ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານ ໄມໂຄ ຣອນນິ້ງ, ຜູ້ຕ່າງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID, ໄດ້ມອບມຸ້ງເຄືອບຢາຍາວນານ ຈໍານວນ 220,314 ດາງ, ມູນຄ່າ 416,393 ໂດລາສະຫະລັດ ໃຫ້ແກ່ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດທະມົນຕີກະຊວງສາທາລະນະສຸກ, ໃນພິທີມອບຮັບ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 25 ກຸມພາ 2022. ນີ້ແມ່ນສ່ວນໜຶ່ງຂອງການສືບຕໍ່ຊ່ວຍເຫຼືອຂອງ ສ. ອາເມລິກາ ໃຫ້ແກ່ ສປປລາວ ໃນການບັນລຸເປົ້າໝາຍແຫ່ງຊາດເພື່ອລົບລ້າງພະຍາດໄຂ້ມາລາເລຍ.
ມຸ້ງເຄືອບຢາຍາວນານ ແມ່ນໄດ້ຮັບທຶນການສະໜັບສະໜູນໂດຍ ອົງການ USAID ໂດຍຜ່ານ U.S. President’s Malaria Initiative ຫຼື PMI ຈະຖືກແຈກຢາຍໄປໃຫ້ຄອບຄົວ ແລະ ຊຸມຊົນທີ່ມີຄວາມສ່ຽງ ແລະ ມີຄວາມຕ້ອງການສູງ. ໂດຍສະເພາະ, ແຂວງສະຫວັນນະເຂດ ເຊິ່ງແມ່ນແຂວງທີ່ຈະໄດ້ຮັບມຸ້ງເປັນອັດຕາສ່ວນຫຼາຍເນື່ອງຈາກເປັນແຂວງທີ່ພົບວ່າຍັງມີການລະບາດຂອງໄຂ້ມາລາເລຍສູງ. ການບໍລິຈາກ ຂອງ ສ. ອາເມລິກາ ຄັ້ງນີ້ ຈະປະກອບສ່ວນເຂົ້າໃນໂຄງການແຈກຢາຍມຸ້ງທົ່ວປະເທດຂອງລັດຖະບານລາວ ເຊິ່ງຈະສະໜັບສະໜູນ ໂຄງການຄວບຄຸມພະຍາດມາລາເລຍແຫ່ງຊາດ ຂອງ ກະຊວງສາທາລະນະສຸກ ໃນການຮັບມື ແລະ ສູ້ກັບພະຍາດໄຂ້ມາລາເລຍ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19.
ທ່ານ ໄມໂຄ ຣອນນິ້ງ ກ່າວວ່າ: ການຊ່ວຍເຫຼືອທາງດ້ານສາທາລະນະສຸກແມ່ນໃຈກາງສໍາຄັນພາຍໃຕ້ການຮ່ວມມືແບບກວມລວມລາວອາເມລິກາ. ສ. ອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຂອງພວກເຮົາ ໂດຍຜ່ານການປະກອຍສ່ວນອຸປະກອນຮັກສາຊີວິດເຫຼົ່ານີ້ ເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດໄຂ້ມາເລເລຍ ແລະ ສະໜັບສະໜູນ ສປປ ລາວ ໃນການລົບລ້າງ ພະຍາດມາເລເລຍ ໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030.
ພິທີມອບຮັບໃນມື້ນີ້ແມ່ນຕົວຢ່າງການສະໜັບສະໜູນຄັ້ງຫຼ້າສຸດໃນ ການສະກັດກັ້ນ ແລະ ຄວບຄຸມ ພະຍາດລະບາດ ມາເລເລຍ. ມາຮອດປະຈຸບັນ, ອົງການ USAID ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ, ອຸປະກອນຫ້ອງທົດລອງ, ມອບ ມຸ້ງຫຼາຍກ່ວາ 1,000,000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິ ໄຂ້ມາເລເລຍຢ່າງໄວຫຼາຍ ກ່ວາ 1,000,000 ຊຸດ ແລະ ໃຫ້ຢາປິ່ນປົວມາເລເລຍ ເຊິ່ງເປັນມູນຄ່າທັງໝົດຫຼາຍກ່ວາ 5.1 ລ້ານໂດລາສະຫະລັດໃນໄລຍະ 10ປີ ທີ່ຜ່ານມາ. ນອກຈາກນີ້, ໃນການຮັບມືກັບພະຍາດໂຄວິດ-19, ສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າຫຼາຍກ່ວາ 13 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ. ວ່າງມໍ່ໆມານີ້, ສ. ອາເມລິກາ ຍັງໄດ້ບໍລິຈາກວັກຊີນປ້ອງກັນໂຄວິດ ໄຟເຊີ ຈຳນວນ 1,7 ລ້ານ ໂດສ ໃຫ້ແກ່ ສປປລາວ ເຊິ່ງໄດ້ຊ່ວຍເຫຼືອສປປລາວໃນການບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາກອນໄດ້ຫຼາຍກ່ວາ 50 ສ່ວນຮ້ອຍ, ລວມທັງໄວໜຸ່ມອາຍຸ 12-17 ປີ ເພື່ອໃຫ້ພວກເຂົາສາມາດກັບໄປໂຮງຮຽນໄດ້.
ສ. ອາເມລິກາຍັງໄດ້ໃຫ້ການຊ່ວຍເຫຼືອລ້າໃນໄລຍະ 10ປີທີ່ ຜ່ານມາໃນຫຼາຍຂົງເຂດ. ອົງການ USAID ໄດ້ສະໜັບສະໜູນສປປລາວໃນການສູ້ກັບພະຍາດລະບາດຕ່າງໆ, ປັບປຸງວຽກງານແມ່ ແລະ ເດັກ, ແລະ ຊ່ວຍເຫຼືອໃຫ້ຜູ້ທີ່ມີຄວາມພິການ.