An official website of the United States government
Official websites use .gov
A .gov website belongs to an official government organization in the United States.
Secure .gov websites use HTTPS
A lock (
) or https:// means you’ve safely connected to the .gov website. Share sensitive information only on official, secure websites.
ທ່ານສົນໃຈ ຫຼື ບໍ່ທີ່ຈະມາລົງທຶນຢູ່ ສປປ ລາວ ເຊີ່ງເປັນປະເທດໜຶ່ງທີ່ມີຄວາມເຕີບໂຕໄວທາງດ້ານເສດຖະກິດ? ຂ້າພະເຈົ້າ ໃນນາມສ່ວນຕົວ ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ຢັ້ງຢືນ ໃຫ້ ບັນດາປະຊາຊົນ ແລະ ນັກທຸລະກິດ ຈາກສະຫະລັດອາເມລິກາ ຮູ້ວ່າ ໃນຊ່ວງເວລານີ້ຖືເປັນເວລາທີ່ດີທີ່ສຸດໃນການຊອກຫາໂອກາດທາງດ້ານທຸລະກິດໃນ ສປປ ລາວ. ການຮ່ວມມືສອງຝ່າຍຂອງສອງປະເທດໄດ້ສືບຕໍ່ ເຕີບໃຫຍ່ຂະຫຍາຍຕົວ ແລະ ໃນປີ 2016 ພວກເຮົາໄດ້ເຊັນສັນຍາ ການຮ່ວມມືແບບກວມລວມ ເພື່ອສ້າງພື້ນຖານອັນໃຫມ່ໃນການຂະຫຍາຍຂົງເຂດທາງດ້ານການຄ້າ ລະຫວ່າງສອງປະເທດ.
ສະຫະລັດອາເມລິກາໃຫ້ບູລິມາສິດອັນສຳຄັນຕໍ່ ກັບຄວາມສົມດຸນ, ເສລີ ແລະ ເປັນທຳ ທາງດ້ານການຄ້າ. ພວກເຮົາໄດ້ມີຄວາມພະຍາຍາມໃນການຮັດແໜ້ນສາຍພົວພັນທາງດ້ານການຄ້າໃນທົ່ວຂົງເຂດ ອາຊີປາຊີຟິກ ລວມທັງ ສປປ ລາວ. ລາວໄດ້ເຂົ້າເປັນສະມາຊິກການຄ້າໂລກ (WTO) ໃນປີ 2013, ເປັນປະຊາຄົມເສດຖະກິດອາຊຽນ ໃນປີ 2015 ແລະ ໃນປີ 2016 ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເຊັນສັນຍາ ຂອບການຕົກລົງທາງດ້ານການຄ້າ ແລະ ການລົງທຶນ (TIFA) ເພື່ອສ້າງພື້ນຖານອັນສຳຄັນສຳລັບສອງປະເທດໃນການເສີມຂະຫຍາຍການຮັດແໜັ້ນສາຍພົວພັນທາງດ້ານການຄ້າ. ໃນຂະນະດຽວກັນ, ເສດຖະກິດຂອງ ສປປ ລາວ ໄດ້ສຶບຕໍ່ຂະຫຍາຍຕົວ ເຖີງ 7-8 ເປີເຊັນ ຕໍ່ປີ. ບໍລິສັດຈາກສະຫະລັດອາເມລິກາ ມີຄວາມກະຕືລືລົ້ນທີ່ຈະເຮັດທຸລະກິດໃນ ສປປ ລາວ ແລະ ບັນດາເຈົ້າຫນ້າທີ່ລັດຖະບານຂັ້ນສູງໄດ້ແຈ້ງພວກເຮົາໃຫ້ຮັບຮູ້ວ່າ ພວກທ່ານມີຄວາມຍິນດີຕ້ອນຮັບນັກທຸລະກິດຈາກສະຫະລັດອາເມລິກາ.
ຂ້າພະເຈົ້າຢາກຊຸກຍູ້ໃຫ້ບັນດາບໍລິສັດຈາກສະຫະລັດອາເມລິກາ ມາຊອກຫາໂອກາດໃນການເຮັດທຸລະກິດກັບບໍລິສັດໃນ ສປປລາວ ເພື່ອທີ່ຈະໄດ້ຂາຍຜະລິດຕະພັນຈາກສະຫະລັດອາເມລິກາ ໃນ ສປປ ລາວ ແລະ ນຳເອົາສິນຄ້າທີ່ມີຄຸນນະພາບ ແລະ ມາດຕະຖານສູງ ເຂົ້າມາໃນ ສປປ ລາວ ເພື່ອເຮັດໃຫ້ທຸລະກິດຂອງສະຫະລັດອາເມລິກາມີຊື່ສຽງ. ໃນຕະຫລາດທີ່ກຳລັງຂະຫຍາຍຕົວ, ຫລາຍທ່ານມັກຈະປະສົບກັບບັນຫາ, ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາທ່ານຈະໄດ້ຮູ້ກ່ຽວກັນຕະຫຼາດໃນ ສປປ ລາວ ໃນປະຈຸບັນທີ່ນັບມື້ນັບເປີດກວ້າງສູ່ນັກທຸລະກິດ ຈາກ ສະຫະລັດອາເມລິກາ ຫຼາຍກວ່າທີ່ຜ່ານມາ. ຂ້າພະເຈົ້າຢັ້ນຢືນວ່າ ຂ້າພະເຈົ້າ ແລະ ທີມງານຂອງພວກເຮົາພ້ອມ ທີ່ຈະສະໜັບສະໜຸນຄວາມພະຍາຍາມໃນການປະກອບທຸລະກິດຂອງທ່ານ. ທ່ານສາມາດຕິດຕໍ່ເຈົ້າຫນ້າທີ່ຮັບຜິດຊອບດ້ານ ການຄ້າ ແລະ ເສດຖະກິດ ເພື່ອສຶກສາເພີ່ມເຕີມກ່ຽວກັບຄວາມເປັນໄປໄດ້ການເຮັດທຸລະກິດໃນ ສປປ ລາວ.
ດ້ວຍຄວາມເຄົາລົບ,
ເອກອັກຄະລັດຖະທູດສະຫະລັດອາເມລິກາ ຣີນາ ບິດເຕີ
ຕິດຕໍ່ສະຖານທູດສະຫະລັດອາເມລິກາປະຈໍາ ສປປ ລາວ
ເບີໂທລະສັບ: +856-21-487-000
ເລີ່ມຕົ້ນກັບການບໍລິການທາງດ້ານການຄ້າສະຫະລັດອາເມລິກາ
ພະແນກບໍລິການ ແລະ ສົ່ງເສີມການຄ້າສະຫະລັດອາເມລິກາ(CS) ແມ່ນເປັນພາກສ່ວນໜຶ່ງຂອງໜ່ວຍງານການຄ້າລະຫວ່າງປະເທດສະຫະລັດອາເມລິກາ. ໜ່ວຍງານດັ່ງກ່າວ ອໍານວຍຄວາມສະດວກໃຫ້ກັບນິຕິບຸກຄົນໃນດ້ານການຄ້າລະຫວ່າງປະເທດ. ນິຕິບຸກຄົນ ຫຼື ບໍລິສັດສາມາດຄົ້ນຫາຜູ້ຊ່ວຍພາຍໃນທ້ອງຖິ່ນທີ່ມີຈໍານວນຫຼາຍກວ່າ 100 ໜ່ວຍງານບໍລິການດ້ານການຄ້າໃນທົ່ວປະເທດ ແລະ ຫຼາຍກວ່າ 70 ໜ່ວຍງານໃນສາກົນ.
ເລີ່ມຕົ້ນກັບກະຊວງກະສິກໍາສະຫະລັດອາເມລິກາ
ພະແນກບໍລິການ ແລະ ສົ່ງເສີມການກະສິກໍາສະຫະລັດອາເມລິກາ ເປັນຂົວເຊື່ອມຕໍ່ການກະສິກໍາຂອງສະຫະລັດອາເມລິກາກັບທົ່ວໂລກ ເພື່ອເປັນການສົ່ງເສີມໂອກາດໃນການສົ່ງອອກ ແລະ ຄວາມໝັ້ນຄົງທາງດ້ານອາຫານ. ນອກຈາກບັນດາເຈົ້າໜ້າທີ່ຢູ່ລັດວໍຊິງຕັນດີຊີ, ພະແນກບໍລິການ ແລະ ສົ່ງເສີມການກະສິກໍາສະຫະລັດອາເມລິກາຍັງມີເຄືອຂ່າຍອີກຈໍານວນ 98 ໜ່ວຍງານກະຈາຍຢູ່ໃນ 177 ປະເທດ. ໜ່ວຍງານເຫຼົ່ານີ້ ປະກອບໄປດ້ວຍເຈົ້າໜ້າທີ່ໃນທ້ອງຖິ່ນທີ່ເປັນຜູ້ຊໍານານ ແລະ ຊ່ຽວຊານໃນການກະສິກໍາ ເຊິ່ງເປັນຫູເປັນຕາຕາງໜ້າໃຫ້ກັບການກະສິກໍາຂອງສະຫະລັດອາເມລິກາ. ເຈົ້າໜ້າທີ່ພະແນກບໍລິການ ແລະ ສົ່ງເສີມການກະສິກໍາສະຫະລັດອາເມລິກາເຮັດໜ້າທີ່ໄຈ້ແຍກບັນຫາ, ຄົ້ນຄວ້າຫາທາງແກ້ໄຂ ແລະ ເຮັດວຽກເພື່ອເປີດກວ້າງໂອກາດໃຫ້ແກ່ການກະສິກໍາຂອງສະຫະລັດອາເມລິກາ ແລະ ສະໜັບສະໜູນນະໂຍບາຍການຕ່າງປະເທດຂອງສະຫະລັດອາເມລິກາໃນທົ່ວໂລກ.
ບົດລາຍງານກ່ຽວກັບສະພາບການຂອງຕະຫຼາດ, ໂອກາດ, ລະບຽບການ, ແລະ ພາສີທຸລະກິດເຫຼົ່ານີ້ ແມ່ນຖືກຮຽບຮຽງຢູ່ທີ່ສະຖານທູດສະຫະລັດອາເມລິກາໃນທົ່ວໂລກໂດຍພະແນກການຄ້າ, ກະຊວງການຕ່າງປະເທດສະຫະລັດອາເມລິກາ ແລະ ຜູ້ຊ່ຽວຊານຂອງອົງການອື່ນໆຂອງສະຫະລັດອາເມລິກາ.
ບົດລາຍງານສະພາບແວດລ້ອມການລົງທຶນ
ບົດລາຍງານສະພາບແວດລ້ອມການລົງທຶນຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ ສະໜອງຂໍ້ມູນສະເພາະກ່ຽວກັບສະພາບການລົງທຶນພາຍໃນປະເທດໃຫ້ກັບຫຼາຍກວ່າ 170 ປະເທດ. ຂໍ້ມູນດັ່ງກ່າວ ໄດ້ຖືກຈັດການຮຽບຮຽງໂດຍເຈົ້າໜ້າທີ່ດ້ານເສດຖະກິດທີ່ປະຈໍາຢູ່ໜ່ວຍງານ ແລະ ສະຖານທູດສະຫະລັດອາເມລິກາໃນທົ່ວໂລກ. ພວກເຂົາໄດ້ມີການວິເຄາະສະພາບເສດຖະກິດຫຼາກຫຼາຍຮູບແບບທີ່ມີທ່າອ່ຽງເໝາະສົມໃນການເປັນຕະຫຼາດໃຫ້ກັບຫົວໜ່ວຍທຸລະກິດທຸກປະເພດຂອງສະຫະລັດອາເມລິກາ.
ສະພາທີ່ປຶກສາຄວາມໝັ້ນຄົງລະຫວ່າງປະເທດ
ໃນປີ 1985, ສະພາທີ່ປຶກສາດ້ານຄວາມໝັ້ນຄົງລະຫວ່າງປະເທດ (OSAC), ເຊິ່ງເປັນການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ແລະ ພາກເອກະຊົນຂອງສະຫະລັດອາເມລິກາ, ໄດ້ຖືກສ້າງຂຶ້ນໂດຍລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ ທ່ານ ຈອດຈ໌ແພຣັດ ຊ໋ອດ ພາຍໃຕ້ກົດໝາຍວ່າດ້ວຍຄະນະກຳມາທິການລັດຖະບານກາງວ່າດ້ວຍບັນຫາຄວາມໝັ້ນຄົງລະຫວ່າງປະເທດ. ຈຸດປະສົງຂອງການຮ່ວມມືຄັ້ງນີ້ແມ່ນ ເພື່ອສ້າງຕັ້ງການຕິດຕໍ່ພົວພັນລະຫວ່າງເຈົ້າໜ້າທີ່ຮັກສາຄວາມປອດໄພທັງພາກເອກະຊົນ ແລະ ພາກລັດ; ສະໜອງການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການພັດທະນາສະພາບແວດລ້ອມຄວາມປອດໄພຢູ່ຕ່າງປະເທດ; ແນະນຳວິທີການວາງແຜນ ແລະ ຈັດຕັ້ງປະຕິບັດໂຄງການຄວາມປອດໄພຢູ່ຕ່າງປະເທດ; ແນະນຳວິທີການຫຼຸດຜ່ອນຄວາມສ່ຽງຕໍ່ຜົນປະໂຫຍດຂອງພາກເອກະຊົນໃນສະຫະລັດອາເມລິກາໃນທົ່ວໂລກ. ຄາດໝາຍເຫຼົ່ານີ້ ແມ່ນຖືກກໍານົດໄວ້ໃນ ກົດບັດສະພາທີ່ປຶກສາດ້ານຄວາມໝັ້ນຄົງລະຫວ່າງປະເທດ (OSAC) ໃນປັດຈຸບັນ.
ນັບຕັ້ງແຕ່ມີການລິເລີ່ມ, SelectUSA ໄດ້ສະໜອງທຶນຫຼາຍກວ່າ 78 ຕື້ໂດລ້າໃນຂອດການລົງທຶນ, ການສ້າງ ແລະ ວ່າຈ້າງງານຫຼາຍຫວ່າ 95,000 ຕໍາແໜ່ງໃນສະຫະລັດອາເມລິກາ. ສະເພາະງົບປະມານຂອງປີ 2019, SelectUSA ສະໜອງງົບປະມານຫຼາຍກວ່າ 18 ຕື້ໂດລ້າໃສ່ໃນການລົງທຶນ. ພວກເຮົາຮ່ວມມືກັບສະຫະລັດອາເມລິກາ ແລະ ການບໍລິການການຄ້າຕ່າງປະເທດ ແລະ ໜ່ວຍງານລັດຖະບານໃນຂົງເຂດຕ່າງໆເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານການລົງທຶນໃນການສ້າງວຽກເຮັດງານທຳໃນສະຫະລັດອາເມລິກາ ແລະ ສ້າງຄວາມຮັບຮູ້ກ່ຽວກັບບົດບາດສຳຄັນຂອງການພັດທະນາເສດຖະກິດໃນສະຫະລັດອາເມລິກາ.
ກະລຸນາໂທ: +856-21-487-600 or +1 301 985-8789 ext. 7600
ນອກໂມງລັດຖະການ, ຕິດຕໍ່: +856-21-487-000
ນອກປະເທດ +1 301 985-8789
ສຸກເສີນຕິດຕໍ່ - ສໍາລັບທຸກບ່ອນ ຮັບການແຈ້ງເຕືອນກ່ຽວກັບການເດີນທາງ ການລັກພາຕົວເດັກຂ້າມຊາດ ການຈັບກຸມພົນລະເມືອງສະຫະລັດອາເມລິກາ ການເສຍຊີວິດຂອງພົນລະເມືອງສະຫະລັດອາເມລິກາ ຜູ້ຖືກເຄາະຮ້າຍຈາກອາຊະຍະກໍາ ຊ່ວຍເຫຼືອສຸກເສີນທາງດ້ານການເງິນ