ລັດຖະບານສະຫະລັດ ອາເມລິກາ ມີຄວາມກະຕືລືລົ້ນໃນການຮັກສາສາຍພົວພັນ ແລະ ມີສ່ວນຮ່ວມຂອງບັນດາສິດເກົ່ານັກສຶກສາທີ່ຮຽນຈົບມາຈາກປະເທດເອລິກາ. ພວກເຮົາຈຶ່ງໄດ້ລິເລີ້ມໂຄງການ Alumni Engagement Innovation Fund (AEIF) ໃນປີ 2011. ໂຄງການດັ່ງກ່າວເປີດໂອກາດໃຫ້ບັນດາສິດເກົ່າຈາກທຶນແລກປ່ຽນຕ່າງໆທີ່ສະຫນັບສະຫນູນໂດຍລັດຖະບານ ສະຫະລັດ ອາເມລິກາ ສົ່ງບົດໂຄງການຊ່ວຍເຫລືອສັງຄົມເພື່ອຊິງເອົາທຶນຈຳນວນ $25,000 ໃນຂະແໜງການຕ່າງໆເຊັ່ນ:
- ການສົ່ງເສີມບົດບາດ ແລະ ຄວາມອາດສາມາດຂອງຜູ້ຍິງ ແລະ ເດັກນ້ອຍ
- ສິດທິມະນຸດ ແລະ
- ຜູ້ປະກອບການ ແລະ ການຈ້າງວຽກໄວຫນູ່ມ
- ການເຂົ້າເຖິງການສຶກສາ
- ການປ່ຽນແປງຂອງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ
ໂຄງການ Alumni Engagement Fund Innovation Fund (AEIF) ຈະເປີດຮັບບົດໂຄງການປີລະຄັ້ງ. ສຳຫລັບປີ 2016 ແມ່ນປິດຮັບສະຫມັກແລ້ວ. ສຳຫລັບປີ 2017 ແມ່ນຈະແຈ້ງໃຫ້ຮູ້ພາຍຫລັງ.
ເງື່ອນໄຂໃນການສະຫມັກ:
- ຕ້ອງມີ ສິດເກົ່າຢູ່ໃນທີມ 4 ຄົນຂື້ນໄປ
- ເຄີຍໄດ້ທຶນ Fulbright, Humphrey, IVLP, UGRAD, SUSI, YSEALI, ACCESS, SEAYLP, ACCESS
- ສັນຊາດລາວ ແລະ ດຳລົງຊີວິດຢູ່ປະເທດລາວ
- ບໍ່ຈຳກັດອາຍຸ
ທ່ານໃດສົນໃຈສາມາດສົ່ງອີເມວໄປທີ່ alumni_coordinator@state.gov ພ້ອມແຈ້ງຊື່ ແລະ ນາມສະກຸນ, ທຶນທີ່ໄດ້ຮັບ, ແລະ ປີທີ່ເຂົ້າຮ່ວມ ຫລື ຖ້າມີຄຳຖາມເພີ່ມເຕີມສາມາດສອບຖາມໄດ້ທີ່ເບີ 021-487298.