ທ່ານ Rex W. Tillerson
ລັດຖະມົນຕີກະຊວງການຕ່າງປະເທດ
ວໍຊິງຕັນ, ດີຊີ
ພະຈິກ 30, 2017
ຕາງຫນ້າໃຫ້ ລັດຖະບານ ສະຫະລັດອາເມລິກາ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ປະຊາຊົນລາວ ເນື້ອງໃນໂອກາດ ວັນຊາດທີ 2 ທັນວາ. ສາຍພົວພັນລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ສືບຕໍ່ພັດທະນາການຮ່ວມມືແບບກວມລວມ ແລະ ພວກເຮົາຫວັງວ່າສາຍພົວພັນນີ້ຈະເຕີບໃຫຍ່ຂະຫຍາຍຕົວຫລາຍຂື້ນກວ່າເກົ່າໃນປີທີ່ຈະມາເຖີງນີີ້. ການສຶບຕໍໍ່ການຮ່ວມມືດ້ານວຽກງານການເກັບກູ້ລະເບີດບໍ່ທັນແຕກ, ການສະໜັບສະໜູນທີ່ເຂັ້ມແຂງຂອງພວກເຮົາຕໍໍ່ເປົ້າໝາຍການພັດທະນາຂອງ ສປປ ລາວ ແລະ ການຂະຫຍາຍການມີສ່ວນຮ່ວມທາງດ້ານການຄ້າໄດ້ສະທ້ອນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວທາງດ້ານສາຍພົວພັນຂອງສອງປະເທດ.
ພວກເຮົາມີຄວາມໝາຍໝັັ້ນທີ່ຈະເຮັດວຽກຮ່ວມກັນກັບ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນ ແລະ ນຳເອົາຄວາມຜາສຸກ ແລະ ຄວາມປອດໄພມາສູ່ສອງປະເທດຂອງພວກເຮົາກໍ່ຄືພາກພື້ນອາຊີຕາເວັນອອກ ສຽງໃຕ້ ແລະ ໃນໂລກ. ພວກເຮົາຂໍອວຍພອນໃຫ້ປະຊາຊົນຄົນລາວມີແຕ່ຄວາມຜາສຸກ ແລະ ຄວາມສຸກ.