ບັນດານັກການທູດ ແລະ ນັກທຸລະກິດ ສະເຫຼີມສະຫຼອງ ວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນຫລາກຫລາຍທາງເພດ

ເພື່ອເປັນການສະເຫຼີມສະຫຼອງວັນທີ 17 ພຶດສະພາ ວັນສາກົນເພື່ອຕໍ່ຕ້ານການກຽດຊັງ ແລະ ທຸກການຈຳແນກຕໍ່ກຸ່ມຄົນຫລາກຫລາຍທາງເພດ (International Day against Homophobia, Transphobia and Biphobia (IDAHO), ຫ້ອງການສະຖານທູດການາດາ, ສະຖານທູດອົດສະຕຣາລີ, ສະຖານທູດອັງກິດ, ສຳນັກງານຕາງໜ້າສະຫະພາບເອີຣົບ ແລະ ສະຖານທູດສະຫະລັດອາເມລິກາ ຮ່ວມກັບກຸ່ມພູມໃຈທີ່ເປັນເຮົາ (Proud to be Us Laos) ໄດ້ຈັດງານລ້ຽງຂື້ນທີ່ນະຄອນຫຼວງວຽງຈັນ.

ບັນດາແຂກຈາກຫຼາຍພາກສ່ວນ ລວມທັງ ພາກລັດຖະບານ, ບັນດານັກການທູດ, ອົງການຈັດຕັ້ງສັງຄົມ ແລະ ບັນດານັກທຸລະກິດ ກໍ່ໄດ້ເຂົ້າຮ່ວມໃນງານນີ້. ງານດັ່ງກ່າວແມ່ນໄດ້ສຸມໃສ່ການເຕົ້າໂຮມບັນດາກຸ່ມຄົນຫລາກຫລາຍທາງເພດ (LGBTI) ເພື່ອປູກຈິດສຳນຶກຄວາມເທົ່າທຽມກັນໃນການເຂົ້າເຖິງການບໍລິການດ້ານສຸຂະພາບ, ໂອກາດທາງດ້ານການສຶກສາ ແລະ ການຈ້າງງານ.

ໃນນາມຕາງຫນ້າເຈົ້າພາບພາຍໃນງານ, ອຸປະທູດ ຈາກຫ້ອງການສະຖານທູດການາດາ, ທ່ານ ນາງ ລີແອນ ເຮີແມນ ໄດ້ກ່າວວ່າ: ມື້ນີ້ພວກເຮົາພ້ອມກັນສະເຫຼີມສະຫຼອງໃຫ້ແກ່ຊຸມຊົນທີ່ມີຄວາມຫຼາກຫຼາຍໃນທົ່ວໂລກ. ພວກເຮົາມາຮ່ວມກັນແລກປ່ຽນປະສົບການ ແລະ ແບ່ງປັນເລື່ອງລາວຕ່າງໆເພື່ອເສີມສ້າງຄວາມເຂົ້າໃຈ ແລະ ຊື່ນຊົມບັນດາກຸ່ມຄົນຫລາກຫລາຍທາງເພດ (LGBTI) ແລະ ການປະກອບສ່ວນຂອງພວກເຂົາຢູ່ໃນສັງຄົມ.

IDAHOT ໄດ້ຖືກສ້າງຂື້ນໃນປີ 2004 ເພື່ອດຶງດູດຄວາມສົນໃຈຈາກບັນດາຜູ້ກຳນົດນະໂຍບາຍ, ຈາກມວນຊົນ ແລະ ສື່ມວນຊົນ ຕໍ່ກັບຄວາມຮຸນແຮງ ແລະ ການແບ່ງແຍກຂອງບັນດາກຸ່ມ LGBTI ທີ່ໄດ້ປະເຊີນຢູ່ໃນທົ່ວໂລກ. ໃນວັນທີ 17 ພຶດສະພາ, ມີຫຼາຍກວ່າ 130 ປະເທດພ້ອມກັນສະເຫຼີມສະຫຼອງ ແລະ ສົ່ງເສີມບໍ່ໃຫ້ມີການແບ່ງແຍກກັບທຸກໆຄົນທາງດ້ານເພດ, ເອກກະລັກທາງເພດ ແລະ ການສະແດງອອກ.