ຄໍາເຫັນ ກ່ຽວກັບ “ວິໄສທັດທາງດ້ານເສດຖະກິດໃນເຂດອິນໂດ-ປາຊີຟິກ ຂອງ ອາເມຣິກາ”
ທ່ານ Michael R. Pompeo, ລັດຖະມົນຕີກະຊວງການຕ່າງປະເທດ ກອງປະຊຸມທຸລະກິດອິນໂດ-ປາຊີຟິກ ກ່ຽວກັບ “ວິໄສທັດທາງດ້ານເສດຖະກິດໃນເຂດອິນໂດ-ປາຊີຟິກ ຂອງ ອາເມຣິກາ” ທ່ານ ລັດຖະມົນຕີ Pompeo: ຮຽນທຸກທ່ານ. ມີຄວາມຍິນດີທີ່ໄດ້ມາຢູ່ກັບພວກທ່ານ. ຂໍສະແດງຄວາມຂອບ ໃຈມາຍັງ ທ່ານ Tom ສໍາລັບການແນະນຳ. ຂໍຂອບໃຈສະພາການຄ້າ ແຫ່ງ ສະຫະລັດ ທີ່ໄດ້ຕ້ອນຮັບຂ້າພະເຈົ້າ ແລະ ໄດ້ຈັດກອງປະຊຸມທຸລະກິດອິນໂດ-ປາຊີຟິກທີ່ສໍາຄັນໃນຄັ້ງນີ້ເຊັ່ນດຽວກັນ. ຂ້າພະເຈົ້າແມ່ນມີຄວາມຍິນດີທີ່ໄດ້ພົບຜູ້ນໍາທາງທຸລະກິດອາເມຣິກາຫຼາຍທ່ານຢູ່ທີ່ນີ້ໃນມື້ນີ້. ຂ້າພະເຈົ້າໄດ້ເຮັດສິ່ງນີ້ເປັນເວລາດົນນານ – ເຊິ່ງຫຼາຍຄົນກໍໄດ້ລືມໄປແລ້ວວ່ານັ້ນເປັນສິ່ງທີ່ຂ້າພະເຈົ້າເຄີຍເຮັດໃນການດໍາລົງຊີວິດ ກ່ອນທີ່ຂ້າພະເຈົ້າຈະເສຍສະຕິ ແລະ ຫາສຽງເຂົ້າມາຢູ່ໃນລັດຖະສະພາ. ຂ້າພະເຈົ້າຮູ້ວ່າ ໃນທີ່ນີ້ແມ່ນມີບັນດາທ່ານ ທີ່ມາຈາກກະຊວງການຕ່າງປະເທດ ແລະ ຄະນະບໍລິຫານລັດຖະບານ. ຂ້າພະ ເຈົ້າຍັງເຫັນບັນດາທຸຕານຸທູດ ທີ່ປະຈໍາການຢູ່ປະເທດນີ້ ແລະ ທີ່ມາຈາກຕ່າງປະເທດ. ຕ້ອງຂໍຂອບໃຈທຸກໆທ່ານທີ່ມາສະ ຖານທີ່ແຫ່ງນີ້ ແລະ ສໍາລັບການຮ່ວມມືກັບສະຫະລັດ ແລະ ບັນດາທຸລະກິດຂອງພວກເຮົາ ເນື່ອງຈາກວ່າ ພວກເຮົາແມ່ນສະແຫວງຫາຄວາມຈະເລີນຮຸ່ງເຮືອງສໍາລັບປະຊາຊົນທົ່ວໂລກ. ຂ້າພະເຈົ້າຍັງຕ້ອງຂໍຂອບໃຈມາຍັງເພື່ອນຮ່ວມງານຂອງຂ້າພະເຈົ້າເຊັ່ນ ທ່ານ ລັດຖະມົນຕີ Ross, …
ອ່ານເພີ່ມເຕີມ»