ວັນທີ22ເດືອນເມສາແມ່ນວັນອະນຸລັກໂລກເຊິ່ງແມ່ນວັນທີ່ເຕືອນພວກເຮົາໃຫ້ລະນຶກເຖິງການປົກປ້ອງອາກາດທີ່ພວກເຮົາ ຫາຍໃຈ, ນໍ້າທີ່ພວກເຮົາດື່ມ, ສະຖານທີ່ທຳມະຊາດທີ່ພວກເຮົາໄປ ແລະ ສັດປ່າທີ່ພວກເຮົາໄດ້ເຫັນ. ວັນນີ໊ ໄດ້ສະເຫຼີມສະຫຼອງຢູ່ປະເທດ ສ. ອາເມລິກາ ແຕ່ປີ 1970, ເຊິ່ງຊ່ວຍຫັນປ່ຽນວິທີການຕ່າງໆ ທີ ສ. ອາເມລິກາ ແລະ ຫຼາຍປະເທດ ພົວພັນກັບໂລກທີ່ຢູ່ອ້ອມຕົວພວກເຮົາ ແລະ ຊ່ວຍປ່ຽນແປງມຸມມອງ ແລະ ວິທີການເບິ່ງ ຂອງພວກເຮົາ ກ່ຽວກັບຜົນກະທົບບທີ່ເກີດຂຶ້ນກັບໂລກທຳມະຊາດ.
ເນື່ອງໃນໂອກາດວັນອະນຸລັກໂລກປີນີ້,ປະເທດສ.ອາເມລິກາຍັງຈະສືບຕໍ່ສ້າງຄວາມຄືບໜ້າທີ່ໄດ້ເຮັດໃນເຄິ່ງສັດຕະວັດຜ່ານ ມາ ໂດຍຍຶດໝັ້ນພັນທະສັນຍາຂອງພວກເຮົາ ທີ່ຈະດຳເນີນການຕ່າງໆ ເພື່ອຮັບປະກັນໃຫ້ມີໂລກທີ່ສະອາດ ແລະ ສຸຂະພາບດີ ສຳລັບລູກແລະຫຼານຂອງພວກເຮົາ.ການປ່ຽນແປງຂອງພູມອາກາດແລະການສູນເສຍຖິ່ນທີ່ຢູ່ອາໄສເປັນໄພຂົ່ມຂູ່ຕໍ່ການສູນພັນ ຈໍານວນປະມານໜຶ່ງໃນສາມ ເຖິງ ເຄິ່ງໜຶ່ງຂອງຊະນິດພັນທັງໝົດໃນໂລກ ພາຍໃນທ້າຍສັດຕະວັດນີ້.
ຢູ່ສປປລາວ, ຂ້າພະເຈົ້າໄດ້ຮັບແຮງບັນດານໃຈຈາກຄວາມມຸ່ງຫວັງຂອງພວກທ່ານທີ່ຕ້ອງການປົກປັກຮັກສາ ແລະເບີ່ງແຍງດູແລໂລກ ເຊິ່ງມີຄວາມບອບບາງ ເພື່ອຮັກສາສັດທີ່ມີຄຸນຄ່າຂອງໂລກໄວ້ບໍ່ໃຫ້ສຸນພັນ. ສຳລັບວັນສັດປ່າໂລກ ໃນເດືອນທີ່ຜ່ານມາ, ຂ້າພະເຈົ໊າເອງກໍ່ໄດ້ໄປຢ້ຽມຢາມ ສູນອະນຸລັກ ສັດປ່າລາວ ຢູ່ແຂວງວຽງຈັນ, ສູນອະນຸລັກໝີ ຢູ່ ແຂວງຫຼວງພະບາງ ແລະ ສູນອະນຸລັກຊ້າງ ຢູ່ແຂວງໄຊຍະບູລີ.
ຫວ່າງບໍດົນມານີ້ ສູນອະນຸລັກ ສັດປ່າລາວ ເຫັນວ່າ ຈຳນວນປະຊາຊົນທີ່ໄດ້ລາຍງານກ່ຽວກັບອາຊະຍາກຳສັດປ່າເພີ່ມຂຶ້ນແລະ ກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ສົ່ງເສີມໃຫ້ມີການລາຍງານຜ່ານສາຍດ່ວນ 1601 ຂອງສູນອະນຸລັກ ສັດປ່າລາວ.
ສູນອະນຸລັກໝີ ໄດ້ຊ່ວຍຊີວິດໝີ ຫຼາຍກວ່າ 100 ໂຕ ຢູ່ໃນລາວ, ຈຳນວນສ່ວນຫຼາຍແມ່ນໄດ້ຮັບການຊ່ວຍເຫຼືອແຕ່ ປີ 2017 ເປັນຕົ້ນມາ.ອົງການຈັດຕັ້ງເຫຼົ່ານີ້ອາໄສການຮ່ວມມືກັບເຈົ້້າໜ້າທີ່ບັງຄັບໃຊ້ກົດໝາຍເພື່ອຈັດຕັ້ງປະຕິບັດຂໍ້ແນະນຳກ່ຽວກັບ ອາຊະຍາກຳສັດປ່າ ແລະ ຈໍານວນການຍຶດ ແລະ ຊ່ວຍເຫຼືອທີ່ເພີ່ມຂຶ້້ນ ໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງ ແລະ ຄວາມສາມາດຂອງລັດຖະບານລາວໃນການຕ້ານ ການຄ້າສັດປ່າທີ່ຜິດກົດໝາຍ.
ນອກຈາກນັ້ນ,ປະຊາຊົນລາວຍັງໄດ້ໃຫ້ຄວາມສົນໃຈໃນການປົກປ້ອງສັດປ່າຈາກພວກຄ້າສັດປ່າດ້ວຍການໂທລາຍງານຜ່ານສາຍດ່ວນ.
ໃນຖານະເປັນຄົນອາເມລິກາ ທີ່ໄດ້ຖືກມອບໝາຍໃຫ້ມາອາໄສ ດຳລົງຊີວິດດ້ວຍຄວາມຮັບຜິດຊອບໃນປະເທດຂອງທ່ານ, ພວກເຮົາກຳລັງເຮັດວຽກເພື່ອຫຼຸດຜ່ອນຜົນທະທົບດ້ານສິ່ງແວດລ້ອມ ດ້ວຍການປັບປຸງຍຸດທະສາດ ການຄຸ້ມຄອງພະລັງງານ, ນໍ້າ ແລະ ບໍາບັດສິ່ງເສດເຫຼືອຂອງພວກເຮົາຢູ່ໃນສະຖານທູດ. ແຕ່ລະຄົນສາມາດສ້າງຄວາມແຕກຕ່າງ.
ແຕ່ໃນທີ່ສຸດ, ການຮ່ວມມືຫຼາຍຝ່າຍເປັນວິທີດຽວ ທີ່ຈະຮ່ວມກັນຊຸກຍູ້ບັນດາບຸລິມະສິດດ້ານສິ່ງແວດລ້ອມຂອງພວກເຮົາ.
ການລະບາດຂອງພະຍາດ COVID-19 ໄດ້ຍໍ້າໃຫ້ເຫັນວ່າໂລກຂອງພວກເຮົາມີຄວາມເຊື່ອມຕໍ່ກັນແນວໃດ. ພວກເຮົາທຸກຄົນເປັນພົນລະເມືອງໂລກທີ່ປະເຊີນກັບຄວາມກົດດັນຫຼາຍ. ພວກ ເຮົາ ຕ້ອງ ສືບ ຕໍ່ ເຮັດ ວຽກ ຮ່ວມ ກັນ ເພື່ອ ຢຸດ ແລະ ຟື້ນຟູ ຜົນ ເສຍ ຫາຍ ທີ່ ໄດ້ ເກີດຂຶ້ນ.
ແຕ່ລະວຽກທີ່ພວກເຮົາປະຕິບັດເພື່ອປັບປຸງຊຸມຊົນຂອງພວກເຮົາຊ່ວຍສ້າງພື້ນຖານທີ່ສາມາດນໍາໄປສູ່ການຈັດຕັ້ງປະຕິບັດລະດັບຊາດແລະສາກົນທີ່ເຂັ້ມແຂງ.ພວກເຮົາໄດ້ເຫັນຫຼາຍຄັ້ງແລ້ວວ່າໂລກສາມາດບັນລຸຄວາມສຳເລັດໄດ້ແນວໃດເມື່ອພວກເຮົາມາຮ່ວມມືກັນແກ້ໄຂບັນຫາ.
ວັນອະນຸລັກໂລກໄດ້ຍໍ້າເຕືອນໃຫ້ປະຊາກອນທົ່ວໂລກຮູ້ວ່າເມື່ອໃດທີພວກເຮົາຍັງສາມັກຄີກັນແລະສຸມໃສ່ປົກປັກຮັກສາໂລກໜ່ວຍດຽວທີ່ພວກເຮົາມີ,ພວກເຮົາສາມາດເຮັດໃຫ້ມັນດີຂຶ້ນສຳລັບຄົນລຸ້ນໃໝ່ໃນອະນາຄົດ.ວັນອະນຸລັກໂລກນີ້, ຂໍໃຫ້ພວກເຮົາຈົ່ງມີຄວາມພະຍາຍາມສຸດຄວາມສາມາດຮ່ວມກັນ ເພື່ອສ້າງໂລກທີ່ປອດໄພ, ມີສະຖຽນລະພາບ ແລະ ຍືນຍົງໃຫ້ຫຼາຍກວ່າເກົ່າ.
ສ.ອາເມລິກາ ຍັງຄົງມຸ່ງໝັ້ນທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ສປປລາວ ແລະ ປະເທດອື່ນໆໃນທົ່ວໂລກ ເພື່ອບັນລຸເປົ້າໝາຍທາງດ້ານສິ່ງແວດລ້ອມຮ່ວມກັນ.