ທ່ານຮູ້ບໍ່ວ່າ ຍຸງເປັນພາຫະນຳໂລກຕ່າງໆ? ເນື່ອງໃນວັນຍຸງໂລກ, ພວກເຮົາສະເຫຼີມສະຫຼອງການຮ່ວມມືຜ່ານຊາຍແດນໃນການຕ້ານກັບພະຍາດທີ່ມີຍຸງເປັນພາຫະ. ທີມງານທີ່ມີທັກສະສູງ (ນັກວິທະຍາສາດທີ່ສຶກສາເລື່ອງຍຸງ) ຈາກປະເທດໄທ ແລະ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມກ່ຽວກັບທັກສະ ແລະ ເຄື່ອງມືລ່າສຸດທີ່ຈຳເປັນໃນການສະໜັບສະໜູນເປົ້າໝາຍໃນຂົງເຂດພາກພື້ນໃນການກຳຈັດໄຂ້ມາເລເລຍ. ກອງປະຊຸມດັ່ງກ່າວ ຈັດໂດຍ Thai Division of Vector-Borne Diseases (DVBD) ພ້ອມກັບ ສຳນັກງານຮ່ວມມືລະຫວ່າງປະເທດແຫ່ງປະເທດໄທ (TICA) ແລະ U.S. President’s Malaria Initiative (PMI), ທີ່ນຳພາໂດຍອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດຮ່ວມກັບສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງສະຫະລັດອາເມລິກາ (CDC). #WorldMosquitoDay #EndMalaria ກົດທີ່ນີ້ ເພື່ອອ່ານເພີ່ມເຕີມ
ອ່ານເພີ່ມເຕີມ»
By U.S. Mission Laos | 18 ເດືອນສິງຫາ, 2023 | ປະເພດ: ບົດຂ່າວ
ລັດຖະບານ ສະຫະລັດອາເມລິກາ ແລະ ລັດຖະບານນອກແວ ສືບຕໍ່ຄຳໝັ້ນສັນຍາທີ່ມີມາແຕ່ຍາວນານ ໃນການສະໜັບສະໜູນຂະແໜງການກວດກູ້ລະເບີດທີ່ບໍ່ທັນແຕກ (ລບຕ) ໃນ ສປປ ລາວ, ໂດຍມອບທຶນຊ່ວຍເຫຼືອລ້າ ຫຼາຍກວ່າ 20,8 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ (ອົງການ ເອັນພີເອ) ເພື່ອສະໜັບສະໜູນໃນການປະຕິບັດງານ ສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ໃນ 4 ແຂວງພາກໃຕ້ ສປປ ລາວ. ໃນວັນທີ 29 ມະຖຸນາ 2023, ກະຊວງການຕ່າງປະເທດ ສປປ ລາວ ໄດ້ອອກຂໍ້ຕົກລົງອະນຸມັດ ບົດບັນທຶກຄວາມເຂົ້າໃຈ (MOU), ມີຜົນສັກສິດນັບແຕ່ວັນທີໄດ້ຮັບອະນຸມັດ ຈົນເຖິງ ວັນທີ 31 ຕຸລາ 2024. ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້, ອົງການ ເອັນພີເອ ຈະໄດ້ເພີ່ມຂີດຄວາມສາມາດໃນການສໍາລວດ ແລະ ກວດກູ້ ເປັນສອງເທົ່າ ແລະ ຈະໄດ້ມີການດໍາເນີນກິດຈະກໍາການໂຄສະນາສຶກສາຄວາມສ່ຽງໄພ ລບຕ ໃນແຂວງອັດຕະປື, …
ອ່ານເພີ່ມເຕີມ»
By U.S. Mission Laos | 27 ເດືອນກໍລະກົດ, 2023 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2023 – ອະນາຄົດຂອງການຂະຫຍາຍຕົວແບບຍືນຍົງຂອງຍານພາ ຫະນະໃນລາວ ຖືເປັນສິ່ງທີ່ຫລາຍພາກສ່ວນໃຫ້ຄວາມສົນໃຈ ຈຶ່ງກໍ່ໃຫ້ເກີດມີການຈັດກອງປະຊຸມເສວະນາຍານພາຫະນະໄຟຟ້າ ຄັ້ງທີ 2 ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນ ບັນດາພາກສ່ວນຜູ້ປະກອບການນຳຫນ້າທາງອຸດສາຫະກຳ, ຜູ້ປະກອບການລຸ້ນໃຫມ່ທີ່ມີຫົວຄິດປະດິດສ້າງ ແລະ ພາກສ່ວນວາງແຜນນະໂຍບາຍ. ໂດຍການສະໜັບສະໜູນ ຈາກ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ກອງປະຊຸມເສວະນານີ້ ແມ່ນຈັດຂື້ນ ໂດຍການເປັນເຈົ້າພາບຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບ ສະມາຄົມອຸດສາຫະກຳຍານພາຫະນະລາວ. ແລະ ກອງປະຊຸມເສວະນາດັ່ງກ່າວ ແນໃສ່ຊຸກຍູ້ນະວັດຕະກໍາຍານພາຫະນະໄຟຟ້າ ໃນລາວ ແລະ ການປູທາງໄປສູ່ອະນາຄົດສີຂຽວ ແລະ ຍືນຍົງ ເພື່ອຮັບມືກັບວິກິດການຈາກການປ່ຽນແປງດິນຟ້າອາກາດ. ສືບເນື່ອງມາຈາກ ກອງປະຊຸມຄັ້ງທໍາອິດໃນປີທີ່່ຜ່ານມາ, ກອງປະຊຸມເສວະນາຍານພາຫະນະໄຟຟ້າໃນລາວ ສ້າງເວທີສົນທະນາ ໃຫ້ແກ່ທຸກພາກສ່ວນໃນອຸດສາຫະກຳຍານພາຫະນະ ໂດຍສະເພາະລົດໄຟຟ້າ ເພື່ອປຶກສາຫາລື ແລກປ່ຽນຄິດເຫັນ ແລະ ຂໍ້ມູນຂ່າວສານ ເພື່ອສ້າງຄວາມເຂົ້າໃຈ ແລະ ເປົ້າໝາຍຮ່ວມກັນ. ກອງປະຊຸມເສວະນາ ປະກອບມີຫົວຂໍ້ສົນທະນາ ທີ່ຕິດພັນກ່ຽວກັບ ອຸດສາຫະກຳພາຫະນະ …
ອ່ານເພີ່ມເຕີມ»
By U.S. Mission Laos | 12 ເດືອນກໍລະກົດ, 2023 | ປະເພດ: ບົດຂ່າວ
ນະຄອບຫຼວງວຽງຈັນ, ວັນທີ 7 ມິຖຸນາ 2023 – ໃນມື້ນີ້, ສະຫະລັດອາເມລິກາ ໂດຍຜ່ານ ອົງການ USAID ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ (cold chain) ແລະ ອຸປະກອນໄອທີ ໃຫ້ແກ່ ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ຊື່ງເປັນຂິດໝາຍອັນສຳຄັນໃນການຮ່ວມມື ລະຫວ່າງ ທັງສອງປະເທດ ໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ແລະ ດ້ານ ສາທາລະນະສຸກ. ເຖິງວ່າ ກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ໄດ້ຫຼຸດລົງກໍ່ຕາມ, ພະຍາດດັ່ງກ່າວ ຍັງເປັນໄພຄຸກຄາມດ້ານສາທາລະນະສຸກ ເເລະ ຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ການພັດທະນາດ້ານ ເສດຖະກິດ-ສັງຄົມ ຂອງປະເທດ. ນອກນັ້ນ, ຄວາມເປັນໄປໄດ້ນັ້ນຂອງການເເພ່ລະບາດຢ່າງຮາຍເເຮງອິກຄັ້ງຂອງພະຍາດ ໂຄວິດ-19 ນັ້ນຍັງເປັນສາຍເຫດທີ່ ສປປ ລາວ ຕ້ອງເພີ່ມທະວີຄວາມສາມາດ ໃນການຈັດເກັບວັກຊີນ ແລະ ການສັກວັກຊີນ …
ອ່ານເພີ່ມເຕີມ»
By U.S. Mission Laos | 12 ເດືອນມີນາ, 2023 | ປະເພດ: ບົດຂ່າວ
ໃນວັນທີ 25 ເມສາ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຖານທູດສະຫະລັດອາເມລິກາ ປະຈໍານະຄອນຫຼວງວຽງຈັນ ແລະ ກະຊວງການຕ່າງປະເທດ ແຫ່ງສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜຸນຈັດກອງປະຊຸມທາງດ້ານວິຊາການ ກ່ຽວກັບແມ່ຍິງ ແລະ ຊັບສິນທາງປັນຍາ (IP) ພາຍໃຕ້ຫົວຂໍ້ ການສະເຫຼີມສະຫຼອງນະວັດຕະກຳ ແລະ ຫົວຄິດປະດິດສ້າງເພື່ອສົ່ງເສີມການປົກປ້ອງຄວາມເປັນມືອາຊີບທາງດ້ານຄວາມຄິດສ້າງສັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງຜູ້ທີ່ມີຄວາມຄິດສ້າງສັນ ຢູ່ ສປປ ລາວ. ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ) ທ່ານ ສັນຕິສຸກ ພູນສະຫວັດ, ປະທານສະມາຄົມຫັດຖະກຳລາວ, ທ່ານ ນາງ ສຸວິຕາ ປະເສີດ, ແລະ ຫົວໜ້າພະແນກ ການເມືອງ ແລະ ເສດຖະກິດ ແຫ່ງສະຖານທູດສະຫະລັດອາເມລິກາ, ທ່ານ ແດນ ໂອຮາຣາ ໄດ້ໃຫ້ກຽດເປັນປະທານຮ່ວມກອງປະຊຸມດັ່ງກ່າວ. ໃນນັ້ນກໍ່ໄດ້ມີການນຳສະເໜີກ່ຽວກັບຫົວຂໍ້ຕ່າງໆ ໂດຍຜູ້ຕາງໜ້າຈາກກົມຊັບສິນທາງປັນຍາ, ສູນສິລະປະພື້ນເມືອງ ແລະ ຊົນເຜົ່າແຂວງຫຼວງພະບາງ (TAEC) …
ອ່ານເພີ່ມເຕີມ»
By U.S. Mission Laos | 26 ເດືອນເມສາ, 2023 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານຮອງທູດ ແຊ່ເນິນ ແຟໂຣ ຈາກສະຖານທູດສະຫະລັດ ປະຈໍາ ສປປ ລາວ ແລະ ທ່ານ ພັນເອກ ລັດສະໝີ ໄຊຍະຄໍາ, ຫົວໜ້າກົມຕໍາຫຼວດສະກັ້ດກັ້ນ ແລະ ຕ້ານການຄ້າມະນຸດ ທັງເປັນຫົວໜ້າຫ້ອງການກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເປັນປະທານຮ່ວມ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ໃນວັນທີ 17, ມີນາ. ງານດັ່ງກ່າວ ປະກອບດ້ວຍ ການນໍາສະເໜີກ່ຽວກັບບົດລາຍງານການຄ້າມະນຸດ ຈາກ ຫ້ອງການຕິດຕາມ ແລະ ຕ້ານການຄ້າມະນຸດ ຂອງ ສະຫະລັດ ອາເມລິກາ ຢູ່ເມືອງ ວໍຊິງຕັນ ດີຊີ ແລະ ພາບລວມການຄ້າມະນຸດ ແລະ ຄວາມຄືບໜ້າວຽກງານການຕ້ານການຄ້າມະນຸດ ຢູ່ ສປປ ລາວ ນໍາສະເໜີໂດຍກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ແມ່ນກິດຈະກໍາທໍາອິດ ທີ່ສະຖານທູດ ແລະ ກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດຮ່ວມກັນ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 20 ເດືອນມີນາ, 2023 | ປະເພດ: ບົດຂ່າວ
ເປັນເວລາຄົບໜື່ງປີນັບຕັ້ງແຕ່ການເລີ້ມການບຸກໂຈມຕີຢູເຄຣນຢ່າງເຕັມຮູບແບບຂອງລັດເຊຍ ໜື່ງປີກ່ອນ, ຄວາມໜັ້ນຄົງໃນທົ່ວໂລກຖືກສັ່ນສະເທືອນຢ່າງໝັກ ເມື່ອລັດເຊຍເລີ່ມເຮັດສົງຄາມຢ່າງເຕັມຮູບແບບກັບຢູເຄຣນ. ການບຸກລຸກຢູເຄຣນຂອງລັດເຊຍເຮັດໃຫ້ພວກເຮົາທຸກຄົນຕັ້ງຄໍາຖາມວ່າ: ໂລກຈະກັບໄປສູ່ການປົກຄອງທີ່ໂຫດຮ້າຍຫຼືບໍ່, ຫຼື ສະມາຊິກຂອງອົງການສະຫະປະຊາຊາດສາມາດປົກປ້ອງຫຼັກການກົດບັດຂອງຕົນຫຼືບໍ່, ແລະ ນໍາເອົາລະບຽບກົດໝາຍກັບຄືນມາສູ່ການພົວພັນສາກົນ? ການຮັບປະກັນຄວາມໝັ້ນຄົງສໍາລັບປະເທດທີ່ຕ້ອງການສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຫຼາຍກວ່າຄວາມໂຫດຮ້າຍ ແລະ ສົງຄາມ ຍັງຈະມີຢູ່ບໍ່? ໃນຕອນເຊົ້າຂອງວັນທີ 24 ກຸມພາ 2022, ມີກຳລັງພົນຂອງທະຫານປະມານ 150,000 ຄົນ, ສະຫະພັນລັດເຊຍບຸກຢູເຄຣນ, ສົ່ງກອງກຳລັງຂ້າມຊາຍແດນ ແລະ ຂີປະນາວຸດລູກສອນໄຟໃສ່ເມືອງຫຼວງຄຽບ (Kyiv). ນັບແຕ່ນັ້ນມາ, ກອງທະຫານລັດເຊຍໄດ້ສັງຫານ ແລະ ເຮັດໃຫ້ພົນລະເຮືອນບາດເຈັບຫຼາຍກວ່າ 200,000 ຄົນ, ລວມທັງເດັກນ້ອຍຫຼາຍກວ່າ 1,000 ຄົນ. ພວກເຂົາໄດ້ສ້າງຄວາມເສຍຫາຍ ຫຼື ທຳລາຍພື້ນຖານໂຄງລ່າງ, ລວມທັງເຮືອນ, ໂຮງໝໍ, ໂຮງຮຽນ, ອາຄານທາງສາດສະໜາ ແລະ ສະຖານທີ່ວັດທະນະທຳ, ລວມທັງບອ່ນທີ່ຂື້ນທະບຽນໂດຍອົງການ UNESCO. ໜ່ວຍງານບັງຄັບໃຊ້ກົດໝາຍຂອງຢູເຄຮນ ກຳລັງສືບສວນອາຊະຍາກຳສົງຄາມ ແລະ ອາຊະຍາກຳການບຸກລຸກຂອງລັດເຊຍ 70,000 ຄະດີ …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນກຸມພາ, 2023 | ປະເພດ: ນະໂຍບາຍ, ບົດຂ່າວ
ນະຄອນຫຼວງວຽງຈັນ, ວັນທີ 3 ກຸມພາ 2023 – ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໄດ້ເປີດຕົວໂຄງການໃໝ່ທີ່ມີໄລຍະເວລາ 5 ປີ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດໂດຍສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເຈເອສໄອ (JSI) ຮ່ວມກັບ ກະຊວງສາທາລະນະສຸກ ແລະ ຈະຈັດຕັ້ງປະຕິບັດຢູ່ໃນ 24 ເມືອງ ຂອງ 5 ແຂວງຄື: ແຂວງຜົ້ງສາລີ , ອຸດົມໄຊ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ. ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ Brian Mulligan, ຫົວໜ້າໂຄງການເຈເອສໄອ ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂດຍການເຂົ້າເປັນປະທານ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກຸມພາ, 2023 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 28 ທັນວາ 2022 ທີ່ນະຄອນຫຼວງວຽງຈັນ, ສະຖານທູດສະຫະລັດອາເມລິກາ ປະຈຳລາວ ແລະ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ຮ່ວມລົງນາມ ເຊັນສັນຍາຮ່ວມມືໂຄງການຄູສອນພາສາອັງກິດ ໃນໄລຍະເວລາ3ປີ (2022 – 2025) ເພື່ອນຳເອົາຜູ້ຊ່ວຍຄູສອນພາສາອັງກິດ ຈຳນວນ 12 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ ຈຳນວນ 5 ທ່ານຈາກສະຫະລັດອາເມລິກາ ເພື່ອມາສິດສອນ ໃນ ສປປ ລາວ. ຜູ້ຊ່ວຍຄູສອນພາສາອັງກິດ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ ເຊິ່ງເປັນເຈົ້າຂອງພາສາ ຈະໄດ້ປະກອບສ່ວນໂດຍກົງໃນຫ້ອງຮຽນໃນແຕ່ລະວັນ, ຊ່ວຍປັປປຸງແລະພັດທະນາຫຼັກສູດການຮຽນການສອນ, ສົ່ງເສີມຜູ້ທີ່ສິດສອນ ຢູ່ໃນ ສປປ ລາວ ລວມໄປເຖິງຄູອາອາຈານທີ່ສອນພາສາອັງກິດ ແລະ ນັກສຶກສາ. ຂໍ້ຕົກລົງສະບັບນີ້ໄດ້ຮັບການສຶບຕໍ່ສັນຍາຈາກ ການໂຄງການ Fulbright English Teaching Assistant …
ອ່ານເພີ່ມເຕີມ»
By U.S. Mission Laos | 6 ເດືອນມັງກອນ, 2023 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ປະເທດສະຫະລັດອາເມລິກາ ສືບຕໍ່ການສະໜັບສະໜູນ ໃຫ້ແກ່ ສປປ ລາວ ໃນການຕໍ່ສູ້ກັບ ມາລາເລຍ. ໃນວັນທີ 5 ມັງກອນ 2023, ທ່ານ ດຣ. ເຄວິນ ສະມິດ, ຮັກສາການ ຜູ້ຕ່າງໜ້າອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ ຫຼື USAID ໄດ້ມອບມຸ້ງເຄືອບຢາຍາວນານ ຈໍານວນ 70,000 ດາງ, ມູນຄ່າ 133,000 ໂດລາສະຫະລັດ ແລະ ອຸປະກອນ ຫ້ອງວິເຄາະ ແມງໄມ້ວິທະຍາ ມູນຄ່າລວມກັນ 27,486 ດອນລ້າ ສະຫະລັດ ໃຫ້ແກ່ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດທະມົນຕີກະຊວງສາທາລະນະສຸກ ໃນພິທີມອບຮັບ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ອຸປະກອນ ມູນຄ່າລວມ 160 486 ນີ້ແມ່ນສ່ວນໜຶ່ງຂອງການສືບຕໍ່ຊ່ວຍເຫຼືອຂອງ ສ. …
ອ່ານເພີ່ມເຕີມ»
By U.S. Mission Laos | 5 ເດືອນມັງກອນ, 2023 | ປະເພດ: ບົດຂ່າວ
ວັນທີ 15 ພະຈິກ 2022, ນະຄອນຫຼວງວຽງຈັນ, ສປປ ລາວ: ມື້ນີ້ ທີ່ນະຄອນຫຼວງວຽງຈັນ, ດຣ. ປີເຕີ ເອັມ. ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ດຣ. ຢູ ລີ ປາກ, ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມອບອຸປະກອນການແພດ ມູນຄ່າ 2 ລ້ານ ໂດລາສະຫະລັດ ໃຫ້ແກ່ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ອຸປະກອນດັ່ງກ່າວ ປະກອບມີ ອຸປະກອນການປ້ອງກັນພະຍາດ ແລະ ອຸປະກອນການແພດ, ຢາ, ຊຸດກວດພະຍາດໂຄວິດ–19, ອົກຊີແຊນ, ຄອມພິວເຕີ ແລະ ແທັບເລັດ, ເຊິ່ງເປັນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງຂອງ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການອະນາໄມໂລກ (WHO) ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 …
ອ່ານເພີ່ມເຕີມ»
By U.S. Mission Laos | 16 ເດືອນພະຈິກ, 2022 | ປະເພດ: ບົດຂ່າວ
ໃນວັນທີ 14 ຕຸລາ 2022, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມມືສອງຝ່າຍແບບກວມລວມ ທີ່ ນະຄອນຫຼວງວຽງຈັນ ໂດຍໄດ້ປຶກສາຫາລືເຖິງທິດທາງໃນການຂະຫຍາຍຂອບການຮ່ວມມືຂອງສອງຝ່າຍ. ຄະນະຜູ້ແທນຝ່າຍ ສປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນຂະນະທີ່ ຄະນະຜູ້ແທນຝ່າຍ ສະຫະລັດ ແມ່ນນຳພາໂດຍ ທ່ານ ແດນຽວ ຄຣິດເຕິນບຣິ້ງ, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ຊີ້ນຳຂົງເຂດວຽກງານ ອາຊີຕາເວັນອອກ ແລະ ປາຊີຟິກ ແລະ ທ່ານ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ. ທັງສອງຝ່າຍໄດ້ຢໍ້າຄືນ ເຖິງຄວາມໝາຍໝັ້ນທີ່ຈະຂະຫຍາຍການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ພາຍໃຕ້ຂອບການເປັນຄູ່ຮ່ວມມືແບບກວມລວມ ເຊິ່ງໄດ້ປະກາດຢ່າງເປັນທາງການທີ່ ນະຄອນຫຼວງວຽງຈັນ ລະຫວ່າງການຢ້ຽມຢາມ ສປປ ລາວ ຂອງ ອະດີດປະທານນາທິບໍດີ …
ອ່ານເພີ່ມເຕີມ»
By U.S. Mission Laos | 17 ເດືອນຕຸລາ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສ.ປ.ປ. ລາວ — ທ່ານອຸປະທູດ ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ຈອຍ ຊາກຸໄລ ໄດ້ເຂົ້າຮ່ວມເປັນປະທານຮ່ວມ ກັບ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບໃບຢັ້ງຢືນຈົບຫຼັກສູດອົບຮົມລະບາດວິທະຍາພາກສະໜາມ ລຸ້ນທີ 13. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມ ຄຣາວພາຊາ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ. ຢິງ ລູ ໂຣ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າຫຼັກສູດລະບາດວິທະຍາພາກສະໜາມ ລາວ/ຫົວໜ້າກົມຄວບຄຸມພະຍາດຕິດຕໍ່. ແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມສະໜັບສະໜຸນໂດຍ ອົງການປ້ອງກັນ ຫຼຸດຜ່ອນໄພຂົ່ມຂູ່ ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ເລີ່ມແຕ່ປີ 2009 ພາຍໃຕ້ການບໍລິຫານຂອງ …
ອ່ານເພີ່ມເຕີມ»
By U.S. Mission Laos | 6 ເດືອນກໍລະກົດ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2022 – ໃນມື້ນີ້, ອົງການພັດທະນາສາກົນຂອງ ສະຫະລັດອາເມລິກາ (USAID) ໄດ້ມອບອຸປະກອນລະບົບຄວາມເຢັນເກັບຮັກສາວັກຊີນ ເເລະ ອຸປະກອນໄອທີ ມູນຄ່າປະມານ 150,000 ໂດລາສະຫະລັດ ໃຫ້ເເກ່ ກະຊວງສາທາລະນະສຸກ ຢ່າງເປັນທາງການ ເພື່ອຊ່ວຍຜັນຂະຫຍາຍວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍສະເພາະໃນຊຸມຊົນຫ່າງໄກສອກຫຼີກ. ພິທີມອບຮັບອຸປະກອນດັ່ງກ່າວ, ເຊີ່ງສະໜັບສະໜູນໂດຍ ອົງການຢູນິເຊັບ, ເເມ່ນໄດ້ຈັດຂຶ້ນທີ່ ຫ້ອງການໂຄງການສັກຢາກັນພະຍາດແຫ່ງຊາດ ເເລະ ເຂົ້າຮ່ວມໂດຍ ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ທ່ານ ຄາເລີນ ຮີວ, ວ່າການເເທນຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ເເລະ ທ່ານນາງ ຣິເອະ ທາເຄຊຶ, ວ່າການເເທນຫົວຫນ້າ ພະແນກ ສຸຂະພາບ, …
ອ່ານເພີ່ມເຕີມ»
By U.S. Mission Laos | 29 ເດືອນມີນາ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ— ໃນວັນທີ 14 ມິຖຸນາ, ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ປອ. ປີເຕີ ເອັມ ເຮມ໋ອນ ໄດ້ເຂົ້າຮ່ວມກັບຜູ້ອຳນວຍການໃຫຍ່ຂອງອົງການຮັບຜິດຊອບຊະເລີຍເສິກ ແລະ ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ຂອງກະຊວງປ້ອງກັນປະເທດສະຫະລັດອາເມລິກາ ຫຼື ເອີ້ນຫຍໍ້ວ່າ (DPAA), ທ່ານ ແຄລລີ່ ເຄ. ແມັກເຄຍ, ໂດຍມີການພົບປະສຳຄັນກັບຜູ້ນຳຂັ້ນສູງຂອງກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ສປປ ລາວ ຊຶ່ງໄດ້ເນັ້ນເຖິງຄວາມພະຍາຍາມຂອງທັງສອງຝ່າຍ (ສະຫະລັດ – ລາວ) ໃນການແກ້ໄຂບັນຫາມະນຸດສະທຳຂອງທະຫານອາເມລິກາທີ່ເສຍຊີວິດຢູ່ລາວໃນປາງສົງຄາມອິນດູຈີນ. ລັດຖະບານ ສະຫະລັດພ້ອມດ້ວຍລັດຖະບານ ສປປ ລາວ ໄດ້ເຮັດວຽກ ຮ່ວມກັນ ຢ່າງໃກ້ຊິດ ເປັນເວລາກວ່າ 37 ປີ ໃນວຽກງານດ້ານມະນຸດສະທຳ ເພື່ອຊອກຫາ ແລະ ຂຸດຄົ້ນທະຫານອະເມລິກາທີ່ຫາຍສາບສູນໃນປາງສົງຄາມ. ນັບແຕ່ປີ 1985 ເປັນຕົ້ນມາ, ລັດຖະບານທັງສອງຝ່າຍ ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມລິກາຈຳນວນ …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນມີນາ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ອິໂຊເບວ ໂຄນແມ່ນ, ຮອງຜູ້ບໍລິຫານດ້ານນະໂຍບາຍແລະແຜນໂຄງການຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ ຫຼື USAID, ໄດ້ຢ້ຽມຢາມ ສປປ ລາວ ໃນຄັ້ງວັນທີ 13-14 ພຶດສະພາ 2022. ການຢ້ຽມຢາມຄັ້ງນີ້ແມ່ນເນັ້ນໃຫ້ເຫັນຄວາມມຸ່ງໝັ້ນຂອງອົງການ USAID ພາຍໃຕ້ ກອບການຮ່ວມມືແບບກວມລວມ ລາວ-ອາເມລິກາ ເຊິ່ງລິເລີ່ມໂດຍປະທານາທິບໍດີ ບາລັກ ໂອບາມາ ແລະ ທ່ານ ບຸນຍັງ ວໍລະຈິດ ໃນປີ 2016. ກອບການຮ່ວມມືແບບກວມລວມ ລາວ-ອາເມລິກາ ແມ່ນບົນພື້ນຖານຂອງຈຸດປະສົງ ແລະ ຄວາມມຸ່ງໝັ້ນຮ່ວມກັນເພື່ອສ້າງພື້ນຖານສຳລັບອານະຄົດ. ນັບຕັ້ງແຕ່ນັ້ນມາ, ສະຫະລັດອາເມລິກາ ແລະ ສປປ ລາວ ແມ່ນໄດ້ເພີ່ມການຮ່ວມມືທາງດ້ານວຽກງານການພັດທະນາຢ່າງຫຼວງຫຼາຍໃນຫຼາຍຂົງເຂດ ເຊັ່ນ: ວຽກງານສາທາລະນະສຸກ, ການສຶກສາ, ວຽກງານການບໍລິຫານປົກຄອງ, ການເຕີບໂຕຂອງເສດຖະກິດ, ພະລັງງານ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ວ່າງບໍ່ດົນມານີ້, ສ. ອາເມລິກາ ແລະ ສປປ …
ອ່ານເພີ່ມເຕີມ»
By U.S. Mission Laos | 17 ເດືອນພຶດສະພາ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ດຣ. ອິສໂຊເບວ ໂຄແມນ, ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະກາດທຶນຊ່ວຍເຫຼືອມູນຄ່າ 5.6 ລ້ານໂດລາສະຫະລັດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ລະບົບການສຶກສາ ແລະ ເສດຖະກິດ ໃນວັນທີ 13 ພຶດສະພາ 2022. ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ເນັ້ນໃຫ້ເຫັນການສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍເນັ້ນໃຊ່ທຸລະກິດຂອງແມ່ຍິງ ໂດຍການປະກາດທຶນຟື້ນຟູເສດຖະກິດມູນຄ່າ 3ລ້ານໂດລາ ໃຫ້ແກ່ໂຄງການໂຄງການ ສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ. ໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍ ທະນາຄານໂລກ, ໂດຍສະໜັບສະໜູນທຶນໂດຍ ທະນາຄານໂລກ, ອົງການ USAID, ປະເທດອົສຕາລີ ແລະ ໄອແຣນ. ທຶນດັ່ງກ່າວຈະສະໜັບສະໜູນສປປລາວ ໃນການພັດທະນາສີ່ງແວດລ້ອມເພື່ອເອື້ອອຳນວຍໃຫ້ແກ່ທຸລະກິດ ແລະ ຊ່ວຍບັນກາຫົວໜ່ວຍທຸລະກິດໃນການຟື້ນຟູຈາກພະຍາດໂຄວິດ-19. ການຊ່ວຍເຫຼືອນີ້ ແມ່ນຄາດວ່າ ຈະເຮັດໃຫ້ເກີດມີການລົງທຶນ, …
ອ່ານເພີ່ມເຕີມ»
By U.S. Mission Laos | 13 ເດືອນພຶດສະພາ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ວັນທີ 20 ເມສາ 2022, ທ່ານ ປ.ອ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ພ້ອມດ້ວຍ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເພື່ອເປີດຫ້ອງຝຶກອົບຮົມຍົກລະດັບວິຊາການດ້ານການແພດຟື້ນຟູໜ້າທີ່ການ ທີ່ສູນການແພດຟື້ນຟູໜ້າທີ່ການ (ສຟຟ). ນອກຈາກນີ້, ໃນພິທີດັ່ງກ່າວຍັງເປັນການມອບ – ຮັບ ອຸປະກອນດ້ານການແພດຟື້ນຟູໜ້າທີ່ການໃຫ້ກັບ ສຟຟ ແລະ ກະຊວງສາທາລະນະສຸກຢ່າງເປັນທາງການ. ທ່ານ ປ.ອ ປີເຕີ ເຮມ໋ອນ ກ່າວວ່າ: ການຊ່ວຍເຫຼືອດ້ານສຸຂະພາບ ແລະ ຄວາມພິການ ແມ່ນພາກສ່ວນສຳຄັນໃນການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ສະຫະລັດອາເມລິກາ ຫວັງເປັນຢ່າງຍິ່ງວ່າ ພວກເຮົາຈະໄດ້ສືບຕໍ່ໃຫ້ການ ສະໜັບສະໜູນ ສຟຟ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດທີ່ໄດ້ມາດຕະຖານສາກົນ. ພວກເຮົາມີຄວາມພູມໃຈທີ່ໄດ້ສະໜອງ …
ອ່ານເພີ່ມເຕີມ»
By U.S. Mission Laos | 22 ເດືອນເມສາ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 16-18 ເດືອນ ມີນາ 2022, ສະຖານທູດສະຫະລັດ ອາເມລິກາ ໄດ້ຈັດຝຶກອົບຮົມ ຢູ່ທີ່ນະຄອນຫຼວງພະບາງ ເປັນເວລາ ສາມວັນ ໃນຫົວຂໍ້ ທັກສະວິຊາການໃນການກວດກາເອກະສານເດີນທາງເຂົ້າ-ອອກເມືອງໃຫ້ມີຄວາມປອດໄພ ໃຫ້ແກ່ເຈົ້າໜ້າທີ່ພາສີ ຈາກບັນດາແຂວງພາກເໜືອ ແລະ ພະນັກງານປ້ອງກັນຄວາມປອດໄພກົມການບິນພົນລະເຮືອນ. ງານຝຶກອົບຮົມໄດ້ມີການເຂົ້າຮ່ວມເປັນປະທານຂອງ ທ່ານ ອຽນ ນໍຣີສ, ຫົວຫນ້າພະແນກຮັກສາຄວາມປອດໄພ, ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານ ສົມພົນ ສີຍາວົງ, ຫົວຫນ້າພະແນກປ້ອງກັນຄວາມປອດໄພ, ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ທ່ານ ພຸດທະນິກອນ ເຄນນະວົງ, ຫົວຫນ້າພະແນກຮ່ວມມືສາກົນ, ກົມພາສີ, ກະຊວງການເງິນ. ໃນໄລຍະການຝຶກອົບຮົມ, ບັນດາເຈົ້າໜ້າທີ່ໄດ້ຮຽນຮູ້ທັກສະທີ່ສຳຄັນເຊັ່ນ: ການສັງເກດ ແລະ ກວດກາ ເອກະສານທີ່ປອມແປງ, ການສັງເກດລັກສະນະຜູ້ແອບແຝງ, ບັນດາສັນຍານບົ່ງບອກເຖີງການຄ້າມະນຸດ ທີ່ອາດພົບເຫັນໄດ້ໃນບັນດາດ່ານສາກົນ. ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພຕາມຊາຍແດນ …
ອ່ານເພີ່ມເຕີມ»
By U.S. Mission Laos | 18 ເດືອນມີນາ, 2022 | ປະເພດ: ບົດຂ່າວ
ທີ່ນະຄອນຫລວງວຽງຈັນ, ສປປ ລາວ – ກ່ອນອື່ນ ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງກະຊວງການຕ່າງປະເທດ ທີ່ໄດ້ອຳນວຍຄວາມສະດວກໃນການເຂົ້າຮ່ວມຂອງສື່ມວນຊົນໃນມື້ນີ້, ແລະ ພວກຂ້າພະເຈົ້າກໍ່ຂໍຂອບໃຈບັນດາຜູ້ຕາງໜ້າຈາກສຳນັກງານຂ່າວສານຕ່າງທີ່ໄດ້ມາເຕົ້າໂຮມກັນໃນມື້ນີ້. ໃນອາທິດທີ່ຜ່ານມາ, ຜູ້ຕາງໜ້າຈາກສະຖານທູດຣັດເຊຍ ໄດ້ເຮັດໃຫ້ປະຊາຊົນລາວຕົກຢູ່ໃນກະແສຖືກຕົວະຍົວະຫລອກຫລວງ ແລະ ມີການບິດເບືອນຂໍ້ມູນກ່ຽວກັບການຮຸກຮານທີ່ຜິດກົດໝາຍຕໍ່ປະເທດອູແກຣນ. ໃນມື້ນິ້, ສະຖານທູດສະຫະລັດອາເມລິກາ ຕ້ອງການໃຫ້ຂໍ້ມູນທີ່ເປັນຄວາມຈິງກ່ຽວກັບການເລືອກເຮັດສົງຄາມຂອງປະທານາທິບໍດີ ປູຕິນ. ແລະ ນີ້ແມ່ນຄວາມຈິງພື້ນຖານ: ຣັດເຊຍ ແມ່ນກຳລັງດຳເນີນການໂຈມຕີທີ່ຕົນເອງໄດ້ຕຶກຕອງໄວ້ກ່ອນລ່ວງໜ້າແລ້ວ, ເປັນການໂຈມຕີທີ່ບໍ່ມີເຫດຜົນ ແລະ ບໍ່ຍຸດຕິທຳ ຕໍ່ອູແກຣນ, ເຊິ່ງເປັນການລະເມີດຕໍ່ກົດໝາຍລະຫວ່າງປະເທດ ແລະ ໄດ້ກໍ່ໃຫ້ເກີດວິກິດດ້ານສິດທິມະນຸດ ແລະ ມະນຸດສະທຳ. ສົງຄາມທີ່ເກີດຂື້ນໃນ ອູແກຣນ ແມ່ນສົງຄາມທີ່ຣັດເຊຍໄດ້ເລືອກທີ່ຈະເຮັດ, ໂດຍໄດ້ປະຕິເສດຄວາມພະຍາຍາມໃນການເຈລະຈາທາງການທູດແບບສັນຕິວິທີ ຫລາຍຕໍ່ຫລາຍຄັ້ງ. ທາງເລືອກໃນການເຮັດສົງຄາມຂອງປະທານາທິບໍດີ ປູຕິນ ໄດ້ບີບບັງຄັບໃຫ້ປະຊາຊົນອູແກຣນຈຳນວນຫລາຍລ້ານຄົນຕ້ອງໄດ້ປົບໜີ, ພົນລະເຮືອນຫລາຍພັນຄົນທີ່ບໍ່ມີຄວາມຜິດ, ລວມທັງເດັກນ້ອຍຈຳນວນຫລວງຫລາຍໄດ້ເສຍຊີວິດ ແລະ ຈຳນວນເພີ່ມຂື້ນໃນທຸກໆມື້ ທີ່ສົງຄາມນີ້ຍັງຄົງດຳເນີນຕໍ່ໄປ. ຣັດເຊຍ ພາຍໃຕ້ການຊີ້ນຳຂອງປະທານາທິບໍດີ ປູຕິນ ວາລາດີເມຍ ຈະສ້າງເລື່ອງທີ່ບໍ່ມີມູນຄວາມຈິງ ອັນຈຳເປັນໃນທຸກຮູບແບບ ເພື່ອຫັນຄວາມສົນໃຈຈາກການເລືອກເຮັດສົງຄາມທີ່ລົ້ມເຫລວຂອງຕົນ. ຂ້າພະເຈົ້າຂໍເນັ້ນໃຫ້ເຫັນເຖິງການອ້າງທີ່ບໍ່ມີມູນຄວາມຈິງ ໜຶ່ງຢ່າງ ໂດຍສະເພາະແມ່ນ: ການກ່າວຫາທີ່ບໍ່ຖືກຕ້ອງ …
ອ່ານເພີ່ມເຕີມ»
By U.S. Mission Laos | 15 ເດືອນມີນາ, 2022 | ປະເພດ: ບົດຂ່າວ
ໂດຍ ທ່ານ ນາງ ອີນາ ມາຈູລິໂອນີແຕແລະ ປອ. ປີເຕີ ເຮມ໋ອນ ໃນວັນທີ 24 ເດືອນກຸມພາ ທີ່ຜ່ານມາ, ປະທານາທິບໍດີ ປູຕິນ ວາລາດີເມຍ ຂອງປະເທດຣັດເຊຍ ໄດ້ມີຄຳສັ່ງໃຫ້ໂຈມຕີ ປະເທດຢູເຄຣນ ຢ່າງບໍ່ຍຸຕິທຳ ແລະ ບໍ່ມີເຫດຜົນ ດ້ວຍກອງກຳລັງທະຫານຂອງຣັດເຊຍ. ການເລືອກເຮັດສົງຄາມທີ່ໄດ້ຕຶກຕອງໄວ້ລ່ວງໜ້າໃນຄັ້ງນີ້ ຈະນຳໄປສູ່ການສູນເສຍທາງຊີວິດ ແລະ ຄວາມທຸກທໍລະມານຂອງມວນມະນຸດ. ຣັດເຊຍພຽງຜູ້ດຽວຈະຕ້ອງຮັບຜິດຊອບຕໍ່ການສູນເສຍທາງຊີວິດ ແລະ ການທຳລາຍລ້າງໂຈມຕີ. ພວກເຮົາຂໍປະນາມໃນເງື່ອນໄຂທີ່ຮຸນແຮງທີ່ສຸດຂອງການບຸກໂຈມຕີທາງທະຫານຂອງຣັດເຊຍ ຕໍ່ຢູເຄຣນ. ການໃຊ້ກຳລັງຮຸນແຮງ ແລະ ການບີບບັງຄັບເຊັ່ນນີ້ບໍ່ຄວນມີໃນສັດຕະວັດທີ 21. ຣັດເຊຍ ໄດ້ເພີກເສີຍຕໍ່ການສະເໜີທາງການທູດຫລາຍຕໍ່ຫລາຍຄັ້ງ, ລວມເຖິງການເຈລະຈາເພື່ອແກ້ໄຂຂໍ້ຂັດແຍ່ງລະຫວ່າງຜູ້ນຳສີ່ປະເທດ ໃນຮູບແບບ Normandy ແລະ OSCE ກຸ່ມທະວີພາຄີ ບົນພື້ນຖານຂໍ້ຕົກລົງຂອງນະຄອນ Minsk, ທີ່ໄດ້ຮັບຮອງຢ່າງເປັນເອກະພາບໂດຍສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ . ພວກຂ້າພະເຈົ້າຮຽກຮ້ອງໃຫ້ຣັດເຊຍຢຸດຕິການປະທະກັນໃນທັນທີ, ໃຫ້ຖອນກອງກຳລັງທະຫານຂອງຕົນອອກຈາກຢູເຄຣນ, ແລະ ເຄົາລົບຜືນແຜ່ນດິນອັນຄົບຖ້ວນ, ອະທິປະໄຕ ແລະ ເອກະລາດຂອງປະເທດຢູເຄຣນ. ພວກເຮົາມີໜ້າທີ່ຕ້ອງເວົ້າ …
ອ່ານເພີ່ມເຕີມ»
By U.S. Mission Laos | 4 ເດືອນມີນາ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານ ໄມໂຄ ຣອນນິ້ງ, ຜູ້ຕ່າງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID, ໄດ້ມອບມຸ້ງເຄືອບຢາຍາວນານ ຈໍານວນ 220,314 ດາງ, ມູນຄ່າ 416,393 ໂດລາສະຫະລັດ ໃຫ້ແກ່ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດທະມົນຕີກະຊວງສາທາລະນະສຸກ, ໃນພິທີມອບຮັບ ເຊິ່ງຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 25 ກຸມພາ 2022. ນີ້ແມ່ນສ່ວນໜຶ່ງຂອງການສືບຕໍ່ຊ່ວຍເຫຼືອຂອງ ສ. ອາເມລິກາ ໃຫ້ແກ່ ສປປລາວ ໃນການບັນລຸເປົ້າໝາຍແຫ່ງຊາດເພື່ອລົບລ້າງພະຍາດໄຂ້ມາລາເລຍ. ມຸ້ງເຄືອບຢາຍາວນານ ແມ່ນໄດ້ຮັບທຶນການສະໜັບສະໜູນໂດຍ ອົງການ USAID ໂດຍຜ່ານ U.S. President’s Malaria Initiative ຫຼື PMI ຈະຖືກແຈກຢາຍໄປໃຫ້ຄອບຄົວ ແລະ ຊຸມຊົນທີ່ມີຄວາມສ່ຽງ ແລະ ມີຄວາມຕ້ອງການສູງ. ໂດຍສະເພາະ, ແຂວງສະຫວັນນະເຂດ ເຊິ່ງແມ່ນແຂວງທີ່ຈະໄດ້ຮັບມຸ້ງເປັນອັດຕາສ່ວນຫຼາຍເນື່ອງຈາກເປັນແຂວງທີ່ພົບວ່າຍັງມີການລະບາດຂອງໄຂ້ມາລາເລຍສູງ. ການບໍລິຈາກ …
ອ່ານເພີ່ມເຕີມ»
By U.S. Mission Laos | 25 ເດືອນກຸມພາ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ວັນທີ 26 ເດືອນມັງກອນ ປີ 2022 – ມື້ນີ້, ພິທີມອບ – ຮັບ ວັກຊີນກັນພະຍາດໂຄວິດ–19 Pfizer BioNTech ຈໍານວນ 1,698,840 ໂດສຢ່າງເປັນທາງການໃຫ້ແກ່ ສປປ ລາວ, ຊຶ່ງການຈັດສົ່ງທີ່ມາຮອດປະເທດລາວ ແມ່ນຜ່ານໂຄງການ COVAX Facility. ໂຄງການ COVAX ແມ່ນການນຳພາຮ່ວມກັນໂດຍອົງການ Gavi, ສຳພັນທະມິດນະວັດຕະກໍາການກຽມຄວາມພ້ອມຕໍ່ການລະບາດຂອງພະຍາດ (CEPI), ແລະ ອົງການອະນາໄມໂລກ (WHO), ພ້ອມດ້ວຍອົງການ UNICEF ທີ່ເປັນຄູ່ຮ່ວມງານສໍາຄັນໃນການຈັດສົ່ງ. ພິທີມອບ – ຮັບ ດັ່ງກ່າວໂດຍການເຂົ້າຮ່ວມ ແລະ ກ່າວຮັບ ຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ການກ່າວມອບ ຂອງທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມິລິກາ …
ອ່ານເພີ່ມເຕີມ»
By U.S. Mission Laos | 26 ເດືອນມັງກອນ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ໂດຍການສະໜັບສະໜູນຂອງປະເທດສະຫະລັດອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການວິນຣອກສາກົນ (Winrock International) ໄດ້ຈັດກອງປະຊຸມ ກ່ຽວກັບ ການຕ້ານການຄ້າມະນຸດ ໃຫ້ແກ່ຂະແໜງສື່ມວນຊົນ, ວັດທະນະທໍາ, ແລະ ການທ່ອງທ່ຽວ. ຈຸດປະສົງຂອງກອງປະຊຸມນີ້ແມ່ນ ເພື່ອ ຊ່ວຍໃຫ້ບັນດາສື່ມວນຊົນໄດ້ເຂົ້າໃຈເຖິງບົດບາດຂອງພວກເຂົາ ໃນການຕ້ານການຄ້າມະນຸດ ແລະ ສະໜອງເຄື່ອງມືຕ່າງໆໃຫ້ແກ່ພວກເຂົາ. ໃຫ້ກຽດເປີດກອງປະຊຸມ ໂດຍ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຕິດຕາມດ້ວຍ ການກ່າວເປີດກອງປະຊຸມ ໂດຍ ທ່ານ ໄມໂຄ ຣອນນິ້ງ, ຜູ້ຕາງໜ້າຈາກ ອົງການ USAID ປະຈຳ ສປປ ລາວ. ກອງປະຊູມມີຜູ້ເຂົ້າຮ່ວມຈຳນວນ 50 ທ່ານ …
ອ່ານເພີ່ມເຕີມ»
By U.S. Mission Laos | 25 ເດືອນມັງກອນ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ວັນທີ 24 ມັງກອນ 2022 –ໃນມື້ນີ້, ສປປ ລາວ ໄດ້ຮັບວັກຊີນ Pfizer BioNTech COVID-19 ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານໂຄງການ COVAX Facility, ໂຄງການCOVAX ແມ່ນການຮ່ວມມືກັນລະຫວ່າງ ອົງການທີ່ເປັນພັນທະມິດດ້ານວັກຊີນ ກໍຄື ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ການຂົນສົ່ງຄັ້ງນີ້ປະກອບດ້ວຍວັກຊີນ Pfizer BioNTech ຈຳນວນ 899,730 ໂດສ ຊຶ່ງເປັນຄັ້ງທີ 2 ໃນຈຳນວນການຊ່ວຍເຫຼືອທັງໝົດສອງຄັ້ງຈາກລັດຖະບານສະຫະລັດອາເມລິກາ ໃຫ້ແກ່ ສປປ ລາວ ໃນເດືອນນີ້. ການຂົນສົ່ງຄັ້ງທຳອິດມີຈຳນວນ 799,110 ໂດສ ໄດ້ມາຮອດ ສປປ ລາວ ໃນວັນທີ 2 ມັງກອນ 2022. ລວມຍອດການຈັດສົ່ງທັງໝົດໃນປີນີ້ແມ່ນ 1,698,840 ໂດສ. ພະນະທ່ານ …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນມັງກອນ, 2022 | ປະເພດ: ບົດຂ່າວ
ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ກະຊວງສາທາລະນະສຸກເຢຍລະມັນ (BMG) ສືບຕໍ່ໃຫ້ການສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 80 ເປີເຊັນ ໂດຍການມອບອຸປະກອນໄອທີ ແລະ ລົດບັນທຸກຕູ້ເຢັນ, ມູນຄ່າ 3,83 ຕື້ກີບ (383,794 ໂດລາ) ໃຫ້ກະຊວງສາທາລະນະສຸກ (MOH), ຜ່ານອົງການອະນາໄມໂລກ (WHO). ອຸປະກອນດັ່ງກ່າວຈະຊ່ວຍໃຫ້ ສປປ ລາວສາມາດນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຂັບເຄື່ອນ ວຽກງານສັກຢາ ແລະ ຮັບປະກັນຄວາມຖືກຕ້ອງຂອງຂໍ້ມູນທົ່ວ ສປປ ລາວ. ພິທີການມອບ-ຮັບທີ່ກະຊວງສາທາລະນະສຸກ ໂດຍການເປັນປະທານຂອງ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ, ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ; ທ່ານ ຄະເລັນ ຮີ໋ວ, ຮອງຜູ້ຕາງໜ້າອົງການ USAID ປະຈຳລາວ; ທ່ານ …
ອ່ານເພີ່ມເຕີມ»
By U.S. Mission Laos | 11 ເດືອນມັງກອນ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, 2 ມັງກອນ 2022 –ໃນມື້ນີ້, ສປປ ລາວ ໄດ້ຮັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19 Pfizer BioNTech ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ວັກຊີນ Pfizer BioNTech ເເມ່ນໄດ້ຮັບຮອງວ່າປອດໄພ ແລະ ມີປະສິດທິພາບໂດຍອົງການອະນາໄມໂລກເເລ້ວ ເເລະ ຍັງເປັນວັກຊີນປ້ອງກັນພະຍາດ ໂຄວິດ-19 ທຳອິດທີ່ອະນຸມັດໂດຍ ອົງການອະນາໄມໂລກ ໃຫ້ນຳໃຊ້ກັບກຸ່ມຄົນອາຍຸ 12 ປີຂຶ້ນໄປ. ວັກຊີນເຫຼົ່ານີ້ຈະຊ່ວຍປົກປ້ອງຊີວິດປະຊາຊົນລາວ ແລະ ຊ່ວຍປ້ອງກັນການເເຜ່ລະບາດຂອງ ສາຍພັນໃໝ່ຂອງພະຍາດທີ່ ອັນຕະລາຍກ່ວາເກົ່າ. ການຈັດສົ່ງວັກຊີນລ້າສຸດນີ້ໂດຍ ສະຫະລັດອາເມລິກາ ເເມ່ນປະກອບດ້ວຍວັກຊີນ Pfizer BioNTech ຈໍານວນ 799,110 ໂດສ໌. ວັກຊີນຈຳນວນດັ່ງກ່າວເປັນຊຸດທໍາອິດຈາກຈຳນວນທັງໝົດຂອງການຊ່ວຍເຫຼືອວັກຊິນຄັ້ງລ້າສຸດຈາກ …
ອ່ານເພີ່ມເຕີມ»
By U.S. Mission Laos | 3 ເດືອນມັງກອນ, 2022 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ວັນທີ 29 ເດືອນພະຈິກ ປີ 2021 – ໃນມື້ນີ້, ສະຫະລັດ ອາເມລິກາ, ໂດຍຜ່ານອົງການ USAID, ໄດ້ປະກາດມອບເງິນຊ່ວຍເຫຼືອຈຳນວນ 2.4 ລ້ານໂດລາສະຫະລັດໃຫ້ແກ່ ອົງການຢູນິເຊັບ ແລະ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ ຢ່າງເປັນທາງການ. ການສະໜັບສະໜູນດັ່ງກ່າວເເມ່ນຈະສຸມໃສ່ການກຽມຄວາມພ້ອມ ເເລະ ການຈັດຕັ້ງປະຕິບັດການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນ ສປປ ລາວ ພ້ອມດ້ວຍການຕິດຕາມອາການພາຍຫຼັງການສັກວັກຊີນ. ເພື່ອເປັນການເປີດໂຄງການດັ່ງກ່າວ, ໄດ້ມີການຈັດຕັ້ງພິທີຢູ່ທີ່ກະຊວງສາທາລະນະສຸກ ເຊີ່ງເຂົ້າຮ່ວມໂດຍ ພະນະທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ດຣ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ທ່ານນາງ ບີອາເຕ ດາສ໌ເທວ, ຮອງຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ …
ອ່ານເພີ່ມເຕີມ»
By U.S. Mission Laos | 29 ເດືອນພະຈິກ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ, 29 ຕຸລາ — ສະຫະລັດອາເມລິກາ, ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະຫໍາ ແຫ່ງຊາດລາວ (ສຄອຊ) ແລະ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດກອງປະຊຸມພາກທຸລະກິດ ສຳລັບ ລາວ ໂດຍຄຽງຄູ່ກັບກອງປະຊຸມພາກທຸລະກິດ ລະດັບພາກພື້ນອິນໂດ-ປາຊິຟິກ ທີ່ຈັດຂຶ້ນໃນອິນເດຍ. ກອງປະຊຸມທາງໄກເຄິ່ງມື້ ໃນຄັ້ງນີ້ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ. ຜູ້ເຂົ້າຮ່ວມລວມມີ ພະນັກງານລັດຖະກອນ, ບັນດາອໍານວຍການອຸດສາຫະກໍາ, ທຸລະກິດ ແລະ ບໍລິສັດ ຈາກ ສປປ ລາວ, ທັງຕາງໜ້າຈາກສະຖານທູດສະຫະລັດອາເມລິກາ ແລະ ຄູ່ຮ່ວມພັດທະນາ. ກອງປະຊຸມໃນຄັ້ງນີ້ ໄດ້ເນັ້ນໃສ່ການຫັນເປັນດິຈິຕອນ ທີ່ປຽບເປັນເຄື່ອງມືໃນການຟື້ນຟູເສດຖະກິດຈາກພະຍາດໂຄວິດ. …
ອ່ານເພີ່ມເຕີມ»
By U.S. Mission Laos | 29 ເດືອນຕຸລາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 28 ຕຸລາ ທີ່ ສໍານັກງານສານປະຊາຊົນນະຄອນຫຼວງວຽງຈັນ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໄດ້ສະໜັບສະໜູນທຶນ ມູນຄ່າ 525,164,000 ກີບ ໃຫ້ແກ່ ສະພາທະນາຍຄວາມລາວ. ໂດຍມີຜູ້ຕາງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ທ່ານ ໄມເຄິລ ຣອນນິ້ງ ແລະ ຜູ້ຕາງໜ້າຈາກກະຊວງຍຸຕິທໍາ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນເອກະສານມອບ-ຮັບທຶນ ລະຫວ່າງ ທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມ ແລະ ທ່ານ ທອດ ວໍເຊວ ຜູ້ຕາງໜ້າມູນນິທິເອເຊຍ. ທຶນດັ່ງກ່າວນີ້ເປັນສ່ວນຫນຶ່ງຂອງແຜນງານການຊ່ວຍເຫຼືອທາງດ້ານກົດໝາຍ ສະໜັບສະຫນູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ທີ່ຈັດຕັ້ງປະຕິບັດໂດຍ ມູນນິທິເອເຊຍ. ສະພາທະນາຍຄວາມລາວ ຈະນໍາໃຊ້ທຶນນີ້ໃນສືບຕໍ່ການດໍາເນີນງານຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ 17 ແຫ່ງ ຢູ່ ນະຄອນຫຼວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ສາລະວັນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງ ວຽງຈັນ. …
ອ່ານເພີ່ມເຕີມ»
By U.S. Mission Laos | 28 ເດືອນຕຸລາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ເພື່ອເປັນການສະໜັບສະໜູນ ສປປ ລາວ ໃນການສ້າງຄວາມເຂັ້ມແຂງໃຫ້ກັບສະຖາບັນການສຶກສາ, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດໂຄງການໃໝ່ ທີ່ມີຊື່ວ່າ: ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ. ພິທີເປີດໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 21 ຕຸລາ 2021. ເຂົ້າຮ່ວມເປັນສັກຂີພິຍານໃນການເຊັນບົດບັນທຶກຄວາມເຂົ້າໃຈ ໂດຍ ທ່ານ ປອ. ສຸລິອູດົງ ສຸນດາລາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ. ປີເຕິ ເຮ່ມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນທຶນໂດຍ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍ ສະຖາບັນ ອາທີໄອ ອິນເຕີເນຊັນນັນ (RTI International) ຮ່ວມກັບມະຫາວິທະຍາໄລແຫ່ງຊາດ. ຄຽງຄູ່ກັນນັ້ນ, …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນຕຸລາ, 2021 | ປະເພດ: ຂ່າວ, ບົດຂ່າວ
ຄຳມ່ວນ ແລະ ສະຫວັນນະເຂດ, ສປປ ລາວ — ໃນວັນທີ 28 ກັນຍາ 2021 ທີ່ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ, ສະຫະລັດອາເມລິກາ ໄດ້ບໍລິຈາກ ອາຫານແຫ້ງ ແລະ ຊຸດອານາໄມ ຈຳນວນມູນຄ່າຫຼາຍກວ່າ 100000 ໂດລາສະຫະລັດ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ອາຫານແຫ້ງ ແລະ ຊຸດອານາໄມ ໄດ້ຖືກສະໜັບສະໜູນໂດຍທຶນການຊ່ວຍເຫຼືອລ້າຂອງອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ຜ່ານການຈັດຕັ້ງປະຕິບັດໂດຍ ອົງການຊ່ວຍເຫຼືອເດັກ ປະຈໍາ ສປປ ລາວ ຈະຖືກແຈກຢາຍໃຫ້ແກ່ສູນຈຳກັດບໍລິເວນໃນສອງແຂວງເປົ້າໝາຍ ກໍຄື ແຂວງຄຳມ່ວນ ແລະ ແຂວງ ສະຫວັນນະເຂດ ເພື່ອສະໜັບສະໜູນແຮງງານລາວທີ່ເດີນທາງກັບຄືນສູ່ປະເທດ. ໃນປັດຈຸບັນ, ສປປ ລາວ ກຳລັງປະສົບກັບບັນຫາອັດຕາທີ່ສູງຂຶ້ນຂອງຜູ້ຈຳກັດບໍລິເວນທີ່ສູນຈຳກັດບໍລິເວນ ເຊິ່ງໃນຂະນະນີ້ມີຢູ່ປະມານ 7,500 ຄົນ ສ່ວນໃຫຍ່ແມ່ນແຮງງານລາວທີ່ຖືກສົ່ງຕົວກັບຈາກປະເທດເພື່ອນບ້ານ ແລະ ໃນຈຳນວນນັ້ນເກືອບເຄິ່ງໜຶ່ງແມ່ນແມ່ຍິງ. ການຊ່ວຍເຫຼືອຈາກ USAID ຄັ້ງນີ້ …
ອ່ານເພີ່ມເຕີມ»
By U.S. Mission Laos | 6 ເດືອນຕຸລາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 16 ກັນຍາ 2021, ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ດຣ. ປີເຕີ ເຮມ໋ອນ ໄດ້ມອບຕຶກອາຄານອຳນວຍຄວາມສະດວກຫລັງໃຫ່ມ ແລະ ບ່ອນຝຶກອົບຮົມ ເຊິ່ງຮັບໂດຍ ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ ດຣ. ບຸນແຝງ ພູມມະໄລສິດ ທີ່ສູນໂພຊະນາການ ຂອງກະຊວງສາທາລະນະສຸກ ເຊີ່ງນີ້ເປັນສ່ວນໜຶ່ງຂອງໂຄງການລິເລີ່ມທາງດ້ານໂພຊະນາການ ລາວ-ອາເມລິກາ. ພິທີມອບ-ຮັບດັ່ງກ່າວແມ່ນໄດ້ຮັບການເຂົ້າຮ່ວມຈາກບັນດາຜູ້ຕາງໜ້າຈາກ ກະຊວງສາທາລະນະສຸກ, ສະຖານທູດສະຫະລັດອາເມລິກາ ແລະ ອົງການ CRS. ໃນພິທີນີ້ໄດ້ລວມເອົາການມອບຮັບບັນດາອຸປະກອນຝຶກອົບຮົມທີ່ຫາກໍ່ຕົກແຕ່ງໃໝ່ ໃຫ້ກັບບັນດາຫ້ອງ ທີ່ຢູ່ພາຍໃນສູນໂພຊະນາການ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ຜ່ານໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນທາງດ້ານໂພຊະນາການ (ANRCB) ເຊີ່ງຈັດຕັ້ງປະຕິບັດໂດຍອົງການ CRS. ສະຖານທີ່ຝຶກອົບຮົມນີ້ແມ່ນລວມມີຫ້ອງຝຶກອົບຮົມທີ່ຕົກແຕ່ງຄົບຊຸດ, ຫ້ອງປະຊຸມ, ຫ້ອງສະໝຸດ, ຫ້ອງສາທິດ, ແລະ ຫ້ອງການຂອງໂຄງການ ANRCB. “ສະຫະລັດອາເມລິການມີຄວາມພາກພູມໃຈ ໃນການມອບຮັບຕຶກອາຄານອຳນວຍຄວາມສະດວກໃຫ້ແກ່ ກະຊວງສາທາລະນະສຸກ ແຫ່ງ …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນກັນຍາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ສ. ອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການສາທາລະນະ ສຸກ. ທ່ານ ໄມໂຄ ຣອນນິ້ງ ຜູ້ຕ່າງໜ້າອົງການ USAID ປະຈໍາລາວ ໄດ້ມອບ ມຸ້ງເຄືອບຢາຈຳນວນ 70,000 ດາງ, ເຄື່ອງກວດເລືອດເພື່ອບົ່ງມະຕິ ໄຂ້ມາເລເລຍຢ່າງໄວຈຳນວນ 450,000 ຊຸດ ແລະ ຢາຕ້ານມາເລເລຍ 200,000 ຊຸດ ໃຫ້ແກ່ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃນພິທີມອບຮັບ ຄັ້ງວັນທີ່ 10 ກັນຍາ ທີ່ນະຄອນຫຼວງວຽງຈັນ. ເຄື່ອງດັ່ງກ່າວແມ່ນໄດ້ມອບໃຫ້ໂດຍຜ່ານອົງການ USAID ເຊິ່ງຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະ ສຸກສາລາຕ່າງໆ ໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດ ມາເລເລຍ. ເຄື່ອງເຫຼົ່ານີ້ຈະຊ່ວຍໃຫ້ລັດຖະບານລາວ ມີອຸປະກອນພຽງພໍໃນການຮອງຮັບກັບການລະບາດຂອງ ມາເລເລຍໃນຊ່ວຍທີ່ມີການລະບາດຂອງພະຍາດ ໂຄວິດ. ທ່ານ ໄມໂຄ ຣອນນິ້ງ ກ່າວວ່າ: …
ອ່ານເພີ່ມເຕີມ»
By U.S. Mission Laos | 13 ເດືອນກັນຍາ, 2021 | ປະເພດ: ບົດຂ່າວ
ນະຄອນຫລວງວຽງຈັນ, ສປປ ລາວ — ວັນທີ 7 ເດືອນກັນຍາ ປີ 2021, ກະຊວງສາທາລະນະສຸກ ຮ່ວມກັບ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (United States Agency for International Development, USAID) ແລະ ອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ໄດ້ສະເຫຼີມສະຫຼອງຜົນສໍາເລັດຂອງໂຄງການເຊື່ອມສານ ວຽກງານດ້ານໂພຊະນາການ, ນໍ້າ ແລະ ສຸຂານາໄມ – ພາຍໃຕ້ ໂຄງການຢູເສດເນີເຈີ (USAID Nurture). ພິທິດັ່ງກວ່າກ່າວໄດ້ຖືກດໍາເນີນພາຍໃຕ້ການເປັນປະທານຂອງ ພະນະທ່ານ ລັດທະມົນຕີກະຊວງສາທາລະນະສຸກ ທ່ານ ປອ ດຣ ບຸນແຝງ ພົມມະໄລສິດ ແລະ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສ.ປ.ປ.ລາວ ທ່ານ ດຣ ປີເຕີ ເອັມ ເຮມ໋ອນ ແລະ ມີການເຂົ້າຮ່ວມຈາກຕາງໜ້າ ຂອງລັດຖະບານແຫ່ງ …
ອ່ານເພີ່ມເຕີມ»
By U.S. Mission Laos | 8 ເດືອນກັນຍາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງງຈັນ, ສປປ ລາວ — ໃນວັນທີ 18 ສິງຫາ 2021 ທີ່ຜ່ານມາ ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ, ຮອງທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບ ອຸປະກອນ ແລະ ເຄື່ອງຮັບໃຊ້ ສໍາລັບ ຫ້ອງປະຕິບັດງານເຫດການສຸກເສີນດ້ານສາທາລະນະສຸກ ແລະ ຈຸດຜ່ານແດນສາກົນ ລວມມູນຄ່າຫຼາຍກວ່າ 180,000 ໂດລາສະຫະລັດ ໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອສະໜັບສະໜູນ ຊ່ວຍເຫຼືອ ສປປ ລາວ ໃນການຕອບໂຕ້ການລະບາດພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆ. ພິທີການ ມອບ-ຮັບ ດັ່ງກ່າວແມ່ນຈັດຂຶ້ນທີ່ກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມໃນພິທີ. ອຸປະກອນ ແລະ ເຄື່ອງຮັບໃຊ້ ດັ່ງກ່າວ …
ອ່ານເພີ່ມເຕີມ»
By U.S. Mission Laos | 1 ເດືອນກັນຍາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ – ເພື່ອເປັນການສົ່ງເສີມການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍໃນ ສປປ ລາວ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ຮ່ວມກັບ ມູນນິທິເອເຊຍ ສະຫນັບສະຫນູນກະຊວງຍຸຕິທໍາ ພັດທະນາເວັບເພຈກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍ ເຊິ່ງໄດ້ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 26 ສິງຫາ 2021 ທີ່ຜ່ານມາ. ເພຈຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນຫນ້າ ທີ່ພັດທະນາຂຶ້ນມາໃຫມ່ ແລະ ເພີ່ມເຂົ້າໃນເວັບໄຊ໌ຫຼັກຂອງກະຊວງຍຸຕິທໍາ ທີ່ມີຢູ່ແລ້ວ (www.moj.gov.la). ກະຊວງຍຸຕິທໍາ ຈະນໍາໃຊ້ເພຈດັ່ງກ່າວ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນລາວທົ່ວໄປ ກ່ຽວກັບການບໍລິການທາງດ້ານ ກົດໝາຍ. ເຂົາເຈົ້າສາມາດສົ່ງຄໍາຖາມ, ຂໍຄວາມຊ່ວຍເຫລືອ, ຂໍຄໍາແນະນໍາ ແລະ ຄໍາປຶກສາທາງດ້ານກົດຫມາຍ ຈາກກະຊວງໄດ້ ແບບບໍ່ເສຍຄ່າໃຊ້ຈ່າຍ. ການຊ່ວຍເຫຼືອທາງດ້ານກົດໝາຍຜ່ານບັນດາ ຫ້ອງການຕ່າງໆ ປະຈຳທ້ອງຖິ່ນ, ລວມເຖິງ ການນຳໃຊ້ເພຈ ດັ່ງກ່າວ ຖືເປັນການຊ່ວຍປະຊາຊົນໃຫ້ເຂົ້າເຖິງລະບົບຍຸຕິທໍາ ໄດ້ງ່າຍ ແລະ ທົ່ວເຖິງຂຶ້ນ ໂດຍສະເພາະ ກູ່ມທີ່ດ້ອຍໂອກາດ ເຊັ່ນ ຜູ້ທຸກຍາກ, ຄົນພິການ, ເດັກ, ລວມທັງ ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຫລື …
ອ່ານເພີ່ມເຕີມ»
By U.S. Mission Laos | 30 ເດືອນສິງຫາ, 2021 | ປະເພດ: ບົດຂ່າວ
ແຂວງຊຽງຂວາງ ສປປ ລາວ – ມື້ນີ້ສະຫະລັດອາເມລິກາໄດ້ປະກາດທີ່ຈະມອບທຶນຈໍານວນ 129,000 ໂດລາ ໃນການອະນຸລັກຮັກສາແຫລ່ງບູຮານສະຖານ (500 BC-500AD) ທົ່ງໄຫຫີນ ມໍລະດົກໂລກ UNESCO ແຂວງຊຽງຂວາງ, ເຊິ່ງທຶນນີ້ເປັນສ່ວນຫນຶ່ງຂອງກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP). ທ່ານ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ທ່ານ ປີເຕີ ເຮມ໋ອນ ໄດ້ປະກາດທຶນ ໃນພິທີ ຢູ່ທີ່ທົ່ງໄຫຫີນເຊິ່ງເຂົ້າຮ່ວມໂດຍ ທ່ານ ຮອງເຈົ້າແຂວງຊຽງຂວາງ ທ່ານ ສິວິໄລ ແສງຈະເລີນ ແລະ ທ່ານ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ອຸ່ນທວງ ຂາວພັນ ພ້ອມດ້ວຍ ຜູ່ຕາງໜ້າ ຈາກກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ. ທ່ານເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈທີ່ສຸດ ທີ່ໄດ້ເປັນສ່ວນໜຶ່ງ ໃນການສືບຕໍ່ປົກປັກຮັກສາແຫລ່ງວັດທະນະທໍາ …
ອ່ານເພີ່ມເຕີມ»
By U.S. Mission Laos | 30 ເດືອນສິງຫາ, 2021 | ປະເພດ: ບົດຂ່າວ
ທີ່ນະຄອນຫຼວງວຽງຈັນ, ສປປ ລາວ — ສະຫະລັດອາເມລິກາ ໄດ້ມອບເງິນສະໜັບສະໜູນ ເຈັດແສນໂດລາໃຫ້ແກ່ ອົງການສາກົນບໍລິການປະຊາຊົນ (PSILao) ໃນການສະໜັບສະໜູນ ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ແລະ ສູູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ (CMPE), ຜ່ານອົງການພັດທະນາສາກົນ ສະຫະລັດ ອາເມລິກາ (USAID) ແລະ ໂຄງການ U.S. President’s Malaria Initiative (PMI). ເງິນຊ່ວຍເຫຼືອເຫຼົ່ານີ້ຈະນໍາໃຊ້ເຂົ້າໃນວຽກງານການສ້າງຄວາມເຂັ້້ມແຂງໃນການເຝົ້າລະວັງເພື່ອກ້າວສູ່ການກໍຳຈັດໄຂ້ມາລາເຣຍໃນ ສປປ ລາວ ພາຍໃຕ້ໂຄງການ Impact malaria ໃນ ສປປລາວ ແຕ່ປີ 2021 ຫາ ປິ 2023 ຜູ້ຕ່າງຫນ້າໂຄງການ PMI ແລະ ອົງການພັດທະນາ ສະຫະລັດອາເມລິກາ ປະຈຳລາວ ທ່ານ Michael Ronning ເປັນຕົວແທນເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສໍາລັບໂຄງການດັ່ງກ່າວ ໃນວັນທີ …
ອ່ານເພີ່ມເຕີມ»
By U.S. Mission Laos | 2 ເດືອນສິງຫາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ວັນທີ 26 ກໍລະກົດ 2021, ທ່ານ ນາງ ຈອຍ ຊາກຸໄຣ, ຮອງທູດ ສະຫະລັດອາເມລິກາປະຈຳລາວ ແລະ ເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດຂອງສະຫະລັດ, ໜ່ວຍງານຮັກສາຄວາມປອດໄພທາງການທູດ ໄດ້ມອບເຄື່ອງສະແກນໜັງສືເດີນທາງ (ATOM ADR300 Document Readers) ຈໍານວນ 30 ເຄື່ອງ ມູນຄ່າ 48,000 ໂດລາສະຫະລັດ ແກ່ ທ່ານ ພັນໂທ ສຸວັນນະກອນ ສີພາມະວົງ, ຮອງຫົວໜ້າກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ແລະ ຫົວໜ້າຄະນະຄຸ້ມຄອງດ່ານສະໜາມບິນສາກົນວັດໄຕ, ກະຊວງປ້ອງກັນຄວາມສະຫງົບ ເຊິ່ງແມ່ນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງຂອງສະຫະລັດອາເມລິກາ ໃນການບັງຄັບໃຊ້ກົດໝາຍລາວໃນການຕ້ານການກໍ່ອາດຊະຍາກຳຂ້າມຊາດ. ລັດຖະບານສະຫະລັດອາເມລິກາ ໄດ້ຈັດຊື້ເຄື່ອງສະແກນໜັງສືເດີນທາງເຫຼົ່ານີ້ໃຫ້ແກ່ ກົມຕໍາຫຼວດກວດຄົນເຂົ້າ–ອອກເມືອງ ພ້ອມກັບເຄື່ອງສະແກນໜັງສືເດີນທາງ (eMRTD) ເພື່ອຊ່ວຍໃນການລະບຸການປອມແປງ ຫຼື ປອມແປງເອກະສານເດີນທາງ ທີ່ດ່ານສາກົນກວດຄົນເຂົ້າ–ອອກເມືອງທົ່ວ ສປປ ລາວ. ເຄື່ອງສະແກນໜັງສືເດີນທາງນີ້ຈະຊ່ວຍໃຫ້ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ–ອອກເມືອງ ສາມາດກວດສອບເອກະສານເດີນທາງໂດຍ ການກວດສອບພາບທີ່ມີຄວາມລະອຽດສູງ ດ້ວຍລະບົບອິນຟາເລດ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 27 ເດືອນກໍລະກົດ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ວັນທີ 15 ເດືອນກໍລະກົດ ປີ 2021 – ມື້ນີ້, ສປປ ລາວ ໄດ້ຮັບການຈັດສົ່ງວັກຊີນກັນພະຍາດໂຄວິດ-19 ຄັ້ງໃໝ່ ຊຶ່ງແມ່ນການບໍລິຈາກຂອງສະຫະລັດອາເມລິກາ ໂດຍຜ່ານ COVAX Facility ຊຶ່ງແມ່ນການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນພັນທະມິດວັກຊີນ, ແລະ ອົງການອະນາໄມໂລກ (WHO), ໂດຍມີອົງການຢູນິເຊັບເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ໃນນັ້ນປະກອບມີວັກຊີນ Johnson & Johnson/Janssen (J&J/Janssen) 1,008,000 ໂດສ໌. ອັນນີ້ແມ່ນສ່ວນໜຶ່ງຂອງການປະກອບສ່ວນຂອງສະຫະລັດອາ ເມລິກາຕໍ່ຄວາມພະຍາຍາມຂອງທົ່ວໂລກທີ່ພວມດຳເນີນການຢ່າງຕໍ່ເນື່ອງເພື່ອຢຸດຕິການລະບາດຂອງພະຍາດ ແລະ ເປັນການສະໜັບສະໜູນເປົ້າໝາຍຂອງສປປລາວທີ່ຈະສັກວັກຊີນກັນພະຍາດໃຫ້ໄດ້ 50% ຂອງປະຊາກອນໃນທ້າຍປີ 2021 ນີ້. ພິທີມອບ ວັກຊິນ ໃນຄັ້ງນີ້ ເເມ່ນໄດ້ຖືກຈັດຂຶ້ນຢູ່ທີ່ ສະໜາມບິນສາກົນວັດໄຕ, ໂດຍມີ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ, ໃຫ້ກຽດເປັນປະທານພິທີ ເເລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນກໍລະກົດ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສ ປປ ລາວ – ໂດຍການສະໜັບສະໜູນທຶນຈາກ ປະເທດ ສະຫະລັດ ອາເມລິກາ, ອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ແລະ ໂຄງການອົງຄະທຽມ ແລະ ເຄື່ອງຄໍ້າຊູ ຫຼື ໂຄງການ COPE ໄດ້ລົງນາມຂໍ້ຕົກລົງໃນການໃຫ້ທຶນຊ່ວຍເຫຼືອລ້າ ໃນວັນທີ 28. ສໍາລັບທຶນດັ່ງກ່າວ ແມ່ນຈະຊ່ວຍດໍາເນີນກິດຈະກໍາ ຕັ້ງແຕ່ເດືອນ ເມສາ 2021 ຮອດເດືອນກໍລະກົດ ປີ 2022 ໂດຍມີມູນຄ່າ ປະມານ 500,000 ໂດລາ, ຈາກການລົງນາມນີ້ ຈະສະໜັບສະໜູນໃຫ້ COPE ເພື່ອຊ່ວຍເຫຼືອ ສູນການແພດຟື້ນຟູໜ້າທີ່ການ ຫຼື CMR, ກະຊວງສາທາລະນະສຸກ ໃນການສະໜອງ ອົງຄະທຽມ ແລະ ເຄື່ອງຄໍ້າຊູ ທີ່ມີລາຄາເໝາະສົມ ແລະ ມີຄຸນະພາບ ເພື່ອຕອບສະໜອງ ຄວາມຕ້ອງການສະເພາະຂອງເດັກທີ່ມີຄວາມພິການທາງສະໝອງ ແລະ ບຸກຄົນອື່ນໆທີ່ມີຄວາມບົກຜ່ອງດ້ານການເຄື່ອນໄຫວໃນທົ່ວປະເທດ. …
ອ່ານເພີ່ມເຕີມ»
By U.S. Mission Laos | 29 ເດືອນມີນາ, 2021 | ປະເພດ: ບົດຂ່າວ
ນະຄອນຫລວງວຽງຈັນ, ສປປ ລາວ — ໃນວັນທີ 22 ມີຖຸນາ 2021 ທີ່ຜ່ານມານີ້ ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ທ່ານ ດຣ.ປີເຕີ ເຮມ໋ອນ ແລະ ບັນດາເຈົ້າໜ້າທີ່ຈາກກະຊວງປ້ອງກັນປະເທດຂອງສະຫະລັດອາເມລິກາ ໄດ້ມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດ ສຳລັບການກວດພະຍາດໂຄ ວິດ-19 ໃຫ້ແກ່ທ່ານ ດຣ. ສະໜອງ ທອງສະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກຂອງ ສປປລາວ ເຊິ່ງການມອບໃນຄັ້ງນີ້ແມ່ນຖືເປັນສ່ວນໜຶ່ງໃນການປະກອບສ່ວນຂອງ ສະຫະລັດອາເມລິກາເຂົ້າໃນການຊ່ວຍເຫຼືອວຽກງານຕ້ານພະຍາດໂຄວິດ-19 ຂອງ ສປປ ລາວ. ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມູນຄ່າ 71,000 ໂດລ້າສະຫະລັດດັ່ງກ່າວໂດຍຍົນຂົນສົ່ງແອຟອດ C-17 “ Globemaster III ” ມາຮອດສະໜາມບິນສາກົນວັດໄຕ. ເຄື່ອງຊ່ວຍເຫຼືອອຸປະກອນການແພດດັ່ງກ່າວນີ້ ແມ່ນເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານການຕິດຕາມ ແລະ ຄວມຄຸມການລະບາດຂອງພະຍາດໂຄວິດ-19 ຂອງກະຊວງສາທາລະນະສຸກ. ທ່ານທູດ ປີເຕີ ເຮມ໋ອນໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມພູມໃຈທີ່ໄດ້ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ທັງນີ້ກໍ່ ເພື່ອເປັນການອຳນວຍຄວາມສະດວກໃນການກວດພະຍາດໂຄວິດ-19 ຢູ່ໃນ ສປປລາວ. …
ອ່ານເພີ່ມເຕີມ»
By U.S. Mission Laos | 28 ເດືອນມີນາ, 2021 | ປະເພດ: ບົດຂ່າວ
ນະຄອນຫລວງວຽງຈັນ, ສປປ ລາວ — ພິທີມອບຮັບໃບຢັ້ງຢືນຈົບການຝຶກອົບຮົມ ໄດ້ຈັດຂຶ້ນ ໃນວັນທີ 18 ເດືອນມິຖຸນາ 2021 ໃຫ້ແກ່ຜູ້ສຳເລັດການຝຶກອົບຮົມລະບາດວິທະຍາພາກສະໜາມ ຈຳນວນ 8 ທ່ານ, ເຊິ່ງແມ່ນການຝຶກອົບຮົມທີ່ມີບົດບາດສຳຄັນ ທີ່ໄດ້ຮັບການສະໜັບສະໜູນຈາກ ກະຊວງສາທາລະນະສຸກ, ອົງການປ້ອງກັນ ຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ໃນການກຽມພ້ອມສືບຕໍ່ໍຊ່ວຍເຫຼືອ ສປປ ລາວ ຕໍ່ສູ້ກັບພະຍາດໂຄວິດ-19 ແລະ ພະຍາດຕິດຕໍ່ອື່ນໆ. ໃນພິທີ ໄດ້ມີທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ດຣ. ປີເຕີ ເຮມ໋ອນ ໄດ້ເປັນກຽດເຂົ້າຮ່ວມ ໂດຍການເປັນປະທານຂອງທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ທ່ານທູດ ປີເຕີ ເຮມ໋ອນໄດ້ກ່າວວ່າ: ແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມມີບົດບາດສໍາຄັນໃນການພັດທະນາຄວາມອາດສາມາດໃນການເຝົ້້າລະວັງ ແລະ ໂຕ້ຕອບກັບພະຍາດຊຶມເຊື້ອຕ່າງໆຢູ່ໃນ ສປປ …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນມີນາ, 2021 | ປະເພດ: ບົດຂ່າວ
ໃນວັນທີ 27 ພຶດສະພາ 2021 ອົງການ (Catholic Relief Services-CRS) ແລະ ກະຊວງສາທາລະນະສຸກ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ສຳລັບໂຄງການໃໝ່ “ການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານໂພຊະນາການ (Applied Nutrition Research Capacity Building-ANRCB)” ທີ່ໄດ້ຮັບທຶນສະໜັບສະໜູນໂດຍ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (The U.S. Agency for International Development ຫຼື USAID) ໂດຍຜ່ານໂຄງການ LASER PULSE ທີ່ນຳພາໂດຍ ມະຫາວິທະຍາໄລ ເພີດູ່ ຂອງສະຫະລັດອາເມລິກາ. ໂຄງການ ANRCB ແມ່ນໂຄງການໃໝ່ລ່າສຸດ ທີ່ຢູ່ພາຍໃຕ້ ໂຄງການລິເລີ່ມທາງດ້ານໂພຊະນາການ ລາວ ອາເມລິກາ (Lao American Nutrition Initiative-LANI) ເພື່ອສະໜັບສະໜູນ ວິຊາການທາງດ້ານໂພຊະນາການ ໃຫ້ມີຄວາມຊ່ຽວຊານໃນການດຳເນີນການຄົ້ນຄວ້າ ແລະ ນຳໃຊ້ຜົນຂອງການຄົ້ນຄວ້າ ທາງດ້ານໂພຊະນາການ ເພື່ອແກ້ໄຂບັນຫາ ການຂາດສານອາຫານໃນ ສປປ …
ອ່ານເພີ່ມເຕີມ»
By U.S. Mission Laos | 14 ເດືອນມີນາ, 2021 | ປະເພດ: ບົດຂ່າວ
ໃນວັນທີ 25 ພຶດສະພາ 2021 ທີ່ຜ່ານມານີ້ ທ່ານເອກອັກຄະລັດຖະທູດ ດຣ.ປີເຕີ ເຮມ໋ອນ ໄດ້ມອບຊຸດອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກໃຫ້ແກ່ທ່ານ ດຮ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງການມອບໃນຄັ້ງນີ້ແມ່ນຖືເປັນສ່ວນໜຶ່ງໃນການປະກອບສ່ວນຂອງ ສະຫະລັດອາເມລິກາເຂົ້າໃນການຊ່ວຍເຫລືອວຽກງານຕ້ານພະຍາດໂຄວິດ-19 ຂອງ ສປປ ລາວ. ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກດັ່ງກ່າວນັ້ນ ແມ່ນເປັນການມອບຄັ້ງທຳອິດຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫຼືອຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດສະຫະລັດອາເມລິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງທົ່ວປະເທດຂອງ ສປປ ລາວ. ຈຸດປະສົງຂອງການມອບເຄື່ອງດັ່ງກ່າວ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸກຄະລາກອນແພດໝໍ, ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນແຕ່ລະສູນ, ທັງນີ້ກໍ່ເພື່ອເປັນການສຶບຕໍ່ຊ່ວຍເຫລືອວຽກງານຂອງອົງການອາຫານໂລກທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວນັ້ນ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດແມ່ນ 203,000 ໂດລາສະຫະລັດ. ທ່ານທູດ ປີເຕີ ເຮມ໋ອນໄດ້ກ່າວວ່າ: ຂ້າພະເຈົ້າຂໍຊົມເຊີຍການນຳຂອງລັດຖະບານ ສປປ ລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ຂ້າພະເຈົ້າພູມໃຈທີ່ໄດ້ມອບອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກໃຫ້ແກ່ບຸກຄະລາກອນແພດໝໍ, ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນສູນຕ່າງໆ. ພວກເຮົາຈະສືບຕໍ່ຊ່ວຍເຫຼືອ …
ອ່ານເພີ່ມເຕີມ»
By U.S. Mission Laos | 26 ເດືອນພຶດສະພາ, 2021 | ປະເພດ: ບົດຂ່າວ
ນະຄອນຫລວງວຽງຈັນ, ສປປ ລາວ— ໃນວັນທີ 26 ມັງກອນນີ້ ທ່ານເອກອັກຄະລັດຖະທູດສະຫະລັດ ອາເມລິກາ ປະຈຳ ສປປລາວ ດຣ. ປີເຕີ້ ເຮມ໋ອນ ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ແຂວງສາລະວັນ ພ້ອມດ້ວຍທ່ານ ອາຄົມ ລຳວິຈິດ ຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ໄດ້ເປັນກຽດເຂົ້າຮ່ວມພິທີວາງສີລາລືກ ເພື່ອການບູລະນະແບບຮອບດ້ານຂອງໂຮງໝໍເມືອງຄົງເຊໂດນ, ແຂວງສາລະວັນ. ໃນພິທີດັ່ງກ່າວໄດ້ມີການເຊັນບົດບັນທືກຄວາມເຂົ້າໃຈຢ່າງເປັນທາງການເພື່ອບໍລິຫານ ປະສານງານຂອງການບູລະນະໂຮງໝໍ ລະຫວ່າງ ກະຊວງປ້ອງກັນປະເທດສະຫະລັດ ອາເມລິກາ ແລະ ພະແນກສາທາລະນະສຸກແຂວງສາລະວັນ. ປີ2021 ນີ້ແມ່ນເປັນສັນຍາລັກອັນສຳຄັນໃນການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປລາວ ຄົບຮອບ 5 ປີ. ວຽກງານນີ້ກໍ່ແມ່ນເປັນສ່ວນຫນື່ງຂອງການຮ່ວມມືທີ່ທາງສະຫະລັດອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອເຮັດໃຫ້ບັນລຸໜື່ງໃນເປົ້າໝາຍການພັດທະນາແບບຍືນຍົງເຊີ່ງໃນນັ້ນແມ່ນລວມເອົາເປົ້າຫມາຍທີ3 ເພື່ອສຸຂະພາບທີດີ ແລະ ຊີວິດການເປັນຢູ່ທີ່ດີ. ການບູລະນະໂຮງໝໍເມືອງຄົງເຊໂດນແຫ່ງນີ້ຈະຊ່ວຍປັບປຸງການເຂົ້າເຖິງການປິ່ນປົວສຸຂະພາບໃຫ້ແກ່ປະຊາຊົນເມືອງ ຄົງເຊໂດນ ແລະ ແຂວງສາລະວັນ. ທ່ານທູດ …
ອ່ານເພີ່ມເຕີມ»
By U.S. Mission Laos | 2 ເດືອນກຸມພາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ ສປປ ລາວ – ສະຫະລັດອາເມລິກາ ສືບຕໍ່ຊ່ວຍເຫຼືອວຽກງານຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ໃນ ສປປ ລາວ, ໂດຍການສະໜັບສະໜູນສະພາທະນາຍຄວາມ ເປີດຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຫ້ອງການທຳອິດ ປະຈຳຫ້ອງການສະພາທະນາຍຄວາມ ແຂວງວຽງຈັນ ສະໜັບສະໜູນໂດຍ ປະເທດສະຫະລັດອາເມລິກາ. ພິທີດັ່ງກ່າວ ເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ພະນະທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ທ່ານ ປອ ປີເຕີ ເມຮ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈໍາ ສປປ ລາວ ພ້ອມດ້ວຍແຂກທີ່ມີກຽດ ຈາກກະຊວງຍຸຕິທຳ, ສະພາທະນາຍຄວາມ ແລະ ຄູ່ຮ່ວມພັດທະນາຫຼາຍກວ່າ 80 ທ່ານ. ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ປີນີ້ແມ່ນປີຄົບຮອບ 5 ປີ ສາຍພົວພັນສະຫະລັດອາເມລິກາ–ສປປລາວແບບກວມລວມ. ແຜນງານນີ້ ໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມມຸ້ງໝັ້ນ ແລະ ການຮ່ວມເປົ້າໝາຍ ພາຍໃຕ້ການຮ່ວມມືນີ້ເພື່ອສົ່ງເສີມ …
ອ່ານເພີ່ມເຕີມ»
By U.S. Mission Laos | 2 ເດືອນກຸມພາ, 2021 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ ສປປ ລາວ – ລັດຖະບານສະຫະລັດອາເມລິກາ ໄດ້ປະກອບສ່ວນ ພາຫະນະໃໝ່ (4×4 vehicles) ຈຳ ນວນ 16 ຄັນ ແລະ ເຄື່ອງກວດລະເບີດຈຳນວນ 134 ເຄື່ອງ ໃຫ້ແກ່ ສປປ ລາວ ລວມມູນຄ່າຫຼາຍກວ່າ 1 ລ້ານໂດລາ, ໃນພິທີມອບຮັບ ທີ່ໄດ້ຈັດຂຶ້ນໃນວັນທີ 19 ມັງກອນ ທີ່ສູນຝຶກອົບຮົມຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ທີ່ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ທ່ານ ໂຈມແຍງ ແພງທອງສະຫັວດ, ຫົວໜ້າ ຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດຕົກຄ້າງຢູ່ ສປປ ລາວ (NRA), ທ່ານ ບຸນພະມິດ ໂສມວິຈິດ ອຳນວຍການ ໂຄງການເກັບກູ້ ລະເບີດແຫ່ງຊາດ (UXO …
ອ່ານເພີ່ມເຕີມ»
By U.S. Mission Laos | 20 ເດືອນມັງກອນ, 2021 | ປະເພດ: ບົດຂ່າວ
ະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ10ເດືອນທັນວາທີ່ຜ່ານມາ ສະຫະລັດອາເມລິກາໄດ້ມອບທຶນຈໍານວນ 73,000 ໂດລາໃຫ້ແກ່ສະມາຄົມມັນຕົ້ນລາວ (LCA)ໂດຍຜ່ານໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາ (CLEAN) ຂອງກະຊວງກະສິກໍາຂອງສະຫະລັດອາເມລິກາ (USDA). ທຶນດັ່ງກ່າວຍັງຈະໄດ້ປະກອບສ່ວນເຂົ້າໃນການຝຶກອົບຮົມທາງດ້ານເຕັກນິກໃຫ້ແກ່ສະມາຊິກ ຂອງສະມາຄົມ (LCA) ຈໍານວນ 8,000ຄົນ ຢູ່ທີ່ແຂວງສາລະວັນ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາລະບົບແນວພັນມັນຕົ້ນໃຫ້ມີຄວາມຍືນຍົງ, ສາມາດນໍາໄປສູ່ຄຸນພາບຂອງຜົນລະປູກ ແລະ ຜົນພະລິດທີ່ມີຄຸນນະພາບສູງ. ໃນງານດັ່ງກ່າວແມ່ນມີຜູ້ເຂົ້າຮ່ວມຫລາຍກວ່າ 50 ທ່ານ, ລວມທັງເຈົ້າຫນ້າທີ່ຕາງຫນ້າຈາກ ກະຊວງກະສິກໍາ ແລະ ປ່າໄມ້, ເຈົ້າແຂວງສາລະວັນ, ຕາງຫນ້າຈາກສະຖາບັນຄົ້ນຄວ້າກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະ ມາຈາກ (CIAT). ທຶນທີ່ໄດ້ມອບໃຫ້ຫລ້າສຸດນີ້ແມ່ນເປັນສ່ວນຫນຶ່ງຂອງຈໍານວນ 9ລ້ານໂດລ່າເຊິ່ງເປັນຄວາມໝາຍໝັ້ນຂອງລັດຖະບານສະຫະລັດອາເມລິກາໃນການຊ່ວຍໃຫ້ ສປປ ລາວເພື່ອການຈະພັດທະນາຂະແໜງກະສິກໍາໃນຕໍ່ຫນ້າ. ໂຄງການ(CLEAN) ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການວິນຣັອກສາກົນ ໂດຍການຮ່ວມມືກັບ ກະຊວງກະສິກໍາ ແລະ ປ່າໄມ້. ໃນປີ 2019 ໂຄງການ (CLEAN) ຍັງໄດ້ຈັດງານຝຶກອົບຮົມກ່ຽວກັບມັນຕົ້ນເປັນຄັ້ງທໍາອິດຢູ່ທີ່ແຂວງສາລະວັນ ໂດຍສຸມໃສ່ການເພີ່ມຜົນພະລິດມັນຕົ້ນ, ຄຸນນະພາບ ແລະ ຄວາມເປັນໄປໄດ້ໃນການຂະຫຍາຍຕະຫຼາດ. ຫົວຫນ້າໂຄງການ CLEAN ທ່ານ Alex Dahan ໄດ້ກ່າວວ່າ: ມື້ນີ້ພວກເຮົາໄດ້ລົງມືເຮັດຕາມຄວາມໝາຍໝັ້ນຕໍ່ອຸດສາຫະກຳມັນຕົ້ນ ທີ່ມີທ່າແຮງການຂອງສົ່ງອອກປະມານ 200ລ້ານ ໂດລ່າ ຂອງອຸດສາຫະກຳການສົ່ງອອກ ໃນ ສປປ ລາວ, ເພື່ອທີ່ຈະໄດ້ເຮັດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງໃນຄະນະດຽວກັນພ້ອມທັງຮັບປະກັນວ່າການນຳໃຊ້ເທັກໂນໂລຢີທີ່ທັນສະ ໄໝຍັງເປັນການຊ່ວຍໃຫ້ຊາວກະຊິກອນສາມາດຮັກສາຄຸນພາບຂອງຜົນລະປູກ ແລະ ຜົນພະລິດທີ່ມີຄຸນນະພາບສູງ. ລະບົບການຮັກສາແນວພັນໃຫມ່ຍັງເປັນການຊ່ວຍເພີ່ມໃຫ້ຊາວກະສິກອນໃນການເຂົ້າເຖິງຄຸນນະພາບທີ່ສູງ, ແນວພັນທີ່ດີພ້ອມທັງຊ່ວຍເຂົ້າໃນການເກັບມ້ຽນມັນຕົ້ນຕື່ມອີກ. ທຶນການຊ່ວຍເຫຼືອຄັ້ງນີ້ຍັງເປັນການສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ຊື້ຈາກຕ່າງປະເທດທີ່ກຳລັງຊອກຫາຊື້ມັນຕົ້ນຈາກ ສປປ ລາວ ແລະ ໃນຄະນະດຽວກັນຍັງເປັນການໃຫ້ການຈະຊ່ວຍໃຫ້ຊາວກະສິກອນທາງດ້ານເຕັກນິກເພື່ອພັດທະນາໃຫ້ມີຄວາມຍືນຍົງຂອງຜົນພະລິດ ແລະ ຄວາມອາດສາມາດໃນການແຂ່ງຂັນ ແລະ ຍັງເປັນການສ້າງລາຍໄດ້ທີ່ໝັ້ນຄົງ ແລະ ສູງຂື້ນ. ທຶນການຊ່ວຍເຫຼືອໃນຄັ້ງນີ້ແມ່ນເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຂອງປະຊາຊົນ ສະຫະລັດອາເມລິກາ ໃນການປະກອບສ່ວນຊ່ວຍໃຫ້ ສປປ ລາວ ບັນລຸງເປົ້າໝາຍການພັດທະນາ. USDA, ພາຍໃຕ້ ໂຄງການ Food for Progress program (FFPr) ໄດ້ໃຫ້ທຶນຈຳນວນ 9 ລ້ານໂດລາສະຫະລັດ ແກ່ ອົງການວິນຣັອກສາກົນ ເພື່ອຈັດຕັ້ງປະຕິບັດ ໂຄງການ (CLEAN). ນອກຈາກໂຄງການ (CLEAN) ແລ້ວ, ສະຫະລັດອາເມລິການ ໂດຍຜ່ານ USDA ແມ່ນໄດ້ໃຫ້ການຊ່ວຍເຫຼືອໂຄງການອາຫານທ່ຽງໃນ ສປປ ລາວນັບຕັ້ງແຕ່ປີ 2006 ພາຍໄຕ້ໂຄງການ McGovern-Dole Program ເຊິ່ງໄດ້ປະກອບສ່ວນອາຫານທ່ຽງໃນແຕ່ລະວັນສຳລັບໂຮງຮຽນ ປະຖົມຫຼາຍກວ່າ 700 ໂຮງຮຽນ ທົ່ວ 6 ແຂວງ.
ອ່ານເພີ່ມເຕີມ»
By U.S. Mission Laos | 4 ເດືອນມັງກອນ, 2021 | ປະເພດ: ບົດຂ່າວ
ສະຫະລັດອາເມລິກາ ໄດ້ປະກາດມອບທຶນຊ່ວຍເຫຼືອເພີ່ມຈຳນວນ 25 ລ້ານ ໂດລາ ໃນໄລຍະ 5 ປີຕໍ່ຫນ້າ ເພື່ອຊ່ວຍເຂົ້າໃນໂຄງການອາຫານສຳລັບເດັກໃນທົ່ວ ສປປ ລາວ. ໂດຍການໄດ້ຮັບທຶນຈາກ ກະຊວງກະສິກຳສະຫະລັດອາເມລິກາ – ໂຄງການອາຫານເພື່ອການສຶກສາ ແລະ ໂພສະນາການສຳລັບເດັກ ຫຼື (U.S. Department of Agriculture’s (USDA) McGovern-Dole International Food for Education and Child Nutrition Program project) ເຊິ່ງຈະຈັດຕັ້ງປະຕິບັດໂດຍ ອົງການອາຫານໂລກ (WFP) ຮ່ວມກັບ ອົງການບັນເທົາທຸກກາໂຕລິກ (CRS) ແລະ ກະຊວງສຶກສາທິການ ແລະ ກິລາ. ໂຄງການນີ້ຈະສາມາດຊ່ວຍສະໜອງອາຫານທ່ຽງໃນແຕ່ລະມື້ໃຫ້ແກ່ ໂຮງຮຽນຈຳນວນ 735 ແຫ່ງ ໃນ 18 ເມືອງ ແລະ ຈະສາມາດເຂົ້າເຖິງເດັກທີ່ມີຄວາມຕ້ອງການຫຼາຍກວ່າ 63,000 ຄົນ. “ພວກເຮົາມີຄວາມພາກພູມໃຈ …
ອ່ານເພີ່ມເຕີມ»
By U.S. Mission Laos | 20 ເດືອນພະຈິກ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ສ. ອາເມລິການໍາໜ້າສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການສາທາລະນະ ສຸກ. ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳລາວ ໄດ້ມອບ ເຄື່ອງກວດເລືອດເພື່ອບົ່ງ ມະຕິ ໄຂ້ມາເລເລຍຢ່າງໄວຈຳນວນ 50,000 ຊຸດໃຫ້ແກ່ ທ່ານ ດຣ. ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນພິທີມອບຮັບ ຄັ້ງວັນທີ່ 13 ພະຈິກ ທີ່ນະຄອນຫຼວງວຽງຈັນ. ເຄື່ອງກວດດັ່ງກ່າວແມ່ນໄດ້ມອບໃຫ້ໂດຍຜ່ານອົງການ USAID ເຊິ່ງຈະໄດ້ຖືກຈັດສົ່ງໄປບັນດາໂຮງໝໍ ແລະ ສຸກສາລາຕ່າງໆ ໃນຊຸມຊົນທີ່ຍັງມີການແຜ່ລະບາດຂອງພະຍາດ ມາເລເລຍ. ເຄື່ອງກວດຈຳນວນນີ້ແມ່ນພຽງສ່ວນນຶ່ງຂອງຈຳນວນເຄື່ອງກວດທັງໝົດ ທີ່ຫຼາຍກ່ວາທີ່ຈະມາໃນປີໜ້າ ເຊິ່ງຈະ ຊ່ວຍໃຫ້ລັດຖະບານລາວ ມີອຸປະກອນພຽງພໍໃນການຮອງຮັບກັບການລະບາດຂອງ ມາເລເລຍໃນອານາຄົດ. ທ່ານປອ. ເຮມ໋ອນກ່າວວ່າ: ສ. ອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຂອງພວກເຮົາ …
ອ່ານເພີ່ມເຕີມ»
By U.S. Mission Laos | 16 ເດືອນພະຈິກ, 2020 | ປະເພດ: ບົດຂ່າວ
ໃນວັນທີ 6 ເດືອນພະຈິກ ທີ່ຜ່ານມາ ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບຊຸດນໍ້າຢາກວດເຊື້ອພະຍາດ COVID-19 ຈຳນວນ 4800 ຂຸດ ແລະ ອຸປະກອນທີ່ນໍ້າໃຊ້ຢູ່ໃນຫ້ອງວິເຄາະ ໃຫ້ແກ່ ສູນທົດລອງ ແລະ ລະບາດວິທະຍາແຫ່ງຊາດ. ອຸປະກອນທັງຫມົດທີ່ໄດ້ມອບໃຫ້ນີ້ແມ່ນເປັນຊຸດທຳອິດຂອງການຊ່ວຍເຫລືອລວມທັງຫມົດໃນຈຳນວນ 9600 ຊຸດ ຈາກ ກອງທັບບົກ ປາຊີຟີກໂດຍຜ່ານສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດ-ປາຊີຟິກ.ບັນດາອຸປະກອນເຫລົ່ານີ້ຈະຊ່ວຍເຂົ້າໃນວຽກງານການກວດເຊຶ້ອ ແລະ ຕິດຕາມພະຍາດ COVID-19 ຢູ່ພາຍປະເທດຂອງ ສປປ ລາວ.ໂດຍມູນຄ່າລວມຂອງການຊ່ວຍເຫລືອໃນຄັ້ງນີ້ແມ່ນມີມູນຄ່າຫຼາຍກວ່າ 75,000 ໂດລ້າສະຫະລັດ. ທ່ານເຮມ໋ອນ ໄດ້ກ່າວວ່າ ພິທີມອບຮັບໃນມື້ນີ້ຢຸ່ທີ່ສູນທົດລອງ ແລະ ລະບາດວິທະຍາແຫ່ງຊາດນີ້ແມ່ນເປັນການຊ່ວຍຄັ້ງຫຼ້າສຸດຈາກ ສ. ອາເມລິກາ ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ້ງຫມັ້ນທີ່ເຮັດວຽກຢ່າງຄຽງບ່າຄຽງໄຫຼ່ ໃນຂະນະທີ່ ສປປ ລາວຍັງສືບຕໍ່ຮັບມືກັບ ພະຍາດ COVID-19ພ້ອມທັງເປັນການຮ່ວມມືໄລຍະຍາວຂອງພວກເຮົາເພີ່ອໃຫ້ເປັນຄູ່ຮ່ວມງານທີ່ມີຄວາມເຂັ້ມແຂງ ແລະ ເພື່ອສຸຂະພາບທີ່ດີຂອງປະຊາຊົນລາວ.“ນັບຕັ້ງແຕ່ຕົ້ນປີ 2020 ມານິ້ເພື່ອການຕໍ່ສູ້ຕ້ານກັບໄພຂົ່ມຂູ່ຈາກພະຍາດ COVID-19 ສ.ອາເມລິກາໄດ້ໃຫ້ການຊ່ວຍເຫຼືອລ້າທີ່ລວມມີມູນຄ່າປະມານ …
ອ່ານເພີ່ມເຕີມ»
By U.S. Mission Laos | 11 ເດືອນພະຈິກ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ສະຖານທູດສະຫະລັດອາເມລິກາປະຈຳລາວທີ່ນະຄອນຫຼວງວຽງຈັນໄດ້ຈັດກອງປະ ຊຸມຂຶ້ນໃນວັນທີ 29 ຕຸລາ ເຊິ່ງມີຜູ້ເຂົ້າຮ່ວມຈາກລັດຖະບານ, ເອກະຊົນ ແລະ ພາກສ່ວນທີ່ບໍ່ຫວັງຜົນກຳໄລ ເຊິ່ງກອງປະຊຸມດັ່ງກ່າວຖືກຈັດຂຶ້ນຄຽງຄູ່ກັບກອງປະຊຸມການດຳເນີນທຸລະກິດໃນພາກພື້ນອິນໂດ–ປາຊີຟິກ ປະຈຳປີ 2020 ທີ່ຈັດຂຶ້ນທີ່ ນະຄອນຫຼວງ ຮ່າໂນຍ ປະເທດຫວຽດນາມ. ກອງປະຊຸມທີ່ນະຄອນຫຼວງວຽງຈັນ ປະກອບມີການເບິ່ງຖ່າຍທອດສົດ ກ່ຽວກັບຫົວຂໍ້ການເຮັດທຸລະກິດໃນພາກພື້ນອິນໂດ–ປາຊີຟິກ ຈາກ ກອງປະຊຸມທີ່ນະຄອນຫຼວງ ຮ່າໂນຍ ແລະ ການສົນທະນາກ່ຽວ ກັບການເຮັດທຸລະກິດໃນ ສປປ ລາວໂດຍສະເພາະ. ທ່ານ ປອ. ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ໃຫ້ກຽດເປັນປະທານໃນກອງປະຊຸມດັ່ງກ່າວ. ຜູ້ເຂົ້າຮ່ວມໄດ້ວິເຄາະ ໂອກາດດ້ານການຄ້າ ແລະ ການລົງທຶນສາກົນ ຊ່ວງຫຼັງວິກິດ ການໂຄວິດ-19 ໃນ ສປປລາວ ໃຫ້ແກ່ທຸລະກິດອາເມລິກາ ແລະ ສາກົນ. ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ສ. ອາເມລິກາ ໄດ້ໃຫ້ບູລິມະສິດສູງກ່ຽວກັບ ການລົງທຶນຂອງ …
ອ່ານເພີ່ມເຕີມ»
By U.S. Mission Laos | 2 ເດືອນພະຈິກ, 2020 | ປະເພດ: ບົດຂ່າວ
ທີ່ນະຄອນຫຼວງພະບາງ, ສປປ ລາວ – ທ່ານເອກອັກຄະລັດຖະທູດ ປອ ປີເຕີ ເຮມ໋ອນ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສໍາເລັດຂອງການບູລະນະປະຕິສັງຂອນວັດວິຊຸນທີ່ຫຼວງພະບາງ ແລະ ໄດ້ມອບໂຄງການບູລະນະທີ່ສໍາເລັດນີ້ໃຫ້ແກ່ລັດຖະບານແລະປະຊາຊົນຫຼວງພະບາງເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນທີ່ວັດວິຊຸນໃນວັນທີ6ຕຸລາ.ສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດແຫ່ງນີ້ແມ່ນໄດ້ຮັບການບູລະນະໂດຍທຶນຂອງລັດຖະບານສະຫະລັດອາເມລິກາ ພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347,000 ໂດລ່າ. ວັດແຫ່ງນີ້ແມ່ນໄດ້ສ້າງຂື້ນໃນສັດຕະວັດທີ່16 ໃນຍຸກພະເຈົ້າ ວິຊຸນນະລາດ,ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດຢູ່ໃນຫລວງພະບາງ ແລະເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາຫລາຍກວ່າ 500ປີ. ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ AFCPໄດ້ສົ່ງເສີມບັນດາເຂົ້າຫນ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ.ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະ ປົກປັກຮັກສາໜຶ່ງໃນສະຖານທີ່ ອັນສໍາຄັນທາງດ້ານປະຫວັດສາດໃນທົ່ວ ສປປ ລາວ. ການຮ່ວມມືລະຫວ່າງສະຫະລັດອາເມລິກາກັບນະຄອນຫຼວງພະບາງໃນການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການ ຊ່ວຍເຫຼືອປະຊາຊົນລາວໃນການປົກປັກຮັກສາຮິດຄອງອັນລໍ້າຄ່າ.ນັບຕັ້ງແຕ່ 2001, ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 1ລ້ານໂດລາເພື່ອເປັນການປົກປັກຮັກສາມໍ ລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ. ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ20ໂຄງການເຊິ່ງລວມທັງການປະຕິສັງຂອນວັດວາອາຮາມອັນສັກສິດ,ການປົກປັກຮັກສາມໍລະດົກແລະວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮິດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດ. ຈົນມາເຖິງປະຈູບັນການບູລະນະວັດຊຽງທອງຢູ່ຫຼວງພະບາງຖືເປັນໂຄງການໃຫຍ່ທີ່ສຸດເຊິ່ງໄດ້ດຳເນີນການເປັນເວລາ 3 ປີໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ 650,000 ໂດລ່າ. ທ່ານເອກອັກຄະລັດຖະທູດ ເຮມ໋ອນ ໄດ້ກ່າວເພີ່ມອິກວ່າ: ໂຄງການນີ້ໄດ້ຊ່ວຍໃຫ້ປະຊາຊົນລາວມີສ່ວນຮ່ວມຫຼາຍຂື້ນກັບທາງດ້ານວັດທະນະທໍາ ແລະ ທາງປະຫວັດສາດ ພ້ອມທັງຊ່ວຍໃຫ້ຄົນທົ່ວໂລກມີຄວາມເພິ່ງພໍໃຈກັບຄວາມງາມ ແລະ ຄວາມເປັນເອກະລັກທາງດ້ານຮິດຄອງປະເພນີ ຂອງ ສປປ ລາວ. ວຽກງານບູລະນະທີ່ພວກເຮົາເຮັດຈະມີສ່ວນຊ່ວຍທີ່ສໍາຄັນເພື່ອຮັບປະກັບວ່າວັດວິຊຸນອັນເປັນສະຖານທີ່ສໍາຄັນແຫ່ງນີ້ຈະຢູ່ຄູ່ວັດທະນະທໍາ ແລະ ຈິດໃຈໃນອີກຫຼາຍປີຕໍ່ໜ້າ.
ອ່ານເພີ່ມເຕີມ»
By U.S. Mission Laos | 6 ເດືອນຕຸລາ, 2020 | ປະເພດ: ບົດຂ່າວ
ໃນວັນທີ 1 ຕຸລາ, ຢູ່ທີ່ກະຊວງປ້ອງກັນປະເທດ, ທ່ານ ປອ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຕາງຫນ້າ ມອບລົດແພດພາກສະໜາມ (FordEverest) ຈໍານວນ 9 ຄັນ ໃຫ້ແກ່ ກະຊວງປ້ອງກັນປະເທດ ເຊິ່ງຕາງໜ້າຮັບໂດຍ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ສະຫະລັອາເມລິກາ ໄດ້ສະໜອງລົດແພດ ໂດຍຜ່ານໂຄງການຈັດຫາເງິນທຶນໃຫ້ ກອງທັບຕ່າງປະເທດ. ນີ້ເປັນການຊ່ວຍເຫຼືອລ້າຄັ້ງທຳອິດ ທີ່ກະຊວງປ້ອງກັນປະເທດຂອງສະຫະລັດອາເມລິກາ ມອບໃຫ້ແກ່ກະຊວງປ້ອງກັນປະເທດ ສປປ ລາວ. ລົດແພດພາກສະໜາມ ພ້ອມດ້ວຍອຸປະກອນຄົບຊຸດ ແລະ ການຝຶກອົບຮົມທີ່ກ່ຽວຂ້ອງ ມີມູນຄ່າຫລາຍກວ່າ 600,000 ໂດລ່າ, ຊຶ່ງຈະໄດ້ຊ່ວຍເຫລືອທະຫານຂອງກອງທັບປະຊາຊົນລາວ ໃນເວລາປະຕິບັດຫນ້າທີ່ຊ່ວຍເຫລືອສຸກເສີນທາງດ້ານການແພດ ແລະການຂົນສົ່ງບຸກຄະລາກອນທີ່ໄດ້ຮັບບາດເຈັບ, ແລະ ຍັງເປັນການປັບປຸງຍົກລະດັບ ຄວາມສາມາດຂອງບັນດາເຈົ້າຫນ້າທີ່ໃນການຮັບມືກັບໄພພິບັດທີ່ອາດຈະເກີດຂື້ນ ຢູ່ໃນເຂດທີ່ຫ່າງໄກສອກຫລີກຂອງ ສປປ ລາວ. ທ່ານ ເອກອັກຄະລັດຖະທູດເຮມ໋ອນໄດ້ກ່າວວ່າ: ກອງທັບສອງປະເທດຂອງພວກເຮົາໄດ້ປະຕິບັດງານຮ່ວມກັນ ເພື່ອຄົ້ນຄວ້າຊອກຫາອຸປະກອນທີ່ຈຳເປັນເພີ່ມເຕີມ ສຳລັບການຊ່ວຍເຫລືອທາງດ້ານການແພດແລະການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການປະຕິບັດການຮັບມືກັບໄພພິບັດ ຂອງກອງທັບປະຊາຊົນລາວ. ຈາກຜົນຂອງການປະຕິບັດງານຮ່ວມກັນໄດ້ນໍາພວກເຮົາມາເຖິງຈຸດນີ້. ພວກເຮົາມີຄວາມພາກພູມໃຈທີ່ບັນດາພາຫະນະນີ້ຈະໄດ້ຊ່ວຍເຫລືອກອງທັບປະຊາຊົນລາວໃນການຮັບມືກັບໄພພິບັດໃນຕໍ່ໜ້າ ບໍ່ວ່າຈະເປັນໄພພິບັດຮູບແບບໃດກໍຕາມ, ແລະ ຍັງເປັນການຊ່ວຍເຫລືອປະຊາຊົນລາວນຳອິກ. ການໃຫ້ຄວາມຊ່ວຍເຫລືອນີ້ແມ່ນຜົນມາຈາກການປຶກສາຫາລືໃນກອງປະຊຸມດ້ານວຽກງານປ້ອງກັນຊາດຂອງທະຫານສອງຝ່າຍລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ, ຊຶ່ງເປັນສ່ວນໜຶ່ງຂອງການຮ່ວມມືແບບກວມລວມ ລະຫວ່າງສະຫະລັດອາ ເມລິກາ ແລະ ສປປ ລາວ. ການປຶກສາຫາລືຄັ້ງຫລ້າສຸດແມ່ນໄດ້ສຸມໃສ່ການຮ່ວມມືທາງດ້ານການປົກປັກຮັກສາສຸຂະພາບຂອງປະຊາຊົນ ແລະ ການເພີ່ມການຮ່ວມມືທາງດ້ານວຽກງານເສນາຮັກ, ຕະຫລອດເຖິງການປະຕິບັດການຮ່ວມກັນລະຫວ່າງທະຫານແລະພົນລະເຮືອນ ແລະ ການບັນເທົາທຸກໄພພິບັດ. ລົດແພດ Ford Everest ທີ່ມີຄຸນນະພາບສູງນີ້ຈະໄດ້ຕອບສະໜອງບັນດາເປົ້າໝາຍເຊິ່ງ ສະຫະລັດອາ ເມລິກາ ໄດ້ເຮັດວຽກຮ່ວມກັນກັບລັດຖະບານແລະປະຊາຊົນລາວ ເພື່ອຊ່ວຍໃຫ້ບັນລຸເປົ້າໝາຍຮ່ວມກັນຂອງພວກເຮົາຄືການເຮັດໃຫ້ ສປປ ລາວ ມີຄວາມເຂັ້ມແຂງ ແລະ ມີຄວາມຜາສຸກຍິ່ງໆຂື້ນ.
ອ່ານເພີ່ມເຕີມ»
By U.S. Mission Laos | 4 ເດືອນຕຸລາ, 2020 | ປະເພດ: ບົດຂ່າວ
ແຂວງ ວຽງຈັນ, ສປປ ລາວ — ເພື່ອເປັນການສືບຕໍ່ຊຸກຍູ້ຊ່ວຍເຫຼືອທາງດ້ານການສຶກສາຢ່າງຕໍ່ເນື່ອງໃຫ້ແກ່ ສປປ ລາວ ຂອງ ສະຫະລັດອາເມລິກາ, ທ່ານ ດຣ. ປີເຕີ ເອັມ. ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈໍາລາວ ໄດ້ມອບປື້ມສົ່ງເສີມການອ່ານ ສະໜັບສະໜູນໂດຍ ສະຫະລັດອາເມລິກາ ໃຫ້ແກ່ ທ່ານນາງ ດຣ. ດາລາວອນ ກິດຕິພັນ, ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ທີ່ໂຮງຮຽນປະຖົມສົມບູນ ສະກ້າ, ເມືອງ ໂພນໂຮງ, ແຂວງ ວຽງຈັນ, ໃນວັນທີ 15 ກັນຍາ, 2020. ເຊິ່ງງານດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ກວມເອົາບັນດາຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ, ບັນດາຄູອາຈານ ແລະ ນັກຮຽນ ເພື່ອເປັນການສະເຫຼີມສະຫຼອງ ວັນສາກົນແຫ່ງການລົບລ້າງການກືກໜັງສື. ພິທີມອບຮັບໃນຄັ້ງນີ້ປະກອບມີປຶ້ມນິທານສໍາລັບຊັ້ນຫ້ອງກຽມປະຖົມ ຈໍານວນ 29,000 ເຫຼັ້ມຈະໄດ້ຖືກແຈກຢາຍ …
ອ່ານເພີ່ມເຕີມ»
By U.S. Mission Laos | 16 ເດືອນກັນຍາ, 2020 | ປະເພດ: ບົດຂ່າວ
ປະເທດສະຫະລັດອາເມຣິກາ ສະໜັບສະໜູນເຂດອິນໂດ-ປາຊີຟິກແບບເສລີ ແລະ ເປີດກວ້າງ. ປະຈຸບັນ, ສະຫະລັດກໍາລັງເພີ່ມທະວີນະໂຍບາຍຕໍ່ກັບເຂດພິິພາດແຫ່ງນີ້ ນັ້ນກໍຄື ທະເລຈີນໃຕ້. ພວກເຮົາຂໍເນັ້ນຍໍ້າວ່າ: ການອ້າງສິດຂອງ ປັກກິ່ງ ຕໍ່ກັບແຫຼ່ງຊັບພະຍາກອນນອກຊາຍຝັ່ງເກືອບທັງໝົດຢູ່ທະເລຈີນໃຕ້ ແມ່ນບໍ່ຖືກກົດໝາຍ ໂດຍນໍາໃຊ້ວິທີການຂົ່ມເຫງເພື່ອຄອບຄອງແຫຼ່ງຊັບພະຍາກອນເຫຼົ່ານັ້ນ. ຢູ່ທະເລຈີນໃຕ້, ພວກເຮົາພະຍາຍາມຮັກສາຄວາມສະຫງົບ ແລະ ສະຖຽນລະພາບ, ສົ່ງເສີມອິດສະລະດ້ານທະເລ ໃນລັກສະນະທີ່ສອດຄ່ອງກັບກົດໝາຍສາກົນ, ຮັກສາການໄຫຼວຽນທາງດ້ານການຄ້າທີ່ບໍ່ຖືກກີດຂວາງ ແລະ ຄັດຄ້ານທຸກຄວາມພະຍາຍາມໃນການບັງຄັບ ຫຼື ໃຊ້ກໍາລັງ ເພື່ອແກ້ໄຂຂໍ້ຂັດແຍ່ງ. ພວກເຮົາຮ່ວມກັນແບ່ງປັນຜົນປະໂຫຍດທີ່ເລິກເຊິ່ງ ແລະ ມີພັນທະຜູກພັນເຫຼົ່ານີ້ ກັບຫຼາຍປະເທດພັນທະມິດ ແລະ ຄູ່ຮ່ວມງານ ເຊິ່ງພວກເຂົາຍືດເອົາກົດລະບຽບສາກົນເປັນຫຼັກການພື້ນຖານ. ຜົນປະໂຫຍດຮ່ວມເຫຼົ່ານີ້ ກໍາລັງປະເຊີນກັບໄພຂົ່ມຂູ່ຢ່າງບໍ່ເຄີຍມີມາກ່ອນ ຈາກ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ). ປັກກິ່ງນໍາໃຊ້ການຂົ່ມຂູ່ ເພື່ອທໍາລາຍສິດອະທິປະໄຕຂອງບັນດາປະເທດຊາຍຝັ່ງທະເລຂອງອາຊີຕາເວັນອອກ ສຽງໃຕ້ຢູ່ທະເລຈີນໃຕ້, ຂົ່ມເຫງ ປະເທດເຫຼົ່ານີ້ ໃຫ້ອອກຈາກຊັບພະຍາກອນນອກຊາຍຝັ່ງ, ນໍາໃຊ້ການຄອບຄອງພຽງ ຝ່າຍດຽວ ແລະ ປ່ຽນແທນກົດໝາຍສາກົນ ດ້ວຍ “ການໃຊ້ອໍານາດສ້າງຄວາມຖືກຕ້ອງ.” ນີ້ແມ່ນວິທີການຂອງປັກກິ່ງ ທີ່ໄດ້ນໍາໃຊ້ຢ່າງຈະແຈ້ງໃນຫຼາຍປີທີ່ຜ່ານມາ. ໃນປີ 2010, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ໃນເວລານັ້ນ ໄດ້ກ່າວຕໍ່ຄູ່ຮ່ວມງານອາຊຽນວ່າ “ປະເທດຈີນ ແມ່ນປະເທດໃຫຍ່ ແລະ ປະເທດອື່ນໆ ແມ່ນປະເທດນ້ອຍ ເຊິ່ງນັ້ນຄືຄວາມເປັນຈິງ.” ທັດສະນະຂອງ ສປ ຈີນ ທີ່ມີລັກສະນະເອົາຮັດເອົາປຽບ ແມ່ນບໍ່ສາມາດມີທີ່ຢືນໄດ້ ຢູ່ສັດຕະວັດ ທີ 21. ສປ ຈີນ ບໍ່ມີຈຸດຢືນທາງກົດໝາຍ ທີ່ອະນຸຍາດໃຫ້ນໍາໃຊ້ເຈດຈໍານົງພຽງຝ່າຍດຽວຢູ່ພາກພື້ນ. ປັກກິ່ງ ບໍ່ສາມາດສະແດງຈຸດຢືນທາງດ້ານກົດໝາຍທີ່ມີຄວາມສອດຄ່ອງ ໃນການອ້າງສິດອີງຕາມ “ເສັ້ນ 9 ຈຸດ” ຂອງຕົນ ຢູ່ທະເລຈີນໃຕ້ ນັບຕັ້ງແຕ່ປະກາດຢ່າງເປັນທາງການ ໃນປີ 2009. ອີງຕາມຄໍາສັ່ງຕັດສິນຢ່າງເປັນເອກະສັນ ໃນວັນທີ 12 ເດືອນກໍລະກົດ, 2016, ຄະນະກໍາມະການໄກ່ເກ່ຍ ໂດຍອີງຕາມກົດໝາຍວ່າດ້ວຍສົນທິສັນຍາວ່າດ້ວຍທະເລ – ເຊິ່ງປະເທດຈີນເອງກໍ ເປັນພາຄີ – ໄດ້ປະຕິເສດການອ້າງສິດທາງທະເລຂອງ ສປ ຈີນ ເຊິ່ງບໍ່ມີຈຸດຢືນໃນກົດໝາຍສາກົນ. ຄະນະກໍາມະການ ໄກ່ເກ່ຍ ໄດ້ຢູ່ຂ້າງປະເທດຟິລິປິນ ເຊິ່ງເປັນປະເທດທີ່ໄດ້ນໍາເອົາການອ້າງສິດເກືອບທັງໝົດຂຶ້ນສານ. ດັ່ງປະເທດສະຫະລັດ ໄດ້ກ່າວໄວ້ກ່ອນນີ້ ແລະ ຕາມທີ່ໄດ້ກໍານົດຢ່າງສະເພາະຢູ່ສົນທິສັນຍາ, ຄໍາຕັດສິນຂອງຄະນະກໍາ ມະການໄກ່ເກ່ຍ ແມ່ນມີຜົນສັກສິດສຸດທ້າຍ ແລະ ມີຜົນສັກສິດທາງດ້ານກົດໝາຍ ຕໍ່ກັບຄູ່ກໍລະນີທາງສອງຝ່າຍ. ປະຈຸບັນ, ພວກເຮົາຂໍສະແດງຈຸດຢືນຂອງພວກເຮົາຕໍ່ກັບການອ້າງສິດທາງທະເລຂອງ ສປ ຈີນ ຢູ່ທະເລຈີນໃຕ້ ແມ່ນສອດຄ່ອງກັບຄໍາຕັດສິນຂອງຄະນະກໍາມະການໄກ່ເກ່ຍ. ໂດຍສະເພາະ: • ສປ ຈີນ ອີງຕາມກົດໝາຍ ບໍ່ສາມາດອ້າງເອົາສິດທາງທະເລ – ລວມທັງທຸກການອ້າງສິດຢູ່ເຂດເສດຖະກິດ ສະເພາະ (EEZ) ຈາກເກາະປະກາລັງສະກາໂບໂຣ (Scarborough Reef) ແລະ ໝູ່ເກາະສະແປຼດລີ (the Spratly Islands) – ເຊິ່ງກ່ຽວຂ້ອງເຖິງບັນດາເຂດພື້ນທີ່ຂອງປະເທດຟິລິປິນ ທີ່ຄະນະກໍາມະການ ໄກ່ເກ່ຍຕັດສິນວ່າ ແມ່ນນອນຢູ່ໃນເຂດເສດຖະກິດສະເພາະຂອງປະເທດຟິລິປິນ ຫຼື ເຂດທະວີບ. ການສະກັດກັ້ນບັນດາເຮືອປະມົງຂອງປະເທດຟິລິປິນ ແລະ ການພັດທະນາແຫຼ່ງພະລັງງານນອກຊາຍຝັ່ງ ພາຍໃນບັນດາເຂດເຫຼົ່ານັ້ນ ແມ່ນບໍ່ຖືກກົດໝາຍ ລວມທັງ ທຸກການກະທໍາຝ່າຍດຽວຂອງ ສປ ຈີນ ເພື່ອຂຸດຄົ້ນແຫຼ່ງຊັບພະຍາກອນເຫຼົ່ານັ້ນ. ໂດຍສອດຄ່ອງກັບຄໍາຕັດສິນຂອງຄະນະກໍາມະການໄກ່ເກຍທີ່ມີ ຜົນສັກສິດທາງກົດໝາຍ, ສປ ຈີນ ບໍ່ສາມາດອ້າງສິດອານາເຂດ ຫຼື ທະເລຕາມກົດໝາຍ ຕໍ່ກັບເກາະປະກາລັງ ມິດຊີບ (Mischief Reef) ຫຼື ເກາະເຊເກີນໂທມັດ (Second Thomas Shoal) ເຊິ່ງທັງສອງເກາະແມ່ນ ຢູ່ພາຍໃຕ້ສິດອະທິປະໄຕ ແລະ ເຂດກົດໝາຍຂອງປະເທດຟິລິປິນ ຢ່າງເຕັມສ່ວນ ແລະ ປັກກິ່ງບໍ່ສາມາດ ອ້າງສິດດ້ານດິນແດນ ແລະ ທະເລ ຈາກສິ່ງຕ່າງໆ ທີ່ເກີດຈາກເຂດເຫຼົ່ານີ້ໄດ້. • ເນື່ອງຈາກ ປັກກິ່ງບໍ່ສາມາດຢັ້ງຢືນການອ້າງສິດທາງທະເລໃຫ້ສອດຄ່ອງຕາມກົດໝາຍຢູ່ທະເລຈີນໃຕ້, ສະຫະລັດອາເມຣິກາ ປະຕິເສດທຸກການອ້າງສິດຂອງ ສປ ຈີນ ຕໍ່ໝູ່ເກາະສະແປຼດລີ້ (the Spratly Islands) ໃນນ່ານນໍ້າ ທີ່ຢູ່ກາຍເຂດ 12 ໄມ ຂອງທະເລອານາເຂດ (ໂດຍບໍ່ເລືອກປະຕິບັດຕໍ່ກັບການອ້າງສິດອະທິປະໄຕຂອງປະເທດອື່ນໆຕໍ່ກັບໝູ່ເກາະດັ່ງກ່າວ). ດັ່ງນັ້ນ, ສະຫະລັດອາເມຣິກາ ປະຕິເສດການອ້າງ ສິດຂອງ ສປ ຈີນ ໃນນ່ານນໍ້າທີ່ຢູ່ອ້ອມຮອບ ເຂດ ທະ ເລ ບ້າຍ ຕື ຈິ໋ງ (ອອກຈາກ ປະເທດຫວຽດນາມ), ກຸ່ມຊາຍຫາດຕື້ນ ລູໂກເນຍ (ອອກຈາກ ປະເທດມາເລເຊຍ), ນ່ານນໍ້າຢູ່ເຂດເສດຖະກິດສະເພາະ (EEZ) ຂອງປະເທດບຼູໄນ ແລະ ເກາະນາຕູນາ ເບຊາ (ອອກຈາກ ປະເທດອິນໂດເນເຊຍ). ທຸກການກະທໍາຂອງ ສປ ຈີນ ທີ່ຄຸກຄາມການປະມົງ ຫຼື ການພັດທະນາຮີໂດຣກາກບອນ (hydrocarbon) ຂອງປະເທດອື່ນ ໃນນ່ານນໍ້າເຫຼົ່ານີ້ – ຫຼື ປະຕິບັດກິດຈະກໍາດັ່ງກ່າວພຽງຝ່າຍດຽວ – ແມ່ນບໍ່ຖືກກົດໝາຍ. • ສປ ຈີນ ບໍ່ມີການອ້າງສິດດ້ານອານາເຂດ ຫຼື ທະເລຢ່າງຖືກຕ້ອງຕາມກົດໝາຍ (ຫຼື ໄດ້ຮັບຈາກ) ຕໍ່ກັບຫາດນໍ້າຕື້ນເຈມ (James Shoal), ສິ່ງທີ່ຢູ່ພື້ນນໍ້າທັງໝົດໃນໄລຍະ 50 ໄມທະເລຈາກ ປະເທດມາເລເຊຍ ຫຼື ປະມານ 1000 ໄມທະເລ ຈາກຊາຍຝັ່ງປະເທດຈີນ. ຫາດນໍ້າຕື້ນເຈມ (James Shoal) ມັກຈະຖືກກ່າວເຖິງໃນການໂຄສະນາອົບຮົມຂອງ ສປ ຈີນວ່າເປັນ “ອານາເຂດໃຕ້ສຸດຂອງປະເທດຈີນ.” ກົດໝາຍສາກົນໄດ້ບອກຢ່າງຈະແຈ້ງ: ສິ່ງທີ່ຢູ່ພື້ນນໍ້າ ເຊັ່ນ ຫາດຕື້ນນໍ້າເຈມ (James Shoal) ບໍ່ສາມາດຖືກອ້າງສິດໂດຍປະເທດໃດກໍຕາມ ແລະ ບໍ່ສາມາດສ້າງເປັນເຂດທະຫານ. ຫາດນໍ້າຕື້ນເຈມ (James Shoal) (ປະມານ 20 ແມັດຕໍ່າກວ່າພື້ນຜິວ) ບໍ່ແມ່ນ ແລະ ບໍ່ເຄີຍແມ່ນອານາເຂດຂອງ ສປ ຈີນ ແລະ ປັກກິ່ງບໍ່ສາມາດອ້າງສິດທາງທະເລຕາມກົດໝາຍໃດກໍຈາກຫາດນີ້. ໂລກ ຈະບໍ່ອະນຸຍາດໃຫ້ ປັກກິ່ງ ປະຕິບັດກັບທະເລຈີນໃຕ້ ຄືເປັນດັ່ງອານາຈັກທະເລຂອງຕົນ. ອາເມຣິກາຈະຢືນຄຽງຂ້າງບັນດາປະເທດພັນທະມິດ ແລະ ຄູ່ຮ່ວມງານອາຊີຕາເວັນອອກສຽງໃຕ້ ໃນການປົກປ້ອງສິດອາທິປະໄຕຂອງພວກເຂົາຕໍ່ກັບຊັບພະຍາກອນນອກຊາຍຝັ່ງ ເຊິ່ງສອດຄ່ອງກັບສິດ ແລະ ພັນທະຜູກພັນຂອງພວກເຂົາພາຍໃຕ້ກົດໝາຍສາກົນ. ພວກເຮົາຈະຢືນຄຽງຂ້າງ ປະຊາຄົມສາກົນ ໃນການປົກປ້ອງອິດສະລະດ້ານທະເລ ແລະ ເຄົາລົບຕໍ່ກັບອະທິປະໄຕ ແລະ ປະຕິເສດທຸກການພະຍາຍາມບັງຄັບໃຊ້ “ການໃຊ້ອໍານາດສ້າງຄວາມຖືກຕ້ອງ.” ຢູ່ທະເລຈີນໃຕ້ ຫຼື ພາກພື້ນໃນວົງກວ້າງ.
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນກໍລະກົດ, 2020 | ປະເພດ: ບົດຂ່າວ
ະຄອນຫຼວງວຽງຈັນ, ສປປ ລາວ – ສະຫະລັດອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານສາທາລະນະສຸກ. ທ່ານ ປອ. ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ໄດ້ມອບມຸ້ງເຄືອບຢາ ຈໍານວນ 88,000 ດາງ ໃຫ້ແກ່ ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເຊິ່ງພິທີມອບ–ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 17 ກໍລະກົດ ທີ່ຜ່ານມາ. ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກ, ໂດຍສະເພາະແມ່ນບ່ອນທີ່ຍັງພົບຜູ້ຕິດເຊື້ອມາເລເລຍສູງ. ທ່ານ ປອ. ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ສະຫະລັດອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບ ສປປລາວ ແລະ ຄູ່ຮ່ວມງານທາງດ້ານສາທາລະນະສຸກເພື່ອຊ່ວຍສະໜັບສະໜູນມອບອຸປະກອນຮັກສາຊີວິດເພື່ອປ້ອງກັນພະຍາດມາເລເລຍ ແລະ ສະໜັບສະໜູນສປປລາວໃນການລົບລ້າງພະຍາດມາເລເລຍໃຫ້ໝົດໄປພາຍໃນປີ 2030. ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເຣຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດມາເລເລຍ ເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງເຖິງ 90 ສ່ວນຮ້ອຍ, ເຊິ່ງຫຼຸດລົງຈາກ ຈຳນວນສູງສຸດທີ່ 50,000 ໃນປີ 2014 …
ອ່ານເພີ່ມເຕີມ»
By U.S. Mission Laos | 17 ເດືອນກໍລະກົດ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ລັດຖະບານສະຫະລັດອາເມລິກາ ໂດຍຜ່ານໂຄງການ (USAID), ໄດ້ເພີ່ມທຶນການຊ່ວຍເຫຼືອ ຈຳນວນ 2.5 ລ້ານໂດລາສະຫະລັດ ໃນການຫຼຸດຜ່ອນ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ19 ໃນ ສປປ ລາວ. ໂດຍການຮ່ວມມືກັບລັດຖະບານ ສປປ ລາວ, ອົງການ USAID ຈະໃຫ້ທຶນເພີ່ມແກ່ບັນດາອົງການສາກົນປະຈຳ ສປປ ລາວ ໃນການຄວບຄຸມການລະບາດຂອງເຊື້ອໂຄໂຣນາໄວຣັສ. ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ທຶນການຊ່ວຍເຫຼືອ ຈາກສະຫະລັດອາເມລິກາໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງການຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ”. ທ່ານໄດ້ກ່າວຕື່ມອີກວ່າ “ພວກເຮົາມີຄວາມພາກພູມໃຈ ຕໍ່ກັບຄວາມໝາຍໝັ້ນທີ່ຕິດພັນກັບການຊ່ວຍເຫຼືອທາງດ້ານ ວຽກງານສະກັດກັ້ນພະຍາດ COVID-19 ເຊິ່ງມາຮອດປັດຈຸບັນໄດ້ບັນລຸເຖິງ 7.5 ລ້ານໂດລາ. ສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມເພື່ອສະກັ້ນການແຜ່ລະບາດໄວຣັສຮ້າຍນີ້ພ້ອມທັງປ້ອງກັນສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນລາວ.” …
ອ່ານເພີ່ມເຕີມ»
By U.S. Mission Laos | 19 ເດືອນມີນາ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບອຸປະກອນທາງການແພດເພີ່ມອິກຈໍານວນນຶ່ງຈາກ ສ. ອາເມລິກາ ເພື່ອຊ່ວຍເຫຼືອ ສປປ ລາວ ຕໍ່ສູ້ກັບພະຍາດລະບາດ ໂຄວິດ-19. ທ່ານທູດ ເຮມ໋ອນ ໄດ້ມອບອຸປະກອນຈຳນວນດັ່ງກ່າວໃຫ້ແກ່ ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບເຊິ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ຄັ້ງວັນທີ 26 ພຶດສະພາ. ອຸປະກອນທາງການແພດທີ່ໄດ້ມອບຮັບໃນຄັ້ງນີ້ລວມມີ: ນໍ້າຢາລ້ຽງເຊື້ອໄວຣັສ ສຳລັບເກັບຕົວຢ່າງ ສົ່ງຫ້ອງວິເຄາະ ຫຼື viral transport mediums (VTMs) ຈຳນວນໜື່ງເຊິ່ງສະໜອງໃຫ້ໂດຍ ອົງການ (Spirit of America) ເຊິ່ງເປັນອົງການທາງການກຸສົນຂອງອາເມລິກາ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ ຫຼື specialized laboratory air filters ແລະ ເຄື່ອງອົບຂ້າເຊື້ອ …
ອ່ານເພີ່ມເຕີມ»
By U.S. Mission Laos | 26 ເດືອນພຶດສະພາ, 2020 | ປະເພດ: ບົດຂ່າວ
ວຽງຈັນ, ສປປ ລາວ — ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ປະກາດເພີ່ມທຶນການຊ່ວຍເຫຼືອຈາກ ສະຫະລັດອາເມຣິກາ ເພື່ອຊ່ວຍເຫຼືອ ສສປ ລາວ ໃນການໂຕ້ຕອບກັບ ໂຄໂຣນາໄວຣັສ ຫຼື ພະຍາດ COVID-19. ສະຫະລັດອາເມຣິກາ ໄດ້ໃຫ້ຄໍາໝັ້ນສັນຍາ ໃນການໃຫ້ເງິນຊ່ວຍເຫຼືອເພີ່ມຈໍານວນ US$3.17 ລ້ານໂດລາ ສໍາລັບເງິນທຶນສະໜັບສະໜູນຮ່ວງໃໝ່ ໂດຍຜ່ານສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດອາເມຣິກາ (USCDC) ເພື່ອວັດຖຸປະສົງຂອງວຽກງານ ປ້ອງກັນ, ກຽມພ້ອມ ແລະ ຮັບມືກັບພະຍາດ COVID-19 ໃນ ສປປ ລາວ. ຊັບພະຍາກອນທີ່ສະໜອງໃຫ້ໃນຄັ້ງນີ້ຈະຖືກນໍາໃຊ້ເຂົ້າໃນວຽກງານຕິດຕາມເຝົ້າລະວັງ, ການເສີມສ້າງຄວາມສາມາດຂອງຫ້ອງວິເຄາະ, ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນ, ການໂຕ້ຕອບກັບສະຖານະການສຸກເສີນ ແລະ ການກະກຽມຄວາມພ້ອມທາງດ້ານວັກຊີນ. ທ່ານ ທູດ ເຮມ໋ອນ ກ່າວວ່າ: ສະຫະລັດອາເມຣິກາ ມີຄວາມຍີນດີທີ່ຈະສືບຕໍ່ຂະຫຍາຍການຊ່ວຍເຫຼືອຂອງພວກເຮົາ ໃຫ້ແກ່ ສປປ ລາວ ເນື່ອງຈາກວ່າ ພວກເຮົາກໍາລັງເຮັດວຽກຮ່ວມກັນກັບທົ່ວໂລກເພື່ອໂຕ້ຕອບກັບພະຍາດ …
ອ່ານເພີ່ມເຕີມ»
By U.S. Mission Laos | 22 ເດືອນພຶດສະພາ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ປະກາດເພີ່ມທຶນຊ່ວຍເຫຼືອ ມູນຄ່າເກືອບ 2 ລ້ານໂດລາສະຫະລັດ ຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໃຫ້ແກ່ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນການ ໂຕ້ຕອບກັບການລະບາດຂອງພະຍາດ ໂຄວິດ-19 ຫຼື coronavirus. ທ່ານທູດ ເຮມ໋ອນ ໄດ້ປະກາດໃນຂະນະທີ່ຂຶ້ນກ່າວຄໍາປາໄສ ໃນກອງປະຊຸມຝຶກຊ້ອມເຫດການຈຳລອງ ເພື່ອກຽມການໂຕ້ຕອບການລະບາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID -19) ໂດຍການສະໜັບສະໜູນໂດຍ ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ເຈົ້າໜ້າທີ່ສາທາລະນະສຸກ ແລະ ລັດຖະບານ ສປປ ລາວ ໃນການກຽມຄວາມພ້ອມຮັບມືກັບການລະບາດຂອງພະບາດໂຄວິດ-19. ໃນວັນທີ 13 ມີນາ ທີ່ຜ່ານມາ, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ເຈົ້າໜ້າທີ່ທາງພາກລັດຈາກ 12 ກະຊວງ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 13 ເດືອນມີນາ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະ ກອນປ້ອງກັນຕົນເອງ ໃຫ້ແກ່ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໃນພິທີ ມອບຮັບເຊິ່ງໄດ້ ຈັດຂຶ້ນທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ຄັ້ງວັນທີ 07 ກຸມພາ 2020 ທີ່ຜ່ານມາ. ນີ້ແມ່ນການຊ່ວຍເຫຼືອຈາກ ສ. ອາເມລິກາ ຕໍ່ ສປປ ລາວ ໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ອາດຈະເກີດຂຶ້ນໃນ ສປປ ລາວ. ອຸປະກອນເຫຼົ່ານີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ສ. ອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ປະເທດສະຫະລັດອາເມລິ ກາ ຫຼື USAID ເຊິ່ງລວມມີ ແວ່ນຕາປ້ອງກັນພະຍາດ ຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ …
ອ່ານເພີ່ມເຕີມ»
By U.S. Mission Laos | 10 ເດືອນກຸມພາ, 2020 | ປະເພດ: ບົດຂ່າວ
ນະຄອນຫລວງວຽງຈັນ, ສປປ ລາວ – ໃນວັນທີ 7 ເດືອນກຸມພາ ທີ່໋ຜ່ານມາ, ທ່ານເອກອັກຄະລັດຖະທູດ ຄົນໃໝ່ ຂອງ ສ. ອາເມລິກາ ປະຈຳ ສປປ ລາວ, ທ່ານ ປີເຕີ ເຮມ໋ອນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ, ທີ່ຫໍຄໍາ ນະຄອນຫລວງວຽງຈັນ. ນີ້ແມ່ນການປະຈຳການຄັ້ງທີສາມ ຂອງທ່ານເອກອັກຄະລັດຖະທູດ ເຮມ໋ອນ ຢູ່ ສປປ ລາວ, ເຊິ່ງກ່ອນໜ້ານີ້ ເພິ່ນ ແລະ ຄອບຄົວຂອງເພິ່ນ ເຄີຍໃຊ້ຊີວິດຢູ່ລາວມາກ່ອນ ເປັນເວລາສາມປີຂອງແຕ່ລະໄລຍະ ຄື ໃນປີ 1997 ແລະ ໃນປີ 2008. ການມອບໝາຍໜ້າທີ່ໃໝ່ຂອງ ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກໍຄືໜ້າທີ່ລ່າສຸດທີ່ມີຄວາມໂດດເດັ່ນ ໃນການເສີມຂະຫຍາຍການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ກັບບັນດາຄູ່ຮ່ວມງານ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 8 ເດືອນກຸມພາ, 2020 | ປະເພດ: ບົດຂ່າວ
ວຽງຈັນ, ສປປ ລາວ – ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມເປັນສັກຂີພະຍານ ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫ່ວາງ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ບໍລິສັດ ທີທຣາເທັຈ (Tetratech) ເພື່ອສະໜັບສະໜູນ ແຜນງານ ການສ້າງຄວາມອາດສາມາດໃນ ການເກັບກູ້ ລະເບີດບໍ່ທັນແຕກ (ລບຕ) ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 21 ມັງກອນ. ເພື່ອປະກອບສ່ວນເປັນສ່ວນໜຶ່ງຂອງການ ສະໜັບສະໜູນຂອງ ສ. ອາເມລິກາ ໃນຂະແໜງ ລບຕ, ບໍລິສັດ ທີທຣາເທັຈ ຈະມີບົດບາດສຳຄັນໃນ ຜັນຂະຫຍາຍ …
ອ່ານເພີ່ມເຕີມ»
By U.S. Mission Laos | 31 ເດືອນມັງກອນ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງ ວຽງຈັນ, ສ ປປ ລາວ – ລັດຖະບານ ສະຫະລັດອາເມລິກາ ສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສົ່ງເສີມການສ້າງລັດແຫ່ງກົດຫມາຍ, ໂດຍໄດ້ຮ່ວມມືກັບກະຊວງຍູຕິທຳ ແລະ ມູນນິທິເອເຊຍ ສ້າງຕັ້ງໂຄງການ ສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ຫລື Legal Aid Support Project ຂຶ້ນຢ່າງເປັນທາງການ. ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 24 ມັງກອນ 2020, ໂດຍມີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການເລີ່ມຕົ້ນໂຄງການ ມູນຄ່າ 3,67 ລ້ານ …
ອ່ານເພີ່ມເຕີມ»
By U.S. Mission Laos | 31 ເດືອນມັງກອນ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ລັດຖະບານ ສະຫະລັດອາເມລິກາ ສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ໂດຍໄດ້ຮ່ວມມືກັບກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງຕາງຫນ້າໃຫ້ກັບກອງເລຂາຄະນະຊີ້ນຳລະດັບຊາດຕ້ານການຄ້າມະນຸດ ສ້າງຕັ້ງໂຄງການ ຫລູດຜ່ອນຄວາມສ່ຽງຈາກການຄ້າມະນຸດ (Laos CTIP Program) ຂຶ້ນຢ່າງເປັນທາງການ. ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 13 ມັງກອນ 2020, ໂດຍມີ ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການລິເລີ່ມໂຄງການ ມູນຄ່າ 2.3 ລ້ານ …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນມັງກອນ, 2020 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານນາງ ຣີນາ ບິດເຕີ ໄດ້ເປີດໂຄງການສ້າງສະພາບແວດລ້ອມທີ່ ເອື້ອອຳນວຍຕໍ່ທຸລະກິດລາວ ໃນພິທີທີ່ໄດ້ຈັດຂຶ້ນຢູ່ ນະຄອນຫຼວງວຽງຈັນ ຄັ້ງວັນທີ 12 ທັນວາ. ໂຄງການດັ່ງກ່າວເຊິ່ງມີອາຍຸການ ຫ້າປີ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ຊຶ່ງເປັນ ການຮ່ວມມືຫຼ້າສຸດ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ແນໃສ່ຍົກສູງຄວາມອາດສາມາດຂອງພາກເອກະຊົນ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ. ທ່ານນາງ ຣີນາ ບິດເຕີ ກ່າວວ່າ: ໂຄງການດັ່ງກ່າວເປັນອີກໜຶ່ງຕົວຢ່າງຂອງການຮ່ວມມືທີ່ດີເລີດ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນຂົງເຂດການຄ້າ ແລະ ການລົງທຶນ. ພວກຂ້າພະເຈົ້າຮູ້ສຶກພາກພູມໃຈຕໍ່ຄວາມພະຍາຍາມ ຮ່ວມກັນໃນການ …
ອ່ານເພີ່ມເຕີມ»
By U.S. Mission Laos | 16 ເດືອນທັນວາ, 2019 | ປະເພດ: ບົດຂ່າວ
ນະຄອນຫລວງວຽງຈັນ, ສປປ ລາວ – ສ. ອາເມລິການໍາໜ້າສືບຕໍ່ໃຫ້ການຊ່ວຍເຫຼືອ ສປປລາວໃນການລົບລ້າງພະຍາດມາເລ ເລຍໃນ ປີ 2030. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາລາວ ໄດ້ມອບ ເຄື່ອງກວດເລືອດ ເພື່ອບົ່ງມະຕິໄຂ້ມາເລເລຍຢ່າງໄວຈຳນວນ 100,000 ຊຸດໃຫ້ແກ່ ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບໃນຄັ້ງວັນທີ 6 ທັນວາທີ່ຜ່ານ ມາ. ເຄື່ອງກວດເຫຼົ່ານີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ແລະ ຈະໄດ້ຖືກແຈກຢາຍໄປທົ່ວສຸກສາລາ ແລະ ໂຮງໝໍໃນທົ່ວປະເທດ ໂດຍສະເພາະແມ່ນເຂດທີ່ມີການລະບາດສູງຂອງໄຂ້ມາເລເລຍ. ທ່ານນາງ ຣີນາ ໃຫ້ຄຳເຫັນວ່າ: ນີ້ສະແດງໃຫ້ເຫັນເຖິງການຮ່ວມມືທີ່ຮັດແໜ້ນລະຫວ່າງສອງຊາດລາວອາເມລິກາໃນຂະແໜງການສາທາລະນະສຸກ ເຊິ່ງແມ່ນມີຈຸດ ປະສົງເພື່ອບັນລຸເປົ້າໝາຍການພັດທະນາຂອງລັດຖະບານລາວ. ຂ້າພະເຈົ້າເຊື່ອວ່າ ພວກເຮົາຈະສາມາດ ລົບລ້າງພະຍາດມາເລເລຍໃຫ້ໝົດໄປໃນສປປລາວພາຍໃນປີ 2030. ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເລຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດມາເລເລຍເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງຫຼາຍເຖິງ 80 ສ່ວນຮ້ອຍ, …
ອ່ານເພີ່ມເຕີມ»
By U.S. Mission Laos | 9 ເດືອນທັນວາ, 2019 | ປະເພດ: ບົດຂ່າວ
ທີ່ນະຄອນຫລວງວຽງຈັນ, ສປປ ລາວ – ໃນວັນທີ 5 ທັນວາ 2019, ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ເຈົ້າໜ້າທີ່ອາວຸໂສ ຈາກສູນບັນຊາການກອງທັບ ສະຫະລັດອາເມລິກາ ປະຈຳພາກພື້ນອີນໂດ-ປາຊິຟິກ (USINDOPACOM) ໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສ ຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນການປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ (BDD) ຄັ້ງທີ 14. ໂດຍການເປັນເຈົ້າພາບ ຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ໃນການປຶກສາຫາລື ເຊິ່ງໄດ້ຈັດຂື້ນຢູ່ທີ່ນະຄອນຫຼວງວຽງຈັນ. ທ່ານ ພົນຕີ ຊູຊານ ວາເຣສ-ລູມ, ຜູ້ຊ່ວຍກອງກໍາລັງພົນ ສູນບັນຊາການກອງທັບສະຫະລັດອາເມລິກາ ປະຈຳພາກພື້ນອິນໂດ-ປາຊີຟິກ, ເຊິ່ງເປັນເຈົ້າໜ້າທີ່ທະຫານອາວຸໂສຂອງກອງທັບຂອງ ສະຫະລັດອາເມລິກາ ກໍ່ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືໃນຄັ້ງນີ້. ທ່ານ ພົນຈັດຕະວາ ແກ່ນຈັນ …
ອ່ານເພີ່ມເຕີມ»
By U.S. Mission Laos | 6 ເດືອນທັນວາ, 2019 | ປະເພດ: ບົດຂ່າວ
ນະຄອນຫລວງວຽງຈັນ, ສປປ ລາວ – ສະຫະລັດອາເມລິກາ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ ໄດ້ຮ່ວມມືກັນຢ່າງໃກ້ຊິດໃນການເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ ເພື່ອຊ່ວຍປັບປຸງວຽກງານໂພຊະນາການຂອງປະຊາຊົນລາວໂດຍສະເພາະເດັກນ້ອຍ. ສະຖາບັນໃຫມ່ແຫ່ງນີ້ ປະກອບ ມີຫ້ອງກວດພະຍາດ ແລະ ຫ້ອງຮຽນ ເຊິ່ງໄດ້ຖືກສ້າງຂື້ນໂດຍຄວາມພະຍາຍາມຂອງ ກອງວິສະວະກອນ ກອງທັບສະຫະລັດ (USACE) ລວມມີມູນຄ່າ 3.9 ລ້ານໂດລາສະຫະລັດ. ໃນພິທີເປີດທີ່ນະຄອນຫລວງວຽງຈັນ ມີ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ເນົາ ບຸດຕາ, ຫົວໜ້າຫ້ອງວ່າການ ກະຊວງສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ, ອຸປະທູດ ສະຫະລັດ ອາເມລິກາ ປະຈຳລາວ, ແລະ ທ່ານ ພົົນ …
ອ່ານເພີ່ມເຕີມ»
By U.S. Mission Laos | 18 ເດືອນພະຈິກ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ເພື່ອຊ່ວຍໃນການປັບປຸງສຸຂະພາບຂອງປະຊາຊົນລາວ ແລະ ສັດລ້ຽງພາຍໃນປະເທດ, ໃນວັນທີ່ 04 ຕຸລາ 2019 ສະຫະລັດ ປະກາດ ການສະຫນັບສະຫນູນ ໃນການສ້າງເຄືອຂ່າຍການເຝົ້າລະວັງພະຍາດໃນສັດປ່າ ລະດັບຊາດ. ໂຄງການ 700,000 ໂດລາສະຫະລັດ, ເຊິ່ງສະຫນັບສະຫນູນ ໂດຍສະຫະລັດ ຜ່ານ ອົງການ ປ້ອງກັນຫລຸດຜ່ອນໄພຂົ່ມຂູ່ (DTRA), ຈະສະຫນັບສະຫນູນຄວາມພະຍາຍາມ ຂອງອົງການອະນຸລັກສັດປ່າ (WCS) ແລະ ກົມລ້ຽງສັດ ແລະ ການປະມົງ (DLF), ກະຊວງ ກະສິກໍາ ແລະ ປ່າໄມ້ (MAF) ເພື່ອສ້າງຂີດຄວາມສາມາດພາຍໃນອົງການ ແລະ ສະຖາບັນຕ່າງໆ ຂອງລັດຖະບານເພື່ອພັດທະນາເຄືອຂ່າຍເຝົ້າລະວັງພະຍາດໃນສັດປ່າລະດັບຊາດທີ່ມີປະສິດທິຜົນ ໃນ ສ.ປ.ປ. ລາວ. ພິທີເຊັນ ບົດບັນທຶກ ຄວາມເຂົ້າໃຈ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ, ໂດຍແມ່ນ ທ່ານ ດຣ. ສີທອງ ພິພັກຄະວົງ, ຮອງຫົວຫນ້າກົມ …
ອ່ານເພີ່ມເຕີມ»
By U.S. Mission Laos | 10 ເດືອນຕຸລາ, 2019 | ປະເພດ: ບົດຂ່າວ
ຊຽງຂວາງ, ສປປ ລາວ – ສະຫະລັດອາເມລິກາສືບຕໍ່ ການຮ່ວມມືນຳລັດຖະບານລາວ ໃນການຊ່ວຍເຫຼືອຄົນພິການ. ໃນຄັ້ງວັນທີ 24-25 ກັນຍາ 2019 ທີ່ຜ່ານມາ, ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສ. ອາເມລິກາ ຮ່ວມກັບ ທ່ານນາງ ໃບຄຳ ຂັດທິຍາ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງພື້ນຖານເບິ່ງໂຄງ ການຊ່ວຍເຫຼືອຄົນພິການ ພາຍໃຕ້ໂຄງການ USAID ໂອກາດ ທີ່ແຂວງຊຽງຂວາງ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ. ອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນອາເມລິກາ ຫຼື USAID. ໂຄງການ USAID ໂອກາດ ໄດ້ເຮັດວຽກຮ່ວມກັບລັດຖະບານລາວ ເພື່ອ ຊ່ວຍໃຫ້ຄົນພິການ ສາມາດມີສ່ວນຮ່ວມ ໃນຊຸມຊົນຂອງພວກເຂົາ ແລະ ສາມາດປະກອບສ່ວນເຂົ້າໃນສັງຄົມໄດ້ເພີ່ມຂຶ້ນ. ທ່ານນາງ ຣີນາ ແລະ ທ່ານນາງໃບຄຳ ໄດ້ເຂົ້າຮ່ວມກິດຈະກຳການປູກຈິດສຳນຶກ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 8 ເດືອນຕຸລາ, 2019 | ປະເພດ: ບົດຂ່າວ
ຊຽງຂວາງ, ສປປ ລາວ – ສະຫະລັດອາເມລິກາສືບຕໍ່ ການຮ່ວມມືນຳລັດຖະບານລາວ ໃນການຊ່ວຍເຫຼືອຄົນພິການ. ໃນຄັ້ງວັນທີ 24-25 ກັນຍາ 2019 ທີ່ຜ່ານມາ, ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສ. ອາເມລິກາ ຮ່ວມກັບ ທ່ານນາງ ໃບຄຳ ຂັດທິຍາ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງພື້ນຖານເບິ່ງໂຄງ ການຊ່ວຍເຫຼືອຄົນພິການ ພາຍໃຕ້ໂຄງການ USAID ໂອກາດ ທີ່ແຂວງຊຽງຂວາງ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ. ອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນອາເມລິກາ ຫຼື USAID. ໂຄງການ USAID ໂອກາດ ໄດ້ເຮັດວຽກຮ່ວມກັບລັດຖະບານລາວ ເພື່ອ ຊ່ວຍໃຫ້ຄົນພິການ ສາມາດມີສ່ວນຮ່ວມ ໃນຊຸມຊົນຂອງພວກເຂົາ ແລະ ສາມາດປະກອບສ່ວນເຂົ້າໃນສັງຄົມໄດ້ເພີ່ມຂຶ້ນ. ທ່ານນາງ ຣີນາ ແລະ ທ່ານນາງໃບຄຳ ໄດ້ເຂົ້າຮ່ວມກິດຈະກຳການປູກຈິດສຳນຶກ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 26 ເດືອນກັນຍາ, 2019 | ປະເພດ: ບົດຂ່າວ
ທີ່ນະຄອນຫລວງວຽງຈັນ, ສ ປປ ລາວ – ໃນວັນທີ 13 ກັນຍາ 2019, ທ່ານ ຣີນາ ບິດເຕີ, ເອກອັກຄະລັດຖະທູດຂອງ ສະຫະລັດອາເມລິກາ ປະຈຳ ສ ປ ປ ລາວ ໄດ້ປະກາດແຈ້ງ ການຊ່ວຍເຫລືອຜູ້ປະສົບ ໄພນ້ຳຖ້ວມຢູ່ພາກໃຕ້ຂອງ ສ ປ ປ ລາວ ເປັນມູນຄ່າຈຳນວນ 100,000 ດອນລາ ສະຫະລັດ. ໃນນີ້, ປະຊາຊົນສະຫະລັດອາເມລິກາທຸກຄົນ ມີຄວາມເປັນຫ່ວງເປັນໄຍ ແລະ ພ້ອມທີ່ຈະຊ່ວຍເຫລືອປະຊາຊົນລາວ ໂດຍສະເພາະໃນໄລຍະທີ່ປະສົບໄພ ດັ່ງກ່າວ. ໂດຍຜ່ານອົງການພັດທະນາສາກົນ ຂອງປະເທດສະຫະລັດອາເມລິກາ (USAID) ການຊ່ວຍເຫລືອ ໄດ້ແບ່ງອອກ ເປັນແຕ່ລະໄລຍະ, ເຊິ່ງໃນຂະນະນີ້້ ແມ່ນກຳລັງດຳເນີນການຈັດຊື້ອາຫານ ແລະ ເຄື່ອງສຸຂະອະນາໄມ ເພື່ອຈັດສົ່ງໃຫ້ ຜູ້ປະສົບໄພ ໃຫ້ທ່ວງທັນ. ເຄື່ອງຊ່ວຍເຫລືອດັ່ງກ່າວຈະນຳໄປມອບໃຫ້ຄອບຄົວຂອງຜູ້ຖືກກະທົບຈາກນ້ຳຖ້ວມ ທີ່ຍ້າຍມາອາໄສໃນບ່ອນພັກເຊົາຊົ່ວຄາວ, ອາໄສກັບຍາດຕິພີ່ນ້ອງ ແລະ ຜູ້ທີ່ຍັງຕິດຄ້າງຢູ່ໃນເຂດນ້ຳຖ້ວມ. …
ອ່ານເພີ່ມເຕີມ»
By U.S. Mission Laos | 13 ເດືອນກັນຍາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ – ສະຫະລັດອາເມລິກາສືບຕໍ່ໃຫ້ການຊ່ວຍເຫຼືອໃນຂົງເຂດວຽກງານການສຶກສາ ແລະ ເພີ່ມໂອກາດ ທາງດ້ານການສຶກສາໃນ ສປປ ລາວ. ໃນຄັ້ງວັນທີ 30 ສິງຫາ ທີ່ຜ່ານມາ, ລັດຖະບານສະຫະລັດອາເມລິກາ ເປີດໂຕໂຄງການໃໝ່ ທີ່ມີຊື່ວ່າ ໂຄງການ ຮຽນອ່ານ ເພື່ອປັບປຸງ ການສຶກສາຂັ້ນພື້ນຖານໃນ ສປປ ລາວ. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ສຶກສາທິການ ແລະ ກິລາ ຮ່ວມກັບ ຜູ້ຈັດຕັ້ງ ປະຕິບັດ ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຣູມທູຣີດ ເປັນຂີດໝາຍສໍາຄັນ ສໍາລັບການເລີ່ມຈັດຕັ້ງປະຕິບັດ ໂຄງການຮຽນອ່ານ. ໂຄງການດັ່ງກ່າວນີ້ ມີໄລຍະຈັດຕັ້ງປະຕິບັດເປັນເວລາ 5 ປີ ເຊິ່ງໄດ້ຮັບທຶນ ຊ່ວຍເຫຼືອລ້າຈາກ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID). ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງປະເທດ ສະຫະລັດອາເມລິກາ ປະຈຳລາວ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 4 ເດືອນກັນຍາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 22 ສິງຫາ 2019, ສະຫະລັດອາເມລິກາ ໄດ້ຮ່ວມກັບ ສູນບົ່ມທຸລະກິດ TOH-LAO ແລະ ບໍລິສັດເຕັກໂນໂລຊີຊັັ້ນນໍາ ລວມທັງ ເຟສບຸກ ໄດ້ເປີດໂຄງການAC STEM Lab ການຝຶກອົບຮົມຢ່າງເປັນທາງການເຊິ່ງຈັດຂຶ້ນເພື່ອສ້າງ ແລະ ຂະຫຍາຍ ຈໍານວນບຸກຄະລະກອນທີ່ມີທັກສະສູງເພື່ອຕອບສະໜອງໃຫ້ກັບການຈ້າງງານໃນຂະແໜງເຕັກໂນໂລຊີ ໃນ ສປປ ລາວ. AC STEM Lab ແມ່ນໂຄງການລິເລີ່ມເຊິ່ງມີໄລຍະການຮຽນການສອນເປັນເວລາໜຶ່ງປີຢູ່ທີ່ສູນອາເມລິກາທາດດໍາ. ໂຄງການນີ້ແມ່ນໄດ້ໃຫ້ການຝຶກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມໃຫ້ມີທັກສະໃນການສ້າງ ແອັບພລິເຄຊັນ ສຳລັບໄອໂຟນ ແລະ ລະບົບເອນດຮອຍ, ການຂຽນໂປຣແກມ, ການອອກແບບເວບໄຊ ແລະ ການພັດທະນາທຸລະກິດ ລວມໄປເຖິງການສ້າງຄວາມຮັບຮູ້ ແລະ ກະກຽມຄວາມພ້ອມໃຫ້ບັນໄວໜຸ່ມໃນການມີສ່ວນຮ່ວມໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ (STEM) ໃນສປປ ລາວ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຣີນາ …
ອ່ານເພີ່ມເຕີມ»
By U.S. Mission Laos | 23 ເດືອນສິງຫາ, 2019 | ປະເພດ: ການສຶກສາ, ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ສະຫະລັດອາເມລິກາ ຮ່ວມມືກັບ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ຂອງຊາວກະສິ ກອນ ແລະ ເສີມຂະຫຍາຍການຄ້າ ໃຫ້ແກ່ຜົນຜະລິດ ທາງດ້ານກະສິກໍາຂອງລາວ. ໃນວັນທີ 10 ກໍລະກົດ 2019 ທີ່ຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການວິນຣັອກ ສາກົນ (Winrock International)ໄດ້ຮ່ວມເຊັນບົດບັນ ທຶກຄວາມເຂົ້າໃຈ ໂຄງການສ້າງຄວາມເຊື່ອມໂຍງກັບເຄືອຂ່າຍກະສິກໍາ ຂອງ ກະຊວງກະສິກໍາ ແຫ່ງ ສ. ອາເມລິກາ (CLEAN) ເຊິ່ງໄດ້ຮັບການສະໜັບສະໜູນໂດຍສະຫະລັດອາເມລິກາ. ເອກອັກຄະລັດຖະທູດ ສ. ອາເມລິກາ ທ່ານນາງ ຣີນາ ບິດເຕີ ແລະ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມເປັນສັກຂີພະຍານ …
ອ່ານເພີ່ມເຕີມ»
By U.S. Mission Laos | 12 ເດືອນກໍລະກົດ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໂດຍການສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານສາທາລະນະສຸກ ຜ່ານການສະໜັບສະໜູນ ຈາກ ສະຫະລັດອາເມລິກາ, ທ່ານນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ໄດ້ມອບມຸ້ງ ຈຳນວນ 174,000 ດາງ ໃຫ້ແກ່ ທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 9 ກໍລະກົດ ທີ່ຜ່ານມາ. ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍ ໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກຂອງແຂວງ ຈຳປາສັກ, ເຊິ່ງເປັນແຂວງທີ່ຍັງພົບຜູ້ຕິດເຊື້ອມາເລເລຍສູງ. ທ່ານນາງ ຣີນາ ບິດເຕີ ໄດ້ກ່າວວ່າ: ລັດຖະບານອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບລັດຖະບານ ສປປລາວ ແລະ ຄູ່ຮ່ວມງານທາງດ້ານສາທາລະນະສຸກເພື່ອ ຊ່ວຍສະໜັບສະໜູນ ມອບອູປະກອນຮັກສາຊີວິດ ເພື່ອປ້ອງກັນພະຍາດມາເລເລຍ ແລະ ສະໜັບສະໜູນ ສປປລາວ ໃນການລົບລ້າງພະຍາດມາເລເລຍໃຫ້ໝົດໄປພາຍໃນປີ 2030. ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ປ່ວຍພະຍາດມາເລເຣຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລົບລ້າງພະຍາດມາເລເລຍ ເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອຫຼຸດລົງເຖິງ …
ອ່ານເພີ່ມເຕີມ»
By U.S. Mission Laos | 10 ເດືອນກໍລະກົດ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ສະຫະລັດອາເມລິກາ ສືບຕໍ່ແບ່ງປັນຄວາມຮູ້ ແລະ ຮ່ວມມືກັບບັນດານັກວິທະຍາສາດໄວໜຸ່ມ ກ່ຽວກັບບັນດາສິ່ງທ້າທາຍດ້ານສຸຂະພາບທີ່ສໍາຄັນ. ໃນວັນທີ 1 ກໍລະກົດ 2019, ເຈົ້າໜ້າທີ່ຈາກສະຖານທູດສະຫະລັດອາເມລິກາ, ກະຊວງສາທາ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບຄະນະນັກວິທະຍາສາດ 33 ທ່ານ ຈາກປະເທດລາວ, ກໍາປູເຈ້ຍ, ມຽນມ້າ, ໄທ ແລະ ຫວຽດນາມ ເພື່ອຮ່ວມສະເຫຼີມສະຫຼອງເປີດໂຄງການນັກວິທະຍາສາມາດໄວໜຸ່ມ ຂອງ ຂໍ້ລິເລີ່ມແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ (the Lower Mekong Initiative Young Scientists Program). ການຈັດງານຄັ້ງນີ້ເປັນເຈົ້າພາບໂດຍ ຄະນະວິສະວະກໍາຂອງມະຫາວິທະຍາໄລແຫ່ງຊາດ (NUOL) ເພື່ອສະເຫຼີມສະຫຼອງພາລະກິດພາກສະໜາມປະຈໍາປີ ຂອງໂຄງການນັກວິທະຍາສາມາດໄວໜຸ່ມ ຂອງ ຂໍ້ລິເລີ່ມແມ່ນ້ຳຂອງຕອນລຸ່ມ-ສະຫະລັດອາເມລິກາ ທີ່ຈັດຂື້ນເປັນປີທີ 2 ເຊິ່ງແມ່ນໂຄງການລິເລີ່ມການພັດທະນາວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ (STEM) ລະດັບພາກພື້ນ ທີ່ໄດ້ຮັບທຶນໂດຍ ສະຫະລັດອາເມລິກາ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 5 ເດືອນກໍລະກົດ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ — ເພື່ອສະເຫຼີມສະຫຼອງການປະກາດເອກກະລາດ ສະຫະລັດອາເມຣິກາ ຄົບຮອບ 243 ປີ, ສະຖານທູດສະຫະລັດ ອາເມຣິກາ ໄດ້ຈັດງານລ້ຽງສະຫຼອງຂື້ນ ທີ່ໂຮງແຮມ ໃນ ວັນທີ 2 ເດືອນກໍລະກົດ 2019. ງານລ້ຽງສະຫຼອງໃນປີນີ້ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ ສິດທິໃນການເລືອກຕັ້ງ, ໂດຍສະເພາະແລ້ວ ແມ່ນເນັ້ນໜັກໃຫ້ເຫັນເຖິງ ຄົບຮອບ 100 ປີທີ່ຜູ້ຍິງມີສິດທິເຂົ້າຮ່ວມໃນການເລືອກຕັ້ງຢູ່ໃນສະຫະລັດອາເມຣິກາ. ທ່ານ ລັດຖະມົນຕີ ກະຊວງແຜນການແລະການລົງທຶນ ປອ. ສຸພັນ ແກ້ວມີໄຊ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຮັບກຽດເປັນແຂກກິຕິມະສັກ ຕາງໜ້າໃຫ້ແກ່ ລັດຖະບານ ສປປ ລາວ ເຂົ້າຮ່ວມໃນງານ. ພ້ອມດຽວກັນນີ້ ສະຖານທູດ ສະຫະລັດອາເມຣິກາກໍຖືເປັນກຽດ ທີ່ໄດ້ຕ້ອນຮັບ ທ່ານ ປອ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ, ທ່ານ ນາງແສງເດືອນ …
ອ່ານເພີ່ມເຕີມ»
By U.S. Mission Laos | 5 ເດືອນກໍລະກົດ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ, ສປປ ລາວ – ໃນລະຫວ່າງວັນທີ່ 3-8 ມິຖຸນາ 2019 ນັກສິລະປີນຈາກສະຫະລັດອາເມລິກາໄດ້ມາຢ້ຽມຢາມ ສປປ ລາວ ເພື່ອເຮັດວຽກຮ່ວມກັບບັນດານັກສຶກສາ ແລະ ນັກອອກແບບ ເພື່ອສ້າງຈິດສຳນຶກກ່ຽວກັບການຄ້າຂາຍສັດປ່າໃນຂົງເຂດພາກພື້ນໂດຍຜ່ານໂຄງການ “ການປົກປັກຮັກສາສັດປ່າໂດຍຜ່ານງານສິລະປະ”. ນັກສິລະປີນຈາກນີວຢອກ ມິດເຊວ ເບັນຈາມີນ ໄດ້ເດີນທາງມາ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ພາຍໃຕ້ໂຄງການ Arts Envoy Program ຂອງກະຊວງການຕ່າງປະເທດ ສະຫະລັດອາເມລິກາ. ນາງໄດ້ຮ່ວມກັບຫໍສະມຸດຫຼວງພະບາງເພື່ອເປັນເຈົ້າພາບໃນການຈັດໂຄງການນີ້ຂື້ນຢູ່ທີ່ ສູນອາເມລິກາ American Corner. ຢູ່ທີ່ສອງສະຖານທີ່ນີ້, ທ່ານເບັນຈາມີນ ໄດ້ເຮັດວຽກຮ່ວມກັບນັກສິລະປະເກືອບ 40ຄົນ ລວມທັງ ນັກສຶກສາ, ສ້າງສີມື ເພື່ອທີ່ຈະຜະລິດງານສິລະປະເພື່ອດຶງດູດຄວາມສົນໃຈກ່ຽວກັບສະພາບຂອງບັນດາສັດປ່າທີ່ປະເຊີນກັບການສູນພັນອັນເນື່ອງມາຈາກ ການລ້າສັດເກີນຂອບເຂດ ຫຼື ການຄ້າຂາຍສັດປ່າ. ອິງຕາມກະຊວງການຕ່າງປະເທດສະຫະລັດອາເມລິກາ, ການຄ້າສັດປ່າຖືເປັນອາດສະຍາກຳຂ້າມຊາດທີ່ຮ້າຍແຮງທີ່ຂົ່ມຂູ່ຕໍ່ກັບຄວາມໝັ້ນຄົງ, ຄວາມຜາສຸກຂອງເສດຖະກິດ, ລັດແຫ່ງກົດໝາຍ, ຄວາມພະຍາຍາມອະນຸລັກແບບຍືນຍົງ ແລະ ສຸຂະພາບຂອງມະນຸດນໍາອິກ. ສປປ ລາວ …
ອ່ານເພີ່ມເຕີມ»
By U.S. Mission Laos | 11 ເດືອນມີນາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ໄດ້ເນັ້ນໜັກເຖິງການສະໜັບສະໜູນຂອງລັດຖະບານສະຫະລັດ ທີ່ມີຕໍ່ ລັດຖະບານ ສປປ ລາວ ໃນການເຮັດວຽກຮ່ວມກັນເພື່ອຕ້ານສະກັດກັ້ນຕ້ານຢາເສບຕິດຜິດກົດໝາຍ ແລະ ອາຊະຍາກໍາຂ້າມຊາດ. ໃນໄລຍະການຢ້ຽມຢາມ ລາວ ເປັນເວລາ 2 ວັນ, ທ່ານນາງ ເຄີສະເຕັນ ດີ ເມດີສັນ (Kirsten D. Madison) ຜູ້ຊ່ວຍລັດຖະມົນຕີ ຮັບຜິດຊອບວຽກງານປາບປາມ ຢາເສບຕິດ ແລະ ປະຕິບັດກົດໝາຍ (INL) ໄດ້ພົບກັບລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງລັດຖະມົນຕີກະຊວງການເງິນ ທ່ານນາງ ທິບພະກອນ ຈັນທະວົງສາ ແລະ ຮອງລັດຖະມົນກະຊວງປ້ອງກັນຄວາມສະຫງົບ ແລະ ຮອງເລຂາພັກກະຊວງ ທ່ານ ພົນຕີ ກົງທອງ ພົງວິຈິດ. ການສົນທະນາດັງກ່າວ ສຸມໃສ່ ການຮ່ວມມື ລະຫວ່າງ ສອງປະເທດໃນຂົງເຂດການບັງຄັບໃຊ້ກົດໝາຍດ້ານຕ່າງໆ ໂດຍສະເພາະວຽກງານຕ້ານຢາເສບຕິດ ແລະ ອາຊະຍາກໍາຂ້າມຊາດ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນພຶດສະພາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ: ວັນທີ 17 ພຶດສະພາ, 2019, ບັນດານັກການທູດ, ນັກທຸລະກິດ ແລະ ອົງການຈັດຕັ້ງສາກົນ ໄດ້ພົບປະກັນເພື່ອ ສະເຫຼີມສະຫຼອງ ວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນຫລາກຫລາຍທາງເພດ (the International Day against Homophobia, Biphobia, and Transphobia (IDAHOT) ຢູ່ສະຖານທູດອົດສະຕຣາລີ, ນະຄອນຫຼວງວຽງຈັນ. ຕາງໜ້າຈາກຫ້ອງການສະຖານທູດການາດາ, ສະຖານທູດອົດສະຕຣາລີ, ສະຖານທູດອັງກິດ, ສຳນັກງານຕາງໜ້າສະຫະພາບເອີຣົບ, ສະຖານທູດຝຼັ່ງ, ສະຖານທູດເຢຍລະມັນ, ສະຖານທູດລຸກຊໍາບວກ ແລະ ສະຖານທູດາສະຫະລັດອາລິກາໄດ້ຮ່ວມຈັດງານດັ່ງກ່າວ ກັບກຸ່ມພູມໃຈທີ່ເປັນເຮົາ (Proud to be Us Laos) ເຊິ່ງແມ່ນອົງການຈັດຕັ້ງທາງສັງຄົມທີ່ແນໃສ່ສ້າງສະພາບແວດລ້ອມທີ່ດີ ສໍາລັບກຸ່ມບັນດາກຸ່ມຄົນຫລາກຫລາຍທາງເພດ (LGBTI) ຢູ່ ສປປ ລາວ. ບັນດາແຂກຈາກຫຼາຍພາກສ່ວນ ລວມທັງ ພາກລັດຖະບານ, ບັນດານັກການທູດ, ອົງການຈັດຕັ້ງສັງຄົມ ແລະ ບັນດານັກທຸລະກິດ. …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນພຶດສະພາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນລະຫວ່າງ ວັນທີ 17-18 ເດືອນ ພຶດສະພາ 2019 ສະຖານທູດ ສະຫະລັດອາເມລິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ຜູ້ສ້າງຮູບເງົາ ຈາກໂຄງການ American Film Showcase program ທີ່ໄດ້ມາຢ້ຽມຢາມສະຖາບັນດ້ານກົດໝາຍຫຼາຍແຫ່ງໃນ ສປປ ລາວ ເພື່ອ ນຳສະເໜີ ຮູບເງົາສາລະຄະດີ ກ່ຽວກັບສິດທິເທົ່າທຽມກັນ ແລະ ລັດແຫ່ງກົດໝາຍ. ໃນລະຫວ່າງການຢ້ຽມຢາມທີ່ໄດ້ດຳເນີນໄປເປັນເວລາສອງວັນ ໃນ ສປປ ລາວ ທ່ານນາງ Sharon Rowen ຜູ້ສ້າງຮູບເງົາໄດ້ ຈັດງານສຳມະນາ ຢູ່ທີ່ສະຖາບັນ ຍຸຕິທໍາແຫ່ງຊາດ, ສະຫະພັນແມ່ຍິງ ແຫ່ງ ສປປ ລາວ ແລະ ຄະນະນິຕິສາດ ມະຫາວິທະຍາໄລແຫ່ງຊາດ. ທ່ານ ນາງ Rowen ແມ່ນເປັນນັກກົດໝາຍ ແລະ ຜູ້ສ້າງຮູບເງົາອາຊີບ. ຮູບເງົາສາລະຄະດີຂອງເພີ່ນ …
ອ່ານເພີ່ມເຕີມ»
By U.S. Mission Laos | 20 ເດືອນພຶດສະພາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ສະຫະລັດ ອາເມລິກາ ສືບຕໍ່ນຳໜ້າໃນການປັບປຸງຊີວິດການເປັນຢູ່ທີ່ດີຂຶ້ນຂອງຄົນພິການ ໃນ ສປປ ລາວ. ໃນວັນທີ 16 ພຶດສະພາ 2019 ທີ່ ນະຄອນຫຼວງວຽງຈັນ, ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອປັບປຸງ ການເປັນຢູ່ທີ່ດີ ຂອງຄົນພິການ ຢູ່ ສປປ ລາວ ໂດຍຜ່ານໂຄງການຢູ່ເສດໂອກາດ ຫຼື USAID Okard ເຊິ່ງເປັນໂຄງການໄລຍະ 5 ປີ ທີ່ໄດ້ຮັບທຶນຊ່ວຍເຫຼືອ ສະໜັບ ສະໜຸນຈາກ ລັດຖະບານ ສະຫະລັດ ອາເມລິກາ ຜ່ານ ອົງການພັດທະນາສາກົນ ປະເທດ ສະຫະລັດ ອາເມລິກາ (USAID) ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 16 ເດືອນພຶດສະພາ, 2019 | ປະເພດ: ບົດຂ່າວ
ນະຄອນຫລວງວຽງຈັນ, ສປປ ລາວ – ໃນວັນທີ 2-3 ພຶດສະພາ, 2019, ດຣ. ໂຣເບີດ ໂພບ, ຫົວໜ້າກົມຮ່ວມມືຫລຸດຜ່ອນໄພຂົ່ມຂູ່ (CTR), ອົງການຫລຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ຂອງສະຫະລັດ ອາເມລິກາ, ໄດ້ພົບກັບບັນດາຄູ່ຮ່ວມງານພາກລັດຖະບານ ແລະ ຝ່າຍທະຫານ, ກໍຄືບັນດາຜູ້ຕາງໜ້າອົງການອະນາໄມໂລກ (WHO), ເພື່ອທົບທວນຄືນເບິ່ງຜົນໄດ້ຮັບທີ່ດີ ຂອງໂຄງການຮ່ວມມືຄວາມໝັ້ນຄົງດ້ານສຸຂະພາບ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ. ດຣ. ໂພບ ໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການອອກແບບລະບົບຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງແລະຍາວນານ ຊຶ່ງຈະເປັນການເພີ້ມທະວີເຮັດໃຫ້ການເຝົ້າລະວັງແລະການປ້ອງກັນພະຍາດຢູ່ ສປປ ລາວ ມີຄວາມເຂັ້ມແຂງ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຮ່ວມກັບ ດຣ. ໂພບ ແລະ ຄະນະຜູ້ແທນຂອງສະຫະລັດອາເມລິກາ ພົບປະກັບ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ຮສ. ດຣ. ບຸນກອງ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນພຶດສະພາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 8 ເມສາ ປະທານາທິບໍດີ President Donald J. Trump ໄດ້ຮັບການຍື່ນສານຕາຕັ້ງຢ່າງເປັນທາງການຈາກ ທ່ານ ເອກອັກຄະລັດຖະທູດ ສປປ ລາວ ຄົນໃຫມ່ ປະຈຳ ສະຫະລັດອາເມລະກາ, ທ່ານ ຄໍາພັນ ອັ່ນລາວັນ ຢູ່ທີ່ ທໍານຽບຂາວ, ນະຄອນຫຼວງ ວໍຊິງຕັນ ດີຊີ. ເອກອັກຄະລັດຖະທູດ ຄໍາພັນ ໄດ້ຍື່ນສານຕາຕັ້ງ ຢູ່ທີ່ ຫ້ອງວ່າການປະທານາທິບໍດີສະຫະລັດ ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລືແບບກວມລວມ ກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ຄັ້ງທີ 9 ແລະ ກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ອາຊຽນ ແລະ ສະຫະລັດອາເມລິກາ ທີ່ໄດ້ຈັດຂື້ນຢູ່ ນະຄອນຫຼວງ ວໍຊິງຕັນ ດີຊີ ໃນວັນທີ 27 ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 11 ເດືອນເມສາ, 2019 | ປະເພດ: ບົດຂ່າວ
ວໍຊິງຕັນດີຊີ ສະຫະລັດອາເມລິກາ – ໃນວັນ ທີ 27 ມີນາ 2019, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຮ່ວມປຶກສາຫາລືທະວິພາຄີ ຄັ້ງທີ 9 ທີ່ວໍຊິງຕັນດີຊີ ເພື່ອສະທ້ອນໃຫ້ເຫັນເຖິງ ສາຍພົວພັນຂອງສອງຊາດ ທີ່ນັບມື້ນັບຂະຫຍາຍໂຕຢ່າງກວ້າງຂວາງ. ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ນຳພາຄະນະຈາກ ສປປ ລາວ ພ້ອມທັງ ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອາເມລິກາ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້. ທ່ານ Patrick Murphy ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດປະຈໍາພາກພື້ນອາຊີ ແລະ ປາຊີຟິກ ແລະ ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ນາງ ຣີນາ ບິດເຕີ …
ອ່ານເພີ່ມເຕີມ»
By U.S. Mission Laos | 1 ເດືອນເມສາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ: ໃນວັນທີ 22 ມີນາ ທີ່ຜ່ານມາ, ຕາງໜ້າເຈົ້າໜ້າທີ່ຈາກສະຖານເອກອັກຄະລັດຖະທູດ ສ. ອາເມລິກາ ແລະ ລັດຖະບານແຫ່ງ ສ.ປ.ປ ລາວ ໄດ້ເຂົ້າຮ່ວມງານພິທີປິດໂຄງການຮ່ວມມື ລາວ ສະຫະລັດອາເມລິກາ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II) ເພື່ອທົບທວນຄວາມທ້າທາຍ ແລະ ສະເຫຼີມສະຫຼອງ ຜົນສຳເລັດຂອງໂຄງການ. ໃຫ້ກຽດເປັນປະທານໃນພິທີດັ່ງກ່າວໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ພ້ອມກັບຜູ້ເຂົ້າຮ່ວມຫຼາຍກ່ວາ 40 ທ່ານ ຕາງໜ້າໃຫ້ແກ່ບັນດາ ກະຊວງ, ສະຖານທູດອາເມລິກາ ແລະ ພາກເອກະຊົນ. ທ່ານນາງ ຣີນາ ບິດເຕີ ໄດ້ໃຫ້ຄຳເຫັນໃນພິທີດັ່ງກ່າວວ່າ: ໃນໄລຍະ 5 ປີ ທີ່ຜ່ານມາ ໂຄງການ USAID …
ອ່ານເພີ່ມເຕີມ»
By U.S. Mission Laos | 25 ເດືອນມີນາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງພະບາງ, ສປປ ລາວ – ໃນລະຫວ່າງວັນທີ 4-8 ມີນາ, 2019 ບັນດາຜູ້ປະກອບການໜຸ່ມຈໍານວນ 50 ທ່ານ ທີ່ມາຈາກບັນດາປະເທດອາຊຽນ ແລະ ຕີມໍແລັດສະເຕ ໄດ້ພົບປະກັນຢູ່ທີ່ຫຼວງພະບາງເພື່ອເຂົ້າຮ່ວມໃນງານຝຶກອົບຮົມການທ່ອງທ່ຽວແບບຍືນຍົງ ເຊິ່ງໄດ້ຈັດຂຶ້ນໂດຍຜ່ານໂຄງການ Young Southeast Asian Leaders Initiative (YSEALI) ທີ່ໄດ້ຮັບທຶນຈາກໂຄງການລັດຖະບານ ສ.ອາເມລິກາ. ເພື່ອເປັນການກະຕຸ້ນສົ່ງເສີມຄວາມຕໍ່ເນື່ອງຂອງ ປີທ່ອງທ່ຽວ 2018 ຂອງ ລັດຖະບານ ສປປ ລາວ, ສະຖານທູດສະຫະລັດອາເມລິກາ ແຫ່ງ ສປປ ລາວ ຈຶ່ງໄດ້ຈັດງານຝຶກອົບຮົມການທ່ອງທ່ຽວແບບອະນຸລັກຂຶ້ນ ຢູ່ທີ່ ຫຼວງພະບາງ ເຊິ່ງ The Asia Foundation ເປັນຜູ້ຈັດງານໃນຄັ້ງນີ້ໂດຍໄດ້ຮັບທຶນຈາກລັດຖະບານ ສ.ອາເມລິກາ. ເປົ້າໝາຍຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອນຳເອົາບັນດາຜູ້ກອບການໄວໜຸ່ມຈາກ ອາຊີຕາເວັນອອກສຽງໃຕ້ ມາ ສປປ ລາວ ເພື່ອຮຽນຮູ້ຈາກບັນດາຫົວໜ່ວຍທຸລະກິດວິສາຫະກິດການທ່ອງທ່ຽວຂະໜາດນ້ອຍ ທີ່ໄດ້ມີການປະກອບສ່ວນສົ່ງເສີມການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ແລະ ຮູບແບບຂອງຊຸມຊົນສຳລັບການທ່ອງທ່ຽວ. ໃນໄລຍະ 15ປີ …
ອ່ານເພີ່ມເຕີມ»
By U.S. Mission Laos | 11 ເດືອນມີນາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 26 ກຸມພາ 2019, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດໂຕເວັບໄຊປົກປ້ອງຜູ້ຊົມໃຊ້, ເວັບໄຊນີ້ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການ USAID ເພື່ອຊ່ວຍໃຫ້ຜູ້ຊົມໃຊ້ໄດ້ຮັບການປົກປ້ອງຈາກການປະຕິບັດຢ່າງບໍ່ຍຸດຕິທຳ. ງານເປີດໂຕເວັບໄຊໄດ້ຈັດຂຶ້ນທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງຮ່ວມເປັນກຽດຮ່ວມເປີດງານໂດຍ ພະນະທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນທຽມ ແກ້ວສີພາ, ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ແພດທິກ ບຣາວເວີ, ຮອງຜູ້ອຳນວຍການອົງການ USAID ພ້ອມກັບຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກເອກະຊົນຫຼາຍກວ່າ 70 ທ່ານ. ທ່ານ ແພດທິກ ບຣາວເວີ ກ່າວວ່າ: ເວັບໄຊປົກປ້ອງຜູ້ຊົມໃຊ້ແມ່ນເຄື່ອງມືໃໝ່ອັນໜຶ່ງທີ່ໜ້າຕື່ນເຕັ້ນສຳລັບປະຊາຊົນ ທົ່ວປະເທດ, ຕະຫຼາຍຊື້ຂາຍສິນຄ້າ ແລະ ການບໍລິການທີ່ມີມາດຕະຖານສູງຊ່ວຍເຮັດໃຫ້ຜຸ້ຊົມໃຊ້ຮູ້ສອກຄຸ້ມ ຄ່າກັບເງິນທີ່ເຂົາເຈົ້າຈ່າຍໄປ …
ອ່ານເພີ່ມເຕີມ»
By U.S. Mission Laos | 27 ເດືອນກຸມພາ, 2019 | ປະເພດ: ບົດຂ່າວ
ຮ່າໂນຍ, ຫວຽດນາມ – ນັບຕັ້ງແຕ່ວັນທີ 18 – 22 ກຸມພາ 2019 ທີ່ຜ່ານມາ, ຄະນະການນຳລັດຖະບານ ສປປ ລາວໄດ້ ເດີນທາງໄປທັດສະນະສຶກສາ ທີ່ສະຖາບັນໂພຊະນາການແຫ່ງຊາດທີ່ປະເທດຫວຽດນາມ ເຊິ່ງເປັນສະຖາບັນທີ່ນຳໜ້າທາງ ດ້ານວຽກງານໂພຊະນາການໃນພາກພື້ນ. ການທັດສະນະສຶກສາຄັ້ງນີ້ ແມ່ນເພື່ອຖອດຖອນບົດຮຽນໃນການກຽມ ພ້ອມເປີດນໍາໃຊ້ສະຖາບັນໂພຊະ ນາການແຫ່ງຊາດຂອງສປປລາວ ແລະ ການທັດສະນະດັ່ງກ່າວແມ່ນໄດ້ຮັບການສະໜັບ ສະໜຸນໂດຍລັດຖະບານສະຫະລັດອາເມລິກາ. ຄະນະດັ່ງກ່າວນຳໂດຍພະນະທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ພ້ອມກັບການນຳອາວຸໂສຈຳນວນໜຶ່ງຈາກກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ໄດ້ຮ່ວມເດີນທາງ ໃນຄັ້ງນີ້. ໃນການເດີນທາງຄັ້ງນີ້, ຄະນະດັ່ງກ່າວໄດ້ເຂົ້າຢ້ຽມຢາມບັນດາພະແນກ, ກົມ ແລະ ສູນຕ່າງໆຂອງສະຖານບັນໂພຊະນາ ການແຫ່ງຊາດປະຈຳຫວຽດນາມຫຼາຍກ່ວາ 15 ແຫ່ງ, ເຊິ່ງພວກເຂົາໄດ້ສັງເກດການຈັດຕັ້ງປະຕິບັດຂອງສະຖາບັນດັ່ງກ່າວ. ການທັດສະນະສຶກສາໃນຄັ້ງນີ້ໄດ້ເປີດໂອກາດໃຫ້ພວກເຂົາໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ນຳຊ່ຽວຊານຫວຽດນາມ ເຊິ່ງທັງໝົດນີ້ຈະມີຜົນປະໂຫຍດໃນການເປີດນຳໃຊ້ສະຖາບັນໂພສະນາການແຫ່ງຊາດປະຈຳ ສປປ ລາວ. ສະຖາບັນໂພຊະນາການແຫ່ງຊາດປະຈຳລາວໄດ້ຮັບການສະໜັບສະໜຸນຈາກລັດຖະບານສະຫະລັດອາເມລິກາໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ ຫຼື USAID ແລະ ກະຊວງປ້ອງກັນປະເທດຂອງ ສ. …
ອ່ານເພີ່ມເຕີມ»
By U.S. Mission Laos | 22 ເດືອນກຸມພາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 20 ກຸມພາ 2019, ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານລາວໄດ້ເປີດໂຕເວັບໄຊຊັບສິນທາງປັນຍາຢ່າງເປັນທາງການ. ງານເປີດໂຕເວັບໄຊຊັບສິນທາງປັນຍາ ໄດ້ຈັດຂຶ້ນຢູ່ທີ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງຮ່ວມເປັນກຽດເປີດງານໂດຍ ທ່ານ ແດນຽວ ຟິດແພັດທິກ, ຫົວໜ້າໂຄງການ USAID LUNAII ແລະ ທ່ານ ປອ. ຄັນລາສີ ແກ້ວບຸນພັນ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມກັບຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກເອກະຊົນຫຼາຍກວ່າ 70 ທ່ານ. ການສ້າງເວັບໄຊນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານ ອົງການ USAID, ເວັບໄຊຊັບສິນທາງປັນຍາ ເປັນເວັບໄຊໜຶ່ງ ທີ່ຜູ້ນຳໃຊ້ສາມາດຮຽນຮູ້ກ່ຽວກັບການປົກປ້ອງຊັບສິນທາງປັນຍາ ແລະ ການຊອກຫາເຄື່ອງໝາຍການຄ້າ, ສິດທິບັດ ແລະ ລິຂະສິດອື່ນໆ ທີ່ໄດ້ຮັບການຈົດທະບຽນຢູ່ໃນປະເທດລາວ ແລະ ທົ່ວໂລກ. ການຮັບຮູ້ເຖິງເຄື່ອງໝາຍການຄ້າ, …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນກຸມພາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 20 ກຸມພາ, ເຈົ້າຫນ້າທີ່ຈາກ ລັດຖະບານ ສປປ ລາວ ລວມທັງ ສະຫະລັດອາເມລິກາ, ສສ ຫວຽດນາມ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆປະມານ 40 ທ່ານ ໄດ້ເຂົ້າຮ່ວມງານສຳມະນາ ກ່ຽວກັບ ສົນທິສັນຍາເຄັບທາວ Cape Town Convention ເພື່ອປຶກສາຫາລື ແນວທາງການປະຕິບັດທີ່ດີທີ່ສຸດເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນຍາກາດທາງດ້ານທຸລະກິດ ທີ່ກ່ຽວຂ້ອງກັບຜູ້ຖືກຳມະສິດເປັນເຈົ້າຂອງເຮືອບິນ ແລະ ການສະໜອງທຶນ ຢູ່ໃນ ສປປ ລາວ. ງານສຳມະນາໃນຄັ້ງນີ້ແມ່ນຈັດຂື້ນໂດຍ ສະຖານທູດສະຫະລັດອາເມລິກາຮ່ວມກັບ ພະແນກການບີນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ຮັບການ ສະໜັບໜູນຈາກ ບໍລິສັດ General Electric (GE) ແລະ ໂບອິ້ງ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ …
ອ່ານເພີ່ມເຕີມ»
By U.S. Mission Laos | 20 ເດືອນກຸມພາ, 2019 | ປະເພດ: ບົດຂ່າວ
ນະຄອງຫຼວງພະບາງ, ສປປ ລາວ – 14 ກຸມພາ 2019, ຜູ້ຕາງຫນ້າຈາກອົງການ ການກຸສົນ Spirit of America ແລະ ສະຖານທູດສະຫະລັດອາເມລິກາ ໄດ້ມອບ ເປັນອຸປະກອນ ເປັນຈຳນວນເງິນ ຫຼາຍກວ່າ 10,000 ໂດລາສະຫະລັດ ເພື່ອສົ່ງເສີມ Laos Buffalo Dairy ຢູ່ທີ່ນະຄອນຫຼວງພະບາງ. The Laos Buffalo Dairy ແມ່ນເປັນທຸລະກິດຮ່ວມ ຂອງສະຫະລັດອາເມລິກາ ຢູ່ທີ່ຫຼວງພະບາງໂດຍການເຊົ່າສັດລ້ຽງເຊັ່ນ: ຄວາຍ ຈາກຊາວກະສິກອນເພື່ອແລກປ່ຽນກັບນໍ້ານົມຄວາຍ. ຫຼັງຈາກນັ້ນ, ນໍ້ານົມຄວາຍຈະໄດ້ຖືກນຳໄປແປຮູບເປັນຫຼາກຫຼາຍຜະລິຕະພັນ ເຊັ່ນ: ເນີຍແຂງ, ນົມສົ້ມ ແລະ ກະແລ່ມ ເພື່ອໄປຈຳໜ່າຍ ໃນຕະຫຼາດທ້ອງຖິ່ນ. Laos Buffalo Dairy ໄດ້ສ້າງລະບົບຕ່ອງໂສ້ການພະລິດເພື່ອສະໜອງຜະລິດຕະພັນໃຫ້ແກ່ຮ້ານອາຫານ ທີ່ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແລະ ໃນຫວ່າງບໍ່ດົນມານີ້ໄດ້ມີບັນດາປະເທດໃນອາຊີລວມທັງປະເທດຍີ່ປຸ່ນທີ່ໄດ້ສັ່ງຊື້ຜະລິດທະພັນ. ນັບຕັ້ງແຕ່ເປີດທຳການຜະລິດໃນປີ 2016, The …
ອ່ານເພີ່ມເຕີມ»
By U.S. Mission Laos | 15 ເດືອນກຸມພາ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 31 ມັງກອນ, ຜູ້ຕາງຫນ້າການຄ້າ ສະຫະລັດອາເມລິກາ ປະຈໍາຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ ທ່ານ Karl Ehlers ໄດ້ນຳພາຄະນະຜູ້ແທນ ເຂົ້າພົບກັບ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ບັນດາເຈົ້າຫນ້າທີ່ລາວ ເພື່ອຮັດແໜ້ນສາຍພົວພັນທາງດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນ. ນີ້ຖືເປັນການພົບປະປຶກສາຫາລືຄັ້ງລ່າສຸດ ພາຍຫຼັງທີ່ທັງສອງປະເທດໄດ້ເຊັນສັນຍາຂອບການຮ່ວມມື ການຄ້າ ແລະ ການລົງທຶນ ໃນປີ 2016. ການປຶກສາຫາລືໃນຄັ້ງນີ້ຍັງໄດ້ເນັ້ນເຖິງບັນດາໂອກາດຕ່າງໆເພື່ອເພີ່ມທະວີການຮ່ວມມືຂອງທັງສອງປະເທດ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລືໃນຫົວຂໍ້ທີ່ສຳຄັນຕ່າງໆເຊັ່ນ: ການຈ່າຍເງິນແບບອີເລັກໂຕນິກ, ມາດຕະຖານທາງດ້ານລົດຍົນ, ການຄ້າດິຈິຕອນ ແລະ ສັບສິນທາງປັນຍາ. ສປປ ລາວ ຖືເປັນຄູ່ຮ່ວມມືທາງດ້ານການຄ້າ ແລະ ການລົງທຶນທີ່ສຳຄັນຕໍ່ ສະຫະລັດອາເມລິກາ ແລະ ບັນດາປະເທດອາຊຽນ. ສັນຍາຂອບການຮ່ວມມື …
ອ່ານເພີ່ມເຕີມ»
By U.S. Mission Laos | 1 ເດືອນກຸມພາ, 2019 | ປະເພດ: ທຸລະກິດ, ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ຄະນະຜູ້ແທນຂັ້ນສູງ ຈາກ ກະຊວງປ້ອງກັນປະເທດ ສະຫະລັດ ອາເມລິກາ ໄດ້ມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ່ 16-18 ມັງກອນ, 2019. ຄະນະຜູ້ແທນຈາກກອງທັບ ສ. ອາເມລິກາ ໄດ້ພົບປະກັບຄູ່ຮ່ວມງານ ຈາກກອງທັບ ແລະ ລັດຖະບານ ສປປ ລາວ ເພື່ອເນັ້ນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍໂຕ ຂອງສາຍພົວພັນດ້ານກອງທັບ ຂອງ ສ.ອາເມລິກາ ແລະ ສປປ ລາວ ແລະ ທັງຢືນຢັນ ໃຫ້ເຫັນເຖິງຄວາມໝາຍໝັ້ນຕໍ່ຂົງເຂດເຂດພາກພື້ນອິນໂດປາຊິຟິກອິກດ້ວຍ. ຮອງຜູ້ຊ່ວຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະລັດ ອາເມລິກາ ດຣ. Joe Felter ໄດ້ເຂົ້າພົບປະກັບທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ບັນດາເຈົ້າຫນ້າທີ່ຂັ້ນສູງອື່ນໆຈາກ ກະຊວງປ້ອງກັນປະເທດ ແລະ ຍັງໄດ້ພົບປະກັບ …
ອ່ານເພີ່ມເຕີມ»
By U.S. Mission Laos | 28 ເດືອນມັງກອນ, 2019 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ສະຖານທູດສະຫາລັດອະເມລິກາ ໂດຍການຮ່ວມມືກັບກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມ Lao Digital Forum ຄັ້ງທີສາມຂຶ້ນ ໃນວັນທີ 14 ທັນວາ 2018. ກອງປະຊຸມດັ່ງກ່າວແມ່ນສຸ່ມໃສ່ໂອກາດການຄ້າທາງອີເລັກໂຕຣນິກ (e-commerce) ຢູ່ ສປປ ລາວ ແລະ ວິທີການກະຕຸ້ນການຈະເລີນເຕີບຂອງການຄ້າດັ່ງກ່າວ. ໃຫ້ກຽດເປັນປະທານໃນກອງປະຊຸມດັ່ງກ່າວໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ແລະ ທ່ານ ເຈັນ ປີເຕີ ລູເກັນເຮີມ (Jens Peter Lütkenherm) ເອກອັກຄະລັດຖະທູດ ເຢຍລະມັນ. ງານໃນຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ທ່ານ ຊຶ່ງໃນນັ້ນລວມທັງຕາງໜ້າຈາກບັນດາກະຊວງ, ບໍລິສັດເອກະຊົນ, ຫົວໜ້າທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 15 ເດືອນທັນວາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງພະບາງ, ສປປ ລາວ: ໃນລະຫວ່າງວັນທີ 7-12 ທັນວາ 2018, ຜູ້ສ້າງຮູບເງົາຄົນສະຫະລັດອາເມລິກາທີ່ໄດ້ຮັບການຍ້ອງຍໍຊົມເຊີຍ ໄດ້ນໍາພາການຈັດຝຶກອົບຮົມ ຢູ່ທີ່ນະຄອນຫຼວງພະບາງໃຫ້ແກ່ຜູ້ສ້າງ ແລະ ນັກຂຽນບົດຮູບເງົາ ຈາກ 8 ປະເທດ ອາຊີຕາເວັນອອກສຽງໃຕ້. ໂດຍການສະໜັບສະໜູນ ຈາກ ສະຖານທູດສະຫະລັດອາເມລິກາ ປະຈຳ ນະຄອນຫຼວງວຽງຈັນ ແລະ ສຳນັກງານຜູ້ຕາງຫນ້າສະຫະລັດອາເມລິກາປະຈຳອາຊຽນ, ການຝຶກອົບຮົມໃນຄັ້ງນີ້ ຍັງໄດ້ຮັບການຮ່ວມມືໂດຍ ໂຄງການສະແດງຮູບເງົາ ທີ່ມີຊື່ສຽງ ຂອງ ສ. ອາເມລິກາ American Film Showcase (AFS) ເຊິ່ງເປັນໂຄງການແລກປ່ຽນຮູບເງົາທີ່ໄດ້ຮັບທຶນ ຈາກ ລັດຖະບານ ສະຫະລັດອາເມລິກາ. ງານຟຶກອົບຮົມໃນຄັ້ງນີ້ແມ່ນ ນຳພາໂດຍ ຜູ້ອຳນວຍການສ້າງຮູບເງົາອານິເມຊັນ ທີ່ໄດ້ຮັບຮາງວັນ ອອດສກາ ທ່ານ ອາຣອນ ວອນເນີ Aron Warner ຜູ້ສ້າງຮູບເງົາອານິເມຊັນເລື່ອງ (Shrek; Shrek 2) ແລະ ນັກສິລະປະ ພັດທະນາດ້ານຮູບພາບ …
ອ່ານເພີ່ມເຕີມ»
By U.S. Mission Laos | 13 ເດືອນທັນວາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປລາວ – ອົງການພັດທະນາສາກົນອາເມລິກາ ຫຼື USAID ມອບປຶ້ມຄູ່ມື ການຍ້ອມສີທຳມະຊາດ ໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນງານມອບຮັບ ຄັ້ງວັນທີ 11 ທັນວາ 2018. ງານມອບຮັບ ໄດ້ຖືກຈັດຂຶ້ນ ທີ່ໂຮງແຮມສາລານາບູທີກ ເຊິ່ງເປັນກຽດເປີດກອງປະຊຸມໂດຍ ທ່ານ ດຣ. ອາເລັກຊານເດຍ ຮູເອຕ້າ, ຜູ້ອຳນວຍການອົງການ USAID ປະຈຳລາວ ແລະ ທ່ານນາງ ບານສະຕິ ເທບພະວົງ, ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັບບັນດາພະນັກງານລັດ, ຜູ້ປະກອບການ ແລະ ຕາງໜ້າຈາກບັນດາບໍລິສັດເອກະຊົນຫຼາຍກ່ວາ 20 ທ່ານ. ທ່ານ ດຣ. ຮູເອຕ້າ ກ່າວວ່າ: ປຶ້ມຄູ່ມື ແລະ ວິດີໂອນີ້ ຈະເປັນຄູ່ມືທີ່ມີ່ປະໂຫຍດໃຫ້ແກ່ບັນດາຜູ້ປະກອບການທົ່ວສປປ ລາວ ແລະ ການຝຶກອົບຮົມ ຫຼື ການສໍາມະນາໃນອານາຄົດ. ການພັດທະນາທັກສະການຍ້ອມສີທຳມະຊາດນີ້ຈະຊ່ວຍໃຫ້ພວກເຂົາເພີ່ມລາຍຮັບ …
ອ່ານເພີ່ມເຕີມ»
By U.S. Mission Laos | 13 ເດືອນທັນວາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານ ດຣ ໂຣເບີດ ອາ ເຣດເຟວ (Robert R. Redfield) ອໍານວຍການ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (CDC) ໄດ້ພົບກັບ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ອະວຸໂສຄົນອື່ນໆ ເພື່ອປຶກສາຫາລືກ່ຽວກັບການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ທີ່ພວມສືບຕໍ່ ແລະ ຂະຫຍາຍຕົວ. ສູນ CDC ສະຫະລັດອາເມລິກາ ກໍາລັງຮ່ວມເຮັດວຽກກັບບັນດາເຈົ້າໜ້າສາທາລະນະສຸກຂອງລາວ ໃນບັນດາໂຄງການຮ່ວມມືຕ້ານ ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ເຊິ່ງລວມທັງ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານຕໍ່ຢາຂອງໄຂ້ມາເລເຣຍ, ໄຂ້ເລືອດອອກ ແລະ HIV/AIDS. ວ່າການເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານ …
ອ່ານເພີ່ມເຕີມ»
By U.S. Mission Laos | 6 ເດືອນທັນວາ, 2018 | ປະເພດ: ບົດຂ່າວ
ບົດກ່າວປາໄສໂດຍທ່ານຮອງປະທານາທິບໍດີ ເພນຊ໌ (PENCE) ຢູ່ທີ່ກອງປະຊຸມສຸດຍອດຫົວໜ້າຜູ້ບໍລິຫານເອເປັກ 2018 (2018 APEC CEO SUMMIT) ຫໍປະຊຸມມາກີເອັກປຼໍເລີປາຊິຟິກ (Pacific Explorer Marquee Theatre) ຜອດມໍເລສບີ, ປາປົວນິວກີນີ (Port Moresby, Papua New Guinea) 12:25 P.M. PGT ຂອບໃຈ, ສະກັອດ (Scott.) ຂໍຂອບໃຈມາຍັງທຸກທ່ານທີ່ໃຫ້ການຕ້ອນຮັບອັນອົບອຸ່ນ. ຂໍຮຽນທ່ານນາຍົກລັດຖະມົນຕີ ໂອນີລ (O’Neill), ທ່ານປະທານ ໂຕເຣກາ (Taureka), ທ່ານຜູ້ຕາງໜ້າຈາກທົ່ວພາກພື້ນ, ບັນດາທ່ານຜູ້ນຳກຸ່ມນັກທຸລະກິດ ແລະ ແຂກຜູ້ມີກຽດທຸກທ່ານ, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມ “ກອງປະຊຸມເສດຖະກິດຂັ້ນສູງ” ຢູ່ທີ່ນີ້ຮ່ວມກັບທ່ານໃນພາກພື້ນອິນໂດ-ປາຊີຟິກຄື: ກອງປະຊຸມສຸດຍອດຜູ້ບໍລິຫານເອເປັກ 2018 (2018 APEC CEO Summit). ຂໍຂອບໃຈມາຍັງທຸກທ່ານທີ່ມາເຂົ້າຮ່ວມປະຊຸມຢູ່ທີ່ນີ້. (ສຽງຕົບມື) ຢູ່ໃນກອງປະຊຸມນີ້ເມື່ອປີກາຍ, ທ່ານປະທານາທິບໍດີ ໂດນາລ ທຣ້ຳ ໄດ້ກ່າວໃຫ້ເຫັນເຖິງວິໄສທັດຂອງສະຫະໃນການເປີດເສລີ ລັດສຳລັບ …
ອ່ານເພີ່ມເຕີມ»
By U.S. Mission Laos | 19 ເດືອນພະຈິກ, 2018 | ປະເພດ: ບົດຂ່າວ, ສະຖານທູດ
ບົດກ່າວປາໄສກຽມໃຫ້ທ່ານຮອງປະທານາທິບໍດີ ເພນຊ໌ (PENCE) ພາກການສົນທະນາຢູ່ກອງປະຊຸມສຸດຍອດອາຊີຕາເວັນອອກ ສູນປະຊຸມຊັນເທັກ ເມືອງຊັນເທັກ, ສິງກະໂປ * ເປັນກຽດຢ່າງສູງທີ່ໄດ້ມາຢູ່ທີ່ນີ້ພ້ອມກັບບັນດາຜູ້ນຳຫຼາຍປະເທດໃນທົ່ວອິນໂດ-ປາຊີຟິກຢູ່ໃນກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 13. ອີກເທື່ອໜຶ່ງ ຂໍຂອບໃຈມາຍັງພະນະທ່ານນາຍົກລັດຖະມົນຕີ ລີ ທີ່ໃຫ້ກຽດເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ຢູ່ໃນປະເທດສິງກະໂປ ເຊິ່ງເປັນປະເທດທີ່ສວຍງາມ ແລະ ມີແຮງບັນດານໃຈ. * ປີກາຍນີ້, ທ່ານປະທານາທິບໍດີ ໂດນາລ ທຣ້ຳ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດນີ້ ເພື່ອວາງວິໄສທັດຂອງສະຫະລັດສຳລັບ ອິນໂດ-ປາຊີຟິກເປີດ ແລະ ເສລີ. ຂ້າພະເຈົ້າມາຢູ່ທີ່ນີ້ໃນມື້ນີ້ແມ່ນເພື່ອປຶກສາຫາລືຂັ້ນຕອນອັນເປັນຮູບປະທຳທີ່ພວກເຮົາກຳລັງດຳເນີນການ ເພື່ອປົກປ້ອງປະເທດຂອງພວກເຮົາ, ປ້ອງກັນພັນທະມິດ ແລະ ຄູ່ຮ່ວມຂອງພວກເຮົາ ແລະ ສະໜັບສະໜູນຫຼັກການ ແລະ ສິ່ງທີ່ໄດ້ນຳໄປສູ່ເວລາຫຼາຍປີແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ໃນພາກພື້ນ. * ກອງປະຊຸມສຸດຍອດອາຊີຕາເວັນອອກມີຄວາມສຳຄັນຕໍ່ຄວາມພະຍາຍາມຂອງພວກເຮົາທີ່ມີມາແຕ່ດົນນານ. ນັບແຕ່ປີ 2005 ເປັນຕົ້ນມາ, ອົງການນີ້ໄດ້ນຳເອົາບັນດາປະເທດຕ່າງໆໃນພາກພື້ນມາຮ່ວມກັນປຶກສາຫາລືກ່ຽວກັບບັນຫາທາງດ້ານການເມືອງທີ່ມີຄວາມກົດດັນ ແລະ ຄວາມໝັ້ນຄົງ ແລະ ສະຫະລັດໄດ້ເຂົ້າຮ່ວມດ້ວຍຄວາມດີໃຈມາຕັ້ງແຕ່ປີ 2011. ພວກເຮົາຖືກກຳນົດ ເພື່ອຮັບປະກັນໃຫ້ເວທີນີ້ຍັງຄົງເປັນຈຸດສຸມໃສ່ພາລະກິດດັ້ງເດີມຂອງຕົນເອງຢ່າງເຕັມທີ່. * ຈຸດເລີ່ມຕົ້ນຂອງກອງປະຊຸມສຸດຍອດ ນີ້ນອນຢູ່ໃນປະຊາຄົມອາຊີຕາເວັນອອກສຽງໃຕ້ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 16 ເດືອນພະຈິກ, 2018 | ປະເພດ: ບົດຂ່າວ, ສະຖານທູດ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 9 ພະຈິກ 2018, ທ່ານ ອີຣິກ ຮາແກນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຂອງສະຫະລັດອາເມລິກາ ແລະ ທ່ານ. ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປຶກສາຫາລືກ່ຽວກັບ ການຮ່ວມມຶືດ້ານສາທາລະນະສຸກ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ສປປ ລາວ ແມ່ນຄູ່ຮ່ວມງານທີ່ສໍາຄັນໃນຄວາມພະຍາຍາມລະດັບສາກົນຂອງວຽກງານຕ້ານ ແລະ ສະກັດກັ້ນໄພຂົ່ມຂູ່ພະຍາດທີ່ກໍາລັງເກີດຂຶ້ນ ແລະ ເກີດຂຶ້ນໃໜ່ ໂດຍສະເພາະ ພະຍາດໄຂ້ຫວັດສັດປີກ ແລະ ໄຂ້ຫວັດໃຫຍ່ສາຍພັນໃໝ່, ການຕ້ານຕໍ່ຢາຂອງໄຂ້ມາເລເຣຍ, ໄຂ້ເລືອດອອກ, HIV/AIDS ແລະ ພະຍາດວັນນະໂລກປອດ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ສະຫະລັດອາເມລິກາ ມີຄວາມມຸ້ງໝັ້ນທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານ ແລະ ປະຊາຊົນລາວ ໃນຂົງເຂດສາທາລະນະສຸກ …
ອ່ານເພີ່ມເຕີມ»
By U.S. Mission Laos | 9 ເດືອນພະຈິກ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 8 ພະຈິກ, 2018 ບໍລິສັດ ຈາກສະຫະລັດອາເມລິກາ GE ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໃນການຈະເປັນເຈົ້າພາບຈັດ ກອງປະຊຸມອຸດສາຫະກໍາດິຈິຕອນໃຫ້ບັນດາເຈົ້າຫນ້າທີ່ພະລັງງານ ແລະ ເສີມຂະຫຍາຍພັດທະນາໂຄງລາງພື້ນຖານດ້ານພະລັງງານ ໃນ ສປປ ລາວ. ພາຍໃຕ້ MoU, GE ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມອຸດສາຫະກໍາດິຈິຕອນຮ່ວມກັບພະນັກງານຂອງ EDL-Gen ກ່ອນທີ່ຈະດໍາເນີນການປະເມີນທາງດ້ານເຕັກນິກຂອງໂຄງການພັດທະນາໄຟຟ້ານໍ້າຕົກ EDL-Gen ເພື່ອເປັນການວາງໂຄງລ່າງພື້ນຖານສໍາລັບໂຄງການທົດລອງ Asset Performance Management (APM). ເປົ້າໝາຍໂຄງການທົດລອງ APM ແມ່ນການວິເຄາະ ແລະ ຄາດເດົາທີ່ມີປະສິດທິພາບກວ່າຂອງອຸປະກອນຜະລິດພະລັງງານໄຟຟ້າ ແລະ ການບຳລຸງຮັກສາ. ຖ້າຫາກປະສົບຜົນສໍາເລັດ, ໂຄງການທົດລອງຈະໄດ້ຮັບການຂະຫຍາຍອອກໄປ 9 ເຂື່ອນໄຟຟ້າເພີ່ມຕື່ມ ໃນ ສປປ ລາວ. ເປັນກຽດເຂົ້າຮ່ວມເປັນສັກຄີພິຍານໃນພິທີເຊັ່ນສັນຍາ ມີ ເອກອັກຄະລັດຖະທູດຈາກສະຫະລັດອາເມລິກາ ທ່ານນາງ …
ອ່ານເພີ່ມເຕີມ»
By U.S. Mission Laos | 8 ເດືອນພະຈິກ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 02 ພະຈິກ 2018, ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານລາວຈາກກະຊວງຍຸຕິທຳ ໄດ້ເຂົ້າຮ່ວມພິທີເປີດໂຕແອັບພລິເຄຊັນກົດໝາຍລາວ, ຈຸດປະສົງໃນການສ້າງແອັບດັ່ງກ່າວ ແມ່ນເພື່ອອຳນວຍຄວາມສະດວກໃນການພັດທະນາເສດຖະກິດ ແລະ ຫຼັກນິຕິທຳ ຂອງ ສປປລາວ. ທ່ານ ຄໍລິນ ກຣອສບີ, ຮອງເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຮ່ວມກັບ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ຜູ້ເຂົ້າຮ່ວມຈາກພາກລັດຫຼາຍກວ່າ 70 ທ່ານ ໄດ້ພ້ອມກັນເປີດໂຕ “ແອັບພລິເຄຊັນກົດໝາຍລາວ” ສະບັບປັບປຸງໃໝ່. ແອັບພລິເຄຊັນທີ່ທັນສະໄໝຜ່ານໂທລະສັບມືຖືນີ້ ຈະຊ່ວຍໃຫ້ບັນດານັກລົງທຶນ ແລະ ຜູ້ປະກອບ ເຂົ້າເຖິງນິຕິກຳໄດ້ໄວຂຶ້ນ ແລະ ເຂົ້າໃຈເຖິງບັນດາລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງກັບທຸລະກິດ. ແອັບພລິເຄຊັນກົດໝາຍລາວແມ່ນສ້າງຂຶ້ນໂດຍການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ ໂດຍການຮ່ວມມືກັບລັດຖະບານລາວກໍ່ຄືກະຊວງຍຸຕິທຳ. ແອັບກົດໝາຍລາວນີ້ ປະກອບມີນິຕິກຳທັງໝົດ ທີທ່ານສາມາດຄົ້ນຫາໄດ້ໃນເວັບໄຊຈົດໝາຍເຫດທາງລັດຖະການ (EOG), …
ອ່ານເພີ່ມເຕີມ»
By U.S. Mission Laos | 5 ເດືອນພະຈິກ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ: ໃນວັນທີ 1 ພະຈິກ 2018, ລັດຖະບານສະຫະລັດອາເມລິກາ ໄດ້ມອບເຕັກໂນໂລຊີ ແລະ ອຸປະກອນດ້ານຂໍ້ມູນຂ່າວສານ ໃຫ້ແກ່ບັນດາເຈົ້າໜ້າທີ່ອະວຸໂສ ຢູ່ທີ່ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ຂອງ ສປປ ລາວ. ສະຖານທູດສະຫະລັດອາເມລິກາ ໄດ້ມອບອຸປະກອນດັ່ງກ່າວໃຫ້ກັບ ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າ ສຕຟງ ຢູ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມພິທີດັ່ງກ່າວຍັງມີ ທ່ານ ນາງ Ekaterina Koposhilko ຈາກອົງການ ສະຫະປະຊາຊາດ ເພື່ອບໍລິຫານໂຄງການ (UNOPS). ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ກ່າວໃນພິທີວ່າ: ສປປ ລາວ ໄດ້ສ້າງຄວາມກ້າວໜ້າຫຼາຍໃນວຽກງານຕ້ານການຟອກເງິນຍ້ອນໄດ້ຮັບການສະໜັບສະໜູນທີ່ເຂັ້ມແຂງຈາກລັດຖະບານ ແລະ ທີມງານ ສຕຟງ ທີ່ມີຄວາມສາມາດ. ພວກເຮົາມີຄວາມຍິນດີທີ່ໄດ້ໃຫ້ການສະໜັບສະໜູນວຽກງານຂອງ ສຕຟງ ເຊິ່ງຈະສ້າງຄວາມຍຸ້ງຍາກຫຼາຍຂຶ້ນໃຫ້ພວກອາຊະຍາກອນທີ່ຈະເຂົ້າມາສວຍໃຊ້ຂະແໜງການເງິນຂອງ ສປປ …
ອ່ານເພີ່ມເຕີມ»
By U.S. Mission Laos | 2 ເດືອນພະຈິກ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ: ໃນວັນທີ 14-16 ຕຸລາ, ເຈົ້າໜ້າທີ່ຂັ້ນສູງ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອທົບທວນຄືນກ່ຽວກັບ ຄວາມຄືບໜ້າຢ່າງຕໍ່ເນື່ອງໃນການພົວພັນສອງຝ່າຍ ແລະ ເພື່ອສະຫຼຸບໂດຍຫຍໍ້ໃຫ້ ເຈົ້າໜ້າທີ່ຝ່າຍລາວໄດ້ຮັບຊາບ ກ່ຽວກັບ ແຜນຍຸດທະສາດ ສະຫະລັດອາເມລິກາ ໃນພາກພື້ນອິນໂດ-ປາຊີຟິກ. ໃນໄລຍະການຢ້ຽມຢາມ ທ່ານ ຮອງຜູ້ຊ່ວຍລັດຖະມົນຕີ Walter Douglas ວອລເຕີ ດັກລາສ ຈາກຫ້ອງການອາຊີຕາເວັນອອກແລະປາຊີຟິກ ໄດ້ພົບປະກັບທ່ານ ຮອງລັດຖະມົນຕີ ທອງເພັດ ອິນທະວົງ, ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອປຶກສາຫາລືແນວທາງໃນການສືບຕໍ່ ເສີມຂະຫຍາຍການລົງທຶຶນມູນຄ່າສູງຂອງສະຫະລັດອາເມລິກາ ໃນຂົງເຂດເສດຖະກິດ ລາວ. ໃນທີ່ປະຊຸມ, ທ່ານ ຮອງຜູ້ຊ່ວຍລັດຖະມົນຕີ ດັກລາສ ໄດ້ກ່າວວ່າ: ສປປ ລາວ ຍັງຄົງສືບຕໍ່ປັບປຸງສະພາບແວດລ້ອມທາງທຸລະກິດ, ເຊີ່ງຈະເຮັດໃຫ້ເສີມຂະຫຍາຍການດຶງດູດການລົງທຶນທີ່ມີຄຸນນະພາບສູງ ຮວມທັງ ຈາກ ສະຫະລັດອາເມລິກາ. ການລົງທຶນນິີ້ຈະຊ່ວຍຂັບເຄື່ອນການເຕີບໂຕ ທາງເສດຖະກິດຢ່າງຢັ້ງຢືນ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 16 ເດືອນຕຸລາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ: ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເຊັນຂໍ້ຕົກລົງສະບັບປັບປຸງ ລະຫວ່າງ ສະຖານທູດສະຫະລັດອາເມລິກາປະຈໍານະຄອນຫຼວງວຽງຈັນ ແລະ ກົມພາສີ, ກະ¬ຊວງການເງິນ ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃນຂົງເຂດການບັງຄັບໃຊ້ກົດໝາຍ ແລະ ຄວາມປອດໄພຊາຍແດນ. ພິທີເຊັນຂໍ້ຕົກລົງດັ່ງກ່າວຈັດຂຶ້ນທີ່ກົມພາສີ ໃນວັນທີ 11 ເດືອນຕຸລາ 2018. ຮອງລັດຖະມົນກະຊວງການເງິນ ທ່ານນາງ ທິບພະກອນ ຈັນທະວົງສາ ໄດ້ໃຫ້ກຽດເຂົ້າຮ່ວມພິທີ ແລະ ທ່ານ ບຸນປະເສີດ ສີຄຸນລະບຸດ, ຮັກສາການຫົວໜ້າກົມພາສີ ເປັນຜູ້ລົງນາມເຊັນຂໍ້ຕົກລົງຕາງໜ້າໃຫ້ລັດຖະບານລາວ. ຝ່າຍສະຫະລັດອາເມລິກາ ແມ່ນ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ເປັນຜູ້ລົງນາມເຊັນຕາງໜ້າ. ທ່ານທູດ ຣິນາ ບິດເຕີ ກ່າວໃນພິທີ “ປີ 2016, ການນໍາຂອງພວກເຮົາໄດ້ລົງນາມເຊັນສັນຍາຮ່ວມມືແບບກວມລວມ (Comprehensive Partnership) ເຊິ່ງສ້າງຂຶ້ນບົນພື້ນຖານຄວາມເຄົາລົບເຊິ່ງກັນແລະກັນ, …
ອ່ານເພີ່ມເຕີມ»
By U.S. Mission Laos | 12 ເດືອນຕຸລາ, 2018 | ປະເພດ: ບົດຂ່າວ
ທີ່ ຮາວາຍ: ໃນວັນທີ 18 ກັນຍາ 2018, ເຈົ້າໜ້າທີ່ອາວຸໂສ ກອງທັບສະຫະລັດອາເມລິກາ ທີ່ຮາວາຍ ໄດ້ເປັນເຈົ້າພາບຕ້ອນຮັບຄະນະຜູ້ແທນ ຈາກກະຊວງປ້ອງກັນປະເທດ ທີ່ at Camp Smith, ເພື່ອພົບປະປຶກສາຫາລືວຽກງານປ້ອງກັນຊາດສອງຝ່າຍ ປະຈຳປີ ຄັ້ງທີ່ 13. ຄະນະຜູ້ແທນໄດ້ເນັ້ນໜັກເຖິງການຮັດແໜ້ນສາຍພົວພັນສອງຝ່າຍ ແລະ ການຮ່ວມມືຮອບດ້ານ, ແລະ ການເສີມຂະຫຍາຍການຮ່ວມມືໃນພາກປະຕິບັດຕົວຈິງໃນຫຼາຍໆຂົງເຂດວຽກງານ. ກອງປະຊຸມໄດ້ດຳເນີນໄປ ພາຍໃຕ້ການເປັນປະທານຂອງທ່ານ ພົນຕີ ຊູຊານ ວາເຣສ-ລູມ ຫົວໜ້າກົມນະໂຍບາຍ ແລະ ວາງແຜນຍຸດທະສາດ, ສູນບັນຊາການກອງທັບສະຫະລັດອາເມລິກາ ປະຈໍາພາກພື້ນອິນໂດ-ປາຊີຟິກ ແລະ ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສິ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ນ. ຣີນາ ບິດເຕີ ກ່າວເປີດກອງປະຊຸມ. ທ່ານ ພົນຕີ ຊູຊານ ວາເຣສ-ລູມ ໄດ້ມີໂອກາດພົບປະກັບ …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນກັນຍາ, 2018 | ປະເພດ: ບົດຂ່າວ
ອັດຕະປື, ສ.ປ.ປ.ລາວ: ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວ ໄດ້ລົງພື້ນຖານຢ້ຽມຢາມ ໂຄງການຊ່ວຍເຫຼືອຜູ້ປະສົບໄພຂອງລັດຖະບານອາເມລິກາ ແລະ ເຂົ້າພົບປະ ພະນະທ່ານ ເລດ ໄຊຍະພອນ ເຈົ້າແຂວງແຂວງ ອັດຕະປື ແລະ ຄະນະ ເພື່ອປຶກສາຫາລືກ່ຽວກັບຂະບວນການຊ່ວຍເຫຼືອຜູ້ປະສົບໄພທີ່ແຂວງອັດຕະປື ໃນຊ່ວງວັນທີ 10-11 ກັນຍາ ທີ່ຜ່ານມາ ເຊິ່ງການລົງພື້ນຖານໃນຄັ້ງນີ້ເປັນສ່ວນໜຶ່ງໃນການໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພຂອງລັດຖະບານ ອາເມລິກາ. ທ່ານນາງ ຣີນາ ບິດເຕີ ໄດ້ລົງຢ້ຽມຢາມ ສະຖານທີ່ເປັນມິດທີ່ຈັດສັນຂຶ້ນສຳລັບເດັກນ້ອຍ ທີ່ໂຮງຮຽນປະຖົມສົມບູນມິດສຳພັນ ແລະ ໂຮງຮຽນມັດຖະຍົມສົມບູນສະໜາມໄຊ, ເມືອງສະໜາມໄຊ. ໂດຍການສະໜັບສະໜຸນຂອງອົງການ USAID, ສະຖານທີ່ດັ່ງກ່າວໄດ້ຖືກຈັດຕັ້ງຂຶ້ນເພື່ອສະໜອງນໍ້າສະອາດ ແລະ ການຊ່ວຍເຫຼືອແກ່ເດັກນ້ອຍຈາກເຫດການນໍ້າຖ້ວມ ທີ່ຜ່ານມາ. ໂຄງການນີ້ແມ່ນຖືກປະຕິບັດຂຶ້ນເພື່ອ ຊ່ວຍບັນເທົາຜົນກະທົບທາງດ້ານຈິດໃຈຂອງເດັກນ້ອຍ ໂດຍສະເພາະຜູ້ ທີ່ສູນເສຍຜູ້ປົກຄອງ. ທ່ານນາງ ຣີນາ ບິດເຕີ ໄດ້ໃຫ້ຄຳເຫັນວ່າ: ການຊ່ວຍເຫຼືອປະຊາຊົນອັດຕະປື ແມ່ນໜຶ່ງໃນບູລິມະສິດຂອງພວກເຮົາ. ພວກເຮົາຈະຮ່ວມມືກັບລັດຖະບານລາວຢ່າງຄຽງບ່າຄຽງໄລ່ ແລະ ປະຊາຊົນລາວໃນຊ່ວງທີ່ມີຄວາມຫຍຸ້ງຍາກເຊັ່ນນີ້. ໂດຍການພົບປະກັບປະຊາຊົນ, ທ່ານນາງ ຣີນາ …
ອ່ານເພີ່ມເຕີມ»
By U.S. Mission Laos | 15 ເດືອນກັນຍາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ: ໃນລະຫວ່າງເດືອນສິງຫາທີ່ຜ່ານມາ, ລັດຖະບານສະຫະລັດອາເມລິກາ ໄດ້ເພີ່ມການຊ່ວຍເຫຼືອຕໍ່ຜູ້ປະສົບໄພແຂວງອັດຕະປື ແລະ ຂົງເຂດອ້ອມຂ້າງທີ່ໄດ້ຮັບຜົນກະທົບຈາກເຫດການນໍ້າຖ້ວມທີ່ຮຸນແຮງໃນເດືອນກໍລະກົດທີ່ຜ່ານມາ. ອົງການພັດທະນາສາກົນສະຫະລັດອາເມລິກາ ຫຼື USAID ໂດຍຜ່ານຫ້ອງການຊ່ວຍເຫຼືອຜູ້ປະສົບໄພພິບັດຂອງສະຫະລັດ ຮ່ວມມືກັບອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ ຫຼື IOM ປະຈຳລາວ ເພື່ອມອບອຸປະກອນເຄື່ອງມືເພື່ອການຟື້ນຟູທີ່ຢູ່ອາໃສໃຫ້ແກ່ຄອບຄົວຜູ້ປະສົບໄພພິບັດ ຈຳນວນ 250 ຄອບຄົວ. ໂດຍຜ່ານການປຶກສາຫາລືກັບລັດຖະບານລາວ, ອຸປະກອນເຫຼົ່ານີ້ລວມມີ ໄມ້ຄ້ອນ, ຕະປູ, ສາຍໄຟ, ເຊືອກ, ເລື່ອຍ, ຊ້ວນ ແລະ ອື່ນໆທີ່ຈະຊ່ວຍໃຫ້ພວກເຂົາສາມາດປົວແປງເຮືອນຊານຂອງຕົນເອງ. ໃນເດືອນສິງຫາ, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວ ໄດ້ເນັ້ນໜັກເຖິງຄວາມຕັ້ງໃຈຂອງສະຫະລັດອາເມລິກາໃນການໃຫ້ຄວາມຊ່ວຍເຫຼືອຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້. ທ່ານ ຣີນາ ບິດເຕີ ໄດ້ກ່າວວ່າ: ພວກເຮົາຮູ້ວ່າເຫດການຄັ້ງນີ້ມີຜົນກະທົບໄລຍະຍາວ. ປະຊາຊົນອາເມລິກາຈະສືບຕໍ່ຊ່ວຍເຫຼືອປະຊາຊົນລາວ. ອຸປະກອນເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ປະຊາຊົນທີ່ເຫັນວ່າມີຄວາມຕ້ອງການຫຼາຍທີ່ສຸດ. ທ່ານ ມິສາໂຕ ຢູ່ອາສາ, ຫົວໜ້າຫ້ອງການ IOM ໄດ້ກ່າວວ່າ: ປະຊາຊົນຈໍານວນຫຼາຍໄດ້ສູນເສຍທຸກຢ່າງຈາກເຫດການໃນຄັ້ງນີ້. ອົງການ IOM ມຸ່ງໝັ້ນເພື່ອຊ່ວຍເຫຼືອໃຫ້ພວກເຂົາສາມາດເລີ່ມຕົ້ນຊີວິດໃໝ່. ທຶນຊ່ວຍເຫຼືອຂອງອົງການ USAID …
ອ່ານເພີ່ມເຕີມ»
By U.S. Mission Laos | 31 ເດືອນສິງຫາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ຜູ້ນໍາຈາກບັນດາບໍລິສັດຂະໜາດໃຫຍ່ຂອງສະຫະລັດອາເມລິກາ ໄດ້ພົບປະກັບລັດຖະບານຂອງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 23-24 ສິງຫາ, 2018 ເຊິ່ງແມ່ນສ່ວນໜຶ່ງຂອງການມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ສະພາທຸລະກິດສະຫະລັດ-ອາຊຽນ. ເປົ້າໝາຍຫຼັກຂອງການມາຢ້ຽມຢາມຄັ້ງນີ້ ແມ່ນສົນທະນາກ່ຽວກັບວິທີການໃໝ່ໆໃນການຂະຫຍາຍການຄ້າ ແລະ ການລົງທຶນ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ສະພາທຸລະກິດສະຫະລັດ-ອາຊຽນ (USABC) ແມ່ນກຸ່ມຜູ້ສະໜັບສະໜູນລະດັບແນວໜ້າ ທີ່ແນໃສ່ເພີ່ມທະວີການເຕີບໂຕດ້ານເສດຖະກິດ ແລະ ການຄ້າທີ່ໄດ້ຮັບຜົນປະໂຫຍດທັງສອງຝ່າຍ ລະຫວ່າງ ສະຫະລັດອາເມລິກາ ແລະ 10ປະເທດສະມາຊິກອາຊຽນ. ຈາກອາດີດຈົນເຖິງປັດຈຸບັນ, ນີ້ແມ່ນຄະນະຜູ້ແທນສະພາທຸລະກິດ USABC ທີ່ໃຫຍ່ທີ່ສຸດທີ່ມາຢ້ຽມຢາມ ສປປ ລາວ ເຊິ່ງປະກອບດ້ວຍ ບັນດາຕາງໜ້າລະດັບພາກພື້ນຈາກ 10 ບໍລິສັດລະດັບແນວໜ້າຂອງສະຫະລັດອາເມລິກາ ເຊັ່ນ: Microsoft, Coca-Cola, Google, Visa ແລະ Mastercard. …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນສິງຫາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ປະກາດ ການຈັດຕັ້ງປະຕິບັດໜ່ວຍງານປະເມີນຜົນ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອເປັນເງິນທຶນຈຳນວນ $100,000 ໂດລາ ເພື່ອຊ່ວຍເຫຼືອສຸກເສີນທີ່ແຂວງອັດຕະປື ແລະ ພື້ນທີ່ໃກ້ຄຽງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ພາກໃຕ້ຂອງ ສປປ ລາວ ໃນວັນທີ 27 ກໍລະກົດທີ່ຜ່ານມາ. ໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ (USAID), ລັດຖະບານສະຫະລັດອາເມລິກາ ໄດ້ຈັດຕັ້ງທີມງານຜູ້ຊ່ຽວຊານ ໃນການປະສານ ແລະ ບໍລິຫານງານໃນການຕອບສະໜອງ ຈາກລັດຖະບານສະຫະລັດອາເມລິກາ ພ້ອມທັງໄດ້ຮ່ວມມືກັບອົງການ UNICEF ລາວ ເພື່ອຊ່ວຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບເຂົ້າເຖິງນໍ້າສະອາດ, ອຸປະກອນສຸຂະອານາໄມຂັ້ນພື້ນຖານ ແລະ ບໍລິການສຸກເສີນອື່ນໆ. ເງິນທຶນດັ່ງກ່າວຍັງຈະໄດ້ສະໜັບສະໜູນຄວາມພະຍາຍາມຂອງອົງການ UNICEF ໂດຍກົງໃນການຈັດຫານໍ້າດື່ມສະອາດ ແລະ ວິທີການໃນການບຳບັດນໍ້າ, ຟື້ນຟູແຫຼ່ງນໍ້າສະອາດ ແລະ ສິ່ງອຳນວຍຄວາມສະດວກທາງດ້ານສຸຂະອານາໄມ ທີ່ສູນສຸຂະພາບ ແລະ ໂຮງຮຽນທີ່ໄດ້ຮັບຜົນກະທົບ. ພ້ອມດຽວກັນນັ້ນ ຍັງໄດ້ສະໜັບສະໜຸນຄວາມພະຍາຍາມ ໃນການສົ່ງເສີມຄວາມເຂົ້າໃຈກ່ຽວກັບສຸຂະອານາໄມ ເພື່ອເປັນການປ້ອງກັນພະຍາດທີ່ເກີດຂຶ້ນຢູ່ໃນນໍ້າ ແລະ ຊ່ວຍເຫຼືອໃນການຄົ້ນຫາເດັກນ້ອຍທີ່ພັດພາກ ແລະ ຖືກແຍກຈາກຄອບຄົວ. …
ອ່ານເພີ່ມເຕີມ»
By U.S. Mission Laos | 28 ເດືອນກໍລະກົດ, 2018 | ປະເພດ: ບົດຂ່າວ
ທີ່ ນະຄອນຫຼວງພະບາງ – ລັດຖະບານສະຫະລັດອາເມລິກາໃຫ້ການສະໜັບສະໜູນ ການແຂ່ງຂັນກິລາບານສົ່ງ ແລະ ກິດຈະກຳແລກປ່ຽນທາງດ້ານວັດທະນະທຳ ສຳລັບບັນດານ້ອງນັກຮຽນລະດັບມັດທະຍົມ ຈາກ ສະຫະລັດອາເມລິກາ ແລະ ສປປ ລາວ ໃນວັນທີ 19-20 ກໍລະກົດ 2018, ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ. ຄະນະຜູ້ແທນທີ່ມາຢ້ຽມຢາມ ມີ 25 ທ່ານ ລວມທັງນັກກິລາ ແລະ ຄູຝຶກ ຈາກນະຄອນແຊນດິອາໂກ ລັດຄາລີຟໍເນັຍ ເດີນທາງມາຈາກສະຫະລັດອາເມລິກາ ມຸ່ງໜ້າມາສູ່ນະຄອນຕ່າງໆ ທີ່ປະເທດຫວຽດນາມ ແລະ ສປປ ລາວ, ເພື່ອຮ່ວມແຂ່ງຂັນມິດຕະພາບກິລາບານສົ່ງ, ສິດສອນທັກສະຕ່າງໆ, ພ້ອມກັນນັ້ນກໍຮຽນຮູ້ກ່ຽວກັບ ວັດທະນະທຳ ແລະ ປະເພນີ ອັນດີງາມຕ່າງໆຢູ່ໃນພາກພື້ນ ແລະ ສົ່ງເສີມຄວາມເຂົ້າໃຈໃນວັດທະນະທຳ. ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ເດີນທາງເຂົ້າຮ່ວມໃນພິທີ ແລະ ກ່າວໃນບົດປາໃສ ໃນພິທີເປີດງານວ່າ: …
ອ່ານເພີ່ມເຕີມ»
By U.S. Mission Laos | 23 ເດືອນກໍລະກົດ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ – ສະຖານທູດສະຫະລັດ ອາເມລິກາ ໄດ້ຈັດງານສະເຫຼີມສະຫຼອງວັນປະກາດເອກະລາດຄົບຮອບ 242ປີ ຂື້ນຢູ່ ທີ່ໂຮງແຮມ ໃນວັນທີ 3 ກໍລະກົດ 2018 ໂດຍມີແຂກເຂົ້າຮ່ວມຫຼາຍກວ່າ 600 ທ່ານ. ເປັນກຽດເຂົ້າຮ່ວມງານ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ໂພໄຊ ໄຂຄຳພິທູນ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ເຊິ່ງຕາງຫນ້າໃຫ້ ລັດຖະບານ ສປປ ລາວ ພ້ອມທັງ ເຈົ້າຫນ້າທີ່ອາວຸໂສ ຈາກລັດຖະບານ ສປປ ລາວ, ບັນດາທູດ ທຸຕານຸທູດ ແລະ ບັນດານັກທຸລະກິດ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງບັນດາຄະນະເຈົ້າຫນ້າທີ່ຂັ້ນສູງ ຈາກສະຫະລັດອາເມລິກາທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນປີທີ່ຜ່ານມາ …
ອ່ານເພີ່ມເຕີມ»
By U.S. Mission Laos | 5 ເດືອນກໍລະກົດ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ເຕັກໂນໂລຊີທາງດ້ານການເງິນ, ການເຕີບໂຕທາງເສດຖະກິດ ແລະ ການພັດທະນາວິສາຫະກິດຈຸລະພາກ ແມ່ນຫົວຂໍ້ຫຼັກໃນງານ Lao Digital Forum ຄັ້ງທີສອງ ເຊິ່ງຈັດຂຶ້ນໂດຍ ສະຖານທູດສະຫະລັດ ໃນວັນທີ 29 ເດືອນມິຖຸນາ. ງານຄັ້ງນີ້ ຈັດຂຶ້ນໂດຍສະຖານທູດສະຫະລັດ ແລະ ທະນາຄານ ແຫ່ງ ສປປ ລາວ ເຊິ່ງໄດ້ຮັບການສະໜັບສະໜູນທຶນຈາກ ບັນດາບໍລິສັດອາເມລິກາ ເຊັ່ນ: Microsoft ແລະ Visa. ງານຄັ້ງນີ້ມີຜູ້ເຂົ້າຮ່ວມ 150 ທ່ານ ເຊິ່ງໃນນັ້ນລວມທັງເຈົ້າໜ້າທີ່ຈາກພາກລັດ 50 ທ່ານ ເຂົ້າຮ່ວມຮັບຟັງບັນດາຊ່ຽວຊານທີ່ມາຈາກປະເທດມຽນມ້າ, ກໍາປູເຈ້ຍ, ໄທ ແລະ ສະຫະລັດອາເມລິກາ ສົນທະນາໃຫ້ຄວາມຮູ້ກ່ຽວກັບບັນດາຫົວຂໍ້ທີ່ກໍາລັງເປັນກະແສຢູ່ໃນໂລກເຕັກໂນໂລຊີ ເຊັ່ນ: ເຕັກໂນໂລຊີການເງິນ (fintechs), ການຊໍາລະອິເລັກໂຕຼນິກ , ບລ໋ອກເຊັນ (blockchain) ແລະ ການມີສ່ວນຮ່ວມທາງດ້ານການເງິນ. ຄໍາສັບເຕັກນິກ fintech (ເຕັກໂນໂລຊີທາງດ້ານການເງິນ) …
ອ່ານເພີ່ມເຕີມ»
By U.S. Mission Laos | 29 ເດືອນມີນາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງພະບາງ, ນະຄອນປາກເຊ, ສປປລາວ: ກອງປະຊຸມສຳມະນາກ່ຽວກັບວຽກງານຕ້ານ ການຟອກເງິນໄດ້ຈັດຂຶ້ນທີ່ນະຄອນຫຼວງພະບາງ ແລະນະຄອນປາກເຊ ໃນລະຫວ່າງວັນທີ 13-20 ມິຖຸນາ 2018 ໂດຍການຮ່ວມມືລະຫວ່າງລັດຖະບານສະຫະລັດອາເມລິກາ ແລະລັດຖະບານ ສປປລາວ. ກອງປະຊຸມສຳມະນາກ່ຽວກັບເຕັກນິກການສືບສວນ-ສອບສວນ ການສັ່ງຟອ້ງຄະດີຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຮ່ວມຈັດໂດຍສຳນັກງານຂໍ້ມູນຕ້ານການຟອກເງິນ ແລະສະຖາບັນການທະຫານ ສຳລັບການສຶກສາກົດໝາຍສາກົນ. ການສຳມະນາສອງຄັ້ງນີ້ ໄດ້ມີພະນັກງານແລະເຈົ້າໜ້າທີ່ຫຼາຍກວ່າ 80 ທ່ານເຂົ້າຮ່ວມ ຊ່ຶງມາຈາກຫຼາຍພາກສວ່ນເຊັ່ນ ນະຄອນຫຼວງວຽງຈັນ ແລະບັນດາແຂວງຕ່າງໆ ຊ່ຶງໄດ້ຈັດຂຶ້ນໃນວັນທີ 13-15 ມິຖຸນາ 2018 ທີ່ນະຄອນຫຼວງພະບາງ ແລະໃນວັນທີ 18-20 ທີ່ນະຄອນປາກເຊ. ຜູ້ເຂົ້າຮວ່ມສໍາມະນາມາຈາກຫຼາຍຂະແໜງການເຊັ່ນ ເຈົ້າໜ້າທີ່ີ່ຕຳຫຼວດ, ໄອຍະການ ແລະເຈົ້າໜ້າທີ່ປະຕິບັດກົດໝາຍອື່ນໆ. ໃນພິທີປິດກອງປະຊຸມສຳມະນາ ທ່ີນະຄອນປາເຊ, ທ່ານນາງຣີນາ ບິດເຕີ້, ທ່ານທູດສະຫະລັດອາເມລິກາໄດ້ກ່າວວ່າ “ເປົ້າໝາຍຂອງການຝຶກອົບຮົມວຽກງານປະຕິບັດກົດໝາຍຄັ້ງນີ້ ເພ່ືອຊວ່ຍເຫຼືອລັດຖະບານ ລາວ ຕໍ່ຄວາມພະຍາຍາມທີ່ຈະພັດທະນາປະເທດໃຫ້ເຂັ້ມແຂງ ພອ້ມທັງມີຄວາມສົມບູນພູນສຸກຍິ່ງຂຶ້ນ ເພ່ືອໃຫ້ ລາວສາມາດສືບຕໍ່ກ້າວໄປມີບົດບາດທີ່ສ້າງສັນ ແລະ ເປັນເຈົ້າການ ໃນເວທີອາຊຽນ.” ທ່ານຍັງໄດ້ກ່າວເສີມອີກວ່າ “ໃນຂະນະທີ່ …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນມີນາ, 2018 | ປະເພດ: ບົດຂ່າວ
18 ມິຖຸນາ 2018, ຊຽງຂວາງ, ຫົວພັນ: ອົງການພັດທະນາສາກົນອາເມລິກາ ຫຼື USAID ປະຈໍາລາວຮ່ວມມືກັບກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມການຍ້ອມສີທຳມະຊາດ ແລະ ການຕະຫຼາດແບບອອນລາຍໃຫ້ກັບບັນດາຜູ້ປະ ກອບການເພດຍິງນັບຕັ້ງແຕ່ວັນທີ 28 ພຶດສະພາ ເຖິງ ວັນທີ 15 ມິຖຸນາ ທີ່ຜ່ານມາ ທີ່ແຂວງຊຽງຂວາງ ແລະ ຫົວພັນ. ເຊິ່ງງານຝຶກອົບຮົມດັ່ງກ່າວໄດ້ມີຜຸ້ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ ເປັນເວລາ 3 ອາທິດ. ພວກເຂົາໄດ້ຮຽນຮູ້ການເພີ່ມຄຸນະພາບ ຂອງຜ້າໄໝ ແລະ ການຂະຫຍາຍຕະຫຼາດຂອງພວກເຂົາທັງພາຍໃນ ແລະ ຕ່າງປະເທດ. ທ່ານນາງ ອາເລັກຊານເດຍ ຮູເອຕ້າ, ຜູ້ອຳນວຍການອົງການ USAID ໄດ້ໃຫ້ຮູ້ວ່າ: ການສ້າງທັກສະໃຫ້ກັບບັນດາຜູ້ປະກອບ ການເຫຼົ່ານີ້ຈະຊ່ວຍໃຫ້ພວກເຂົາເພີ່ມລາຍຮັບໃຫ້ແກ່ຄອບຄົວ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປລາວ. ທ່ານນາງ ກິ່ງສະດອນ ເພັດດາວເຮືອງ ຮອງຫົວໜ້າຫ້ອງການ, ກະຊວງອຸດສາຫະກຳ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 18 ເດືອນມີນາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ ສປປ ລາວ – ໃນວັນທີ 4 ມິຖຸນາ 2018, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ, ທ່ານ ບົວລານ ສິລິປັນຍາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງຊາຣາ ກອກດອນ-ກິບຊັນ, ຜູ້ອຳນວຍການ ທັງເປັນຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ (WFP) ໄດ້ເປີດກິດຈະກໍາໂຄງການອາຫານສຳລັບໂຮງຮຽນ ຢ່າງເປັນທາງການ ໃນໄລຍະໃໝ່ເປັນເວລາ 5 ປີ ຂອງ ອົງການ (WFP) ທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານສະຫະລັດອາເມລິກາ. ໂຄງການດັ່ງກ່າວນີ້ແມ່ນເພື່ອສຶບຕໍ່ຜົນສຳເລັດໃນໄລະຍະ 9ປີ ທີ່ພ່ານມາ ໂດຍການສະໜອງທຶນຈາກລັດຖະບານສະຫະລັດອາເມລິກາ ໃນການມອບຄາບອາຫານທ່ຽງໃຫ້ແກ່ນ້ອງນັກສຶກສາຈຳນວນ 140,000 ແລະ ຍັງເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ໂຄງການອາຫານສຳລັບໂຮຽຮຽນ ຂອງ ລັດຖະບານ ສປປ ລາວ. ກິດຈະກຳໂຄງການອາຫານສຳລັບໂຮງຮຽນນີ້ ແມ່ນໄດ້ຮັບທຶນຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 5 ເດືອນມີນາ, 2018 | ປະເພດ: ການສຶກສາ, ບົດຂ່າວ
ພຶດສະພາ 15, 2018, ນະຄອນຫຼວງວຽງຈັນ – ຜູ້ສ້າງຮູບເງົາຈາກ ສະຫະລັດອາເມລິກາໄດ້ມາຢ້ຽມຢາມ ສປປ ລາວ ໃນວັນທີ 11-16 ພຶດສະພາ ເພື່ອມາສາຍຮູບເງົາກ່ຽວກັບຜູ້ປະກອບການ ແລະ ຍັງໄດ້ປຶກສາຫາລືການສົ່ງເສີມທຸລະກິດຂະໜາດນ້ອຍ ໃນ ສປປ ລາວ. ທ່ານ ນາງ ຊີຣິວ ມີເລີ ຮາວເຊີ ແມ່ນເປັນຜູ້ສ້າງ ແລະ ຜູ້ກຳກັບຮູບເງົາ ທີ່ມີຊື່ສຽງ ຈາກ ນີວຢອກ. ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນ ຈາກ ກະຊວງການຕ່າງປະເທດ ເພື່ອມາສາຍຮູບເງົາ ສະຫະລັດອາເມລິກາ. ຮູບເງົາເລື້ອງລ່າສຸດທີ່ເພີ່ນໄດ້ສ້າງແມ່ນເລື້້ອງກ່ຽວກັບ ຮຸ້ນບຸກເບີດທຸລະກິດຮຸ້ນໃຫມ່ Generation Startup ທີ່ໄດ້ຖ່າຍທອດເລື້ອງລາວກ່ຽວກັບໄວໜຸ່ມຈຳນວນ 6 ຄົນ ແລະ ຄວາມທ້າທາຍທີ່ພວກເຂົາໄດ້ປະເຊີນໃນເວລາທີ່ກຳລັງເປີດທຸລະກິດໃໝ່ຢູ່ທີ່ ເມືອງ Detroit ຂອງລັດ Michigan. ໃນໄລຍະເວລາທີ່ທ່ານຢູ່ ສປປ ລາວ, ທ່ານ ຮາວເຊີ …
ອ່ານເພີ່ມເຕີມ»
By U.S. Mission Laos | 15 ເດືອນພຶດສະພາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ຄະນະຜູ້ແທນທະຫານຂັ້ນສູງ ຈາກສູນບັນຊາການ ກອງທັບສະຫະລັດອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ນັບແຕ່ວັນທີ 10-11 ພຶດສະພາ 2018 ເພື່ອຮັດແໜ້ນຄວາມສາຍພົວພັນທາງທະຫານສອງຝ່າຍລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ແລະ ຢືນຢັນຄວາມໝາຍໝັ້ນຂອງສະຫະລັດອາເມລິກາ ທີ່ມີຕໍ່ພາກພື້ນ ອິນໂດ-ປາຊີຟິກ. ສູນບັນຊາການ ກອງທັບສະຫະລັດອາເມລິກາ ປະຈຳຂົງເຂດປາຊີຟິກ ແມ່ນ 1 ໃນ 6 ສູນບັນຊາການສູ້ຮົບ ຂອງກອງທັບສະຫະລັດ ອາເມລິກາ. ມີພື້ນທີ່ຮັບຜິດຊອບກວມເອົາເຄິ່ງໜຶ່ງຂອງໂລກ, ແລະ ລວມມີ 36 ປະເທດ ໃນພາກພື້ນອາຊີ ປາຊີຟິກ. ທ່ານ ພົນໂທ ໄບຣອັນ ພີ ເຟັນຕັນ, ຮອງຜູ້ບັນຊາການ ກອງທັບສະຫະລັດ ອາເມລິກາ ປະຈຳຂົງເຂດປາຊີຟິກ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຂອງທ່ານທີ່ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ. ການມາຢ້ຽມຢາມໃນຄັ້ງນີ້ແມ່ນເປັນຄັ້ງທຳອິດ …
ອ່ານເພີ່ມເຕີມ»
By U.S. Mission Laos | 11 ເດືອນພຶດສະພາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ບັນດາເຈົ້າຫນ້າທີ່ຈາກຂະແໜງສາທາລະນະສຸກຮຸ້ນທີ່ 9 ໄດ້ສຳເລັດຊຸດອົບຮົມລະບາດວິທະຍາພາກສະໜາມຊຶ່ງສະໜັບສະໜູນໂດຍ ລັດຖະບານສະຫະລັດອາເມລິກາ. ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນກຽດມອບໃບຢັ້ງຢືນ ໃນພິທີມອບໃບຢັ້ງຢືນຈົບຫລັກສູດ ທີ່ຈັດຂື້ນໃນ ວັນທີ 30 ເມສາ 2018, ໂດຍການເຂົ້າຮ່ວມໂດຍ ທ່ານ ອຸປະທູດ ໄມໂຄ ຄລາຍ, ທ່ານ ດຣ. ຊິນ ຍົງຊູ ຫົວຫນ້າອົງການອານາໄມໂລກ ປະຈຳພາກພື້ນອາຊີປາຊິຟິກ ແລະ ຜູ້ຕາງຫນ້າ ອົງການອະນາໄມໂລກປະຈຳ ສປປ ລາວ, Dr Juliet Fleischl. ທ່ານອຸປະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄມໂຄ ຄລາຍ ໄດ້ກ່າວວ່າ: ບັນດາຜູ້ຈົບຊຸດອົບຮົມລະບາດວິທະຍາພາກສະໜາມແມ່ນເປັນທີ່ຍອມຮັບຈາກເຈົ້າຫນ້າທີ່ອາວຸໂສຂອງຂະແໜງສາທາ ລວມທັງລະດັບຊາດ ແລະ ລະດັບແຂວງໃນດ້ານຄວາມສາມາດທາງດ້ານເຕັກນິກໃນການຕັດສິນໃຈຕາມກັບເຫດການທີ່ເກີດຂື້ນ. ລະບາດວິທະຍາພາກສະຫນາມ ຫຼື (FET) ໄດ້ຮັບການສ້າງຕັ້ງຂື້ນໃນປີ …
ອ່ານເພີ່ມເຕີມ»
By U.S. Mission Laos | 30 ເດືອນເມສາ, 2018 | ປະເພດ: ບົດຂ່າວ
ຖະແຫລງການ ທ່ານ John J. Sullivan ວ່າການກະຊວງການຕ່າງປະເທດ ວໍຊິງຕັນ, ດີຊີ ເມສາ 11, 2018 ໃນນາມຕາງຫນ້າ ລັດຖະບານສະຫະລັດອາເມລິກາ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ປະຊາຊົນລາວບັນດາເຜົ່າທຸກທົ່ວຫນ້າເນື່ອງໃນໂອກາດວັນສະເຫຼີມສະຫຼອງ ປີໃໝ່ລາວ ໃນວັນທີ 14 ເມສານີ້. ການຮ່ວມມືແບບກວມລວມທັງສອງຝ່າຍຂອງພວກເຮົາໄດ້ສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງ ໃນຫວ່າງບໍ່ດົນມານີ້ ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ແລະ ຄະນະຜູ້ແທນຂັ້ນສູງສາມທ່ານ ຈາກ ລັດຖະສະພາ ສ.ອາເມລິກາ ໄດ້ມາຢ້ຽມຢາມ ສປປ ລາວ. ສາຍພົວພັນອັນເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວລະຫວ່າງປະຊາຊົນທັງສອງຊາດ, ແລະ ພວກເຮົາຍັງສືບຕໍ່ໃຫ້ການສະໜັບສະໜຸນເປົ້າໝາຍການພັດທະນາຂອງລັດຖະບານ ສປປ ລາວ, ໂດຍສະເພາະການຊ່ວຍເຫຼືອດ້ານວຽກງານການເກັບກູ້ລະເບີດບໍ່ທັນແຕກ ໄດ້ສະແດງໃຫ້ເຫັນເຖີງຄວາມໝາຍໝັ້ນຂອງພວກເຮົາຕໍ່ສາຍພົວພັນອັນຍືນຍົງ ແລະ ມີປະສິດທິຜົນ ກັບ ສປປ ລາວ. ຂ້າພະເຈົ້າຂໍອວຍພອນໄຊມາຍັງປະຊາຊົນລາວທຸກທົ່ວຫນ້າ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມມ່ວນຊື່ນ ໃນຊ່ວງປີໃໝ່ລາວນີ້.
ອ່ານເພີ່ມເຕີມ»
By U.S. Mission Laos | 12 ເດືອນເມສາ, 2018 | ປະເພດ: ບົດຂ່າວ
ສຳນັກຂ່າວສານອາຊີຕາເວັນອອກ ແລະ ປາຊີຟິກ ທ່ານ Susan Thornton ຮັກສາການຜູ້ຊ່ວຍເລຂາທິການໃຫຍ່ ໄດ້ເຂົ້າຮ່ວມ ເປັນປະທານ ການປຶກສາຫາລືລະຫວ່າງ ສະຫະລັດອາເມລິກາ-ອາຊຽນຄັ້ງທີ 31 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ, ໃນວັນທີ 3 ເມສາ ເຊິ່ງ ເຂົ້າຮ່ວມໂດຍທ່ານ Ramlan Ibrahim ເລຂາທິການໃຫຍ່ຂອງມາເລເຊຍ. ໃນບົດຖະແຫຼງການລວມເຖິງການພົບປະສົນທະນາກັນໃນວຽກງານອັນສຳຄັນລະຫວ່າງສະຫະລັດອາເມລິກາ, ກັບບັນດາກຸ່ມສະມາຊິກອາຊຽນທັງ 10 ປະເທດ, ແລະກອງເລຂາທິການອາຊີ, ອັນໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນອັນຍິ່ງໃຫຍ່ ຂອງການເປັນຄູ່ຮ່ວມມືທາງຍຸດທະສາດລະຫວ່າງສະຫະລັດ ກັບ ອາຊຽນ. ຜູ້ຕາງໜ້າຈາກສະຫະລັດອາເມລິກາ ແລະ ອາຊຽນ ໄດ້ພ້ອມກັນຢືນຢັນເຖິງຄວາມມຸ່ງໝັ້ນຮ່ວມກັນກ່ຽວກັບການປະຕິບັດຕາມລະບຽບການ ແລະ ສັດຕະຍາບັນຂອງອາຊຽນ. ສະຫະລັດ ແລະ ອາຊຽນ ໄດ້ມີການແລກປ່ຽນມຸມມອງກ່ຽວກັບແນວຄິດເປີດກວ້າງແບບເສລີ ຂອງອິນໂດ-ປາຊີຟິກ. ບັນດາຜູ້ເຂົ້າຮ່ວມຍັງໄດ້ໃຫ້ການຍອມຮັບລະບົບການພັດທະນາຍຸກໃໝ່ ເຊິ່ງ ສະແດງໃຫ້ເຫັນເຖິງຄວາມເຕັມໃຈຂອງເກົາຫຼີເໜືອ ຈະໃຫ້ການຮ່ວມມືກັບສະຫະລັດໃນເລື່ອງການຍຸດຕິອາວຸດນິວເຄຼຍ, ແຕ່ຍັງຄົງມີຄວາມເປັນຫ່ວງຕະຫຼອດກ່ຽວກັບໂຄງການລູກສອນໄຟນິວເຄຼຍ ແລະ ຂີປານາວຸດຂອງເກົາຫຼີເໜືອ. ພວກເຂົາມຸ່ງໝັ້ນທີ່ຈະເພີ່ມທະວີຄວາມກົດດັນໃຫ້ເຖິງຈຸດສູງສຸດຈົນກວ່າເກົາຫຼີເໜືອຈະຍອມດຳເນີນການຕາມຂັ້ນຕອນຢ່າງເປັນຮູບປະທຳ, ໄປສູ່ການພິສູດ, ແລະ ສາມາດກວດສອບລະບົບການລົ້ມເລີກຂີປານາວຸດນິວເຄຼຍໄດ້ຢ່າງສົມບູນ, ແລະ ຮຽກຮ້ອງໃຫ້ມີການດຳເນີນການຕາມມະຕິຂອງຄະນະສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ. …
ອ່ານເພີ່ມເຕີມ»
By U.S. Mission Laos | 4 ເດືອນເມສາ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ຄະນະຜູ້ແທນຂັ້ນສູງແຫ່ງ ລັດຖະສະພາ ສ.ອາເມລິກາ ໄດ້ມາຢ້ຽມຢາມນະຄອນຫຼວງວຽງຈັນໃນວັນທີ 2-3 ເມສາ 2018 ແລະ ຍັງໄດ້ເຂົ້າພົບປະກັບຜູ້ຕາງໜ້າຈາກລັດຖະບານແຫ່ງ ສປປ ລາວ ໃນວັນອັງຄານທີ 3 ເມສາ 2018 ເພື່ອປຶກສາຫາລືແນວທາງໃນການເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການບັງຄັບໃຊ້ກົດໝາຍ. ທ່ານນາງ Jackie Speier ເປັນສະມາຊິກລັດຖະສະພາເພດຍິງ ເຊິ່ງເປັນຕົວແທນໃຫ້ແກ່ພັກເດໂມແຄັດ ຈາກລັດຄາລິຟໍເນັຍ, ລັດຖະສະພາເຂດ 14th. ທ່ານເປັນສະມາຊິກອາວຸໂສ ຂອງກຳມາທິການການທະຫານຂອງລັດຖະສະພາ ສ.ອາເມລິກາ ເຊິ່ງເປັນຜູ້ຮັບຜິດຊອບຫຼັກທາງດ້ານງົບປະມານ ແລະ ເບິ່ງແຍງໂດຍລວມວຽກງານກະຊວງປ້ອງກັນປະເທດ ຂອງ ສ.ອາເມລິກາ. ໃນວັນທີ 3 ເມສາ 2018, ທ່ານຜູ້ແທນ Speier ໄດ້ເຂົ້າພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເພື່ອໂອລົມຊອກຫາທາງໃນການເພີ່ມທະວີການຮ່ວມມືແບບກວມລວມ ລະຫວ່າງສະຫະລັດອາເມລິກາ …
ອ່ານເພີ່ມເຕີມ»
By U.S. Mission Laos | 3 ເດືອນເມສາ, 2018 | ປະເພດ: ການເມືອງ, ບົດຂ່າວ
ຫຼວງນໍ້າທາ ສປປ ລາວ – ໃນວັນ 27-29 ມີນາ ລະຫວ່າງການຢ້ຽມຢາມໂຄງການອາຫານສໍາລັບໂຮງຮຽນໃນສາມໝູ່ບ້ານທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກສະຫະລັດອາເມລິກາ, ເຈົ້າຫນ້າທີ່ຈາກ ສະຫະລັດອາເມລິກາ ໄດ້ພົບກັບ ທ່ານ ບູນຍີ ແກ້ວຄູນເມືອງ ຮອງເຈົ້າແຂວງ ແຂວງຫຼວງນ້ຳທາເພື່ອສຶກສາເບິ່ງຕົວຈິງວ່າບັນດານັກສຶກສາໃນທ້ອງຖິ່ນ ແລະ ຊາວກະຊິກອນ ຈະໄດ້ຜົນປະໂຫຍດແນວໃດຈາກການຊ່ວຍເຫຼືອຂອງ ລັດຖະບານສະຫະລັດອາເມລິກາຢູ່ພາຍໃນແຂວງ. ທ່ານນາງ Jocelyn Brown, ຮອງຫົວຫນ້າບໍລິຫານ ກະຊວງກະສິກຳ ສະຫະລັດອາເມລິກາ (USDA), ແລະ ທ່ານ ອຸປະທູດ ໄມໂຄ ຄລາຍ ປະຈຳສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ ໄດ້ເດີນທາງໄປຢ້ຽມຢາມ ແຂວງຫຼວງນໍ້າທາ ເພື່ອຕິດຕາມຕົວຈິງວ່າ ອົງການອາຫານໂລກ ຂອງສະຫະປະຊາຊາດ ທີ່ກຳລັງຈັດຕັ້ງປະຕິບັດໂຄງການຂອງສະຫະລັດອາເມລິກາໂດຍການໄດ້ທຶນຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະ ໂພສະນາການແກ່ເດັກ (McGovern-Dole International Food for Education and Child Nutrition Program) ແລະ ໂຄງການ (the Local …
ອ່ານເພີ່ມເຕີມ»
By U.S. Mission Laos | 30 ເດືອນມີນາ, 2018 | ປະເພດ: ການສຶກສາ, ບົດຂ່າວ
ສະຫວັນນະເຂດ, ສປປ ລາວ – ໃນວັນທີ 26 ມີນາ, 2018 ເຈົ້າຫນ້າທີ່ ປະຈຳ ສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ ແລະ ກະຊວງກະສິກຳ ສະຫະລັດອາເມລິກາ (USDA) ໃນວໍຊິງຕັນ, ດີຊີ ໄດ້ເຂົ້າພົບປະ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ຍັງໄດ້ໄປຢ້ຽມຢາມຕິດຕາມບັນດາໂຄງການອາຫານສຳລັບໂຮງຮຽນທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກ ລັດຖະບານສະຫະລັດອາເມລິກາ. ທ່ານນາງ Jocelyn Brown, ຮອງຫົວຫນ້າບໍລິຫານ ກະຊວງກະສິກຳ ສະຫະລັດອາເມລິກາ (USDA), ແລະ ທ່ານ ອຸປະທູດ ທ່ານ ອຸປະທູດ ໄມໂຄ ຄລາຍ ປະຈຳສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງ ວຽງຈັນ ໄດ້ເດີນທາງລົງຢ້ຽມຢາມ ແຂວງສະຫວັນນະເຂດ ເພື່ອຕິດຕາມຕົວຈິງດ້ານວຽກງານໂຄງການອາຫານສຳລັບໂຮງຮຽນເຊິ່ງຈັດໄດ້ຕັ້ງປະຕິບັດໂດຍ ອົງການບັນເທົາທຸກກາໂຕລິກ CRS. ໂຄງການອາຫານ ແລະ ໂພສະນາການສຳລັບເດັກ (the McGovern-Dole International Food …
ອ່ານເພີ່ມເຕີມ»
By U.S. Mission Laos | 29 ເດືອນມີນາ, 2018 | ປະເພດ: ການສຶກສາ, ບັນຫາກ່ຽວກັບລູກ ແລະ ຄອບຄົວ, ບົດຂ່າວ, ອຸປະທູດ ແຫ່ງ ສປປ ລາວ
ສະຖານທູດສະຫະລັດອາເມລິກາ ແລະ ສູນບັນຊາການກອງທັບສະຫະລັດປະຈໍາພາພື້ນປາຊີຟິກ ໄດ້ມອບຮັບໂຮງໝໍເມືອງຫລັງໃໝ່ຈຳນວນສາມແຫ່ງ ແລະ ສຸກສາລາໃໝ່ໜຶ່ງແຫ່ງຢ່າງເປັນ ທາງການໃຫ້ແກ່ບັນດາເມືອງຕຸ້ມລານ, ເມືອງສະຫມ້ວຍ ແຂວງສາລະວັນ ແລະ ເມືອງທ່າແຕງ ແຂວງເຊກອງ. ພິທີມອບຮັບຢ່າງເປັນທາງການນີ້ໄດ້ຈັດຂື້ນໃນວັນທີ 27 ກຸມພາ 2018 ທີ່ເມືອງ ຕຸ້ມລານ ແລະ ເມືອງ ທ່າແຕງ ແລະ ໃນວັນທີ 28 ກຸມພາ 2018 ຢູ່ທີ່ເມືອງສະໝ້ວຍ. ແຕ່ລະໂຄງການຂອງກໍ່ສ້າງໂຮງໝໍເມືອງ ແລະ ສຸກສາລາຫລັງໃໝ່ເຊີ່ງຕັ້ງຢູ່ບໍລິເວນພື້ນທີ່ເກົ່າ ທີ່ຍັງມີການນຳໃຊ້ ແລະ ໃຫ້ບໍລິການຢູ່ໃນປະຈຸບັນ. ບັນດາຕືກອາຄານຫລັງໃໝ່ນີ້ຈະຊ່ວຍເສີມຂະຫຍາຍ ຄວາມອາດສາມາດໃນການໃຫ້ບໍລິການຂອງພະແນກສາທາລະນະສຸກແຂວງກໍ່ຄືໃຫ້ແກ່ປະຊາຊົນຢູ່ທັງ ສອງແຂວງດັ່ງກ່າວ. ເຊີ່ງມູນຄ່າການກໍ່ສ້າງຂອງໂຄງນີ້ລວມກັນແລ້ວແມ່ນຫລາຍກວ່າສອງລ້ານໂດລາສະຫະລັດ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ເປັນກຽດ ເຂົ້າຮ່ວມໃນພິທີມອບຮັບໂຮງໝໍເມືອງຫລັງໃໝ່ຢູ່ທີ່ເມືອງຕຸ້ມລານພ້ອມດ້ວຍທ່ານເຈົ້າແຂວງ ແຂວງສາ ລະວັນ ພະນະທ່ານ ສີສຸວັນ ວົງຈອມສີ ແລະ ຢູ່ທີ່ເມືອງທ່າແຕງ ໂດຍທ່ານເຈົ້າແຂວງ ແຂວງເຊກອງ …
ອ່ານເພີ່ມເຕີມ»
By U.S. Mission Laos | 1 ເດືອນມີນາ, 2018 | ປະເພດ: ບົດຂ່າວ
ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ສອງຄະນະຜູ້ແທນຂັ້ນສູງ ລັດຖະສະພາສະຫະລັດອາເມລິກາໄດ້ ເດີນທາງ ມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 21-25 ກຸມພານີ້. ບັນດາທ່ານສະມາຊິກລັດຖະສະພາ ໄດ້ພົບປະກັບຄູ່ຮ່ວມງານໃນຄະນະລັດຖະບານ ແລະ ໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າ ໃນການພົວພັນຮ່ວມມືສອງຝ່າຍ ພາຍໃຕ້ຂອບການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ທັງສອງຄະນະຜູ້ແທນທີ່ມາຢ້ຽມຢາມແມ່ນຄະນະຜູ້ແທນຂັ້ນສູງສຸດພ້ອມດ້ວຍສະມາຊິກລັດຖະສະພາລະດັບສູງຫຼາຍໆທ່ານເຊິ່ງເປັນຄະນະໃຫຍ່ທີ່ສຸດຂອງລັດຖະສະພາສະຫະລັດອາເມລິກາ ທີ່ເຄີຍເດີນທາງມາຢ້ຽມຢາມ ສປປ ລາວ. ຄະນະທຳອິດ ແມ່ນຄະນະຜູ້ແທນລັດຖະສະພາ ຈາກຄະນະກຳມະການດ້ານງົບປະມານເຊິ່ງມາຮອດວັນທີ 21 ກຸມພາ. ຫົວໜ້າຄະນະຜູ້ແທນ ນຳໂດຍ ທ່ານ ປະທານ ຣອດນີ ເຟຣລິງຮູເຊນ, ຕົວແທນ ພັກຣີພັບບະລີກັນ ລັດນິວເຈີຊີ, ລັດຖະສະພາເຂດ 11th. ທ່ານ ພີດ ອາກີລາ, ພັກເດໂມແຄຣດ ຈາກ ລັດຄາລີຟໍເນັຍ, ລັດຖະສະພາ ເຂດ 31st …
ອ່ານເພີ່ມເຕີມ»
By U.S. Mission Laos | 26 ເດືອນກຸມພາ, 2018 | ປະເພດ: ບົດຂ່າວ
ຫຼວງພະບາງ, ສປປ ລາວ – ສະຫະລັດອາເມລິກາ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມມືກັນກະກຽມຄວາມພ້ອມເພື່ອຕອບໂຕ້ກັບໄພພິບັດທາງທຳມະຊາດໂດຍຜ່ານໂຄງການໃໝ່ທີ່ມີຊື່ວ່າ: Prepared and Resilient Communities in Lao PDR ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ອົງການພັດທະນາສາກົນອາເມລິກາ (USAID). ໃນວັນທີ 31 ມັງກອນ ທີ່ຜ່ານມາ, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ຮ່ວມເປັນສັກຂີພະຍານໃນພິທີລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈລະຫວ່າງລະຖະບານ ສປປລາວ ແລະ ຄູ່ຮ່ວມປະຕິບັດງານຂອງອົງການ USAID, ມູນລະນິທິເອເຊຍ ແລະ Luminous Action Organization ທີ່ແຂວງຫຼວງພະບາງ. ຈຸດປະສົງຂອງໂຄງການນີ້ແມ່ນແນໃສ່ການກຽມຄວາມພ້ອມຕໍ່ໄພທຳມະຊາດໃຫ້ແກ່ບັນດາປະຊາຊົນ, ຊຸມຊົນ ໂດຍສະເພາະແມ່ນໄພນໍ້າຖ້ວມ ທີ່ແຂວງຫຼວງພະບາງ ໂດຍຜ່ານການຝຶກອົບຮົມກ່ຽວກັບການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຂອງໄພພິບັດ, ການສ້າງສູນລີ້ໄພ ແລະ ສູນກາງເພື່ອໃຫ້ບໍລິການຕໍ່ຜູ້ທີ່ໄດ້ຮັບຜົນກະທົບ. ທ່ານທູດ ຣີນາ ໄດ້ກ່າວໃນພິທີວ່າ: ການຊ່ວຍກຽມຄວາມພ້ອມໃຫ້ກັບປະຊາຊົນກ່ອນທີ່ໄພພິບັດຈະເກີດແມ່ນຈະຊ່ວຍຮັກສາຊີວິດ, ປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ …
ອ່ານເພີ່ມເຕີມ»
By U.S. Mission Laos | 31 ເດືອນມັງກອນ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – –ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດສະຫະລັດປະຈຳ ສປປ ລາວ ໄດ້ກ່າວເປີດງານ Lao Digital Forum ຄັ້ງທໍາອິດ ທີ່ຈັດຂຶ້ນໃນວັນທີ 26 ມັງກອນ ທີ່ນະຄອນຫຼວງວຽງຈັນ. ງານງດັ່ງກ່າວແມ່ນສຸມໃສ່ເສດຖະກິດດິຈິຕໍລະດັບສາກົນ ແລະ ຜົນປະໂຫຍດຕ່າງໆ ທີ່ມີຕໍ່ກັບວິສາຫະກິດຈຸລະພາກ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຢູ່ ສປປ ລາວ ລວມທັງສະພາບແວດລ້ອມດ້ານນະໂຍບາຍ ທີ່ຈຳເປັນເພື່ອເກັບກ່ຽວຜົນປະໂຫຍດຈາກເສດຖະກິດດິຈິຕໍ. ບັນດາຜູ້ປະກອບການໄວໜຸ່ມ ແລະ ບັນດາອະດິດນັກສຶກສາ ຈາກ ສະຖານທູດອາເມລິກາ ໂດຍຮ່ວມມືກັບ ສະມາຄົມເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (MOST) ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ (MOPT) …
ອ່ານເພີ່ມເຕີມ»
By U.S. Mission Laos | 29 ເດືອນມັງກອນ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 26 ມັງກອນທີ່ຜ່ານມາ ທີ່ໂຮງແຮມດອນຈັນພາເລດ, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ລາວ ໄດ້ຮ່ວມກັບ ເຈົ້າຫນ້າທີ່ຈາກ ສປປລາວ ໃນພິທີສະເຫຼີມສະຫຼອງທີ່ ສປປ ລາວ ໄດ້ເປັນປະເທດທີ 5 ທີ່ສາມາດປະກາດລົບລ້າງພະຍາດຕາສານບໍ່ໃຫ້ເປັນບັນຫາທາງດ້ານສາທາລະນະອິກຕໍ່ໄປ. ພະຍາດຕາສານແມ່ນພະຍາດທາງສາຍຕາທີ່ສາມາດຕິດຕໍ່ໄດ້ຜ່ານແບັກທິວເລຍທີ່ເຮັດໃຫ້ຂົນຕາປົ່ງກັບເຂົ້າໄປໃນຕາ. ພະຍາດຕາສານໂດຍທົ່ວໄປແລ້ວແມ່ນຈະຕິດຕໍ່ຈາກຄົນສູ່ຄົນໂດຍຜ່ານການສຳພັດກັບບັນດາແມງໄມ້ ແລະ ມືທີ່ມີເຊື້ອ. ໃນໄລຍະ 5 ປີທີ່ຜ່ານມາ, ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນອາເມລິກາ USAID ໄດ້ຊ່ວຍເຫຼືອ ສປປລາວ ໂດຍການມອບທຶນ ຈຳນວນ 2.7 ລ້ານໂດລາ ໃນການປະຕິບັດວຽກງານເພື່ອລົບລ້າງບັນດາພະຍາດເຂດຮ້ອນທີ່ຖືກລະເລີຍເຊັ່ນພະຍາດຕາສານ. ທ່ານທູດ ຣີນາ ໄດ້ກ່າວໃນພິທີວ່າ: ສະຫະອາເມລິກາ ມີຄວາມພາກພູມໃຈຫຼາຍທີ່ໄດ້ຊ່ວຍເຫຼືອ ສປປ ລາວໃນວຽກງານການລົບລ້າງພະຍາດຕາສານ, ເຊິ່ງນີ້ເປັນໜຶ່ງໃນບັນດາຕົວຢ່າງຂອງການຮ່ວມມືທີ່ເຂັ້ມແຂງ ແລະ ແໜ້ນແຟ້ນຂອງ ສອງປະເທດຂອງພວກເຮົາ. ພວກເຮົາຈະສືບຕໍ່ປະຕິບັດໜ້າທີ່ຢ່າງໃກ້ຊິດເພື່ອສ້າງ ສປປ ລາວໃຫ້ກາຍເປັນປະເທດທີ່ເຂັ້ມແຂງ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 26 ເດືອນມັງກອນ, 2018 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 12 ມັງກອນ 2018, ທ່ານນາງ ຣີນາ ບີດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ມອບລົດໂຕໂຍຕ້າ ແລນກຸຍເຊີ ຈຳນວນ 15 ຄັນໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ເຊິ່ງຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ. ການຊ່ວຍເຫຼືອໃນຄັ້ງນີ້ ມີມູນຄ່າປະມານ 490,000 ໂດລາສະຫະລັດ ປະກອບດ້ວຍ ອຸປະກອນເຄື່ອງມື 15 ຊຸດ ສຳລັບ 15 ທີມເກັບກູ້ລະເບີດ UXO Lao ທີ່ກຳລັງປະຕິບັດໜ້າທີ່ຢູ່ ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງອັດຕະປື. 15 ທີມເກັບກູ້ລະເບີດກຸ່ມໃໝມ່ຂອງ UXO Lao ໄດ້ຮັບການຊັບຊ້ອນ, ຝຶກອົບຮົມ ແລະ ອອກປະຕິບັດວຽກໃນປີ 2017 ໂດຍການສະໜັບສະໜູນດ້ານງົບປະມານຂອງ ສະຫະລັດອະເມລິກາ. ທ່ານ ເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: …
ອ່ານເພີ່ມເຕີມ»
By U.S. Mission Laos | 12 ເດືອນມັງກອນ, 2018 | ປະເພດ: ບົດຂ່າວ, ອົງການເກັບກູ້ລະເບີດ
ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມລົງນາມເຊັນສັນຍາຮ່ວມມື ໂຄງການຄູສອນພາສາອັງກິດ ແລະ ຄູຝຶກການສອນພາສາອັງກິດ ພາຍໃນໄລຍະຫ້າປີ. ການລົງນາມສັນຍາຮ່ວມມືໃນຄັ້ງນີ້ແມ່ນຈັດຂື້ນທີ່ນະຄອນຫຼວງວຽງຈັນ ລະຫວ່າງ ສະຖານທູດສະຫະລັດ ອາເມລິກາ ແລະ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ເພື່ອສົ່ງເສີມຄວາມພະຍາຍາມຂອງ ລັດຖະບານສະຫະລັດອາເມລິກາ ໃນການເສີມສ້າງການຮຽນການສອນພາສາອັງກິດ ແລະ ຄວາມເຂົ້າໃຈທາງດ້ານ ວັດທະນະທຳ ໃຫ້ແກ່ນັກສຶກສາໃນ ສປປ ລາວ. ໃນປີ 2018, ສະຖານທູດສະຫະລັດ ອາເມລິກາ ໄດ້ມີແຜນສືບຕໍ່ສະຫນັບສະຫນູນມອບໝາຍໃຫ້ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ຈຳນວນ 10 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ …
ອ່ານເພີ່ມເຕີມ»
By U.S. Mission Laos | 11 ເດືອນມັງກອນ, 2018 | ປະເພດ: ການສຶກສາ, ບົດຂ່າວ
ທ່ານ Rex W. Tillerson ລັດຖະມົນຕີກະຊວງການຕ່າງປະເທດ ວໍຊິງຕັນ, ດີຊີ ພະຈິກ 30, 2017 ຕາງຫນ້າໃຫ້ ລັດຖະບານ ສະຫະລັດອາເມລິກາ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ປະຊາຊົນລາວ ເນື້ອງໃນໂອກາດ ວັນຊາດທີ 2 ທັນວາ. ສາຍພົວພັນລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ສືບຕໍ່ພັດທະນາການຮ່ວມມືແບບກວມລວມ ແລະ ພວກເຮົາຫວັງວ່າສາຍພົວພັນນີ້ຈະເຕີບໃຫຍ່ຂະຫຍາຍຕົວຫລາຍຂື້ນກວ່າເກົ່າໃນປີທີ່ຈະມາເຖີງນີີ້. ການສຶບຕໍໍ່ການຮ່ວມມືດ້ານວຽກງານການເກັບກູ້ລະເບີດບໍ່ທັນແຕກ, ການສະໜັບສະໜູນທີ່ເຂັ້ມແຂງຂອງພວກເຮົາຕໍໍ່ເປົ້າໝາຍການພັດທະນາຂອງ ສປປ ລາວ ແລະ ການຂະຫຍາຍການມີສ່ວນຮ່ວມທາງດ້ານການຄ້າໄດ້ສະທ້ອນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວທາງດ້ານສາຍພົວພັນຂອງສອງປະເທດ. ພວກເຮົາມີຄວາມໝາຍໝັັ້ນທີ່ຈະເຮັດວຽກຮ່ວມກັນກັບ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນ ແລະ ນຳເອົາຄວາມຜາສຸກ ແລະ ຄວາມປອດໄພມາສູ່ສອງປະເທດຂອງພວກເຮົາກໍ່ຄືພາກພື້ນອາຊີຕາເວັນອອກ ສຽງໃຕ້ ແລະ ໃນໂລກ. ພວກເຮົາຂໍອວຍພອນໃຫ້ປະຊາຊົນຄົນລາວມີແຕ່ຄວາມຜາສຸກ ແລະ ຄວາມສຸກ.
ອ່ານເພີ່ມເຕີມ»
By U.S. Mission Laos | 1 ເດືອນທັນວາ, 2017 | ປະເພດ: ບົດຂ່າວ
ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ໂດຍການຮ່ວມມືກັບລັດຖະບານ ສປປ ລາວ, ສະຫະລັດອາເມລິກາ ໄດ້ເປັນເຈົ້່າພາບຮ່ວມຈັດກອງປະຊຸມພາກພື້ນ ລະຫວ່າງ ຫ້າປະເທດເອເຊັຍຕາເວັນອອກສຽງໃຕ້ ໃນວັນທີ 16-17 ພະຈິກ 2017 ເພື່ອສະໜັບສະໜູນ ການເຕີບໃຫຍ່ຂະຫຍາຍຕົວເທົ່າທຽມກັນ, ແບບຍືນຍົງ ແລະ ຮວມທົ່ວທັງພາກພື້ນແມ່ນ້ຳຂອງຕອນລຸ່ມ. ກອງປະຊຸມໜ່ວຍງານວິຊາການລະດັບພາກພື້ນ ຄັ້ງທີ 10th ໄດ້ຖືກຈັດຂຶ້ນໂດຍ ພາກພື້ນແມ່ນ້ຳຂອງຕອນລຸ່ມ (LMI) ແລະ ເພື່ອນແມ່ນ້ຳຂອງຕອນລຸ່ມ (FLM). ໂຄງການພັດທະນາ ພາກພື້ນແມ່ນ້ຳຂອງຕອນລຸ່ມ(LMI) ໄດ້ຖືກສ້າງຕັ້ງຂື້ນໂດຍລັດຖະບານສະຫະລັດອາເມລິກາ ໃນປີ 2009 ເພື່ອຊ່ວຍລົດຊ່ອງຫວ່າງການພັດທະນາໃນບັນດາປະເທດ ASEAN ແລະສົ່ງເສີມຄວາມຮ່ວມມືເພື່ອໃຫ້ບັນລຸການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນ້ຳຂອງ. LMI ສົ່ງເສີມການພັດທະນາໃນພາກພື້ນ ໂດຍສຸມໃສ່ໃນຂົງເຂດວຽກງານບຸລິມະສິດ ດ້ານສາທາລະນະສຸກ, ການສຶກສາ, ສະບຽງອາຫານແລະກະສິກຳ, ການເຊື່ອມຈອດ, ດ້ານພະລັງງານ, ສິ່ງແວດລ້ອມແລະນ້ຳ. ເພື່ອນແມ່ນ້ຳຂອງຕອນລຸ່ມ (FLM) ແມ່ນບັນດາກຸ່ມປະເທດຜູ້ບໍລິຈາກລາຍໃຫຍ່ແລະສະຖາບັນຕ່າງໆ ເພື່ອສົ່ງເສີມຄວາມຮ່ວມມືໃນວຽກງານບຸລິມະສິດຕ່າງໆ ໃນການພັດທະນາຮ່ວມກັນໃນພາກພື້ນ. ມີບັນດາຜູ້ຕາງໜ້າຈາກ ສປປ …
ອ່ານເພີ່ມເຕີມ»
By U.S. Mission Laos | 1 ເດືອນທັນວາ, 2017 | ປະເພດ: ບົດຂ່າວ
ໃນຕົ້ນເດືອນນີ້ທີ່ສະພາແຫ່ງຊາດໃນນະຄອນຫຼວງເຊອຸນ, ປະທານາທິບໍດີ Trump ໄດ້ເນັ້ນເຖິງເຫດການທີ່ໜ້າເສົ້າສະລົດໃຈຂອງ “ຄົນເກົາຫຼີສອງຄົນ” – ຄົນໜຶ່ງໄດ້ຮັບການປ່ອຍໂຕໃຫ້ເປັນອິດສະຫຼະ ແລະ ມີເສລີພາບ , ສ່ວນອີກຄົນແມ່ນຍັງຖືກທາລຸນ, ກົດຂີ່ຂົ່ມເຫັງຢ່າງໂຫດຮ້າຍ. ຄວາມແຕກຕ່າງກັນນີ້ແມ່ນຮາກຖານຂອງສິ່ງທ້າທາຍດ້ານຄວາມປອດໄພແຫ່ງຊາດທີ່ເລັ່ງດ່ວນຂອງອາເມຣິກາ. ເຊີ່ງໃນປະຈຸບັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ໂຮງໝໍເກົາຫຼີທີ່ທ່ານໝໍກຳລັງໃຫ້ການປິ່ນປົວທະຫານເກົາຫຼີເໜືອທີ່ໄດ້ບາດເຈັບ ແລະ ຂາດສານອາຫານ ຫຼັງຈາກທີ່ໂຕນໜີໃນທິດແລ້ວນີ້ ຈາກການເປັນຂ້າທາດຂອງທ່ານ Kim Jong Un. ຊື່ຂອງຜູ້ຫລົບໜີ ຍັງບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະ, ລາວໄດ້ສ່ຽງຊີວິດຂອງຕົນໂດຍການຂີ່ລົດຈິບເລັ່ງຂ້າມເຂດປອດທະຫານ, ຫຼັງຈາກນັ້ນໄດ້ແລ່ນຂ້າມຊາຍແດນທີ່ມີການປ້ອງກັນຢ່າງໜາແໜ້ນ ທີ່ Panmunjon. ລາວຮູ້ວ່າກອງທະຫານເກົາຫຼີເໜືອມີຄໍາສັ່ງໃຫ້ຍິງເພື່ອຂ້າຜູ້ໃດກໍ່ຕາມທີ່ພະຍາຍາມລົບໜີ. ໃນເວລາທີ່ລາວຂ້າມໄປໄດ້ສຳເລັດ, ມີລູກປືນຈຳນວນຫົກລູກໄດ້ເຈາະເຂົ້າແຂນ ແລະ ລຳຕົວຂອງລາວ. ເຈົ້າໜ້າທີ່ປ້ອງກັນຊາວເກົາຫຼີໃຕ້ໄດ້ຊ່ວຍເຫຼືອລາວ 55 ຫລາ ຈາກເຂດຊາຍແດນພາກໃຕ້ ແລະ ຕໍ່ມາທ່ານໝໍໄດ້ພົບວ່າອາການຂອງລາວແມ່ນຮ້າຍແຮງຫຼາຍ: ນອກຈາກຮອຍບາດແຜລູກປືນ, ລາວມີໄວຣັດຕັບ B, ປອດບວມ ແລະ ມີພະຍາດແມ່ທ້ອງ“ຈຳນວນຫຼາຍ”ໃນລຳໃສ້ຂອງລາວ, ພະຍາດບາງໂຕຍາວເຖິງ 11 ນິ້ວ. “ຂ້ອຍບໍ່ເຄີພົບເຄີຍເຫັນສິ່ງນີ້ໃນ ໄລຍະ 20ປີ ທີ່ຂ້ອຍເປັນໝໍ,” ກ່າວໂດຍ ທ່ານໝໍຜ່າຕັດເກົາຫລີໃຕ້. ແມ່ທ້ອງສາມາດເຈາະເຂົ້າໄປໃນບາດແຜສົດ, ເຊີ່ງມຄວາມເປັນເປັນໄດ້ທີ່ຈະສົ່ງຜົນກະທົບທີ່ຮ້າຍແຮງທີ່ສຸດ. …
ອ່ານເພີ່ມເຕີມ»
By U.S. Mission Laos | 27 ເດືອນພະຈິກ, 2017 | ປະເພດ: ຂ່າວ, ບົດຂ່າວ
ສູນກາງປະຊຸມສາກົນພິລິບປິ່ນ ມານີລາ, ປະເທດພິລິບປິ່ນ 2:57 P.M. PHT ປະທານາທິບໍດີ TRUMP: ປະທານປະເທດ Duterte, ຜູ້ນໍາທີ່ໂດດເດັ່ນ, ໝູ່ເພື່ອນ ແລະ ຄູ່ຮ່ວມງານຕ່າງໆ: ຂ້າພະເຈົ້າຂໍຖືເປັນກຽດທີ່ໄດ້ເປັນຕົວແທນປະເທດສະຫະລັດອາເມລິກາໃນກອງປະຊຸມສຸດຍອດອາຊຽນ-ສະຫະລັດອາ ນີ້. ພວກເຮົາເຕົ້າໂຮມກັນໃນມື້ນີ້ ໃນເວລາຂອງຄໍາສັນຍາ ແລະ ສິ່ງທີ່ທ້າທາຍທີ່ຍິ່ງໃຫຍ່. ຂ້າພະເຈົ້າເວົ້າກັບທ່ານໃນນາມຂອງປະຊາຊົນຊາວອາເມຣິກາ 350 ລ້ານຄົນ ພ້ອມດ້ວຍຂໍ້ຄວາມທີ່ເປັນມິດ ແລະ ການຮ່ວມມື. ຂ້າພະເຈົ້າຢູ່ທີ່ນີ້ເພື່ອກ້າວໄປສູ່ສັນຕິພາບ, ເພື່ອສົ່ງເສີມຄວາມປອດໄພ ແລະ ເຮັດວຽກຮ່ວມກັບທ່ານ ເພື່ອເປີດກ້ວາງການຄ້າເສລີໃນອິນໂດ – ປາຊີຟິກ ໃຫ້ປະກົດຜົນເປັນຈິງ, ທີ່ພວກເຮົາພາກຄວາມພູມໃຈແລະ ພວກເຮົາມີປະເທດທີ່ມີອຳນາດອະທິປະໄຕ, ແລະພວກເຮົາທຸກຄົນຕ້ອງການຄວາມຈະເລີນຮຸ່ງເຮືອງ. ໃນປີນີ້ ພວກເຮົາສ້າງຂີດໝາຍ 40 ປີແຫ່ງມິດຕະພາບແລະ ການຮ່ວມມືລະຫວ່າງສະຫະລັດ ແລະ ອົງການຈັດຕັ້ງນີ້. ມັນເປັນເວລາດົນນານ. ຂ້າພະເຈົ້າຍັງຕ້ອງການສະແດງຄວາມຊົມເຊີຍຕໍ່ອາຊຽນໃນວັນຄົບຮອບ 50 ປີຂອງການສົ່ງເສີມຄວາມສະຫງົບແລະ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນພາກພື້ນອິນໂດ – ປາຊີຟິກ. …
ອ່ານເພີ່ມເຕີມ»
By U.S. Mission Laos | 15 ເດືອນພະຈິກ, 2017 | ປະເພດ: ບົດຂ່າວ
ອາຄານຫໍສະພາແຫ່ງຊາດ ເຊອູນ, ສາທາລະນະເກົາຫຼີ 11:24 A.M. KST ປະທານາທິບໍດີ ທຣັມ: ທ່ານ ຈັງ, ໂຄສົກປະຈຳສະພາແຫ່ງຊາດ, ບັນດາທ່ານສະມາຊິກສະພາແຫ່ງຊາດທັງທ່ານຍິງ ແລະ ທ່ານຊາຍທີ່ມີກຽດ: ຂໍຂອບໃຈສຳລັບຄວາມໄວ້ວາງໃຈໃຫ້ຂ້າພະເຈົ້າໄດ້ຂຶ້ນກ່າວໃນຫ້ອງໂຖງອັນຍິ່ງໃຫຍ່ບ່ອນນີ້ ແລະ ເພື່ອໄດ້ໂອ້ລົມກັບຄົນຂອງທ່ານ ໃນນາມຕົວແທນຂອງປະຊາຊົນໃນປະເທດສະຫະລັດອາເມລິກາ. ໃນຊ່ວງເວລາອັນສັ້ນໆທີ່ມີຄວາມໝາຍທີ່ໄດ້ມາຢ້ຽມຢາມປະເທດຂອງ ທ່ານ, ເມລາເນຍ ກັບຂ້າພະເຈົ້າ ຕ່າງກໍມີຄວາມຕື່ນເຕັ້ນດີໃຈກັບສິ່ງ ມະຫັດສະຈັນຂອງຍຸກບູຮານ ແລະ ຄວາມທັນສະໄໝຍຸກໃໝ່, ແລະພວກເຮົາກໍຮູ້ສຶກມີຄວາມຍິນດີ ແລະ ດີໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງພວກທ່ານ. ໃນຄໍ່າຄືນທີ່ຜ່ານມາ, ທ່ານປະທານາທິບໍດີ ແລະ ທ່ານນາງ ມູນ ກໍ່ໄດ້ໃຫ້ກຽດຕ້ອນຮັບຢ່າງເປັນພິເສດ ແລະ ຈົບງາມທີ່ທຳນຽບຂຽວ. ພວກເຮົາໄດ້ມີການສົນທະນາອະພິປາຍກ່ຽວກັບການເພີ່ມຄວາມຮ່ວມມືທາງການທະຫານ ແລະ ການປັບປຸງຄວາມສຳພັນທາງການຄ້າ ລະຫວ່າງປະເທດຂອງພວກເຮົາບົນພື້ນຖານຂອງຄວາມເປັນທຳ ແລະ ຕ່າງຝ່າຍຕ່າງກໍໄດ້ຮັບຜົນປະໂຫຍດຮ່ວມກັນ. ຕະຫຼອດເວລາຂອງການມາຢ້ຽມຢາມຄັ້ງນີ້, ຍ່ອມໄດ້ຮັບທັງສອງຢ່າງທັງ ຄວາມສຸກ ແລະ ກຽດອັນຍິ່ງໃຫຍ່ຂອງພວກເຮົາ ແລະທັງໄດ້ຮ່ວມ ກັນສະເຫຼີມສະຫຼອງມິດຕະພາບອັນຍາວນານລະຫວ່າງສອງຊາດ ສະຫະຫັດອາເມລິກາ ແລະ ສາທາລະນະລັດເກົາຫຼີ. ພັນທະມິດລະຫວ່າງສອງປະເທດຂອງພວກເຮົາ ຖືກສ້າງຂຶ້ນໃນຊ່ວງ …
ອ່ານເພີ່ມເຕີມ»
By U.S. Mission Laos | 14 ເດືອນພະຈິກ, 2017 | ປະເພດ: ບົດຂ່າວ
1:19 P.M. ICT ປະທານາທິບໍດີ TRUMP: ເປັນກຽດຫຼາຍທີ່ໄດ້ມາທີ່ ສສ.ຫວຽດນາມ — ຢູ່ໃຈກາງຂອງອິນໂດ – ປາຊີຟິກ– ເພື່ອກ່າວຄຳປາໄສຕໍ່ປະຊາຊົນ ແລະ ບັນດາຜູ້ນໍານັກທຸລະກິດຂອງພາກພື້ນນີ້. ນີ້ໄດ້ເປັນອາທິດທີ່ມີຄວາມໝາຍສຳຄັນ ສໍາລັບສະຫະລັດທີ່ຢູ່ໃນສ່ວນທີ່ມະຫັດສະຈັນຂອງໂລກນີ້. ເລີ່ມຕົ້ນຈາກHawaii, Melania ແລະ ຂ້າພະເຈົ້າໄດ້ເດີນທາງໄປຍີ່ປຸ່ນ, ເກົາຫລີໃຕ້, ແລະ ສປ ຈີນ, ແລະຕອນນີ້ຢູ່ທີ່ ສສ.ຫວຽດນາມ, ຢູ່ກັບບັນດາທ່ານທັງໝົດໃນມື້ນີ້. ກ່ອນທີ່ພວກເຮົາຈະເລີ່ມຕົ້ນ, ຂ້າພະເຈົ້າຕ້ອງການກ່າວເຖິງຜູ່ທີ່ໄດ້ຫຮັບຜົນກະທົບຈາກພະຍຸTyphoon Damrey. ປະຊາຊົນຊາວ ອາເມລິກາຂໍພະວານາໃຫ້ບັນດາທ່ານ ແລະ ສໍາລັບການຟື້ນຕົວຂອງພວກທ່ານໃນເດືອນຕໍ່ຫນ້າ. ຫົວໃຈຂອງພວກເຮົາແມ່ນໄດ້ເປັນອັນດຽວກັບປະຊາຊົນຫວຽດນາມທີ່ໄດ້ຮັບຜົນກະທົບພາຍຫຼັງເຫດການພາຍຸຮ້າຍແຮງນີ້. ການເດີນທາງນີ້ແມ່ນຊ່ວງເວລາທີ່ໜ້າຕື່ນເຕັ້ນສໍາລັບຊາວອາເມລິກາ. ຄວາມຮູ້ສຶກທາງດ້ານບວກໄດ້ກວດໄປທົ່ວປະເທດຂອງພວກເຮົາແລ້ວ. ການເຕີບໂຕທາງດ້ານເສດຖະກິດໄດ້ບັນລຸ 3.2%, ແລະ ຈະເຕີບໂຕສູງຂຶ້ນ. ການຫວ່າງງານແມ່ນຢູ່ໃນລະດັບຕໍ່າສຸດໃນ 17 ປີ. ຕະຫຼາດຫຼັກຊັບແມ່ນຢູ່ໃນລະດັບສູງຕະຫຼອດເວລາ. ແລະໂລກທັງໝົດຖືກຍົກໂດຍການຕໍ່ໃໝ່ຂອງຊາວອາເມລິກາ. ທຸກໆບ່ອນທີ່ຂ້າພະເຈົ້າໄດ້ເດີນທາງໃນການເດີນທາງນີ້, ຂ້າພະເຈົ້າໄດ້ມີຄວາມສຸກໃນການແບ່ງປັນຂ່າວດີຈາກອາເມລິກາ. ແຕ່ຍິ່ງກວ່ານັ້ນ, ຂ້າພະເຈົ້າຖືເປັນກຽດທີ່ຈະແລກປ່ຽນວິໄສທັດຂອງພວກເຮົາສໍາລັບການເປີດກ້ວາງການຄ້າເສລີອິນໂດ – ປາຊີຟິກ– ບ່ອນທີ່ບັນດາປະເທດທີ່ມີອະທິປະໄຕ ແລະ ເອກະລາດແຫ່ງຊາດ, …
ອ່ານເພີ່ມເຕີມ»
By U.S. Mission Laos | 13 ເດືອນພະຈິກ, 2017 | ປະເພດ: ບົດຂ່າວ
ທີ່ ຫຼວງພະບາງ, ສປປ ລາວ – ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ໄດ້ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ ຜົນສຳເລັດ ການບູລະນະປະຕິສັງຂອນອາຮາມວັດວິຊຸນ ທີ່ແຂວງຫຼວງພະບາງ ໃນໄລຍະ ທີ່ເດີນທາງໄປຢ້ຽມຢາມ ໃນຂົງເຂດນີ້. ວັດເກົ່າແກ່ແຫ່ງນີ້ ໄດ້ຮັບການປະຕິສັງຂອນ ຈາກລັດຖະບານສະຫະລັດອາເມລິກາ ເປັນຈຳນວນ $257,000 (ສອງແສນຫ້າສິບເຈັດພັນໂດລາສະຫະລັດຖ້ວນ) ພາຍໃຕ້ ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທຳ. ໄດ້ຖືກສ້າງຂຶ້ນ ໃນສັດຕະວັດ ທີ16 ໃນໄລຍະການປົກຄອງ ສະໄໝເຈົ້າຊີວິດວິຊຸນນະຣາດ, ວັດວິຊຸນ ແມ່ນວັດໜື່ງທີ່ເກົ່າແກ່ທີ່ສຸດ ຢູ່ໃນແຂວງຫຼວງພະບາງ ແລະ ແມ່ນສູນລວມໃນການສຶກສາຮຽນຮູ້ ກ່ຽວກັບຫຼັກທຳ ແລະ ການເຄົາລົບບູຊາ ໃນພຸດທະສາສະໜາ ມາເປັນເວລາຫຼາຍກວ່າຫ້າຮ້ອຍປີມາແລ້ວ. ວັດແຫ່ງນີ້ ມີຊື່ສຽງເປັນທີ່ຮູ້ຈັກກັນດີວ່າ ມີອົງພະທາດທີ່ເປັນຮູບດອກບົວ, ທີ່ເອີ້ນວ່າ “ທາດໝາກໂມ” ຊື່ງເປັນທີ່ເລົ່າຂານກັນມາແຕ່ບູຮານວ່າ ແມ່ນມະເຫສີຂອງເຈົ້າຊີວິດເປັນຜູ້ນຳພາ ໃນການກໍ່ສ້າງອົງພະທາດໝາກໂມນີ້. ທ່ານ ທູດ ບິດເຕີ ກ່າວວ່່າ: …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນຕຸລາ, 2017 | ປະເພດ: ບົດຂ່າວ
ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ Wilbur Ross, ໜຶ່ງໃນຄະນະຜູ້ບໍລິຫານຂັ້ນສູງຂອງ ປະທານາທິບໍດີີທຣໍ້າ ໄດ້ມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ. ໃນຊ່ວງການມາຢ້ຽມຢາມຄັ້ງປະຫວັດສາດນີ້, ທ່ານລັດຖະມົນຕີ Ross ໄດ້ຮັບການຕ້ອງຮັບຢ່າງອົບອຸ່ນ ໂດຍ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສະຫະກຳ. ທ່ານລັດຖະມົນຕີ Ross ຍັງໄດ້ມີໂອກາດພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລື ວຽກງານດ້ານການຄ້າ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ໃນໄລຍະການພົບປະກັບບັນດາເຈົ້າຫນ້າທີ່ຝ່າຍລາວ, ເຈົ້າຫນ້າທີ່ດ້ານເສດຖະກິດ ແລະ ບັນດາຕາງຫນ້າຈາກພາກເອກກະຊົນ, ທ່ານ ລັດຖະມົນຕີໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍໝັ້ນຂອງ ສະຫະລັດອາເມລິກາ ຕໍ່ກັບຂົງເຂດອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຍິນດີທີ່ຈະຂະຫຍາຍວຽກງານດ້ານການຄ້າ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 4 ເດືອນຕຸລາ, 2017 | ປະເພດ: ບົດຂ່າວ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນອາທິດທີ່ຜ່ານມາ, ທ່ານ ນາງ ອາເລັກຊານເດຍ ຮົວຕາ, ຫົວໜ້າຫ້ອງການອົງການພັດທະນາສາກົນແຫ່ງ ສະຫະລັດອາເມລິກາ (USAID) ປະຈຳ ສປປ ລາວ ໄດ້ຮັບຮູ້ ການເຂົ້າຮ່ວມການຝຶກອົບຮົມພາສາອັງກິດກ່ຽວກັບທັກສະການ ຮ່າງ, ວິເຄາະ ແລະ ປັບປຸງເອກະສານດ້ານກົດໝາຍໃຫ້ແກ່ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ເປັນເວລາ 5 ອາທິດ. ຫຼັກສູດດັ່ງກ່າວ ຖືກອອກແບບມາສະເພາະພະນັກງານທີ່ເຮັດວຽກຕາງໜ້າໃຫ້ແກ່ ສປປ ລາວ ໃນການເຈລະຈາການຄ້າລະດັບພາກພື້ນ. ທ່ານ ນາງ ຣົວຕາ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມການຝຶກອົບຮົມວ່າ: ການສ້າງ ແລະ ການຜັນຂະຫຍາຍປະຊາຄົມເສດຖະກິດອາຊຽນ ໃຫ້ສອດຄ່ອງກັບວິໄສທັດປີ 2020 ຊຶ່ງຈະເຮັດໃຫ້ ມີການເຈລະຈາ, ຮ່າງ ແລະ ປັບປຸງເອກະສານນິຕິກຳຈຳນວນຫຼາຍ. ພວກເຮົາມີຈຸດປະສົງເພື່ອຈະສະໜັບສະໜຸນ ສປປ ລາວ ເຂົ້າຮ່ວມໃນວຽກງານນີ້ຢ່າງເຕັມສ່ວນ ແລະ ພວກເຮົາ ຫວັງວ່າ ຫຼັກສູດນີ້ ໄດ້ຊ່ວຍໃຫ້ບັນດາທ່ານນຳເອົາຄວາມຮູ້ທີ່ໄດ້ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງທ່ານຢ່າງເຕັມທີ່.” …
ອ່ານເພີ່ມເຕີມ»
By U.S. Mission Laos | 12 ເດືອນກັນຍາ, 2017 | ປະເພດ: ບົດຂ່າວ
ເຈົ້າໜ້ທີ່ອາວຸໂສຈາກສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ (USPACOM) ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງຈາກກະຊວງປ້ອງກັນປະເທດ (MND) ຂອງ ສປປ ລາວ ໃນກອງປະຊຸມພົບປະທະຫານສອງຝ່າຍຄັ້ງທີ 12 ລະຫວ່າງ ສປປ ລາວ-ສະຫະລັດອາເມຣິກາ, ຊຶ່ງຈັດຂື້ນຢູ່ທີ່ໂຮງແຮມມະໂນລັກ, ແຂວງຫລວງພຣະບາງ ໃນວັນທີ 28 ສິງຫາ 2017. ກອງປະຊຸມດັ່ງກ່າວແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ, ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ (MND) ແລະ ພົນຈັດຕະວາ ມາກ ກີວເລັດ, ຮອງຫົວໜ້າກົມ ຫ້ອງການວາງແຜນຍຸດທະສາດ ແລະ ນະໂຍບາຍ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊິຟິກ. ມີຜູ້ແທນ 22 ທ່ານຈາກລາວ ແລະ ສະຫະລັດ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ, ລວມທັງຕົວແທນຈາກກະຊວງການຕ່າງປະເທດຂອງລາວ ແລະ ຈາກໜ່ວຍງານການຮ່ວມມືປ້ອງກັນຮັກສາຄວາມປອດໄພ ນະຄອນຫລວງວໍຊິງຕັນ ດີຊີ. ເອກອັກຄະລັດຖະທູດສະຫະລັດ …
ອ່ານເພີ່ມເຕີມ»
By U.S. Mission Laos | 30 ເດືອນສິງຫາ, 2017 | ປະເພດ: ບົດຂ່າວ
ໃນວັນທີ່ 15 ສິງຫາ, ທ່ານ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ຮ່ວມກັບ ທ່ານ ບຸນກອງ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເບີນີ ເອຟ໌ ຊາເວຊ໌ ຜູ້ຕາງຫນ້າອົງການບັນເທົາທຸກກາໂຕລິກ CRS ປະຈຳ ສປປ ລາວ ໄດ້ເຊັນບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ CRS. ພິທີເຊັນສັນຍາບັນທຶກຄວາມເຂົ້າໃຈໃນຄັ້ງນີ້ແມ່ນເພື່ອເລີ່ມຕົ້ນຢ່າງເປັນທາງການ ໄລຍະທີ່ສອງ ຂອງໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນຊັ້ນປະຖົມສຶກສາ (LEAPS) ໂດຍແນ່ໃສ່ປັບປຸງການສຶກສາໃນຊັ້ນປະຖົມສຶກສາ ໃຫ້ແກ່ບັນດານັກຮຽນຢູ່ແຂວງສະຫວັນນະເຂດ. ກະຊວງກະຊິກຳສະຫະລັດອາເມລິກາ ໂຄງການອາຫານເພື່່ອການສຶກສາ (McGovern-Dole Food for Education program) ໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 27 ລ້ານໂດລາສະຫະລັດ ໃຫ້ແກ່ອົງການບັນເທົາທຸກກາໂຕລິກ (CRS) ເພື່ອຂະຫຍາຍໂຄງການໄລຍະເວລາ …
ອ່ານເພີ່ມເຕີມ»
By U.S. Mission Laos | 17 ເດືອນສິງຫາ, 2017 | ປະເພດ: ບົດຂ່າວ
ໃນວັນທີ 25 ກໍລະກົດທີ່ຜ່ານມາ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຮ່ວມການຫາລືທະວິພາຄີ ຄັ້ງ 8 ທີ່ ທີວໍຊິງຕັນດີຊີ. ບັນດາຄະນະຜູ້ແທນຈາກສະຫະລັດອາເມລິກາ ເຊິງນຳພາໂດຍ ທ່ານ Susan Thornton ຮັກສາການຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດປະຈຳພາກພື້ນອາຊີ ແລະ ປາຊີຟິກ, ພ້ອມທັງຜູ້ຕາງຫນ້າຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງການຄ້າ, ຫ້ອງການຕາງໜ້າການຄ້າອາເມລິກາ ແລະ ອົງການພັດທະນາສາກົນອາເມລິກາ. ຄະນະຜູ້ແທນຈາກ ສປປ ລາວ ແມ່ນນຳພາໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ. ທັງສອງຝ່າຍໄດ້ຊີ້ໃຫ້ເຫັນເຖິງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທີ່ນັບມື້ນັບເພີ່ມທະວີຄວາມເຂັ້ມແຂງ ແລະ ທັງສອງຝ່າຍຍັງໄດ້ສະແດງຄວາມເພິ່ງພໍໃຈໃນຄວາມຄືບໜ້າທາງດ້ານການຮ່ວມມືຕ່າງໆທີ່ນັບມື້ນັບຂະຫຍາຍໂຕ ຕາມທີ່ໄດ້ລະບຸໄວ້ໃນຖະແຫລງການຮ່ວມ ວ່າດ້ວຍການຮ່ວມມືແບບກວມລວມໃນປີ 2016. ເຈົ້າຫນ້າທີ່ ສະຫະລັດອາເມລິກາ ແລະ ສປປ ລາວ ຍັງໄດ້ປຶກສາຫາລືການພັດທະນາ ແລະ ໄພຂົ່ມຄູ່ດ້ານຄວາມປອດໄພໃນຂົງເຂດພາກພື້ນ. ທ່ານ …
ອ່ານເພີ່ມເຕີມ»
By U.S. Mission Laos | 31 ເດືອນກໍລະກົດ, 2017 | ປະເພດ: ບົດຂ່າວ
ສະຖານທູດສະຫະລັດອາເມລິກາ ຮ່ວມກັບ ສູນບັນຊາການກອງທັບສະຫະລັດ ປະຈຳພາກພື້ນປາຊີຟິກ ແລະ ສະຖາບັນການແພດກະຊວງປ້ອງກັນຊາດສະຫະລັດ, ໂດຍການ ຮ່ວມມືກັບກະຊວງສາທາລະນະສຸກ ແລະ ກະຊວງປ້ອງກັນປະເທດ ຂອງ ສປປ ລາວ ໄດ້ໃຫ້ ການຊ່ວຍເຫລືອຈັດການຝຶກອົບຮົມຫລັກສູດການພັດທະນາລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີທີ່ສຸດ. ການຝຶກອົບຮົມດັ່ງກ່າວແມ່ນໄດ້ຈັດຂື້ນຢູ່ທີ່ນະຄອນຫລວງວຽງຈັນ, ນັບແຕ່ ວັນທີ 24-28 ກໍລະກົດ 2017. ຫລັກສູດການພັດທະນາລະບົບຮັກສາສຸຂະພາບແມ່ນໄດ້ເລັ່ງໃສ່ວິທີການຕ່າງໆເພື່ອປັບປຸງການເຂົ້າເຖິງ ແລະ ການໄດ້ຮັບຜົນປະໂຫຍດຂອງຄົນເຈັບໂດຍຜ່ານການໃຫ້ການສຶກສາໃນດ້ານສິດທິທີ່ຈະໄດ້ຮັບໃນການດູແລ, ຄວາມເປັນພິການ ແລະ ຄວາມເໝາະສົມ, ການບໍລິຫານຈັດການຂໍ້ມູນດ້ານການຮັກສາສຸຂະພາບ, ການບໍລິຈາກອະໄວຍະວະ ແລະ ເນື້ອເຍື້ອ, ກໍລະນີຂອງຜູ້ເສຍຊີວິດ, ການຕຽມຄວາມພ້ອມຕອບໂຕໄພພິບັດ, ການບັນຊາ ແລະ ການຄວບຄຸມເຫດການ ແລະ ການເຄື່ອນໄຫວຂອງຄົນເຈັບ. ການຝຶກອົບຮົມເປັນເວລາ 5 ວັນນີ້ ຈະເປີດໂອກາດໃຫ້ບັນດານັກວາງແຜນຂັ້ນສູງຝ່າຍທະຫານແລະພົນລະເຮືອນຂອງລາວໄດ້ຮ່ວມກັບຜູ້ຊ່ຽວຊານດ້ານສຸຂະພາບຈາກສະຖາບັນການແພດກະຊວງປ້ອງກັນຊາດສະຫະລັດ ປະຕິບັດງານຮ່ວມກັນ ໃນການພັດທະນານະໂຍບາຍແລະຂັ້ນຕອນຕ່າງໆໃນການຄຸ້ມຄອງບໍລິຫານຄົນເຈັບຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ, ຊຶ່ງຈະເປັນການປະກອບອັນສຳຄັນເຂົ້າໃນການເສີມຂະຫຍາຍຂີດຄວາມສາມາດໃນການຮັກສາພະບາບານຂອງໂຮງໝໍຕ່າງໆ ເພື່ອໃຫ້ການຮັກສາສຸຂະພາບທີ່ມີຄຸນນະພາບແກ່ປະຊາກອນເປົ້າໝາຍ. ການຝຶກອົບຮົມຫລັກສູດການພັດທະນາລະບົບຮັກສາສຸຂະພາບ ແລະ ພາກປະຕິບັດທີ່ດີທີ່ສຸດນີ້ ແມ່ນການສືບຕໍ່ຈາກຜົນສຳເລັດຂອງກອງປະຊຸມຝຶກອົບຮົມວາງແຜນດ້ານການພັດທະນາລະບົບຮັກສາສຸຂະພາບ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 24 ເດືອນກໍລະກົດ, 2017 | ປະເພດ: ບົດຂ່າວ
ໃນວັນທີ 10-14 ກໍລະກົດທີ່ຜ່ານມາທ່ານ ພົນຕີ ໄມເຄີລ ດີ. ຣອດສະຕິນ (Michael D. Rothstein), ຮອງຜູ້ຊ່ວຍລັດຖະມົນຕີການຕ່າງປະເທດສະຫະລັດ ຮັບຜິດຊອບດ້ານແຜນການ, ໂຄງການ ແລະ ການປະຕິບັດງານ, ຫ້ອງການການເມືອງ-ການທະຫານ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເສີມຂະຫຍາຍການຮ່ວມມືວຽກງານສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (UXO). ທ່ານໄດ້ໄປຢ້ຽມຢາມແຂວງຊຽງຂວາງ ເພື່ອທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດການສຳຫຼວດລະເບີດລູກຫວ່ານທີ່ບໍ່ທັນແຕກທົ່ວປະເທດ (CMRS) ເຊິ່ງລັດຖະບານສະຫະລັດອາເມລິກາຈະໃຫ້ການສະໜັບສະໜູນທຶນ ໂດຍໄດ້ປະກາດເພີ່ມທຶນຊ່ວຍເຫຼືອດັ່ງກ່າວໃນປີທີ່ຜ່ານມາ. ໃນລະຫວ່າງການພົບປະໂອ້ລົມກັບບັນດາເຈົ້າຫນ້າທີ່ອາວຸໂສຈາກພາກລັດ, ທ້ອງຖີ່ນ ແລະ ຄູ່ຮ່ວມມືສາກົນ ໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ, ທ່ານ ພົນຕີ ຣອດສະຕິນ ໄດ້ຊີ້ໃຫ້ເຫັນເຖີງບາງຂະແໜງການທີ່ສຳຄັນທີ່ສະຫະລັດອາເມລິກາ ແລະ ສປປ ລາວ ສາມາດເພີ່ມທະວີການຮ່ວມມືດ້ານການເກັບກູ້ລະເບີດບໍ່ທັນແຕກ. ຂະແໜງການດັ່ງກ່າວລວມທັງການຈັດຕັ້ງປະຕິບັດຫນ້າທີ່ຂອງ (CMRS), ເພີ່ມທີມງານເກັບກູ້ລະເບີດໃຫ້ແກ່ໜ່ວຍງານການເກັບກູ້ລະເບີດພາຍໃນປະເທດ ແລະ ໃຫ້ການສະໜັບສະໜູນແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດ (ຄຊກລ) ໃນການຕິດຕາມກວດກາ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານຂອງ (CMRS). ໃນໄລຍະຢູ່ນະຄອນຫຼວງວຽງຈັນ ທ່ານ ພົນຕີ ຣອດສະຕິນ …
ອ່ານເພີ່ມເຕີມ»
By U.S. Mission Laos | 21 ເດືອນກໍລະກົດ, 2017 | ປະເພດ: ບົດຂ່າວ, ອົງການເກັບກູ້ລະເບີດ
ໃນວັນທີ 6 ກໍລະກົດ 2017, ສະຫະລັດອາເມລິກາ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ວັນປະກາດເອກະລາດຄົບຮອບ 241 ປີ ຂື້ນທີ່ສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ. ເປັດກຽດເຂົ້າຮ່ວມງານທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າຢ່າງເປັນທາງການໃຫ້ແກ່ລັດຖະບານແຫ່ງ ສປປ ລາວ. ມີບັນດາແຂກຫຼາຍກວ່າ 300ທ່ານ ລວມທັງເຈົ້າໜ້າທີ່ອາວຸໂສຝ່າຍລາວ, ທ່ານເອກອັກຄະລັດຖະທູດ ແລະ ນັກການທູດ ທີ່ປະຈຳຢູ່ ສປປ ລາວ, ບັນດານັກທຸລະກິດ ຮ່ວມກັບພະນັກງານຈາກສະຖານທູດກໍ່ໄດ້ເປັນກຽດເຂົ້າຮ່ວມໃນງານຄັ້ງນີ້. ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ຣີນາ ບິດເຕີ ໄດ້ເນັ້ນໃຫ້ເຫັນຜົນສຳເລັດອັນສຳຄັນທີ່ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ພ້ອມກັນຍາດມາໄດ້ນັບຕັ້ງແຕ່ການມາຢ້ຽມຢາມ ສປປ ລາວ ຂອງອະດີດ ປະທານາທິບໍດີ ໂອບາມາ …
ອ່ານເພີ່ມເຕີມ»
By U.S. Mission Laos | 10 ເດືອນກໍລະກົດ, 2017 | ປະເພດ: ບົດຂ່າວ
ໃນວັນສຸກທີ່ຜ່ານມາ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ຣີນາ ບິດເຕີ ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານ ໃນພິທີເຊັນສັນຍາ ບົດບັນທຶກລົງນາມຄວາມເຂົ້າໃຈລະຫວ່າງ ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ (ຄຊກລ) ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄຊກລ ແລະ ທ່ານນາງ Blossum Gilmour ຫົວຫນ້າອົງການເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ. ພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງການ ຄຊກລ, ນະຄອນຫລວງວຽງຈັນ ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມທັງອຳນາດການປົກຄອງທ້ອງຖິ່ນຂອງແຂວງຊຽງຂວາງ ກໍ່ໄດ້ເຂົ້າຮ່ວມງານເຊັນບົດບັນທຶກດັ່ງກ່າວ. ລັດຖະບານສະຫະລັດອາເມລິກາ ໄດ້ມອບທຶນການຊ່ວຍເຫຼືອແກ່ ອົງການເກັບກູ້ລະເບີດແມັກ ປະຈໍາ ສປປ ລາວ ເພື່ອໃຊ້ເຂົ້າໃນການສຳຫຼວດ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ໃນສາມຕົວເມືອງເປົ້າໝາຍທີ່ແຂວງຊຽງຂວາງ. ທຶນດັ່ງກ່າວຈະຖືກໃຊ້ເຂົ້າໃນການສໍາຫຼວດທີ່ບໍ່ເປັນວິຊາການເຊິ່ງກວມເອົາ 94 ໝູ່ບ້ານ ແລະ ການສໍາຫຼວດທາງດ້ານວິຊາການເຊິ່ງກວມເອົາເນື້ອທີ່ປະມານ 46,860,000 ຕາແມັດ. ທຶນດັ່ງກ່າວຍັງຈະໄດ້ໃຊ້ເຂົ້າໃນການເກັບກູ້ລະເບີດບໍ່ທັນແຕກໃນເນື້ອທີ່ຫຼາຍກວ່າ …
ອ່ານເພີ່ມເຕີມ»
By U.S. Mission Laos | 4 ເດືອນກໍລະກົດ, 2017 | ປະເພດ: ບົດຂ່າວ
ໃນວັນທີ 9 ມິຖຸນາ 2017, General Electric ຫຼື GE ແມ່ນໄດ້ຂະຫຍາຍການບໍລິການໃນພາກພື້ນອາຊຽນ ໂດຍການເປີດຫ້ອງການຕາງໜ້າຂື້ນຢ່າງເປັນທາງການທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ໃນງານດັ່ງກ່າວ, ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ກໍໄດ້ເຂົ້າຮ່ວມໃນການຕັບແຖບຜ້າ ພ້ອມທັງໄດ້ເນັ້ນໜັກໃຫ້ເຫັນຄວາມສຳຄັນຂອງການເຂົ້າມາລົງທຶນຂອງ GE ອັນເປັນສັນຍານທີ່ດີທາງດ້ານສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທີ່ນັບມື້ນັບເພີ່ມຂຶ້ນ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ແລະ ຜູ້ບໍລິຫານສູງສຸດຂອງ GE ປະຈຳອາຊຽນ ໄດ້ເຂົ້າພົບປະ ແລະ ຖອດຖອດບົດຮຽນກັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ແລະ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ. ຫ້ອງການຕ່າງໜ້າ GE ປະຈຳ ສປປ ລາວ ແມ່ນມີທີ່ຕັ້ງ ຢູ່ຕຶກວຽງຈັນເຊັນເຕີ, …
ອ່ານເພີ່ມເຕີມ»
By U.S. Mission Laos | 14 ເດືອນມີນາ, 2017 | ປະເພດ: ບົດຂ່າວ
ໃນຕົ້ນເດືອນນີ້, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ໄປຢ້ຽມຢາມໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ Cooperative Orthotic and Prosthetic Enterprise (COPE) Mobile Clinic ທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາ ເພື່ອຊ່ວຍເຫຼືອຜູ້ເສຍອົງຄະແລະ ຍັງໄດ້ພົບປະກັບອຳນາດການປົກຄອງແຂວງໄຊຍະບູລີ. ທ່ານ ຣີນາ ບິດເຕີ ໄດ້ເຂົ້າຢ້ຽມຢາມໂຮຽໝໍເມືອງຊຽງພອນເຊິ່ງເປັນບ່ອນທີ່ບັນດາພະນັກງານຈາກໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູໄດ້ໃຫ້ການບໍລິການການຟື້ນຟູໂດຍບໍ່ເສຍຄ່າ.ໃນໄລຍະຂອງການຢ້ຽມຢາມ, ທ່ານໄດ້ປຶກສາຫາລືກັບອຳນາດການປົກຄອງທ້ອງຖິ່ນກ່ຽວກັບການຊ່ວຍເຫຼືອໃນຕໍ່ຫນ້າຂອງລັດຖະບານສະຫະລັດອາເມລິກາເພື່ອຊ່ວຍໃຫ້ຜູ້ທີ່ເສຍອົງຄະຢູ່ຢ່າງມີຄວາມຫ້າວຫັນ ແລະ ມີປະສິດທິພາບ. ທ່ານ ຣີນາ ບິດເຕີ ໄດ້ກ່າວວ່າ: ການຊ່ວຍເຫຼືອຂອງພວກເຮົາໄດ້ສ້າງຄວາມແຕກຕ່າງຢ່າງແທ້ຈິງໃນພື້ນທີ່ຫ່າງໄກສອກຫຼີກເຊີ່ງເປັນບ່ອນມີການບໍລິການຂ້ອນຂ້າງບໍ່ສະໝຳສະເໝີ. ທ່ານຍັງໄດ້ກ່າວຕື່ມອິກວ່າ: ຂ້າພະເຈົ້າຮູ້ສືກປະທັບໃຈຕໍ່ກັບທັກສະ ແລະ ຄວາມທຸ້ມເທຂອງບັນດາພະນັກງານຈາກໂຄງການເຄື່ອນທີ່ອົງຄະທຽມ ແລະ ເຄື່ອງຄໍ້າຊູ ແລະ ມີຄວາມດີໃຈທີ່ໄດ້ເຫັນຜູ້ທີ່ໄດ້ຮັບການຊ່ວຍເຫຼືອມີຄວາມເບີກບານໃຈ. COPE ໄດ້ໃຫ້ການສະໜັບສະໜູນແກ່ບັນດາອ້າຍນ້ອງຍິງ, ຊາຍ, ເດັກຍິງ ແລະ ເດັກຊາຍ ເສຍອົງຄະໂດຍໃຫ້ການຊ່ວຍເຫຼືອພວກເຂົາໃຫ້ເຂົ້າເຖີງການນຳໃຊ້ຂາທຽມ, ເຄື່ອງຄໍ້າຊູ ແລະ ການປິ່ນປົວຟື້ນຟູທາງດ້ານຮ່າງກາຍໂດຍບໍ່ເສຍຄ່າ. USAID ຍັງໄດ້ໃຫ້ທຶນການຟຶກອົບຮົມເພື່ອພັດທະນາຄຸນະພາບມາດຕະຖານຂອງການປິ່ນປົວເຊີ່ງລວມທັງການພັດຖະນາຄຸນນະພາບຂາທຽມ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ຜູ້ປ່ວຍ.ນັບຕັ້ງແຕ່ປີ …
ອ່ານເພີ່ມເຕີມ»
By U.S. Mission Laos | 8 ເດືອນມີນາ, 2017 | ປະເພດ: ບົດຂ່າວ
ບັນດາຊ່ຽວຊານຈາກສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ພົບປະກັນທີ່ນະຄອນຫຼວງວຽງຈັນໃນວັນທີ 31 ເພື່ອສ້າງແຜນປະຕິບັດງານເພື່ອສ້າງຄວາມເຂັ້ມແຂງໃນການຕອບໂຕ້ກັບໄພຂົ່ມຂູ່ທາງສຸຂະພາບເຊັ່ນ ພະຍາດຕິດຕໍ່ ແລະ ພະຍາດທີ່ເກີດຂຶ້ນໃໝ່ທີ່ສາມາດສົ່ງຜ່ານຈາກສັດໄປສູ່ຄົນ. ລັດຖະບານອາເມລິກາ ໂດຍຜ່ານອົງການພັດທະນາສາກົນອາເມລິກາ USAID ຮ່ວມກັບ ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຕົ້າໂຮມເອົາຕາງໜ້າຈາກພາກສ່ວນລັດທະບານຈຳນວນ100 ທ່ານເພື່ອຮ່າງແຜນປະຕິບັດງານຮ່ວມກັນ. ຈຸປະສົງຂອງຮ່າງດັ່ງກ່າວແມ່ນເພື່ອຄວາມໝັ້ນຄົງທາງດ້ານສຸຂະພາບຂອງ ສປປລາວ ໂດຍການມີສ່ວນຮ່ວມກັບບັນດາຄູ່ຮ່ວມພັດທະນາ. ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາໄດ້ກ່າວວ່າ: ມື້ນີ້ພວກເຮົາຮ່ວມໃນຄວາມໝາຍໝັ້ນກັບພວກທ່ານໃນການເຮັດໃຫ້ ສປປ ລາວ ມີຄວາມປອດໄພຫຼາຍຂຶ້ນ, ສຸຂະພາບດີຂື້ນ ແລະ ອຸດົມຮັ່ງມີຫຼາຍຂຶ້ນ. ພວກເຮົາຈະສືບຕໍ່ປະຕິບັດຫນ້າທີ່ວຽກງານກັບ ສປປ ລາວ ເພື່ອເຮັດໃຫ້ການຮ່ວມມືກັບບັນດາອົງການສາກົນໃຫ້ເຂັ້ມແຂງຂຶ້ນເພື່ອກະກຽມຄວາມພ້ອມຮັບມືກັບໄພທາງດ້ານສຸຂະພາບທຸກໆປະການ ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກການເຂົ້າຮ່ວມຂອງບັນດາຊ່ຽວຊານຈາກອາເມລິກາ ແລະ ສປປ ລາວ ແລ້ວ, ຍັງມີ ບັນດາຕາງໜ້າຈາກອົງການອະນາໄມໂລກ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາເຊັ່ນ: ເອີຣົບ, ຍີ່ປຸ່ນ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 31 ເດືອນພຶດສະພາ, 2017 | ປະເພດ: ບົດຂ່າວ
ທ່ານທູດ ອາເລັກຊານເດີ ເອ. ອາວີຊູ, ຮອງຜູ້ຊ່ວຍລັດຖະມົນຕີການຕ່າງປະເທດຮັບຜິດຊອບວຽກງານການປະຕິບັດກົດໝາຍ ແລະ ຕ້ານຢາເສບຕິດສາກົນ (INL), ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 23-26 ພຶດສະພາ ເພື່ອເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ (SOMTC) ແລະ ກອງປະ ຊຸມອື່ນໆທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ. ໃນການສົນທະນາກັບບັນດາເຈົ້າໜ້າທີອາວຸໂສລັດຖະບານຫຼາຍທ່ານ, ທ່ານທູດ ອາວີຊູ ໄດ້ລະບຸຫຼາຍຂົງເຂດສຳຄັນທີ່ ສະຫະລັດ ແລະ ສປປ ລາວ ສາມາດເສີມຂະຫຍາຍການຮ່ວມມືໃນວຽກງານການປະຕິບັດກົດໝາຍ ລວມທັງການສະໜັບສະໜູນຕໍ່ກັບບັນດາກິດຈະກຳທີ່ສຸມໃສ່ວຽກງານການພັດທະນາລັດແຫ່ງກົດໝາຍ, ການຕ້ານການສໍ້ລາດບັງຫຼວງ, ການຕ້ານຢາເສບຕິດ ແລະ ການສະກັດກັ້ນການຄ້າສັດປ່າ. ໃນໄລຍະທີ່ຢູ່ນະຄອນຫຼວງວຽງຈັນ, ຮອງຜູ້ຊ່ວຍລັດຖະມົນຕີ ອາວີຊູ ໄດ້ພົບກັບ ທ່ານ ທອງພັດ ວົງມະນີ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອສົນທະນາກ່ຽວກັບການຄ້າສັດປ່າ ເຊິ່ງເປັນສາເຫດຂອງເສັ້ນທາງການຄ້າຜິດກົດໝາຍ ແລະ ການສໍ້ລາດບັງຫຼວງ ແລະ ຊຸກຍູ້ໃນມີການສືບຕໍ່ຮ່ວມມືກັບ ກຸ່ມທີ່ເຮັດວຽກໃນຂົງເຂດວຽກງານສັດປ່າ (the Wildlife …
ອ່ານເພີ່ມເຕີມ»
By U.S. Mission Laos | 30 ເດືອນພຶດສະພາ, 2017 | ປະເພດ: ບົດຂ່າວ
ເພື່ອເປັນການສະເຫຼີມສະຫຼອງວັນທີ 17 ພຶດສະພາ ວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນຫລາກຫລາຍທາງເພດ (International Day against Homophobia, Transphobia and Biphobia (IDAHO), ຫ້ອງການສະຖານທູດການາດາ, ສະຖານທູດອົດສະຕຣາລີ, ສະຖານທູດອັງກິດ, ສຳນັກງານຕາງໜ້າສະຫະພາບເອີຣົບ ແລະ ສະຖານທູດສະຫະລັດອາເມລິກາ ຮ່ວມກັບກຸ່ມພູມໃຈທີ່ເປັນເຮົາ (Proud to be Us Laos) ໄດ້ຈັດງານລ້ຽງຂື້ນທີ່ນະຄອນຫຼວງວຽງຈັນ. ບັນດາແຂກຈາກຫຼາຍພາກສ່ວນ ລວມທັງ ພາກລັດຖະບານ, ບັນດານັກການທູດ, ອົງການຈັດຕັ້ງສັງຄົມ ແລະ ບັນດານັກທຸລະກິດ ກໍ່ໄດ້ເຂົ້າຮ່ວມໃນງານນີ້. ງານດັ່ງກ່າວແມ່ນໄດ້ສຸມໃສ່ການເຕົ້າໂຮມບັນດາກຸ່ມຄົນຫລາກຫລາຍທາງເພດ (LGBTI) ເພື່ອປູກຈິດສຳນຶກຄວາມເທົ່າທຽມກັນໃນການເຂົ້າເຖິງການບໍລິການດ້ານສຸຂະພາບ, ໂອກາດທາງດ້ານການສຶກສາ ແລະ ການຈ້າງງານ. ໃນນາມຕາງຫນ້າເຈົ້າພາບພາຍໃນງານ, ອຸປະທູດ ຈາກຫ້ອງການສະຖານທູດການາດາ, ທ່ານ ນາງ ລີແອນ ເຮີແມນ ໄດ້ກ່າວວ່າ: ມື້ນີ້ພວກເຮົາພ້ອມກັນສະເຫຼີມສະຫຼອງໃຫ້ແກ່ຊຸມຊົນທີ່ມີຄວາມຫຼາກຫຼາຍໃນທົ່ວໂລກ. ພວກເຮົາມາຮ່ວມກັນແລກປ່ຽນປະສົບການ ແລະ ແບ່ງປັນເລື່ອງລາວຕ່າງໆເພື່ອເສີມສ້າງຄວາມເຂົ້າໃຈ ແລະ ຊື່ນຊົມບັນດາກຸ່ມຄົນຫລາກຫລາຍທາງເພດ …
ອ່ານເພີ່ມເຕີມ»
By U.S. Mission Laos | 18 ເດືອນພຶດສະພາ, 2017 | ປະເພດ: ບົດຂ່າວ
ໃນລະຫວ່າງວັນທີ 9-10 ພຶດສະພາທີ່ຜ່ານມານີ້, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ທ່ານນາງ ຣີນາ ບິດເຕີ້ ໄດ້ລົງຢ້ຽມຢາມ ໂຄງການອາຫານ ແລະ ສຸຂະພາບ ຂອງສະຫະລັດອາເມລິກາ ແລະ ທ່ານຍັງໄດ້ພົບປະກັບບັນດາເຈົ້າຫນ້າທີ່ພາກລັດ ຢູ່ທີ່ແຂວງ ເຊກອງ, ສາລາວັນ ແລະ ຈຳປາສັກ. ຢູ່ທີ່ແຂວງເຊກອງ, ເອກອັກຄະລັດຖະທູດ ຣີນາ ບິດເຕີ້ ໄດ້ໄປຢ້ຽມຢາມ ໂຮງຮຽນຈຸງຮຸງເໜືອ ແລະ ໂຮງຮຽນກົກໄຮ ເພື່ອມອບອຸປະກອນເຄື່ອງໃຊ້ພາຍໃນໂຮງຮຽນ ແລະ ໄດ້ຮ່ວມຮັບປະທານອາຫານກັບບັນດານ້ອງໆນັກສຶກສາຜູ້ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານອາຫານທີ່ມີໂພສະນາການຈາກໂຄງການ (The U.S. Government’s McGovern-Dole Food for Education Program) ເຊິ່ງໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍໂຄງການອາຫານໂລກ (The World Food Programme). ໃນໄລຍະ 10 ທ່ານຜ່ານມາ, ສະຫະລັດອາເມລິກາ ໄດ້ປະກອບສ່ວນຈຳນວນເງິນມູນຄ່າຫຼາຍກວ່າ 100 ລ້ານ ໂດລາສະຫະລັດ …
ອ່ານເພີ່ມເຕີມ»
By U.S. Mission Laos | 15 ເດືອນພຶດສະພາ, 2017 | ປະເພດ: ບົດຂ່າວ
ໃນນາມຕາງຫນ້າໃຫ້ລັດຖະບານ ສະຫະລັດອາເມຣິກາ ຂ້າພະເຈົ້າຂໍອວຍໄຊໃຫ້ພອນອັນປະເສີດມາຍັງປະຊາຊົນ ແຫ່ງ ສປປ ລາວ ເນື່ອງໃນໂອກາດການສະເຫຼີມສະຫຼອງ ປີໃໝ່ລາວ 2560 ນີ້. ໃນປີທີ່ຜ່ານມາ, ສອງຊາດຂອງພວກເຮົາ ( ສະຫະລັດອາເມຣິກາ ແລະ ສປປ ລາວ) ໄດ້ປະກາດ ການຮ່ວມມືແບບກວມລວມ ເຊິ່ງເປັນການເປີດສັງກາດໃໝ່ ແຫ່ງ ສາຍພົວພັນ ສະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ແລະ ຍັງເປັນການ ຮັດແໜ້ນ ສາຍພົວພັນດ້ານການທູດ, ການຄ້າ ແລະ ສາຍພົວພັນ ລະຫວ່າງ ປະຊາຊົນດ້ວຍກັນ. ພວກເຮົາຫວັງຢ່າງຍິ່ງໃນການສ້າງໂອກາດໃໝ່ໆ ແລະ ການຮ່ວມມືເຊິ່ງກັນສະກັນ ລະຫວ່າງສອງຊາດຂອງພວກເຮົາ. ຂໍອວຍໄຊໃຫ້ບັນດາທ່ານຈົ່ງມີແຕ່ຄວາມສຸກຄວາມຈະເລີນໃນວັນປີໃໝ່ນີ້.
ອ່ານເພີ່ມເຕີມ»
By U.S. Mission Laos | 13 ເດືອນເມສາ, 2017 | ປະເພດ: ບົດຂ່າວ
ສູນວິເຄາະ ແລະ ລະບາດວິທະຍາ (ສວລ), ກະຊວງສາທາລະນະສຸກ, ໂດຍການສະຫນັບສະຫນູນຈາກ ລັດຖະບານ ສະຫະລັດໄດ້ເປີດກອງປະຊຸມເປີດໂຄງການໃຫມ່: ສ້າງຄວາມເຂັ້ມແຂງລະບົບວິເຄາະການແພດ ແລະ ລະບາດວິທະຍາ ໃນລາວ ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນໃນວັນທີ່ 21 ມີນາ 2017. ໂຄງການນີ້ ຈະສ້າງຄວາມເຂັ້ມແຂງລະບົບຫ້ອງວິເຄາະການແພດ ແຫ່ງຊາດໃນລາວ ໂດຍການສະໜັບສະໜູນງົບປະມານສາມລ້ານໂດລາສະຫະລັດຈາກລັດຖະບານ ສະຫະລັດໃນລະຍະເວລາສາມປີ, ແຕ່ 2017 ຫາ 2020 ໂດຍອົງການອະນາໄມໂລກ(WHO)ຈະເປັນຜູ້ຈັດຕັ້ງປະຕິບັດ. ຊຶ່ງຈະປະສານງານໃນການຄຸ້ມຄອງ ແລະ ຊ່ວຍເຫລືອດ້ານວິຊາການ ແກ່ສູນວິເຄາະ ແລະ ລະບາດວິທະຍາໃນການສ້າງຄວາມເຂັ້ມແຂງຄວາມອາດສາມາດແຫ່ງຊາດຂອງລະບົບຫ້ອງວິເຄາະ ແລະ ການບົ່ງມະຕິ, ເຊ່ນ ການຄຸ້ມຄອງຄຸນນະພາບ, ຄວາມປອດໄພ ແລະ ຄວາມຫມັ້ນຄົງດ້ານຊີວະພາບໃນຫ້ອງວິເຄາະ, ເຮັດວຽກຮ່ວມກັບ ຫ້ອງວິເຄາະ ເຄືອຂ່າຍ ຂອງສູນກາງ ແລະ ແຂວງ. ພ້ອມດຽວກັນນີ້, ຍັງຊ່ວຍສະຫນັບສະຫນູນ ການຝຶກອົບຮົມລະບາດວິທະຍາພາກສະໜາມ (FET)ໃນ ການສ້າງຄວາມອາດສາມາດລະດັບຊາດ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 28 ເດືອນມີນາ, 2017 | ປະເພດ: ຂ່າວ, ບົດຂ່າວ
ຄະນະຜູ້ແທນລະດັບສູງຈາກຫ້ອງການຜູ້ຕາງຫນ້າການຄ້າ ສະຫະລັດ ອາເມລິກາ ນໍາໂດຍ ທ່ານ ນາງ ບາບາຣາ ໄວໂຊລ, ຜູ້ຊ່ວຍຫ້ອງການຜູ້ຕາງຫນ້າການຄ້າ ສະຫະລັດ ອາເມລິກາ ພ້ອມດ້ວຍ ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ, ໄດ້ປຶກສາຫາລື ກັບ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນວັນທີ 22 ມີນາ 2017 ເພື່ອປຶກສາຫາລື ກ່ຽວກັບ ສາຍພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ. ກອງປະຊຸມປຶກສາຫາລື ໃນຄັ້ງນີ້ ຖືເປັນກອງປະຊຸມຄັ້ງປະຖົມມະລຶກ ພາຍໃຕ້ ສັນຍາຂອບວ່າດ້ວຍການຄ້າ ແລະ ການລົງທຶນ …
ອ່ານເພີ່ມເຕີມ»
By U.S. Mission Laos | 28 ເດືອນມີນາ, 2017 | ປະເພດ: ຂ່າວ, ບົດຂ່າວ
ໃນວັນທີ 18 ມີນາ 2017, ທ່ານ ນ. ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວໄດ້ເຂົ້າຮ່ວມງານການແຂ່ງຂັນກິລາບານບ້ວງລໍ້ເລື່ອນ. ງານການແຂ່ງຂັນໃນຄັ້ງນີ້ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາໂດຍຜ່ານອົງການພັດທະນາສາກົນອາເມລິກາ (USAID). ທ່ານ ທ່ານ ນ. ຣີນາ ບິດເຕີ ກ່າວວ່າ: ລັດຖະບານສະຫະລັດອາເມລິກາໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜຸນການເຊື່ອມສານວຽກງານຄົນພິການຢູ່ໃນສັງຄົມ ໂດຍການຫຼຸດຜ່ອນບັນດາອຸປະສັກຕ່າງໆ ແລະ ໃຫ້ການຊ່ວຍເຫຼືອໃນການປັບປຸງຄຸນນະພາບຊີວິດຂອງເຂົາເຈົ້າ. ການແຂ່ງຂັນກິລາບານບ້ວງລໍ້ເລື່ອນໄດ້ຖືກຈັດຂຶ້ນຢູ່ທີ່ເດີ່ນກິລາໂຮງຮຽນນານາຊາດວຽງຈັນ ເຊຶ່ງເປັນຄັ້ງທຳອິດທີ່ ທີມນັກກິລາບານບ້ວງລໍ້ເລື່ອນຈາກ ແຂວງຈຳປາສັກ, ຫຼວງພະບາງ, ສະຫວັນນະເຂດ ແລະ ຊຽງຂວາງ ພ້ອມທັງ ທີມນັກກິລາຈາກນະຄອນຫຼວງວຽງຈັນ ເຂົ້າຮ່ວມເພື່ອແຂ່ງຂັນກັນ. ການແຂ່ງຂັນນີ້ແມ່ນສ່ວນໜຶ່ງຂອງ “ໂຄງການສົ່ງເສີມຄວາມຮັບຮູ້ກ່ຽວກັບກິລາຄົນພິການໂດຍການສ້າງຄວາມເຂັ້ມແຂງໃຫ້ທີມກິລາບານບ້ວງລໍ້ເລື່ອນຢູ່ບັນດາແຂວງຕ່າງໆ”, ເຊິ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຄົນພິການ, ໃຫ້ເຂົາເຈົ້າດຳລົງຊີວີດຢ່າງເຕັມເມັດເຕັມໜ່ວຍ ແລະ ມີສ່ວນຮ່ວມຢູ່ໃນສັງຄົມຢ່າງຫ້າວຫັນ. ອົງການພັດທະນາສາກົນອາເມລິກາ (USAID) ໄດ້ມອບທຶນຊ່ວຍເຫຼືອຈໍານວນ 5 ລ້ານໂດລາສະຫະລັດໃຫ້ ອົງການເວີລດ໌ເອດຢູເຄຊັນ ປະຈຳ ສປປ ລາວ ໂຄງການ TEAM ໃນເດືອນ ກັນຍາ …
ອ່ານເພີ່ມເຕີມ»
By U.S. Mission Laos | 20 ເດືອນມີນາ, 2017 | ປະເພດ: ບົດຂ່າວ
ໃນວັນທີ່ 10 ມີນາທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳ ສປປ ລາວ ຣີນາ ບິດເຕີ ໄດ້ເຂົ້າຢ້ຽມຢາມບັນດາໂຮງຮຽນຢູ່ແຂວງຫຼວງພະບາງທີ່ໄດ້ຮັບການສະໜັບສະໜູນໂດຍ ອົງການອາຫານໂລກ (WFP) ແລະ ລັດຖະບານສະຫະລັດອາເມຣິກາ. ໂຄງການອາຫານສຳລັບການສຶກສາ (McGovern-Dole Food for Education Program) ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເງິນທຶນຕໍ່ອົງການອາຫານໂລກ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ. ໃນແຕ່ລະມື້, ມີເດັກນ້ອຍຈຳນວນ 140,000 ຄົນ ຈາກ 1,450 ໂຮງຮຽນ ໃນ 7ແຂວງ ທົ່ວປະເທດ ໄດ້ຮັບ ອາຫານວ່າງ ຫຼື ອາຫານທ່ຽງ ທີ່ມີໂພຊະນາການ ແລະ ມີປະໂຫຍດ. ໂຄງການດັ່ງກ່າວນີ້ຈະຊ່ວຍເພີ່ມອັດຕາການເຂົ້າໂຮງຮຽນ ແລະ ການມາໂຮງຮຽນຂອງຂອງເດັກ ພ້ອມທັງ ຫຼຸດຜ່ອນອັດຕາການອອກໂຮງຮຽນອີກດ້ວຍ. ເວົ້າລວມແລ້ວ, ໂຄງການດັງກ່າວນີ້ ຈະຊ່ວຍເຂົ້າໃນການພັດທະນາ ແລະ ເສີມສ້າງໂອກາດທີ່ດີໃຫ້ແກ່ເດັກຍິງ ແລະ ເດັກຊາຍ ເພື່ອທີ່ຈະໄດ້ຮັບການສຶກສາຂັ້ນພື້ນຖານທີ່ດີ. ທ່ານເອກອັກຄະລັດຖະທູດ …
ອ່ານເພີ່ມເຕີມ»
By U.S. Mission Laos | 14 ເດືອນມີນາ, 2017 | ປະເພດ: ບົດຂ່າວ
ໃນວັນທີ 10 ມີນາ ທີ່ຜ່ານມາ, ທ່ານ ໄມໂຄ ຄລາຍ, ຮອງທູດສະຫະລັດອາເມລິກາປະຈຳລາວ ໄດ້ມອບມຸ້ງຈຳນວນ 120000 ດາງ ໃຫ້ແກ່ ທ່ານ ຮສ ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເພື່ອໄປແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກຂອງແຂວງຕ່າງໆໃນ ສປປ ລາວ. ພິທີມອບ-ຮັບໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ແລະ ມຸ້ງເຫຼົ່ານີ້ຈະໄດ້ຖືກແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໃກສອກຫຼີກລວມມີແຂວງ ບໍລິຄຳໃຊ, ຄຳມ່ວນ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ໄຊຍະບູລີ ແລະ ສະຫວັນນະເຂດ ເພື່ອປ້ອງກັນພວກເຂົາຈາກພະ ຍາດທີ່ມາຈາກຍຸງເຊັ່ນ: ມາເລເຣຍ. ທ່ານ ໄມໂຄ ຄລາຍ ໄດ້ກ່າວວ່າ: ລັດຖະບານອາເມລິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບລັດຖະບານລາວ ມຸ່ງໝັ້ນ ທີ່ຈະຮ່ວມມືກັບ ລັດຖະບານ ສປປ ລາວ ແລະ ບັນດາຄູ່ຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບເຝົ້າລະວັງພະຍາດມາເລເຣຍ ເພື່ອກວດຫາ ແລະ ຕອບໂຕ້ກັບການລະບາດໃນອານາຄົດ. ພວກເຮົາພວກເຮົາສາມາດຊ່ວຍກັນເພື່ອລົບລ້າງມາເລເຣຍໃຫ້ໝົດໄປເພື່ອເຮັດໃຫ້ຄອບຄົວຂອງພວກເຮົາມີສຸຂະພາບແຂງແຮງ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 10 ເດືອນມີນາ, 2017 | ປະເພດ: ບົດຂ່າວ
ໃນວັນທີ່ 3ມີນາ ທີ່ຜ່ານມາ, ອະດີດນັກສຶກສາລາວຈຳນວນຫຼາຍກ່ວາຮ້ອຍຄົນທີ່ເຄີຍໄດ້ເຂົ້າຮ່ວມໂຄງການທຶນແລກປ່ຽນທີ່ປະເທດສະຫະລັດອາເມລິກາໄດ້ພົບປະກັນເພື່ອແລກປ່ຽນປະສົບການ ແລະ ສ້າງສາຍພົວພັນກັບບັນດາອະດີດຜູ້ເຂົ້າຮ່ວມໂຄງການຄົນອື່ນໆ. ອະດີດນັກສຶກສາຜູ້ເຂົ້າຮ່ວມໂຄງການແມ່ນນັບຕັ້ງແຕ່ນັກສຶກສາຈາກມັດທະຍົມປາຍໄປຈົນເຖິງພະນັກງານຜູ້ຊ່ຽວຊານ ແລະ ລວມເຖິງກາານນຳພັກລັດທີ່ເຄີຍເຂົ້າຮ່ວມໂຄງການຕ່າງໆທີ່ສະຫະລັດອາເມລິກາ. ທ່ານ ເອກອັກຄະລັກສະທູດ ຣີນາ ບິດເຕີ ໄດ້ກ່າວຊົມເຊີຍບັນດາອະດີດນັກສຶກສາໃນການປະກອບສ່ວນເຂົ້າໃນວຽກງານພັດທະນາຊຸມຊົນຂອງພວກເຂົາວ່າ: ຂ້າພະເຈົ້າມີຄວາມຮູ້ສຶກປະທັບໃຈຕະຫຼອດມາກັບຜົນງານຂອງບັນດາອະດີດນັກສຶກສາລາວຜູ້ເຂົ້າຮ່ວມໂຄງການແລກປ່ຽນທີ່ປະເທດສະຫະລັດ. ພວກເຂົາມີຄວາມຫ້າວຫັນນັບຕັ້ງແຕ່ການສອນພາສາອັງກິດ, ການຈັດງານສຳມະນາກ່ຽວກັບຜູ້ປະກອບການ, ຈົນໄປເຖິງວຽກງານເກັບກູ້ລະເບີດບໍ່ທັນແຕກ.“ ໜຶ່ງໃນຜູ້ເຂົ້າຮ່ວມໂຄງການ ນາງ ຈິນດາວອນ ແສນລາດ ໄດ້ກ່າວເຖິງປະສົບການຂອງລາວໃນການເຂົ້າຮ່ວມໂຄງການແລກປ່ຽນ (Young Southeast Asian Leaders Initiative (YSEALI) ນີ້ວ່າ: ການທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການ YSEALI ໄດ້ເປີດກ້ວາງວິໄສທັດຂອງຂ້າພະເຈົ້າ ແລະ ຍັງເຮັດໃຫ້ຂ້າພະເຈົ້າແນມເຫັນສິ່ງທ້າທາຍທີ່ຊຸມຊົນຂອງຂ້າພະເຈົ້າກຳລັງປະເຊີນໜ້າຢູ່, ແລະ ມັນເຮັດໃຫ້ຂ້າພະເຈົ້າໄດ້ກາຍເປັນສ່ວນໜຶ່ງໃນການແກ້ໄຂບັນຫາດັ່ງກ່າວນີ້. ອະດີດນັກສຶກສາລາວຜູ້ເຂົ້າຮ່ວມໂຄງການແລກປ່ຽນຊຶ່ງມີຈຳນວນຫຼາຍກ່ວາ 500ຄົນ ໄດ້ກັບມາຈາກປະເທດສະຫະລັດອາເມລິກາຫຼັງຈາກການເຂົ້າຮ່ວມໂຄງການຕ່າງໆຊຶ່ງສະໜັບສະໜູນໂດຍລັດຖະບານສະຫະລັດອາເມລິກາ. ພວກເຂົາໄດ້ໄປສຶກສາພາຍໃຕ້ທຶນທີ່ມີຊື່ສຽງຊຶ່ງໃນນັ້ນລວມມີ: Humphry Program, Fulbright Program, International Visitor Leadership Program, Global Undergraduate Exchange Program, YSEALI Program, …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນມີນາ, 2017 | ປະເພດ: ບົດຂ່າວ
ສະຖານເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ, ຮ່ວມກັບສູນບໍລິຈາກເລືອດແຫ່ງຊາດ (NBTC), ໄດ້ໃຫ້ການຊ່ວຍເຫລືອໃນການຝຶກອົບຮົມ ເພື່ອຍົກລະດັບການບໍລິການເລືອດປອດໄພຢູ່ໃນ ສປປ ລາວ. ການຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນເປັນເວລາ 5 ວັນ, ນັບແຕ່ວັນທີ 27 ກຸມພາ ຫາ 3 ມີນາ, 2017 ຮ່ວມກັບກອງປະຊຸມປະຈໍາປີຂອງອົງການກາແດງລາວ ທີ່ໄດ້ຈັດຂື້ນຢູ່ແຂວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມຫລາຍກວ່າ 60 ຄົນ ຊຶ່ງລວມມີນັກວິຊາການວິໄຈເລືອດ, ພະຍາບານ ແລະ ຫົວໜ້າສູນເລືອດທີ່ມາຈາກທັງໝົດ 18 ແຂວງ ໃນທົ່ວປະເທດ. ການຝຶກອົບຮົມໄດ້ສຸມໃສ່ການຈັດຕັ້ງປະຕິບັດກິດຈະກຳຕ່າງໆໃນໄລຍະທີ່ຜ່ານມາ ແລະ ແຜນຍຸດທະສາດແຫ່ງຊາດສຳລັບປີ 2016-2020. ໂດຍສະເພາະຢ່າງຍິ່ງ ຜູ້ໃຫ້ການຝຶກອົບຮົມໄດ້ເລັ່ງໃສ່ວິທີການປະຕິບັດຕົວຈິງ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ໃນຂະບວນການເລືອດປອດໄພ, ປັບປຸງຄຸນນະພາບການໃຫ້ບໍລິການ, ແລະ ເພີ້ມຂີດຄວາມສາມາດໃຫ້ແກ່ພະນັກງານສູນເລືອດຢູ່ໃນແຕ່ລະແຂວງ, ໂດຍການປະຕິບັດງານຮ່ວມກັບອົງການແຫ່ງຊາດ ແລະ ອົງການສາກົນທີ່ເຮັດວຽກກ່ຽວກັບເລືອດປອດໄພ. ການຝຶກອົບຮົມເຊັ່ນນີ້ຈະຊ່ວຍໃຫ້ ສປປ ລາວ ກຳນົດນະໂຍບາຍ ເພື່ອຮັບປະກັນຄຸນນະພາບດ້ານເລືອດປອດໄພ ແລະ ພັດທະນາທິມງານຮັບປະກັນຄຸນນະພາບຢູ່ໃນແຕ່ລະແຂວງ ທີ່ຈະໄດ້ກວດສອບ …
ອ່ານເພີ່ມເຕີມ»
By U.S. Mission Laos | 3 ເດືອນມີນາ, 2017 | ປະເພດ: ບົດຂ່າວ
ໃນວັນທີ 27 ກຸມພານີ້, ພະນະທ່ານເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ຮ່ວມກັບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານຮອງສາດສະດາຈານ ດຣ. ພູທອນ ເມືອງປາກ ແລະ ຜູ້ຕາງຫນ້າ ອົງການອະນາໄມໂລກປະຈຳ ສປປ ລາວ, ດຣ. ຈູລຽດ ຟແລັດເຊີ ໄດ້ເຂົ້າຮ່ວມພິທີມອບໃບຢັ້ງຢືນຈົບຫລັກສູດທີ່ໂຮງແຮມດອນຈັນພາເລດ ເພື່ອຊົມເຊີຍຕໍ່ຜົນສຳເລັດຂອງນັກສຶກສາລະບາດວິທະຍາພາກສະຫນາມຮຸ່ນທີ່8. ແຜນງານລະບາດວິທະຍາພາກສະຫນາມ (FET) ໄດ້ຝຶກອົບຮົມພະນັກງານສາທາລະນະສຸກໃນການຄົ້ນພົບ, ການກວດກາ ແລະ ຕອບໂຕ້ ການລະບາດຂອງພະຍາດຕິດຕໍ່. ແຜນງານນີ້ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ໂດຍກົມຄວບຄຸມພະຍາດຕິດຕໍ່ ແລະ ສູນວິເຄາະ ແລະ ລະບາດວິທະຍາ ໂດຍການສະຫນັບສະຫນູນຈາກລັດຖະບານສະຫະລັດອາເມຣິກາ ແລະ ອົງການອະນາໄມໂລກ. ໂຄງການນີ້ມີເຄືອຄ່າຍສິດເກົ່າຈຳນວນ 63 ທ່ານທີ່ໄດ້ສຳເລັດການຝຶກອົບຮົມ ແລະ ກຳລັງປະຕິບັດຫນ້າທີ່ດ້ານສາທາລະນະສຸກຢູ່ແຂວງຕ່າງໆ. ວຽກງານດັ່ງກ່າວນີ້ໄດ້ກາຍເປັນໝາກຫົວໃຈອັນສຳຄັນໃນການຕອບໂຕ້, ການກວດກາ ແລະ ການເຝົ້າລະວັງ ການລະບາດຂອງພະຍາດໃນປະເທດ. ທ່ານເອກອັກຄະລັດຖະທູດ ບິດເຕີ່ …
ອ່ານເພີ່ມເຕີມ»
By U.S. Mission Laos | 1 ເດືອນມີນາ, 2017 | ປະເພດ: ບົດຂ່າວ
ສະຫະລັດອາເມລິກາ ແລະ ສປປ ລາວ ກຳລັງດຳເນີນການແກ້ໄຂບັນຫາກ່ຽວກັບເດັກເຕ້ຍຕ່ຳກວ່າມາດຕະຖານ ໂດຍຜ່ານໂຄງການແຜນງານເຊື່ອມສານໂພຊະນາການ, ນ້ຳ ແລະ ສຸຂະອະນາໄມ (USAID Nurture), ເຊິ່ງເປັນ ໂຄງການພັດທະນາຂອງລັດຖະບານສະຫະລັດອາເມລິກາທີ່ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ ມູນຄ່າ 3.7 ລ້ານໂດລາສະຫະລັດ. ໃນວັນທີ 03 ກຸມພາ, ລັດຖະບານແຫ່ງ ສປປ ລາວ ໄດ້ລົງນາມໃນ ບົດບັນທຶກຄວາມເຂົ້າໃຈ ກັບ ອົງການຊ່ວຍເຫລືອເດັກ ຊຶ່ງເປັນຄູ່ຮ່ວມງານທີ່ຮັບຜິດຊອບຈັດຕັ້ງປະຕິບັດ ໂຄງການໂດຍກົງ. ພາຍໃຕ້ໂຄງການນີ້ ອົງການຊ່ວຍເຫລືອເດັກ ຈະໄດ້ເຮັດວຽກຮ່ວມກັບຊຸມຊົນ ແລະ ເຈົ້າໜ້າທີ່ ຂອງ ສປປ ລາວ ເພື່ອປັບປຸງພາວະໂພຊະນາການໃນຄົວເຮືອນ ແລະ ວິທີປະຕິບັດກ່ຽວກັບ ນ້ຳ, ສຸຂາພິບານ, ແລະ ສຸຂະອະນາໄມ ໃນ 6 ຕົວເມືອງ ຂອງແຂວງ ສະຫວັນນະເຂດ ແລະ ຄຳມ່ວນ. ທ່ານນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ …
ອ່ານເພີ່ມເຕີມ»
By U.S. Mission Laos | 3 ເດືອນກຸມພາ, 2017 | ປະເພດ: ບົດຂ່າວ
ຮອງຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ ຮັບຜິດຊອບວຽກງານຂົງເຂດອາຊີຕະເວັນອອກສຽງໃຕ້ ທ່ານ ແພັດທຼິກ ເມີຟີ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 16 ແລະ 17 ເດືອນມັງກອນ ທີ່ຜ່ານມາ. ທ່ານ ເມີຟີ ໄດ້ກ່າວກ່ຽວກັບສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ວ່າ “ການຮ່ວມມືຂອງພວກເຮົາໃນອານາຄົດມີຄວາມສົດໃສເພາະພວກເຮົາເຮັດວຽກຮ່ວມກັນເພື່ອເຮັດໃຫ້ສັນຍາຄູ່ຮ່ວມມືແບບກວມລວມປະກົດຜົນເປັນຈິງ.” ທ່ານໄດ້ສະເໜີໂດຍສັງເຂບຫຼາຍຂົງເຂດສຳຄັນ ທີ່ ສະຫະລັດອາເມລິກາ ແລະ ສປປ ລາວ ສາມາດເສີມຂະຫຍາຍການຮ່ວມມື ເຊິ່ງລວມທັງ ການເພີ່ມທະວີການເກັບກູ້ລະເບີດບໍ່ທັນແຕກ (UXO), ການລົງທຶນໃສ່ການພັດທະນາຊັບພະຍາກອນມະນຸດ ແລະ ສະຖາບັນ, ແລະ ຂະຫຍາຍການຮ່ວມມືເສດຖະກິດ ແລະ ການພົວພັນຂອງປະຊາຊົນດ້ວຍກັນ. ໃນໄລຍະທີ່ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງຜູ້ຊ່ວຍລັດຖະມົນຕີ ເມີຟີ ໄດ້ພົບກັບ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ທ່ານ ແສງເພັດ ຮຸ່ງບຸນຍວງ ເພື່ອປຶກສາຫາລືສືບຕໍ່ພັດທະນາສັນຍາຄູ່ຮ່ວມມືແບບກວມລວມ ແລະ ໄດ້ພົບກັບ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ …
ອ່ານເພີ່ມເຕີມ»
By U.S. Mission Laos | 18 ເດືອນມັງກອນ, 2017 | ປະເພດ: ບົດຂ່າວ
ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ, ທ່ານ ນາງ ເຣນາ ບິດເຕີ ໄດ້ມອບ ສູນເລືອດ ຫລັງໃໝ່ຢູ່ແຂວງຈຳປາສັກ ໃຫ້ແກ່ທ່ານຮອງເຈົ້າແຂວງ ແຂວງຈຳປາສັກ, ທ່ານ ສົມສະໜິດ ບຸດທິວົງ, ເຊິ່ງພິທີມອບໄດ້ຈັດຂື້ນຢ່າງເປັນທາງການໃນວັນທີ 12 ມັງກອນ 2017. ສູນເລືອດຫລັງໃໝ່ແຫ່ງນີ້, ຈະໄດ້ໃຫ້ການບໍລິການເລືອດສຸກເສີນແກ່ປະຊາຊົນໃນບັນດາແຂວງພາກໃຕ້. ໃນເດືອນກັນຍາ 2016, ທ່ານປະ ທານນາທິບໍດີ ບາຣັກ ໂອບາມາ ແລະ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ລົງນາມກ່ຽວກັບຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດ ອາເມຣິກາ ແລະ ສປປ ລາວ ເພື່ອເພີ່ມທະວີສາຍພົວພັນໃຫ້ສູງຂື້ນກວ່າເກົ່າ. ບົນຈິດໃຈການຮ່ວມມືຂອງພວກເຮົາໃນໄລຍະໃໝ່, ສູນເລືອດດັ່ງກ່າວຈະປະກອບສ່ວນເຮັດໃຫ້ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວດີຂື້ນ. ໃນພິທີເປີດ, ທ່ານ ເອກອັກຄະລັດຖະທູດ ບິດເຕີ ໄດ້ເວົ້າກ່ຽວກັບການຮ່ວມມືຂອງໂຄງການຊ່ວຍເຫຼືອທາງດ້ານມະນຸດສະທຳລະຫວ່າງ ສະຫະລັດອາເມຣິກາ ແລະ ລັດຖະບານ ສປປ ລາວ. ທ່ານໄດ້ ກ່າວວ່າ: ສູນເລືອດແຫ່ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນ …
ອ່ານເພີ່ມເຕີມ»
By U.S. Mission Laos | 12 ເດືອນມັງກອນ, 2017 | ປະເພດ: ບົດຂ່າວ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນໜ້າເພື່ອປ້ອງກັນ, ກວດສອບ ແລະ ຕອບໂຕ້ກັບພະຍາດຕິດຕໍ່ຕ່າງໆໂດຍການພັດທະນາແຜນການ 5 ປີ ດ້ານຄວາມໝັ້ນຄົງສຸຂະພາບສາກົນ GHSA ແລະ ກົດລະບຽບສາກົນດ້ານສາທາລະນະສຸກ IHR ຂອງອົງການອະນາໄມໂລກ. ໂດຍການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນ USAID, ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຕົ້າໂຮມເອົາບັນດາຜູ້ຕາງໜ້າຫຼາຍກ່ວາ 120 ທ່ານ ຈາກທາງພາກລັດ ແລະ ຄູ່ຮ່ວມພັດທະນາຕ່າງໆ ເພື່ອພັດທະນາແຜນການ 5 ປີ ແຫ່ງຊາດ ເພື່ອພັດທະນາຄວາມອາດສາມາດຂອງນັກວິຊາການໃນລາວ ເພື່ອການປ້ອງກັນ, ກວດສອບ ແລະ ຕອບໂຕ້ກັບພະຍາດຕິດຕໍ່ທີ່ມີທ່າແຮງໃນການແຜ່ລະບາດ. ສະຫະລັດອາເມລິກາ ແມ່ນ ຄູ່ຮ່ວມພັດທະນາຫຼັກ ແລະ ຜູ້ນຳໃນການພັດທະນາແຜນການສຸຂະພາບສາກົນ GHSA ແລະ ຜູ້ໃຫ້ທຶນຕ່າງໆ, ໄດ້ສະໜັບສະໜຸນລັດຖະບານລາວ ໂດຍການສົ່ງນັກວິຊາການ ໃນການສ້າງ ແລະ ປະຕິບັດແຜນການພັດທະນາ 5 ປີ. ໃນບົດປາໃສຂອງທ່ານນາງ …
ອ່ານເພີ່ມເຕີມ»
By U.S. Mission Laos | 5 ເດືອນມັງກອນ, 2017 | ປະເພດ: ບົດຂ່າວ
ໃນໄລຍະການຢ້ຽມຢາມ ຄັ້ງປະຫວັດສາດຢູ່ ສປປ ລາວ, ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະກາດວ່າ ສະຫະລັດອາເມລິກາ ຈະໃຫ້ການຊ່ວຍເຫຼືອເພີ່ມຂື້ນເປັນສອງເທົ່າ ໃນວຽກງານ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ໃຫ້ແກ່ ສປປ ລາວ, ຈາກ $15 ລ້ານໂດລາ ໃນໄລຍະປີທີ່ຜ່ານມາ ເປັນ $30 ລ້ານໂດລາໃນປີຕໍ່ມາ. ການຊ່ວຍເຫຼືອ ເປັນຈຳນວນທັງໝົດ $90 ລ້ານໂດລາໃນໄລຍະສາມປີຕໍ່ຫນ້າ, ຈະສະຫນັບສະຫນູນໃນວຽກງານການສໍາຫຼວດລະດັບຊາດໃນການຊອກຫາລະເບີດທີ່ຍັງບໍ່ທັນແຕກ, ການເກັບກູ້, ການສຶກສາຄວາມສ່ຽງ ແລະ ການຊ່ວຍເຫຼືອສໍາລັບຜູ້ຖືກເຄາະຮ້າຍ. ທ່ານ ໂອບາມາ ກ່າວວ່າ: “ພວກເຮົາຫັວງຢ່າງຢິງວ່າການຕັດສິນໃຈໃນການໃຫ້ທຶນຈະເປັນບາດກ້າວອັນສຳຄັນໃນວຽກງານຕໍ່ຫນ້າຂອງການຫຼຸດຜ່ອນຜົນຮ້າຍຂອງລະເບີດ, ການເກັບກູ້ລະເບີດ, ໃຫ້ການຊ່ວຍເຫຼືອຜູ້ລອດຊີວິດ ແລະ ການຊ່ວຍເຫຼືອເພື່ອສ້າງອານາຄົດທີ່ດີກວ່າໃຫ້ກັບປະຊາຊົນລາວ. ໃນນາມປະທານາທິບໍດີສະຫະລັດອາເມລິກາ, ຂ້າພະເຈົ້າເຊື່ອວ່າ, ມັນແມ່ນພັນທະທາງດ້ານສິນທຳ ແລະ ມະນຸດສະທຳຂອງພວກເຮົາຢ່າງແທ້ຈິງທີ່ຈະຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດນີ້”. ສະຫະລັດອາເມລິກາ ມີຄວາມມຸ່ງໝັ້ນໃນການຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດຜ່ອນຄວາມສ່ຽງຂອງໄພອັນຕະລາຍ ຈາກລະເບີດທີ່ຍັງບໍ່ທັນແຕກ UXO. ໃນໄລຍະຫ້າປີທີ່ຜ່ານມາ, ສະຫະລັດອາເມຣິກາໄດ້ເຮັດວຽກຢ່າງໃກ້ຊິດກັບ …
ອ່ານເພີ່ມເຕີມ»
By U.S. Mission Laos | 9 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບົດຂ່າວ, ອົງການເກັບກູ້ລະເບີດ
ປະທານປະເທດແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງ ປະທານາທິບໍດີ ແຫ່ງສະຫະລັດ ອາເມລິກາ ບາຣັກ ໂອບາມາ ໃນວັນທີ 6 ເດືອນກັນຍາທີ່ສຳນັກງານປະທານປະເທດ. ເນື້ອງໃນໂອກາດການມາຢ້ຽມຢາມຄັັ້ງປະຫວັດສາດໃນຄັັ້ງນີ້, ທ່ານປະທານາທິບໍດີ ໂອບາມາ ແລະ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເປີດເພີຍການຮ່ວມມື ແບບຮອບດ້ານລະຫວ່າງ ສປປ ລາວ ກັບ ສະຫະລັດອາເມລິກາ, ແລະ ຍັງໄດ້ຄົ້ນຄ້ວາຫລາຍຂະແໜງການເພື່ອການຮ່ວມມືໃນອະນາຄົດຕໍ່ຫນ້າຂອງສອງປະເທດ. ໂດຍຜ່ານການຮ່ວມມືດັ່ງກ່າວ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເປີດການຮ່ວມມືໃນຍຸກສະໄໝໃໝ່ຂອງສອງຝ່າຍບົນພື້ນຖານຂອງການເຄົາລົບເຊິ່ງກັນແລະກັນ, ມີຜົນປະໂຫຍດຮ່ວມກັນ, ແລະ ມີຄວາມປາດຖະໜາທີ່ຈະປິ່ນປົວບາດແຜ່ໃນອາດິດເພື່ຶອທີ່ຈະສ້າງພື້ນຖານໃຫ້ແກ່ອະນາຄົດ. ການຮ່ວມມືຮອບດ້ານແບບໃໝ່ນີ້ຈະຊ່ວຍສ້າງກົນໄກຂອງການຮ່ວມມືໃນຂະແໜງການຕ່າງໆເຊິ່ງລວມມີ ດ້ານສາຍພົວພັນທາງດ້ານການເມືອງ ແລະ ການທູດ, ດ້ານການຄ້າ ແລະ ເສດຖະກິດ, ດ້ານການສຶກສາ ແລະ ການຝຶກອົບຮົມ, ດ້ານສະພາບແວດລ້ວມ ແລະ ສຸຂະພາບ, ບັນຫາບາດແຜທາງສົງຄາມໃນອາດິດ, …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບົດຂ່າວ
ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະ ລາວ ໃຫ້ສືບຕໍ່ຂະຫຍາຍຕົວ. ໃນວັນທີ 5 ກັນຍາ ບໍລິສັດ General Electric (GE) ໄດ້ປະກາດແຜນການເປີດຫ້ອງການ ຢູ່ ສປປ ລາວ ເພື່ອສ້າງສະຖານະໃນຕະຫຼາດທ້ອງຖິ່ນທີ່ພວມເຕີບໃຫຍ່ຂະຫຍາຍໂຕ. ນອກຈາກນັ້ນ, ບໍລິສັດ GE ໄດ້ຕົກລົງເຮັດວຽກກັບ ລັດວິສາຫະກິດໄຟຟ້າລາວ (ລຟລ) ເພື່ອສຶກສາວິທີການປັບປຸງເຄືອຂ່າຍສາຍສົ່ງ ແລະ ຈໍາໜ່າຍໄຟຟ້າ ແລະ ຮ່ວມມື້ກັບ ມະຫາວິທະຍາໄລທ້ອງຖິ່ນສອງແຫ່ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ. ທ່ານທູດ ແດນຽວ ເອ ຄລູນ ແລະ ທ່ານ ວີຣະພົນ ວີຣະວົງ, ລັດຖະມົນຕີຊ່ວຍ ກະຊວງ ພະລັງງານ ບໍ່ແຮ່ ໄດ້ເປັນພະຍານພິທີລົງນາມການເຊັນບົດບັນທຶກຊ່ວຍຈໍາ (MOU) ທີ່ຫ້ອງການສໍານັກງານໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ. ທ່ານ Wouter Van …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບົດຂ່າວ, ສະຖານທູດ
ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະ ລາວໃຫ້ສືບຕໍ່ຂະຫຍາຍຕົວ. ໃນວັນທີ 5 ກັນຍາ, ບໍລິສັດ ໄມໂຄຼຊອບ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ຕົກລົງຮ່ວມມືໃນໂຄງການສ້າງທັກສະດ້ານນະວັດຕະກໍາ. ການຮ່ວມມື ຈະຊ່ວຍນັກສຶກສາ ແລະ ຜູ້ປະກອບການຂອງລາວ ສາມາດເຂົ້າເຖິງ ບັນດາຫຼັກສູດການຝຶກອົບຮົມ ໂດຍນຳໃຊ້ເຕັກໂນໂລຊີຄລາວລ້າສຸດ ຂອງໄມໂຄຼຊອບ (cloud technology) ໃນຫົວຂໍ້ຕ່າງໆເຊັ່ນ: ເຕັກໂນໂລຊີ, ວິສະວະກໍາ, ບັນຊີ ແລະ ພາສາອັງກິດ. ການຝຶກອົບຮົມຂອງໄມໂຄຼຊອບ ແມ່ນສະໜອງໃຫ້ໂດຍບໍ່ເສຍຄ່າໃຊ້ຈ່່າຍ ໃຫ້ໄວໜຸ່ມລາວຜູ້ທີ່ຕ້ອງການສ້າງທັກສະ ແລະ ຄວາມຮູ້ທີ່ຈໍາເປັນເພື່ອສາມາດແຂ່ງຂັນໃນປະຊາຄົມອາຊຽນ ທີ່ມີການເຊື່ອມໂຍງເພີ່ມຂຶ້ນ. ທ່ານເອກອັກຄະລັດທະທູດ ແດນຽວ ເອ ຄລູນ ເປັນເຈົ້າພາບໃຫ້ແກ່ ທ່ານ Michele Simmons, ຜູ້ຈັດການທົ່ວໄປສໍາລັບຕະຫຼາດໃໝ່ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ການສຶກສາ, ຂ່າວ, ບົດຂ່າວ, ສະຖານທູດ
ລັດຖະບານສະຫະລັດອາເມຣິກາ, ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ແລະ ກະຊວງສາທາລະນະສຸກ ໄດ້ເຊັນສັນຍາ ໃນບົດບັນທຶກຊ່ວຍຈຳ ສອງສະບັບ ໃນວັນທີ 5 ກັນຍາ ວ່າດ້ວຍການກໍ່ສ້າງ ແລະ ນຳໃຊ້ສະຖາບັນໂພຊະນາການລາວ-ອາເມຣິກາ (LANI) ທີ່ ນະຄອນຫຼວງວຽງຈັນ. ສະຖາບັນໂພຊະນາການນີ້ ຈະຊ່ວຍ ໃນການປ້ອງກັນການຂາດສານອາຫານ, ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນທົ່ວປະເທດ. ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU), ຈະໃຫ້ການຝຶກອົບຮົມນັກໂພຊະນາການ ຢູ່ທີ່ສະຖາບັນ ແລະ ໃຫ້ການຊ່ວຍເຫຼືອ ບັນດາຊ່ຽວຊານໃນ ສປປ ລາວ ໃນການຕອບສະໜອງການຄວບຄຸມຫຼັກ ເບື້້ອງຫຼັງການຂາດສານອາຫານ ໃນທົ່ວປະເທດ, ເພື່ອ ປັບປຸງ ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນລຸ້ນຕໍ່ໆມາ. ພາຍຫຼັງກໍ່ສ້າງສຳເລັດແລ້ວ, ສະຖາບັນໂພຊະນາການລາວ-ອາເມຣິການີ້ ຈະມີຫ້ອງຮຽນ, ຫ້ອງບັນຍາຍ, ຫ້ອງກວດພະຍາດເຂດນອກ, ຫ້ອງປະເມີນຜົນການປີ່ນປົວຄົນເຈັບຂາດສານອາຫານ ແລະ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບັນຫາກ່ຽວກັບລູກ ແລະ ຄອບຄົວ, ບົດຂ່າວ, ສະຫະລັດອາເມລິກາ ແລະ ສປປລາວ
ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ. ສະຫະລັດອາເມລິກາໄດ້ຕົກລົງ ມອບທຶນຊ່ວຍເຫຼືອຈຳນວຫຼາຍ ເຂົ້າໃນການເຮັດບົດວິພາກໂຮງໄຟຟ້າພະລັງງານແສງອາທິດ ຂະໜາດ 20 ເມກາວັດ ຢູ່ ສປປ ລາວ ເຊິ່ງສາມາດສະໜອງໄຟຟ້າ ໃຫ້ເຖິງ 30,000 ຄົວເຮືອນ. ໃນວັນທີ 5 ເດືອນກັນຍາ ທ່ານເອກອັກຄະລັດທະທູດແດນຽວ ເອ ຄລູນ ໄດ້ລົງລາຍເຊັນໃນນາມສະຖານທູດສະຫະລັດອາເມລິກາ ຮ່ວມກັບທ່ານ Mark Dunn, ຜູ້ຈັດການພາກພື້ນອາຊີຂອງຫ້ອງການ USTDA ແລະ ນັກທຸລະກິດສະຫະລັດ ທ່ານ Robert Khoonsrivong. ຖ້າສໍາເລັດ, ໂຄງການນີ້ ຈະເປັນໂຄງການພະລັງງານທາງເລືອກທີ່ບໍ່ແມ່ນເຂື່ອນ ມີຂະໜາດໃຫຍ່ແຫ່ງທໍາອິດຂອງ ສປປ ລາວ ເຊິ່ງຈະສາມາດສະໜັບສະໜູນເປົ້າໝາຍການສ້າງຄວາມຫຼາກຫຼາຍໃນຂະແໜງພະລັງງານຂອງຕົນ. ທຶນຊ່ວຍເຫຼືອຂອງຫ້ອງການ USTDA ຈະຊ່ວຍບໍລິສັດ Pacific Star Capital ຈໍາກັດ ເຊິ່ງເປັນບໍລິສັດສ່ວນບຸກຄົນ ປະເມີນຄວາມເປັນໄປໄດ້ທາງດ້ານເຕັກນິກ ແລະ ດ້ານການຄ້າ …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ຂ່າວ, ບົດຂ່າວ, ສະຖານທູດ
ປະທານປະເທດແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ທ່ານ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມຢ່າງເປັນທາງການຂອງ ປະທານາທິບໍດີ ແຫ່ງສະຫະລັດ ອາເມລິກາ ບາຣັກ ໂອບາມາ ໃນວັນທີ 6 ເດືອນກັນຍາທີ່ສຳນັກງານປະທານປະເທດ. ເນື້ອງໃນໂອກາດການມາຢ້ຽມຢາມຄັັ້ງປະຫວັດສາດໃນຄັັ້ງນີ້, ທ່ານປະທານາທິບໍດີ ໂອບາມາ ແລະ ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເປີດເພີຍການຮ່ວມມື ແບບຮອບດ້ານລະຫວ່າງ ສປປ ລາວ ກັບ ສະຫະລັດອາເມລິກາ, ແລະ ຍັງໄດ້ຄົ້ນຄ້ວາຫລາຍຂະແໜງການເພື່ອການຮ່ວມມືໃນອະນາຄົດຕໍ່ຫນ້າຂອງສອງປະເທດ. ໂດຍຜ່ານການຮ່ວມມືດັ່ງກ່າວ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເປີດການຮ່ວມມືໃນຍຸກສະໄໝໃໝ່ຂອງສອງຝ່າຍບົນພື້ນຖານຂອງການເຄົາລົບເຊິ່ງກັນແລະກັນ, ມີຜົນປະໂຫຍດຮ່ວມກັນ, ແລະ ມີຄວາມປາດຖະໜາທີ່ຈະປິ່ນປົວບາດແຜ່ໃນອາດິດເພື່ຶອທີ່ຈະສ້າງພື້ນຖານໃຫ້ແກ່ອະນາຄົດ. ການຮ່ວມມືຮອບດ້ານແບບໃໝ່ນີ້ຈະຊ່ວຍສ້າງກົນໄກຂອງການຮ່ວມມືໃນຂະແໜງການຕ່າງໆເຊິ່ງລວມມີ ດ້ານສາຍພົວພັນທາງດ້ານການເມືອງ ແລະ ການທູດ, ດ້ານການຄ້າ ແລະ ເສດຖະກິດ, ດ້ານການສຶກສາ ແລະ ການຝຶກອົບຮົມ, ດ້ານສະພາບແວດລ້ວມ ແລະ ສຸຂະພາບ, ບັນຫາບາດແຜທາງສົງຄາມໃນອາດິດ, …
ອ່ານເພີ່ມເຕີມ»
By U.S. Mission Laos | 7 ເດືອນກັນຍາ, 2016 | ປະເພດ: ບົດຂ່າວ
ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ທ່ານ ບາຣັກ ໂອບາມາ ຈະໄດ້ເດີນທາງໄປ ສປປ ລາວ ແລະ ສປ ຈີນ ໃນວັນທີ 2-9 ກັນຍາ 2016 ທີ່ຈະມາເຖິງນີ້. ທ່ານ ໂອບາມາ ເປັນປະທານາທິບໍດີຄົນທຳອິດທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມຂອບການຮ່ວມມື ສະຫະລັດອາເມລິກາ ກັບບັນດາປະເທດອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກສຽງໃຕ້ (ອາຊຽນ). ນອກນັ້ນ, ທ່ານຍັງຈະໄດ້ພົບປະສອງຝ່າຍກັນ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພົບປະກັບບັນດາການນຳຂັ້ນສູງທີ່ສຳຄັນຫຼາຍທ່ານເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທາງດ້ານເສດຖະກິດ, ການພັດທະນາ ແລະ ສາຍພົວພັນລະຫວ່າງບຸກຄົນຕໍ່ບຸກຄົນ ແລະ ຂະແໜງການອື່ນໆອິກ. ປະທານາທິບໍດີ ໂອບາມາ ຍັງຈະໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດໄວໜຸ່ມອາຊຽນ (Young Southeast Asian …
ອ່ານເພີ່ມເຕີມ»
By inthaphoneh | 20 ເດືອນສິງຫາ, 2016 | ປະເພດ: ຂ່າວ, ບົດຂ່າວ
ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ແດນຽວ ຣັສໂຊ (Daniel R. Russel) ໄດ້ມາຢ້ຽມຢາມ ສປປ ລາວ ໃນວັນທີ 11–12 ສິງຫາ ເພື່ອກະກຽມ ຄວາມພ້ອມຂອງການມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດຂອງປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ທ່ານ ບາຣັກ ໂອປາມາ ໃນເດືອນຫນ້ານີ້. ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ, ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງການ ຕ່າງປະເທດແດນຽວ ຣັສໂຊ ໄດ້ພົບກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການ ເມືອງ ສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເພື່ອປຶກສາຫາລື ກ່ຽວກັບການເຕີບໃຫຍ່ ຂະຫຍາຍຕົວ ຂອງການຮ່ວມມືສອງຝ່າຍ ແລະ ການກະກຽມຄວາມພ້ອມເທື່ອສຸດທ້າຍ …
ອ່ານເພີ່ມເຕີມ»
By inthaphoneh | 12 ເດືອນສິງຫາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໃນວັນທີ່ 16 ຕຸລາ, ທ່ານ ເບັນຈາມິນ ຣອດ (Benjamin Rhodes) ຮອງທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ສະຫະລັດ ອາເມລິກາ ໄດ້ ປະກາດ ການໃຫ້ທຶນມູນຄ່າ ($2.2 million) ເຂົ້າໃນການສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ເພື່ອທີ່ຈະ ໃຫ້ບັນດາຊ່ຽວຊານທີ່ຍຸດພາລະກິດເກັບກູ້ລະເບີດໃນປີ 2014 ອັນເນື່ອງມາຈາກຄວາມຫຍຸ້ງຍາກຂອງທຶນ ໄດ້ກັບມາປະຕິບັດຫນ້າທີ່ອິກເທື່ອນຶ່ງ. ທີມເກັບກູ້ລະເບີດລາວ ຈະໄດ້ອອກປະຕິບັດຫນ້າທີ່ຢູ່ທີ່ແຂວງ ຫົວພັນ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ,ສາລະວັນ ແລະແຂວງຈຳປາສັກ. ທ່ານ ຣອດ ໄດ້ກ່າວວ່າ ສະຫະລັດ ອາເມລິກາ ໄດ້ມີຄວາມມຸ້ງໝັ້ນທີ່ຈະຊ່ວຍເຫຼືອ ສປປ ລາວ ໃນການເກັບກູ້ລະເບີດບໍ່ທັນແຕກ(UXO) ອອກຈາກພື້ນທີ່ທີ່ມີລະເບີດຕົກຄ້າງຢູ່ ເພື່ອທີ່ຈະໄດ້ຫຼຸດຜ່ອນອັດຕາການເສຍຊີວິດ, ເພື່ອເພີ່ມ ເຂດພື້ນທີ່ການປູກຝັງ ແລະ ຫຼຸດຜ່ອນ ຄວາມ ທຸກຍາກ. ແລະໃນວັນທີ 17 ຂອງເດືອນຕຸລານີ້, ທ່ານ …
ອ່ານເພີ່ມເຕີມ»
By inthaphoneh | 4 ເດືອນສິງຫາ, 2016 | ປະເພດ: Exclude, ບົດຂ່າວ, ອົງການເກັບກູ້ລະເບີດ
ສະຫະລັດອາເມລິກາເພີ່ມຄວາມໜັກແໜ້ນໃຫ້ແກ່ພັນທະຄວາມຕັ້ງໃຈຕໍ່ກັບຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ໂດຍການເພີ່ມທຶນຊ່ວຍເຫຼືອຂຶ້ນເປັນ 15 ລ້ານໂດລາສະຫະລັດ ໃນປີນີ້. ທ່ານ Daniel Russel ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ປະກາດ ການເພີ່ມທຶນຊ່ວຍເຫຼືອນີ້ ໃນໄລຍະ ກອງປະຊຸມພົບປະ-ປຶກສາຫາລືຮອບດ້ານສອງຝ່າຍ, ຊື່ງຈັດຂື້ນ ທີ່ ນະຄອນ ວໍຊິງຕັນ ດີຊີ ໃນວັນທີ 19 ມິຖຸນານີ້. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານນາງ ສູນທອນ ໄຊຍະຈັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ຊື່ງໄດ້ ສະແດງຄວາມຂອບອົກຂອບໃຈ ທີ່ທາງ ຝ່າຍສະຫະລັດອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງໜັກແໜ້ນ ຕໍ່ກັບ ວຽກງານ ເກັບກູ້ລະເບີດບໍ່ທັນແຕກ, ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ (ຄຊກລ). ໃນເດືອນແລ້ວນີ້, ທ່ານ ເອກອັກຄະລັດຖະທູດ Daniel A. Clune ໄດ້ປະກາດວ່າ ສະຫະລັດອາເມລິກາ ມີພັນທະຄວາມຕັ້ງໃຈອັນໝັ້ນຄົງ ຈັດຕັ້ງປະຕິບັດທຶນຊ່ວຍເຫຼືອ …
ອ່ານເພີ່ມເຕີມ»
By inthaphoneh | 4 ເດືອນສິງຫາ, 2016 | ປະເພດ: Exclude, ບົດຂ່າວ, ອົງການເກັບກູ້ລະເບີດ
ສະຫະລັດອາເມລິກາເພີ່ມຄວາມໜັກແໜ້ນໃຫ້ແກ່ພັນທະຄວາມຕັ້ງໃຈຕໍ່ກັບຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ໂດຍການເພີ່ມທຶນຊ່ວຍເຫຼືອຂຶ້ນເປັນ 13 ລ້ານໂດລາສະຫະລັດ ໃນປີນີ້. ທ່ານ Daniel A. Clune ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ທ່ານ ພູຂຽວ ຈັນທະສົມບູນ, ຫົວໜ້າຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ເຮັດການປະກາດການເພີ່ມທຶນຊ່ວຍເຫຼືອ ໃນວັນທີ 8 ພຶດສະພາ ທີ່ຫ້ອງການ ຄຊກລ. ທ່ານ ທູດ Clune ແລະ ທ່ານ ພູຂຽວ ໄດ້ເຂົ້າຮ່ວມພິທີເຊັນສັນຍາ MOU ສະບັບໃໝ່ ລະຫວ່າງ ຫ້ອງການ ຄຊກລ ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ (MAG), ທີ່ຈະຈັດຕັ້ງປະຕິບັດທຶນຊ່ວຍເຫຼືອຂອງສະຫະລັດອາເມລິກາຈຳນວນຫຼາຍກວ່າ 2 ລ້ານໂດລາສະຫະລັດ ໃນການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງອອກຈາກແຂວງຊຽງຂວາງ. ຍ້ອນມີການຊ່ວຍເຫຼືອມາຈາກຫຼາຍໆປະເທດ ແລະ ຄວາມເອົາໃຈໃສ່ເຮັດວຽກງານຂອງບັນດາອົງການຈັດຕັ້ງຕ່າງໆ, ຈຶ່ງເຮັດໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກອຸປະຕິເຫດລະເບີດບໍ່ທັນແຕກ ໄດ້ຫຼຸດລົງຈາກປະມານ 300 ຄົນ/ປີ ໃນຊຸມປີຜ່ານມາ ຫຼຸດລົງໜ້ອຍກວ່າ 50 …
ອ່ານເພີ່ມເຕີມ»
By inthaphoneh | 4 ເດືອນສິງຫາ, 2016 | ປະເພດ: Exclude, ບົດຂ່າວ, ອົງການເກັບກູ້ລະເບີດ
ທ່ານລັດຖະມົນຕີແຫ່ງສະຫະລັດອາເມລິກາ ຈອນ ແຄຣີ ໄດ້ເດີນທາງມາ ນະຄອນຫລວງວຽງຈັນໃນວັນທີ່ 25-26 ກໍລະກົດນີ້ ເພື່່ອເຂົ້າຮ່ວມກອງປະຊຸຸມເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ. ນີ້ຖືກເປັນຄັ້ງທີສອງຂອງປີນີ້ທີ່ ທ່ານລັດຖະມົນຕີ ແຄຣີ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອຢັ້ງຢືນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາ ໃນການຂະຫຍາຍການພົວພັນກັບ ສປປ ລາວ ແລະ ອາຊີ ໃຫ້ກວ້າງຂວາງຫຼາຍຂື້ນ. ໃນລະຫວ່າງກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ ໃນວັນທີ່ 25 ເດືອນກໍລະກົດນີ້, ທ່ານລັດຖະມົນຕີ ແຄຣີ ໄດ້ເນັ້ນເຖິງຄວາມສຳຄັນການເປັນສູນກາງຂອງອາຊຽນ. ພາຍຫລັງກອງປະຊຸມດັງກ່າວນີ້ແລ້ວ, ທ່ານ ລັດຖະມົນຕີ ແຄຣີ ຍັງໄດ້ຮ່ວມກັບບັນດາປະເທດຄູ່ເຈລະຈາໃນໂຂງເຂດລຸ່ມແມ່ນໍ້າໃນການລິເລີ່ມຄູ່ຮ່ວມພັດທະະນາແບບຍືນຍົງທາງດ້ານໂຄງສ້າງພື້ນຖານເຊິ່ງຈະໄດ້ມີການຈັດຝຶກອົບຮົມໃຫ້ບັນດາບຸກຄະລາກອນຈາກທົ່ວພາກພື້ນແມ່ຂອງຕອນລຸ່ມເພື່ອການພັດທະນານະໂຍບາຍດ້ານມວນຊົນ,ຄວາມອາດສາມາດທາງດ້ານວິສາການດ້ານໂຄງສ້າງພື້ນຖານ. ໃນມື້ຕໍ່ມາ,ທ່ານລັດຖະມົນຕີ ແຄຣີ ຍັງໄດ້ປຶກສາຫາລືຂອບການຮ່ວມມືດ້ານຄວາມປອດໄພຂອງພາກພື້ນ ແລະ ໄດ້ແລກປ່ຽນກ່ຽວກັບບັນຫາສິ່ງທ້າທາຍຕ່າງໆລະຫວ່າງປະເທດໃນກອງປະຊຸຸມເວທີພາກພື້ນອາຊຽນ. ໃນໄລຍະທີ່ຢູ່ນະຄອນຫລວງວຽງຈັນ, ທ່ານລັດຖະມົນຕີ ແຄຣີ ຍັງໄດ້ພົບປະກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດເພື່ອປຶກສາຫາລືການຂະຫຍາຍຕົວຢ່າງວ່ອງໄວຂອງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ແລະ ຍັງໄດ້ເວົ້າເຖິງ ທ່ານປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະມາຢ້ຽມຢາມ ສປປ ລາວ. ທ່ານ ໂອບາມາ ຈະເປັນປະທານາທິບໍດີຜູ້ທຳອິດແຫ່ງສະຫະລັດອາເມລິກາ ທີ່ຈະໄດ້ມາຢ້ຽມຢາມ ສປປ ລາວ ໃນເດືອນກັນຍານີ້.
ອ່ານເພີ່ມເຕີມ»
By inthaphoneh | 28 ເດືອນກໍລະກົດ, 2016 | ປະເພດ: ຂ່າວ, ບົດຂ່າວ
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທ່ານ ຈອນ ເຄຣີ ຈະເດີນທາງຢ້ຽມຢາມນະຄອນຫຼວງວຽງຈັນ, ປະເທດລາວ, ນັບຕັ້ງແຕ່ວັນທີ 25-26 ກໍລະກົດ ເພື່ອເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາ-ບັນດາປະເທດລຸ່ມແມ່ນໍ້າຂອງ. ໃນບັນດາກອງປະຊຸມທີ່ກ່າວມານີ້, ທ່ານ ເຄຣີ ຈະໄດ້ສົນທະນາກ່ຽວກັບ ຂອບການຮ່ວມມືດ້ານຄວາມປອດໄພ ແລະ ຄວາມທ້າທາຍລະຫວ່າງຊາດທີ່ມີຮ່ວມກັນ. ທ່ານ ເຄຣີ ຍັງໄດ້ມີແຜນ ເພື່ອເຂົ້າພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ ເພື່ອສົນທະນາ ກ່ຽວກັບສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ ແລະ ການເດີນທາງຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນກັນຍານີ້. ໃນການພົບປະກັນຄັ້ງກ່ອນໃນເດືອນ ມັງກອນ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຂະຫຍາຍການມີສ່ວນຮ່ວມຂອງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນດ້ານຂະແໜງການ ສາທາລະນະສຸກ, ໂພຊະນາການ, ການສຶກສາ, …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນກໍລະກົດ, 2016 | ປະເພດ: ຂ່າວ, ບົດຂ່າວ
ຜູ້ປະກອບການທີ່ມີແນວຄວາມຄິດປະດິດສ້າງກ່ຽວກັບນະວັດຕະກຳໃໝ່, ທ່ານນາງ ອຸໄລພອນ ສິລິມະສັກ ໄດ້ຖືກຮັບເລືອກໃຫ້ໄປຮ່ວມກອງປະຊຸມສຸດຍອດຜູ້ປະກອບການ ໃນທົ່ວໂລກ The Global Entrepreneurship Summit (GES) ທີ່ ເມືອງ ພາໂລ ອັດໂຕ ລັດຄາລິຟໍເນຍ ໃນວັນທີ 22-24 ຂອງເດືອນມິຖຸນານີ້. ໂດຍການສະໜັບສະໜູນຈາກສະຖານທູດ ສະຫະລັດ ອາເມລິກາ ທີ່ ນະຄອນຫຼວງວຽງຈັນ, ທ່ານນາງ ອຸໄລພອນ ຜູ້ບໍລິຫານສູນສອນພາສາອັງກິດ (AEC English Center) ຈະໄດ້ຮ່ວມກັບຜູ້ປະກອບການຈຳນວນ 700 ທ່ານທີ່ມາຈາກທົ່ວໂລກ ລວມທັງ ນັກລົງທຶນ, ນັກບັນຍາຍ ແລະ ຜູ້ນຳທ່ານອື່ນໆຈາກຂະແໜງການຕ່າງໆ. ນອກນັ້ນ, ຍັງມີເຈົ້າໜ້າທີລະດັບສູງຈາກ ສະຫະລັດອາເມລິກາ ລວມທັງທ່ານ ປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະໄດ້ຂື້ນກ່າວໃນກອງປະຊຸມຄັ້ງນີ້ດ້ວຍ. ກອງປະຊຸມໄດ້ໝຸນວຽນມາເປັນຄັ້ງທີ່ 7 ເຊິງກ່ອນໜ້ານີ້ແມ່ນເປັນເຈົ້າພາບໂດຍ ສະຫະລັດອາເມລິກາ ແລະ ລັດຖະບານ Turkey, the United …
ອ່ານເພີ່ມເຕີມ»
By inthaphoneh | 23 ເດືອນມີນາ, 2016 | ປະເພດ: ຂ່າວ, ບົດຂ່າວ
ການຮ່ວມມືກັນຂອງທີມງານຈາກຝ່າຍສະຫະລັດອາເມລິກາ ແລະ ສປປ ລາວ ໃນຫວ່າງບໍ່ດົນມານີ້ໄດ້ສຳເລັດການຄົ້ນຫາທະຫານອາເມລິກາທີ່ສູນຫາຍໃນຊ່ວງສົງຄາມອິນດູຈີນ. ສະມາຊິກຈຳນວນ 53ທ່ານຈາກ ສະຫະລັດອາເມລິກາ ແລະ 15ທ່ານ ຈາກ ສປປ ລາວ ໄດ້ທຳການຂຸດຄົ້ນສີ່ຈຸດທີ່ເຮືອບິນເກີດອຸບັດຕິເຫດຢູ່ທີ່ແຂວງ ຫົວພັນ, ຊຽງຂວາງ ແລະ ແຂວງຄຳມ່ວນ. ໃນວັນທີ 16 ນີ້, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດພິທີມອບຮັບສິ່ງເສດເຫຼືອຂອງທະຫານຂື້ນທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ເພື່ອລະນຶກເຖິງການຄົ້ນພົບສິ່ງເສດເຫຼືອກ່ອນທີ່ຈະຖືກສົ່ງໄປສະຫະລັດອາເມລິກາເພື່ອທຳການວິໃຈທາງດ້ານກົດໝາຍ. ພາຍຫຼັງສຳເລັດການພິສູດຄັ້ງສຸດທ້າຍແລ້ວ, ສິ່ງເສດເຫຼືອດັ່ງກ່າວຈະໄດ້ຖືກນຳສົ່ງໄປຫາຄອບຄົວຂອງພວກເຂົາ. ນັບຕັ້ງແຕ່ປີ1985 ເປັນຕົ້ນມາ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ປະຕິບັດພາລະກິດຮ່ວມກັນປະມານ 141ຄັ້ງ ທີ່ ສປປ ລາວ. ນັບຕັ້ງແຕ່ເລີ່ມຕົ້ນການຮ່ວມມືຢູ່ທີ່ພາກສະໜາມ, ທັງສອງຝ່າຍໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມລິກາຈຳນວນທັງໝົດ 273 ກໍລະນີ ແລະ ທີມງານຍັງສືບຕໍ່ເຮັດວຽກຮ່ວມກັນໃນການຄົ້ນຫາສິ່ງເສດເຫຼືອທີ່ຍັງຫາຍສາບສູນອິກຈຳນວນ …
ອ່ານເພີ່ມເຕີມ»
By inthaphoneh | 17 ເດືອນມີນາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໂດຍການສະໜັບສະໜູນຈາກສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວ ກົມພາສີ ກະຊວງການເງິນ ແລະ ສະພາທະນາຍຄວາມອາເມລິກາ ຂະແໜງການລິເລີ່ມຫຼັກແຫ່ງກົດໝາຍໃດ້ຈັດການສຳມະນາເພື່ອ ສ້າງຄວາມເຂັ້ມແຂງບັນດາລະບົບພາສີໃຫ້ແກ່ພະນັກງານອາວຸດໂສທີ່ມາຈາກກົມພາສີ. ການສຳມະນາສອງວັນເຊິ່ງໃດ້ເລີ່ມຂື້ນໃນວັນທີ 26 ພຶດສະພາທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ, ໄດ້ຍົກໃຫ້ເຫັນບັນຫາອັນສຳຄັນຫຼາຍອັນໃນຂະແໜງການວຽກງານພາສີ. ໃນພິທີເປີດສຳມະນາ ທ່ານ ສົມພິດ ແສງມະນີວົງ, ຮອງຫົວ ໜ້າກົມພາສີ ໃດ້ກ່າວບາງຕອນວ່າ: ນີ້ຖືວ່າເປັນຂົງເຂດໃໝ່ທີ່ສຳຄັນທີ່ພວກເຮົາຈະໃດ້ເຮັດວຽກຮ່ວມກັນ. ຕາງໜ້າສະຖານທູດສະຫະລັດ ທ່ານ ໂນອາ ກິດສະແມນ ໃດ້ກ່າວວ່າ: ລັດຖະບານສະຫະລັດອາເມລິກາ ມີຄວາມພູມໃຈໃຫ້ການຊ່ວຍເຫຼືອຕາມການຮ້ອງຂໍຈາກກົມພາສີໃນການຈັດການຝຶກອົບຮົມຄັ້ງນີ້. ທ່ານໄດ້ກ່າວຕື່ມອິກວ່າ: ພວກຂ້າພະເຈົ້າດີໃຈທີ່ທາງສະຖານທູດຮ່ວມກັບສະພາທະນາຍຄວາມສະຫະລັດອາເມລິກາ ທີ່ໃຫ້ການສະໜັບສະໜູນໃນການສ້າງພາວະຄວາມຜູ້ນຳຂອງກົມພາສີໃຫ້ມີຄວາມເຂັ້ມແຂງກວ່າເກົ່າ, ໃຫ້ມີປະສິທິພາບຫຼາຍຂື້ນກວ່າເກົ່າ ແລະ ເຮັດໃຫ້ການບໍລິການນັບມື້ນັບທັນສະໃໝຫຼາຍຂື້ນ. ນອກນັ້ນ, ຍັງຊ່ວຍໃຫ້ເສດຖະກິດຂອງລາວສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ. ກົມພາສີ ແລະ ເຈົ້າໜ້າທີ່ພາສີ ໃນທົ່ວໂລກໃຫ້ການບໍລິການທີ່ສຳຄົນຕໍ່ຊາດໂດຍຮັບປະກັນຄວາມປອດໄພ ແລະ ການຄ້າຢ່າງມີປະສິດທິພາບ, ເກັບພາສີອາກອນລັດຖະບານ ແລະ ປັບປຸງຄວາມປອດໄພຂອງຊາດໂດຍການຕ້ານການຄ້າຂາຍຢາເສບຕິດຜິດກົດໝາຍ, ອາວຸດ, ສັດປ່າ, ແລະ ສິນຄ້າລັກລອບໜີພາສີອື່ນໆ. ໃນໄລຍະການສຳມະນາສອງວັນນີ້ ບັນດາພະນັກງານອາວຸດໂສຈະໃດ້ກວດຄືນ ສິບການປະຕິບັດໜ້າທີ່ທີ່ດີສຸດຂອງສາກົນ ໃນວຽກງານຕ້ານການກະທຳຜິດ, ການສູນເສຍລາຍຮັບພາສີອາກອນ ແລະ …
ອ່ານເພີ່ມເຕີມ»
By inthaphoneh | 1 ເດືອນມີນາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໃນອາທິດນີ້ ສະຖານທູດສະຫະລັດອາເມລິກາຊວ່ຍເຫຼືອການຝຶກອົບຮົມກະສິກຳອິນຊີເພື່ອຊ່ວຍວຽກງານບຳບັດຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດທີ່ກຳລັງຮັບການປິ່ນປົວຢູ່ສູນສົມສະຫງ່າທີ່ນະຄອນຫຼວງວຽງຈັນ. ການຝຶກອົບຮົມໃນຄັ້ງນີ້ຈະຊວ່ຍໃຫ້ຜູ້ບຳບັດມີທັກສະດ້ານກະສິກຳ-ການເຮັດສວນຄົວເພື່ອສ້າງໃຫ້ພວກເຂົາເຫຼົ່ານີ້ກາຍເປັນຄົນດີມີຄຸນນະພາບໃນຊຸຸຸມຊົນທ້ອງຖິ່ນຂອງເຂົ້າເຈົ້າ. ການຝຶກອົບຮົມເລີ້ມແຕ່ວັນທີ 25 ພຶດສະພາ ຈົນເຖີງວັນທີ 15 ມິຖຸນາ 2016. ການຝຶກອົບຮົມແມ່ນເປັນສວ່ນນຶ່ງຂອງໂຄງການສ້າງອ່າງເກັບນ້ຳ ແລະເຮືອນຮົ່ມສຳລັບເຮັດການກະເສດເຊິ່ງໄດ້ຮັບຄຳແນະນຳຊຸກຍູ້ຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ ສິນລາວົງ ຄຸດໄພທູນ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ດານຽນ ຄລູນ ໄດ້ກ່າວວ່າ: ພວກຂ້າພະເຈົ້າມີຄວາມຍິນດີທີ່ໄດ້ລິເລີ່ມບາດກ້າວອັນສຳຄັນໃນການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອຂອງຢາເສບຕິດເພື່ອໃຫ້ພວກເຂົາເຫຼົ່ານີ້ຈະໄດ້ຮຽນຮູ້ທັກສະໃຫມ່ໆເພື່ອນຳໄປປັບປຸງຊີວິດຂອງຕົນເອງ ແລະ ເພື່ອກັບໄປປະກອບສ່ວນເຮັດວຽກງານຕ່າງໆໃນການພັດທະນາສັງຄົມ. ຫວ່າງບໍ່ດົນຜ່ານມານີ້, ສະຖານທູດສະຫະລັດອາເມລິກາ ກໍ່ໄດ້ຊວ່ຍເຫຼືອທຶນກໍ່ສ້າງເຮືອນຮົ່ມ ແລະ ອ່າງເກັບນ້ຳໃຫ້ແກ່ທາງສູນສົມສະຫງ່າເພື່ອໃຊ້ເຂົ້າໃນວຽກງານການປູກຝັງ. ໃນພິທີເປີດການຝຶກອົບນີ້ ທ່ານ ອຸ່ນຊື່ນ ສຸລິຍະໄທ ຜູ້ອຳນວຍການສູນສົມສະຫງ່າໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ຈະຊວ່ຍຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານຝຶກວິຊາຊີບພາຍໃນສູນຂອງພວກເຮົາ ທັງເປັນການສ້າງເງື່ອນໄຂເພື່ອປັບປຸງສຸຂະພາບທາງດ້ານຮ່າງກາຍກໍ່ຄືມັນສະໝອງຂອງຜູ້ຕິດຢາເສບຕິດ. ທ່ານໄດ້ກ່າວອິກວ່າ: ນອກນັ້ນ, ຍັງເປັນການເສີມຂະຫຍາຍວຽກງານຝຶກວິຊາຊີບ ແລະ ກິດຈະກຳເພື່ອຟື້ນຟູສຸຂະພາບຕ່າງໆ ພາຍໃນສູນຂອງພວກເຮົາໃຫ້ມີຄວາມເຂັ້ມແຂງຢ່າງຕໍ່ເນື່ອງອີກດ້ວຍ. ປັດຈຸບັນທາງສູນສົມສະຫງ່າໄດ້ບຳບັດຜູ້ຕິດຢາເສບຕິດຫລາຍກວ່າ 1,350 ຄົນ. ນັບແຕ່ປີ 1998 ເປັນຕົ້ນມາ ທີ່ທາງສູນໄດ້ຂະຫຍາຍການຮັບໃຊ້ສັງຄົມ, ທາງລັດຖະບານສະຫະລັດໄດ້ໃຫ້ການຊ່ວຍເຫຼືອສູນສົມສະຫງ່າໃນຫຼຼາຍດ້ານໃນນັ້ນລວມມີອາຄານຫໍພັກ, ວຽກງານຝຶກອົບຮົມ, ການຝຶກວິຊາຊີບ ແລະ …
ອ່ານເພີ່ມເຕີມ»
By inthaphoneh | 1 ເດືອນມີນາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໃນວັນທີ 13 ພຶດສະພາ 2016ນີ້ ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ດານຽວ ຄລູນ ໄດ້ມອບອຸປະກອນຮັບໄຊ້ວຽກງານຕ້ານຢາເສບຕິດໃຫ້ກະຊວງປ້ອງກັນຄວາມສະຫງົບ ລວມເປັນມູນຄ່າທັງໝົດ 110,000 ໂດລາສະຫະລັດ. ໃນພິທີມອບຮັບດັ່ງກ່າວ, ທ່ານພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ, ຫົວໜ້າກົມໃຫຍ່ ຕ່ຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໃນນາມຕາງໜ້າລັດຖະບານລາວ. ເຄື່ອງອຸປະກອນທີ່ມອບໃຫ້ໃນຄັ້ງນີ້ລວມມີ: ເສື້ອກັນກະສຸນ, ເຄື່ອງກວດຫາສານເສບຕິດ ແລະອຸປະກອນອື່ນໆ ເຊີ່ງອຸປະກອນດັ່ງກ່າວນິີ້ແມ່ນຈະນຳໄປຮັບໃຊ້ວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ. ທ່ານເອກອັກຄະລັດຖະທູດ ດານຽວ ຄູລນ ໄດ້ກ່າວວ່າລັດຖະບານສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນວຽກງານຕ້ານແລະສະກັດກັ້ນຢາເສບຕິດ ຊຶ່ງມີມູນຄ່າຫລາຍກ່ວາ 45 ລ້ານໂດລາສະຫະລັດ ແລະ ທ່ານທູດ ຍັງໄດ້ກ່າວຕື່ມອີກວ່າ: ພວກເຮົາມີຄວາມຍີນດີເປັນຢ່າງຍີ່ງທີ່ໄດ້ຊ່ວຍປະເທດລາວໃນວຽກງານດັ່ງກ່າວ ເນື່ອງຈາກວ່າ ສອງປະເທດຂອງພວກເຮົາແມ່ນມີເປົ້າໝາຍອັນດຽວກັນ ເພື່ອເຮັດໃຫ້ສັງຄົມຂອງພວກເຮົາປາສະຈາກໄພອັນຕະລາຍ ຂອງຢາເສບຕິດ ແລະການນຳໃຊ້ສານເສບຕິດທີ່ຜິດກົດໝາຍ. ທ່ານກຸ ຈັນສີນາ ປະທານຄະນະກຳມະການແຫ່ງຊາດເພື່ອຄວບຄຸມ ແລະກວດກາຢາເສບຕິດ ໄດ້ກ່າວວ່າ: ອຸປະກອນດັງກວ່ານີ້ແມ່ນມີຄວາມສຳຄັນຫລາຍໃນການນຳໃຊ້ເພື່ອຊ່ວຍໃນວຽກງານຕ້ານຢາເສບຕິດ,ໂດຍສະເພາະວຽກງານທີ່ມີຄວາມຫຍຸ້ງຍາກ ແລະ ວຽກງານທີ່ມີຄວາມສ່ຽງສູງ. …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ
ທ່ານ ໄມໂຄ ຄລາຍ ຮອງທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບສຸກສາລາຫລັງໃໝ່ ຢ່າງເປັນທາງການ ໃຫ້ແກ່ ທ່ານຮອງເຈົ້າແຂວງໆຊຽງຂວາງ ທ່ານ ບົວສອນ ສີນວນທອງ ໃນພິທີ ມອບ-ຮັບ ທີ່ໄດ້ຈັດຂື້ນໃນວັນທີ 12 ພຶດສະພາ 2016 ທີ່ແຂວງ ຊຽງຂວາງ. ສຸກສາລາຫຼັງນີ້ຕັ້ງຢູ່ ເມືອງໜອງແຮດ. ໂຄງການຊ່ວຍເຫລືອຂອງສະຫະລັດອາເມລິກາດັ່ງກ່າວມີມູນຄ່າ $589,473 ໂດລາ ສະຫະລັດ, ເຊີ່ງທີ່ຕັ້ງ ຂອງສຸກສາລາໃໝ່ຫຼັງນີ້ແມ່ນຢູ່ໃນບໍລິເວນສຸກສາເກົ່າທີ່ເຄີຍໃຫ້ການບໍລິການໃນໄລຍະຜ່ານມາ ສຸກສາລາໃໝ່ຫຼັງນີ້ຈະຊ່ວຍປັບປຸງຄວາມສາມາດຂອງທັງຫ້ອງການສາທາລະນະສຸກເມືອງ ແລະ ແຂວງໃນ ການໃຫ້ບໍລິການ ປິ່ນປົວສຸຂະພາບຂອງປະຊາຊົນເມືອງໜອງແຮດ ແຂວງຫົວພັນ ຢູ່ໃນບົດປາໄສຂອງທ່ານຮອງທູດ, ທ່ານໄດ້ກ່າວວ່າ ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຮັດວຽກໂດຍ ການຮ່ວມມືກັບລັດຖະບານຂອງ ສປປ ລາວ ເພື່ອຈະຊ່ວຍປັບປຸງ ແລະ ສະໜອງສິ່ງອຳນວຍຄວາມສະ ດວກເຂົ້າໃນດ້ານສາທາລະນະສຸກທົ່ວປະເທດໃຫ້ດີຂື້ນ” ທ່ານຮອງທູດ ໄດ້ມອບສຸກສາລາ ດັ່ງກ່າວນີ້ ໃຫ້ແກ່ປະຊາຊົນແຂວງຊຽງຂວາງ ໂດຍຕາງໜ້າໃຫ້ແກ່ປະຊາຊົນ ອາເມຣິກາ ເພື່ອເປັນສັນຍາລັກຂອງຄວາມສຳພັນທີ່ກຳລັງເຕີບໃຫຍ່ຂະຫຍາຍຕົວ ລະຫວ່າງ ສອງປະເທດ. ລັດຖະບານສະຫະລັດໄດ້ສະໜອງໂຄງການຊ່ວຍເຫລືອດ້ານມະນຸດ …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ
ທ່ານ ໄມໂຄ ຄລາຍ ຮອງທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບອາຄານໂຮງຮຽນມັດທະຍົມ ຕອນຕົ້ນຫລັງໃໝ່ ຢ່າງເປັນທາງການຢູ່ແຂວງຫົວພັນ ໃຫ້ແກ່ ທ່ານຮອງ ເຈົ້າແຂວງໆຫົວພັນ ທ່ານນາງ ແພງ ກັນຍາພິມ ເຊິ່ງ ພິທີ ມອບ-ຮັບ ແມ່ນໄດ້ຈັດຂື້ນໃນວັນທີ 11 ພຶດສະພາ 2016. ໂຄງການຊ່ວຍເຫລືອຂອງສະຫະລັດອາເມລິກາດັ່ງກ່າວມີມູນຄ່າ $630,537 ໂດລາ ສະຫະລັດ ລວມມີ ອາຄານຮຽນຫລັງໃໝ່ ມີ 5 ຫ້ອງຮຽນ, 1 ຫ້ອງການຄູ ແລະ ຫໍພັກນັກຮຽນ ທີ່ ໂຮງຮຽນມັດທະຍົມ ສຶກສາຕອນຕົ້ນເມືອງນາ ທີ່ເມືອງຊຳໄຕ້. ນອກຈາກນີ້, ໂຄງການດັ່ງກ່າວລວມມີ ໂຕະຕັ່ງ, ກະດານ ຄົບຊຸດ, ຫ້ອງນ້ຳໃໝ່, ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳປະປາ ໃຫ້ແກ່ອາຄານຮຽນດັ່ງກ່າວເພື່ອຮອງຮັບຈຳນວນນັກຮຽນທີ່ເພີ່ມຂື້ນ. ຢູ່ໃນບົດປາໄສຂອງທ່ານຮອງທູດ, ທ່ານໄດ້ກ່າວວ່າ, “ການສຶກສາແມ່ນສິ່ງທີ່ຄວາມສຳຄັນໃນການພັດ ທະນາເສດຖະກິດ ແລະ ສັງຄົມຂອງທຸກໆປະເທດ. …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ
ໃນມື້ນີ້, ທາງກະຊວງກະສິກຳແລະປ່າໄມ້ໄດ້ປະກາດໂຄງການຊ່ວຍເຫລືອໃໝ່ທີ່ໄດ້ຮັບທຶນສະໜັບສະໜູນຈາກ ສະຫະລັດອາເມລິກາເພື່ອຊ່ວຍເຫລືອກ່ຽວກັບການລະບຸພະຍາດທີ່ມີແນວໂນ້ມວ່າຈະຕິດຕໍ່ຈາກສັດມາສູ່ຄົນ. ພາຍໃຕ້ບັນທຶກເພື່ອຄວາມເຂົ້າໃຈທີ່ເຊັນໂດຍເຈົ້າໜ້າທີ່ຝ່າຍລາວ ແລະ ຜູ້ຕາງໜ້າຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ໂດຍທີມງານຈະເລີ່ມເກັບຕົວຢ່າງຈາກສັດປ່າ, ສັດລ້ຽງ ແລະ ຄົນໃນແຂວງຈຳປາສັກພາຍໃນປີນີ້. ເຊິ່ງການຮ່ວມມືຄັ້ງນີ້ແມ່ນບົດບາດສຳຄັນ ແລະ ບາດກ້າວໃໝ່ໃນການລະບຸເຊື້ອພະຍາດວ່າມີການຕິດຕໍ່ກັນດ້ວຍວິທີໃດໂດຍຜ່ານການເກັບກຳຕົວຢ່າງຈາກຄົນ, ສັດລ້ຽງ ແລະ ສັດປ່າທີ່ມີການສຳຜັດກັນຢ່າງໃກ້ຊິດ. ທ່ານ ນາງ ເບັດ ເພຈ, ຜູ້ອຳນວຍການໃຫຍ່ຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາປະຈຳພາກພື້ນອາຊີ ກ່າວວ່າ: ໂຄງການເຫລົ່ານີ້ໃນ ສປປ ລາວ ແລະ ທົ່ວໂລກໄດ້ຊ່ວຍໃຫ້ພວກເຮົາມີຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບການເກີດຂຶ້ນຂອງເຊື້ອພະຍາດ. ດັ່ງນັ້ນ, ພວກເຮົາຈິ່ງໄດ້ມີການປັບປຸງຍຸດທະສາດປ້ອງກັນການລະບາດແລະຫລຸດຜ່ອນຄວາມສ່ຽງທີ່ຈະນຳໄປສູ່ການລະບາດໃຫຍ່”. ທ່ານຍັງໄດ້ກ່າວຕື່ມອິກວ່າ: ການຄຸ້ມຄອງຄົນແລະສັດລ້ຽງໃຫ້ປອດໄພຈາກໂລກລະບາດຍັງເປັນການປັບປຸງການດຳລົງຊີວິດໃນເຂດຊົນນະບົດ ແລະ ຍັງເປັນການຮັບປະກັນທາງດ້ານສະບຽງອາຫານ ແລະ ຊ່ວຍສະໜັບສະໜູນເສດຖະກິດໃຫ້ເຂັ້ມແຂງອີກດ້ວຍ. ຢູ່ໃນ ສປປ ລາວ, ໂຄງການຂອງ USAID, ເຊິ່ງຈັດຕັ້ງປະຕິບັດໂດຍ Metabiota Inc, ຮ່ວມມືກັບກົມລ້ຽງສັດແລະການປະມົງ, ຫໍວິໄຈພະຍາດສັດ, ສູນວິເຄາະແລະລະບາດວິທະຍາແຫ່ງຊາດ, ແລະ ອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ, ເພື່ອຈັດຕັ້ງປະຕິບັດລະບົບເຝົ້າລະວັງພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍຜ່ານການເຮັດວຽກຮ່ວມກັບລັດຖະບານ 31 ປະເທດຢູ່ ທະວີບ ອາຟຣິກາ, …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ
ພະນັກງານຈາກກະຊວງກະສິກໍາຂອງສະຫະລັດອາເມລິກາ (USDA) ແລະ ກະຊວງ ສຶກສາທິການ ແລະ ກິລາ ແຫ່ງສປປ ລາວ ໄດ້ສຳເລັດການການຢ້ງມຢາມບັນດາໂຮງຮຽນທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະໂພສານາການແກ່ເດັກ (McGovern–Dole International Food for Education and Child Nutrition Program) ໂດຍຜ່ານການຈັດຕັ້ງປະຕິບັດຂອງອົງການອາຫານໂລກ (WFP). ບັນດາຜູ້ຕາງຫນ້າອົງການໄດ້ລົງຢ້ຽມຢາມໂຮງຮຽນ5ແຫ່ງຢູ່ແຂວງອຸດົມໄຊພາກເໜືອຂອງສປປ ລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກ. ແຂວງອຸດົມໄຊຖືວ່າເປັນແຂວງທີ່ມີອັດຕາການຂາດ ສານອາຫານຊໍາເຮື້ອຫຼາຍທີ່ສຸດຢູ່ໃນສປປ ລາວ ເຊິ່ງງກວມເອົາ50ສ່ວນຮ້ອຍຂອງເດັກນ້ອຍທີ່ມີອາຍຸຕໍ່າ ກວ່າ5ປີທີ່ໄດ້ຮັບຜົນກະທົບຈາກການຂາດສານອາຫານ. ຜູ້ອຳນວຍການອົງການອາຫານໂລກແຫ່ງສປປ ລາວ ທ່ານ ສາຣາ ກໍດອນ ກິບສັນໄດ້ກ່າວວ່າ: ການສືບຕໍ່ໃຫ້ການຊ່ວຍເຫຼືອການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາດ້ານໂຄງການສະບຽງອາຫານສຳລັບໂຮງຮຽນໃນສປປ ລາວ ໂດຍພ່ານໂຄງການ (McGovern-Dole Food for Education Program) ແມ່ນໄດ້ສະທ້ອນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາທີ່ໄດ້ເອົາໃຈໃສ່ ຕໍ່ອານາຄົດຂອງເດັກນ້ອຍ. ຜູ້ຊ່ວຍຮອງຜູ້ບໍລິຫານກະຊວງກະສິກໍາຂອງສະຫະລັດອາເມລິກາດ້ານການບໍລິການກະຊິກຳຕ່າງປະເທດ ທ່ານ ໄມເຄີນ ຄາຮູນ ໄດ້ກ່າວວ່າ: ການສະໜອງອາຫານທີ່ມີໂພສະນາການໃຫ້ແກ່ເດັກນ້ອຍໃນ ສປປ …
ອ່ານເພີ່ມເຕີມ»
By inthaphoneh | 27 ເດືອນພຶດສະພາ, 2016 | ປະເພດ: ບົດຂ່າວ
ເນື້ອງໃນວັນຄຸ້ມຄອງໂລກ, ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ແລະ ພັນລະຍາຂອງທ່ານໄດ້ຮ່ວມກັບນັກສຶກສາຈາກໂຄງການ (Access Scholarship) ເພື່ອປູກຕົ້ນໄມ້ປະຈຳຊາດຕົ້ນດອກຈຳປາທີ່ສູນອາເມລິກາທາດດຳ. ການປູກຕົ້ນໄມ້ໃນຄັ້ງນີ້ແມ່ນເປັນສ່ວນໝຶ່ງໃນຄວາມພະຍາຍາມຂອງສາກົນເພື່ອປູກໃຫ້ໄດ້ 7.8 ພັນລ້ານຕົ້ນ, ຄົນໝຶ່ງປູກຕົ້ນໄມ້ໝຶ່ງຕົ້ນຂອງການຄົບຮອບ50ປີຂອງວັນຄຸ້ມຄອງໂລກຈົນເຖິງປີ 2020. ວັນຄຸ້ມຄອງໂລກ (Earth Day) ແມ່ນໄດ້ມີການສະເຫຼີມສະຫຼອງໃນວັນທີ22ເດືອນເມສາຂອງທຸກໆປີເພື່ອສົ່ງເສີມການປົກປັກຮັກສາສິ່ງແວດລ້ວມ. ວັນຄຸ້ມຄອງໂລກແມ່ນເລີ່ມຂື້ນທຳອິດໃນປີ1970 ແລະ ຈົນເຖີງປະຈຸບັນລວມມີຫຼາຍກ່ວາ 193 ປະທດ ທົ່ວໂລກ. ຫົວຂໍ້ຂອງວັນຄຸ້ມຄອງໂລກປີນີ້ແມ່ນປູກຕົ້ນໄມ້ສຳລັບໂລກ “Trees for the Earth.” ໃນພິທີປູກຕົ້ນໄມ້ຄັ້ງນິ້, ທ່ານເອກອັກຄະລັດຖະທູດ ຄລູນ ໄດ້ຊົມເຊີຍນັກສຶກສາທີ່ມີຄວາມສົນໃຈຕໍ່ການຮຽນພາສາອັງກິດເຊິ່ງເປັນພາສາທາງການໃນບັນດາປະເທດອາຊຽນ ແລະ ເປັນພາສາສຳລັບທຸລະກິດສາກົນ. ທ່ານໄດ້ກ່າວຕື່ມອິກວ່າ, ໃນຄະນະທີ່ມີການປູກຕົ້ນໄມ້ທີ່ນະຄອນຫຼວຫງວຽງຈັນ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ມີການລົງນາມຂໍ້ຕົກລົງວ່າດ້ວຍການປ່ຽນແປງດ້ານສະພາບອາກາດທີ່ນີວຢອກ. ນີ້ຖືວ່າເປັນບາດກ້າວ ແລະ ເຄື່ອງໝາຍອັນສຳຄັນໃນການຮັກສາໂລກ. ໂຄງການ (Access Scholarship) ແມ່ນການໃຫ້ທຶນການສຶກສາຈາກປະເທດສະຫະລັດອາເມລິກາແກ່ນັກສຶກສາທີ່ມີອາຍຸ 14-17 ປີ. ໂຄງການນີ້ໄດ້ໃຫ້ທຶນການຮຽນພາສາອັງກິດໂດຍບໍ່ຕ້ອງເສຍຄ່າຮຽນ ແລະ ທັງໄດ້ຮຽນການຝຶກອົບຮົມທັດສະຊີວິດສຳລັບນັກໄວໜຸ່ມໃນນະຄອນຫຼວງວຽງຈັນທີ່ຂາດໂອກາດ. …
ອ່ານເພີ່ມເຕີມ»
By inthaphoneh | 26 ເດືອນພຶດສະພາ, 2016 | ປະເພດ: ບົດຂ່າວ
ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດການພົບປະສອງຝ່າຍຄັ້ງທີ 7 ຂຶ້ນໃນວັນທີ 6 ພຶດສະພາ ທີ່ວຽງຈັນ. ຄະນະຜູ້ແທນສະຫະລັດອາເມລິການຳໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Daniel Russel ພ້ອມດ້ວຍບັນດາເຈົ້າໜ້າທີ່ຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ. ໃນຊ່ວງໄລຍະການປຶກສາຫາລື, ທ່ານລັດຖະມົນຕີຊ່ວຍ Russel ແລະ ຮອງລັດຖະມົນຕີການຕ່າງປະເທດຂອງ ສປປ ລາວ ທ່ານ ແສງເພັດ ຮຸ່ງບຸນຍວງ ເຫັນດີວ່າ ສາຍພົວພັນລະຫວ່າງອາເມລິກາ ແລະ ສປປ ລາວ ມີຄວາມເຂັ້ມແຂງຫຼາຍກວ່າທີ່ມີມາ. ເຈົ້າໜ້າທີ່ທັງສອງຝ່າຍໄດ້ຫາລືກ່ຽວກັບ ຄວາມໝາຍສຳຄັນການມາຢ້ຽມຢາມທີ່ຈະມາເຖິງຂອງປະທານາທິບໍດີ Barrack Obama ໃນເດືອນກັນຍາ ຊຶ່ງຈະເປັນການມາຢ້ຽມຢາມ ສປປ ລາວຄັ້ງທຳອິດຂອງປະທານາທິບໍດີສະຫະລັດອາເມລິກາ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ແລະ ກາລະໂອກາດທີ່ ສປປ ລາວຈະໄດ້ຮັບໃນການຕ້ອນຮັບບັນດາຜູ້ນຳລະດັບໂລກມາເຂົ້າຮ່ວມກອງປະຊຸມອາຊຽນ ແລະ ອາຊີຕາເວັນອອກໃນປີນີ້. ລັດຖະມົນຕີຊ່ວຍ Russel ໄດ້ຢືນຢັນຄືນຄວາມຕັ້ງໃຈຂອງສະຫະລັດອາເມລິກາໃຫ້ການຊ່ວຍເຫຼືອ ສປປ …
ອ່ານເພີ່ມເຕີມ»
By inthaphoneh | 13 ເດືອນພຶດສະພາ, 2016 | ປະເພດ: ຂ່າວ, ບົດຂ່າວ