Flag

An official website of the United States government

ສະຫະລັດອາເມລິກາບໍລິຈາກວັກຊີນກັນພະຍາດໂຄວິດ​-19 ​1​ ລ້ານກວ່າໂດສ໌​ ໃຫ້ແກ່ ສປປ ລາວ ໂດຍຜ່ານ COVAX Facility
19 ບົດອ່ານໜຶ່ງນາທີ
ເດືອນກໍລະກົດ 21, 2021

ນະຄອນຫຼວງວຽງຈັນວັນທີ 15 ເດືອນກໍລະກົດ ປີ 2021 – ມື້ນີ້ສປປ ລາວ ໄດ້ຮັບການຈັດສົ່ງວັກຊີນກັນພະຍາດໂຄວິດ​-19 ຄັ້ງໃໝ່ ຊຶ່ງແມ່ນການບໍລິຈາກຂອງສະຫະລັດອາເມລິກາ ໂດຍຜ່ານ COVAX Facility ຊຶ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ  (CEPI), Gavi ຊຶ່ງເປັນພັນທະມິດວັກຊີນແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.  ໃນນັ້ນປະກອບມີວັກຊີນ Johnson & Johnson/Janssen (J&J/Janssen) ​1,008,000 ໂດສ໌​. ອັນນີ້ແມ່ນສ່ວນໜຶ່ງຂອງການປະກອບສ່ວນຂອງສະຫະລັດອາ ເມລິກາຕໍ່ຄວາມພະຍາຍາມຂອງທົ່ວໂລກທີ່ພວມດຳເນີນການຢ່າງຕໍ່ເນື່ອງເພື່ອຢຸດຕິການລະບາດຂອງພະຍາດ​ ແລະ ເປັນການສະໜັບສະໜູນເປົ້າໝາຍຂອງສປປລາວທີ່ຈະສັກວັກຊີນກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້.

ພິທີມອບ ວັກຊິນ ໃນຄັ້ງນີ້ ເເມ່ນໄດ້ຖືກຈັດຂຶ້ນຢູ່ທີ່ ສະໜາມບິນສາກົນວັດໄຕໂດຍມີ ພະນະທ່ານ ນາງ ປານີ ຢາທໍ່ຕູ້ຮອງປະທານປະເທດ ແຫ່ງ ສປປ ລາວໃຫ້ກຽດເປັນປະທານພິທີ ເເລະ ເຂົ້າຮ່ວມງານໂດຍ ພະນະທ່ານ ດຣບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກພະນະທ່ານ ດຣປີເຕີ ເຮມອນເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວທ່ານ ດຣກ້າວ ຈຸນວ່າການແທນຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ​ສປປ ລາວທ່ານນາງບີອາເຕ ດາສເຕລ໌​, ວ່າການແທນຜູ້ຕາງໜ້າອົງການຢູນິເຊັບປະຈໍາ​ ສປປ ລາວ, ເເລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງອື່ນໆ.

ພະນະທ່ານ ​ນາງ ປານີ ຢາທໍ່ຕູ້ຮອງປະທານປະເທດ ແຫ່ງ ສປປ ລາວ ກ່າວວ່າ: “ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການສືບຕໍ່ຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນສະຫະລັດອາເມລິກາ ເເກ່ ລັດຖະບານ ແລະ ປະຊາຊົນລາວຊຶ່ງໃນຄັ້ງນີ້ ແມ່ນການຊ່ວຍເຫຼືອວັກຊີນປອັ້ງກັນພະຍາດໂຄວິດ-19 ອັນໄດ້ສະເເດງໃຫ້ເຫັນເຖິງສາຍພົວພັນທີ່ດີລະຫວ່າງສອງປະເທດຂອງພວກເຮົາ ພາຍໃຕ້ຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ເເລະ ສປປ ລາວຂ້າພະເຈົ້າເຊື່ອໝັ້ນວ່າ ການໄດ້ຮັບວັກຊີນ ຈອນຊັນ ເເອນ ຈອນຊັນ ຂອງ ສປປ ລາວ ໃນຄັ້ງນີ້ ຈະຊ່ວຍເລັ່ງລັດການບັນລຸເປົ້າໝາຍການຊັກວັກຊີນໃຫ້ໄດ້ຢ່າງນ້ອຍ 50 ເປີເຊັນ ຂອງປະຊາຊົນລາວ ພາຍໃນທ້າຍປີ 2021 ນີ້.”

ຈາກການໄດ້ຮັບວັກຊີນຈຳນວນ​ 1,008,000 ໂດສ໌​ ຊຶ່ງເປັນການບໍລິຈາກໂດຍກົງຈາກປະຊາຊົນອາເມລິກາໃຫ້ແກ່ ສປປ ລາວຈະເຮັດໃຫ້ ລັດຖະບານລາວ ສາມາດຕອບສະໜອງການປ້ອງກັນການຕິດເຊື້ອໄວຣັດໃຫ້ແກ່ປະຊາຊົນ 1 ລ້ານກວ່າຄົນ​ ໃນຈຳນວນປະຊາກອນທັງໝົດປະມານ 7 ລ້ານຄົນ​.

ວັກຊີນກັນພະຍາດໂຄວິດ​-19 J&J/Janssen ແຕກຕ່າງຈາກວັກຊີນກັນພະຍາດໂຄວິດ​-19 ຊະນິດອື່ນໆທີ່ມີຢູ່ໃນ ສປປ ລາວ ໃນປະຈຸບັນ ຍ້ອນວ່າຕ້ອງສັກພຽງຄັ້ງດຽວເທົ່ານັ້ນນອກນັ້ນວັກຊີນ J&J/Janssen ຍັງສາມາດເກັບຮັກສາໄວ້ໃນອຸນຫະພູມຕູ້ເຢັນປົກກະຕິ ຊຶ່ງເປັນທີ່ເໝາະສົມທີ່ສຸດຕໍ່ການສັກວັກຊີນກັນພະຍາດໃຫ້ແກ່ປະຊາກອນໃນເຂດຊົນນະບົດ ຫຼື ເຂດຫ່າງໄກສອກຫຼີກທີ່ເຂົ້າເຖິງຍາກ.

ພະນະທ່ານດຣປີເຕີ ເຮມອນເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ກ່າວວ່າ: “ຂ້າພະເຈົ້າມີຄວາມພູມ ໃຈທີ່ໄດ້ຕາງໜ້າລັດຖະບານສະຫະລັດອາເມລິກາ ໃນການສະໜອງວັກຊີນເພື່ອຊ່ວຍຊີວິດເຫຼົ່ານີ້ໃຫ້ແກ່ປະຊາຊົນ ​ສປປ ລາວການບໍລິຈາກໃນມື້ນີ້ຈະຮັບປະກັນວ່າປະຊາຊົນລາວຫຼາຍກວ່າ 1 ລ້ານຄົນຕື່ມອີກ​ – ປະມານ 14%​ ຂອງປະຊາກອນຂອງ ສປປ ລາວ – ຈະໄດ້ຮັບການສັກວັກຊີນກັນພະຍາດໂຄວິດ​-19 ​ຢ່າງຄົບຖ້ວນ​. ອັນນີ້ຈະເຮັດໃຫ້ ສປປ ລາວ ຫຍັບໃກ້ເຂົ້າເຖິງເປົ້າໝາຍການສັກວັກຊີນກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້​, ແລະ ຈະເຮັດໃຫ້ທົ່ວໂລກຫຍັບໃກ້ເຂົ້າ​​ກັບການຢຸດຕິການແຜ່ລະບາດຂອງພະຍາດນີ້.”

ລັດຖະບານແຫ່ງສປປລາວຈະໃຊ້ວັກຊີນ​ J&J/Janssen ເຫຼົ່ານີ້ ຕໍ່ກຸ່ມທີ່ເປັນູລິມະສິດ​, ລວມທັງຜູ້ທີ່ມີອາຍຸ 60 ປີຂື້ນໄປຄົນທີ່ມີພະຍາດປະຈໍາຕົວ​​ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດໂດຍສອດຄ່ອງກັບແຜນປະຕິບັດງານການສັກວັກຊີນກັນພະຍາດໂຄວິດ-19 ແຫ່ງຊາດ ແລະ ຍັງມີແຜນການເພີ່ມເຕີມເພື່ອນຳໃຊ້ຕໍ່ປະຊາກອນກຸ່ມເປົ້າໝາຍອື່ນໆລວມທັງເຂດຫ່າງໄກ ສອກຫຼີກ ແລະ ເຂດທີ່ເຂົ້າເຖິງໄດ້ຍາກ​.

ດຣກາວຈູນ​, ວ່າການແທນຜູ້ຕາງໜ້າອົງການ WHO ປະຈໍາ ສປປ ລາວ ກ່າວວ່າ:  ການ​​ຮັບປະກັນການເຂົ້າເຖິງວັກຊີນ ແລະການສັກວັກຊີນແບບເທົ່າທຽມກັນໃຫ້ແກ່ຜູ້ທີ່ມີຄວາມສ່ຽງທີ່ສຸດໃນທົ່ວໂລກແມ່ນບູລິມະສິດຕົ້ນຕໍຂອງອົງການ WHO. ການສະໜັບສະໜູນຂອງສະຫະລັດອາເມລິກາໃນຄັ້ງນີ້ ແມ່ນທັນຕາມເວລາທີ່ຕ້ອງການທີ່ສຸດ ເພາະວ່າເປັນການມາເຖິງໃນເວລາທີ່ປະເທດກຳລັງຕ້ອງການຫຼາຍທີ່ສຸດ ແລະ ຈະຊ່ວຍໃຫ້ການສັກວັກຊີນໃຫ້ຜູ້ທີ່ມີຄວາມຕ້ອງການທີ່ສຸດໃນເຂດທີ່ເຂົ້າເຖິງໄດ້ຍາກ​.”

ໃນກອງປະຊຸມສຸດຍອດ G7, ບັນດາສະມາຊິກໄດ້ໃຫ້ຄຳໝັ້ນສັນຍາວ່າຈະຊ່ວຍບັນດາປະເທດທີ່ມີລາຍໄດ້ຕໍ່າ​ ແລະ ລາຍໄດ້ປານກາງໃຫ້ເຂົ້າເຖິງການສັກວັກຊີນດ້ວຍການບໍລິຈາກວັກຊີນ​. ພວກເຮົາຂໍຮຽກຮ້ອງໄປຍັງບັນດາປະເທດຜູ້ທີ່ສາມາດເຂົ້າເຖິງການສະໜອງວັກຊີນໄດ້ດີ ໃຫ້ປະຕິບັດຕາມຕົວຢ່າງຂອງລັດຖະບານສະຫະລັດ ອາເມລິກາຂໍໃຫ້ບໍລິຈາກໂດຍໄວ ແລະ ຢ່າງຕໍ່ເນື່ອງໃນບັນດາເດືອນຕໍ່ໜ້ານີ້.

ທ່ານນາງບີອາເຕ ດາສເຕລ໌​, ວ່າການແທນຜູ້ຕາງໜ້າອົງການຢູນິເຊັບປະຈໍາ​ ສປປ ລາວ ​ກ່າວວ່າ: “​ອີງຕາມການຈັດຕັ້ງວຽກງານສັກຢາກັນພະຍາດໃຫ້ກັບເດັກໃນສິບປີທີ່ຜ່ານມາ ສາມາດເຫັນໄດ້ຢ່າງຊັດເຈນວ່າ ຢາວັກຊີນນັ້ນສາມາດຊ່ວຍຊີວິດໄດ້.  ດັ່ງນັ້ນຂ້າພະເຈົ້າຈຶ່ງຮູ້ສຶກມີຄວາມປິຕິຍິນດີທີ່ໄດ້ເຫັນຄວາມຄືບໜ້າຢ່າງສະໝໍ່າສະເໝີທີ່ພວກເຮົາໄດ້ຮ່ວມກັນ ເພື່ອສັກວັກຊີນກັນພະຍາດໃຫ້ແກ່ປະຊາຊົນລາວຂ້າພະເຈົ້າຂໍສະເເດງຄວາມຂອບໃຈຕໍ່ສະຫະລັດອາເມລິກາໂດຍສະເພາະ ສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ອົງການ USAID, ສຳລັບການປະກອບສ່ວນອັນໃຫຍ່ຫຼວງຂອງພວກເຂົາການເຂົ້າເຖິງຢ່າງເທົ່າທຽມກັນໃນການສັກວັກຊິນກັນພະຍາດໂຄວິດ​-19 ແມ່ນເສັ້ນທາງທີ່ຈະແຈ້ງທີ່ສຸດເພື່ອຫລຸດພົ້ນອອກຈາກການລະບາດຂອງພະຍາດນີ້ສຳລັບພວກເຮົາໝົດທຸກຄົນລວມທັງເດັກ. ​​ຍ້ອນວ່າໄວຣັດກາຍພັນພາໃຫ້ເກີດສາຍພັນໃໝ່​, ຄວາມຕ້ອງການໃຫ້ຮ່ວມມືກັນເພື່ອເອົາຊະນະແມ່ນຈະຍິ່ງຫຍຸ້ງຍາກກວ່າເກົ່າ.  ການບໍລິຈາກວັກຊີນແມ່ນນະໂຍບາຍທີ່ສະຫຼາດສະຫຼຽວ ເເລະ ສະແດງເຖິງຜົນປະໂຫຍດສູງສຸດແບບລວມໝູ່​​ຂອງພວກເຮົາ.” 

ນອກຈາກການຈັດສົ່ງວັກຊີນ J&J/Janssen ຄັ້ງຫຼ້າສຸດນີ້ແລ້ວກ່ອນໜ້ານີ້ ສປປ ລາວ ກໍໄດ້ຮັບການຈັດສົ່ງວັກຊີນກັນພະຍາດໂຄວິດ​-19 Astra Zeneca/Oxford ​ຈຳນວນ 132.000 ໂດສ໌ ​ໃນຕົ້ນເດືອນມິນາ ປີ 2021​, ພ້ອມທັງການຈັດສົ່ງວັກຊີນ Pfizer BioNTech ຈຳນວນ 100,620 ໂດສ໌ ​ໃນຕົ້ນເດືອນມິຖຸນາ ປີ 2021 ຊຶ່ງວັກຊີນທັງສອງຊະນິດນີ້ໄດ້ຮັບການຈັດຊື້ຜ່ານ COVAX Facility.

COVAX ແມ່ນການນຳພາຮ່ວມກັນ ໂດຍ Gavi ຊຶ່ງແມ່ນພັນທະມິດດ້ານວັກຊີນອົງການ WHO ແລະ CEPI ທີ່ເຮັດວຽກຮ່ວມກັບອົງການຢູນິເຊັບ​ ພ້ອມທັງທະນາຄານໂລກອົງການຈັດຕັ້ງສັງຄົມ​, ຜູ້ຜະລິດແລະອື່ນໆ. COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT) ​ຊຶ່ງແມ່ນການຮ່ວມມືທົ່ວໂລກຄັ້ງສໍາຄັນເພື່ອເລັ່ງລັດການພັດທະນາການຜະລິດ ແລະ ການເຂົ້າເຖິງຢ່າງເທົ່າທຽມກັນຕໍ່ການກວດຫາ​, ການປິ່ນປົວ​ ແລະ ການສັກວັກຊີນກັນພະຍາດ​.​

ສະມາຊິກສະພາບໍລິຫານງານຂອງ Gavi ທີ່ມີຕົວແທນໃນ ​ສປປ ລາວ ປະກອບມີອົດສະຕາລີການາດາຄະນະກຳມາທິການສະ ຫະພາບເອີຣົບຝຣັ່ງເຢຍລະມັນຍີ່ປຸ່ນສາທາລະນະລັດເກົາຫຼີລັກແຊມເບີກສະວິດເຊີແລນຣາດຊະອານາຈັກອັງກິດແລະ ສະຫະລັດອາເມລິກາ.