​ການເລີ້ມຕົ້ນ​ເຮັດ​ທຸ​ລະ​ກິດທີ່ສະຫະລັດອາເມລິກາ

ການເຮັດທຸລະກິດຢູ່ປະເທດສະຫະລັດອາເມລິກາ

ໃນໜ້ານີ້, ທ່ານສາມາດອ່ານຄໍາອະທິບາຍກ່ຽວກັບ ບັນດາຂໍ້ມູນທີ່ມີຢູ່ ສໍາລັບບັນດາບໍລິສັດ ຢູ່ ສປປ ລາວທີ່ຄິດຢາກໄປລົງທຶນຢູ່ ສະຫະລັດອາເມລິກາ ແລະ ຄໍາແນະນໍາຈໍານວນໜຶ່ງ ເພື່ອການເລີ່ມຕົ້ນ.

ການລົງທຶນຢູ່ ສະຫະລັດອາເມລິກາ

ໃນປີ 2011, ປະທານາທິບໍດີ ໂອບາມາ ປະກາດໂຄງການລິເລີ່ມ SelectUSA ເພື່ອສະແດງໃຫ້ເຫັນວ່າ ສະຫະລັດອາເມລິກາ ເປັນທີ່ຕັ້ງເຮັດທຸລະກິດລະດັບແນວໜ້າຂອງໂລກ ແລະ ສາມາດສະໜອງການເຂົ້າເຖິງບັນດາໂຄງການ ແລະ ການບໍລິການຂອງລັດທີ່ກ່ຽວກັບການລົງທຶນເຮັດທຸລະກິດໄດ້ງ່າຍ. SelectUSA ອອກແບບ ເພື່ອສະໜັບສະໜູນບັນດາກິດຈະກໍາຂອງແຕ່ລະລັດ—ເຊິ່ງແມ່ນແຮງຂັບເຄື່ອນຫຼັກໃນການພັດທະນາເສດຖະກິດໃນປະເທດສະຫະລັດອາເມລິກາ.

ການເລີ່ມຕົ້ນ

ຊາວຕ່າງຊາດທີ່ສົນໃຈລົງທຶນຢູ່ສະຫະລັດອາເມລິກາ ຄວນເຂົ້າເບິ່ງເວັບໄຊ SelectUSA.gov ເພື່ອເອົາຂໍ້ມູນທົ່ວໄປ. SelectUSA ພະຍາຍາມສະເໜີຂໍ້ໄດ້ປຽບຫຼາຍຢ່າງ ທີ່ ສະຫະລັດອາເມລິກາສາມາດສະໜອງໃຫ້ ໃນດ້ານທີ່ຕັ້ງເຮັດທຸລະກິດ ແລະ ລົງທຶນ.  ຕັ້ງແຕ່ການມີຕະຫຼາດພາຍໃນທີ່ກ້ວາງໃຫຍ່, ລະບົບກົດໝາຍທີ່ໂປ່ງໃສ ຈົນໄປເຖິງ ບັນດາບໍລິສັດທີ່ມີນະວັດຕະກໍາສູງທີ່ສຸດໃນໂລກ, ສະຫະລັດອາເມລິກາ ຖືວ່າແມ່ນສະຖານທີ່ເພື່ອເຮັດທຸລະກິດ.  ໃນເວັບໄຊ ທ່ານຍັງສາມາເຂົ້າເບິິ່ງ ບັນດາສິ່ງຈູງໃຈໃນການເຮັດທຸລະກິດ ທີ່ບັນດາລັດ ແລະ ພື້ນທີ່ຕ່າງໆ ສະເໜີໃຫ້.  ທ່ານສາມາດຕິດຕໍ່ພວກເຮົາໄດ້ທີ່ ສະຖານທູດສະຫະລັດອາເມລິກາ ເພື່ອປຶກສາຫາລືກ່ຽວກັບ ຄວາມສົນໃຈ ແລະ ຄວາມຕ້ອງການຂອງທ່ານ.

ວີຊາ

ຕິດຕາມລິ້ງເພື່ອລາຍລະອຽດກ່ຽວກັບ ວີຊາທຸລະກິດ.