ເຈົ້າຫນ້າທີ່ຈາກສະຫະລັດ ອາເມລິກາ ລົງຢ້ຽມຢາມໂຄງການອາຫານສຳລັບໂຮຽຮຽນ ທີ່ ແຂວງສະຫວັນນະເຂດ

ສະຫວັນນະເຂດ, ສປປ ລາວ – ໃນວັນທີ 26 ມີນາ, 2018 ເຈົ້າຫນ້າທີ່ ປະຈຳ ສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ ແລະ ກະຊວງກະສິກຳ ສະຫະລັດອາເມລິກາ (USDA) ໃນວໍຊິງຕັນ, ດີຊີ ໄດ້ເຂົ້າພົບປະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ຍັງໄດ້ໄປຢ້ຽມຢາມຕິດຕາມບັນດາໂຄງການອາຫານສຳລັບໂຮງຮຽນທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກ ລັດຖະບານສະຫະລັດອາເມລິກາ. ທ່ານນາງ Jocelyn Brown, ຮອງຫົວຫນ້າບໍລິຫານ ກະຊວງກະສິກຳ ສະຫະລັດອາເມລິກາ (USDA), ແລະ ທ່ານ ອຸປະທູດ ທ່ານ ອຸປະທູດ ໄມໂຄ ຄລາຍ ປະຈຳສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງ ວຽງຈັນ ໄດ້ເດີນທາງລົງຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອຕິດຕາມຕົວຈິງດ້ານວຽກງານໂຄງການອາຫານສຳລັບໂຮງຮຽນເຊິ່ງຈັດໄດ້ຕັ້ງປະຕິບັດໂດຍ ອົງການບັນເທົາທຸກກາໂຕລິກ CRS.  ໂຄງການອາຫານ ແລະ ໂພສະນາການສຳລັບເດັກ (the McGovern-Dole International Food …

ອ່ານເພີ່ມເຕີມ»

ສະຖາບັນໂພຊະນາການລາວ-ອາເມຣິກາ ຈະຊ່ວຍພັດທະນາວຽກງານດ້ານໂພຊະນາການ ຢູ່ໃນ ສປປ ລາວ

ລັດຖະບານສະຫະລັດອາເມຣິກາ, ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ແລະ ກະຊວງສາທາລະນະສຸກ ໄດ້ເຊັນສັນຍາ ໃນບົດບັນທຶກຊ່ວຍຈຳ ສອງສະບັບ ໃນວັນທີ 5 ກັນຍາ ວ່າດ້ວຍການກໍ່ສ້າງ ແລະ ນຳໃຊ້ສະຖາບັນໂພຊະນາການລາວ-ອາເມຣິກາ (LANI) ທີ່ ນະຄອນຫຼວງວຽງຈັນ. ສະຖາບັນໂພຊະນາການນີ້ ຈະຊ່ວຍ ໃນການປ້ອງກັນການຂາດສານອາຫານ, ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນທົ່ວປະເທດ. ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU), ຈະໃຫ້ການຝຶກອົບຮົມນັກໂພຊະນາການ ຢູ່ທີ່ສະຖາບັນ ແລະ ໃຫ້ການຊ່ວຍເຫຼືອ ບັນດາຊ່ຽວຊານໃນ ສປປ ລາວ ໃນການຕອບສະໜອງການຄວບຄຸມຫຼັກ ເບື້້ອງຫຼັງການຂາດສານອາຫານ ໃນທົ່ວປະເທດ, ເພື່ອ ປັບປຸງ ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນລຸ້ນຕໍ່ໆມາ. ພາຍຫຼັງກໍ່ສ້າງສຳເລັດແລ້ວ, ສະຖາບັນໂພຊະນາການລາວ-ອາເມຣິການີ້ ຈະມີຫ້ອງຮຽນ, ຫ້ອງບັນຍາຍ, ຫ້ອງກວດພະຍາດເຂດນອກ, ຫ້ອງປະເມີນຜົນການປີ່ນປົວຄົນເຈັບຂາດສານອາຫານ ແລະ …

ອ່ານເພີ່ມເຕີມ»
ສະແດງໃຫ້ເຫັນເພີ່ມເຕີມ ∨