ການສຶກສາ & ວັດທະນະທຳ

ວຽກງານແລກປ່ຽນທາງດ້ານການສຶກສາ ແລະວັດທະນະທຳ ຂອງສະຖານທູດ ສະຫະລັດອາເມລິກາປະຈຳວຽງຈັນ ແມ່ນເພື່ອສົ່ງເສີມຄວາມເຂົ້າໃຈຊຶ່ງກັນແລະກັນອັນດີຍິ່ງຂຶ້ນລະຫວ່າງ ສະຫະລັດອາເມລິກາ ແລະລາວ ໂດຍຜ່ານໂຄງການການສຶກສາ ແລະໂຄງການຝຶກອົບຮົມລະດັບສາກົນ. ສະຖານທູດ ສະຫະລັດອາເມລິກາໄດ້ເອົາໃຈໃສ່ໃນຂົງເຂດການສົ່ງເສີມດ້ານບຸກຄະລາກອນ, ຄວາມເປັນມືອາຊີບ, ແລະສະຖາບັນ ດ້ວຍການສົ່ງເສີມຜູກມິດລະຫວ່າງບຸກຄົນຕໍ່ບຸກຄົນ, ກັບບັນດາອົງການຈັດຕັ້ງທີ່ຢູ່ພາຍໃນ ແລະພາຍນອກສະຫະລັດ ນັບທັງການນຳສະເໜີເລື້ອງລາວຂອງອາເມລິກາໃນດ້ານປະຫວັດສາດ, ສັງຄົມ, ສິລະປະ ແລະວັດທະນາທໍາ ໃນທຸກຮູບແບບຕ່າງໆ ຕໍ່ຕ່າງປະເທດ.