ນະຄອນຫຼວງວຽງຈັນ, ສປປ ລາວ — ເພື່ອເປັນການສະໜັບສະໜູນ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ກັບສະຖາບັນການສຶກສາ, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດໂຄງການໃໝ່ ທີ່ມີຊື່ວ່າ: ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ. ພິທີເປີດໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 21 ຕຸລາ 2021. ເຂົ້າຮ່ວມເປັນສັກຂີພິຍານໃນການເຊັນບົດບັນທຶກຄວາມເຂົ້າໃຈ ໂດຍ ທ່ານ ປອ. ສຸລິອູດົງ ສຸນດາລາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ. ປີເຕິ ເຮ່ມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທຶນໂດຍ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍ ສະຖາບັນ ອາທີໄອ ອິນເຕີເນຊັນນັນ (RTI International) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ. ຄຽງຄູ່ກັນນັ້ນ, …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນຕຸລາ, 2021 | ປະເພດ: ຂ່າວ, ບົດຂ່າວ
ມື້ນີ້ ທ່ານ ພອມແພວ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຜີຍແຜ່ໂຄງການລິເລີ່ມກ່ຽວກັບອະນາຄົດດ້ານສາທາລະນະສຸກ ລະຫວ່າງປະເທດສະຫະລັດອາເມລິກາ ແລະ ອາຊຽນ. ໂຄງການລິເລີ່ມ ດັ່ງກ່າວໄດ້ລະບຸກ່ຽວກັບວຽກງານດ້ານສາທາລະນະສຸກທີ່ກໍາລັງມີການດໍາເນີນການ ແລະ ສືບຕໍ່ດໍາເນີນການໃນບັນດາປະເທດສະມາຊິກອາຊຽນ ຊຶ່ງເປັນພື້ນຖານອັນແໜ້ນແກ່ນສໍາລັບການຮ່ວມມື, ການຊ່ວຍເຫຼືອທີ່ມີເປົ້າໝາຍໄລຍະຍາວ ແລະ ການກັບມາສຸມຈິດໃຈໃສ່ຊັບພະຍາກອນອັນສໍາຄັນທີ່ສຸດຂອງພວກເຮົາ – ໂດຍແມ່ນສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີຂອງປະຊາກອນໜຶ່ງຕື້ຄົນຂອງພວກເຮົາ. ໃນໄລຍະຫຼາຍກວ່າ 20 ປີທີ່ຜ່ານມາ, ສະຫະລັດອາເມລິກາໄດ້ລົງທຶນຫຼາຍກວ່າ 3.5 ຕື້ ໂດລາ ສະຫະລັດ ເຂົ້າໃນວຽກງານສາທາລະນະສຸກ ໂດຍການຮ່ວມມືກັບບັນດາປະເທດອາຊຽນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນທີ່ມີຄວາມໝາຍທາງປະຫວັດສາດ ດ້ວຍວິທີການທີ່ເອົາຈິງເອົາຈັງ ແລະ ເນັ້ນຄວາມຍືນຍົງ. ທຶນຊ່ວຍເຫືອດັ່ງກ່າວໄດ້ພາໃຫ້ວຽກງານດ້ານສາທາລະນະສຸກໃນທົ່ວພາກພື້ນມີຮາກຖານທີ່ເຂັ້ມແຂງ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ຄວາມໝາຍໝັ້ນຂອງພວກເຮົາ. ການຊ່ວຍເຫຼືອຂອງພວກເຮົາຕໍ່ກັບບັນດາປະເທດອາຊຽນ ແມ່ນສືບຕໍ່ຕອບສະໜອງກັບຄວາມຕ້ອງການອັນຈໍາເປັນໃນພາກພື້ນ, ລວມທັງທຶນຊ່ວຍເຫຼືອເພື່ອຮັບມືກັບພາວະສຸກເສີນແກ່ບັນດາປະເທດສະມາຊິກອາຊຽນຈໍານວນ 35.3 ລ້ານ ໂດລາ ສະຫະລັດ ໃນວັນທີ 22 ເມສາ ທີ່ຜ່ານ ເພື່ອຕໍ່ສູ້ກັບພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 (COVID-19). ພວກເຮົາໄດ້ເສີມສ້າງເປົ້າໝາຍຮ່ວມກັນ ເຂົ້າໃນອະນາຄົດທາງດ້ານສາທາລະນະສຸກຂອງຫຼາຍຂະແໜງການຍ່ອຍ ລວມທັງການຄວບຄຸມ ເຊື້ອເຮສໄອວີ/ພະຍາດເອດ (HIV/AIDS) ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນເມສາ, 2020 | ປະເພດ: ຂ່າວ
ບົດຖະແຫຼງຂ່າວ ທ່ານ ໄມເຄິລ ປອມແປວ ລັດຖະມົນຕີການຕ່າງປະເທດ ເປັນເວລາຫຼາຍກວ່າເຄິ່ງສະຕະວັດແລ້ວທີ່ປະເທດສະຫະລັດເປັນຜູ້ໃຫ້ການຊ່ວຍເຫຼືອຫຼາຍທີ່ສຸດດ້ານຄວາມໝັ້ນຄົງທາງດ້ານສຸຂະພາບ ແລະ ດ້ານມະນຸດສະທຳໃນທົ່ວໂລກ. ດ້ວຍນໍ້າໃຈອັນກວ້າງຂວາງຂອງປະຊາຊົນອາເມຣິກາ ແລະ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ ທຣໍ້າ, ສະຫະລັດຈະສືບຕໍ່ຮັກສາຜົນງານອັນໂດດເດັ່ນທີ່ກ່າວມານີ້ ທ່າມກາງສະພາວະທີ່ພວມປະເຊີນໜ້າກັບການແແຜ່ລະບາດຂອງພະຍາດ COVID-19 ໂດຍການປະກາດໃຫ້ທຶນຊ່ວຍເຫຼືອຕ່າງປະເທດເພີ່ມຕື່ມອີກຫຼາຍກວ່າ 270 ລ້ານໂດລາ ຈາກລັດຖະສະພາ ເຊິ່ງເປັນການໃຫ້ທຶນເພີ່ມຕື່ມສະເພາະແນໃສ່ໂຕ້ຕອບກັບການແພ່ລະບາດ. ການໃຫ້ທຶນງວດໃໝ່ນີ້ຈະຈັດສັນເປັນການຊ່ວຍເຫຼືອດ້ານມະນຸດສະທຳປະມານ 170 ລ້ານໂດລາເພື່ອຊ່ວຍໃຫ້ຊຸມຊົນຕ່າງໆໃນບາງປະເທດທີ່ມີຄວາມສ່ຽງສູງສາມາດກະກຽມ ແລະ ຕອບໂຕ້ຕໍ່ການແຜ່ລະບາດ. ໃນຂະນະດຽວກັນ, ພວກເຮົາຍັງຈັດສັນທຶນອີກຫຼາຍກວ່າ 100 ລ້ານໂດລາເພື່ອຊ່ວຍບັນດາລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນໃຫ້ສາມາດກະກຽມ, ຫຼດຜ່ອນ ແລະ ແກ້ໄຂຜົນກະທົບດ້ານເສດຖະກິດ, ຄວາມປອດໄພຂອງປະຊາຊົນ, ສະຖຽນລະພາບ ແລະ ການປົກຄອງ ທີ່ເປັນຜົນເນື່ອງຈາກ COVID-19. ການປະກາດໃຫ້ການຊ່ວຍເຫຼືອຈາກລັດຖະບານສະຫະລັດໃນມື້ນີ້ ເຮັດໃຫ້ເກີດການລົງທຶນໃນທົ່ວໂລກນັບແຕ່ການລະບາດຂອງ COVID-19 ມາຮອດປັດຈຸບັນ ເປັນຈຳນວນເງິນທັງໝົດຫຼາຍກວ່າ 775 ລ້ານໂດລາຢູ່ໃນຂົງເຂດສາທາລະນະສຸກ, ມະນຸດສະທຳ ແລະ ການຊ່ວຍເຫຼືອທາງດ້ານເສດຖະກິດ, ໂດຍສະເພາະແມ່ນແນໃສ່ການຕໍ່ສູ້ສະກັດກັ້ນການແຜ່ລະບາດຢູ່ປະເທດຕ່າງໆໃນທຸກໆພາກພື້ນທົ່ວໂລກຫຼາຍກວ່າ 100 ປະເທດ. ເມື່ອໂລກມີສຸຂະພາບທີ່ດີກໍ່ໝາຍຄວາມວ່າ …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນເມສາ, 2020 | ປະເພດ: ຂ່າວ
ໃນນາມຕາງໜ້າລັດຖະບານສະຫະລັດອາເມລິກາ, ຂ້າພະເຈົ້າຂໍອວຍໄຊໃຫ້ພອນແດ່ບັນດາປະຊາຊົນ ລາວເນື່ອງໃນໂອກາດບຸນປີໃໝ່ລາວ ວັນທີ 13 ເມສາທີ່ຈະມາເຖິງນີ້. ສອງປະເທດຂອງພວກເຮົາໄດ້ເປັນມິດທີ່ດີຕໍ່ກັນ ແລະ ຮ່ວມມືກັນແບບກວມລວມມາເປັນເວລາຫຼາຍປີແລ້ວ. ໃນຂະນະນີ້, ພວກເຮົາກຳລັງປະເຊີນໜ້າກັບຄວາມທ້າທາຍອັນໃໝ່, ໃນຂະນະທີ່ປະເທດ ຂອງພວກເຮົາ ແລະ ນານາປະເທດກຳລັງຮັບມືກັບການແຜ່ລະບາດໃນປະຈຸບັນ. ການຮ່ວມມືຂອງພວກເຮົາໄດ້ເຮັດໃຫ້ພວກເຮົາມີຄວາມຍືດຍຸ່ນໃນການຈັດການກັບວິກິດທາງສາທາລະນະສຸກທີ່ເກີດ ຈາກ COVID-19. ພວກເຮົາຮູ້ສຶກພາກພູມໃຈທີ່ໄດ້ມອບການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນ ຄວາມພະຍາຍາມທີ່ຈະຢຸດການລະບາດຂອງ COVID-19 ແລະ ພວກເຮົາຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນຄວາມພະຍາຍາມນີ້. ການຮ່ວມມືຂອງພວກເຮົາຕໍ່ກັບບັນຫາຂອງ COVID-19 ນີ້ ແມ່ນສືບເນື່ອງມາຈາກການຮ່ວມມືທາງດ້ານສາທາລະນະສຸກຂອງພວກເຮົານັບເປັນເວລາຫຼາຍປີ ແລະ ບັນດາຊ່ຽວຊານຂອງພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັນທຸກໆມື້. ການຮ່ວມມືຄັ້ງນີ້ແມ່ນສ່ວນນຶ່ງໃນ ການຮ່ວມມືແບບກວມລວມຂອງພວກເຮົາເຊິ່ງລວມທັງດ້ານການບັງຄັບໃຊ້ກົດໝາຍ, ເສດຖະກິດ ແລະ ການຄ້າ, ການສຶກສາ, ໂພຊະນາການ ແລະ ອື່ນໆອີກ. ພວກເຮົາຂໍຢືນຢັນອີກຄັ້ງໃນຄວາມມຸ່ງໝັນຂອງພວກເຮົາຕໍ່ສາຍພົວພັນ ແບບກວມລວມ ຂອງສອງຊາດ ແລະ ເຮັດວຽກຮ່ວມກັນເພື່ອເສີມຂະຫຍາຍສາຍພົວພັນສອງຝ່າຍ ແລະ ຄວາມຈະເລີນຮຸ່ງເຮືອງ ແລະ ການເປັນຢູ່ທີ່ດີຂອງປະຊາຊົນສອງຊາດຂອງພວກເຮົາ ແລະ ໃນຂົງເຂດອາຊີ-ປາຊີຟິກ. ພວກເຮົາຂໍອວຍໄຊໃຫ້ພອນແກ່ສປປລາວ ຈົ່ງມີຄວາມສຸກ, ສຸຂະພາບແຂງແຮງ …
ອ່ານເພີ່ມເຕີມ»
By U.S. Mission Laos | 10 ເດືອນເມສາ, 2020 | ປະເພດ: ຂ່າວ
ໃນຖານະທີ່ເປັນຜູ້ນຳດ້ານສາທາລະນະສຸກ ແລະ ທາງດ້ານມະນຸດສະທຳທົ່ວໂລກໃນການຕອບໂຕ້ກັບພະຍາດໂຄວິດ-19 (COVID-19), ສ. ອາເມລິກາໄດ້ດຳເນີນການຢ່າງເລັ່ງດ່ວນເພື່ອໃຫ້ການຊ່ວຍເຫຼືອຄູ່ຮ່ວມງານອາຊຽນ (ASEAN) ຂອງພວກເຮົາໃນການຕໍ່ສູ້ກັບພະຍາດ COVID-19. ນັບຕັ້ງແຕ່ການລະບາດເລີ່ມຕົ້ນ, ລັດຖະບານສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກສຸກເສີນ ແລະ ດ້ານມະນຸດສະທຳແກ່ບັນດາປະເທດສະມາຊິກອາຊຽນແລ້ວປະມານ 18.3 ລ້ານໂດລາ. ນັບຕັ້ງແຕ່ວັນທີ 26 ມີນາ 2020 ສ. ອາເມລິກາກຳລັງໃຫ້ການປະກອບສ່ວນເບື້້ອງຕົ້ນຢູ່ໃນທົ່ວໂລກເກືອບຮອດ 274 ລ້ານໂດລາໃນການຊ່ວຍເຫຼືອທາງດ້ານສາທາລະນະສຸກສຸກເສີນ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳເພື່ອຊ່ວຍໃຫ້ບັນດາປະເທດທີ່ມີຄວາມຕ້ອງການ, ເຊິ່ງເປັນການເພີ່ມເຕີມໃສ່ການໃຫ້ທຶນທີ່ພວກເຮົາໄດ້ໃຫ້ກັບບັນດາອົງການຈັດຕັ້ງສາກົນທີ່ເຮັດວຽກຮ່ວມກັນຫຼາຍຝ່າຍເຊັ່ນ: ອົງການອະນາໄມໂລກ ແລະ ອຸຍນີເຊັບ (UNICEF). ຈຳນວນເງິນທັງໝົດມາຮອດປັດຈຸບັນນີ້ລວມເຖິງຈຳນວນເງິນຊ່ວຍເຫຼືອດ້ານສາທາລະນະສຸກສຸກເສີນເກືອບ 100 ລ້ານໂດລາຈາກກອງທຶນສຳຮອງສຸກເສີນສາທາລະນະສຸກທົ່ວໂລກຂອງອົງການ USAID ຫຼື USAID’s Global Health Emergency Reserve Fund ແລະ 110 ລ້ານໂດລາໃນການຊ່ວຍເຫຼືອດ້ານມະນຸດສະທຳຈາກບັນຊີຊ່ວຍເຫຼືອໄພພິບັດສາກົນຂອງ USAID ຫຼຶ USAID’s International Disaster Assistance ທີ່ຈະໄດ້ສະໜອງໃຫ້ເຖິງ 64 ປະເທດທີ່ມີຄວາມສ່ຽງທີ່ສຸດທີ່ກຳລັງປະເຊີນໜ້າກັບໄພຂົ່ມຂູ່ຂອງການແພ່ລະບາດໃນທົ່ວໂລກ. ໂດຍຜ່ານສຳນັກງານປະຊາກອນ, ຜູ້ລີ້ໄພ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນເມສາ, 2020 | ປະເພດ: ຂ່າວ
ວັນທີ່ 3 ສິງຫາ 2018 ງານສະແດງສິງກະໂປ ລັດຖະມົນຕີ POMPEO: ຂອບໃຈ. ຂອບໃຈ, ທ່ານລັດຖະມົນຕີ. ນີ້ເປັນກຽດຢ່າງສູງ ທີ່ໄດ້ຮ່ວມເປັນ ປະທານໃນການປະຊຸມຄະນະລັດຖະມົນຕີນີ້ກັບທ່ານ. ແລະມັນກໍ່ເປັນການປະຊຸມ ຄັ້ງທໍາອິດຂອງຂ້າພະເຈົ້າຄືກັນ. ຂ້າພະເຈົ້າມີຄວາມຍິນດີທີ່ໄດ້ມີສ່ວນຮ່ວມກັບຄວາມຮ່ວມມື ຄັ້ງທໍາອິດນີ້ກັບສະຫະລັດ-ອາຊຽນ, ແລະກໍ່ດີໃຈທີ່ໄດ້ກັບມາສິງກະໂປ. ຂ້າພະເຈົ້າຂໍຂອບໃຈທ່ານ, ທ່ານລັດຖະມົນຕີກະຊວງຕ່າງປະເທດ Balakrishnan, ສໍາລັບການຕ້ອນຮັບ ຢ່າງອົບອຸ່ນຂອງສິງກະໂປ, ທັງໃນມື້ນີ້ແລະໃນເດືອນມິຖຸນາທີ່ຜ່ານມາ ແລະສໍາລັບການເປັນ ຜູ້ນໍາຂອງທ່ານໃນຖານະປະທານອາຊຽນໃນປີນີ້ ໃນນາມຂອງປະເທດສະຫະລັດ ອາເມລິກາ, ຂ້າພະເຈົ້າຂໍສະແດງຄວາມເສຍໃຈຕໍ່ປະຊາຊົນລາວ ທີ່ຕ້ອງສູນເສຍຊີວິດແລະໄດ້ຮັບຄວາມເສຍຫາຍຍ້ອນເຫດການເຂື່ອນແຕກ. ລັດຖະບານຂອງ ປະເທດສະຫະລັດ ອາເມລິກາໃຫ້ຄວາມຊ່ວຍເຫຼືອເພື່ອຕອບສະຫນອງຕໍ່ ໄພພິບັດນີ້, ແລະພວກເຮົາຍິນດີຮັບການຊ່ວຍເຫຼືອສະຫນັບສະຫນູນທີ່ສູນຊ່ວຍເຫຼືອມະນຸດສະທໍາຂອງອາຊຽນ ໄດ້ສະຫນອງແລ້ວ. ຂ້າພະເຈົ້າຍັງຂໍສະແດງຄວາມເສຍໃຂກັບປະເທດອິນໂດເນເຊຍທີ່ເກິດເຫດ ແຜ່ນດິນໄຫວຮ້າຍແຮງ; ແລະກັບປະເທດມຽນມາສໍາລັບຄວາມເສຍຫາຍທີ່ເກີດຂຶ້ນ ຈາກໄພນໍ້າຖ້ວມແລະໄພດິນເຈື່ອນຄັ້ງຫຼ້າສຸດ. ປະເທດສະຫະລັດ ອາເມລິກາແມ່ນປະເທດຊາດປາຊີຟິກ, ແລະພວກເຮົາຍັງສືບຕໍ່ຄວາມຫມັ້ນຄົງ ຕໍ່ຄວາມເປັນກາງຂອງອາຊຽນພາຍໃຕ້ຍຸດທະສາດອິນໂດ-ປາຊີຟິກຂອງພວກເຮົາ. ກ່ອນຫນ້າໃນອາທິດນີ້, ໃນວັນຈັນທີ່ຜ່ານມາ, ຂ້າພະເຈົ້າໄດ້ໃຫ້ຂໍ້ຖະແຫຼງກ່ຽວກັບອິນໂດ–ປາຊີຟິກ ແລະປະກາດຄໍາຫມັ້ນສັນຍາໃຫມ່ ຂອງສະຫະລັດ ອາເມລິກາຕໍ່ກັບພາກພື້ນນີ້. ນີ້ລວມເຖິງ ການຈ່າຍເງິນມັດຈຳ 113 ລ້ານໂດລາ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນສິງຫາ, 2018 | ປະເພດ: ການເມືອງ, ຂ່າວ, ນະໂຍບາຍ, ບົດຄວາມ, ອາຊີຕາເວັນອອກ ແລະ ປາຊີຟິກ
ໃນຕົ້ນເດືອນນີ້ທີ່ສະພາແຫ່ງຊາດໃນນະຄອນຫຼວງເຊອຸນ, ປະທານາທິບໍດີ Trump ໄດ້ເນັ້ນເຖິງເຫດການທີ່ໜ້າເສົ້າສະລົດໃຈຂອງ “ຄົນເກົາຫຼີສອງຄົນ” – ຄົນໜຶ່ງໄດ້ຮັບການປ່ອຍໂຕໃຫ້ເປັນອິດສະຫຼະ ແລະ ມີເສລີພາບ , ສ່ວນອີກຄົນແມ່ນຍັງຖືກທາລຸນ, ກົດຂີ່ຂົ່ມເຫັງຢ່າງໂຫດຮ້າຍ. ຄວາມແຕກຕ່າງກັນນີ້ແມ່ນຮາກຖານຂອງສິ່ງທ້າທາຍດ້ານຄວາມປອດໄພແຫ່ງຊາດທີ່ເລັ່ງດ່ວນຂອງອາເມຣິກາ. ເຊີ່ງໃນປະຈຸບັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ໂຮງໝໍເກົາຫຼີທີ່ທ່ານໝໍກຳລັງໃຫ້ການປິ່ນປົວທະຫານເກົາຫຼີເໜືອທີ່ໄດ້ບາດເຈັບ ແລະ ຂາດສານອາຫານ ຫຼັງຈາກທີ່ໂຕນໜີໃນທິດແລ້ວນີ້ ຈາກການເປັນຂ້າທາດຂອງທ່ານ Kim Jong Un. ຊື່ຂອງຜູ້ຫລົບໜີ ຍັງບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະ, ລາວໄດ້ສ່ຽງຊີວິດຂອງຕົນໂດຍການຂີ່ລົດຈິບເລັ່ງຂ້າມເຂດປອດທະຫານ, ຫຼັງຈາກນັ້ນໄດ້ແລ່ນຂ້າມຊາຍແດນທີ່ມີການປ້ອງກັນຢ່າງໜາແໜ້ນ ທີ່ Panmunjon. ລາວຮູ້ວ່າກອງທະຫານເກົາຫຼີເໜືອມີຄໍາສັ່ງໃຫ້ຍິງເພື່ອຂ້າຜູ້ໃດກໍ່ຕາມທີ່ພະຍາຍາມລົບໜີ. ໃນເວລາທີ່ລາວຂ້າມໄປໄດ້ສຳເລັດ, ມີລູກປືນຈຳນວນຫົກລູກໄດ້ເຈາະເຂົ້າແຂນ ແລະ ລຳຕົວຂອງລາວ. ເຈົ້າໜ້າທີ່ປ້ອງກັນຊາວເກົາຫຼີໃຕ້ໄດ້ຊ່ວຍເຫຼືອລາວ 55 ຫລາ ຈາກເຂດຊາຍແດນພາກໃຕ້ ແລະ ຕໍ່ມາທ່ານໝໍໄດ້ພົບວ່າອາການຂອງລາວແມ່ນຮ້າຍແຮງຫຼາຍ: ນອກຈາກຮອຍບາດແຜລູກປືນ, ລາວມີໄວຣັດຕັບ B, ປອດບວມ ແລະ ມີພະຍາດແມ່ທ້ອງ“ຈຳນວນຫຼາຍ”ໃນລຳໃສ້ຂອງລາວ, ພະຍາດບາງໂຕຍາວເຖິງ 11 ນິ້ວ. “ຂ້ອຍບໍ່ເຄີພົບເຄີຍເຫັນສິ່ງນີ້ໃນ ໄລຍະ 20ປີ ທີ່ຂ້ອຍເປັນໝໍ,” ກ່າວໂດຍ ທ່ານໝໍຜ່າຕັດເກົາຫລີໃຕ້. ແມ່ທ້ອງສາມາດເຈາະເຂົ້າໄປໃນບາດແຜສົດ, ເຊີ່ງມຄວາມເປັນເປັນໄດ້ທີ່ຈະສົ່ງຜົນກະທົບທີ່ຮ້າຍແຮງທີ່ສຸດ. …
ອ່ານເພີ່ມເຕີມ»
By U.S. Mission Laos | 27 ເດືອນພະຈິກ, 2017 | ປະເພດ: ຂ່າວ, ບົດຂ່າວ
ສູນວິເຄາະ ແລະ ລະບາດວິທະຍາ (ສວລ), ກະຊວງສາທາລະນະສຸກ, ໂດຍການສະຫນັບສະຫນູນຈາກ ລັດຖະບານ ສະຫະລັດໄດ້ເປີດກອງປະຊຸມເປີດໂຄງການໃຫມ່: ສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ ແລະ ລະບາດວິທະຍາ ໃນລາວ ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນໃນວັນທີ່ 21 ມີນາ 2017. ໂຄງການນີ້ ຈະສ້າງຄວາມເຂັ້ມແຂງລະບົບຫ້ອງວິເຄາະການແພດ ແຫ່ງຊາດໃນລາວ ໂດຍການສະໜັບສະໜູນງົບປະມານສາມລ້ານໂດລາສະຫະລັດຈາກລັດຖະບານ ສະຫະລັດໃນລະຍະເວລາສາມປີ, ແຕ່ 2017 ຫາ 2020 ໂດຍອົງການອະນາໄມໂລກ(WHO)ຈະເປັນຜູ້ຈັດຕັ້ງປະຕິບັດ. ຊຶ່ງຈະປະສານງານໃນການຄຸ້ມຄອງ ແລະ ຊ່ວຍເຫລືອດ້ານວິຊາການ ແກ່ສູນວິເຄາະ ແລະ ລະບາດວິທະຍາໃນການສ້າງຄວາມເຂັ້ມແຂງຄວາມອາດສາມາດແຫ່ງຊາດຂອງລະບົບຫ້ອງວິເຄາະ ແລະ ການບົ່ງມະຕິ, ເຊ່ນ ການຄຸ້ມຄອງຄຸນນະພາບ, ຄວາມປອດໄພ ແລະ ຄວາມຫມັ້ນຄົງດ້ານຊີວະພາບໃນຫ້ອງວິເຄາະ, ເຮັດວຽກຮ່ວມກັບ ຫ້ອງວິເຄາະ ເຄືອຂ່າຍ ຂອງສູນກາງ ແລະ ແຂວງ. ພ້ອມດຽວກັນນີ້, ຍັງຊ່ວຍສະຫນັບສະຫນູນ ການຝຶກອົບຮົມລະບາດວິທະຍາພາກສະໜາມ (FET)ໃນ ການສ້າງຄວາມອາດສາມາດລະດັບຊາດ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 28 ເດືອນມີນາ, 2017 | ປະເພດ: ຂ່າວ, ບົດຂ່າວ
ຄະນະຜູ້ແທນລະດັບສູງຈາກຫ້ອງການຜູ້ຕາງຫນ້າການຄ້າ ສະຫະລັດ ອາເມລິກາ ນໍາໂດຍ ທ່ານ ນາງ ບາບາຣາ ໄວໂຊລ, ຜູ້ຊ່ວຍຫ້ອງການຜູ້ຕາງຫນ້າການຄ້າ ສະຫະລັດ ອາເມລິກາ ພ້ອມດ້ວຍ ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ, ໄດ້ປຶກສາຫາລື ກັບ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນວັນທີ 22 ມີນາ 2017 ເພື່ອປຶກສາຫາລື ກ່ຽວກັບ ສາຍພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ. ກອງປະຊຸມປຶກສາຫາລື ໃນຄັ້ງນີ້ ຖືເປັນກອງປະຊຸມຄັ້ງປະຖົມມະລຶກ ພາຍໃຕ້ ສັນຍາຂອບວ່າດ້ວຍການຄ້າ ແລະ ການລົງທຶນ …
ອ່ານເພີ່ມເຕີມ»
By U.S. Mission Laos | 28 ເດືອນມີນາ, 2017 | ປະເພດ: ຂ່າວ, ບົດຂ່າວ
ໃນນາມຕາງໜ້າໃຫ້ປະທານາທິບໍດີ ໂອບາມາ ແລະ ປະຊາຊົນ ອາເມຣິກາ, ຂ້າພະເຈົ້າ ຂໍອວຍພອນໄຊມາຍັງ ປະທານປະເທດແຫ່ງ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ແລະ ປະຊາຊົນລາວ ເນື່ອງໃນໂອກາດວັນຊາດທີ 2 ທັນວາ. ປີນີ້ຖືເປັນປີທີ່ສຳຄັນທີ່ສຸດອິກປີໜຶ່ງໃນດ້ານການຮ່ວມມືຂອງທັງສອງຝ່າຍ, ເຊິ່ງປະທານາທິບໍດີ ບາຣັກ ໂອບາມາ ໄດ້ມາຢ້ຽມຢາມ ສປປ ລາວ ເປັນຄັ້ງປະຫວັດສາດ ແລະ ໄດ້ປະກາດການຮ່ວມມືແບບກວມລວມ ລະຫວ່າງສອງປະເທດ. ພວກເຮົາໄດ້ສ້າງສາຍພົວພັນທີ່ເຂັມແຂງ ແລະ ກ້າວໜ້າຮ່ວມກັນ ແລະ ທັງໄດ້ສ້າງເສດຖະກິດ, ການເມືອງ ແລະ ສາຍພົວພັນລະຫວ່າງປະຊາຊົນໃຫ້ໃກ້ຊິດກວ່າເກົ່າ. ຂ້າພະເຈົ້າຂໍສະແດງຄວາມຍີນດີກັບ ສປປ ລາວ ໃນຜົນສຳເລັດຂອງການເປັນປະທານກອງປະຊຸມສຸດຍອດອາຊຽນ ທີ່ຈັດຂື້ນໃນປີນີ້. ການນຳຂອງ ສປປ ລາວ ໄດ້ເຮັດບົດບາດອັນສຳຄັນໃນວຽກງານປົກປັກຮັກຄວາມສະຫງົບ, ຄວາມປອດໄພ ແລະ ສົ່ງເສີມຄວາມຈະເລີນໃນບັນດາໂຂງເຂດພາກພື້ນ. ພວກຂ້າພະເຈົ້າຫວັງຢ່າງຍິ່ງໃນການຮັດແໜ້ນຄູ່ຮ່ວມພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດ, ໃນພາກພື້ນ ແລະ ທົ່ວໂລກ. ຂ້າພະເຈົ້າຂໍອວຍພອນໄຊໃຫ້ປີນີ້ເປັນປີທີມີຄວາມຜາສຸກ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 6 ເດືອນທັນວາ, 2016 | ປະເພດ: ຂ່າວ
ໃນວັນທີ 2 ພະຈິກ 2016, ລັດຖະບານສະຫະລັດອາເມຣິກາ, ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ແລະ ກະຊວງສາທາລະນະສຸກ ໄດ້ເຂົ້າຮ່ວມ ພິທີວາງສີລາລຶກ ສະຖານທີ່ກໍ່ສ້າງ ສະຖາບັນໂພຊະນາການລາວ-ອາເມຣິກາ (LANI) ທີ່ນະຄອນຫຼວງວຽງຈັນ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ດຣ. ບຸນກອງ ສີຫາວົງ, ທ່ານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ທ່ານ ນາງຣີນາ ບິດເຕີ ແລະ ທ່ານ ປະທານ ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ, ທ່ານ ໂຈ ໂຣເບິດຊັນ ໄດ້ເຂົ້າຮ່ວມໃນພິທີເຊິ່ງເປັນຂີດໝາຍອັນສຳຄັນໃນຜົນສຳເລັດຂອງການວາງແຜນ ແລະ ການຮ່ວມມືອັນຈິງຈັງໃນໄລຍະ 3 ປີຂອງໃນໂຄງການລະຫວ່າງລັດຖະບານ ສະຫະລັດອາເມຣິກາ ແລະ ສປປ ລາວ. ທ່ານ ທູດ ຣີນາ ບິດເຕີ ໄດ້ກ່າວວ່າໃນພິທີນີ້ວ່າ: ສະຫະລັດອາເມຣິກາໃຫ້ການຊ່ວຍເຫຼືອໃນດ້ານການກໍ່ສ້າງຕຶກອາຄານ, ສປປ ລາວ ໄດ້ປະກອບສ່ວນທີ່ດິນໃນການປຸກສ້າງ ແລະ ໜຶ່ງໃນມະຫາວິທະຍາໄລທີ່ມີຊື່ສຽງຂອງສະຫະລັດອາເມຣິກາ …
ອ່ານເພີ່ມເຕີມ»
By U.S. Mission Laos | 2 ເດືອນພະຈິກ, 2016 | ປະເພດ: ຂ່າວ
ໃນວັນທີ1 ພະຈິກ, ເອກອັກຄະລັດຖະທູດສະຫະລັດອາເມຣິກາຜູ້ໃຫມ່ທີ່ໄດ້ຮັບການແຕ່ງຕັ້ງມາປະຈຳຢູ່ ສປປ ລາວ, ທ່ານ ຣີນາ ບິດເຕີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ປະທານປະເທດແຫ່ງ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ທີ່ສຳນັກງານປະທານປະເທດ. ໃນຊ່ວງທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ທ່ານມີຄວາມໝາຍໝັ້ນທີ່ຈະຍົກລະດັບການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສປປ ລາວ ແລະ ສະຫະລັດອາເເມລິກາ ພາຍຫຼັງທີ່ ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ແລະ ປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ໄດ້ປະກາດໃນເດືອນ ກັນຍາທີ່ຜ່ານມາ. ເອກເອັກຄະລັດຖະທູດ ຣີນາ ບິດເຕີ, ໜຶ່ງໃນນັກການທູດອາວຸໂສ ທີ່ມີປະສົບການຫລາຍກວ່າ 20 ປີ ລວມທັງຢູ່ ວໍຊິງຕັນ ແລະ ຕ່າງປະເທດ. ກ່ອນໜ້ານີ້, ເອກເອັກຄະລັດຖະທູດ ບິດເຕີ ເປັນຫົວໜ້າກົງສຸນໃຫຍ່ຂອງສະຫະລັດ ອາເມລິກາ ປະຈຳຢູ່ ໂຮ່ຈິມິນ, ປະເທດຫວຽດນາມ. ນອກຈາກນັ້ນ, ເພິ່ນຍັງໄດ້ເປັນຫົວໜ້າສູນປະຕິບັດການຂອງກະຊວງການຕ່າງປະເທດ, …
ອ່ານເພີ່ມເຕີມ»
By U.S. Mission Laos | 2 ເດືອນພະຈິກ, 2016 | ປະເພດ: ຂ່າວ
ທ່ານນາງ ຊູຊານ ມາຣຄຳ, ຜູ້ປະສານງານອາວຸໂສດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງແກ່ແມ່ຍິງ ປະຈຳອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ແລະ ໄດ້ສະຫລຸບການຢ້ຽມຢາມໃນໄລຍະ 5 ມື້ ຂອງທ່ານທີ່ ສປປລາວ ເຊິ່ງທ່ານໄດ້ພົບກັບບັນດາເຈົ້າໜ້າທີ່ທີ່ເຮັດວຽກໃນຂະແໜງສຶກສາ ແລະ ໄດ້ຢ້ຽມຢາມບັນດາໂຮງຮຽນເພື່ອສ້າງຖານຕໍ່ການຂະຫຍາຍໂຄງການຊ່ວຍເຫລືອຂອງລັດຖະບານສະຫະລັດອາເມລິກາ ໃນການລິເລີ່ມໂຄງການ ສົ່ງເສີມການສຶກສາແກ່ເດັກຍິງ ໃນ ສປປ ລາວ, ເຊິ່ງທ່ານປະທານາທິບໍດີ ໂອບາມາໄດ້ປະກາດໃນລະຫວ່າງການຢ້ຽມຢາມໃນເດືອນທີ່ຜ່ານມາ. ພາຍຫລັງການພົບປະກັບລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ແລະ ບັນດາຊ່ຽວຊານອາວຸໂສ ທີ່ນະຄອນຫລວງວຽງຈັນໃນວັນອັງຄານທີ່ຜ່ານມາ, ທ່ານນາງ ຊູຊານ ພ້ອມດ້ວຍຄະນະກໍ່ໄດ້ເດີນທາງໄປແຂວງຫລວງພະບາງ ແລະ ອຸດົມໄຊເຊິ່ງທ່ານໄດ້ມີໂອກາດປຶກສາຫາລືເຖິງຄວາມຕ້ອງການຕໍ່ວຽກງານດ້ານການສຶກສາ ແລະ ການຮ່ຳຮຽນ ກັບບັນດາຄູອາຈານ, ຄະນະບໍລິຫານ, ນັກຮຽນ ແລະ ຜູ້ປົກຄອງ. ທ່ານນາງ ຊູຊານ ໄດ້ກ່າວວ່າ: ພວກເຮົາມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ມີໂອກາດພົບກັບບັນດາເຈົ້າໜ້າທີ່, ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນ ເພື່ອຮຽນຮູ້ໃຫ້ຫລາຍຂື້ນກ່ຽວກັບລະບົບການສຶກສາໃນປະເທດທີ່ສວຍງາມແຫ່ງນີ້. …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນຕຸລາ, 2016 | ປະເພດ: ຂ່າວ
ການຢ້ຽມຢາມຄັ້ງປະຫວັດສາດ ຂອງປະທານາທິບໍດີ ໂອບາມາ ຢູ່ ສປປ ລາວ ແມ່ນກົງກັບໄລຍະທີ່ຂ້າພະເຈົ້າຈະສີ້ນສຸດການປະຕິບັດໜ້າທີ່ ເປັນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ກໍ່ເປັນໄລຍະເວລາທີ່ເໝາະສົມໃນການເລີ່ມສັງກາດໃໝ່ໃນການພົວພັນ ລະຫວ່າງ ສ. ອາເມລິກາ-ລາວ, ເຊິ່ງເປັນການຮຳບາດແຜທີ່ມີມາໃນອະດີດ ແລະ ສ້າງພື້ນຖານສຳລັບອະນາຄົດ. ໃນລະຫວ່າງການຢ້ຽມຢາມ, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ທ່ານປະທານາທິບໍດີ ໂອບາມາ ໄດ້ຖະແຫລງການ ໃນການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສ. ອາເມລິກາ-ລາວ, ທີ່ຈະສ້າງໃຫ້ມີກົນໄກຂອງການຮ່ວມມືໃນຫລາຍຂົງເຂດວຽກງານ ລວມທັງດ້ານການເມືອງ ແລະ ການພົວພັນທາງການທູດ, ການພົວພັນທາງການຄ້າ ແລະ ເສດຖະກິດ, ການສຶກສາ ແລະ ການຝຶກອົບຮົມ, ສິ່ງແວດລ້ອມ ແລະ ສາທາລະນະສຸກ, ການແກ້ໄຂຂໍ້ຄົງຄ້າງທີ່ມາຈາກສົງຄາມ, ຄວາມໝັ້ນຄົງ, ສິດທິມະນຸດ ແລະ ການພົວພັນລະຫວ່າງປະຊາຊົນຕໍ່ປະຊາຊົນ. ຕັ້ງແຕ່ຂ້າພະເຈົ້າໄດ້ມາປະຈຳການຢູ່ລາວ ໃນປີ 2013, ຂ້າພະເຈົ້າໄດ້ຕັ້ງໝັ້ນວ່າຈະຊ່ວຍໃຫ້ປະເທດລາວ …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນກັນຍາ, 2016 | ປະເພດ: ຂ່າວ
ການມາຢ້ຽມຢາມ ສປປ ລາວ ຂອງປະທານະທິບໍດີ ບາລັກ ໂອບາມາ ໃນວັນທີ 5-8 ກັນຍາ ແມ່ນເປັນການເປີດຍຸກສະໄໝໃໝ່ຂອງສາຍພົວພັນລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ. ການມາ ສປປ ລາວ ຄັ້ງນີ້, ປະທານາທິບໍດີ ໂອບາມາ ໄດ້ມາຢ້ຽມຢາມນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ, ແລະ ຍັງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ສະຫະລັດ ອາເມລິກາ ແລະ ອາຊຽນ, ກອງປະຊຸມອາຊີຕາເວັນອອກ. ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບ ຮັບຕ້ອນການມາຢ້ຽມຢາມຢ່າງເປັນທາງການ ຂອງ ປະທານາທິບໍດີ ບາລັກ ໂອບາມາ ເຊິງລວມມີພິທີການຕ້ອນຮັບ ແລະ ການຮັບປະທານອາຫານທ່ຽງທີ່ ທຳນຽບປະທານປະເທດ ທີ່ນະຄອນຫຼວງວຽງຈັນ. ໃນການມາຢ້ຽມຢາມຄັ້ງນີ້, ພະນະທ່ານ ບຸນຍັງ ວໍລະຈິດ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 9 ເດືອນກັນຍາ, 2016 | ປະເພດ: ຂ່າວ
ໃນໄລຍະການຢ້ຽມຢາມ ຄັ້ງປະຫວັດສາດຢູ່ ສປປ ລາວ, ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະກາດວ່າ ສະຫະລັດອາເມລິກາ ຈະໃຫ້ການຊ່ວຍເຫຼືອເພີ່ມຂື້ນເປັນສອງເທົ່າ ໃນວຽກງານ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ໃຫ້ແກ່ ສປປ ລາວ, ຈາກ $15 ລ້ານໂດລາ ໃນໄລຍະປີທີ່ຜ່ານມາ ເປັນ $30 ລ້ານໂດລາໃນປີຕໍ່ມາ. ການຊ່ວຍເຫຼືອ ເປັນຈຳນວນທັງໝົດ $90 ລ້ານໂດລາໃນໄລຍະສາມປີຕໍ່ຫນ້າ, ຈະສະຫນັບສະຫນູນໃນວຽກງານການສໍາຫຼວດລະດັບຊາດໃນການຊອກຫາລະເບີດທີ່ຍັງບໍ່ທັນແຕກ, ການເກັບກູ້, ການສຶກສາຄວາມສ່ຽງ ແລະ ການຊ່ວຍເຫຼືອສໍາລັບຜູ້ຖືກເຄາະຮ້າຍ. ທ່ານ ໂອບາມາ ກ່າວວ່າ: “ພວກເຮົາຫັວງຢ່າງຢິງວ່າການຕັດສິນໃຈໃນການໃຫ້ທຶນຈະເປັນບາດກ້າວອັນສຳຄັນໃນວຽກງານຕໍ່ຫນ້າຂອງການຫຼຸດຜ່ອນຜົນຮ້າຍຂອງລະເບີດ, ການເກັບກູ້ລະເບີດ, ໃຫ້ການຊ່ວຍເຫຼືອຜູ້ລອດຊີວິດ ແລະ ການຊ່ວຍເຫຼືອເພື່ອສ້າງອານາຄົດທີ່ດີກວ່າໃຫ້ກັບປະຊາຊົນລາວ. ໃນນາມປະທານາທິບໍດີສະຫະລັດອາເມລິກາ, ຂ້າພະເຈົ້າເຊື່ອວ່າ, ມັນແມ່ນພັນທະທາງດ້ານສິນທຳ ແລະ ມະນຸດສະທຳຂອງພວກເຮົາຢ່າງແທ້ຈິງທີ່ຈະຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດນີ້”. ສະຫະລັດອາເມລິກາ ມີຄວາມມຸ່ງໝັ້ນໃນການຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດຜ່ອນຄວາມສ່ຽງຂອງໄພອັນຕະລາຍ ຈາກລະເບີດທີ່ຍັງບໍ່ທັນແຕກ UXO. ໃນໄລຍະຫ້າປີທີ່ຜ່ານມາ, ສະຫະລັດອາເມຣິກາໄດ້ເຮັດວຽກຢ່າງໃກ້ຊິດກັບ …
ອ່ານເພີ່ມເຕີມ»
By U.S. Mission Laos | 9 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບົດຂ່າວ, ອົງການເກັບກູ້ລະເບີດ
ປະທານປະເທດແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງ ປະທານາທິບໍດີ ແຫ່ງສະຫະລັດ ອາເມລິກາ ບາຣັກ ໂອບາມາ ໃນວັນທີ 6 ເດືອນກັນຍາທີ່ສຳນັກງານປະທານປະເທດ. ເນື້ອງໃນໂອກາດການມາຢ້ຽມຢາມຄັັ້ງປະຫວັດສາດໃນຄັັ້ງນີ້, ທ່ານປະທານາທິບໍດີ ໂອບາມາ ແລະ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເປີດເພີຍການຮ່ວມມື ແບບຮອບດ້ານລະຫວ່າງ ສປປ ລາວ ກັບ ສະຫະລັດອາເມລິກາ, ແລະ ຍັງໄດ້ຄົ້ນຄ້ວາຫລາຍຂະແໜງການເພື່ອການຮ່ວມມືໃນອະນາຄົດຕໍ່ຫນ້າຂອງສອງປະເທດ. ໂດຍຜ່ານການຮ່ວມມືດັ່ງກ່າວ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເປີດການຮ່ວມມືໃນຍຸກສະໄໝໃໝ່ຂອງສອງຝ່າຍບົນພື້ນຖານຂອງການເຄົາລົບເຊິ່ງກັນແລະກັນ, ມີຜົນປະໂຫຍດຮ່ວມກັນ, ແລະ ມີຄວາມປາດຖະໜາທີ່ຈະປິ່ນປົວບາດແຜ່ໃນອາດິດເພື່ຶອທີ່ຈະສ້າງພື້ນຖານໃຫ້ແກ່ອະນາຄົດ. ການຮ່ວມມືຮອບດ້ານແບບໃໝ່ນີ້ຈະຊ່ວຍສ້າງກົນໄກຂອງການຮ່ວມມືໃນຂະແໜງການຕ່າງໆເຊິ່ງລວມມີ ດ້ານສາຍພົວພັນທາງດ້ານການເມືອງ ແລະ ການທູດ, ດ້ານການຄ້າ ແລະ ເສດຖະກິດ, ດ້ານການສຶກສາ ແລະ ການຝຶກອົບຮົມ, ດ້ານສະພາບແວດລ້ວມ ແລະ ສຸຂະພາບ, ບັນຫາບາດແຜທາງສົງຄາມໃນອາດິດ, …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບົດຂ່າວ
ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະ ລາວ ໃຫ້ສືບຕໍ່ຂະຫຍາຍຕົວ. ໃນວັນທີ 5 ກັນຍາ ບໍລິສັດ General Electric (GE) ໄດ້ປະກາດແຜນການເປີດຫ້ອງການ ຢູ່ ສປປ ລາວ ເພື່ອສ້າງສະຖານະໃນຕະຫຼາດທ້ອງຖິ່ນທີ່ພວມເຕີບໃຫຍ່ຂະຫຍາຍໂຕ. ນອກຈາກນັ້ນ, ບໍລິສັດ GE ໄດ້ຕົກລົງເຮັດວຽກກັບ ລັດວິສາຫະກິດໄຟຟ້າລາວ (ລຟລ) ເພື່ອສຶກສາວິທີການປັບປຸງເຄືອຂ່າຍສາຍສົ່ງ ແລະ ຈໍາໜ່າຍໄຟຟ້າ ແລະ ຮ່ວມມື້ກັບ ມະຫາວິທະຍາໄລທ້ອງຖິ່ນສອງແຫ່ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ. ທ່ານທູດ ແດນຽວ ເອ ຄລູນ ແລະ ທ່ານ ວີຣະພົນ ວີຣະວົງ, ລັດຖະມົນຕີຊ່ວຍ ກະຊວງ ພະລັງງານ ບໍ່ແຮ່ ໄດ້ເປັນພະຍານພິທີລົງນາມການເຊັນບົດບັນທຶກຊ່ວຍຈໍາ (MOU) ທີ່ຫ້ອງການສໍານັກງານໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ. ທ່ານ Wouter Van …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບົດຂ່າວ, ສະຖານທູດ
ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະ ລາວໃຫ້ສືບຕໍ່ຂະຫຍາຍຕົວ. ໃນວັນທີ 5 ກັນຍາ, ບໍລິສັດ ໄມໂຄຼຊອບ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ຕົກລົງຮ່ວມມືໃນໂຄງການສ້າງທັກສະດ້ານນະວັດຕະກໍາ. ການຮ່ວມມື ຈະຊ່ວຍນັກສຶກສາ ແລະ ຜູ້ປະກອບການຂອງລາວ ສາມາດເຂົ້າເຖິງ ບັນດາຫຼັກສູດການຝຶກອົບຮົມ ໂດຍນຳໃຊ້ເຕັກໂນໂລຊີຄລາວລ້າສຸດ ຂອງໄມໂຄຼຊອບ (cloud technology) ໃນຫົວຂໍ້ຕ່າງໆເຊັ່ນ: ເຕັກໂນໂລຊີ, ວິສະວະກໍາ, ບັນຊີ ແລະ ພາສາອັງກິດ. ການຝຶກອົບຮົມຂອງໄມໂຄຼຊອບ ແມ່ນສະໜອງໃຫ້ໂດຍບໍ່ເສຍຄ່າໃຊ້ຈ່່າຍ ໃຫ້ໄວໜຸ່ມລາວຜູ້ທີ່ຕ້ອງການສ້າງທັກສະ ແລະ ຄວາມຮູ້ທີ່ຈໍາເປັນເພື່ອສາມາດແຂ່ງຂັນໃນປະຊາຄົມອາຊຽນ ທີ່ມີການເຊື່ອມໂຍງເພີ່ມຂຶ້ນ. ທ່ານເອກອັກຄະລັດທະທູດ ແດນຽວ ເອ ຄລູນ ເປັນເຈົ້າພາບໃຫ້ແກ່ ທ່ານ Michele Simmons, ຜູ້ຈັດການທົ່ວໄປສໍາລັບຕະຫຼາດໃໝ່ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ການສຶກສາ, ຂ່າວ, ບົດຂ່າວ, ສະຖານທູດ
ລັດຖະບານສະຫະລັດອາເມຣິກາ, ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ແລະ ກະຊວງສາທາລະນະສຸກ ໄດ້ເຊັນສັນຍາ ໃນບົດບັນທຶກຊ່ວຍຈຳ ສອງສະບັບ ໃນວັນທີ 5 ກັນຍາ ວ່າດ້ວຍການກໍ່ສ້າງ ແລະ ນຳໃຊ້ສະຖາບັນໂພຊະນາການລາວ-ອາເມຣິກາ (LANI) ທີ່ ນະຄອນຫຼວງວຽງຈັນ. ສະຖາບັນໂພຊະນາການນີ້ ຈະຊ່ວຍ ໃນການປ້ອງກັນການຂາດສານອາຫານ, ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນທົ່ວປະເທດ. ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU), ຈະໃຫ້ການຝຶກອົບຮົມນັກໂພຊະນາການ ຢູ່ທີ່ສະຖາບັນ ແລະ ໃຫ້ການຊ່ວຍເຫຼືອ ບັນດາຊ່ຽວຊານໃນ ສປປ ລາວ ໃນການຕອບສະໜອງການຄວບຄຸມຫຼັກ ເບື້້ອງຫຼັງການຂາດສານອາຫານ ໃນທົ່ວປະເທດ, ເພື່ອ ປັບປຸງ ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນລຸ້ນຕໍ່ໆມາ. ພາຍຫຼັງກໍ່ສ້າງສຳເລັດແລ້ວ, ສະຖາບັນໂພຊະນາການລາວ-ອາເມຣິການີ້ ຈະມີຫ້ອງຮຽນ, ຫ້ອງບັນຍາຍ, ຫ້ອງກວດພະຍາດເຂດນອກ, ຫ້ອງປະເມີນຜົນການປີ່ນປົວຄົນເຈັບຂາດສານອາຫານ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບັນຫາກ່ຽວກັບລູກ ແລະ ຄອບຄົວ, ບົດຂ່າວ, ສະຫະລັດອາເມລິກາ ແລະ ສປປລາວ
ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ. ສະຫະລັດອາເມລິກາໄດ້ຕົກລົງ ມອບທຶນຊ່ວຍເຫຼືອຈຳນວຫຼາຍ ເຂົ້າໃນການເຮັດບົດວິພາກໂຮງໄຟຟ້າພະລັງງານແສງອາທິດ ຂະໜາດ 20 ເມກາວັດ ຢູ່ ສປປ ລາວ ເຊິ່ງສາມາດສະໜອງໄຟຟ້າ ໃຫ້ເຖິງ 30,000 ຄົວເຮືອນ. ໃນວັນທີ 5 ເດືອນກັນຍາ ທ່ານເອກອັກຄະລັດທະທູດແດນຽວ ເອ ຄລູນ ໄດ້ລົງລາຍເຊັນໃນນາມສະຖານທູດສະຫະລັດອາເມລິກາ ຮ່ວມກັບທ່ານ Mark Dunn, ຜູ້ຈັດການພາກພື້ນອາຊີຂອງຫ້ອງການ USTDA ແລະ ນັກທຸລະກິດສະຫະລັດ ທ່ານ Robert Khoonsrivong. ຖ້າສໍາເລັດ, ໂຄງການນີ້ ຈະເປັນໂຄງການພະລັງງານທາງເລືອກທີ່ບໍ່ແມ່ນເຂື່ອນ ມີຂະໜາດໃຫຍ່ແຫ່ງທໍາອິດຂອງ ສປປ ລາວ ເຊິ່ງຈະສາມາດສະໜັບສະໜູນເປົ້າໝາຍການສ້າງຄວາມຫຼາກຫຼາຍໃນຂະແໜງພະລັງງານຂອງຕົນ. ທຶນຊ່ວຍເຫຼືອຂອງຫ້ອງການ USTDA ຈະຊ່ວຍບໍລິສັດ Pacific Star Capital ຈໍາກັດ ເຊິ່ງເປັນບໍລິສັດສ່ວນບຸກຄົນ ປະເມີນຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ດ້ານການຄ້າ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບົດຂ່າວ, ສະຖານທູດ
ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ທ່ານ ບາຣັກ ໂອບາມາ ຈະໄດ້ເດີນທາງໄປ ສປປ ລາວ ແລະ ສປ ຈີນ ໃນວັນທີ 2-9 ກັນຍາ 2016 ທີ່ຈະມາເຖິງນີ້. ທ່ານ ໂອບາມາ ເປັນປະທານາທິບໍດີຄົນທຳອິດທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມຂອບການຮ່ວມມື ສະຫະລັດອາເມລິກາ ກັບບັນດາປະເທດອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກສຽງໃຕ້ (ອາຊຽນ). ນອກນັ້ນ, ທ່ານຍັງຈະໄດ້ພົບປະສອງຝ່າຍກັນ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພົບປະກັບບັນດາການນຳຂັ້ນສູງທີ່ສຳຄັນຫຼາຍທ່ານເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທາງດ້ານເສດຖະກິດ, ການພັດທະນາ ແລະ ສາຍພົວພັນລະຫວ່າງບຸກຄົນຕໍ່ບຸກຄົນ ແລະ ຂະແໜງການອື່ນໆອິກ. ປະທານາທິບໍດີ ໂອບາມາ ຍັງຈະໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດໄວໜຸ່ມອາຊຽນ (Young Southeast Asian …
ອ່ານເພີ່ມເຕີມ»
By inthaphoneh | 20 ເດືອນສິງຫາ, 2016 | ປະເພດ: ຂ່າວ, ບົດຂ່າວ
ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ແດນຽວ ຣັສໂຊ (Daniel R. Russel) ໄດ້ມາຢ້ຽມຢາມ ສປປ ລາວ ໃນວັນທີ 11–12 ສິງຫາ ເພື່ອກະກຽມ ຄວາມພ້ອມຂອງການມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດຂອງປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ທ່ານ ບາຣັກ ໂອປາມາ ໃນເດືອນຫນ້ານີ້. ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ, ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການ ຕ່າງປະເທດແດນຽວ ຣັສໂຊ ໄດ້ພົບກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອປຶກສາຫາລື ກ່ຽວກັບການເຕີບໃຫຍ່ ຂະຫຍາຍຕົວ ຂອງການຮ່ວມມືສອງຝ່າຍ ແລະ ການກະກຽມຄວາມພ້ອມເທື່ອສຸດທ້າຍ …
ອ່ານເພີ່ມເຕີມ»
By inthaphoneh | 12 ເດືອນສິງຫາ, 2016 | ປະເພດ: ຂ່າວ, ບົດຂ່າວ
ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດ ສິບປະເທດອາຊຽນ (AEM) ແລະ ຜູ້ແທນພິເສດການຄ້າສະຫະລັດອາເມລິກາ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2016 ທີ່ ກໍາແພງນະຄອນຫຼວງວຽງຈັນ, ສປປ ລາວ. ເປັນປະທານຮ່ວມ ກອງປະຊຸມດັ່ງກ່າວ ໂດຍ ທ່່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ແລະ ທ່ານ ນາງ Barbara Weisel, ຮອງຜູ້ແທນພິເສດການຄ້າສະຫະລັດອາເມລິກາ (AUSTR) ປະຈໍາອາຊີອາຄະເນ ແລະ ປາຊິຟິກ. ເຂົ້າຮ່ວມກອງປະຊຸມພ້ອມດ້ວຍ ທ່ານ ນາງ Weisel ມີ ທູດສະຫະລັດອາເມລິກາປະຈໍາອາຊຽນ ທ່ານນາງ Nina Hachigian, ຜູ້ແທນພິເສດດ້ານການຄ້າ ແລະ ທຸລະກິດ ສະຫະລັດອາເມລິກາ ທ່ານ Ziad Haider, ຮອງຜູ້ຊ່ວຍຜູ້ອຳນວຍການໃຫຍ່ອົງການ …
ອ່ານເພີ່ມເຕີມ»
By inthaphoneh | 9 ເດືອນສິງຫາ, 2016 | ປະເພດ: ຂ່າວ
ເຈົ້າໜ້າທີ່ອາວຸໂສຈາກສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ (USPACOM) ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງຈາກກະຊວງປ້ອງກັນປະເທດ (MND) ຂອງ ສປປ ລາວ ໃນກອງປະຊຸມພົບປະທະຫານສອງຝ່າຍຄັ້ງທີ 11 ລະຫວ່າງ ສປປ ລາວ-ສະຫະລັດອາເມຣິກາ ຊຶ່ງຈັດຂື້ນທີ່ ໂຮໂນລູລູ ເພື່ອເພີ້ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືການພັດທະນາໂຄງການ ການຮ່ວມມືດ້ານການປ້ອງກັນຊາດ. ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພົນຈັດຕະວາ ຊູຊານ ວາເຣັດສ-ລຳ (Suzanne Vares-Lum). ມີຜູ້ແທນຫຼາຍກວ່າ 30 ທ່ານຈາກ ສປປ ລາວ ແລະ ສະຫະລັດ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ, ລວມທັງຕົວແທນຈາກກະຊວງການຕ່າງປະເທດຂອງລາວ ແລະ ສຳນັກງານປ້ອງກັນຊາດດ້ານນະໂຍບາຍຂອງນະຄອນຫລວງວໍຊິງຕັນ ດີຊີ. ທ່ານເອກອັກຄະລັດຖະທູດ ດານຽນ ຄລູນ ໄດ້ກ່າວເປີດກອງປະຊຸມດັ່ງກ່າວ, ຊຶ່ງມີບາງຕອນທ່ານໄດ້ເວົ້າເຖິງການເຕີບໃຫຍ່ຂະຫຍາຍຕົວທີ່ສຳຄັນຂອງການຮ່ວມມືທະຫານສອງຝ່າຍໃນຊຸມປີທີ່ຜ່ານມາ, …
ອ່ານເພີ່ມເຕີມ»
By inthaphoneh | 8 ເດືອນສິງຫາ, 2016 | ປະເພດ: ຂ່າວ
ທ່ານລັດຖະມົນຕີແຫ່ງສະຫະລັດອາເມລິກາ ຈອນ ແຄຣີ ໄດ້ເດີນທາງມາ ນະຄອນຫລວງວຽງຈັນໃນວັນທີ່ 25-26 ກໍລະກົດນີ້ ເພື່່ອເຂົ້າຮ່ວມກອງປະຊຸຸມເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ. ນີ້ຖືກເປັນຄັ້ງທີສອງຂອງປີນີ້ທີ່ ທ່ານລັດຖະມົນຕີ ແຄຣີ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອຢັ້ງຢືນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາ ໃນການຂະຫຍາຍການພົວພັນກັບ ສປປ ລາວ ແລະ ອາຊີ ໃຫ້ກວ້າງຂວາງຫຼາຍຂື້ນ. ໃນລະຫວ່າງກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ ໃນວັນທີ່ 25 ເດືອນກໍລະກົດນີ້, ທ່ານລັດຖະມົນຕີ ແຄຣີ ໄດ້ເນັ້ນເຖິງຄວາມສຳຄັນການເປັນສູນກາງຂອງອາຊຽນ. ພາຍຫລັງກອງປະຊຸມດັງກ່າວນີ້ແລ້ວ, ທ່ານ ລັດຖະມົນຕີ ແຄຣີ ຍັງໄດ້ຮ່ວມກັບບັນດາປະເທດຄູ່ເຈລະຈາໃນໂຂງເຂດລຸ່ມແມ່ນໍ້າໃນການລິເລີ່ມຄູ່ຮ່ວມພັດທະະນາແບບຍືນຍົງທາງດ້ານໂຄງສ້າງພື້ນຖານເຊິ່ງຈະໄດ້ມີການຈັດຝຶກອົບຮົມໃຫ້ບັນດາບຸກຄະລາກອນຈາກທົ່ວພາກພື້ນແມ່ຂອງຕອນລຸ່ມເພື່ອການພັດທະນານະໂຍບາຍດ້ານມວນຊົນ,ຄວາມອາດສາມາດທາງດ້ານວິສາການດ້ານໂຄງສ້າງພື້ນຖານ. ໃນມື້ຕໍ່ມາ,ທ່ານລັດຖະມົນຕີ ແຄຣີ ຍັງໄດ້ປຶກສາຫາລືຂອບການຮ່ວມມືດ້ານຄວາມປອດໄພຂອງພາກພື້ນ ແລະ ໄດ້ແລກປ່ຽນກ່ຽວກັບບັນຫາສິ່ງທ້າທາຍຕ່າງໆລະຫວ່າງປະເທດໃນກອງປະຊຸຸມເວທີພາກພື້ນອາຊຽນ. ໃນໄລຍະທີ່ຢູ່ນະຄອນຫລວງວຽງຈັນ, ທ່ານລັດຖະມົນຕີ ແຄຣີ ຍັງໄດ້ພົບປະກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດເພື່ອປຶກສາຫາລືການຂະຫຍາຍຕົວຢ່າງວ່ອງໄວຂອງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ແລະ ຍັງໄດ້ເວົ້າເຖິງ ທ່ານປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະມາຢ້ຽມຢາມ ສປປ ລາວ. ທ່ານ ໂອບາມາ ຈະເປັນປະທານາທິບໍດີຜູ້ທຳອິດແຫ່ງສະຫະລັດອາເມລິກາ ທີ່ຈະໄດ້ມາຢ້ຽມຢາມ ສປປ ລາວ ໃນເດືອນກັນຍານີ້.
ອ່ານເພີ່ມເຕີມ»
By inthaphoneh | 28 ເດືອນກໍລະກົດ, 2016 | ປະເພດ: ຂ່າວ, ບົດຂ່າວ
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທ່ານ ຈອນ ເຄຣີ ຈະເດີນທາງຢ້ຽມຢາມນະຄອນຫຼວງວຽງຈັນ, ປະເທດລາວ, ນັບຕັ້ງແຕ່ວັນທີ 25-26 ກໍລະກົດ ເພື່ອເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາ-ບັນດາປະເທດລຸ່ມແມ່ນໍ້າຂອງ. ໃນບັນດາກອງປະຊຸມທີ່ກ່າວມານີ້, ທ່ານ ເຄຣີ ຈະໄດ້ສົນທະນາກ່ຽວກັບ ຂອບການຮ່ວມມືດ້ານຄວາມປອດໄພ ແລະ ຄວາມທ້າທາຍລະຫວ່າງຊາດທີ່ມີຮ່ວມກັນ. ທ່ານ ເຄຣີ ຍັງໄດ້ມີແຜນ ເພື່ອເຂົ້າພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ ເພື່ອສົນທະນາ ກ່ຽວກັບສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ ແລະ ການເດີນທາງຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນກັນຍານີ້. ໃນການພົບປະກັນຄັ້ງກ່ອນໃນເດືອນ ມັງກອນ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຂະຫຍາຍການມີສ່ວນຮ່ວມຂອງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນດ້ານຂະແໜງການ ສາທາລະນະສຸກ, ໂພຊະນາການ, ການສຶກສາ, …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນກໍລະກົດ, 2016 | ປະເພດ: ຂ່າວ, ບົດຂ່າວ
ສະຫະລັດອາເມລິກາ ສະເຫຼີມສະຫຼອງ ວັນຊາດ ຄົບຮອບ 240 ປີ, ຊຶ່ງໃນປີນີ້ ງານລ້ຽງ ໄດ້ຈັດຂື້ນໃນ ວັນທີ 4 ກໍລະກົດ, 2016. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກໃນງານລ້ຽງ ແລະ ຕາງໜ້າຢ່າງເປັນທາງການໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ. ພ້ອມດຽວກັນນີ້ ຍັງມີບັນດາທ່ານແຂກທີ່ຖືກຮັບເຊີນ ແລະ ພະນັກງານ ສະຖານທູດຫຼາຍກ່ວາ 500 ກວ່າຄົນ ທີ່ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ ທີ່ ສະຖານທູດ ສະຫະລັດອາເມລິກາ, ບັນດາທ່ານແຂກທີ່ຮັບເຊີນເຂົ້າຮ່ວມລວມມີເຈົ້າໜ້າທີ່ ອາວຸໂສ ຝ່າຍລາວ, ບັນດາ ທ່ານເອກອັກຄະລັດຖະທູດ ແລະ ນັກການທູດ ທີ່ປະຈຳຢູ່ ສປປ ລາວ ແລະ ບັນດາບັນດານັກທຸລະກິດກໍ່ເປັນກຽດເຂົ້າຮ່ວມ. ທ່່ານ ເອກອັກຄະລັດຖະທູດ ແດນຽວ ເອ. ຄລູນ ໄດ້ກ່າວບົດປາໃສໂດຍເນັ້ນເຖິງການຮັດແໜ້ນສາຍພົວພັນລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. …
ອ່ານເພີ່ມເຕີມ»
By inthaphoneh | 6 ເດືອນກໍລະກົດ, 2016 | ປະເພດ: ຂ່າວ
ຜູ້ປະກອບການທີ່ມີແນວຄວາມຄິດປະດິດສ້າງກ່ຽວກັບນະວັດຕະກຳໃໝ່, ທ່ານນາງ ອຸໄລພອນ ສິລິມະສັກ ໄດ້ຖືກຮັບເລືອກໃຫ້ໄປຮ່ວມກອງປະຊຸມສຸດຍອດຜູ້ປະກອບການ ໃນທົ່ວໂລກ The Global Entrepreneurship Summit (GES) ທີ່ ເມືອງ ພາໂລ ອັດໂຕ ລັດຄາລິຟໍເນຍ ໃນວັນທີ 22-24 ຂອງເດືອນມິຖຸນານີ້. ໂດຍການສະໜັບສະໜູນຈາກສະຖານທູດ ສະຫະລັດ ອາເມລິກາ ທີ່ ນະຄອນຫຼວງວຽງຈັນ, ທ່ານນາງ ອຸໄລພອນ ຜູ້ບໍລິຫານສູນສອນພາສາອັງກິດ (AEC English Center) ຈະໄດ້ຮ່ວມກັບຜູ້ປະກອບການຈຳນວນ 700 ທ່ານທີ່ມາຈາກທົ່ວໂລກ ລວມທັງ ນັກລົງທຶນ, ນັກບັນຍາຍ ແລະ ຜູ້ນຳທ່ານອື່ນໆຈາກຂະແໜງການຕ່າງໆ. ນອກນັ້ນ, ຍັງມີເຈົ້າໜ້າທີລະດັບສູງຈາກ ສະຫະລັດອາເມລິກາ ລວມທັງທ່ານ ປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະໄດ້ຂື້ນກ່າວໃນກອງປະຊຸມຄັ້ງນີ້ດ້ວຍ. ກອງປະຊຸມໄດ້ໝຸນວຽນມາເປັນຄັ້ງທີ່ 7 ເຊິງກ່ອນໜ້ານີ້ແມ່ນເປັນເຈົ້າພາບໂດຍ ສະຫະລັດອາເມລິກາ ແລະ ລັດຖະບານ Turkey, the United …
ອ່ານເພີ່ມເຕີມ»
By inthaphoneh | 23 ເດືອນມີນາ, 2016 | ປະເພດ: ຂ່າວ, ບົດຂ່າວ
ການຮ່ວມມືກັນຂອງທີມງານຈາກຝ່າຍສະຫະລັດອາເມລິກາ ແລະ ສປປ ລາວ ໃນຫວ່າງບໍ່ດົນມານີ້ໄດ້ສຳເລັດການຄົ້ນຫາທະຫານອາເມລິກາທີ່ສູນຫາຍໃນຊ່ວງສົງຄາມອິນດູຈີນ. ສະມາຊິກຈຳນວນ 53ທ່ານຈາກ ສະຫະລັດອາເມລິກາ ແລະ 15ທ່ານ ຈາກ ສປປ ລາວ ໄດ້ທຳການຂຸດຄົ້ນສີ່ຈຸດທີ່ເຮືອບິນເກີດອຸບັດຕິເຫດຢູ່ທີ່ແຂວງ ຫົວພັນ, ຊຽງຂວາງ ແລະ ແຂວງຄຳມ່ວນ. ໃນວັນທີ 16 ນີ້, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດພິທີມອບຮັບສິ່ງເສດເຫຼືອຂອງທະຫານຂື້ນທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ເພື່ອລະນຶກເຖິງການຄົ້ນພົບສິ່ງເສດເຫຼືອກ່ອນທີ່ຈະຖືກສົ່ງໄປສະຫະລັດອາເມລິກາເພື່ອທຳການວິໃຈທາງດ້ານກົດໝາຍ. ພາຍຫຼັງສຳເລັດການພິສູດຄັ້ງສຸດທ້າຍແລ້ວ, ສິ່ງເສດເຫຼືອດັ່ງກ່າວຈະໄດ້ຖືກນຳສົ່ງໄປຫາຄອບຄົວຂອງພວກເຂົາ. ນັບຕັ້ງແຕ່ປີ1985 ເປັນຕົ້ນມາ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ປະຕິບັດພາລະກິດຮ່ວມກັນປະມານ 141ຄັ້ງ ທີ່ ສປປ ລາວ. ນັບຕັ້ງແຕ່ເລີ່ມຕົ້ນການຮ່ວມມືຢູ່ທີ່ພາກສະໜາມ, ທັງສອງຝ່າຍໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມລິກາຈຳນວນທັງໝົດ 273 ກໍລະນີ ແລະ ທີມງານຍັງສືບຕໍ່ເຮັດວຽກຮ່ວມກັນໃນການຄົ້ນຫາສິ່ງເສດເຫຼືອທີ່ຍັງຫາຍສາບສູນອິກຈຳນວນ …
ອ່ານເພີ່ມເຕີມ»
By inthaphoneh | 17 ເດືອນມີນາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໂດຍການສະໜັບສະໜູນຈາກສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວ ກົມພາສີ ກະຊວງການເງິນ ແລະ ສະພາທະນາຍຄວາມອາເມລິກາ ຂະແໜງການລິເລີ່ມຫຼັກແຫ່ງກົດໝາຍໃດ້ຈັດການສຳມະນາເພື່ອ ສ້າງຄວາມເຂັ້ມແຂງບັນດາລະບົບພາສີໃຫ້ແກ່ພະນັກງານອາວຸດໂສທີ່ມາຈາກກົມພາສີ. ການສຳມະນາສອງວັນເຊິ່ງໃດ້ເລີ່ມຂື້ນໃນວັນທີ 26 ພຶດສະພາທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ, ໄດ້ຍົກໃຫ້ເຫັນບັນຫາອັນສຳຄັນຫຼາຍອັນໃນຂະແໜງການວຽກງານພາສີ. ໃນພິທີເປີດສຳມະນາ ທ່ານ ສົມພິດ ແສງມະນີວົງ, ຮອງຫົວ ໜ້າກົມພາສີ ໃດ້ກ່າວບາງຕອນວ່າ: ນີ້ຖືວ່າເປັນຂົງເຂດໃໝ່ທີ່ສຳຄັນທີ່ພວກເຮົາຈະໃດ້ເຮັດວຽກຮ່ວມກັນ. ຕາງໜ້າສະຖານທູດສະຫະລັດ ທ່ານ ໂນອາ ກິດສະແມນ ໃດ້ກ່າວວ່າ: ລັດຖະບານສະຫະລັດອາເມລິກາ ມີຄວາມພູມໃຈໃຫ້ການຊ່ວຍເຫຼືອຕາມການຮ້ອງຂໍຈາກກົມພາສີໃນການຈັດການຝຶກອົບຮົມຄັ້ງນີ້. ທ່ານໄດ້ກ່າວຕື່ມອິກວ່າ: ພວກຂ້າພະເຈົ້າດີໃຈທີ່ທາງສະຖານທູດຮ່ວມກັບສະພາທະນາຍຄວາມສະຫະລັດອາເມລິກາ ທີ່ໃຫ້ການສະໜັບສະໜູນໃນການສ້າງພາວະຄວາມຜູ້ນຳຂອງກົມພາສີໃຫ້ມີຄວາມເຂັ້ມແຂງກວ່າເກົ່າ, ໃຫ້ມີປະສິທິພາບຫຼາຍຂື້ນກວ່າເກົ່າ ແລະ ເຮັດໃຫ້ການບໍລິການນັບມື້ນັບທັນສະໃໝຫຼາຍຂື້ນ. ນອກນັ້ນ, ຍັງຊ່ວຍໃຫ້ເສດຖະກິດຂອງລາວສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ. ກົມພາສີ ແລະ ເຈົ້າໜ້າທີ່ພາສີ ໃນທົ່ວໂລກໃຫ້ການບໍລິການທີ່ສຳຄົນຕໍ່ຊາດໂດຍຮັບປະກັນຄວາມປອດໄພ ແລະ ການຄ້າຢ່າງມີປະສິດທິພາບ, ເກັບພາສີອາກອນລັດຖະບານ ແລະ ປັບປຸງຄວາມປອດໄພຂອງຊາດໂດຍການຕ້ານການຄ້າຂາຍຢາເສບຕິດຜິດກົດໝາຍ, ອາວຸດ, ສັດປ່າ, ແລະ ສິນຄ້າລັກລອບໜີພາສີອື່ນໆ. ໃນໄລຍະການສຳມະນາສອງວັນນີ້ ບັນດາພະນັກງານອາວຸດໂສຈະໃດ້ກວດຄືນ ສິບການປະຕິບັດໜ້າທີ່ທີ່ດີສຸດຂອງສາກົນ ໃນວຽກງານຕ້ານການກະທຳຜິດ, ການສູນເສຍລາຍຮັບພາສີອາກອນ ແລະ …
ອ່ານເພີ່ມເຕີມ»
By inthaphoneh | 1 ເດືອນມີນາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໃນອາທິດນີ້ ສະຖານທູດສະຫະລັດອາເມລິກາຊວ່ຍເຫຼືອການຝຶກອົບຮົມກະສິກຳອິນຊີເພື່ອຊ່ວຍວຽກງານບຳບັດຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດທີ່ກຳລັງຮັບການປິ່ນປົວຢູ່ສູນສົມສະຫງ່າທີ່ນະຄອນຫຼວງວຽງຈັນ. ການຝຶກອົບຮົມໃນຄັ້ງນີ້ຈະຊວ່ຍໃຫ້ຜູ້ບຳບັດມີທັກສະດ້ານກະສິກຳ-ການເຮັດສວນຄົວເພື່ອສ້າງໃຫ້ພວກເຂົາເຫຼົ່ານີ້ກາຍເປັນຄົນດີມີຄຸນນະພາບໃນຊຸຸຸມຊົນທ້ອງຖິ່ນຂອງເຂົ້າເຈົ້າ. ການຝຶກອົບຮົມເລີ້ມແຕ່ວັນທີ 25 ພຶດສະພາ ຈົນເຖີງວັນທີ 15 ມິຖຸນາ 2016. ການຝຶກອົບຮົມແມ່ນເປັນສວ່ນນຶ່ງຂອງໂຄງການສ້າງອ່າງເກັບນ້ຳ ແລະເຮືອນຮົ່ມສຳລັບເຮັດການກະເສດເຊິ່ງໄດ້ຮັບຄຳແນະນຳຊຸກຍູ້ຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ ສິນລາວົງ ຄຸດໄພທູນ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ດານຽນ ຄລູນ ໄດ້ກ່າວວ່າ: ພວກຂ້າພະເຈົ້າມີຄວາມຍິນດີທີ່ໄດ້ລິເລີ່ມບາດກ້າວອັນສຳຄັນໃນການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອຂອງຢາເສບຕິດເພື່ອໃຫ້ພວກເຂົາເຫຼົ່ານີ້ຈະໄດ້ຮຽນຮູ້ທັກສະໃຫມ່ໆເພື່ອນຳໄປປັບປຸງຊີວິດຂອງຕົນເອງ ແລະ ເພື່ອກັບໄປປະກອບສ່ວນເຮັດວຽກງານຕ່າງໆໃນການພັດທະນາສັງຄົມ. ຫວ່າງບໍ່ດົນຜ່ານມານີ້, ສະຖານທູດສະຫະລັດອາເມລິກາ ກໍ່ໄດ້ຊວ່ຍເຫຼືອທຶນກໍ່ສ້າງເຮືອນຮົ່ມ ແລະ ອ່າງເກັບນ້ຳໃຫ້ແກ່ທາງສູນສົມສະຫງ່າເພື່ອໃຊ້ເຂົ້າໃນວຽກງານການປູກຝັງ. ໃນພິທີເປີດການຝຶກອົບນີ້ ທ່ານ ອຸ່ນຊື່ນ ສຸລິຍະໄທ ຜູ້ອຳນວຍການສູນສົມສະຫງ່າໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ຈະຊວ່ຍຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານຝຶກວິຊາຊີບພາຍໃນສູນຂອງພວກເຮົາ ທັງເປັນການສ້າງເງື່ອນໄຂເພື່ອປັບປຸງສຸຂະພາບທາງດ້ານຮ່າງກາຍກໍ່ຄືມັນສະໝອງຂອງຜູ້ຕິດຢາເສບຕິດ. ທ່ານໄດ້ກ່າວອິກວ່າ: ນອກນັ້ນ, ຍັງເປັນການເສີມຂະຫຍາຍວຽກງານຝຶກວິຊາຊີບ ແລະ ກິດຈະກຳເພື່ອຟື້ນຟູສຸຂະພາບຕ່າງໆ ພາຍໃນສູນຂອງພວກເຮົາໃຫ້ມີຄວາມເຂັ້ມແຂງຢ່າງຕໍ່ເນື່ອງອີກດ້ວຍ. ປັດຈຸບັນທາງສູນສົມສະຫງ່າໄດ້ບຳບັດຜູ້ຕິດຢາເສບຕິດຫລາຍກວ່າ 1,350 ຄົນ. ນັບແຕ່ປີ 1998 ເປັນຕົ້ນມາ ທີ່ທາງສູນໄດ້ຂະຫຍາຍການຮັບໃຊ້ສັງຄົມ, ທາງລັດຖະບານສະຫະລັດໄດ້ໃຫ້ການຊ່ວຍເຫຼືອສູນສົມສະຫງ່າໃນຫຼຼາຍດ້ານໃນນັ້ນລວມມີອາຄານຫໍພັກ, ວຽກງານຝຶກອົບຮົມ, ການຝຶກວິຊາຊີບ ແລະ …
ອ່ານເພີ່ມເຕີມ»
By inthaphoneh | 1 ເດືອນມີນາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໃນວັນທີ 13 ພຶດສະພາ 2016ນີ້ ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ດານຽວ ຄລູນ ໄດ້ມອບອຸປະກອນຮັບໄຊ້ວຽກງານຕ້ານຢາເສບຕິດໃຫ້ກະຊວງປ້ອງກັນຄວາມສະຫງົບ ລວມເປັນມູນຄ່າທັງໝົດ 110,000 ໂດລາສະຫະລັດ. ໃນພິທີມອບຮັບດັ່ງກ່າວ, ທ່ານພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ, ຫົວໜ້າກົມໃຫຍ່ ຕ່ຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໃນນາມຕາງໜ້າລັດຖະບານລາວ. ເຄື່ອງອຸປະກອນທີ່ມອບໃຫ້ໃນຄັ້ງນີ້ລວມມີ: ເສື້ອກັນກະສຸນ, ເຄື່ອງກວດຫາສານເສບຕິດ ແລະອຸປະກອນອື່ນໆ ເຊີ່ງອຸປະກອນດັ່ງກ່າວນິີ້ແມ່ນຈະນຳໄປຮັບໃຊ້ວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ. ທ່ານເອກອັກຄະລັດຖະທູດ ດານຽວ ຄູລນ ໄດ້ກ່າວວ່າລັດຖະບານສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນວຽກງານຕ້ານແລະສະກັດກັ້ນຢາເສບຕິດ ຊຶ່ງມີມູນຄ່າຫລາຍກ່ວາ 45 ລ້ານໂດລາສະຫະລັດ ແລະ ທ່ານທູດ ຍັງໄດ້ກ່າວຕື່ມອີກວ່າ: ພວກເຮົາມີຄວາມຍີນດີເປັນຢ່າງຍີ່ງທີ່ໄດ້ຊ່ວຍປະເທດລາວໃນວຽກງານດັ່ງກ່າວ ເນື່ອງຈາກວ່າ ສອງປະເທດຂອງພວກເຮົາແມ່ນມີເປົ້າໝາຍອັນດຽວກັນ ເພື່ອເຮັດໃຫ້ສັງຄົມຂອງພວກເຮົາປາສະຈາກໄພອັນຕະລາຍ ຂອງຢາເສບຕິດ ແລະການນຳໃຊ້ສານເສບຕິດທີ່ຜິດກົດໝາຍ. ທ່ານກຸ ຈັນສີນາ ປະທານຄະນະກຳມະການແຫ່ງຊາດເພື່ອຄວບຄຸມ ແລະກວດກາຢາເສບຕິດ ໄດ້ກ່າວວ່າ: ອຸປະກອນດັງກວ່ານີ້ແມ່ນມີຄວາມສຳຄັນຫລາຍໃນການນຳໃຊ້ເພື່ອຊ່ວຍໃນວຽກງານຕ້ານຢາເສບຕິດ,ໂດຍສະເພາະວຽກງານທີ່ມີຄວາມຫຍຸ້ງຍາກ ແລະ ວຽກງານທີ່ມີຄວາມສ່ຽງສູງ. …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ
ທ່ານ ໄມໂຄ ຄລາຍ ຮອງທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບສຸກສາລາຫລັງໃໝ່ ຢ່າງເປັນທາງການ ໃຫ້ແກ່ ທ່ານຮອງເຈົ້າແຂວງໆຊຽງຂວາງ ທ່ານ ບົວສອນ ສີນວນທອງ ໃນພິທີ ມອບ-ຮັບ ທີ່ໄດ້ຈັດຂື້ນໃນວັນທີ 12 ພຶດສະພາ 2016 ທີ່ແຂວງ ຊຽງຂວາງ. ສຸກສາລາຫຼັງນີ້ຕັ້ງຢູ່ ເມືອງໜອງແຮດ. ໂຄງການຊ່ວຍເຫລືອຂອງສະຫະລັດອາເມລິກາດັ່ງກ່າວມີມູນຄ່າ $589,473 ໂດລາ ສະຫະລັດ, ເຊີ່ງທີ່ຕັ້ງ ຂອງສຸກສາລາໃໝ່ຫຼັງນີ້ແມ່ນຢູ່ໃນບໍລິເວນສຸກສາເກົ່າທີ່ເຄີຍໃຫ້ການບໍລິການໃນໄລຍະຜ່ານມາ ສຸກສາລາໃໝ່ຫຼັງນີ້ຈະຊ່ວຍປັບປຸງຄວາມສາມາດຂອງທັງຫ້ອງການສາທາລະນະສຸກເມືອງ ແລະ ແຂວງໃນ ການໃຫ້ບໍລິການ ປິ່ນປົວສຸຂະພາບຂອງປະຊາຊົນເມືອງໜອງແຮດ ແຂວງຫົວພັນ ຢູ່ໃນບົດປາໄສຂອງທ່ານຮອງທູດ, ທ່ານໄດ້ກ່າວວ່າ ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຮັດວຽກໂດຍ ການຮ່ວມມືກັບລັດຖະບານຂອງ ສປປ ລາວ ເພື່ອຈະຊ່ວຍປັບປຸງ ແລະ ສະໜອງສິ່ງອຳນວຍຄວາມສະ ດວກເຂົ້າໃນດ້ານສາທາລະນະສຸກທົ່ວປະເທດໃຫ້ດີຂື້ນ” ທ່ານຮອງທູດ ໄດ້ມອບສຸກສາລາ ດັ່ງກ່າວນີ້ ໃຫ້ແກ່ປະຊາຊົນແຂວງຊຽງຂວາງ ໂດຍຕາງໜ້າໃຫ້ແກ່ປະຊາຊົນ ອາເມຣິກາ ເພື່ອເປັນສັນຍາລັກຂອງຄວາມສຳພັນທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ລະຫວ່າງ ສອງປະເທດ. ລັດຖະບານສະຫະລັດໄດ້ສະໜອງໂຄງການຊ່ວຍເຫລືອດ້ານມະນຸດ …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ
ທ່ານ ໄມໂຄ ຄລາຍ ຮອງທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບອາຄານໂຮງຮຽນມັດທະຍົມ ຕອນຕົ້ນຫລັງໃໝ່ ຢ່າງເປັນທາງການຢູ່ແຂວງຫົວພັນ ໃຫ້ແກ່ ທ່ານຮອງ ເຈົ້າແຂວງໆຫົວພັນ ທ່ານນາງ ແພງ ກັນຍາພິມ ເຊິ່ງ ພິທີ ມອບ-ຮັບ ແມ່ນໄດ້ຈັດຂື້ນໃນວັນທີ 11 ພຶດສະພາ 2016. ໂຄງການຊ່ວຍເຫລືອຂອງສະຫະລັດອາເມລິກາດັ່ງກ່າວມີມູນຄ່າ $630,537 ໂດລາ ສະຫະລັດ ລວມມີ ອາຄານຮຽນຫລັງໃໝ່ ມີ 5 ຫ້ອງຮຽນ, 1 ຫ້ອງການຄູ ແລະ ຫໍພັກນັກຮຽນ ທີ່ ໂຮງຮຽນມັດທະຍົມ ສຶກສາຕອນຕົ້ນເມືອງນາ ທີ່ເມືອງຊຳໄຕ້. ນອກຈາກນີ້, ໂຄງການດັ່ງກ່າວລວມມີ ໂຕະຕັ່ງ, ກະດານ ຄົບຊຸດ, ຫ້ອງນ້ຳໃໝ່, ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳປະປາ ໃຫ້ແກ່ອາຄານຮຽນດັ່ງກ່າວເພື່ອຮອງຮັບຈຳນວນນັກຮຽນທີ່ເພີ່ມຂື້ນ. ຢູ່ໃນບົດປາໄສຂອງທ່ານຮອງທູດ, ທ່ານໄດ້ກ່າວວ່າ, “ການສຶກສາແມ່ນສິ່ງທີ່ຄວາມສຳຄັນໃນການພັດ ທະນາເສດຖະກິດ ແລະ ສັງຄົມຂອງທຸກໆປະເທດ. …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໃນມື້ນີ້, ທາງກະຊວງກະສິກຳແລະປ່າໄມ້ໄດ້ປະກາດໂຄງການຊ່ວຍເຫລືອໃໝ່ທີ່ໄດ້ຮັບທຶນສະໜັບສະໜູນຈາກ ສະຫະລັດອາເມລິກາເພື່ອຊ່ວຍເຫລືອກ່ຽວກັບການລະບຸພະຍາດທີ່ມີແນວໂນ້ມວ່າຈະຕິດຕໍ່ຈາກສັດມາສູ່ຄົນ. ພາຍໃຕ້ບັນທຶກເພື່ອຄວາມເຂົ້າໃຈທີ່ເຊັນໂດຍເຈົ້າໜ້າທີ່ຝ່າຍລາວ ແລະ ຜູ້ຕາງໜ້າຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ໂດຍທີມງານຈະເລີ່ມເກັບຕົວຢ່າງຈາກສັດປ່າ, ສັດລ້ຽງ ແລະ ຄົນໃນແຂວງຈຳປາສັກພາຍໃນປີນີ້. ເຊິ່ງການຮ່ວມມືຄັ້ງນີ້ແມ່ນບົດບາດສຳຄັນ ແລະ ບາດກ້າວໃໝ່ໃນການລະບຸເຊື້ອພະຍາດວ່າມີການຕິດຕໍ່ກັນດ້ວຍວິທີໃດໂດຍຜ່ານການເກັບກຳຕົວຢ່າງຈາກຄົນ, ສັດລ້ຽງ ແລະ ສັດປ່າທີ່ມີການສຳຜັດກັນຢ່າງໃກ້ຊິດ. ທ່ານ ນາງ ເບັດ ເພຈ, ຜູ້ອຳນວຍການໃຫຍ່ຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາປະຈຳພາກພື້ນອາຊີ ກ່າວວ່າ: ໂຄງການເຫລົ່ານີ້ໃນ ສປປ ລາວ ແລະ ທົ່ວໂລກໄດ້ຊ່ວຍໃຫ້ພວກເຮົາມີຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບການເກີດຂຶ້ນຂອງເຊື້ອພະຍາດ. ດັ່ງນັ້ນ, ພວກເຮົາຈິ່ງໄດ້ມີການປັບປຸງຍຸດທະສາດປ້ອງກັນການລະບາດແລະຫລຸດຜ່ອນຄວາມສ່ຽງທີ່ຈະນຳໄປສູ່ການລະບາດໃຫຍ່”. ທ່ານຍັງໄດ້ກ່າວຕື່ມອິກວ່າ: ການຄຸ້ມຄອງຄົນແລະສັດລ້ຽງໃຫ້ປອດໄພຈາກໂລກລະບາດຍັງເປັນການປັບປຸງການດຳລົງຊີວິດໃນເຂດຊົນນະບົດ ແລະ ຍັງເປັນການຮັບປະກັນທາງດ້ານສະບຽງອາຫານ ແລະ ຊ່ວຍສະໜັບສະໜູນເສດຖະກິດໃຫ້ເຂັ້ມແຂງອີກດ້ວຍ. ຢູ່ໃນ ສປປ ລາວ, ໂຄງການຂອງ USAID, ເຊິ່ງຈັດຕັ້ງປະຕິບັດໂດຍ Metabiota Inc, ຮ່ວມມືກັບກົມລ້ຽງສັດແລະການປະມົງ, ຫໍວິໄຈພະຍາດສັດ, ສູນວິເຄາະແລະລະບາດວິທະຍາແຫ່ງຊາດ, ແລະ ອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ, ເພື່ອຈັດຕັ້ງປະຕິບັດລະບົບເຝົ້າລະວັງພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍຜ່ານການເຮັດວຽກຮ່ວມກັບລັດຖະບານ 31 ປະເທດຢູ່ ທະວີບ ອາຟຣິກາ, …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ
ນັກສຶກສາລາວຈຳນວນ6ທ່ານເຊິ່ງໃນນັ້ນ 5 ທ່ານ ຈະໄດ້ເດີນທາງໄປສຶກສາຮຽນຕໍ່ຂັ້ນປະລີນຍາໂທຂອງທຶນ (ຟູລບຣາຍ) ແລະ 1ທ່ານ ຈະໄດ້ໄປຍົກລະດັບວິຊາສະເພາະຂອງທຶນ (ຮາມຟຼີ) ຢູ່ທີ່ສະຫະລັດອາເມລິກາພາຍໃຕ້ທຶນການສຶກສາ Fulbright Program ຂອງກະຊວງການຕ່າງປະເທດແຫ່ງສະຫະລັດ ອາເມລິກາ. ໃນການພົບປະລະຫວ່າງ ນັກສຶກສາ ກັບ ທ່ານ ແດນນຽວ ຄລູນ (Daniel Clune) ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ, ທ່ານໄດ້ກ່າວສະແດງຄວາມຊົມເຊີຍກັບບັນດານັກສຶກສາລາວທີ່ໄດ້ປະສົບຜົນສຳເລັດໃນຄັ້ງນີ້້. ທ່ານ ຍັງໄດ້ຊຸກຍູ້ໃຫ້ບັນດານັກສຶກສາຈົ່ງນຳໃຊ້ໂອກາດອັນສຳຄັນທີ່ສຸດນີ້ເພື່ອສ້າງຜົນປະໂຫຍດຕໍ່ການພັດທະນາອາຊີບຂອງພວກເຂົາ ແລະ ຕໍ່ການຮັດແໜ້ນສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ທ່ານ ແດນນຽວ ຄລູນ ຍັງໄດ້ກ່າວໂອ້ລົມກັບບັນດານັກສຶກສາທີ່ຈະເດີນທາງຕໍ່ກັບການກະກຽມແຜນການຕ່າງໆໃນການຮຽນຂອງພວກເຂົາ. ນັກສຶກສາທີ່ໄດ້ທຶນລວມມີ ທ່ານນາງ ມະໂນລີ ສີສະຫວັນ ເຊິ່ງຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານການພັດທະນາສາກົນ ຢູ່ມະຫາວິທະຍາໄລ ຄອນແນວ, ນາງ ມານີເພັດ ແພງສະຫວັດດີ ຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານການບໍລິຫານຈັດການທຸລະກິດລົງເລິກການສ້າງທຸລະກິດທີ່ຍືນຍົງເພື່ອສັງຄົມຢູ່ທີ່ມະຫາວິທະຍາໄລ ໂຄໂລຣາໂດ, ນາງ ສຸລິຍາ ຈັນນາວົງ ຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານ ສາທາລະນະສຸກທີ່ມະຫາວິທະຍາໄລ ມິຊີແກນ, …
ອ່ານເພີ່ມເຕີມ»
By inthaphoneh | 25 ເດືອນພຶດສະພາ, 2016 | ປະເພດ: ຂ່າວ
ຜູ້ຕາງໜ້າຈາກລັດຖະບານສະຫະລັດອາເມລິກາ ແລະ ຄູ່ຮ່ວມພັດທະນາໄດ້ມອບລະບົບນ້ຳໃຊ້ທີ່ໄດ້ຮັບການບູລະນະ ແລະ ສ້າງຂຶ້ນໃໝ່ໃຫ້ແກ່ລັດຖະບານ ສປປລາວ ເພື່ອສະໜອງນ້ຳໃຊ້ໃຫ້ແກ່ປະຊາຊົນຈຳນວນກວ່າ 1,300 ຄົນ ໃນ 3 ໝູ່ບ້ານ, ໂດຍສະເພາະໃນໄລຍະລະດູແລ້ງ. ການຊ່ວຍເຫຼືອດັ່ງກ່າວ, ແມ່ນລວມມີການຕິດຕັ້ງຖັງນ້ຳ, ການບູລະນະລະບົບທໍ່ນ້ຳ ແລະ ຈຸດຈ່າຍນ້ຳຕ່າງໆ ໂດຍຜ່ານໂຄງການການປັບໂຕຂອງແມ່ນ້ຳຂອງ ແລະ ການຮັບມືຕໍ່ຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID Mekong ARCC). ເຊິ່ງລະບົບນ້ຳໃໝ່ນີ້ໄດ້ຊ່ວຍໃຫ້ໝູ່ບ້ານມີນ້ຳໃຊ້ຢ່າງທົ່ວເຖິງ, ພ້ອມທັງເພີ່ມຂີດຄວາມສາມາດໃຫ້ແກ່ຊຸມຊົນໃນການຕ້ານຮັບມືກັບຜົນກະທົບທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ. ອີງຕາມການສຶກສາດ້ານການປ່ຽນແປງຂອງດິນຟ້າອາກາດຂອງ USAID ໃນປີ 2013 ມີແນວໂນ້ມວ່າແຂວງຄຳມ່ວນຈະປະສົບພາວະອຸຫະພູມ ແລະ ປະລິມານນ້ຳຝົນທີ່ເພີ່ມຂຶ້ນພາຍໃນປີ 2050. ນອກຈາກນັ້ນ, ເຫດການຕ່າງໆທາງທຳມະຊາດເຊັ່ນ: ໄພແຫ້ງແລ້ງທີ່ກຳລັງເກີດຂຶ້ນໃນເຂດລຸ່ມແມ່ນ້ຳຂອງ ແລະ ຍັງຄາດວ່າຈະມີແນວໂນ້ມທີ່ເພີ່ມຂຶ້ນໃນອະນາຄົດກໍ່ເປັນປັດໃຈທີ່ສ້າງຜົນກະທົບຫຼາຍແກ່ຊຸມຊົນເຂດຊົນນະບົດຫ່າງໄກຊອກຫລີກ. ເຊິ່ງຜ່ານມາໄດ້ມີລາຍງານກ່ຽວກັບບັນຫາພາວະຂາດແຄນນ້ຳຂອງບັນດາໝູ່ບ້ານໃນເຂດຊົນນະບົດໃນແຂວງຄຳມ່ວນ, ເຊິ່ງເປັນຜົນສະຖ້ອນມາຈາກການປ່ຽນແປງຂອງດິນຟ້າອາກາດ. ເນື່ອງຈາກວ່່າໃນເຂດຊົນນະບົດແມ່ຍິງມັກເປັນຜູ້ອອກໄປຕັກນ້ຳ. ດັງນັ້ນ, ລະບົບການສະໜອງນ້ຳຈິ່ງໄດ້ຖືກສ້າງຂຶ້ນໃຫ້ມີຄວາມແທບເໝາະໃນການໄປເອົານ້ຳໄດ້ຈາກກັອກນ້ຳຊຸມຊົມທີ່ຢູ່ໃກ້ບ້ານໂດຍບໍ່ຕ້ອງຍ່າງໄປກັບໃນໄລຍະທາງຫລາຍກິໂລແມັດສອງຖ້ຽວຕໍ່ມື້ເພື່ອຈະໄປຫາແຫລ່ງນ້ຳໂດຍສະເພາະໃນລະດູແລ້ງ.
ອ່ານເພີ່ມເຕີມ»
By inthaphoneh | 25 ເດືອນພຶດສະພາ, 2016 | ປະເພດ: ຂ່າວ
ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດການພົບປະສອງຝ່າຍຄັ້ງທີ 7 ຂຶ້ນໃນວັນທີ 6 ພຶດສະພາ ທີ່ວຽງຈັນ. ຄະນະຜູ້ແທນສະຫະລັດອາເມລິການຳໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Daniel Russel ພ້ອມດ້ວຍບັນດາເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ. ໃນຊ່ວງໄລຍະການປຶກສາຫາລື, ທ່ານລັດຖະມົນຕີຊ່ວຍ Russel ແລະ ຮອງລັດຖະມົນຕີການຕ່າງປະເທດຂອງ ສປປ ລາວ ທ່ານ ແສງເພັດ ຮຸ່ງບຸນຍວງ ເຫັນດີວ່າ ສາຍພົວພັນລະຫວ່າງອາເມລິກາ ແລະ ສປປ ລາວ ມີຄວາມເຂັ້ມແຂງຫຼາຍກວ່າທີ່ມີມາ. ເຈົ້າໜ້າທີ່ທັງສອງຝ່າຍໄດ້ຫາລືກ່ຽວກັບ ຄວາມໝາຍສຳຄັນການມາຢ້ຽມຢາມທີ່ຈະມາເຖິງຂອງປະທານາທິບໍດີ Barrack Obama ໃນເດືອນກັນຍາ ຊຶ່ງຈະເປັນການມາຢ້ຽມຢາມ ສປປ ລາວຄັ້ງທຳອິດຂອງປະທານາທິບໍດີສະຫະລັດອາເມລິກາ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ແລະ ກາລະໂອກາດທີ່ ສປປ ລາວຈະໄດ້ຮັບໃນການຕ້ອນຮັບບັນດາຜູ້ນຳລະດັບໂລກມາເຂົ້າຮ່ວມກອງປະຊຸມອາຊຽນ ແລະ ອາຊີຕາເວັນອອກໃນປີນີ້. ລັດຖະມົນຕີຊ່ວຍ Russel ໄດ້ຢືນຢັນຄືນຄວາມຕັ້ງໃຈຂອງສະຫະລັດອາເມລິກາໃຫ້ການຊ່ວຍເຫຼືອ ສປປ …
ອ່ານເພີ່ມເຕີມ»
By inthaphoneh | 13 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ