ສະຫະລັດອາເມລິກາ ຮ່ວມກັບ ກະຊວງສາທາລະນະສຸກ ເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ

ນະຄອນຫລວງວຽງຈັນ, ສປປ ລາວ – ສະຫະລັດອາເມລິກາ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ ໄດ້ຮ່ວມມືກັນຢ່າງໃກ້ຊິດໃນການເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ ເພື່ອຊ່ວຍປັບປຸງວຽກງານໂພຊະນາການຂອງປະຊາຊົນລາວໂດຍສະເພາະເດັກນ້ອຍ. ສະຖາບັນໃຫມ່ແຫ່ງນີ້ ປະກອບ ມີຫ້ອງກວດພະຍາດ ແລະ ຫ້ອງຮຽນ ເຊິ່ງໄດ້ຖືກສ້າງຂື້ນໂດຍຄວາມພະຍາຍາມຂອງ ກອງວິສະວະກອນ ກອງທັບສະຫະລັດ (USACE) ລວມມີມູນຄ່າ 3.9 ລ້ານໂດລາສະຫະລັດ. 

ໃນພິທີເປີດທີ່ນະຄອນຫລວງວຽງຈັນ ມີ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ເນົາ ບຸດຕາ, ຫົວໜ້າຫ້ອງວ່າການ ກະຊວງສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ, ອຸປະທູດ ສະຫະລັດ ອາເມລິກາ ປະຈຳລາວ, ແລະ ທ່ານ ພົົນ ຈັດຕະວາ ໂທມາສ ເຈ ທິກເນີ, ຜູ້ບັນຊາການ ແລະ ວິສະວະກອນຂັ້ນກອງພົນ ສຳລັບພະແນກມະຫາສະໝຸດປາຊິຟິກ ຂອງກອງວິສະວະກອນກອງທັບສະຫະລັດ (USACE) ເຂົ້າຮ່ວມພິທີຕັດແຖບຜ້າ ເພື່ອເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາດັ່ງກ່າວຢ່າງເປັນທາງການ.

ໃນລະຫວ່າງການເປີດພິທີ, ທ່ານ ອຸປະທູດ ສະຫະລັດອາເມລິການປະຈຳລາວ ກ່າວໃນຕອນໜຶ່ງວ່າ “ສະຖາບັນນີ້ ແມ່ນໄດ້ມອບໃຫ້ໃນນາມຂອງປະຊາຊົນອາເມລິກາ ມອບໃຫ້ແກ່ປະຊາຊົນ ແລະ ລັດຖະບານ ສປປ ລາວ,”.  “ໂຄງການຕ່າງໆເຊັ່ນນີ້ ຈະຊ່ວຍເພີ່ມທະວີສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂື້ນ, ແລະ ຈະຊ່ວຍປັບປຸງຄຸນະພາບຊີວິດຂອງປະຊາຊົນລາວ ໃນທົ່ວປະເທດ ໃຫ້ດີຂື້ນ.

ການເປີດງານໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງໄລຍະທຳອິດຂອງໂຄງການ ຈາກຈຳນວນສອງໄລຍະທີ່ໄດ້ຮັບທຶນຈາກ USACE.  ສະຖາບັນແຫ່ງນີ້ປະກອບດ້ວຍໂຄງການລິເລີ່ມດ້ານໂພຊະນາການ LANI ເຊິ່ງເປັນໂຄງການຫ້າປີທີ່ໄດ້ຮັບທຶນສະຫນັບສະຫນູນຈາກ ອົງການພັດທະນາສາກົນ ສະຫະລັດອາເມລິກາ USAID ເຊິ່ງຈະປະກອບສ່ວນຊ່ວຍໃນການພັດທະນາຄວາມເປັນຜູ້ນຳທາງດ້ານວິຊາການ ແລະ ການຄົ້ນຄວ້າ ໂດຍການເຮັດວຽກຮ່ວມກັນ ແລະ ມີສ່ວນຮ່ວມກັບບັນດາມະຫາວິທະຍາໄລແຖວຫນ້າ. ສະຖານທີ່ແຫ່ງນີ້ຈະເປັນສະຖານທີ່ເຮັດວຽກຮ່ວມກັນ ລະຫວ່າງ ສະຖາບັນໂພຊະນາການແຫ່ງຊາດລາວ ແລະ ກິດຈະກຳຂອງສູນ LANI ເຊິ່ງເຈົ້າຫນ້າທີ່ຈາກສະຫະລັດອາເມລິກາ ຈະໄດ້ເຮັດວຽກຮ່ວມກັນກັບວິຊາການ ຈາກ ສປປ ລາວ ເພື່ອຈັດຕັ້ງປະຕິວຽກງານເຮັດການຄົ້ນຄວ້າໃນທ້ອງຖິ່ນ ເພື່ອຊອກຫາວິທີການແກ້ໄຂຄວາມທ້າທາຍທາງດ້ານໂພຊະນາການ ແລະ ພັດທະນາໝາກຜົນດ້ານວຽກງານໂພຊະນາການໃນຊຸມຊົນພາຍໃນປະເທດ ໂດຍສະເພາະບັນດາເດັກນ້ອຍໃນ ສປປ ລາວ. ເປົ້າໜາຍອັນສຳຄັນທີ່ສຸດກໍ່ຄືການສ້າງສູນທີ່ມີປະໂຫຍດໃນການສົ່ງເສີມໃຫ້ກະຊວງສາທາລະນະສຸກໃນການພັດທະນາທາງດ້ານແຜນງານດ້ານໂພຊະນາການ ແລະ ການພັດທະນາສຸຂະພາບໃຫ້ແກ່ປະຊາຊົນໃນທົ່ວປະເທດ.