ໂຄງການ Global Undergraduate Exchange Program

ໂຄງການນີ້ (ເຊຶ່ງເປັນທີ່ຮູ້ຈັກກັນດີທີ່ເອີ້ນວ່າໂຄງການ UGRAD) ໃຫ້ທຶນລະດັບປະລິຍາຕີ ທຶນສຳຫລັບຫນຶ່ງພາກຮຽນແລະທຶນສຳຫລັບຫນຶ່ງປີ ແກ່ນັກຮຽນດີເດັ່ນແຕ່ຂາດໂອກາດ ທຶນນີ້ ນັກຮຽນຈະໄດ້ເຂົ້າຮຽນໃນຫລັກສູດເຕັມເວລາ(ຈະໄດ້ແຕ່ໃບຢັ້ງຢືນ ແຕ່ບໍ່ໄດ້ປະລິຍາ) ໄດ້ເຂົ້າຮ່ວມກິດຈະກຳເພື່ອຜົນປະໂຫຍດຂອງຊຸມຊົນ, ໄດ້ຝຶກງານໃນສາຂາທີ່ຕົນເລືອກ, ແລະເສີມຂະຫຍາຍປະສົບການດ້ານວັດທະນາທຳ.