ໂດຍ ທ່ານ ນາງ ອີນາ ມາຈູລິໂອນີແຕແລະ ປອ. ປີເຕີ ເຮມ໋ອນ
ໃນວັນທີ 24 ເດືອນກຸມພາ ທີ່ຜ່ານມາ, ປະທານາທິບໍດີ ປູຕິນ ວາລາດີເມຍ ຂອງປະເທດຣັດເຊຍ ໄດ້ມີຄຳສັ່ງໃຫ້ໂຈມຕີ ປະເທດຢູເຄຣນ ຢ່າງບໍ່ຍຸຕິທຳ ແລະ ບໍ່ມີເຫດຜົນ ດ້ວຍກອງກຳລັງທະຫານຂອງຣັດເຊຍ. ການເລືອກເຮັດສົງຄາມທີ່ໄດ້ຕຶກຕອງໄວ້ລ່ວງໜ້າໃນຄັ້ງນີ້ ຈະນຳໄປສູ່ການສູນເສຍທາງຊີວິດ ແລະ ຄວາມທຸກທໍລະມານຂອງມວນມະນຸດ. ຣັດເຊຍພຽງຜູ້ດຽວຈະຕ້ອງຮັບຜິດຊອບຕໍ່ການສູນເສຍທາງຊີວິດ ແລະ ການທຳລາຍລ້າງໂຈມຕີ.
ພວກເຮົາຂໍປະນາມໃນເງື່ອນໄຂທີ່ຮຸນແຮງທີ່ສຸດຂອງການບຸກໂຈມຕີທາງທະຫານຂອງຣັດເຊຍ ຕໍ່ຢູເຄຣນ. ການໃຊ້ກຳລັງຮຸນແຮງ ແລະ ການບີບບັງຄັບເຊັ່ນນີ້ບໍ່ຄວນມີໃນສັດຕະວັດທີ 21. ຣັດເຊຍ ໄດ້ເພີກເສີຍຕໍ່ການສະເໜີທາງການທູດຫລາຍຕໍ່ຫລາຍຄັ້ງ, ລວມເຖິງການເຈລະຈາເພື່ອແກ້ໄຂຂໍ້ຂັດແຍ່ງລະຫວ່າງຜູ້ນຳສີ່ປະເທດ ໃນຮູບແບບ Normandy ແລະ OSCE ກຸ່ມທະວີພາຄີ ບົນພື້ນຖານຂໍ້ຕົກລົງຂອງນະຄອນ Minsk, ທີ່ໄດ້ຮັບຮອງຢ່າງເປັນເອກະພາບໂດຍສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ . ພວກຂ້າພະເຈົ້າຮຽກຮ້ອງໃຫ້ຣັດເຊຍຢຸດຕິການປະທະກັນໃນທັນທີ, ໃຫ້ຖອນກອງກຳລັງທະຫານຂອງຕົນອອກຈາກຢູເຄຣນ, ແລະ ເຄົາລົບຜືນແຜ່ນດິນອັນຄົບຖ້ວນ, ອະທິປະໄຕ ແລະ ເອກະລາດຂອງປະເທດຢູເຄຣນ.
ພວກເຮົາມີໜ້າທີ່ຕ້ອງເວົ້າ ເມື່ອປະເທດໃດໜຶ່ງຫາກລະເມີດອະທິປະໄຕຂອງປະເທດເພື່ອນບ້ານຢ່າງຮຸນແຮງ. ປະຊາຄົມສາກົນບໍ່ຍອມຮັບການລະເມີດກົດບັດຂອງສະຫະປະຊາຊາດ, ໂດຍສະເພາະແມ່ນຂໍ້ຫ້າມຂອງກົດບັດໃນການໃຊ້ກຳລັງບັງຄັບ.
ອາຊຽນ ໄດ້ຮັບການສ້າງຕັ້ງຂື້ນບົນພື້ນຖານການເຄົາລົບຫລັກການເຫລົ່ານີ້. ສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊຽນ (TAC) ໃນປີ 1976 ໄດ້ກຳນົດຫລັກການດັ່ງນີ້: ການເຄົາລົບນັບຖືເຊິ່ງກັນ ແລະ ກັນ ດ້ານເອກະລາດ, ປະຊາທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເອກະລັກປະຈຳຊາດຂອງທຸກໆປະເທດ; ສິດໜ້າທີ່ຂອງທຸກໆລັດໃນການນຳພາຄວາມເປັນຢູ່ຂອງຊາດຕົນ ໂດຍບໍ່ມີການແຊກແຊງຈາກພາຍນອກ, ການໂຄ່ນລົ້ມ ແລະ ການບີບບັງຄັບ; ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແລະກັນ; ການແກ້ໄຂຄວາມແຕກຕ່າງ ຫລື ຂໍ້ຂັດແຍ່ງດ້ວຍສັນຕິວິທິ; ແລະ ປະຖິ້ມການຂົ່ມຂູ່ ຫລື ການໃຊ້ກຳລັງບີບບັງຄັບ. ຜູ້ລົງນາມໃນບົດຄວາມດັ່ງກ່າວນີ້ ແມ່ນມາຈາກບັນດາປະເທດຕ່າງໆ ທີ່ໄດ້ຢືນຢັນຫລັກການເຫລົ່ານີ້ອີກຄັ້ງໃນການເຂົ້າເປັນສະມາຊິກຂອງ TAC, ເຊິ່ງປະເທດຣັດເຊຍກໍ່ໄດ້ເຫັນດີ ແລະ ເຂົ້າຮ່ວມ ໃນປີ 2004.
ເຖິງແມ່ນວ່າເຫດການເຫລົ່ານີ້ອາດເກີດຂື້ນຫ່າງໄກຈາກ ສປປ ລາວ ຫລາຍພັນກິໂລແມັດ, ແຕ່ການກະທຳຂອງປະເທດຣັດເຊຍແມ່ນສົ່ງຜົນຕໍ່ພວກເຮົາທັງໝົດ. ການທຳລາຍຫລັກການພື້ນຖານຂອງລະບຽບສາກົນແມ່ນສົ່ງຜົນໃຫ້ການຮ່ວມມືສາກົນອ່ອນແອລົງ. ການກະທຳຂອງຣັດເຊຍ ແມ່ນບໍ່ມີຫຍັງສະແດງໃຫ້ເຫັນຫລາຍໄປກວ່າ ການທ້າທາຍໂດຍກົງຕໍ່ກົດໝາຍ ແລະ ມາດຕະການສາກົນ ໃນການປົກປ້ອງອະທິປະໄຕ ແລະ ຮັກສາສັນຕິພາບ
ປະເທດຢູເຄຣນ ເປັນປະເທດອະທິປະໄຕ ແລະ ເປັນໜຶ່ງໃນສະມາຊິກຂອງອົງການສະຫະປະຊາຊາດ. ຣັດເຊຍ ໄດ້ລະເມີດກົດບັດຂອງສະຫະປະຊາຊາດ ກ່ຽວກັບຂໍ້ຫ້າມໃນການຄຸກຄາມ ຫລື ການໃຊ້ກຳລັງບັງຄັບ ເພື່ອຕໍ່ຕ້ານຄວາມເປັນເອກະລາດແຫ່ງຜືນແຜ່ນດິນອັບຄົບຖ້ວນ ແລະ ຄວາມເອກະລາດທາງການເມືອງຂອງປະເທດຢູເຄຣນ ເຊິ່ງເປັນເລື່ອງທີ່ໜ້າກັງວົນຢ່າງຍິ່ງຂອງທຸກໆປະເທດໃນທົ່ວໂລກ.
ບັນດາຜູ້ລົງນາມໃນຫົວຂໍ້ດັ່ງກ່າວນີ້ ແມ່ນກຳລັງກະກຽມມາດຕະການເພີ່ມເຕີມ ເພື່ອໃສ່ລະບຽບທາງດ້ານເສດຖະກິດ ແລະ ການເງິນ ສຳລັບການກະທຳຝ່າຍດຽວຂອງປະເທດຣັດເຊຍ. ໂດຍຮ່ວມກັນ, ພວກເຮົາຈະຕອບໂຕ້ເປັນອັນໜຶ່ງອັນດຽວ ແລະ ວິທີທີ່ເດັດຂາດ. ພວກເຮົາຈະໃຫ້ຣັດເຊຍຮັບຜິດຊອບ.
ຄວາມເທົ່າທຽມກັນແມ່ນສິ່ງທີ່ສຳຄັນສຳລັບປະຊາຊາດ ທີ່ເຮັດໃຫ້ເຫັນຢ່າງຊັດເຈນວ່າ ການຮຸກຮານລັກສະນະເຊັ່ນນີ້ບໍ່ຄວນມີຢູ່ໃນໂລກປະຈຸບັນ. ເຊິ່ງນີ້ບໍ່ແມ່ນບັນຫາສະເພາະສຳລັບ ທະວີບເອີຣົບເທົ່ານັ້ນ, ແຕ່ຖືເປັນບັນຫາລະດັບໂລກ ທີ່ສົ່ງຜົນກະທົບຕໍ່ທາງການເມືອງ ກໍຄື ຕໍ່ປະຊາຊົນໃນທົ່ວໂລກ.
ຄວາມຫ່ວງໃຍຂອງພວກເຮົາຕໍ່ຢູເຄຣນ ແລະ ໂດຍສະເພາະຕໍ່ກັບປະຊາຊົນທີ່ບໍ່ມີຄວາມຜິດ ກໍຄື ແມ່ຍິງ, ຜູ້ຊາຍ ແລະ ເດັກນ້ອຍ ທີ່ຈະເປັນຜູ້ທີ່ສູນເສຍຫລາຍທີ່ສຸດສຳລັບສົງຄາມທີ່ຣັດເຊຍ ໄດ້ເລີ່ມຂື້ນນີ້, ເຊັ່ນດຽວກັບພົນລະເຮືອນໃນສົງຄາມທັງໝົດ. ເຖິງຢ່າງໃດກໍ່ຕາມ, ຄວາມທຸກທໍລະມານທີ່ຣັດເຊຍໄດ້ກໍ່ໃຫ້ເກີດ ຈະແຜ່ຂະຫຍາຍອອກໄປກາຍເຂດແດນອະທິປະໄຕຂອງຢູເຄຣນ. ປະຈຸບັນໃນໂລກໄດ້ສຸມໃສ່ການຟື້ນຟູຈາກຜົນກະທົບທີ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການຮຸກຮານຝ່າຍດຽວຂອງຣັດເຊຍຜັດໄດ້ເພີ່ມຄວາມເສຍຫາຍໃຫ້ກັບທຸກໆປະເທດ. ແມ້ແຕ່ຢູ່ໃນ ສປປ ລາວ ກໍ່ໄດ້ຮັບຜົນກະທົບ, ສົງຄາມຂອງຣັດເຊຍເຮັດລາຄາຕ່າງໆເພີ່ມຂື້ນ ບໍ່ວ່າເປັນ ນໍ້າມັນ, ອາຫານ ແລະ ສິນຄ້າອື່ນໆ.
ເປັນສິ່ງທີ່ສຳຄັນທີ່ທຸກໆຊາດ ແລະ ພົນລະເມືອງໃນທົ່ວໂລກ, ຈາກນະຄອນຫລວງຂອງພວກຂ້າພະເຈົ້າມາເຖິງ ນະຄອນຫລວງວຽງຈັນ, ເຮັດໃຫ້ເຫັນຈະແຈ້ງວ່າ ພວກເຂົາໄດ້ຢືນຄຽງກັບ ຢູເຄຣນ ແລະ ໄດ້ສະທ້ອນຄຳເວົ້າຂອງເລຂາທິການໃຫຍ່ ຂອງ ສະຫະປະຊາຊາດ ແອນໂຕນິໂອ ກູເຕເຣສ ຕໍ່ປະທານາທິບໍດີ ປູຕິນວ່າ: “ໃນນາມຂອງມະນຸດຊາດ ຈົ່ງນຳກຳລັງຂອງທ່ານກັບຄືນສູ່ຣັດເຊຍ”.
ຣັດເຊຍຕ້ອງກັບຄືນສູ່ແນວທາງການເຈລະຈາທາງການທູດ. ພວກຂ້າພະເຈົ້າມຸ້ງໝັ້ນທີ່ຈະສະແຫວງຫາວິທີທາງການທູດເພື່ອຢຸດຕິສົງຄາມໃນຄັ້ງນີ້. ໃນເປົ້າໝາຍນີ້, ພວກເຮົາເປັນນໍ້າໜຶ່ງໃຈດຽວກັນ. ພວກເຮົາຢືນຄຽງຂ້າງກັບຢູເຄຣນ.
ເຊັນໂດຍ:
Mrs. Ina Marčiulionytė, EU Ambassador to the Lao PDR
Dr. Peter Haymond, US Ambassador to the Lao PDR
Mrs. Siv-Leng Chhuor, France Ambassador to the Lao PDR
Mr. Paul Kelly, Australia Ambassador to the Lao PDR
Mrs. Annette Knobloch, German Ambassador to the Lao PDR
Mr. Kenichi Kobayashi, Japan Ambassador to the Lao PDR
Mr. John Pearson, UK Ambassador to the Lao PDR
Dr. Sarah Taylor, Canada Ambassador to the Lao PDR
Mr. Orhan Isik, Turkey Ambassador to the Lao PDR
Mr. Lorenzo Galanti, Ambassador of Italy to the Lao PDR
Mr. Sam Schreiner, Luxembourg Chargé d’affairs to the Lao PDR
Mr. László Takács, Hungary Chargé d’affairs to the Lao PDR