Flag

An official website of the United States government

ວັກຊີນປ້ອງກັນພະຍາດໂຄວິດ-19 Pfizer ຈໍານວນ 799,110 ໂດສ໌ ໂດຍການຊ່ວຍເຫຼືອຂອງ ສະຫະລັດອາເມລິກາ ໄດ້ມາຮອດ ສປປ ລາວ ແລ້ວ
2 ບົດອ່ານໜຶ່ງນາທີ
ເດືອນມັງກອນ 3, 2022

ນະຄອນຫຼວງວຽງຈັນ, 2 ມັງກອນ 2022 –ໃນມື້ນີ້, ສປປ ລາວ ໄດ້ຮັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19 Pfizer BioNTech ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ວັກຊີນ Pfizer BioNTech ເເມ່ນໄດ້ຮັບຮອງວ່າປອດໄພ ແລະ ມີປະສິດທິພາບໂດຍອົງການອະນາໄມໂລກເເລ້ວ ເເລະ ຍັງເປັນວັກຊີນປ້ອງກັນພະຍາດ ໂຄວິດ-19 ທຳອິດທີ່ອະນຸມັດໂດຍ ອົງການອະນາໄມໂລກ ໃຫ້ນຳໃຊ້ກັບກຸ່ມຄົນອາຍຸ 12 ປີຂຶ້ນໄປ. ວັກຊີນເຫຼົ່ານີ້ຈະຊ່ວຍປົກປ້ອງຊີວິດປະຊາຊົນລາວ ແລະ ຊ່ວຍປ້ອງກັນການເເຜ່ລະບາດຂອງ ສາຍພັນໃໝ່ຂອງພະຍາດທີ່ ອັນຕະລາຍກ່ວາເກົ່າ.

ການຈັດສົ່ງວັກຊີນລ້າສຸດນີ້ໂດຍ ສະຫະລັດອາເມລິກາ ເເມ່ນປະກອບດ້ວຍວັກຊີນ Pfizer BioNTech ຈໍານວນ 799,110 ໂດສ໌. ວັກຊີນຈຳນວນດັ່ງກ່າວເປັນຊຸດທໍາອິດຈາກຈຳນວນທັງໝົດຂອງການຊ່ວຍເຫຼືອວັກຊິນຄັ້ງລ້າສຸດຈາກ ສະຫະລັດອາເມລິກາ ໃຫ້ເເກ່ ສປປ ລາວ, ໂດຍຈຳນວນທັ້ງໝົດຂອງວັກຊີນທັ້ງສອງຊຸດແມ່ນ 1,698,840 ໂດສ໌ ເເລະ ຄາດວ່າວັກຊິນຊຸດທີ່ສອງ, ເຊີ່ງປະກອບມີຈໍານວນ 899,730 ໂດສ໌ ນັ້ນ, ແມ່ນຈະມາຮອດ ສປປ ລາວ ໃນກາງເດືອນມັງກອນ 2022. ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສືບຕໍ່ຈາກການຊ່ວຍເຫຼືອວັກຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສ໌ ໂດຍສະຫະລັດອາເມລິກາ ໃນວັນທີ 19 ກໍລະກົດ 2021 ທີ່ຜ່ານມາ.

ການຈັດສົ່ງໄດ້ຖືກຕ້ອນຮັບໂດຍ ພະນະທ່ານ ປອ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ທີ່ສະໜາມບິນສາກົນວັດໄຕ, ໂດຍການເຂົ້າຮ່ວມຂອງ ທ່ານນາງ ຈອຍ ມິຊິໂກະ ຊາກຸໄຣ (Ms. Joy Michiko Sakurai), ອຸປະທູດ ສະຫະລັດອາເມລິກາ, ທ່ານ ຄະເລນ ຮິ້ວ (Mr. Cullen Hughes), ວ່າການຜູ້ຕາງໜ້າອົງການ USAID, ທ່ານນາງ ລີໂອເຕັສ ເຮລິນ (Ms. Leotes Helin), ວ່າການຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ແລະ ທ່ານ ດຣ. ຢູ ລີ ປາກ (Dr. Yu Lee Park), ວ່າການຜູ້ຕາງໜ້າ ອົງການອະນາໄມໂລກ ປະຈຳ ສປປ ລາວ.

ພິທີມອບ-ຮັບ ວັກຊີນທັງສອງຊຸດນີ້ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສະຫະລັດອາເມລິກາ ເເມ່ນຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕົ້ນປີ 2022 ພາຍຫຼັງສຳເລັດການຈັດສົ່ງວັກຊີນຊຸດທີ່ສອງ.

ວັກຊີນ Pfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມລິກາ ແມ່ນຈະນຳໃຊ້ກັບກຸ່ມເປົ້າໝາຍໂດຍອີງຕາມແຜນປະຕິບັດການສັກວັກຊີນກັນພະຍາດ ໂຄວິດ-19 ແຫ່ງຊາດ, ເຊີ່ງປະກອບມີີດັ່ງນີ້: ກຸ່ມຄົນອາຍຸ 12 ຫາ 17 ປີ ເເລະ ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ ເເລະ ເເມ່ຍິງຖືພາ.

ການປະກອບສ່ວນຂອງລັດຖະບານສະຫະລັດອາເມລິກາໃນຄັ້ງນີ້ຈະຊ່ວຍ ສປປ ລາວ ໃຫ້ສາມາດບັນລຸເປົ້າໝາຍການສັກຢາວັກຊີນໃຫ້ໄດ້ 80 ເປີເຊັນຂອງປະຊາກອນພາຍໃນທ້າຍປີ 2022, ແລະ ຈະປະກອບສ່ວນເຂົ້າໃນພາລະກິດຂອງ COVAX Facility ໃນການຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນທົ່ວໂລກຢ່າງເທົ່າທຽມກັນ ໃນໄລຍະການລະບາດຂອງພະຍາດດັ່ງກ່າວ. ນອກຈາກນັ້ນ, ລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການ USAID, ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ຍັງໄດ້ຮ່ວມກັນໃຫ້ການສະໜັບສະໜູນ ສປປ ລາວ ໃນການເສີມສ້າງຂີດຄວາມສາມາດຂອງ ສປປ ລາວ ໃນການແຈກຢາຍວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງປອດໄພ ແລະ ມີປະສິດທິພາບ, ເເລະ ລັດຖະບານສະຫະລັດອາເມລິກາ ຍັງໄດ້ເຮັດວຽກຢ່າງໃກ້ຊິດກັບ ສປປ ລາວ ນັບຕັ້ງແຕ່ການເລີ່ມຕົ້ນການລະບາດຂອງພະຍາດ ເພື່ອຜັນຂະຫຍາຍວຽກງານການກວດຫາຜູ້ຕິດເຊື້ອພະຍາດໂຄວິດ-19, ຮັກສາຄວາມປອດໄພຂອງພະນັກງານສາທາລະນະສຸກດ້ວຍການສະໜອງອຸປະກອນປ້ອງກັນ (PPE) ແລະ ເພີ່ມທະວີການເຝົ້າລະວັງພະຍາດ.