ວັນອະນຸລັກໂລກ – ບົດຄຳເຫັນ ໂດຍ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສ. ອາເມລິກາ ປະຈຳລາວ
ວັນທີ22ເດືອນເມສາແມ່ນວັນອະນຸລັກໂລກເຊິ່ງແມ່ນວັນທີ່ເຕືອນພວກເຮົາໃຫ້ລະນຶກເຖິງການປົກປ້ອງອາກາດທີ່ພວກເຮົາ ຫາຍໃຈ, ນໍ້າທີ່ພວກເຮົາດື່ມ, ສະຖານທີ່ທຳມະຊາດທີ່ພວກເຮົາໄປ ແລະ ສັດປ່າທີ່ພວກເຮົາໄດ້ເຫັນ. ວັນນີ໊ ໄດ້ສະເຫຼີມສະຫຼອງຢູ່ປະເທດ ສ. ອາເມລິກາ ແຕ່ປີ 1970, ເຊິ່ງຊ່ວຍຫັນປ່ຽນວິທີການຕ່າງໆ ທີ ສ. ອາເມລິກາ ແລະ ຫຼາຍປະເທດ ພົວພັນກັບໂລກທີ່ຢູ່ອ້ອມຕົວພວກເຮົາ ແລະ ຊ່ວຍປ່ຽນແປງມຸມມອງ ແລະ ວິທີການເບິ່ງ ຂອງພວກເຮົາ ກ່ຽວກັບຜົນກະທົບບທີ່ເກີດຂຶ້ນກັບໂລກທຳມະຊາດ. ເນື່ອງໃນໂອກາດວັນອະນຸລັກໂລກປີນີ້,ປະເທດສ.ອາເມລິກາຍັງຈະສືບຕໍ່ສ້າງຄວາມຄືບໜ້າທີ່ໄດ້ເຮັດໃນເຄິ່ງສັດຕະວັດຜ່ານ ມາ ໂດຍຍຶດໝັ້ນພັນທະສັນຍາຂອງພວກເຮົາ ທີ່ຈະດຳເນີນການຕ່າງໆ ເພື່ອຮັບປະກັນໃຫ້ມີໂລກທີ່ສະອາດ ແລະ ສຸຂະພາບດີ ສຳລັບລູກແລະຫຼານຂອງພວກເຮົາ.ການປ່ຽນແປງຂອງພູມອາກາດແລະການສູນເສຍຖິ່ນທີ່ຢູ່ອາໄສເປັນໄພຂົ່ມຂູ່ຕໍ່ການສູນພັນ ຈໍານວນປະມານໜຶ່ງໃນສາມ ເຖິງ ເຄິ່ງໜຶ່ງຂອງຊະນິດພັນທັງໝົດໃນໂລກ ພາຍໃນທ້າຍສັດຕະວັດນີ້. ຢູ່ສປປລາວ, ຂ້າພະເຈົ້າໄດ້ຮັບແຮງບັນດານໃຈຈາກຄວາມມຸ່ງຫວັງຂອງພວກທ່ານທີ່ຕ້ອງການປົກປັກຮັກສາ ແລະເບີ່ງແຍງດູແລໂລກ ເຊິ່ງມີຄວາມບອບບາງ ເພື່ອຮັກສາສັດທີ່ມີຄຸນຄ່າຂອງໂລກໄວ້ບໍ່ໃຫ້ສຸນພັນ. ສຳລັບວັນສັດປ່າໂລກ ໃນເດືອນທີ່ຜ່ານມາ, ຂ້າພະເຈົ໊າເອງກໍ່ໄດ້ໄປຢ້ຽມຢາມ ສູນອະນຸລັກ ສັດປ່າລາວ ຢູ່ແຂວງວຽງຈັນ, ສູນອະນຸລັກໝີ ຢູ່ ແຂວງຫຼວງພະບາງ ແລະ ສູນອະນຸລັກຊ້າງ ຢູ່ແຂວງໄຊຍະບູລີ. ຫວ່າງບໍດົນມານີ້ …
ອ່ານເພີ່ມເຕີມ»