ຜູ້ສ້າງຮູບເງົາຈາກສະຫະລັດ ອາເມລິກາ ສົ່ງເສີມ ກ່ຽວກັບ ສິດທິເທົ່າທຽມກັນ ໃນຂະແໜງການກົດໝາຍໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນລະຫວ່າງ ວັນທີ 17-18 ເດືອນ ພຶດສະພາ 2019 ສະຖານທູດ ສະຫະລັດອາເມລິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ຜູ້ສ້າງຮູບເງົາ ຈາກໂຄງການ American Film Showcase program ທີ່ໄດ້ມາຢ້ຽມຢາມສະຖາບັນດ້ານກົດໝາຍຫຼາຍແຫ່ງໃນ ສປປ ລາວ ເພື່ອ ນຳສະເໜີ ຮູບເງົາສາລະຄະດີ ກ່ຽວກັບສິດທິເທົ່າທຽມກັນ ແລະ ລັດແຫ່ງກົດໝາຍ.

ໃນລະຫວ່າງການຢ້ຽມຢາມທີ່ໄດ້ດຳເນີນໄປເປັນເວລາສອງວັນ ໃນ ສປປ ລາວ ທ່ານນາງ Sharon Rowen ຜູ້ສ້າງຮູບເງົາໄດ້ ຈັດງານສຳມະນາ ຢູ່ທີ່ສະຖາບັນ ຍຸຕິທໍາແຫ່ງຊາດ, ສະຫະພັນແມ່ຍິງ ແຫ່ງ ສປປ ລາວ ແລະ ຄະນະນິຕິສາດ ມະຫາວິທະຍາໄລແຫ່ງຊາດ.

ທ່ານ ນາງ Rowen ແມ່ນເປັນນັກກົດໝາຍ ແລະ ຜູ້ສ້າງຮູບເງົາອາຊີບ. ຮູບເງົາສາລະຄະດີຂອງເພີ່ນ  ເລື່ອງ ສິດສະເໝີພາບດ້ານວຽກງານກົດໝາຍ ແມ່ນເພີ່ນໄດ້ຕິດຕາມ ອາຊີບນັກກົດໝາຍ ແລະ ທະນາຍຄວາມຍິງ ທີ່ມີຄວາມໂດດເດັ່ນ ເຊັ່ນ U.S. Supreme Court Justice Ruth Bader Ginsberg ທີ່ສະທ້ອນໃຫ້ເຫັນເຖິງຄວາມທ້າທາຍທີ່ມືອາຊີບຄືພວກເພີ່ນຕ້ອງໄດ້ປະເຊີນໃນຂະແໜງການດ້ານກົດໝາຍ.

ທ່ານ ນາງ Rowen ກ່າວວ່າ: ຂ້າພະເຈົ້າສ້າງຮູບເງົານີ້ຂື້ນມາເພື່ອເປັນຫົນທາງໜື່ງໃນການລິເລີ່ມໃຫ້ມີການສົນທະນາກ່ຽວກັບຫົວຂໍ້ດ້ານຄວາມສະເໜີພາບ ຍິງ-ຊາຍ ແລະ ສັງຄົມຈະໃຫ້ທັດສະນະແນວໃດຕໍ່ກັບການເປັນຜູ້ນໍາເພດຍິງ. ຫຼາຍໆເທື່ອທີ່ຜູ້ຍິງຖືກບັງຄັບໃຫ້ຕັດສິນໃຈໃນສີ່ງທີ່ຍາກໆເພື່ອໃຫ້ເລືອກລະຫວ່າງ ອາຊີບຂອງເຂົາເຈົ້າ ແລະ ຄວາມຮັບພິດຊອບຕໍ່ຄອບຄົວຂອງພວກເຂົາ.

ໃນລະຫວ່າງການສຳມະນາ, ບັນດານັກສຶກສາ ແລະ  ທະນາຍຄວາມ ຈາກສະພາທະນາຍຄວາມລາວ ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນໃນການສົ່ງເສີມບົດບາດ ຍິງ-ຊາຍ ໃນການພັດທະນາໃນຂະແໜງການທາງກົດໝາຍໃນ ສປປ ລາວ, ຄຸນຄ່າອັນສຳຄັນອັນເປັນຈຸດສູນກາງຂອງ ສະຫະລັດອາເມລິກາ ແລະ ບຸລິມະສິດຕົ້ນຕໍຂອງ ລັດຖະບານ ສປປ ລາວ.

ໂຄງການນີ້ແມ່ນເກີດຂື້ນໄດ້ກໍ່ແມ່ນຍ້ອນ ການໄດ້ຮັບທຶນ ແລະ ສະໜັບສະໜູນ ຈາກ ໂຄງການ American Film Showcase program ທີ່ໄດ້ນຳເອົາຮູບເງົາທີ່ໄດ້ລາງວັນຈາກສະຫະລັດອາເມລິກາ ມາສູ່ຜູ້ຊົມໃນທົ່ວໂລກ. ໂດຍການໄດ້ຮັບທຶນຈາກ ກະຊວງການຕ່າງປະເທດ ຮັບຜິດຊອບດ້ານວຽກງານທາງດ້ານການສຶກສາ ແລະ ວັດທະນະທຳ ແລະ ບໍລິຫານຈັດຕັ້ງໂດຍມະຫາວິທະຍາໄລ University of Southern California School of Cinematic Arts, ໂຄງການ American Film Showcase ໄດ້ສະແດງໃຫ້ເຫັນເຖິງຄຸນຄ່າຂອງຮູບເງົາໃນການເສີມສ້າງຄວາມເຂົ້າໃຈ ແລະ ການຮ່ວມມື ລວມໄປເຖິງການສົນທະນາ ແລະ ການໂຕ້ວາທີນໍາອິກ.