ອະ​ດີດ​ນັກ​ສຶກ​ສາ

ຍິນດີຕ້ອນຮັບສູ່ International Exchange Alumni Laos

ສິດເກົ່າອາເມລິກາ ແມ່ນ ບັນດານັກສຶກສາທຶນແລກປ່ຽນທີ່ສະຫນັບສະຫນູນໂດຍ ລັດຖະບານ ສະຫະລັດ ອາເມລິກາ ລວມເອົາທັງ ຂະແຫນງການສຶກສາ ແລະ ສາຂາວິຊາຊີບ ໂດຍລວມມີ:

ເພື່ອສືບຕໍ່ສາຍສຳພັນລະຫວ່າງ ກະຊວງການຕ່າງປະເທດອາເມລິກາ ແລະ ບັນດາອາດີດນັກສຶກສາທຶນສະຫະລັດ ອາເມລິກາ, ພວກເຮົາຂໍເຊີນຊວນໃຫ້ພວກທ່ານລົງທະບຽນເຂົ້າຮ່ວມເຄື່ອຄ່າຍສິດເກົ່າອາເມລິກາຈາກທົ່ວໂລກ ເຊິ່ງລວມມີປະເທດລາວ. ພວກເຮົາຫວັງວ່າປະສົບການແລກປ່ຽນຂອງພວກທ່ານຈະບໍ່ສີ້ນສຸດຫລັງຈາກທີ່ພວກທ່ານກັບມາປະເທດລາວ ແຕ່ໃຫ້ສືບຕໍ່ພົວພັນກັນໃນການເຮັດກິດຈະກຳຕ່າງໆໃນອານາຄົດນຳອີກ.

ຜົນປະໂຫຍດຈາກການເຂົ້າຮ່ວມ:

  • ພົບປະເພື່ອນໃຫ່ມຈາກໂຄງການແລກປ່ຽນຕ່າງໆ
  • ແບ່ງປັນຂໍ້ມູນກ່ຽວກັບກິດຈະກຳ
  • ພົບປະຜູ້ຊ່ຽວຊານໃນຂະແຫນງການທີ່ທ່ານສົນໃຈ
  • ເຂົ້າເຖິງທຶນຊ່ວຍເຫລືອ, ໂອກາດໃນການເຮັດວຽກ, ແລະ ການເຮັດວິໄຈຕ່າງໆ
  • ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບກິດຈະກຳຂອງສິດເກົ່າ
  • ມີສ່ວນຮ່ວມນຳກິດຈະກຳຂອງ S. Embassy Vientiane
  • ແຈ້ງຂໍ້ມູນການຕິດຕໍ່ໄດ້ໄວ ແລະ ສະດວກ