ສະຫະລັດອາເມລິກາ ແລະ ອົງການອານາໄມໂລກ ສົ່ງເສີມການສຶກສາ ໂພຊະນາການຂອງເດັກນ້ອຍ ໂດຍຜ່ານໂຄງການອາຫານສຳລັບການສຶກສາ

ໃນວັນທີ່ 10 ມີນາທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳ ສປປ ລາວ ຣີນາ ບິດເຕີ ໄດ້ເຂົ້າຢ້ຽມຢາມບັນດາໂຮງຮຽນຢູ່ແຂວງຫຼວງພະບາງທີ່ໄດ້ຮັບການສະໜັບສະໜູນໂດຍ ອົງການອາຫານໂລກ (WFP)  ແລະ ລັດຖະບານສະຫະລັດອາເມຣິກາ.

ໂຄງການອາຫານສຳລັບການສຶກສາ (McGovern-Dole Food for Education Program) ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເງິນທຶນຕໍ່ອົງການອາຫານໂລກ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ. ໃນແຕ່ລະມື້, ມີເດັກນ້ອຍຈຳນວນ 140,000 ຄົນ ຈາກ 1,450 ໂຮງຮຽນ ໃນ 7ແຂວງ ທົ່ວປະເທດ ໄດ້ຮັບ ອາຫານວ່າງ ຫຼື ອາຫານທ່ຽງ ທີ່ມີໂພຊະນາການ ແລະ ມີປະໂຫຍດ. ໂຄງການດັ່ງກ່າວນີ້ຈະຊ່ວຍເພີ່ມອັດຕາການເຂົ້າໂຮງຮຽນ ແລະ ການມາໂຮງຮຽນຂອງຂອງເດັກ ພ້ອມທັງ ຫຼຸດຜ່ອນອັດຕາການອອກໂຮງຮຽນອີກດ້ວຍ.  ເວົ້າລວມແລ້ວ, ໂຄງການດັງກ່າວນີ້ ຈະຊ່ວຍເຂົ້າໃນການພັດທະນາ ແລະ ເສີມສ້າງໂອກາດທີ່ດີໃຫ້ແກ່ເດັກຍິງ ແລະ ເດັກຊາຍ ເພື່ອທີ່ຈະໄດ້ຮັບການສຶກສາຂັ້ນພື້ນຖານທີ່ດີ.

ທ່ານເອກອັກຄະລັດຖະທູດ ຣີນາ ບິດເຕີ ໄດ້ກ່າວວ່າ: ການສະໜັບສະໜູນໂຄງການດັ່ງ ແມ່ນເພື່ອຢາກໃຫ້ນັກຮຽນ ສຸມໃສ່ການສຶກສາ ເຊິ່ງຖືວ່າເປັນການລົງທຶນໃນໄລຍະຍາວຂອງພວກເຮົາ ຕໍ່ກັບການພັດທະນາດ້ານເສດຖະກິດ ແລະ ສັງຄົມ.

ພະແນກກະສິກຳປະຈຳ ສະຫະລັດອາເມລິກາ ຍັງໄດ້ປະກອບສ່ວນ ບັນດາອາຫານປະຈໍາວັນລວມທັງຜະລິດຕະພັນ ອື່ນໆ, ສ່ວນການປູກຜັກແມ່ນໂຮງຮຽນຈະເປັນຜູ້ປູກເອງ. ບັນດານັກສຶກສາຈະໄດ້ຮັບສານອາຫານທີ່ມີ ທາດໂປຼຕີນທີ່ມາຈາກ ປາ ຫຼື ໄກ່. ນີ້, ກໍເພື່ອຮັບປະກັນເຖິງການບໍລິໂພກອາຫານທີ່ມີໂພສະນາການທີ່ດີ.

ໂດຍຜ່ານໂຄງການ (The Local and Regional Purchase Program) ທີ່ໄດ້ຮັບທຶນຈາກ ລັດຖະບານສະຫະລັດອາເມລິກາ, ໂຄງການດັ່ງກ່າວຍັງມີສ່ວນກ່ຽວພັນອັນສຳຄັນໃນການຜະລິດກະສິກຳໃນຊຸມຊົນ. ຈຸດປະສົງຂອງໂຄງການນີ້ ແມ່ນແນ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນຂະໜາດນ້ອຍ, ໂດຍສະເພາະແມ່ນ ບັນດາເພດຍິງໃນການເພີ່ມພູນຜົນຜະລິດ ແລະ ການສ້າງຕະຫຼາດໃຫ້ແກ່ພວກເຂົາ.  ເນື່ອງຈາກວ່າໂຮງຮຽນເອງຈະໄດ້ເປັນຜູ້ຈັດຫາທາງດ້ານສະບຽງອາຫານ, ສິ່ງດັ່ງກ່າວນີ້ຈະນຳພາພວກເຂົາໄປສູ່ ຄວາມຢືນຍົງ ແລະ ການເປັນເຈົ້າການໃນຊຸມຊົນໃນໄລຍະຍາວ.

ຜູ້ອຳນວຍປະຈຳ (WFP)  ທ່ານ ນາງ Sarah Gordon-Gibson ໄດ້ກ່າວວ່າ:  ການຊ່ວຍເຫຼືອຢ່າງຕໍ່ເນື່ອງຂອງສະຫະລັດອາເມຣິກາ ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການລົງທຶນໃຫ້ແກ່ ເດັກນ້ອຍ ແລະ ອະນາຄົດປະເທດຊາດ. ຄວາມຄືບຫນ້າທີ່ພວກເຮົາໄດ້ບັນລຸ ແມ່ນມີຜົນອັນສຳຄັນໃນການພັດທະນາຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ໃກ້ຊິດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ. ພວກເຮົາຈະຮ່ວມກັນ ນຳພາສິ່ງທີ່ມີເປັນປະໂຫຍດອັນສູງສຸດມາສູ່ລູກຫຼານ.

ໃນບັນດາປະເທດທີ່ໄດ້ດຳເນີນ ກໍລະນີສຶກສາທາງດ້ານການລົງທຶນ ໄດ້ສະແດງໃຫ້ເຫັນວ່າ ທຸກໆຈຳນວນເງິນທີ່ລົງທຶນໃສ່ໂຄງການອາຫານໃນໂຮງຮຽນນັ້ນ ໄດ້ເຮັດໃຫ້ສຸຂະພາບ ແລະ ການສຶກສາຂອງນັກຮຽນໄດ້ມີການພັດທະນາ ແລະ ປະສິດທິພາບໃນການເຮັດວຽກຂອງພວກເຂົາເພີ່ມຂຶ້ນຢ່າງກ້າວກະໂດດໃນຕອນທີ່ພວກເຂົາກ້າວເຂົ້າສູ່ຄວາມເປັນຜູ້ໃຫຍ່. ນີ້ຖືວ່າເປັນການລົງທຶນອັນສຳຄັນສຳລັບການພັດທະນາທັງໝົດຂອງປະເທດຊາດ.