ຢູເຄຣນ ຕໍ່ສູ້ກັບຜູ້ກັບຮຸກຮານລັດເຊຍມາເປັນເວລາເກືອບ 80 ມື້ແລ້ວ
ລັດເຊີຍ ສືບຕໍ່ຍິງລູກສອນໄຟ ແລະ ລູກລະເບີດໃສ່ ຖານທັບທະຫານ ແລະ ເຮືອນຂອງປະຊາຊົນທົ່ວຢູເຄຣນ. ບໍ່ມີສັນຍານວ່າລັດເຊຍພ້ອມທີ່ຈະຢຸດຕິສົງຄາມ. ຝ່າຍລັດເຊຍປະເຊີນໜ້າກັບຄວາມພ່າຍແພ້ຢູ່ບາງເຂດຂອງຢູເຄຣນ ແຕ່ກອງທັບທະຫານຂອງລັດເຊຍ ກໍ່ຈັດຕັ້ງຄືນໃໝ່ ແລະ ເພີ່ມທະວີການຍັບກ້າວເຂົ້າສູ່ດິນແດນຂອງຢູເຄຣນ. ໃນເວລານີ້, ເຮືອຮົບຂອງລັດເຊຍຢູ່ໃນທະເລດຳ ແລະ ທະເລອາຊອບ ໄດ້ປິດລ້ອມຊາຍຝັ່ງຂອງ ຢູເຄຣນ ເພື່ອ ຍິງສະໜັບສະໜູນ ກອງທັບບົກຂອງລັດເຊຍ. ຢ່າງໜ້ອຍມີກຳປັ່ນ ຈຳນວນ 6 ລຳ ແລະ ເຮືອດຳນ້ຳ ອີກຈຳນວນ 2 ລຳ ໄດ້ຖືກສົ່ງໄປທະເລດຳ, ພ້ອມດ້ວຍລູກສອນໄຟນຳວິຖີ ຈະນວນເຖິງ 50 ລຳ ທີ່ກຽມພ້ອມສຳລັບການໂຈມຕີ. ລະເບີດຝັງດິນທີີ່ເລື່ອນໄປມາໄດ້ ທີ່ຖືກລັດເຊຍຍືດໄດ້ ຢູ່ໄຄຣເມຍ ໃນປີ 2014 ຖືກປ່ອຍອອກມາ ໃນປີ 2022, ພວມເປັນໄພຂົ່ມຂູ້ທີ່ຮ້າຍແຮງທີ່ສຸດ ຕໍ່ຄວາມປອດໄພຂອງເຮືອທັງໝົດເຫຼົ່ານີ້. ບໍ່ມີໃຜຊົມເຊີຍລັດເຊຍໃນຢູເຄຣນ. ຄວາມໂຫດຮ້າຍທີ່ກອງກຳລັງທະຫານລັດເຊຍໄດ້ກະທຳມີແຕ່ຈະເຮັດໃຫ້ຄວາມຮູ້ສືກຂອງຄົນທີ່ສະໜັບສະໜູນລັດເຊຍລຸດລົງ ໃຫ້ເຫຼືອໜ້ອຍລົງຮອດສູນເທົ່ານັ້ນ. ຢູ່ໃນບັນດາຕົວເມືອງທີ່ຢູ່ພາຍໃຕ້ການຄວບຄຸມຂອງທະຫານລັດເຊຍຊົ່ວຄາວນັ້ນ, ປະຊາຊົນຢູເຄຣນ ກຳລັງປະທ້ວງພວກເຂົາຢ່າງໜັກ ເຖິງວ່າຈະມີການຂົ່ມຂູ່ ແລະ …
ອ່ານເພີ່ມເຕີມ»