ບົດກ່າວປາໄສໂດຍທ່ານຮອງປະທານາທິບໍດີ ເພນຊ໌ (PENCE)
 ຢູ່​ທີ່ກອງ​ປະ​ຊຸມ​ສຸດຍອດ​ຫົວ​ໜ້າ​ຜູ້​ບໍ​ລິ​ຫານ​ເອ​ເປັກ 2018 (2018 APEC CEO SUMMIT)


ບົດກ່າວປາໄສໂດຍທ່ານຮອງປະທານາທິບໍດີ ເພນຊ໌ (PENCE) ຢູ່​ທີ່ກອງ​ປະ​ຊຸມ​ສຸດຍອດ​ຫົວ​ໜ້າ​ຜູ້​ບໍ​ລິ​ຫານ​ເອ​ເປັກ 2018 (2018 APEC CEO SUMMIT) ຫໍ​ປະ​ຊຸມ​ມາ​ກີ​ເອັກ​​ປຼໍ​ເລີ​ປາ​ຊິ​ຟິກ (Pacific Explorer Marquee Theatre) ຜອດ​ມໍ​ເລ​ສ​ບີ, ປາ​ປົວ​ນິວ​ກີ​ນີ (Port Moresby, Papua New Guinea) 12:25 P.M. PGT ຂອບ​ໃຈ, ສະ​ກັອດ (Scott.)  ຂໍ​ຂອບ​ໃຈ​ມາ​ຍັງທຸກ​ທ່ານ​ທີ່​ໃຫ້​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ.  ຂໍ​ຮຽນ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໂອ​ນີ​ລ (O’Neill), ທ່ານ​ປະ​ທານ ໂຕ​ເຣ​ກາ (Taureka), ທ່ານ​ຜູ້​ຕາງ​ໜ້າ​ຈາກ​ທົ່ວ​ພາກ​ພື້ນ, ບັນ​ດາ​ທ່ານ​ຜູ້​ນຳ​ກຸ່ມນັກ​ທຸ​ລະ​ກິດ ແລະ ແຂກ​ຜູ້​ມີ​ກຽດ​ທຸກ​ທ່ານ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ກຽດ​ຢ່າງ​ສູງ​ທີ່​ໄດ້​ເຂົ້າ​ຮ່ວມ “ກອງ​ປະ​ຊຸມ​ເສດ​ຖະ​ກິດ​ຂັ້ນ​ສູງ” ຢູ່​ທີ່​ນີ້​ຮ່ວມ​ກັບ​ທ່ານ​ໃນ​ພາກ​ພື້ນອິນ​ໂດ-ປາ​ຊີ​ຟິກຄື: ກອງ​ປະ​ຊຸມ​ສຸດຍອດ​ຜູ້​ບໍ​ລິ​ຫານ​ເອ​ເປັກ 2018 (2018 APEC CEO Summit).  ຂໍ​ຂອບ​ໃຈ​ມາ​ຍັງທຸກ​ທ່ານ​ທີ່ມາ​ເຂົ້າ​ຮ່ວມ​ປະ​ຊຸມ​ຢູ່​ທີ່​ນີ້.  (ສຽງ​ຕົບ​ມື) ຢູ່​ໃນ​ກອງ​ປະ​ຊຸມ​ນີ້​ເມື່ອ​ປີ​ກາຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂດ​ນາ​ລ ທ​ຣ້ຳ ໄດ້​ກ່າວ​ໃຫ້​ເຫັນ​ເຖິງວິ​ໄສ​ທັດ​ຂອງ​ສະ​ຫະໃນການເປີດເສ​ລີ ​ລັດ​ສຳ​ລັບ​ …

ອ່ານເພີ່ມເຕີມ»

ບົດກ່າວປາໄສກຽມໃຫ້ທ່ານຮອງປະທານາທິບໍດີ ເພນຊ໌ (PENCE) ພາກການສົນທະນາຢູ່ກອງປະຊຸມສຸດຍອດອາຊີຕາເວັນອອກ

ບົດກ່າວປາໄສກຽມ​ໃຫ້ທ່ານຮອງປະທານາທິບໍດີ ເພນຊ໌ (PENCE) ​ພາກ​ການ​ສົນ​ທະ​ນາ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ ສູນປະຊຸມຊັນເທັກ ເມືອງຊັນເທັກ, ສິງກະໂປ *   ເປັນ​ກຽດ​ຢ່າງ​ສູງ​ທີ່​ໄດ້​ມາ​ຢູ່​ທີ່ນີ້​ພ້ອມ​ກັບ​ບັນ​ດາ​ຜູ້​ນຳ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ອິນ​ໂດ-ປາ​ຊີ​ຟິກ​ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 13. ອີກ​ເທື່ອ​ໜຶ່ງ ຂໍ​ຂອບ​ໃຈ​ມາ​ຍັງພະ​ນະ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ ທີ່​ໃຫ້​ກຽດ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຢູ່​ໃນ​ປະ​ເທດ​ສິງ​ກະ​ໂປ ເຊິ່ງ​ເປັນ​ປະ​ເທດ​ທີ່​ສວຍ​ງາມ ແລະ ມີ​ແຮງ​ບັນ​ດານໃຈ. * ປີ​ກາຍ​ນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂດ​ນາ​ລ ທ​ຣ້ຳ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ນີ້ ເພື່ອວາງວິ​ໄສ​ທັດ​ຂອງສະ​ຫະ​ລັດ​ສຳ​ລັບ ອິນ​ໂດ-ປາ​ຊີ​ຟິກ​ເປີດ ແລະ ເສ​ລີ. ຂ້າ​ພະ​ເຈົ້າ​ມາ​ຢູ່​ທີ່​ນີ້​ໃນ​ມື້​ນີ້​ແມ່ນ​ເພື່ອ​ປຶກ​ສາ​ຫາ​ລື​ຂັ້ນ​ຕອນ​ອັນ​ເປັນ​ຮູ​ບ​ປະ​ທຳ​ທີ່​ພວກ​ເຮົາ​ກຳ​ລັງ​ດຳ​ເນີນ​ການ ເພື່ອ​ປົກ​ປ້ອງ​ປະ​ເທດ​ຂອງ​ພວກ​ເຮົາ, ປ້ອງ​ກັນ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ຂອງ​ພວກ​ເຮົາ ແລະ ​ສະ​ໜັບ​ສະ​ໜູນ​ຫຼັກ​ການ ແລະ ສິ່ງ​ທີ່​ໄດ້​ນຳ​ໄປ​ສູ່​ເວ​ລາ​ຫຼາຍ​ປີ​ແຫ່ງ​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ພາກ​ພື້ນ. *   ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ມີ​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ທີ່​ມີ​ມາ​ແຕ່​ດົນ​ນານ. ນັບ​ແຕ່​ປີ 2005 ເປັນ​ຕົ້ນ​ມາ, ອົງ​ການ​ນີ້​ໄດ້​ນຳ​ເອົາ​ບັນ​ດາ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ມາ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ທາງ​ດ້ານ​ການ​ເມືອງທີ່​ມີ​ຄວາມ​ກົດ​ດັນ ແລະ ຄວາມ​ໝັ້ນ​ຄົງ ແລະ ສະ​ຫະ​ລັດ​ໄດ້​ເຂົ້າ​ຮ່ວມ​ດ້ວຍ​ຄວາມ​ດີ​ໃຈ​ມາ​ຕັ້ງ​ແຕ່​ປີ 2011. ພວກ​ເຮົາຖືກ​ກຳ​ນົດ ເພື່ອ​ຮັບ​ປະ​ກັນ​ໃຫ້​ເວ​ທີ​ນີ້​ຍັງ​ຄົງ​ເປັນ​ຈຸດສຸມ​ໃສ່​ພາ​ລະ​ກິດ​ດັ້ງ​ເດີມ​ຂອງ​ຕົນ​ເອງ​ຢ່າງເຕັມ​ທີ່. *   ຈຸດ​ເລີ່ມ​ຕົ້ນ​ຂອງກອງ​ປະ​ຊຸມສຸດຍອດ ​ນີ້ນອນ​ຢູ່​ໃນ​ປະ​ຊາ​ຄົມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ …

ອ່ານເພີ່ມເຕີມ»

ບໍລິສັດ GE ຈະເປີດຫ້ອງການຢູ່ ລາວ, ເພື່ອຊ່ວຍສ້າງທັກສະ ແລະ ການເຊື່ອມຕໍ່ພາກພື້່ນ

ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະ ລາວ ໃຫ້ສືບຕໍ່ຂະຫຍາຍຕົວ. ໃນວັນທີ 5 ກັນຍາ ບໍລິສັດ General Electric (GE) ໄດ້ປະກາດແຜນການເປີດຫ້ອງການ ຢູ່ ສປປ ລາວ ເພື່ອສ້າງສະຖານະໃນຕະຫຼາດທ້ອງຖິ່ນທີ່ພວມເຕີບໃຫຍ່ຂະຫຍາຍໂຕ. ນອກຈາກນັ້ນ, ບໍລິສັດ GE ໄດ້ຕົກລົງເຮັດວຽກກັບ ລັດວິສາຫະກິດໄຟຟ້າລາວ (ລຟລ) ເພື່ອສຶກສາວິທີການປັບປຸງເຄືອຂ່າຍສາຍສົ່ງ ແລະ ຈໍາໜ່າຍໄຟຟ້າ ແລະ ຮ່ວມມື້ກັບ ມະຫາວິທະຍາໄລທ້ອງຖິ່ນສອງແຫ່ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ. ທ່ານທູດ ແດນຽວ ເອ ຄລູນ ແລະ ທ່ານ ວີຣະພົນ ວີຣະວົງ, ລັດຖະມົນຕີຊ່ວຍ ກະຊວງ ພະລັງງານ ບໍ່ແຮ່ ໄດ້ເປັນພະຍານພິທີລົງນາມການເຊັນບົດບັນທຶກຊ່ວຍຈໍາ (MOU) ທີ່ຫ້ອງການສໍານັກງານໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ. ທ່ານ Wouter Van …

ອ່ານເພີ່ມເຕີມ»

ໄມໂຄຼຊອບ ຈະໃຫ້ການຊ່ວຍເຫຼືອການຝຶກອົບຮົມພັດທະນາທັກສະໃຫ້ນັກສຶກສາລາວ

ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະ ລາວໃຫ້ສືບຕໍ່ຂະຫຍາຍຕົວ.  ໃນວັນທີ 5 ກັນຍາ, ບໍລິສັດ ໄມໂຄຼຊອບ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ຕົກລົງຮ່ວມມືໃນໂຄງການສ້າງທັກສະດ້ານນະວັດຕະກໍາ. ການຮ່ວມມື ຈະຊ່ວຍນັກສຶກສາ ແລະ ຜູ້ປະກອບການຂອງລາວ ສາມາດເຂົ້າເຖິງ ບັນດາຫຼັກສູດການຝຶກອົບຮົມ ໂດຍນຳໃຊ້ເຕັກໂນໂລຊີຄລາວລ້າສຸດ ຂອງໄມໂຄຼຊອບ (cloud technology) ໃນຫົວຂໍ້ຕ່າງໆເຊັ່ນ: ເຕັກໂນໂລຊີ, ວິສະວະກໍາ, ບັນຊີ ແລະ ພາສາອັງກິດ.  ການຝຶກອົບຮົມຂອງໄມໂຄຼຊອບ ແມ່ນສະໜອງໃຫ້ໂດຍບໍ່ເສຍຄ່າໃຊ້ຈ່່າຍ ໃຫ້ໄວໜຸ່ມລາວຜູ້ທີ່ຕ້ອງການສ້າງທັກສະ ແລະ ຄວາມຮູ້ທີ່ຈໍາເປັນເພື່ອສາມາດແຂ່ງຂັນໃນປະຊາຄົມອາຊຽນ ທີ່ມີການເຊື່ອມໂຍງເພີ່ມຂຶ້ນ. ທ່ານເອກອັກຄະລັດທະທູດ ແດນຽວ ເອ ຄລູນ ເປັນເຈົ້າພາບໃຫ້ແກ່ ທ່ານ Michele Simmons, ຜູ້ຈັດການທົ່ວໄປສໍາລັບຕະຫຼາດໃໝ່ …

ອ່ານເພີ່ມເຕີມ»

ສະຫະລັດອາເມລິກາ ສະໜອງທຶນຊ່ວຍເຫຼືອສໍາລັບການສຶກສາ ພະລັງງານແສງອາທິດ ຢູ່ ສປປ ລາວ

ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ. ສະຫະລັດອາເມລິກາໄດ້ຕົກລົງ ມອບທຶນຊ່ວຍເຫຼືອຈຳນວຫຼາຍ ເຂົ້າໃນການເຮັດບົດວິພາກໂຮງໄຟຟ້າພະລັງງານແສງອາທິດ ຂະໜາດ 20 ເມກາວັດ ຢູ່ ສປປ ລາວ ເຊິ່ງສາມາດສະໜອງໄຟຟ້າ ໃຫ້ເຖິງ 30,000 ຄົວເຮືອນ. ໃນວັນທີ 5 ເດືອນກັນຍາ ທ່ານເອກອັກຄະລັດທະທູດແດນຽວ ເອ ຄລູນ ໄດ້ລົງລາຍເຊັນໃນນາມສະຖານທູດສະຫະລັດອາເມລິກາ ຮ່ວມກັບທ່ານ Mark Dunn, ຜູ້ຈັດການພາກພື້ນອາຊີຂອງຫ້ອງການ USTDA ແລະ ນັກທຸລະກິດສະຫະລັດ ທ່ານ Robert Khoonsrivong. ຖ້າສໍາເລັດ, ໂຄງການນີ້ ຈະເປັນໂຄງການພະລັງງານທາງເລືອກທີ່ບໍ່ແມ່ນເຂື່ອນ ມີຂະໜາດໃຫຍ່ແຫ່ງທໍາອິດຂອງ ສປປ ລາວ ເຊິ່ງຈະສາມາດສະໜັບສະໜູນເປົ້າໝາຍການສ້າງຄວາມຫຼາກຫຼາຍໃນຂະແໜງພະລັງງານຂອງຕົນ. ທຶນຊ່ວຍເຫຼືອຂອງຫ້ອງການ USTDA ຈະຊ່ວຍບໍລິສັດ Pacific Star Capital ຈໍາກັດ ເຊິ່ງເປັນບໍລິສັດສ່ວນບຸກຄົນ ປະເມີນຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ດ້ານການຄ້າ …

ອ່ານເພີ່ມເຕີມ»
ສະແດງໃຫ້ເຫັນເພີ່ມເຕີມ ∨