ອົງກອນທີ່ໃຫ້ຄຳປຶກສາດ້ານຄວາມປອດໄພຕ່າງປະເທດ

ອົງກອນທີ່ໃຫ້ຄຳປຶກສາດ້ານຄວາມປອດໄພຕ່າງປະເທດ (OSAC) ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1985 ໂດຍພາຍໃຕ້ການຊີ້ນຳ -ນຳພາຈາກລັດຖະບານ ສະຫະລັດ ອາເມລິກາ ເພື່ອສົ່ງເສີມການຮ່ວມມືດ້ານຄວາມປອດໄພ ລະຫວ່າງຜູ້ທີ່ລົງທຶນເຮັດທຸລະກິດຢູ່ຕ່າງປະເທດກໍ່ຄືທົ່ວໂລກ. ລັດຖະບານ ສະຫະລັດ ອາເມລິກາ ໄດ້ພັດທະນາຫັນເອົາພາກສ່ວນທີ່ດຳເນີນທຸລະກິດໃຫ້ກາຍເປັນອົງກອນທີ່ປະສົບຜົນສຳເລັດ ໂດຍການເປັນສວ່ນຫນື່ງທີ່ຊ່ວຍໃນດ້ານຄວາມປອດໄພຢູ່ໃນຕ່າງປະເທດ. OSAC ເປັນອົງກອນທີ່ບໍ່ຫວັງຜົນກຳໄລ ແລະ ເປັນຂົວຕໍ່ໃຫ້ພາກສ່ວນທີ່ດຳເນີນທຸລະກິດຢູ່ໃນຕ່າງປະເທດ.

OSAC ຍັງໄດ້ສົ່ງເສີມການຮ່ວມມືທີ່ມີປະສິດທິພາບ ໂດຍການຊ່ວຍເຫລືອພາກເອກະຊົນຂອງສະຫະລັດ ອາເມລິກາ ໂດຍການຮັບປະກັນໃຫ້ມີຄວາມປອດໄພຍິ່ງຂຶ້ນ ເຊິ່ງລວມມີ ການຄຸກຄາມພາຍໃນ, ການຕົກເປັນກຸ່ມເປົ້າຫມາຍໃນການດຳເນີນທຸລະກິດ, ສະຖານທີ່, ການລົງທຶນ ແລະ ຊັບສິນທາງປັນຍາ. ນອກຈາກນີ້ຂັ້ນຕອນການໃຫ້ຂໍ້ມູນດ້ານຄວາມປອດໄພແມ່ນແທດເຫມາະທັນເວລາກັບສະພາບການ. OSAC ຍັງໄດ້ຊ່ວຍເຫລືອການພັດນາດ້ານໄຫມ່ໆໃນການປະເມີນດ້ານຄວາມປອດໄພ ແລະ ສະພາບແວດລ້ອມໃຫ້ມີຄວາມສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ ແລະ ອະນາຄົດ. ຮັບປະກັນຂໍ້ມູນດ້ານຄວາມປອດໄພໃຫ້ຖືກຕ້ອງເຫມາະສົມກັບເປົ້າຫມາຍທີ່ຕ້ອງການ ເມື່ອໃດທີ່ເຂົາເຈົ້າຕ້ອງການຄວາມຊ່ວຍເຫລືອ OSAC ກໍ່ພ້ອມທີ່ຈະຊ່ວຍເຫລືອໃນການໃຫ້ຂໍ້ມູນ ແນະນຳ ຕອບຄຳຖາມໂດຍຜ່ານການວິເຄາະຈາກຜູ້ຊ່ຽວຊານດ້ານຄວາມປອດໄພ 24/ຊົ່ວໂມງ 7/ອາທິດ ທຸກໆບັນຫາທີ່ເກີດຂຶ້ນຢູ່ໃນຕ່າງປະເທດແມ່ນສິ່ງທ້າທາຍທີ່ສຸດໃຫ້ແກ່ພວກເຮົາ.

ພວກເຮົາຍັງມີເວບໄຊທ໌ www.OSAC.gov ເພື່ອສະຫນອງຂໍ້ມູນຂ່າວສານດ້ານຄວາມປອດໄພໃຫ້ແກ່ສາທາລະນະ ເຊັ່ນ: ການໂຄສະນາຜ່ານສື່, ຂໍ້ມູນຈາກກົງສຸນ, ການໃຫ້ຄຳປຶກສາໃນການເດີນທາງ, ການແລກປ່ຽນຂໍ້ມູນດ້ານຄວາມປອດໄພ, ການສະເຫລີມສະຫລອງຄົບຮອບວັນສ້າງຕັ້ງຕ່າງໆ, ຂໍ້ມູນການກໍ່ການຮ້າຍ, ອາດຊະຍາກຳ, ຂ່າວຕ່າງປະເທດ ແລະ ອື່ນໆ.

OSAC ຍັງງມີການແລກປ່ຽນຂໍ້ມູນຂ່າວສານ ລວມມີພະນັກງານຊ່ຽວຊານທີ່ຜ່ານການສຳຫລວດດ້ານຄວາມປອດໄພລະຫວ່າງປະເທດເພື່ອການໃຫ້ບໍລິການນັກທຸລະກິດຂອງສະຫະລັດອາເມລິກາ ນອກຈາກນີ້ OSAC ຍັງມີເຄື່ອຂ່າຍຢູ່ຕ່າງປະເທດທົ່ວໂລກເພື່ອນຳຂໍ້ມູນມາສັງລວມໄວ້ເປັນຂໍ້ມູນຂ່າວສານໃຫ້ແກ່ສະຖານທູດ ແລະ ກົງສຸນ ເພື່ອກະຈາຍຂໍ້ມູນດ້ານຄວາມປອດໄພ.

ສຳລັບຂໍ້ມູນເພີ່ມເຕີມກະລຸນາເຂົ້າເບິ່ງຂໍ້ມູນໄດ້ທີ່ www.OSAC.gov