ສະຫະລັດ ອາເມລິກາ ສະໜອງທຶນແກ່ ທີມເກັບກູ້ລະເບີດລາວ ເພື່ອກັບມາປະຕິບັດຫນ້າທີ່ອິກເທື່ອນຶ່ງ

ໃນວັນທີ່ 16 ຕຸລາ,  ທ່ານ ເບັນຈາມິນ ຣອດ (Benjamin Rhodes) ຮອງທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ສະຫະລັດ ອາເມລິກາ ໄດ້ ປະກາດ ການໃຫ້ທຶນມູນຄ່າ ($2.2 million) ເຂົ້າໃນການສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ເພື່ອທີ່ຈະ ໃຫ້ບັນດາຊ່ຽວຊານທີ່ຍຸດພາລະກິດເກັບກູ້ລະເບີດໃນປີ 2014 ອັນເນື່ອງມາຈາກຄວາມຫຍຸ້ງຍາກຂອງທຶນ ໄດ້ກັບມາປະຕິບັດຫນ້າທີ່ອິກເທື່ອນຶ່ງ. ທີມເກັບກູ້ລະເບີດລາວ ຈະໄດ້ອອກປະຕິບັດຫນ້າທີ່ຢູ່ທີ່ແຂວງ ຫົວພັນ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ,ສາລະວັນ ແລະແຂວງຈຳປາສັກ. ທ່ານ ຣອດ ໄດ້ກ່າວວ່າ ສະຫະລັດ ອາເມລິກາ ໄດ້ມີຄວາມມຸ້ງໝັ້ນທີ່ຈະຊ່ວຍເຫຼືອ ສປປ ລາວ ໃນການເກັບກູ້ລະເບີດບໍ່ທັນແຕກ(UXO) ອອກຈາກພື້ນທີ່ທີ່ມີລະເບີດຕົກຄ້າງຢູ່ ເພື່ອທີ່ຈະໄດ້ຫຼຸດຜ່ອນອັດຕາການເສຍຊີວິດ, ເພື່ອເພີ່ມ ເຂດພື້ນທີ່ການປູກຝັງ ແລະ ຫຼຸດຜ່ອນ ຄວາມ ທຸກຍາກ. ແລະໃນວັນທີ 17 ຂອງເດືອນຕຸລານີ້, ທ່ານ …

ອ່ານເພີ່ມເຕີມ»

ສະຫະລັດອາເມລິກາເພີ່ມທຶນຊ່ວຍເຫຼືອໃຫ້ແກ່ຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກ ຈຳນວນ 15 ລ້ານໂດລາສະຫະລັດ

ສະຫະລັດອາເມລິກາເພີ່ມຄວາມໜັກແໜ້ນໃຫ້ແກ່ພັນທະຄວາມຕັ້ງໃຈຕໍ່ກັບຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ໂດຍການເພີ່ມທຶນຊ່ວຍເຫຼືອຂຶ້ນເປັນ 15 ລ້ານໂດລາສະຫະລັດ ໃນປີນີ້. ທ່ານ Daniel Russel ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ປະກາດ ການເພີ່ມທຶນຊ່ວຍເຫຼືອນີ້ ໃນໄລຍະ ກອງປະຊຸມພົບປະ-ປຶກສາຫາລືຮອບດ້ານສອງຝ່າຍ, ຊື່ງຈັດຂື້ນ ທີ່ ນະຄອນ ວໍຊິງຕັນ ດີຊີ ໃນວັນທີ 19 ມິຖຸນານີ້. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານນາງ ສູນທອນ ໄຊຍະຈັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ຊື່ງໄດ້ ສະແດງຄວາມຂອບອົກຂອບໃຈ ທີ່ທາງ ຝ່າຍສະຫະລັດອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງໜັກແໜ້ນ ຕໍ່ກັບ ວຽກງານ ເກັບກູ້ລະເບີດບໍ່ທັນແຕກ, ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ (ຄຊກລ). ໃນເດືອນແລ້ວນີ້, ທ່ານ ເອກອັກຄະລັດຖະທູດ Daniel A. Clune ໄດ້ປະກາດວ່າ ສະຫະລັດອາເມລິກາ ມີພັນທະຄວາມຕັ້ງໃຈອັນໝັ້ນຄົງ ຈັດຕັ້ງປະຕິບັດທຶນຊ່ວຍເຫຼືອ …

ອ່ານເພີ່ມເຕີມ»

ສະຫະລັດອາເມລິກາເພີ່ມທຶນຊ່ວຍເຫຼືອໃຫ້ແກ່ຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກ ຈຳນວນ 13 ລ້ານໂດລາສະຫະລັດ

ສະຫະລັດອາເມລິກາເພີ່ມຄວາມໜັກແໜ້ນໃຫ້ແກ່ພັນທະຄວາມຕັ້ງໃຈຕໍ່ກັບຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ໂດຍການເພີ່ມທຶນຊ່ວຍເຫຼືອຂຶ້ນເປັນ 13 ລ້ານໂດລາສະຫະລັດ ໃນປີນີ້. ທ່ານ Daniel A. Clune ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ທ່ານ ພູຂຽວ ຈັນທະສົມບູນ, ຫົວໜ້າຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ເຮັດການປະກາດການເພີ່ມທຶນຊ່ວຍເຫຼືອ ໃນວັນທີ 8 ພຶດສະພາ ທີ່ຫ້ອງການ ຄຊກລ. ທ່ານ ທູດ Clune ແລະ ທ່ານ ພູຂຽວ ໄດ້ເຂົ້າຮ່ວມພິທີເຊັນສັນຍາ MOU ສະບັບໃໝ່ ລະຫວ່າງ ຫ້ອງການ ຄຊກລ ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ (MAG), ທີ່ຈະຈັດຕັ້ງປະຕິບັດທຶນຊ່ວຍເຫຼືອຂອງສະຫະລັດອາເມລິກາຈຳນວນຫຼາຍກວ່າ 2 ລ້ານໂດລາສະຫະລັດ ໃນການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງອອກຈາກແຂວງຊຽງຂວາງ. ຍ້ອນມີການຊ່ວຍເຫຼືອມາຈາກຫຼາຍໆປະເທດ ແລະ ຄວາມເອົາໃຈໃສ່ເຮັດວຽກງານຂອງບັນດາອົງການຈັດຕັ້ງຕ່າງໆ, ຈຶ່ງເຮັດໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກອຸປະຕິເຫດລະເບີດບໍ່ທັນແຕກ ໄດ້ຫຼຸດລົງຈາກປະມານ 300 ຄົນ/ປີ ໃນຊຸມປີຜ່ານມາ ຫຼຸດລົງໜ້ອຍກວ່າ 50 …

ອ່ານເພີ່ມເຕີມ»
ສະແດງໃຫ້ເຫັນເພີ່ມເຕີມ ∨