Flag

An official website of the United States government

ກອງທຶນ ທ່ານເອກອັກຄະລັດຖະທູດ ເພື່ອການອະນຸລັກວັດທະນະທຳ
1 ບົດອ່ານໜຶ່ງນາທີ

ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂື້ນ ໂດຍ ລັດຖະສະພາສະຫະລັດ ໃນປີ 2001, ກອງທຶນ ທ່ານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ເພື່ອການອະນຸລັກ ວັດທະນະທຳ (AFCP) ໄດ້ໃຫ້ການຊ່ວຍເຫຼືອສະຫນັບສະຫນູນ ທາງດ້ານການເງິນຫຼາຍກ່ວາ 800 ໂຄງການເພື່ອການອະນຸລັກ ມໍລະດົກວັດທະນະທໍາໃນຫຼາຍກ່ວາ 125 ປະເທດ. ໂຄງການດັ່ງກ່າວສະແດງໃຫ້ເຫັນເຖິງຄວາມເຄົາລົບອັນເລິກເຊິ່ງ ທີ່ ສະຫະລັດອາເມຣິກາ ໃຫ້ຄວາມນັບຖື ມໍລະດົກທາງດ້ານວັດທະນະທໍາຂອງບັນດາປະເທດອື່ນໆ. ໂຄງການທີ່ໄດ້ຮັບທຶນ ໄດ້ຮັບການສະຫນັບສະຫນູນ ຮວມທັງ ດ້ານເຕັກນິກວິຊາການ ສໍາລັບການຟື້ນຟູ ປະຕິສັງຂອນ ອາຄານປະຫວັດສາດ; ການປະເມີນຜົນແລະການອະນຸລັກ ວັດຖຸບູຮານທີ່ເກົ່າແກ່ ຢູ່ໃນຫໍພິພິທະພັນ; ການອະນຸລັກສະຖານທີ່ບູຮານຕ່າງໆ; ການເຮັດສຳເນົາ ເອກະສານຈະຊ່ວຍ ບັນທຶກໃນການເກັບຮັກສາ ສິນລະປະຫັດຖະກໍາພື້ນເມືອງແບບດັ້ງເດີມ ທີ່ຈະຖືກສູນຫາຍໄປ; ຊ່ວຍໃນການປັບປຸງ ສະຖານທີ່ເກັບມຽ້ນໃຫ້ດີຂື້ນສຳລັບເກັບຮັກສາ ສຳເນົາເອກະສານແລະຫນັງສືໃບລານ; ການບັນທຶກການເລົ່າຄືນກ່ຽວກັບປະຫວັດສາດ ແລະການເຮັດສຳເນົາ ເອກະສານຂອງພາສາຊົນເຜົ່າພື້ນເມືອງ.

ໃນຫຼາຍທົດສະວັດ ທີ່ຜ່ານມາ ສະຫະລັດອາເມຣິກາ ໄດ້ໃຫ້ການສະໜັບສະໜູນ ໂຄງການຕ່າງໆໃນທົ່ວ ສປປ ລາວ. ບັນດາໂຄງການທີ່ພົ້ນເດັ່ນທີ່ສຸດ ມີດັ່ງນີ້: ການບູລະນະປະຕິສັງຂອນ ວັດຊຽງທອງ ແລະ ວັດ ວິຊຸນ ທີ່ ແຂວງຫຼວງພະບາງ; ການອະນຸລັກ ປົກປັກຮັກສາເຄື່ອງໃຊ້ຕ່າງໆຂອງ ຣາດຊະວົງ ແລະ ວັດຖຸບູຮານ ຕ່າງໆ ທີ່ ຫໍພິພິທະພັນແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ແລະ ການປົກປັກຮັກສາ ສູນຂໍ້ມູນພະພຸດທະສາສະໜາ.