ລັດຖະບານສະຫະລັດອາເມລິກາ ມອບ ພາຫະນະ 15 ຄັນໃຫ້ ໂຄງການເກັບກູ້ລະເບີດ ແຫ່ງຊາດ (UXO Lao) ເພື່ອໃຊ້ໃນວຽກງານເກັບກູ້ລະເບີດ
ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 12 ມັງກອນ 2018, ທ່ານນາງ ຣີນາ ບີດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ມອບລົດໂຕໂຍຕ້າ ແລນກຸຍເຊີ ຈຳນວນ 15 ຄັນໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ເຊິ່ງຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ. ການຊ່ວຍເຫຼືອໃນຄັ້ງນີ້ ມີມູນຄ່າປະມານ 490,000 ໂດລາສະຫະລັດ ປະກອບດ້ວຍ ອຸປະກອນເຄື່ອງມື 15 ຊຸດ ສຳລັບ 15 ທີມເກັບກູ້ລະເບີດ UXO Lao ທີ່ກຳລັງປະຕິບັດໜ້າທີ່ຢູ່ ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະ ແຂວງອັດຕະປື. 15 ທີມເກັບກູ້ລະເບີດກຸ່ມໃໝມ່ຂອງ UXO Lao ໄດ້ຮັບການຊັບຊ້ອນ, ຝຶກອົບຮົມ ແລະ ອອກປະຕິບັດວຽກໃນປີ 2017 ໂດຍການສະໜັບສະໜູນດ້ານງົບປະມານຂອງ ສະຫະລັດອະເມລິກາ. ທ່ານ ເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: …
ອ່ານເພີ່ມເຕີມ»