ນະຄອນຫຼວງວຽງຈັນ, ສປປ ລາວ — ວັນທີ 26 ກໍລະກົດ 2021, ທ່ານ ນາງ ຈອຍ ຊາກຸໄຣ, ຮອງທູດ ສະຫະລັດອາເມລິກາປະຈຳລາວ ແລະ ເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດຂອງສະຫະລັດ, ໜ່ວຍງານຮັກສາຄວາມປອດໄພທາງການທູດ ໄດ້ມອບເຄື່ອງສະແກນໜັງສືເດີນທາງ (ATOM ADR300 Document Readers) ຈໍານວນ 30 ເຄື່ອງ ມູນຄ່າ 48,000 ໂດລາສະຫະລັດ ແກ່ ທ່ານ ພັນໂທ ສຸວັນນະກອນ ສີພາມະວົງ, ຮອງຫົວໜ້າກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ແລະ ຫົວໜ້າຄະນະຄຸ້ມຄອງດ່ານສະໜາມບິນສາກົນວັດໄຕ, ກະຊວງປ້ອງກັນຄວາມສະຫງົບ ເຊິ່ງແມ່ນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງຂອງສະຫະລັດອາເມລິກາ ໃນການບັງຄັບໃຊ້ກົດໝາຍລາວໃນການຕ້ານການກໍ່ອາດຊະຍາກຳຂ້າມຊາດ.
ລັດຖະບານສະຫະລັດອາເມລິກາ ໄດ້ຈັດຊື້ເຄື່ອງສະແກນໜັງສືເດີນທາງເຫຼົ່ານີ້ໃຫ້ແກ່ ກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ພ້ອມກັບເຄື່ອງສະແກນໜັງສືເດີນທາງ (eMRTD) ເພື່ອຊ່ວຍໃນການລະບຸການປອມແປງ ຫຼື ປອມແປງເອກະສານເດີນທາງ ທີ່ດ່ານສາກົນກວດຄົນເຂົ້າ–ອອກເມືອງທົ່ວ ສປປ ລາວ. ເຄື່ອງສະແກນໜັງສືເດີນທາງນີ້ຈະຊ່ວຍໃຫ້ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ–ອອກເມືອງ ສາມາດກວດສອບເອກະສານເດີນທາງໂດຍ ການກວດສອບພາບທີ່ມີຄວາມລະອຽດສູງ ດ້ວຍລະບົບອິນຟາເລດ ແລະ ແສງອຸນຕາໄວໂອເລດ, ໂຊນລະຫັດ (MRZ) ຂອງເອກະສານເດີນທາງໄດ້ຢ່າງວ່ອງໄວ, ແລະ ອ່ານຂໍ້ມູນ RFID ຈາກເອກະສານອີເລັກໂຕນິກ ລວມເຖິງຂໍ້ມູນທີ່ຖືກຕາມມາດຕະຖານລ່າສຸດຂອງ ICAO LDS.
ທ່ານ ຮອງທູດ ຊາກຸໄຣ ໄດ້ກ່າວວ່າ: “ພວກເຮົາມີຄວາມຍີນດີທີ່ໄດ້ມອບເຄື່ອງສະແກນຫນັງສືເດີນທາງ ຈຳນວນ30ເຄື່ອງ ໃຫ້ແກ່ ກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ. ເຄື່ອງສະແກນນີ້ແມ່ນຜະລິດໂດຍຜູ້ຊ່ຽວຊານ ເຊິ່ງມີແອັບພີເຄຊັນໃນການນຳໃຊ້ງານເພື່ອລະບຸຕົວຕົນ ແລະ ຄວາມປອດໄພ ເຊິ່ງໄດ້ຖືກຊົມໃຊ້ຢ່າງກວ້າງຂວາງໃນຂະແໜງວຽກງານການບັງຄັບໃຊ້ກົດໝາຍ ລວມທັງທີ່ປະເທດສະຫະລັດອາເມລິກາ.” ທ່ານ ຮອງທູດ ກ່າວຕື່ມອີກວ່າ: ເຄື່ອງມືທີທັນສະໄໝນີ້ຈະຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ເພີ່ມປະສິດທິພາບຂອງວຽກງານຢູ່ດ່ານສາກົນຕ່າງໆໃນທົ່ວ ສປປ ລາວ ເພີ່ມຄວາມອາດສາມາດໃຫ້ການກວດຄົນເຂົ້າ–ອອກເມືອງໃນການກວດກາ ແລະ ກວດສອບເອກກະສານ ການປອມແປງເອກກະສານທີ່ອາດເກີດຂື້ນ. “ພວກເຮົາຂໍຂອບໃຈ ແລະ ເຫັນຄວາມສຳຄັນຂອງ ກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ໃນການປ້ອງກັນຄວາມສະຫງົບຂອງ ສປປ ລາວ ຕາມຊາຍແດນ. ຂ້າພະເຈົ້າໝັນໃຈວ່າເຄື່ອງສະແກນນີ້ຈະສ້າງຜົນປະໂຫຍດໃຫ້ທັງກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ແລະ ປະຊາຊົນ. ປີນີ້ແມ່ນປີແຫ່ງການສະເຫຼີມສະຫຼອງຄົບຮອບ 5 ປີສາຍພົວພັນແບບກວມລວມ ລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ, ພວກເຮົາຫວັງຢ່າງຍິ່ງ ໃນການສຶບຕໍ່ພັດທະນາ ສາຍພົວພັນໃຫ້ເຂັ້ມແຂງຂື້ນໃນການສົ່ງເສີມການເປີດກວ້າງອິນໂດປາຊີຝິກ.” ກ່າວໂດຍ ທ່ານ ນາງ ຈອຍ ຊາກຸໄຣ, ຮອງທູດສະຫະລັດອາເມລິກາປະຈຳລາວ.
ກະຊວງການຕ່າງປະເທດຂອງສະຫະລັດ, ໜ່ວຍງານຮັກສາຄວາມປອດໄພທາງການທູດ, ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ (INL) ແລະ ກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮ່ວມກັນເສີມຂະຫຍາຍ ວຽກງານດ້ານຄວາມສະຫງົບຕາມຊາຍແດນໃນກັບຮັບມືໃນການຕ້ານອາຊະຍາກຳການເດີນທາງ, ການຄ້າມະນຸດ ແລະ ອາຊະຍາກຳຂ້າມຊາດ. ໃນໄລຍະສອງປີທີ່ຜ່ານມານີ້, ໜ່ວຍງານຮັກສາຄວາມປອດໄພທາງການທູດ ໄດ້ປະກອບສ່ວນຊ່ວຍໃນການຈັດຝຶກອົບຮົມດ້ານການປັງຄັບໃຊ້ກົດໝາຍ ແລະ ຝຶກອົບຮົມດ້ານຄວາມປອດໄພ ແລະ ການຊ່ວຍເຫຼືອດ້ານອື່ນໆໃຫ້ແກ່ ກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ລວມທັງ ການຝຶກອົບຮົມດ້ານການປອມແປງເອກກະສານ ແລະ ການຝຶກອົບຮົມດ້ານ ການຄ້າມະມຸດໃຫ້ແກ່ ເຈົ້າໜ້າທີ່ຫຼາຍກວ່າ 300 ທ່ານໃນທົ່ວປະເທດ.