ສູນອ່ານປຶ້ມ ລາວອາເມລິກາ ແມ່ນຕັ້ງຢູ່ທາງດ້ານໃນຂອງຫໍສະໝຸດແຂວງຫຼວງພະບາງ ເຊິ່ງໄດ້ມີປຶ້ມອ່ານຫຼາຍກວ່າ 1000 ເຫຼັ້ມ ແລະ ວາລະສານພາສາອັງກິດ ໄວ້ໃຫ້ທ່ານອ່ານ ເພື່ອຊ່ວຍພັດທະນາຄວາມສາມາດທາງດ້ານອ່ານພາສາອັງກິດ ແລະ ຮຽນຮູ້ດ້ານອື່ນໆຕື່ມອີກເຊັ່ນ: ເສດຸຖະສາດ ແລະ ທູລະກິດ, ການປົກປັກຮັກສາສິ່ງແວດລ້ອມ, ສິດທິມະນຸດ ແລະ ສິ່ງເສບຕິດ, ປະຊາທິປະໄຕ ແລະ ການຄ້າມະນູດ, ກິດຈະກຳຕ່າງໆຂອງທີ່ຢູ່ປະເທດອາຊຽນ ແລະ ທົ່ວໂລກ. ນອກຈາກນັ້ນ ຍັງມີເອກະສານການດຳລົງຊີວິດກ່ຽວກັບຄົນອາເມລິກາ, ສັງຄົມສາດ, ຄຸນຄ່າທາງວັດທະນະທຳ, ວັນະຄະດີ, ສິນລະປະ, ກິລາ, ປະຫວັດສາດ ແລະ ນະໂຍບາຍຂອງລັດຖະບານ.
ສູນອ່ານປຶ້ມ ລາວ ອາເມລິກາ ຍັງໄດ້ຈັດສອນພາສາອັງກິດທຸກໆມື້ ແລະ ຍັງມີໂປຣແກຣມອື່ນໆອີກເຊັ່ນ: ການສາຍໜັງ, ການວາງສະແດງປຶ້ມ, ການສົນທະນາກ່ຽວກັບປຶ້ມເລື່ອງ ທີ່ກ່ຽວກັບປະເທດສະຫະລັດ ອາເມລິກາ.
ສູນອ່ານປຶ້ມ ລາວ ອາເມລິກາ ເປີດໃຫ້ບໍລິການແກ່ ພະນັກງານລັດຖະກອນ, ນັກສຶກສາ, ນັກຂ່າວ ແລະ ບຸກຄົນທົ່ວໄປ ໂດຍບໍ່ໄດ້ເສຍຄ່າທຳນຽມໃດໆ.
ສູນອ່ານປຶ້ມ ອາເມລິກາ ແມ່ນຕັ້ງຢູ່ທາງດ້ານໃນຂອງຫໍສະໝຸດແຂວງຫຼວງພະບາງ, ສປປ ລາວ.
ເວລາທຳການ
ວັນຈັນ – ສຸກ : 8:00 ເຊົ້າ – 5:00 ແລງ
ວັນເສົາ – ອາທິດ : 9:00ເຊົາ – 4:00 ແລງ
ໂທ: (856-71) 25 48 13