Flag

An official website of the United States government

ທ່ານ ນາງ ມິແຊວ ເອົ້າລໍ, ອຸປະທູດຮັກສາການຊົ່ວຄາວ/ຮອງເອກອັກຄະລັດຖະທູດ ສະຖານທູດ ສະຫະລັດອາເມລິກາ ປະຈຳ ນະຄອນຫລວງວຽງຈ
1 ບົດອ່ານໜຶ່ງນາທີ

ທ່ານ ນາງ ມິແຊວ ເອົ້າລໍ, ອຸປະທູດຮັກສາການຊົ່ວຄາວ/ຮອງເອກອັກຄະລັດຖະທູດ ສະຖານທູດ ສະຫະລັດອາເມລິກາ ປະຈຳ ນະຄອນຫລວງວຽງຈັນ, ສປປ ລາວ
ມິແຊວ ເອົ້າລໍ ໄດ້ມາປະຈຳການເປັນຮອງທູດ ຢູ່ສະຖານທູດ ສ. ອາເມລິກາ ທີ່ນະຄອນຫລວງວຽງຈັນ ໃນເດືອນສິງຫາ 2023. ເພິ່ນໄດ້ເຂົ້າສັງກັດຢູ່ກະຊວງການຕ່າງປະເທດ ສ. ອາເມລິກາ ໃນເດືອນມິຖຸນາ 2005. ນາງ ມິແຊວ ເຄີີຍປະຈຳການສອງຄັ້ງທີ່ກຸງໂຊລ, ສ. ເກົາຫລີ, ແລະ ຍັງເຄີຍປະຕິບັດໜ້າທີ່ຢູ່ຫລາຍປະເທດ ບໍ່ວ່າຈະເປັນ: ເມືອງຣີຢາດ ປະເທດ ຊາອູດິດອາຣັບບີ (Riyadh, Saudi Arabia); ກຸງມາສກັດ ປະເທດໂອມານ (Muscat, Oman) ແລະ ຢູ່ ເມືອງ ຄາຊັງບລັງກາ ປະເທດໂມຣັອກໂກ (Casablanca, Morocco) – ນອກເໜືອຈາກນັ້ນ, ເພິ່ນຍັງໄດ້ເຮັດ ໜ້າທີ່ຢູ່ສູນປະຕິບັດການຂອງກະຊວງການຕ່າງປະເທດ ສ. ອາເມລິກາ ແລະ ເຮັດວຽກຢູ່ຫ້ອງຄວບຄຸມສະຖານະການຂອງທຳນຽບຂາວ.

ກ່ອນເຂົ້າເປັນນັກການທູດ, ນາງ ມິແຊວ ໄດ້ເຮັດວຽກເປັນຫົວໜ້າໂຄງການພິເສດ ແລະ ເປັນນັກຄົ້ນຄວ້າກ່ຽວກັບຊາດນິຍົມເກົາຫລີ. ເພິ່ນຍັງເປັນອະດີດນັກສຶກສາຈາກມະຫາວິທະຍາໄລອາຣີໂຊນາ (University of Arizona), ມະຫາວິທະຍາໄລ ລອນດອນ (University of London), ແລະ ມະຫາວິທະຍາໄລອ໋ອກຟອດ (University of Oxford). ເພິ່ນສາມາດປາກພາສາເກົາຫລີ ແລະ ອາຣັບໄດ້ຢ່າງຄ່ອງແຄ້ວ, ນອກເໜືອຈາກນັ້ນຍັງມີ ພາສາຝຣັ່ງ ແລະ ສະເປນ. ນາງ ມິແຊວໄດ້ມາປະຈຳການຢູ່ ສປປ ລາວ ພ້ອມກັບສາມີ ຄື ທ່ານ ອາເລັກຊິສ ມູເລີ້ (Alexis Muller) ແລະ ລູກສາວສອງຄົນ.