ນະຄອນຫຼວງວຽງຈັນ, ສປປ ລາວ — ສ. ອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການສາທາລະນະ ສຸກ. ທ່ານ ໄມໂຄ ຣອນນິ້ງ ຜູ້ຕ່າງໜ້າອົງການ USAID ປະຈໍາລາວ ໄດ້ມອບ ມຸ້ງເຄືອບຢາຈຳນວນ 70,000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິ ໄຂ້ມາເລເລຍຢ່າງໄວຈຳນວນ 450,000 ຊຸດ ແລະ ຢາຕ້ານມາເລເລຍ 200,000 ຊຸດ ໃຫ້ແກ່ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃນພິທີມອບຮັບ ຄັ້ງວັນທີ່ 10 ກັນຍາ ທີ່ນະຄອນຫຼວງວຽງຈັນ.
ເຄື່ອງດັ່ງກ່າວແມ່ນໄດ້ມອບໃຫ້ໂດຍຜ່ານອົງການ USAID ເຊິ່ງຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະ ສຸກສາລາຕ່າງໆ ໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດ ມາເລເລຍ. ເຄື່ອງເຫຼົ່ານີ້ຈະຊ່ວຍໃຫ້ລັດຖະບານລາວ ມີອຸປະກອນພຽງພໍໃນການຮອງຮັບກັບການລະບາດຂອງ ມາເລເລຍໃນຊ່ວຍທີ່ມີການລະບາດຂອງພະຍາດ ໂຄວິດ.
ທ່ານ ໄມໂຄ ຣອນນິ້ງ ກ່າວວ່າ: ການຊ່ວຍເຫຼືອທາງດ້ານສາທາລະນະສຸກແມ່ນໃຈກາງສໍາຄັນພາຍໃຕ້ການຮ່ວມມືແບບກວມລວມລາວອາເມລິກາ ເຊິ່ງປີນີ້ຄົບຮອບ5ປີ. ສ. ອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຂອງພວກເຮົາ ໂດຍຜ່ານການປະກອຍສ່ວນອຸປະກອນຮັກສາຊີວິດເຫຼົ່ານີ້ ເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດມາເລເລຍ ແລະ ສະໜັບສະໜູນ ສປປ ລາວ ໃນການລົບລ້າງ ພະຍາດມາເລເລຍ ໃຫ້ໝົດໄປໃນ ສປປ ລາວ ພາຍໃນປີ 2030.
ພິທີມອບຮັບໃນມື້ນີ້ແມ່ນຕົວຢ່າງການສະໜັບສະໜູນຄັ້ງຫຼ້າສຸດໃນ ການສະກັດກັ້ນ ແລະ ຄວບຄຸມ ພະຍາດລະບາດ ມາເລເລຍ. ມາຮອດປະຈຸບັນ, ອົງການ USAID ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ, ອຸປະກອນຫ້ອງທົດລອງ, ມອບ ມຸ້ງຫຼາຍກ່ວາ 800,000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິ ໄຂ້ມາເລເລຍຢ່າງໄວຫຼາຍກ່ວາ 1,000,000 ຊຸດ ແລະ ໃຫ້ຢາປິ່ນປົວມາເລເລຍ ເຊິ່ງເປັນມູນຄ່າທັງໝົດຫຼາຍກ່ວາ 4.73 ລ້ານໂດລາສະຫະລັດໃນໄລຍະ 10ປີທີ່ຜ່ານມາ. ນອກຈາກນີ້, ໃນການຮັບມືກັບພະຍາດໂຄວິດ-19, ສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 10 ລ້ານໂດລາສະຫະລັດ ນັບແຕ່ຕົ້ນປີ 2020 ເປັນຕົ້ນມາ. ເດືອນກໍລະກົດທີ່ຜ່ານ, ສ. ອາເມລິກາ ຍັງໄດ້ບໍລິຈາກວັກຊີນປ້ອງກັນໂຄວິດ ຈອນຊັນ ແລະ ຈອນຊັນ ຫຼາຍກ່ວາ 1,000,000 ໂດສໃຫ້ແກ່ສປປລາວ ເຊິ່ງເປັນສ່ວນນຶ່ງຂອງເຈດຈຳນົງຂອງປະທານາທິບໍດີ ໂຈ ໄບເດີນ ເພີ່ອລົບລ້າງພະຍາດໂຄວິດ19ໃນສປປລາວ.
ສ. ອາເມລິກາຍັງໄດ້ໃຫ້ການຊ່ວຍເຫຼືອລ້າໃນໄລຍະ 10ປີທີ່ຜ່ານມາໃນຫຼາຍຂົງເຂດ. ອົງການ USAID ໄດ້ສະໜັບສະໜູນສປປລາວໃນການສູ້ກັບພະຍາດລະບາດຕ່າງໆ, ປັບປຸງວຽກງານແມ່ແລະເດັກ, ແລະ ຊ່ວຍເຫຼືອໃຫ້ຜູ້ທີ່ມີຄວາມພິການ.