ທີ່ ຮາວາຍ: ໃນວັນທີ 18 ກັນຍາ 2018, ເຈົ້າໜ້າທີ່ອາວຸໂສ ກອງທັບສະຫະລັດອາເມລິກາ ທີ່ຮາວາຍ ໄດ້ເປັນເຈົ້າພາບຕ້ອນຮັບຄະນະຜູ້ແທນ ຈາກກະຊວງປ້ອງກັນປະເທດ ທີ່ at Camp Smith, ເພື່ອພົບປະປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ ປະຈຳປີ ຄັ້ງທີ່ 13.
ຄະນະຜູ້ແທນໄດ້ເນັ້ນໜັກເຖິງການຮັດແໜ້ນສາຍພົວພັນສອງຝ່າຍ ແລະ ການຮ່ວມມືຮອບດ້ານ, ແລະ ການເສີມຂະຫຍາຍການຮ່ວມມືໃນພາກປະຕິບັດຕົວຈິງໃນຫຼາຍໆຂົງເຂດວຽກງານ.
ກອງປະຊຸມໄດ້ດຳເນີນໄປ ພາຍໃຕ້ການເປັນປະທານຂອງທ່ານ ພົນຕີ ຊູຊານ ວາເຣສ-ລູມ ຫົວໜ້າກົມນະໂຍບາຍ ແລະ ວາງແຜນຍຸດທະສາດ, ສູນບັນຊາການກອງທັບສະຫະລັດອາເມລິກາ ປະຈໍາພາກພື້ນອິນໂດ-ປາຊີຟິກ ແລະ ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສິ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ນ. ຣີນາ ບິດເຕີ ກ່າວເປີດກອງປະຊຸມ.
ທ່ານ ພົນຕີ ຊູຊານ ວາເຣສ-ລູມ ໄດ້ມີໂອກາດພົບປະກັບ ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສິ ໃນປິ 2016 ທີ່ຜ່ານມາ ໃນໄລຍະທີ່ ສປປ ລາວ ຮັບໜ້າທີ່ເປັນປະທານອາຊຽນ. ທ່ານພົນຕີໄດ້ສັງເກດເຫັນເຖິງຄວາມຄືບໜ້າອັນໃຫຍ່ຫຼວງໃນສາຍພົວພັນຮ່ວມມື ແລະ ຮັບຮູ້ເຖິງຄວາມສຳຄັນຂອງການສືບຕໍ່ກອງປະຊຸມ BDD ໃນວຽກງານປ້ອງກັນຊາດ.
ທ່ານ ພົນຕີ ຊູຊານ ວາເຣສ-ລູມ ໄດ້ກ່າວວ່າ: ປະເທດຂອງພວກເຮົາກຳລັງປະເຊີນກັບຄວາມທ້າທາຍອັນຫຼາກຫຼາຍຮ່ວມກັນ, ພວກເຮົາສາມາດຮຽນຮູ້ແລະຖອດຖອນບົດຮຽນຈາກປະສົບການຂອງກັນແລະກັນໃນຫຼາຍໆດ້ານ ເຊັ່ນ ການຕອບໂຕ້ໄພພິບັດ ແລະ ການຄວບຄຸມໂລກລະບາດ ຕ່າງໆ.
ໃນບົດປາໃສ ກ່າວເປີດກອງປະຊຸມ, ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານ ນ. ຣີນາ ບິດເຕີ ໄດ້ກ່າວເນັ້ນໜັກເຖິງ ຄວາມສຳຄັນຂອງໂອກາດຕ່າງໆແລະການເສີມຂະຫຍາຍຄວາມຮ່ວມມືໃນວຽກງານປ້ອງກັນຊາດ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ, ລວມທັງ ວຽກງານການຝຶກອົບຮົມທາງການແພດ, ການແລກປ່ຽນທາງດ້ານການສຶກສາ ແລະ ການຝຶກອົບຮົມຕ່າງໆ ດ້ານຄວາມປອດໄພໃນພາກພື້ນ.
ທ່ານ ນ. ບິດເຕີ ໄດ້ກ່າວວ່າ: ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຮ່ວມເປົ້າໝາຍອັນດຽວກັນ ໃນການສະໜັບສະໜູນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ເປັນປະເທດທີ່ມີຄວາມຜາສຸກ ແລະ ເຊື່ອມໂຍງກັບບັນດາປະເທດສະມາຊິກອາຊຽນ. ວຽກງານປ້ອງກັນຊາດສອງຝ່າຍແມ່ນເປັນການປະກອບສ່ວນອັນສຳຄັນເຂົ້າໃນເປົ້າໝາຍດັ່ງກ່າວ.
ເປົ້າໝາຍວຽກງານປ້ອງກັນຊາດສອງຝ່າຍແມ່ນເພື່ອການພັດທະນາໂຄງການຮ່ວມມືທາງດ້ານຄວາມໝັ້ນຄົງ,ເພື່ອຮັດແໜ້ນສາຍພົວພັນວຽກງານດ້ານຄວາມປອດໄພຂອງສອງຝ່າຍ. ພ້ອມກັນນັ້ນຍັງເປັນການສົ່ງເສີມການຮ່ວມມືທາງດ້ານການທະຫານໃນຂົງເຂດພາກພື້ນໃຫ້ຫຼາຍຂື້ນກວ່າເກົ່າ ແລະ ຍັງເປັນການສົ່ງເສີມຜົນປະໂຫຍດຮ່ວມກັນຂອງສອງຊາດອິກດ້ວຍ.
ໝາກຜົນອັນສຳຄັນຈຳນວນໜຶ່ງທີ່ຍາດມາໄດ້ຫຼາຍທີ່ສຸດຄືການຮ່ວມມືດ້ານການສ້າງໂຄງລ່າງພື້ນຖານດ້ານການແພດ, ຂະແໜງການເກັບກູ້ລະເບີດບໍ່ທັນແຕກ UXO, ການຊ່ວຍເຫຼືອບັນເທົາທຸກທາງດ້ານໄພທຳມະຊາດ. ການຮ່ວມມືຍັງໄດ້ຂະຫຍາຍການຝຶກອົບຮົມ ແລະ ໂອກາດດ້ານການສຶກສາ ເຊັ່ນ: ການຝຶກອົບຮົມພາສາອັງກິດ ແລະ ສົ່ງເສີມໃຫ້ກອງທັບປະຊາຊົນລາວໃນການເຂົ້າຮ່ວມ ກອງປະຊຸມພາກພື້ນ, ສຳມະນາ ແລະ ກອງປະຊຸມເຈົ້າຫນ້າທີ່ອາວຸໂສລະດັບສູງ.
ສູນບັນຊາການກອງທັບສະຫະລັດອາເມລິກາ ປະຈຳພາກພື້ນອິນໂດ-ປາຊີຟິກ ແມ່ນຮັບຜິດຊອບໃນຂົງເຂດພື້ນທີ່ກວມເອົາ 36 ປະເທດໃນພາກພື້ນອາຊີປາຊີຟິກ. ແລະ ຍັງຖືເປັນສູນບັນຊາການທີ່ເກົ່າແກ່ ແລະ ໃຫ່ຍທີ່ສຸດ.