ສ. ອາເມລິກາໃຫ້​ການ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ອາ​ຊຽນ (ASEAN) ໃນ​ການ​ຕໍ່​ສູ້​ພະ​ຍາດ​ໂຄວິດ-19 (COVID-19)

ໃນຖານະທີ່ເປັນຜູ້ນຳດ້ານສາທາລະນະສຸກ ແລະ ທາງດ້ານມະນຸດສະທຳທົ່ວໂລກໃນການຕອບໂຕ້ກັບພະຍາດໂຄວິດ-19 (COVID-19), . ອາເມລິກາໄດ້ດຳເນີນການຢ່າງເລັ່ງດ່ວນເພື່ອໃຫ້ການຊ່ວຍເຫຼືອຄູ່ຮ່ວມງານອາຊຽນ (ASEAN) ຂອງພວກເຮົາໃນການຕໍ່ສູ້ກັບພະຍາດ COVID-19. ນັບຕັ້ງແຕ່ການລະບາດເລີ່ມຕົ້ນ, ລັດຖະບານສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກສຸກເສີນ ແລະ ດ້ານມະນຸດສະທຳແກ່ບັນດາປະເທດສະມາຊິກອາຊຽນແລ້ວປະມານ 18.3 ລ້ານໂດລາ. ນັບຕັ້ງແຕ່ວັນທີ 26 ມີນາ 2020 . ອາເມລິກາກຳລັງໃຫ້ການປະກອບສ່ວນເບື້້ອງຕົ້ນຢູ່ໃນທົ່ວໂລກເກືອບຮອດ 274 ລ້ານໂດລາໃນການຊ່ວຍເຫຼືອທາງດ້ານສາທາລະນະສຸກສຸກເສີນ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳເພື່ອຊ່ວຍໃຫ້ບັນດາປະເທດທີ່ມີຄວາມຕ້ອງການ, ເຊິ່ງເປັນການເພີ່ມເຕີມໃສ່ການໃຫ້ທຶນທີ່ພວກເຮົາໄດ້ໃຫ້ກັບບັນດາອົງການຈັດຕັ້ງສາກົນທີ່ເຮັດວຽກຮ່ວມກັນຫຼາຍຝ່າຍເຊັ່ນ: ອົງການອະນາໄມໂລກ ແລະ ອຸຍນີເຊັບ (UNICEF).

ຈຳນວນເງິນທັງໝົດມາຮອດປັດຈຸບັນນີ້ລວມເຖິງຈຳນວນເງິນຊ່ວຍເຫຼືອດ້ານສາທາລະນະສຸກສຸກເສີນເກືອບ 100 ລ້ານໂດລາຈາກກອງທຶນສຳຮອງສຸກເສີນສາທາລະນະສຸກທົ່ວໂລກຂອງອົງການ​ USAID ຫຼື USAID’s Global Health Emergency Reserve Fund ແລະ 110 ລ້ານໂດລາໃນການຊ່ວຍເຫຼືອດ້ານມະນຸດສະທຳຈາກບັນຊີຊ່ວຍເຫຼືອໄພພິບັດສາກົນຂອງ USAID ຫຼຶ USAID’s International Disaster Assistance ທີ່ຈະໄດ້ສະໜອງໃຫ້ເຖິງ 64 ປະເທດທີ່ມີຄວາມສ່ຽງທີ່ສຸດທີ່ກຳລັງປະເຊີນໜ້າກັບໄພຂົ່ມຂູ່ຂອງການແພ່ລະບາດໃນທົ່ວໂລກ​. ໂດຍຜ່ານສຳນັກງານປະຊາກອນ, ຜູ້ລີ້ໄພ ແລະ ການອົບພະຍົກຂອງກະຊວງການຕ່າງປະເທດ, ອົງການຜູ້ລີ້ໄພຂອງສະຫະປະຊາຊາດ ຫຼື UNHCR ຈະໄດ້ຮັບເງິນ 64 ລ້ານໂດລາໃນການຊ່ວຍເຫຼືອດ້ານມະນຸດສະທຳເພື່ອຊ່ວຍແກ້ໄຂໄພຂົ່ມຂູ່ທີ້ເກີດຂຶ້ນຈາກ COVID-19 ຢູ່ໃນສະຖານະການທີ່ເປັນວິກິດການທາງດ້ານມະນຸດສະທຳປັດຈຸບັນໃຫ້ແກ່ປະຊາກອນກຸ່ມທີ່ສ່ຽງທີ່ສຸດຂອງໂລກ.

ການໃຫ້ທຶນໃໝ່ເພື່ອຊ່ວຍເຫຼືອບັນດາປະເທດສະມາຊິກອາຊຽນ (ASEAN) ໃນການຕໍ່ສູ້ກັບພະຍາດໂຄວິດ-19 (COVID-19):

ການໃຫ້ທຶນແກ່ບັນດາປະເທດອາຊຽນ (ASEAN) ຂອງສະຫະລັດໃນການຊ່ວຍເຫຼືອຕໍ່ສູ້ກັບພະຍາດ COVID-19 ແມ່ນມີເປົ້າໝາຍເພື່ອ:

  • ກະກຽມຫ້ອງທົດລອງເພື່ອການກວດຫາເຊື້້ອພະຍາດ COVID-19 ຂະໜາດໃຫຍ່
  • ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ;
  • ສົ່ງເສີມໃຫ້ເກີດການສື່ສານດ້ານຄວາມສ່ຽງ​;
  • ຈັດຕັ້ງປະຕິບັດແຜນສຸກເສີນສາທາລະນະສຸກຕາມຈຸດຊາຍແດນຕ່າງໆ;
  • ເຮັດການຊອກຫາກໍລະນີ ແລະ ການເຝົ້າຕິດຕາມອາການປ່ວຍທີ່ຄ້າຍຄືໄຂ້ຫວັດໃຫຍ່;
  • ຝຶກອົບຮົມ ແລະ ຕຽມຄວາມພ້ອມທາງດ້ານທັກສະການກວດຫາ ແລະ ຕິດຕາມຜູ້ສຳພັດກັບພະຍາດໃຫ້ແກ່ເຈົ້າໜ້າທີ່ເພື່ອທີ່ຈະໄດ້ຕອບໂຕ້ຢ່າງຫີບດ່ວນ;
  • ປັບປຸງຄູ່ມືຝຶກອົບຮົມໃຫ້ກັບເຈົ້າໜ້າທີ່ສາທາລະນະສຸກ.

ໜ່ວຍງານລັດຖະບານສະຫະລັດທີ່ກຳລັງນຳໜ້າໃນການຕອບໂຕ້ຢູ່ໃນສາກົນ, ລວມທັງກະຊວງການຕ່າງປະເທດ, ອົງການ USAID ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ຂອງສະຫະລັດທີ່ກຳລັງເຮັດວຽກຢ່າງໃກ້ຊິດເພື່ອຈັດແບ່ງບັນດາທຶນອີງຕາມຈຸດທີມີຄວາມຮ້າຍແຮງ ແລະ ຄວາມອາດສາມາດໃນການຮັບມືກັບ COVID-19. ນອກນັ້ນສະຫະລັດຍັງປະສານກັບຜູ້ໃຫ້ທຶນອື່ນໆເພື່ອເສີມການຊ່ວຍເຫຼືອ ແລະ ຫຼີກລ້ຽງຄວາມພະຍາຍາມທີ່ຊ້ຳຊ້ອນກັນ.

ການຊ່ວຍເຫຼືອຂອງອາເມຣິກາໃຫ້ກັບຂະແໜງສາທາລະນະສຸກຂອງອາຊຽນ ASEAN

ການຊ່ວຍເຫຼືອສຸກເສີນນີ້ແມ່ນເປັນການເພີ່ມເຕີມໃສ່ການຊ່ວຍເຫຼືອດ້ານສາທາລະນະສຸກເກືອບ 3.5 ຕື້ໂດລາທີ່ສະຫະລັດໄດ້ຈັດສະໜອງໃຫ້ແກ່ບັນດາປະເທດສະມາຊິກອາຊຽນ (ASEAN) ຕະຫຼອດ 25​ປີທີ່ຜ່ານມາ. ສະຫະລັດເປັນຜູ້ນຳໃນການຊ່ວຍເຫຼືອດ້ານສາທາລະນະສຸກໃນທົ່ວໂລກໂດຍມີການຈັດແບ່ງທຶນຫຼາຍກວ່າ 9.5 ຕື້ໂດລາໃນປີ 2019 ເພື່ອຊ່ວຍເຫຼືອດ້ານສາທາລະນະສຸກໃນທົ່ວໂລກ, ລວມທັງອາຊີຕາເວັນອອກສຽງໃຕ້. ຈຳນວນເງິນນີ້ລວມມີການໃຫ້ທຶນເພື່ອຕໍ່ສູ້ກັບໄພການແພ່ລະບາດຂອງພະຍາດຕ່າງໆເຊັ່ນ: ພາຍາດຕິດຕໍ່ທາງເພດສຳພັນ ຫຼື HIV/AIDS, ໄຂ້ຍຸງ, ວັນນະໂລກປອດ ແລະ ຄວາມຈຳເປັນທາງດ້ານສາທາລະນະສຸກອື່ນໆ. ຕັ້ງແຕ່ປີ 2009, ຜູ້ເສຍພາສີຄົນອາເມຣິກາມີໃຈກວ້າງຂວາງໃນການໃຫ້ທຶນໃນການຊ່ວຍເຫຼືອດ້ານສາທາລະນະສຸກຫຼາຍກວ່າ 100 ຕື້ໂດລາ ແລະ ເກືອບ 70 ຕື້ໂດລາເຂົ້າໃນການຊ່ວຍເຫຼືອດ້ານມະນຸດສະທຳໃນທົ່ວໂລກ. ປະເທດຂອງພວກເຮົາສືບຕໍ່ເປັນຜູ້ໃຫ້ທຶນຊ່ວຍເຫຼືອທາງດ້ານສາທາລະນະສຸກ ແລະ ມະນຸດສະທຳທີ່ໃຫຍ່ທີ່ສຸດຜູ້ໜຶ່ງສຳລັບການພັດທະນາໄລຍະຍາວ ແລະ ຄວາມພະຍາຍາມສ້າງຄວາມຮູ້ຄວາມສາມາດກັບຄູ່ຮ່ວມງານຕ່າງໆ ແລະ ຄວາມພະຍາຍາມຕອບໂຕ້ສຸກເສີນໃນການປະເຊີນໜ້າກັບວິກິດການທີ່ເກີດຂຶ້ນ. ເງິນນີ້ໄດ້ຊ່ວຍຊີວິດ, ປົກປ້ອງຄົນຜູ້ທີ່ມີຄວາມສ່ຽງສູງຕໍ່ກັບພະຍາດ, ສ້າງສະຖາບັນສຸຂະພາບ ແລະ ສົ່ງເສີມສະຖຽນນະພາບຂອງຊຸມຊົນ ແລະ ຊາດຕ່າງໆ.

ການຊ່ວຍເຫຼືອ COVID-19 ສຸກເສີນຂອງສະຫະລັດສຳລັບບັນດາປະເທດອາຊຽນ (ASEAN) (ແບ່ງ ຕາມແຕ່ລະປະເທດ, ນັບແຕ່ວັນທີ 26 ມີນາ):

ສະຫະລັດກຳລັງໃຫ້ການຊ່ວຍເຫຼືອທັງດ້ານວິຊາການ ແລະ ດ້ານການເງິນແກ່ບັນດາປະເທດອາຊຽນ (ASEAN) ໃນເບື້ອງຕົ້ນແມ່ນ 18.3 ລ້ານໂດລາ. ການຊ່ວຍເຫຼືອແມ່ນໄດ້ກຳນົດດັ່ງລຸ່ມນີ້:

ຣູໄນ:

  • ກະຊວງການຕ່າງປະເທດຕອບສະໜອງຄຳສະເໜີຂອງບຣູໄນທີ່ມີຕໍ່ບັນດາບໍລິສັດຂອງສະຫະລັດສຳລັບການໃຫ້ມີເຄື່ອງຊ່ວຍຫາຍໃຈ ແລະ ຊຸດເຄື່ອງປ້ອງກັນຕົນເອງ ຫຼື PPE ຫຼັງຈາກທີ່ຄວາມຕ້ອງການພາຍໃນປະເທດຂອງສະຫະລັດມີພຽງພໍແລ້ວ.

ກໍາປູເຈຍ:

  • ການຊ່ວຍເຫຼືອດ້ານສາທາລະນະສຸກປະມານ 2 ລ້ານໂດລາຈະຊ່ວຍລັດຖະບານກຳປູເຈຍກະກຽມລະບົບຫ້ອງທົດລອງ, ເຮັດການຊອກຫາຕິດຕາມກໍລະນີຕ່າງໆ ແລະ ການເຝົ້າຕິດຕາມໄປຕາມເຫດການ ແລະ ສະໜັບສະໜູນຜູ້ຊ່ຽວຊານດ້ານວິຊາການສຳລັບການຕອບໂຕ້ ແລະ ກຽມຄວາມພ້ອມ ແລະ ອື່ນໆ.
  • ທາງ CDC ກຳລັງໃຫ້ການຊ່ວຍເຫຼືອກຳປູເຈຍດ້ວຍການຄຸ້ມຄອງປິ່ນປົວການຕິດຕາມການສຳຜັດ, ການທົດສອບ​​ຫ້ອງທົດລອງ, ການເຝົ້າລະວັງ ແລະ ການຄວບຄຸມການຕິດເຊື້ອ.
  • ແພດພະຍາດຕິດຕໍ່ຂອງສະຖາບັນສຸຂະພາບແຫ່ງຊາດ (NIH) ຂອງສະຫະລັດກຳລັງໃຫ້ການຊ່ວຍເຫຼືອໃນການປຶກສາຫາລືທາງດ້ານການປິ່ນປົວ ແລະ ການສ້າງບົດແນະນຳການເບິ່ງແຍງດູແລທາງດ້ານການປິ່ນປົວໃຫ້ກັບໂຮງໝໍພະນົມເປັນ (ໂຮງໝໍປິ່ນປົວທີ່ກຳປູເຈຍກຳນົດ).
  • ສະຫະລັດໄດ້ລົງທຶນໄລຍະຍາວຢູ່ໃນກຳປູເຈຍ, ໃຫ້ເງິນຊ່ວຍເຫຼືອທາງດ້ານສາທາລະນະສຸກຫຼາຍກວ່າ 730 ລ້ານໂດລາ ເຊິ່ງເປັນສ່ວນໜຶ່ງໃນການຊ່ວຍເຫຼືອທັງໝົດຫຼາຍກວ່າ 1.6 ຕື້ໂດລາຕະຫຼອດ 20 ປີທີ່ຜ່ານມາ.

ອິນໂດເນເຊຍ:

  • ການຊ່ວຍເຫຼືອດ້ານສາທາລະນະສຸກ 2.3 ລ້ານໂດລາຈະຊ່ວຍລັດຖະບານອິນໂດເນເຊຍກະກຽມລະບົບຫ້ອງທົດລອງ, ເຮັດການຊອກຫາກໍລະນີ ແລະ ການເຝົ້າລະວັງແລະ ສະໜັບສະໜູນຜູ້ຊ່ຽວຊານດ້ານວິຊາການສຳລັບການຕອບໂຕ້ ແລະ ກຽມຄວາມພ້ອມ ແລະ ອື່ນໆ.
  • CDC ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການແກ່ເຈົ້າໜ້າທີ່ສາທາລະນະສຸກອິນໂດເນເຊຍ. ສະຖາບັນຄົ້ນຄວ້າວິທະຍາສາດການແພດກອງທັບສະຫະລັດ (AFRIMS) ທີ່ຕັ້ງຢູ່ໃນນະຄອນຫຼວງບາງກອກໄດ້ໃຫ້ນ້ຳຢາເພື່ອໃຊ້ໃນການກວດເພີ່ມເຕີມອີກ 500 ຊຸດໃນເດືອນມີນາ.
  • ສະຫະລັດໄດ້ປະກອບສ່ວນດ້ານສາທາລະນະສຸກຫຼາຍກວ່າ 1 ຕື້ໂດລາ ເຊິ່ງເປັນສ່ວນໜຶ່ງໃນການຊ່ວຍເຫຼືອທັງໝົດຫຼາຍກວ່າ 5 ຕື້ໂດລາຕະຫຼອດ 20 ປີຜ່ານມາ.

ລາວ:

  • ການຊ່ວຍເຫຼືອດ້ານສາທາລະນະສຸກເກືອບ 2 ລ້ານໂດລາເພື່ອທີ່ຈະຊ່ວຍໃຫ້ລັດຖະບານ ສປ ລາວ ກະກຽມລະບົບຫ້ອງທົດລອງ, ການຊອກຫາກໍລະນີ ແລະ ການເຝົ້າລະວັງ ແລະ ສະໜັບສະໜູນຜູ້ຊ່ຽວຊານດ້ານວິຊາການສຳລັບການຕອບໂຕ້, ການກຽມຄວາມພ້ອມ ແລະ ອື່ນໆ. ກະຊວງປ້ອງກັນປະທດ (DOD) ກຳລັງເຮັດວຽກເພື່ອສະໜອງອຸປະກອນການກວດເພີ່ມເຕີມ.
  • ຜູ້ຊ່ຽວຊານຈາກ USCDC ​ໄດ້ເດີນທາງມາເຖິງ ສປ ລາວ ເພື່ອໃຫ້​​ຄວາມຮູ້ກ່ຽວກັບພະຍາດລະບາດວິທະຍາ, ການເຝົ້າຕິດຕາມ ແລະ ການຝຶກອົບຮົມໃນຫ້ອງທົດລອງ.
  • USCDC ແລະ DOD ໄດ້ນຳພາການເຮັດບົດຝຶກຫັດເທິງໂຕະ ແລະ ການຈຳລອງສະພາບການກັບຄູ່ຮ່ວມຂອງລັດຖະບານ ສປ ລາວ ໃນເດືອນມີນາກ່ຽວກັບການຫຼຸດຜ່ອນ COVID-19. ນີ້ລວມເຖິງການຝຶກຊ້ອມການຈຳລອງກ່ຽວກັບການກຽມຄວາມພ້ອມຕໍ່ COVID-19 ແລະ ການຕອບໂຕ້ຢູ່ທີ່ສະໜາມບິນສາກົນວັດໄຕໃນວັນທີ 19-20 ມີນາ
  • ອົງການຫຼຸດຜ່ອນໄພຂົ່ມຂູ່ຂອງກະຊວງປ້ອງກັນປະເທດສະຫະລັດ (DTRA) ທີ່ກຳລັງປະຕິບັດໜ້າທີ່ໃຫ້ການຊ່ວຍເຫຼືອ ແລະ ການຝຶກອົບຮົມ, ໂດຍສະເພາະແມ່ນໂຄງການຫຼຸດຜ່ອນໄພຂົ່ມຂູ່ທາງຊີວະວິທະຍາ (Biological Threat Reduction Program), ໃຫ້ການຊ່ວຍເຫຼືອຄວາມອາດສາມາດຂອງກະຊວງສາທາລະນະສຸກ ສປ ລາວ ເພື່ອກວດຫາ COVID-19 ແບບມືອາຊີບ.
  • ສະຫະລັດໄດປະກອບສ່ວນດ້ານສາທາລະນະສຸກເກືອບ 92 ລ້ານໂດລາ ເຊິ່ງເປັນສ່ວນໜຶ່ງໃນການຊ່ວຍເຫຼືອຢູ່ໃນ ສປ ລາວ ທັງໝົດຫຼາຍກວ່າ 349 ລ້ານໂດລາຕະຫຼອດ 20 ປີຜ່ານມາ.

ມາເລເຊຍ:

  • ກະຊວງການຕ່າງປະເທດກຳລັງລະບຸບັນດາບໍລິສັດຂອງສະຫະລັດທີ່ສາມາດສະໜອງເຄື່ອງລະບາຍອາກາດ ແລະ ຊຸດເຄື່ອງປ້ອງກັນຕົນເອງ ຫຼື PPE ໃຫ້ແກ່ລັດຖະບານມາເລເຊຍຫຼັງຈາກທີ່ຄວາມຕ້ອງການພາຍໃນປະເທດຂອງສະຫະລັດມີພຽງພໍແລ້ວ.
  • ກະຊວງການຕ່າງປະເທດກຳລັງຊອກຫາເຊື່ອມໂຍງສະຖາບັນຄົ້ນຄວ້າການແພດມາເລເຊຍກັບບັນດາບໍລິສັດ ແລະ ໜ່ວຍງານທີ່ເໝາະສົມສຳລັບການຊ່ວຍເຫຼືອການກວດຫາແອັນຕິເຈນ ແລະ ການຝຶກອົບຮົມການພັດທະນາຢາວັກຊິນ.

ມຽນມາ:

  • ການໃຫ້ທຶນປະມານ 3.8 ລ້ານໂດລາໃນດ້າສາທາລະນະສຸກ ແລະ ດ້ານມະນຸດສະຍະທຳແມ່ນຈະນຳໄປສູ່ການສະໜອງນ້ຳສະອາດ ແລະ ສຸຂະອະນາໄມ, ການຈັດການກໍລະນີ COVID-19 ການເຝົ້າລະວັງ, ການປະສານງານ ແລະ ອື່ນໆ.
  • CDC ໄດ້ໃຫ້ການຊ່ວຍເຫຼືອກະຊວງສາທາລະນະສຸກ ແລະ ກິລາເ ພື່ອເປີດຕົວພາກດຳເນີນການຕິດຕາມ COVID-19 ທາງອອນລາຍໃນທົ່ວປະເທດ, ທີ່ເປັນການໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ທັນເວລາແກ່ພະນັກງານສາທາລະນະສຸກທີ່ເຮັດວຽກໃນແຖວໜ້າຂອງມຽນມາກ່ຽວກັບການລະບາດຢູ່ຫຼາຍກວ່າ 100 ແຫ່ງໃນທົ່ວປະເທດ.
  • ນອກນັ້ນ CDC ຍັງກຳລັງໃຫ້ການຊ່ວຍເຫຼືອດ້ານວິຊາການກ່ຽວກັບໂລກລະບາດວິທະຍາ, ການເຝົ້າລະວັງ ແລະ ການກວດຫາກໍລະນີທາງຫ້ອງທົດລອງແກ່ໜ່ວຍງານໂລກລະບາດວິທະຍາຂັ້ນສູນກາງຂອງ​​ມຽນມາ ແລະ ຫ້ອງທົດລອງສາທາລະນະສຸກແຫ່ງຊາດ ແລະ ໄດ້ຈັດການປຶກສາຫາລືທາງດ້ານວິຊາການສອງຄັ້ງແລ້ວ.
  • ສະຫະລັດໄດ້ລົງທຶນດ້ານສາທາລະນະສຸກຫຼາຍກວ່າ 176 ລ້ານໂດລາ ເຊິ່ງເປັນສ່ວນໜຶ່ງໃນການຊ່ວຍເຫຼືອທັງໝົດຂອງສະຫະລັດຢູ່ໃນມຽນມາ ຫຼາຍກວ່າ 1.3 ຕື້ໂດລາຕະຫຼອດ 20 ປີທີ່ຜ່ານມາ.

ຟິລິບປິນ:

  • ການຊ່ວຍເຫຼືອດ້ານສາທາລະນະສຸກເກືອບ 4 ລ້ານໂດລາຈະຊ່ວຍລັດຖະບານຟີລິບປິນກະກຽມລະບົບຫ້ອງທົດລອງ, ເຮັດການຊອກຫາກໍລະນີ, ການເຝົ້າລະວັງ ແລະ ສະໜັບສະໜູນຜູ້ຊ່ຽວຊານດ້ານວິຊາການສຳລັບການຕອບໂຕ້ ແລະ ກຽມຄວາມພ້ອມ, ການສື່ສານຄວາມສ່ຽງ, ການປ້ອງກັນ ແລະ ການຄວບຄຸມການຕິດເຊື້ອ ແລະ ອື່ນໆ. ສະຫະລັດໄດ້ລົງທຶນດ້ານສາທາລະນະສຸກສະເພາະຫຼາຍກວ່າ 582 ລ້ານໂດລາຢູ່ໃນຟີລິບປິນ ເຊິ່ງເປັນສ່ວນໜຶ່ງໃນການຊ່ວຍເຫຼືອທັງໝົດເກືອບ 4.5 ຕື້ໂດລາຕະຫຼອດ 20 ປີທີ່ຜ່ານມາ.
  • ອົງການຫຼຸດຜ່ອນໄພຂົ່ມຂູ່ປ້ອງກັນ (DTRA) ຂອງກະຊວງປ້ອງກັນປະເທດໄດ້ຈັດສະໜອງ PPE, ການຝຶອົບຮົມ, ການຝຶກຊ້ອມ ແລະ ເຄື່ອງມື ແລະ ອຸປະກອນຫ້ອງທົດລອງຢູ່ກັບທີ່.

ໄທ:

  • ການຊ່ວຍເຫຼືອດ້ານສາທາລະນະສຸກປະມານ 1.2 ລ້ານໂດລາຈະຊ່ວຍລັດຖະບານໄທກະກຽມລະບົບຫ້ອງທົດລອງ, ເຮັດການຊອກຫາກໍລະນີ, ການເຝົ້າລະວັງ ແລະ ສະໜັບສະໜູນຜູ້ຊ່ຽວຊານດ້ານວິຊາການສຳລັບການຕອບໂຕ້ ແລະ ກຽມຄວາມພ້ອມ, ການສື່ສານຄວາມສ່ຽງ, ການປ້ອງກັນ ແລະ ການຄວບຄຸມການຕິດເຊື້ອ ແລະ ອື່ນໆ.
  • CDC ຢູ່ໃນສະຫະລັດ ແລະ ຜ່ານທີມງານໃນປະເທດຂອງຕົນເອງຢູ່ໃນສະຖານທູດທີ່ບາງກອກໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນທາງດ້ານຫ້ອງແລັບດ້ວຍການດຳເນີນການເອົາຄົນເຈັບສັນຊາດໄທກັບຄືນມາຈາກເມືອງອູຮັ່ນ, ປະເທດຈີນ.
  • CDC ໄດ້ໃຫ້ຄຳແນະນຳກ່ຽວກັບການສື່ສານຄວາມສ່ຽງ, ການແປເອກະສານວິຊາການ, ຂໍ້ມູນກ່ຽວກັບມາດຕະການສາທາລະນະສຸກທີ່ບໍ່ແມ່ນທາງການແພດ ແລະ ຂັ້ນຕອນການກວດຢູ່ຈຸດກວດຄົນເຂົ້າປະເທດ.
  • DTRA ຂອງກະຊວງການຕ່າງປະເທດໄດ້ໃຫ້ຕົວຈັດລຽງລຳດັບພັນທຸກຳເພື່ອການວິເຄາະ, ການເຝົ້າຕິດຕາມ ແລະ PPE ທີ່ຈັດໃຫ້ກັບທີ່.
  • ການຊ່ວຍເຫຼືອໄລຍະຍາວຢູ່ໃນປະເທດໄທລວມມີດ້ານສາທາລະນະສຸກຫຼາຍກວ່າ 213 ລ້ານໂດລາ ເຊິ່ງເປັນສ່ວນໜຶ່ງໃນການຊ່ວຍເຫຼືອທັງໝົດຫຼາຍກວ່າ 1 ຕື້ໂດລາຕະຫຼອດ 20 ປີທີ່ຜ່ານມາ.

ຫວຽດນາມ:

  • ການຊ່ວຍເຫຼືອດ້ານສາທາລະນະສຸກເກືອບ 3 ລ້ານໂດລາຈະຊ່ວຍລັດຖະບານຫວຽດນາມກະກຽມລະບົບຫ້ອງທົດລອງ, ເຮັດການຊອກຫາກໍລະນີ, ການເຝົ້າລະວັງ ແລະ ສະໜັບສະໜູນຜູ້ຊ່ຽວຊານດ້ານວິຊາການສຳລັບການຕອບໂຕ້ ແລະ ກຽມຄວາມພ້ອມ, ການສື່ສານຄວາມສ່ຽງ, ການປ້ອງກັນ ແລະ ການຄວບຄຸມການຕິດເຊື້ອ ແລະ ອື່ນໆ.
  • CDC ໃຫ້ການຝຶກອົບຮົມແກ່ 15 ໂຮງໝໍໂດຍການຮ່ວມກັບອົງການອະນາໄມໂລກ (WHO) ແລະ ໄດ້ຊ່ວຍຝຶກອົບຮົມໃຫ້ແກ່ 63 ແຂວງໃນການເຝົ້າຕິດຕາມ COVID-19, ການລາຍງານ ແລະ ການເກັບຕົວຢ່າງ ແລະ ກຳລັງໃຫ້ການຊ່ວຍເຫຼືອຫວຽດນາມໃນການສ້າງບົດແນະນຳການປ້ອງກັນ ແລະ ການຄວບຄຸມການຕິດເຊື້ອແຫ່ງຊາດສຳລັບ COVID-19.
  • ລັດຖະບານຫວຽດນາມໄດ້ສະເໜີຂໍນ້ຳຢາກວດ COVID-19, ເຊິ່ງປັດຈຸບັນແມ່ນກຳລັງປະສານງານກັບ DTRA ສຳລັບການຈັດຫາໃຫ້ຢູ່ກັບທີ່.
  • ຕະຫຼອດໄລຍະ 20 ປີຜ່ານມາ, ສະຫະລັດໄດ້ລົງທຶນໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກຫຼາຍກວ່າ 706 ລ້ານໂດລາ ເຊິ່ງເປັນສ່ວນໜຶ່ງໃນການຊ່ວຍເຫຼືອທັງໝົດແກ່ຫວຽດນາມຫຼາຍກວ່າ 1.8 ຕື້ໂດລາ.

ໃນທົ່ວອາຊຽນ (ASEAN): ໂຄງການແລກປ່ຽນຂອງສະຫະລັດໄດ້ເສີມຂະຫຍາຍຄວາມເຂັ້ມແຂງທາງດ້ານຄວາມຊຳນານງານຂອງມືອາຊີບທາງດ້ານການແພດຂອງອາຊີຕາເວັນອອກສຽງໃຕ້ນຳພາປະເທດຂອງພວກເຂົາຕໍ່ສູ້ກັບ COVID-19. ແພດຫຼາຍກວ່າ 1,400 ຄົນຈາກບັນດາປະເທດອາຊຽນແມ່ນໄດ້ເປັນນັກສຶກສາທຶນທີ່ຮຽນຢູ່ບັນດາມະຫາວິທະຍາໄລ ແລະ ໂຮງຮຽນແພດຕ່າງໆຂອງສະຫະລັດ. ມືອາຊີບທາງດ້ານສາທາລະນະສຸກ ແລະ ການແພດຂອງອາຊີຕາເວັນອອກສຽງໃຕ້ 1,000 ຄົນແມ່ນເປັນສິດເກົ່າຂອງໂຄງການແລກປ່ຽນທີ່ສະຫະລັດໃຫ້ການສະໜັບສະໜູນຢູ່ໃນຂົງເຂດຕ່າງໆ.

ໃນລະດັບພາກພື້ນ, ສະຫະລັດໂດຍຜ່ານ NIH ໄດ້ມີຄວາມຫ້າວຫັນໃນການໃຫ້ການຊ່ວຍເຫຼືອການຄົ້ນຄວ້າວິໄຈຢູ່ໃນບັນດາປະເທດອາຊຽນທີ່ເປັນກຸນແຈສຳຄັນຕໍ່ຕ້ານການແພ່ລະບາດຂອງໂລກ, ລວມທັງການປິ່ນປົວພະຍາດ, ຢາວັກຊິນ ແລະ ມາດຕະການແກ້ໄຂທາງການແພດ. ຕົວຢ່າງປະກອບດ້ວຍວຽກຂອງ NIH ທີ່ເຮັດກັບຄູ່ຮ່ວມອາຊຽນກ່ຽວກັບການປິ່ນປົວ ແລະ ປ້ອງກັນພະຍາດໄຂ້ຍຸງ, ເຫດການຮົ່ວໄຫຼຂອງໄວຣັໂຄໂຣນາຈາກເຈຍ ແລະ ການຄົ້ນຄວ້າວິໄຈອື່ນໆທີ່ເປັນຜົນປະໂຫຍດທາງດ້ານສາທາລະນະສຸກ.

ສະຫະລັດໂດຍຜ່ານທາງ USAID ແລະ CDC ມີໂຄງການລະດັບພາກພື້ນເພື່ອສົ່ງເສີມຄວາມອາດສາມາດຂອງປະເທດອາຊຽນເພື່ອກະກຽມສຳລັບການແພ່ລະບາດ ແລະ ສ້າງຄວາມອາດສາມາດໃນການວິນິໄສໃນຫ້ອງແລັບ. ສິ່ງເຫຼົ່ານີ້ປະກອບດ້ວຍ:

  • ການປັບປຸງຂອງ CDC ໃນດ້ານຄວາມປອດໄພຂອງຫ້ອງທົດລອງ ແລະ ຄວາມປອດໄພທາງດ້ານຊີວະພາບໃນທົ່ວອາຊຽນໂດຍການຢັ້ງຢືນຄະນະ​​ຮັບຜິດຊອບຄວາມປອດໄພທາງຊີວະພາບມາດຕະຖານສູງ.
  • ຫຼັກສູດການຝຶກອົບຮົມຂອງ CDC ສຳລັບປະເທດລຸ່ມແມ່ນ້ຳຂອງ (ມຽນມາ, ລາວ, ກຳປູເຈຍ, ຫວຽດນາມ ແລະ ໄທ) ກ່ຽວກັບວິທີຮັບມືກັບໄພຂົ່ມຂູ່ໄຂ້ຫວັດໃຫຍ່ທີ່ເກີດຂຶ້ນທີ່ໄດ້ຈັດໃນເດືອນພະຈິກ 2019
  • ການຊ່ວຍເຫຼືອຂອງ USAID ມາຍາວນານຜ່ານ One Health Workforce – ພາຍໃຕ້ໂຄງການ Next Generation ໃຫ້ແກ່ບັນດາປະເທດອາຊຽນ, ລວມທັງອິນໂດເນເຊຍ, ມາເລເຊຍ ແລະ ໄທ ເພື່ອກະກຽມ, ປ້ອງກັນ, ກວດຫາ ແລະ ຕອບໂຕ້ຕໍ່ເຫດການສຸກເສີນສາທາລະນະສຸກກ່ອນທີ່ພວກມັນຈະເກີດເປັນໄພຂົ່ມຂູ່ແພ່ລະບາດໄປທົ່ວໂລກ. ໂຄງການມຸ່ງເນັ້ນທີ່ຈະປ່ຽນແປງພາກສ່ວນເຮັດວຽກສາທາລະນະສຸກ ແລະ ຫຼັກສູດສາທາລະນະສຸກຂອງມະຫາວິທະຍາໄລ. ຕັ້ງແຕ່ປີ 2014, ນັກສຶກສາ ແລະ ຜູ້ປະກອບອາຊີບຫຼາຍກວ່າ 10,000 ຄົນໄດ້ຮັບການຝຶກອົບຮົມໃນຫົວຂໍ້ພະຍາດຕິດຕໍ່ຜ່ານເຄືອຂ່າຍມະຫາວິທະຍາໄລວັນແຮວຂອງອາຊີຕາເວັນອອກສຽງໃຕ້ (SEAOHUN).
  • ການເປັນຫຸ້ນສ່ວນຂອງ USAID ກັບກະຊວງສາທາລະນະສຸກໄທເພື່ອສ້າງເຄືອຂ່າຍຫ້ອງທົດລອງສາທາລະນະສຸກປະຈຳພາກພື້ນ (RPHL), ການແລກປ່ຽນຂໍ້ມູນ ແລະ ຊັບພະຍາກອນກ່ຽວກັບພະຍາດຕິດຕໍ່ທີ່ເກີດຂຶ້ນທົ່ວອາຊຽນນັບຕັ້ງແຕ່ໄດ້ເລີ່ມຕົ້ນເປີດຕົວເຄືອຂ່າຍໃນເດືອນພະຈິກ 2019.