Flag

An official website of the United States government

ວັກຊີນກັນພະຍາດໂຄວິດ-19 Pfizer ຈາກລັດຖະບານ ສ.ອາເມລິກາ ຈໍານວນ 899,730 ໂດສ ຮອດ ສປປ ລາວ ແລ້ວ
2 ບົດອ່ານໜຶ່ງນາທີ
ເດືອນມັງກອນ 24, 2022

ນະຄອນຫຼວງວຽງຈັນ, ວັນທີ 24 ມັງກອນ 2022  –ໃນມື້ນີ້, ສປປ ລາວ ໄດ້ຮັບວັກຊີນ Pfizer BioNTech COVID-19 ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານໂຄງການ COVAX Facility, ໂຄງການCOVAX ແມ່ນການຮ່ວມມືກັນລະຫວ່າງ ອົງການທີ່ເປັນພັນທະມິດດ້ານວັກຊີນ ກໍຄື ອົງການກາວີ (Gavi),  ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ການຂົນສົ່ງຄັ້ງນີ້ປະກອບດ້ວຍວັກຊີນ Pfizer BioNTech ຈຳນວນ 899,730 ໂດສ ຊຶ່ງເປັນຄັ້ງທີ 2 ໃນຈຳນວນການຊ່ວຍເຫຼືອທັງໝົດສອງຄັ້ງຈາກລັດຖະບານສະຫະລັດອາເມລິກາ ໃຫ້ແກ່ ສປປ ລາວ ໃນເດືອນນີ້. ການຂົນສົ່ງຄັ້ງທຳອິດມີຈຳນວນ 799,110 ໂດສ ໄດ້ມາຮອດ ສປປ ລາວ ໃນວັນທີ 2 ມັງກອນ 2022. ລວມຍອດການຈັດສົ່ງທັງໝົດໃນປີນີ້ແມ່ນ 1,698,840 ໂດສ.

ພະນະທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນ​ຮັບ ວັກ​ຊິນ ດັ່ງ​ກ່າວ ທີ່ສະໜາມບິນສາກົນວັດໄຕ ຮ່ວມກັບ ທ່ານ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈໍາ ສປປ ລາວ, ທ່ານ ໄມໂຄ ຮອນນີ້ງ (Mr. Michael Ronning), ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ທ່ານນາງ ບີອາເຕ້ ດັສເທວ (Ms. Beate Dastel), ຮັກສາການຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ແລະ ທ່ານ ​ດຣ.​ ຢູ ​ລີ ​ປາກ (Dr. Yu Lee Park), ​ຮັກສາການຫ້ອງການ ​ອົງການ​ອະນາ​ໄມ​ໂລກ​ ປະຈຳ ສປປ ລາວ.

ພິທີມອບ-ຮັບ ການຊ່ວຍເຫຼືອວັກຊີນ Pfizer BioNTech ຂອງທັງສອງຄັ້ງຢ່າງເປັນທາງການລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານສະຫະລັດອາເມລິກາ ຈະໄດ້ຂື້ນ​ໃນ​ວັນ​ທີ 26 ມັງກອນ 2022 ທີ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.

ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສືບເນື່ອງມາຈາກການຊ່ວຍເຫຼືອວັກຊີນ Johnson & Johnson ຈໍານວນໜຶ່ງລ້ານໂດສ ທີ່ ລັດຖະບານສະຫະລັດອາເມລິກາໄດ້ມອບໃຫ້ແກ່ ສປປ ລາວ ໃນເດືອນກໍລະກົດ 2021 ​ທີ່​ຜ່ານ​ມາ ຊຶ່ງຈະ​ຊ່ວຍ​ປົກປ້ອງຊີວິດຂອງປະຊາຊົນທີ່ອາໃສ​ຢູ່​ໃນ ສປປ ລາວ ​ໃນ​ຂະນະ​ທີ່​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະຍາດ​ສາຍພັນ​ໃໝ່​ທີ່​ເປັນ​ອັນຕະລາຍ​ແຜ່​ລາມ. ວັກຊີນ Pfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມລິກາ ແມ່ນຈະສຸມໃສ່ສະໜອງໃຫ້ແກ່ກຸ່ມທີ່ເປັນບູລິມະສິດ ອີງຕາມແຜນແຫ່ງຊາດສໍາລັບການສັກວັກຊີນກັນພະຍາດໂຄວິດ-19. ກຸ່ມບູລິມະສິດລວມມີໄວໜຸ່ມອາຍຸ 12 ຫາ 17 ປີ, ແລະ ກຸ່ມບູລິມະສິດອື່ນໆ ກໍຄື ຜູ້ທີ່ມີ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາຕົວ, ແລະ ແມ່ຍິງຖືພາ. ວັກຊີນ Pfizer BioNTech ໄດ້ຖືກທົບທວນດ້ານຄວາມປອດໄພ ແລະ ປະສິດທິພາບໂດຍອົງການອະນາໄມໂລກ ແລະ ຖືເປັນວັກຊີນ COVID-19 ຊະນິດທໍາອິດ ທີ່ ອົງການອະນາໄມໂລກ ແນະນໍາສໍາລັບການນໍາໃຊ້ໃນບຸກຄົນທີ່ມີອາຍຸ 12 ປີຂຶ້ນໄປ.

ການປະກອບສ່ວນຂອງລັດຖະບານສະຫະລັດອາເມລິກາໃນຄັ້ງນີ້ ຈະຊ່ວຍສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໄປສູ່ເປົ້າໝາຍການສັກວັກຊີນໃຫ້ໄດ້ 80 ເປີເຊັນຂອງປະຊາກອນພາຍໃນທ້າຍປີ 2022, ແລະ ຈະປະກອບສ່ວນເຂົ້າໃນພາລະກິດຂອງໂຄງການ COVAX Facility ໃນການຮັບປະກັນການເຂົ້າເຖິງວັກຊີນ COVID-19 ໃນທົ່ວໂລກຢ່າງເທົ່າທຽມກັນ ລະຫວ່າງທີ່ມີການລະບາດຂອງພະຍາດ. ນອກຈາກນັ້ນ, ລັດຖະບານສະຫະລັດອາເມລິກາ, ໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ (USAID), ອົງການຢູນິເຊັບ, ແລະ ອົງການອະນາໄມໂລກ ຍັງໄດ້ຮ່ວມກັນໃຫ້ການສະໜັບສະໜູນ ສປປ ລາວ ສ້າງຂີດຄວາມສາມາດໃນການສະໜອງວັກຊີນເຫຼົ່ານີ້ຢ່າງປອດໄພ ແລະ ມີປະສິດທິຜົນ. ຈົນເຖິງປະຈຸບັນ, ລັດຖະບານສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ ລວມເປັນມູນຄ່າກວ່າ $13 ລ້ານໂດລາສະຫະລັດ ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດ ໃນການຂະຫຍາຍການກວດຊອກຫາເຊື້ອພະຍາດໂຄວິດ-19, ເບິ່ງແຍງຄວາມປອດໄພໃຫ້ແກ່ບຸກຄະລາກອນທາງການແພດໃຫ້ນໍາໃຊ້ອຸປະ

ກອນປ້ອງກັນໂຕເອງ ແລະ ເພີ່ມທະວີການເຝົ້າລະວັງພະຍາດ.