ນະຄອນຫຼວງວຽງຈັນ, ສປປ ລາວ: ວັນທີ 17 ພຶດສະພາ, 2019, ບັນດານັກການທູດ, ນັກທຸລະກິດ ແລະ ອົງການຈັດຕັ້ງສາກົນ ໄດ້ພົບປະກັນເພື່ອ ສະເຫຼີມສະຫຼອງ ວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນຫລາກຫລາຍທາງເພດ (the International Day against Homophobia, Biphobia, and Transphobia (IDAHOT) ຢູ່ສະຖານທູດອົດສະຕຣາລີ, ນະຄອນຫຼວງວຽງຈັນ.
ຕາງໜ້າຈາກຫ້ອງການສະຖານທູດການາດາ, ສະຖານທູດອົດສະຕຣາລີ, ສະຖານທູດອັງກິດ, ສຳນັກງານຕາງໜ້າສະຫະພາບເອີຣົບ, ສະຖານທູດຝຼັ່ງ, ສະຖານທູດເຢຍລະມັນ, ສະຖານທູດລຸກຊໍາບວກ ແລະ ສະຖານທູດາສະຫະລັດອາລິກາໄດ້ຮ່ວມຈັດງານດັ່ງກ່າວ ກັບກຸ່ມພູມໃຈທີ່ເປັນເຮົາ (Proud to be Us Laos) ເຊິ່ງແມ່ນອົງການຈັດຕັ້ງທາງສັງຄົມທີ່ແນໃສ່ສ້າງສະພາບແວດລ້ອມທີ່ດີ ສໍາລັບກຸ່ມບັນດາກຸ່ມຄົນຫລາກຫລາຍທາງເພດ (LGBTI) ຢູ່ ສປປ ລາວ.
ບັນດາແຂກຈາກຫຼາຍພາກສ່ວນ ລວມທັງ ພາກລັດຖະບານ, ບັນດານັກການທູດ, ອົງການຈັດຕັ້ງສັງຄົມ ແລະ ບັນດານັກທຸລະກິດ. ງານດັ່ງກ່າວແມ່ນໄດ້ສຸມໃສ່ການເຕົ້າໂຮມບັນດາກຸ່ມ LGBTI ເພື່ອປູກຈິດສຳນຶກຄວາມເທົ່າທຽມກັນໃນການເຂົ້າເຖິງການບໍລິການດ້ານສຸຂະພາບ, ໂອກາດທາງດ້ານການສຶກສາ ແລະ ການຈ້າງງານ ຢູ່ ສປປ ລາວ.
ໃນນາມຕາງຫນ້າເຈົ້າພາບພາຍໃນງານ, ອຸປະທູດ ຈາກຫ້ອງການສະຖານທູດການາດາ, ທ່ານ ນາງ ດອນນິກ້າ ພອດຕີ ໄດ້ກ່າວວ່າ IDAHOT ໄດ້ຮັບການສະເຫຼີມສະຫຼອງຈາກຫຼາຍລ້ານຄົນທົ່ວໂລກ.
ທ່ານອຸປະທູດ ພອດຕີ ກ່າວວ່າ “ຍ້ອນການມີສ່ວນຮ່ວມທີ່ແທ້ຈິງ ເຮັດໃຫ້ພວກເຮົາມີຄວາມກ້າວໜ້າໃນດ້ານສິດທິຂອງບັນດາກຸ່ມ LGBTI ຢູ່ທົ່ວໂລກ ໃນຊຸມທົດສະຫວັດທີ່ຜ່ານມາ ແລະ ກຽມພ້ອມເພື່ອຄວາມເທົ່າທຽມກັນທີ່ເພີ່ມຂຶ້ນໃນອານາຄົດ”.
IDAHOT ໄດ້ຖືກສ້າງຂື້ນໃນປີ 2004 ເພື່ອດຶງດູດຄວາມສົນໃຈຈາກບັນດາຜູ້ກຳນົດນະໂຍບາຍ, ຈາກມວນຊົນ ແລະ ສື່ມວນຊົນ ຕໍ່ກັບຄວາມຮຸນແຮງ ແລະ ການແບ່ງແຍກຂອງບັນດາກຸ່ມ LGBTI ທີ່ໄດ້ປະເຊີນຢູ່ໃນທົ່ວໂລກ. ໃນວັນທີ 17 ພຶດສະພາ ຂອງທຸກປີ, ມີຫຼາຍກວ່າ 130 ປະເທດພ້ອມກັນສະເຫຼີມສະຫຼອງ IDAHOT ແລະ ສົ່ງເສີມບໍ່ໃຫ້ມີການແບ່ງແຍກກັບທຸກໆຄົນທາງດ້ານເພດ, ເອກກະລັກທາງເພດ ແລະ ການສະແດງອອກ.