ໂຄງການ EducationUSA Academy ແມ່ນໂຄງການຮຽນພາສາອັງກິດພາກລະດູຮ້ອນເປັນເວລາ 3 ຫາ 4ອາທິດ ສໍາລັບນັກຮຽນຜູ້ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນພາສາຫຼັກ ແລະ ບໍ່ໄດ້ອາໃສຢູ່ໃນປະເທດສະຫະລັດອາເມລິກາ ແລະ ມີອາຍຸລະຫວ່າງ 15 -17ປີ ເຊິ່ງໂຄງການດັ່ງກ່າວຈະໄດ້ຈັດຂື້ນທີ່ວິທະຍາໄລ ແລະ ມະຫາວິທະຍາໄລ 10ແຫ່ງ ໃນສະຫະລັດອາເມລິກາ. ນັກຮຽນທີ່ເຂົ້າຮ່ວມໂຄງການນີ້ ຈະໄດ້ຮຽນຮູ້ພາສາອັງກິດແບບເນັ້ນໜັກ, ຮຽນຮູ້ກ່ຽວກັບຂະບວນການສະໝັກເຂົ້າຮຽນໃນສະຖາບັນຕ່າງໆຂອງສະຫະລັດອາເມລິກາ, ຮຽນຮູ້ກ່ຽວກັບເຕັກນິກເພື່ອປະສົບຜົນສໍາເລັດໃນການຮໍ່າຮຽນໃນຂັ້ນມະຫະວິທະຍາໄລ ແລະ ເກັບກ່ຽວປະສົບການການໃຊ້ຊີວິດນັກຮຽນໃນວິທະຍາເຂດຂອງມະຫາວິທະຍາໄລ. ນອກຈາກນີ້ ຈະໄດ້ໄປຢ້ຽມຢາມ ວິທະຍາເຂດຕ່າງໆຂອງວິທະຍາໄລ ແລະ ມະຫາວິທະຍາໄລທີ່ຕົນເອງໄດ້ຮຽນຢູ່. ວິທະຍາໄລ ແລະ ມະຫາວິທະຍາໄລແຕ່ລະແຫ່ງ ແມ່ນຜູ້ກໍານົດລະບົບການປະມວນຜົນລະດັບພາສາອັງກິດ, ການເຂົ້າສະໝັກຮຽນ ແລະ ການປິດຮັບສະໝັກນັກຮຽນ. ນັກຮຽນສ່ວນຫຼາຍ ແມ່ນຈະໄດ້ສະໝັກຮຽນກັບ ວິທະຍາໄລ ແລະ ມະຫາວິທະຍາໄລທີ່ຕົນເອງມັກ ແລະ ຈະໄດ້ຈ່າຍຄ່າຮຽນ ແລະ ການເດີນທາງ. ຄ່າໃຊ້ຈ່າຍໃນການເຂົ້າຮ່ວມໂຄງການນີ້ ແມ່ນຢູ່ໃນລະຫວ່າງ 4,000 – 6,000 ໂດລາສະຫະລັດ ໃນນັ້ນແມ່ນລວມມີ ຄ່າຮຽນ, ປຶ້ມ ແລະ ອຸປະກອນການຮຽນຕ່າງໆ, ຫ້ອງພັກເຊົ່າ ແລະ ອາຫານ, ປະກັນສຸຂະພາບ ແລະ ກິດຈະກໍາທາງດ້ານວັດທະນາທໍາຕ່າງໆ (ລວມເຖິງການໄປຢ້ຽມຢາມວິທະຍາເຂດຕ່າງໆ), ແຕ່ບໍ່ລວມຄ່າປີ້ຍົນ ແລະ ຄ່າທໍານຽມການຂໍວິຊາ.
ສາມາດເຂົ້າໄປເບິ່ງລາຍລະອຽດເພີ່ມຕື່ມກ່ຽວກັບໂຄງການນີ້ໄດ້ທີ່: http://www.edusaacademy.org/find-an-academy/