EDL-Gen ແລະ GE ລົງນາມເຊັນສັນຍາພັດທະນາໂຄງການທົດລອງເຂື່ອນໄຟຟ້າພະລັງນ້ຳແບບດິຈິຕອນ ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 8 ພະຈິກ, 2018 ບໍລິສັດ ຈາກສະຫະລັດອາເມລິກາ GE ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໃນການຈະເປັນເຈົ້າພາບຈັດ ກອງປະຊຸມອຸດສາຫະກໍາດິຈິຕອນໃຫ້ບັນດາເຈົ້າຫນ້າທີ່ພະລັງງານ ແລະ ເສີມຂະຫຍາຍພັດທະນາໂຄງລາງພື້ນຖານດ້ານພະລັງງານ ໃນ ສປປ ລາວ.

ພາຍໃຕ້ MoU, GE ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມອຸດສາຫະກໍາດິຈິຕອນຮ່ວມກັບພະນັກງານຂອງ EDL-Gen ກ່ອນທີ່ຈະດໍາເນີນການປະເມີນທາງດ້ານເຕັກນິກຂອງໂຄງການພັດທະນາໄຟຟ້ານໍ້າຕົກ EDL-Gen ເພື່ອເປັນການວາງໂຄງລ່າງພື້ນຖານສໍາລັບໂຄງການທົດລອງ Asset Performance Management (APM). ເປົ້າໝາຍໂຄງການທົດລອງ APM ແມ່ນການວິເຄາະ ແລະ ຄາດເດົາທີ່ມີປະສິດທິພາບກວ່າຂອງອຸປະກອນຜະລິດພະລັງງານໄຟຟ້າ ແລະ ການບຳລຸງຮັກສາ. ຖ້າຫາກປະສົບຜົນສໍາເລັດ, ໂຄງການທົດລອງຈະໄດ້ຮັບການຂະຫຍາຍອອກໄປ 9 ເຂື່ອນໄຟຟ້າເພີ່ມຕື່ມ ໃນ ສປປ ລາວ.

ເປັນກຽດເຂົ້າຮ່ວມເປັນສັກຄີພິຍານໃນພິທີເຊັ່ນສັນຍາ ມີ ເອກອັກຄະລັດຖະທູດຈາກສະຫະລັດອາເມລິກາ ທ່ານນາງ ຣີນາ ບິດເຕີ, ດຣ. ດາວວົງ ພອນແກ້ວ, ຫົວໜ້າຫ້ອງການກະຊວງ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Wouter Van Wersch, ປະທານແລະ ຜູ້ອຳນວຍການໃຫຍ່ ຂອງ GE Asia Pacific.   

ທ່ານ ເອກອັກຄະລັດຖະທູດ ຣີນາ ບິດເຕີ ກ່າວໃນພິທີວ່າ: ບໍລິສັດຈາກສະຫະລັດອາເມລິກາເຊັ່ນ GE ເຊິ່ງເປັນຜູ້ນໍາດ້ານພະລັງງານໂລກໃນການພັດທະນາແຫຼ່ງພະລັງງານແບບຍືນຍົງ ແລະ ສປປ ລາວ ສາມາດໄດ້ຮັບຜົນປະໂຫຍດຈາກການຮ່ວມມືກັບບັນດາບໍລິສັດແຖວຫນ້າຈາກສະຫະລັດເພື່ອສືບຕໍໍ່ບັນລຸເປົ້າໝາຍການພັດທະນາທະນາໃນໄລຍະຍາວຂອງປະເທດ. ບໍລິສັດຈາກສະຫະລັດອາເມລິກາເຊັ່ນ GE ຍັງໄດ້ໃຫ້ການຮ່ວມມືກັບປະຊາຊົນເປັນຢ່າງດີໃນການປະກອບສ່ວນລົງທຶນໃຫ້ກັບຊຸມຊົນລວມທັງການພັດທະນາບຸກຄະລາກອນ.

ກອງປະຊຸມສຳມະນາໃນຫົວຂໍ້ ‘Powering Laos 2018’ ຈັດຂຶ້ນເປັນໄລຍະເວລາເຄິ່ງມື້ ໂດຍ GE ຮ່ວມໂດຍສະຖານທູດສະຫະລັດ ອາເມລິກາ ປະຈຳ ສປປ ລາວ ແລະ ສີ້ນສຸດລົງໂດຍພິທີເຊັນສັນຍາ MoU. 

ໃນລະຫວ່າງກອງປະຊຸມ, ບັນດາຜູ້ນໍາໃນຂະແໜງພະລັງງານໃນ ສປປ ລາວ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບຫົວຂໍ້ທີ່ສຳຄັນ ເຊັ່ນ ການປະສົມປະສານການຜະລິດພະລັງງານຂອງ ສປປ ລາວ ໃນອະນາຄົດ, ນະວັດຕະກຳການຜະລິດພະລັງງານ, ເຕັກໂນໂລຊີການຜະລິດກະແສໄຟຟ້າ ແລະ ເຕັກໂນໂລຊີໃນການນຳສົ່ງກະແສໄຟຟ້າລວມໄປເຖິງ ວິທີການໃນຮູບແບບດິຈິຕອນທີ່ສາມາດຊ່ວຍໃຫ້ ສປປ ລາວ ໃນການບັນລຸເປົ້າໝາຍທາງດ້ານພະລັງງານທີ່ທັນສະໄໝ ແລະ ການນຳໃຊ້ພະລັງງານໄດ້ດີຂື້ນ.  ຜູ້ບັນລະຍາຍຈາກ GE ຍັງໄດ້ນໍາສະເໜີກ່ຽວກັບພະລັງງານເຂື່ອນໄຟຟ້າໃນ ສປປ ລາວ, ພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານຖ່ານຫີນ, ເຕັກໂນໂລຊີດ້ານພະລັງງານທົດແທນ ແລະ ຜູ້ບັນລະຍາຍຍັງໄດ້ຍົກໃຫ້ເຫັນບັນດາກໍລະນີສຶກສາໃນທົ່ວໂລກ.

ທ່ານ Wouter Van Wersch, ປະທານ ແລະ ຜູ້ອຳນວຍການໃຫຍ່ ຂອງ GE Asia Pacific ກ່າວໃນພິທີ MoU ວ່າ: ນີ້ແມ່ນການຮ່ວມມືທີ່ຫນ້າສົນໃຈຮ່ວມກັບ EDL-Gen ຍ້ອນພວກເຮົາສັງເກດເຫັນວ່າຕະຫຼາດອື່ນໆທີ່ໄດ້ຮັບການການປັບປຸງ ແລະ ຍົກລະດັບໂຄງສ້າງການຜະລິດພະລັງງານ ກໍໄດ້ສົ່ງຜົນກະທົບອັນດີ ໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງ.

ພະລັງງານໄຟຟ້າກວມເອົາຫຼາຍກວ່າເຄິ່ງຫນຶ່ງຂອງການຜະລິດພະລັງງານຂອງ ສປປ ລາວ. GE ກໍາລັງປະຕິບັດຫນ້າທີ່ເພື່ອສະໜັບສະໜູນ ຄວາມພະຍາຍາມ ຂອງ ສປປ ລາວ ໃຫ້ບັນລຸເປົ້າໝາຍດ້ານພະລັງງານທີ່ທັນສະໄໝ ແລະ ຄົ້ນຄວ້າຊອກຫາໂອກາດຕ່າງໆໃນຂະແໜງພະລັງງານແສງຕາເວັນ ແລະ ພະລັງງານລົມ. 

ພະລັງງານ ແລະ ພະລັງງານທົດແທນຂອງ GE ໄດ້ສົ່ງເສີມການພັດທະນາ ແລະ ການຍົກລະດັບຂອງເຄືອຂ່າຍພະລັງງານໃນທົ່ວໂລກ ໂດຍການສ້າງລະບົບເຊື່ອມຕໍ່ລະບົບເຕັກໂນໂລຊີດິຈິຕອນ ແລະ ລະບົບຕ່ອງໂສ້ ທີ່ສາມາດສ້າງມູນຄ່າພະລັງງານທັງຫມົດຈາກການຜະລິດ ແລະ ການແຜ່ກະຈາຍເຖິງຈຸດສູງສຸດຂອງການໃຊ້ໄຟຟ້າ.