ຄວາມຮຽກຮ້ອງຕ້ອງການທາງດ້ານພາສາອັງກິດໃນ ສປປລາວ ແມ່ນໄດ້ເພີ່ມຂຶ້ນຢ່າງໄວວາໃນໄລຍະສອງສາມປີທີ່ຜ່ານມາ. ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການທີ່ກຳລັງເພີ່ມຂຶ້ນ, ສະຖານທູດອາເມລິກາແຫ່ງສປປລາວ ໄດ້ຈັດໂປຣແກັມຮຽນພາສາອັງກິດຂຶ້ນຈຳນວນໜຶ່ງເຊິ່ງມີຈຸດປະສົງໃນການພັດທະນາການສຶກສາພາສາອັງກິດໃນ ສປປລາວ.
ພາຍໃຕ້ໂຄງການ Fulbright English Teaching Assistant (ETA) Program, ນັກສຶກສາທີ່ຫາກໍ່ຈົບຈາກມະຫາວິທະຍາໄລໃນສະຫະລັດອາເມລິກາ ໄດ້ມາສອນພາສາອັງກິດໃນສປປລາວ ເປັນເວລາ ໜຶ່ງສົກຮຽນ. ພວກເຂົາໄດ້ເຮັດໜ້າທີ່ເປັນຄູສອນຊ່ວຍ ແລະ ເປັນຄູສອນຕາມມະຫາວິທະຍາໄລ, ວິທະຍາໄລສ້າງຄູ ແລະ ໂຮງມັດທະຍົມໃນທົ່ວປະເທດ.
ສະຖານທູດອາເມລິກາປະຈຳລາວຍັງໄດ້ສະໜັບສະໜຸນຄູສອນພາສາອັງກິດເປັນພາສາທີສອງລະດັບປະລິນຍາໂທຈາກສະຫະລັດອາເມລິກາເຊິ່ງພວກເຂົາໄດ້ມາສອນພາສາອັງກິດໃນລາວພາຍໃຕ້ໂຄງການ English Language Fellow program. ພວກເຂົາໄດ້ເຮັດໜ້າທີ່ຮ່ວມກັບບັນດາຄູສອນຕາມມະຫາວິທະຍາໄລຕ່າງໆເພື່ອພັດທະນາອອກແບບວິທີການສິດສອນຕາມສະຖານບັນການສຶກສາ ແລະ ຫ້ອງການລັດຖະບານຕ່າງໆເພື່ອພັດທະນາທັກສະການສື່ສານພາສາອັງກິດຂອງລັດຖະກອນ.
ນັບຕັ້ງແຕ່ປີ 2011, ສະຖານທູດອາເມລິກາໄດ້ລິເລີ່ມໂປຣແກັມ English ACCESS program . ໂປຣແກັມນີ້ໄດ້ໃຫ້ທຶນການຮຽນພາສາອັງກິດ 2 ປີ ສຳລັບນັກຮຽນມັດທະຍົມທີ່ດ້ອຍໂອກາດ ອາຍຸລະຫວ່າງ 14 ຫາ 18 ປີ, ເຊິ່ງເພີ່ນໄດ້ຈັດການຮຽນການສອນ 6 ຊົ່ວໂມງຕໍ່ອາທິດ, ພ້ອມກັນນີ້ຍັງມີ ການທັດສະນະສຶກສານອກສະຖານທີ່, ກິດຈະກຳພິເສດຕ່າງໆ ແລະ ກິດຈະກຳທີ່ກ່ຽວກັບວັດທະນະທຳອາເມລິກາ.
ສະຖານທູດອາເມລິກາຍັງໄດ້ຈັດການຮຽນການສອນພາສາອັງກິດຟຣີໃຫ້ກັບຄົນທົ່ວໄປທີ່ສູນອາເມລິກາທາດດຳ. ສຳລັບຂໍ້ມູນເພີ່ມເຕີ່ມກ່ຽວກັບກິດຈະກຳຕ່າງໆສາມາດອ່ານເພີ່ມໄດ້ທີ່: ຄຮິກບ່ອນນີ້