An official website of the United States government
Official websites use .gov
A .gov website belongs to an official government organization in the United States.
Secure .gov websites use HTTPS
A lock (
) or https:// means you’ve safely connected to the .gov website. Share sensitive information only on official, secure websites.
ສູນອາເມລິກາ ທີ່ທາດດຳ ແມ່ນຕັ້ງຢູ່ໃນໃຈກາງນະຄອນຫຼວງວຽງຈັນ ເຊິ່ງມັນແມ່ນຄວາມມຸ່ງໝັ້ນຕັ້ງໃຈ ແລະ ຄວາມເຫັນດີລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ສະຫະລັດ ອາເມລິກາ ທີ່ໄດ້ກໍ່ໃຫ້ເກີດມີສະຖານທີ່ສຳລັບກິດຈະກຳຕ່າງໆ.
ສູນອາເມລິກາ ທີ່ທາດດຳ ຍິນດີຕອນຮັບທຸກໆທ່ານ!
ສູນອາເມລິກາ ທີ່ທາດດຳ ປະກອບມີ:
*ການຮຽນຮູ້ກ່ຽວກັບ ປະເທດສະຫະລັດ ອາເມລິກາ ເຊັ່ນ: ນະໂຍບາຍ, ວັດທະນາທຳ ແລະ ຄຸນຄ່າ
*ການຝຶກທັດສະ ແລະ ສ້າງຄວາມເຂົ້າໃຈ ໃນພາສາອັງກິດ
*ການເຂົ້າຮ່ວມກິດຈະກຳຕ່າງໆຂອງອະດີດນັກສຶກສາ
*ການຊອກຮຸ້ກ່ຽວກັບການສຶກສາທີ່ປະເທດສະຫະລັດ ອາເມລິກາ
ສູນອາເມລິກາ ທີ່ທາດດຳ ແມ່ນເປີດໃຫ້ເຂົ້າໃຊ້ ໂດຍບໍ່ຕ້ອງເສຍຄ່າທຳນຽມໃດໆ
ສຳລັບປຶ້ມອ່ານ
ສູນຂອງພວກເຮົາ ມີຫໍສະໝຸດທີ່ມີປຶ້ມອ່ານຫຼາກຫຼາຍຊະນິດໄວ້ໃຫ້ທ່ານຢືມ ເຊັ່ນ: ປຶ້ມປະຫວັດສາດ ຂອງປະເທດສະຫະລັດ ອາເມລິກາ, ທຸລະກິດ, ແບບຮຽນພາສາອັງກິດ ແລະ ປື້ມເລື່ອງຕ່າງໆ, ນອກຈາກນັ້ນ ສູນຂອງພວກເຮົາຍັງມີ ປຶ້ມສຳລັບການກຽມເສັງ ເພື່ອວັດລະດັບພາສາອັງກິດ ເຊັ່ນ: TOEFL, GRE,…
ປຶ້ມແຕ່ລະຫົວ ແມ່ນອະນຸຍາດໃຫ້ຢືມບໍ່ເກິີນ 2 ອາທິດ.
ວາລະສານ ແລະ ໜັງສືພິມ
ສູນຂອງພວກເຮົາຍັງໃຫ້ບໍລິການ ພິມເອກະສານ ແລະ ກໍ່ມີວາລະສານທາງອອນລາຍ, ໜັງສືພິມ ແລະ ວາລະສານຕ່າງໆ ໄວ້ໃຫ້ທ່ານອ່ານ. ນອກຈາກນີ້ ທາງສູນຍັງມີ ຄອມພິວເຕີ ແລະ ອິນເຕີເນັດໄວ້ໃຫ້ໃຊ້.
ສຳລັບນັກຮຽນທີ່ສົນໃຈຢາກໄປສຶກສາ ທີ່ປະເທດສະຫະລັດ ອາເມລິກາ ແມ່ນສາມາດເຂົ້າເບິ່ງຕາມແຫຼ່ງຂໍ້ມຸນເວັບໄຊ ຕ່າງໆ ຫຼື ສາມາດເຂົ້າມາປຶກສານຳ ທາງຜູ້ໃຫ້ຄຳປຶກສາ ທີ່ສຸນອາເມລິກາ ທີ່ທາດດຳ.
ສຸນອາເມລິກາ ຍັງມິປືຶ້ມຫຼາກຫຼາຍຊະນິດ ແລະ ຂໍ້ມູນຕ່າງໆ ໄວ້ຊ່ວຍເຫຼືອທ່ານ ໃນການຊອກຫາຂໍ້ມູນກ່ຽວກັບວິຊາຮຽນ ທີ່ຢູ່ວິທະຍາໄລ ແລະ ມະຫາວິທະຍາໄລ, ທຶນການສຶກສາຕ່າງໆ ແລະ ວິທີຊີວີດ ການເປັນຢູ່ ທີ່ ປະເທດສະຫະລັດ ອາເມລິກາ.
ສຸນອາເມລິກາ ຍັງໄດ້ມີຫ້ອງຮຽນສອນພາສາອັງກິດຟຣີສຳລັບຂັ້ນເລີ່ມຕົ້ນ ແລະ ລະດັບກາງ ທີ່່ສອນໂດຍຄູອາເມລິກາ, ການເຝິກອົບຮົມກ່ຽວກັບການໃຊ້ທັກສະຕ່າງໆ ແລະ ກິດຈະກຳການສຶກສາຕ່າງໆ ເຊັ່ນ: ວັດທະນະທຳຂອງປະເທດສະຫະລັດ ອາເມລິກາ, ຜູ້ປະກອບການ ທຸລະກິດ ແລະ ບັນຫາສະພາບແວດລ້ອມ.
ເວລາເປີດ-ປິດ ສູນອາເມລິກາ ທີ່ທາດດຳ
ວັນຄານ-ວັນສຸກ 12:00ທ່ຽງ – 07:00 ແລງ
ວັນເສົາ 08:00 ເຊົ້າ – 05:00 ແລງ
ໂທລະສັບ +856 (21)487012, 487406
ອີເມວ: ACT_vientiane@state.gov
ປິດທຳການ ແມ່ນ ທຸກໆ ວັນອາທິດ, ວັນຈັນ, ວັນພັກລັດຖະການ ຂອງລາວ ແລະ ອາເມລິກາ
ກະລຸນາໂທ: +856-21-487-600 or +1 301 985-8789 ext. 7600
ນອກໂມງລັດຖະການ, ຕິດຕໍ່: +856-21-487-000
ນອກປະເທດ +1 301 985-8789
ສຸກເສີນຕິດຕໍ່ - ສໍາລັບທຸກບ່ອນ ຮັບການແຈ້ງເຕືອນກ່ຽວກັບການເດີນທາງ ການລັກພາຕົວເດັກຂ້າມຊາດ ການຈັບກຸມພົນລະເມືອງສະຫະລັດອາເມລິກາ ການເສຍຊີວິດຂອງພົນລະເມືອງສະຫະລັດອາເມລິກາ ຜູ້ຖືກເຄາະຮ້າຍຈາກອາຊະຍະກໍາ ຊ່ວຍເຫຼືອສຸກເສີນທາງດ້ານການເງິນ