Flag

An official website of the United States government

ວີຊາລ໋ອດເຕີລີ
5 ບົດອ່ານໜຶ່ງນາທີ

ກົດຫມາຍວ່າດ້ວຍຄົນເຂົ້າເມືອງປີ 1990 ບັນຍັດໃຫ້ມີວີຊາລ໋ອດເຕີລີ (DV) ຊຶ່ງມີຈຳນວນ 55,000 ວີຊາຖາວອນ ທີ່ສາມາດອອກໃຫ້ ໃນການຈົກສະຫລາກປະຈໍາປີ, ໂດຍເລີ້ມຕົ້ນໃນສົກປີ 1995. ຈຸດປະສົງຂອງການ ຈົກສະຫລາກນີ້ ເພື່ອໃຫ້ມີຄວາມຫຼາກຫຼາຍຂອງຜູ້ເຂົ້າຢູ່ຖາວອນໃນສະຫະລັດອາເມຣິກາ ໂດຍການເລືອກ ຜູ້ສະໝັກທີ່ມາຈາກປະເທດທີ່ມີອັດຕາຜູ້ເຂົ້າຢູ່ຖາວອນໃນສະຫະລັດອາເມຣິກາ ໃນຈຳນວນໜ້ອຍໃນໄລຍະ 5ປີທີ່ຜ່ານມາເປັນສ່ວນໃຫຍ່.

ເພື່ອສະໝັກຂໍວີຊາລ໋ອດເຕີລີ ກະລຸນາປະຕິບັດຕາມຂັ້ນຕອນໃນ ຂະບວນການຂໍວີຊາລ໋ອດເຕີລີ ໄດ້ທີ່ເວັບໄຊທ໌ usvisas.state.gov. ເມື່ອທ່ານໄດ້ ປະຕິບັດຕາມຂັ້ນຕອນເຫຼົ່ານັ້ນຈົນສໍາເລັດ, ກະລຸນາປະຕິບັດຕາມຄໍາ ແນະນໍາທີ່ທ່ານໄດ້ຮັບຈາກ ສູນກາງກົງສຸນເຄັນຕັກກີ (KCC), ພ້ອມກັນກັບຂໍ້ມູນທີ່ແນະນໍາໃນເວັບໄຊທ໌ນີ້, ເພື່ອເປັນແນວທາງແລະການປະຕິບັດຕໍ່ໄປ.

ການສໍາພາດ

ຫລັງຈາກທີ່ທ່ານໄດ້ປະຕິບັດຄົບຖ້ວນຕາມຂັ້ນຕອນການຂໍວີຊາລ໋ອດເຕີລີ(ວີຊາຈົກສະຫລາກ)ໃນເວັບໄຊທ໌ usvisas.state.gov ພ້ອມທັງໄດ້ຍື່ນຄຳຮ້ອງຂໍວີຊາຖາວອນ (ຟອມ DS-260) ຕາມທີ່ຕ້ອງການແລ້ວ, ທ່ານອາດຈະໄດ້ຮັບອີເມວຈາກສູນກາງກົງສຸນເຄັນຕັກກີ້ Kentucky Consular Center (KCC) ທີ່ແຈ້ງໃຫ້ທ່ານຊາບວ່າການນັດສຳພາດຂອງທ່ານໄດ້ຖືກກຳນົດມື້ສຳພາດໃຫ້ທ່ານແລ້ວ. ອີເມວດັ່ງກ່າວຈະແນະນຳໃຫ້ທ່ານເຂົ້າສູ່ລະບົບກວດກາສະຖານະການສະໝັກ ໃນເວບໄຊທ໌ວີຊາລ໋ອດເຕີລີອີເລັກໂທຼນິກ (E-DV) ໂດຍການນຳໃຊ້ລະຫັດຢືນຢັນຂອງການເຂົ້າສູ່ວີຊາລ໋ອດເຕີລີ ເພື່ອກວດເບິ່ງວັນທີ, ເວລາ ແລະ ສະຖານທີ່ ທີ່ທ່ານຈະໄປສຳພາດ. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບການດຳເນີນການສຳພາດ ໄດ້ທີ່ usvisas.state.gov.

ສະຖານະພາບຂອງກໍລະນີ(ຄຳຮ້ອງ)ຂອງທ່ານ

ຫຼັງຈາກທີ່ທ່ານໄດ້ ປະຕິບັດຕາມຂັ້ນຕອນໃນ ຂະບວນການຂໍວີຊາລ໋ອດເຕີລີ ໃນເວັບໄຊທ໌ usvisas.state.gov ຈົນສໍາເລັດແລ້ວ, ຊຶ່ງ ຮວມທັງ ໄດ້ສົ່ງແບບຟອມຂໍວີຊາເຂົ້າເມືອງຖາວອນ (DS-260), ທ່ານອາດຈະໄດ້ຮັບ ອີເມວຈາກ ສູນກາງກົງສຸນເຄັນຕັກກີ(KCC) ທີ່ຈະແຈ້ງໃຫ້ທ່ານຊາບວ່າ ການສໍາພາດໄດ້ຖືກກໍານົດໃຫ້ທ່ານ ແລ້ວ. ອີເມວທີ່ທ່ານໄດ້ຮັບ ຈະແນະນໍາໃຫ້ທ່ານເຂົ້າສູ່ລະບົບ ເຂົ້າໄປໃນ “ການກວດສອບສະຖານະຜູ້ເຂົ້າແຂ່ງຂັນ” ໃນເວັບໄຊທ໌ ວີຊາລ໋ອດເຕີລີເອເລັກໂທຣນິກ (E-DV), ໂດຍການນໍາໃຊ້ ລະຫັດ(ເລກທີຢືນຢັນການສະໝັກDV)ຂອງທ່ານ ເພື່ອເບິ່ງວັນ,ເວລາແລະສະຖານທີ່ຂອງການສໍາພາດຂອງທ່ານ.

ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບ ການດຳເນີນການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov

ຫຼັງຈາກສໍາພາດ

ຖ້າຫາກວີຊາຂອງທ່ານໄດ້ຮັບການອະນຸມັດ, ທ່ານຈະຖືກແຈ້ງໃຫ້ຊາບວ່າ ທ່ານຈະໄດ້ຮັບ ຫນັງສືຜ່ານແດນ ແລະວີຊາຂອງທ່ານແນວໃດແລະເມື່ອໃດ. ກະລຸນາກວດຄືນລະອຽດ ຫຼັງຈາກການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov  ເພື່ອຈະຮຽນຮູ້ກ່ຽວກັບ ທ່ານຈະຕ້ອງເຮັດຫຍັງເມື່ອທ່ານໄດ້ຮັບວີຊາ, ກ່ຽວກັບການເຂົ້າ ມາສະຫະລັດອາເມຣິກາ, ການຈ່າຍຄ່າທໍານຽມຄົນເຂົ້າເມືອງໃຫ້ USCIS, ແລະ ກ່ຽວກັບຂໍ້ມູນອື່ນໆທີ່ສໍາຄັນ.