ຄໍາເຫັນ ກ່ຽວກັບ “ວິໄສທັດທາງດ້ານເສດຖະກິດໃນເຂດອິນໂດ-ປາຊີຟິກ ຂອງ ອາເມຣິກາ”

ທ່ານ Michael R. Pompeo, ລັດຖະມົນຕີກະຊວງການຕ່າງປະເທດ ກອງປະຊຸມທຸລະກິດອິນໂດ-ປາຊີຟິກ ກ່ຽວກັບ “ວິໄສທັດທາງດ້ານເສດຖະກິດໃນເຂດອິນໂດ-ປາຊີຟິກ ຂອງ ອາເມຣິກາ” ທ່ານ ລັດຖະມົນຕີ Pompeo: ຮຽນທຸກທ່ານ. ມີຄວາມຍິນດີທີ່ໄດ້ມາຢູ່ກັບພວກທ່ານ. ຂໍສະແດງຄວາມຂອບ ໃຈມາຍັງ ທ່ານ Tom ສໍາລັບການແນະນຳ. ຂໍຂອບໃຈສະພາການຄ້າ ແຫ່ງ ສະຫະລັດ ທີ່ໄດ້ຕ້ອນຮັບຂ້າພະເຈົ້າ ແລະ ໄດ້ຈັດກອງປະຊຸມທຸລະກິດອິນໂດ-ປາຊີຟິກທີ່ສໍາຄັນໃນຄັ້ງນີ້ເຊັ່ນດຽວກັນ. ຂ້າພະເຈົ້າແມ່ນມີຄວາມຍິນດີທີ່ໄດ້ພົບຜູ້ນໍາທາງທຸລະກິດອາເມຣິກາຫຼາຍທ່ານຢູ່ທີ່ນີ້ໃນມື້ນີ້. ຂ້າພະເຈົ້າໄດ້ເຮັດສິ່ງນີ້ເປັນເວລາດົນນານ – ເຊິ່ງຫຼາຍຄົນກໍໄດ້ລືມໄປແລ້ວວ່ານັ້ນເປັນສິ່ງທີ່ຂ້າພະເຈົ້າເຄີຍເຮັດໃນການດໍາລົງຊີວິດ ກ່ອນທີ່ຂ້າພະເຈົ້າຈະເສຍສະຕິ ແລະ ຫາສຽງເຂົ້າມາຢູ່ໃນລັດຖະສະພາ. ຂ້າພະເຈົ້າຮູ້ວ່າ ໃນທີ່ນີ້ແມ່ນມີບັນດາທ່ານ ທີ່ມາຈາກກະຊວງການຕ່າງປະເທດ ແລະ ຄະນະບໍລິຫານລັດຖະບານ. ຂ້າພະ ເຈົ້າຍັງເຫັນບັນດາທຸຕານຸທູດ ທີ່ປະຈໍາການຢູ່ປະເທດນີ້ ແລະ ທີ່ມາຈາກຕ່າງປະເທດ. ຕ້ອງຂໍຂອບໃຈທຸກໆທ່ານທີ່ມາສະ ຖານທີ່ແຫ່ງນີ້ ແລະ ສໍາລັບການຮ່ວມມືກັບສະຫະລັດ ແລະ ບັນດາທຸລະກິດຂອງພວກເຮົາ ເນື່ອງຈາກວ່າ ພວກເຮົາແມ່ນສະແຫວງຫາຄວາມຈະເລີນຮຸ່ງເຮືອງສໍາລັບປະຊາຊົນທົ່ວໂລກ. ຂ້າພະເຈົ້າຍັງຕ້ອງຂໍຂອບໃຈມາຍັງເພື່ອນຮ່ວມງານຂອງຂ້າພະເຈົ້າເຊັ່ນ ທ່ານ ລັດຖະມົນຕີ Ross, …

ອ່ານເພີ່ມເຕີມ»

ລັດຖະມົນຕີກະຊວງການຕ່າງປະເທດ Michael R. Pompeo ທີ່ຄະນະລັດຖະມົນຕີສະຫະລັດ-ອາຊຽນ

ວັນທີ່ 3 ສິງຫາ 2018 ງານສະແດງສິງກະໂປ ລັດຖະມົນຕີ POMPEO:   ຂອບໃຈ.  ຂອບໃຈ, ທ່ານລັດຖະມົນຕີ. ນີ້ເປັນກຽດຢ່າງສູງ ທີ່ໄດ້ຮ່ວມເປັນ ປະທານໃນການປະຊຸມຄະນະລັດຖະມົນຕີນີ້ກັບທ່ານ.  ແລະມັນກໍ່ເປັນການປະຊຸມ ຄັ້ງທໍາອິດຂອງຂ້າພະເຈົ້າຄືກັນ.  ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ມີສ່ວນຮ່ວມກັບຄວາມຮ່ວມມື ຄັ້ງທໍາອິດນີ້ກັບສະຫະລັດ-ອາຊຽນ, ແລະກໍ່ດີໃຈທີ່ໄດ້ກັບມາສິງກະໂປ. ຂ້າພະເຈົ້າຂໍຂອບໃຈທ່ານ, ທ່ານລັດຖະມົນຕີກະຊວງຕ່າງປະເທດ Balakrishnan, ສໍາລັບການຕ້ອນຮັບ ຢ່າງອົບອຸ່ນຂອງສິງກະໂປ, ທັງໃນມື້ນີ້ແລະໃນເດືອນມິຖຸນາທີ່ຜ່ານມາ ແລະສໍາລັບການເປັນ ຜູ້ນໍາຂອງທ່ານໃນຖານະປະທານອາຊຽນໃນປີນີ້ ໃນນາມຂອງປະເທດສະຫະລັດ ອາເມລິກາ, ຂ້າພະເຈົ້າຂໍສະແດງຄວາມເສຍໃຈຕໍ່ປະຊາຊົນລາວ ທີ່ຕ້ອງສູນເສຍຊີວິດແລະໄດ້ຮັບຄວາມເສຍຫາຍຍ້ອນເຫດການເຂື່ອນແຕກ. ລັດຖະບານຂອງ ປະເທດສະຫະລັດ ອາເມລິກາໃຫ້ຄວາມຊ່ວຍເຫຼືອເພື່ອຕອບສະຫນອງຕໍ່ ໄພພິບັດນີ້, ແລະພວກເຮົາຍິນດີຮັບການຊ່ວຍເຫຼືອສະຫນັບສະຫນູນທີ່ສູນຊ່ວຍເຫຼືອມະນຸດສະທໍາຂອງອາຊຽນ ໄດ້ສະຫນອງແລ້ວ. ຂ້າພະເຈົ້າຍັງຂໍສະແດງຄວາມເສຍໃຂກັບປະເທດອິນໂດເນເຊຍທີ່ເກິດເຫດ ແຜ່ນດິນໄຫວຮ້າຍແຮງ; ແລະກັບປະເທດມຽນມາສໍາລັບຄວາມເສຍຫາຍທີ່ເກີດຂຶ້ນ ຈາກໄພນໍ້າຖ້ວມແລະໄພດິນເຈື່ອນຄັ້ງຫຼ້າສຸດ. ປະເທດສະຫະລັດ ອາເມລິກາແມ່ນປະເທດຊາດປາຊີຟິກ, ແລະພວກເຮົາຍັງສືບຕໍ່ຄວາມຫມັ້ນຄົງ ຕໍ່ຄວາມເປັນກາງຂອງອາຊຽນພາຍໃຕ້ຍຸດທະສາດອິນໂດ-ປາຊີຟິກຂອງພວກເຮົາ. ກ່ອນຫນ້າໃນອາທິດນີ້, ໃນວັນຈັນທີ່ຜ່ານມາ, ຂ້າພະເຈົ້າໄດ້ໃຫ້ຂໍ້ຖະແຫຼງກ່ຽວກັບອິນໂດ–ປາຊີຟິກ ແລະປະກາດຄໍາຫມັ້ນສັນຍາໃຫມ່ ຂອງສະຫະລັດ ອາເມລິກາຕໍ່ກັບພາກພື້ນນີ້. ນີ້ລວມເຖິງ ການຈ່າຍເງິນມັດຈຳ 113 ລ້ານໂດລາ …

ອ່ານເພີ່ມເຕີມ»
ສະແດງໃຫ້ເຫັນເພີ່ມເຕີມ ∨