ພຶດສະພາ 15, 2018, ນະຄອນຫຼວງວຽງຈັນ – ຜູ້ສ້າງຮູບເງົາຈາກ ສະຫະລັດອາເມລິກາໄດ້ມາຢ້ຽມຢາມ ສປປ ລາວ ໃນວັນທີ 11-16 ພຶດສະພາ ເພື່ອມາສາຍຮູບເງົາກ່ຽວກັບຜູ້ປະກອບການ ແລະ ຍັງໄດ້ປຶກສາຫາລືການສົ່ງເສີມທຸລະກິດຂະໜາດນ້ອຍ ໃນ ສປປ ລາວ.
ທ່ານ ນາງ ຊີຣິວ ມີເລີ ຮາວເຊີ ແມ່ນເປັນຜູ້ສ້າງ ແລະ ຜູ້ກຳກັບຮູບເງົາ ທີ່ມີຊື່ສຽງ ຈາກ ນີວຢອກ. ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນ ຈາກ ກະຊວງການຕ່າງປະເທດ ເພື່ອມາສາຍຮູບເງົາ ສະຫະລັດອາເມລິກາ. ຮູບເງົາເລື້ອງລ່າສຸດທີ່ເພີ່ນໄດ້ສ້າງແມ່ນເລື້້ອງກ່ຽວກັບ ຮຸ້ນບຸກເບີດທຸລະກິດຮຸ້ນໃຫມ່ Generation Startup ທີ່ໄດ້ຖ່າຍທອດເລື້ອງລາວກ່ຽວກັບໄວໜຸ່ມຈຳນວນ 6 ຄົນ ແລະ ຄວາມທ້າທາຍທີ່ພວກເຂົາໄດ້ປະເຊີນໃນເວລາທີ່ກຳລັງເປີດທຸລະກິດໃໝ່ຢູ່ທີ່ ເມືອງ Detroit ຂອງລັດ Michigan.
ໃນໄລຍະເວລາທີ່ທ່ານຢູ່ ສປປ ລາວ, ທ່ານ ຮາວເຊີ ໄດ້ສາຍຮູບເງົາຂອງເພີ່ນໃຫ້ແກ່ນັກສຶກສາ ຢູ່ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸດສະກະ ແລະ ມະຫາວິທະຍາໄລ ບໍລິຫານທຸລະກິດ ລັດຕະນະ. ຫຼັງຈາກເບິ່ງຮູບເງົາ, ບັນດານ້ອງໆນັກສຶກສາໄດ້ມີການແລກປ່ຽນ ແລະ ປຶກສາຫາລືກັນ ກ່ຽວກັບຄວາມສຳຄັນ ຂອງ ຜູ້ປະກອບການ ເພື່ອເປັນການກະຕຸ້ນເສດຖະກິດ ໃນ ສປປ ລາວ.
ທ່ານ ຮາວເຊີ ຍັງໄດ້ໄປບັນລະຍາຍຢູ່ທີ່ Toh-X Co-Working Space ໃຫ້ບັນດາຜູ້ປະກອບການໄວໜຸ່ມທີເຮັດວຽກກ່ຽວກັບ ເຕັກໂນໂລຊີ ແລະ ອຸດສາຫະກໍາດ້ານດິຈິຕອນ ແລະ ຍັງໄດ້ແລກປ່ຽນປະສົບການກັບບັນດານັກທຸລະກິດຍິງ ທີ່ສູນຜູ້ປະກອບການຍິງ Women’s Entrepreneurial Center ແລະ ທ່ານຍັງໄດ້ ບັນລະຍາຍ ທີ່ສູນອາເມລິກາ ທີ່ທາດດຳ.
ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ທ່ານນາງ ຣີນາ ບິດເຕີ ໄດ້ກ່າວກ່ຽວກັບຮູບເງົາຢູ່ທີ່ງານລ້ຽງເຊິ່ງຈັດຂື້ນຢູ່ທີ່ບ້ານພັກທ່ານທູດວ່າ: ສະຖານທູດສະຫະລັດອາເມລິກາໄດ້ມີຄວາມມຸ້ງໝັ້ນໃນການປະກອບສ່ວນໃຫ້ ສປປ ລາວ ເພື່ອທີ່ສຶບຕໍ່ໃນການເຕີບໂຕທາງດ້ານເສດຖະກິດ ແລະ ການສົ່ງເສີມຜູ້ປະກອບການ ກໍ່ເປັນສ່ວນໜຶ່ງທີ່ສຳຄັນ.
ໃນງານລ້ຽງ ວັນທີ 12 ພຶດສະພາ ແມ່ນຈັດເປັນກຽດໃຫ້ບັນດາຜູ້ສ້າງຮູບເງົາທີມີຊືສຽງເຊິ່ງລວມມີ ທ່ານ ອານຸສອນ ຊິຣິສັກດາ, ດວງມະນີ ໂຊລິພັນ ແລະ ທ່ານນາງ ແມັດຕ້ໂດ ຈາກ Lao Art Media, ທ່ານ ອານິໄຊ ແກ້ວລາ ຈາກ Lao New Wave Cinema ທ່ານ ເຈ້ຍ ປາຊິຝິກ ຈາກ Kheoheng Productions ແລະ ນັກສ້າງຮູບເງົາໄວໜຸມ ຈາກອົງການ Lone Buffalo ທີ່ ແຂວງ ຊຽງຂວາງ.
ທ່ານ ຮາວເຊີ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສືກປະທັບໃຈຕໍ່ກັບພອນສະຫວັນຂອງຜູ້ສ້າງຮູບເງົາລາວ. ຂ້າພະເຈົ້າມີຄວາມພາກພູມໃຈທີສຸດທີ່ໄດ້ເຮັດວຽກກັບຜູ້ທີ່ມີສ່ວນຮ່ວມໃນການສ້າງຮູບເງົາ ແລະ ວຽກງານຜູ້ປະກອບການ ໃນ ສປປ ລາວ.