິການສາທາລະນະສຸກລົດສຸກເສີນອຸປະກອນ ແລະ ເຄື່ອງມືຂອງຫ້ອງວິເຄາະນໍ້າຢາກວດ ພະຍາດໂຄວິດ-19, ແລະ ເຄື່ອງປ້ອງກັນຕົວເອງການສຳເລັດການຝຶກອົບຮົມມື້ນີ້ ກໍແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອ ຫຼາຍກວ່າ 8ລ້ານໂດລາ ທີ່ສະຫະລັດຊ່ວຍເຫຼືອ ສປປ ລາວ ໂດຍກົງ ກ່ຽວກັບ ພະຍາດໂຄວິດ-19 ນັບແຕ່ເລີ່ມມີການລະບາດເປັນຕົ້ນມາ.